ທັດສະນະຂອງຄຳພີໄບເບິນ
ການພະນັນ
ບາງຄົນຄິດວ່າການພະນັນເປັນເລື່ອງມ່ວນທີ່ບໍ່ມີພິດບໍ່ມີໄພຫຍັງ ແຕ່ອີກຫຼາຍຄົນເບິ່ງວ່າການພະນັນເປັນສິ່ງທີ່ບໍ່ດີທີ່ອັນຕະລາຍ.
ການພະນັນບໍ່ດີບ່ອນໃດ?
ຄົນທົ່ວໄປຄິດແນວໃດ?
ຫຼາຍຄົນເບິ່ງວ່າຖ້າຫຼິ້ນແບບຖືກກົດໝາຍ ການພະນັນກໍເປັນເລື່ອງມ່ວນທີ່ບໍ່ເປັນອັນຕະລາຍຫຍັງ. ມີການພະນັນຫຼາຍຮູບແບບທີ່ຖືກຕ້ອງຕາມກົດໝາຍ ເຊັ່ນ ຫຼິ້ນເລກທີ່ລັດຖະບານເປັນຜູ້ຂາຍ ເຊິ່ງມີການເອົາເງິນໄປໃຊ້ໃນແບບທີ່ເປັນປະໂຫຍດຕໍ່ສັງຄົມ.
ຄຳພີໄບເບິນເວົ້າແນວໃດ?
ເຖິງວ່າຄຳພີໄບເບິນບໍ່ໄດ້ເວົ້າກົງໆເລື່ອງການພະນັນ ແຕ່ກໍມີຫຼັກການຫຼາຍຂໍ້ທີ່ຊ່ວຍເຮົາໃຫ້ຮູ້ວ່າພະເຈົ້າຮູ້ສຶກແນວໃດກ່ຽວກັບການພະນັນ.
ເງິນທີ່ໄດ້ຈາກການຊະນະການພະນັນ ກໍເປັນເງິນທີ່ໄດ້ຈາກນັກພະນັນຄົນອື່ນ ເຊິ່ງນັ້ນຂັດກັບສິ່ງທີ່ຄຳພີໄບເບິນເຕືອນໄວ້ທີ່ວ່າ: “ລະວັງໃຫ້ດີ ຢ່າເປັນຄົນໂລບ.” (ລູກາ 12:15) ແທ້ໆແລ້ວການພະນັນເກີດຈາກຄວາມໂລບ. ສະຖານທີ່ຫຼິ້ນການພະນັນຫຼາຍບ່ອນໂຄສະນາວ່າມີລາງວັນໃຫຍ່ລໍຖ້າຢູ່ ແຕ່ກໍບໍ່ໄດ້ບອກຄວາມຈິງວ່າມີໂອກາດໜ້ອຍຫຼາຍທີ່ຈະຖືກລາງວັນນັ້ນ ເພາະເຂົາເຈົ້າຮູ້ວ່າຄວາມຝັນທີ່ຈະຢາກລວຍລໍ້ໃຈໃຫ້ຜູ້ຫຼິ້ນພ້ອມທີ່ຈະທຸ່ມເງິນຈຳນວນຫຼາຍໃຫ້ກັບບ່ອນຫຼິ້ນການພະນັນ. ແທນທີ່ຈະຊ່ວຍຄົນບໍ່ໃຫ້ໂລບ ແຕ່ການພະນັນພັດສົ່ງເສີມຄົນໃຫ້ຢາກລວຍທາງລັດ.
ການພະນັນມັກເກີດຈາກແຮງກະຕຸ້ນທີ່ເຫັນແກ່ໂຕເຊິ່ງຄົນເຮົາມີຕັ້ງແຕ່ເກີດ ເພາະເງິນທີ່ຜູ້ຊະນະຈະໄດ້ກໍເປັນເງິນຂອງຜູ້ຫຼິ້ນຄົນອື່ນໆທີ່ເສຍພະນັນ ແຕ່ຄຳພີໄບເບິນສອນເຮົາວ່າ: “ຢ່າຄິດເຖິງປະໂຫຍດຂອງໂຕເອງ ແຕ່ໃຫ້ຄິດເຖິງປະໂຫຍດຂອງຄົນອື່ນ” (1 ໂກຣິນໂທ 10:24) ແລະກົດໝາຍຂໍ້ໜຶ່ງຂອງພະເຈົ້າກໍບອກວ່າ: “ຫ້າມຄິດຢາກໄດ້ເຮືອນຂອງຄົນອື່ນ.” (ອົບພະຍົບ 20:17) ເມື່ອນັກພະນັນໃຝ່ຝັນວ່າໂຕເອງຈະຊະນະ ແທ້ໆແລ້ວລາວກໍຫວັງຈະໄດ້ເງິນຂອງຄົນອື່ນທີ່ເສຍພະນັນ.
