ເປັນຫຍັງຄົນເຮົາຕາຍ?
8 ພະເຢໂຫວາພະເຈົ້າຕ້ອງການໃຫ້ມະນຸດເຮັດໃຫ້ທົ່ວໂລກງົດງາມ—ເປັນອຸທິຍານສຳລັບທຸກຄົນ.—ຕົ້ນເດິມ 1:28
ມະນຸດສາມາດຢູ່ໄດ້ຕະຫຼອດໄປ ຖ້າອາດາມແລະເອວາເຊື່ອຟັງພະເຢໂຫວາ. ພະເຈົ້າຕັດວ່າ ເຂົາບໍ່ຄວນກິນຈາກຕົ້ນໄມ້ແຫ່ງຄວາມຮູ້ກ່ຽວກັບຄວາມດີແລະຊົ່ວ.—ຕົ້ນເດິມ 2:15-17
9 ທູດສະຫວັນເຮັດຕົວບໍ່ດີ ແລະໃຊ້ງູເຮັດໃຫ້ເອວາແລະອາດາມບໍ່ເຊື່ອຟັງພະເຈົ້າ.—ຕົ້ນເດິມ 3:1-6
10 ທູດສະຫວັນຊົ່ວທີ່ລໍ້ລວງເອວານັ້ນຖືກເອີ້ນວ່າ ‘ງູບູຮານ ພະຍາມານແລະຊາຕານ.’—ຄຳປາກົດ 12:9
11 ພະເຢໂຫວາຂັບໄລ່ຄົນທັງສອງທີ່ບໍ່ເຊື່ອຟັງອອກຈາກອຸທິຍານ.—ຕົ້ນເດິມ 3:23, 24
12 ອາດາມແລະເອວາມີລູກ ແຕ່ທັງຄອບຄົວບໍ່ມີຄວາມສຸກ.—ຕົ້ນເດິມ 3:17, 18
13 ເຂົາຕ້ອງເຖົ້າແລະຕາຍ ດັ່ງຄຳກ່າວຂອງພະເຢໂຫວາ.—ຕົ້ນເດິມ 3:19; ໂລມ 5:12
14 ດັ່ງນັ້ນ ເຂົາຕາຍຄືສັດ.
ຈິດວິນຍານທັງໝົດເທິງແຜ່ນດິນໂລກຕາຍ.—ຜູ້ເທສນາປ່າວປະກາດ 3:18-20; ເອເຊກຽນ 18:4