ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 2
  • ພະອົງ​ໄດ້​ຮັບ​ກຽດ​ກ່ອນ​ປະສູດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະອົງ​ໄດ້​ຮັບ​ກຽດ​ກ່ອນ​ປະສູດ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ທູດສະຫວັນ​ຄັບຣີເອນ​ມາ​ຫາ​ມາຣິອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ທູດສະຫວັນມາຢາມມາລີ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 2

ບົດ 2

ພະອົງ​ໄດ້​ຮັບ​ກຽດ​ກ່ອນ​ປະສູດ

ຫຼັງ​ຈາກ​ທູດ​ສະຫວັນ​ຄາບລິເອນ​ບອກ​ກັບ​ມາລີ​ຍິງ​ສາວ​ວ່າ ນາງ​ຈະ​ໃຫ້​ກຳເນີດ​ບຸດ​ຊາຍ ຜູ້​ທີ່​ຈະ​ມາ​ເປັນ​ກະສັດ​ອົງ​ຕະຫຼອດ​ໄປ ມາລີ​ຖາມ​ວ່າ “ການ​ນີ້​ຈະ​ບັງເກີດ​ມາ​ຢ່າງ​ໃດ ເຫດ​ວ່າ​ຂ້າພະເຈົ້າ​ບໍ່​ຮ່ວມ​ຮູ້​ຊາຍ​ສັກ​ຄົນ”?

ຄາບລິເອນ​ອະທິບາຍ​ວ່າ “ພະ​ວິນຍານ​ບໍລິສຸດ​ຈະ​ລົງ​ມາ​ເທິງ​ນາງ ແລະ​ລິດເດດ​ແຫ່ງ​ພະເຈົ້າ​ອົງ​ທີ່​ສູງ​ສຸດ​ຈະ​ປົກ​ບັງ​ນາງ​ດ້ວຍ​ເງົາ​ຂອງ​ພະອົງ ເຫດ​ສັນນີ້ ສິ່ງ​ບໍລິສຸດ​ທີ່​ຈະ​ເກີດ​ນັ້ນ​ຈະ​ເປັນ​ທີ່​ເອີ້ນ​ຊື່​ວ່າ​ພະ​ບຸດ​ຂອງ​ພະເຈົ້າ.”

ເພື່ອ​ຊ່ວຍ​ໃຫ້​ມາລີ​ຫາຍ​ຄວາມ​ຂ້ອງ​ໃຈ ຄາບລິເອນ​ກ່າວ​ຕໍ່​ໄປ​ວ່າ “ຈົ່ງ​ເບິ່ງ ນາງ​ເອລີຊາເບດ​ພີ່​ນ້ອງ​ຂອງ​ເຈົ້າ​ໄດ້​ທົງ​ຄັບ​ທັງ​ມວນ​ເວລາ​ເຖົ້າ​ແລ້ວ ແລະ​ດຽວ​ນີ້​ເປັນ​ເດືອນ​ທີ​ຫົກ​ຂອງ​ຜູ້​ຍິງ​ນັ້ນ ທີ່​ເຂົາ​ເວົ້າ​ວ່າ​ເປັນ​ຍິງ​ໝັນ. ເຫດ​ວ່າ ບໍ່​ມີ​ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ພະເຈົ້າ​ຈະ​ກະທຳ​ບໍ່​ໄດ້.”

ມາລີ​ເຊື່ອ​ຄາບລິເອນ​ແລະ​ນາງ​ຕອບ​ຮັບ​ຢ່າງ​ໃດ? ນາງ​ກ່າວ​ວ່າ “ຂ້າພະເຈົ້າ​ເປັນ​ຍິງ​ໃຊ້​ຂອງ​ພະ​ເຢໂຫວາ ຂໍ​ໃຫ້​ບັງເກີດ​ແກ່​ຂ້າພະເຈົ້າ​ຕາມ​ຖ້ອຍ​ຄຳ​ຂອງ​ອົງ [“ທ່ານ,” ລ.ມ.].”