ນອກຈາກນັ້ນ ຄຳພີໄບເບິນຍັງເຕືອນເຮົາບໍ່ໃຫ້ເຊື່ອເລື່ອງໂຊກລາບວ່າເປັນພະລັງເລິກລັບທີ່ຈະຊ່ວຍເຮົາໃຫ້ໄດ້ຮັບສິ່ງດີໆ. ໃນສະໄຫມອິດສະຣາເອນບູຮານ ມີບາງຄົນທີ່ຂາດຄວາມເຊື່ອໃນພະເຈົ້າເລີ່ມ “ຕັ້ງໂຕະວາງເຄື່ອງບູຊາໃຫ້ພະເຈົ້າແຫ່ງໂຊກລາບ.” ພະເຈົ້າຍອມຮັບບໍທີ່ເຂົາເຈົ້າເຮັດແບບນັ້ນໃຫ້ “ພະເຈົ້າແຫ່ງໂຊກລາບ”? ບໍ່ ເພາະເພິ່ນບອກເຂົາເຈົ້າວ່າ: “ພວກເຈົ້າເຮັດສິ່ງທີ່ເຮົາເບິ່ງວ່າຊົ່ວຢູ່ເລື້ອຍໆແລະເລືອກເຮັດສິ່ງທີ່ເຮົາບໍ່ມັກ”—ເອຊາຢາ 65:11, 12
ກະແມ່ນຢູ່ ໃນບາງສ່ວນຂອງໂລກມີການເອົາເງິນທີ່ໄດ້ຈາກການພະນັນທີ່ຖືກຕ້ອງຕາມກົດໝາຍໄປໃຊ້ເພື່ອການສຶກສາ ພັດທະນາເສດຖະກິດ ແລະໂຄງການຕ່າງໆທີ່ເປັນປະໂຫຍດຕໍ່ສັງຄົມ. ແຕ່ເຖິງຈະເປັນແນວນັ້ນ ວິທີການທີ່ຈະໄດ້ເງິນເຫຼົ່ານັ້ນມາກໍບໍ່ປ່ຽນ ເພາະການພະນັນສົ່ງເສີມຄວາມໂລບ ຄວາມເຫັນແກ່ໂຕ ແລະຄວາມຄິດທີ່ວ່າລວຍໄດ້ໂດຍທີ່ບໍ່ຕ້ອງລົງທຶນລົງແຮງຫຍັງ.
“ຫ້າມຄິດຢາກໄດ້ . . . ອີ່ຫຍັງກໍຕາມທີ່ເປັນຂອງຄົນອື່ນ.”—ອົບພະຍົບ 20:17
ການພະນັນມີຜົນເສຍຫຍັງແດ່?
ຄຳພີໄບເບິນເວົ້າແນວໃດ?
