ພະເຈົ້າທຳລາຍໂລກຊົ່ວ
18 ລູກຫຼານຂອງອາດາມມີຫຼາຍຂຶ້ນ. ພວກເຂົາກາຍເປັນຄົນບໍ່ດີຄືກັນ. ພະເຈົ້າຈຶ່ງຕັດສິນໃຈຈະທຳລາຍເຂົາ.—ຕົ້ນເດິມ 6:1, 5, 7
19 ແຕ່ມີຄົນດີຄົນໜຶ່ງຊື່ໂນເອ.—ຕົ້ນເດິມ 6:8, 9
ພະເຢໂຫວາບອກເຂົາໃຫ້ເຮັດເຮືອໃຫຍ່ຫຼາຍລຳໜຶ່ງຊຶ່ງຈະຊ່ວຍຊີວິດເຂົາແລະຄອບຄົວເມື່ອຄົນຊົ່ວຖືກທຳລາຍ. ເຮືອລຳນີ້ມີຮູບຮ່າງຄືຫີບອັນໃຫຍ່ເອີ້ນຊື່ວ່ານາວາ.—ຕົ້ນເດິມ 6:13, 14
20 ພວກເຂົາເອົາສັດຈຳນວນຫຼາຍໃສ່ໄວ້ໃນນາວາ.—ຕົ້ນເດິມ 6:19-21
21 ພະເຢໂຫວາທຳໃຫ້ຝົນຕົກລົງມາຫ່າໃຫຍ່. ຜູ້ຄົນບໍ່ດີຕາຍໝົດ. ຜູ້ຄົນທີ່ຢູ່ໃນນາວາລອດ. ເຈົ້າຮູ້ບໍວ່າເປັນຫຍັງ?—ຕົ້ນເດິມ 6:17; 7:11, 12, 21; 1 ເປໂຕ 3:10-12