ຄຳພີໄບເບິນເຕືອນວ່າ: “ຄົນທີ່ຢາກຮັ່ງຢາກມີກໍຍອມແພ້ຕໍ່ການລໍ້ໃຈແລະຕິດກັບດັກ. ລາວມີຄວາມຕ້ອງການຫຼາຍຢ່າງທີ່ໂງ່ແລະອັນຕະລາຍ ເຊິ່ງເຮັດໃຫ້ລາວຕ້ອງເຈິກັບຄວາມຈິບຫາຍ.” (1 ຕີໂມທຽວ 6:9) ຄວາມໂລບເຮັດໃຫ້ຢາກຫຼິ້ນການພະນັນແລະມັນກໍທຳຮ້າຍຈິດໃຈຂອງຄົນເຮົາ. ຄຳພີໄບເບິນຖືວ່າ: “ຄວາມໂລບ” ເປັນນິດໄສຢ່າງໜຶ່ງທີ່ຄວນຫຼີກລ່ຽງທີ່ສຸດ.—ເອເຟໂຊ 5:3
ການພະນັນມຸ່ງເນັ້ນໄປທີ່ການໄດ້ເງິນມາແບບບໍ່ຕ້ອງລົງທຶນລົງແຮງຫຍັງເລີຍແລະສົ່ງເສີມຜູ້ຄົນໃຫ້ຮັກ ເງິນ ເຊິ່ງຄຳພີໄບເບິນບອກວ່າ: ການຮັກເງິນ “ເປັນຮາກເຫງົ້າຂອງຄວາມຊົ່ວທຸກແບບ.” ເປັນເລື່ອງງ່າຍທີ່ການຮັກເງິນຈະຄອບງຳຊີວິດຄົນເຮົາຈົນເຮັດໃຫ້ຄິດເຖິງແຕ່ເລື່ອງເງິນແລະເຖິງກັບສູນເສຍຄວາມເຊື່ອໃນພະເຈົ້າ. ຄຳພີໄບເບິນປຽບຄົນທີ່ຕິດກັບດັກຂອງການຮັກເງິນວ່າ: “ລາວແທງໂຕເອງທົ່ວຕົນໂຕດ້ວຍຄວາມເຈັບປວດ.”—1 ຕີໂມທຽວ 6:10, ໄຂເງື່ອນ
ຄວາມໂລບເຮັດໃຫ້ຜູ້ຄົນບໍ່ຮູ້ຈັກພໍແລະຢາກໄດ້ເງິນຫຼາຍຂຶ້ນເລື້ອຍໆ. ນີ້ຈຶ່ງເຮັດໃຫ້ເຂົາເຈົ້າບໍ່ມີຄວາມສຸກ. “ຄົນທີ່ຮັກເງິນໄດ້ເງິນຫຼາຍສ່ຳໃດກໍບໍ່ຮູ້ຈັກພໍ ແລະຄົນທີ່ຮັກຊັບສົມບັດມີລາຍໄດ້ຫຼາຍສ່ຳໃດກໍບໍ່ຮູ້ຈັກພໍຄືກັນ.”—ປັນຍາຈານ 5:10
ຫຼາຍລ້ານຄົນຖືກລໍ້ໃຈໃຫ້ຫຼິ້ນການພະນັນແລະໃນທີ່ສຸດກໍຕິດການພະນັນຈົນອອກບໍ່ໄດ້. ບັນຫານີ້ມີຢູ່ທົ່ວທຸກບ່ອນ. ມີລາຍງານບາງສະບັບບອກວ່າຂະໜາດມີແຕ່ຢູ່ໃນສະຫະລັດອາເມຣິກາບ່ອນດຽວ ຄົນທີ່ຕິດການພະນັນກໍມີບັກຫລາຍໆລ້ານຄົນ.
ສຸພາສິດໜຶ່ງບອກໄວ້ວ່າ: “ຖ້າຜູ້ໃດໄດ້ມູນມໍລະດົກມາດ້ວຍວິທີທີ່ບໍ່ຖືກຕ້ອງ ໃນທີ່ສຸດລາວກໍຈະບໍ່ໄດ້ຮັບພອນ.” (ສຸພາສິດ 20:21) ການພະນັນເຮັດໃຫ້ຄົນເປັນໜີ້ ຫຼົ້ມຈົມ ແລະອາດເຖິງກັບເສຍວຽກ ເສຍຄອບຄົວ ແລະເສຍໝູ່ເພື່ອນ. ການເອົາຫຼັກການໃນຄຳພີໄບເບິນມາໃຊ້ຈະເຮັດໃຫ້ຄົນເຮົາມີຄວາມສຸກແລະບໍ່ຕ້ອງເຈິກັບຜົນເສຍຫາຍທີ່ມາຈາກການພະນັນ.
“ຄົນທີ່ຢາກຮັ່ງຢາກມີກໍຍອມແພ້ຕໍ່ການລໍ້ໃຈແລະຕິດກັບດັກ. ລາວມີຄວາມຕ້ອງການຫຼາຍຢ່າງທີ່ໂງ່ແລະອັນຕະລາຍ ເຊິ່ງເຮັດໃຫ້ລາວຕ້ອງເຈິກັບຄວາມຈິບຫາຍ.”—1 ຕີໂມທຽວ 6:9