ຫຼັງ​ຈາກ​ຄາບລິເອນ​ຈາກ​ໄປ​ບໍ່​ດົນ​ມາລີ​ອອກ​ໄປ​ຢາມ​ເອລີຊາເບດ​ເຊິ່ງ​ຢູ່​ກັບ​ສາມີ​ໃນ​ແຖບ​ພູເຂົາ​ຂອງ​ແຂວງ​ຢູດາ. ຈາກ​ບ້ານ​ຂອງ​ມາລີ​ໃນ​ນາຊາເລດ​ເປັນ​ໄລຍະ​ທາງ​ໄກ ອາດ​ຈະ​ໃຊ້​ເວລາ​ເດີນ​ທາງ​ສາມ​ສີ່​ມື້.

ໃນ​ທີ່​ສຸດ​ເມື່ອ​ມາລີ​ມາ​ເຖິງ​ບ້ານ​ຂອງ​ຊະຄາເລຍ ນາງ​ເຂົ້າ​ໄປ​ແລະ​ທັກທາຍ. ຂະນະ​ນັ້ນ​ເອລີຊາເບດ​ເຕັມ​ດ້ວຍ​ພະ​ວິນຍານ​ບໍລິສຸດ​ແລະ​ເວົ້າ​ກັບ​ມາລີ​ວ່າ “ນາງ​ເປັນ​ຜູ້​ຮັບ​ຄວາມ​ພອນ​ໃນ​ທ່າມກາງ​ພວກ​ຍິງ​ທັງ​ປວງ ແລະ​ລູກ​ໃນ​ທ້ອງ​ຂອງ​ນາງ​ກໍ​ເປັນ​ທີ່​ຮັບ​ຄວາມ​ພອນ​ດ້ວຍ ແລະ​ແມ່​ຂອງ​ພະອົງ​ເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ມາ​ຫາ​ຂ້າພະເຈົ້າ ການ​ນີ້​ໂປດ​ແກ່​ຂ້າພະເຈົ້າ​ແຕ່​ທີ່​ໃດ. ເຫດ​ວ່າ ຈົ່ງ​ເບິ່ງ ຕັ້ງ​ແຕ່​ສຽງ​ຄວາມ​ຄຳນັບ​ຂອງ​ນາງ​ໄດ້​ເຖິງ​ຫູ​ຂ້າພະເຈົ້າ ລູກ​ອ່ອນ​ໃນ​ທ້ອງ​ຂ້າພະເຈົ້າ​ໄດ້​ດີ້ນ​ດ້ວຍ​ຄວາມ​ຍິນດີ.”

ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ມາລີ​ຕອບ​ດ້ວຍ​ຄວາມ​ຂອບຄຸນ​ຈາກ​ໃຈ​ຈິງ​ວ່າ “ຈິດໃຈ​ຂອງ​ຂ້າພະເຈົ້າ​ສັນລະເສີນ​ຍົກ​ຍໍ​ພະ​ເຢໂຫວາ. ແລະ​ຈິດວິນຍານ​ຂອງ​ຂ້າພະເຈົ້າ​ໄດ້​ຊົມຊື່ນ​ຍິນດີ​ໃນ​ພະເຈົ້າ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ. ເຫດ​ວ່າ​ພະເຈົ້າ​ໄດ້​ເບິ່ງ​ທີ່​ຍາກ​ຕ່ຳ​ແຫ່ງ​ຍິງ​ໃຊ້​ຂອງ​ພະອົງ ເຫດ​ວ່າ​ຈົ່ງ​ເບິ່ງ ຕັ້ງ​ແຕ່​ນີ້​ໄປ ເຊື້ອ​ຊາດ​ທັງ​ປວງ​ຈະ​ກ່າວ​ວ່າ ຂ້າພະເຈົ້າ​ເປັນ​ສຸກ​ຫຼາຍ ເພາະ​ວ່າ​ພະເຈົ້າ​ອົງ​ທີ່​ມີ​ລິດເດດ​ໄດ້​ກະທຳ​ການ​ອັນ​ໃຫຍ່​ສຳລັບ​ຂ້າພະເຈົ້າ.” ເຖິງ ແມ່ນ​ວ່າ​ມາລີ​ໄດ້​ຮັບ​ຄວາມ​ໂປດປານ​ຫຼາຍ ນາງ​ໃຫ້​ກຽດ​ທັງ​ສິ້ນ​ແດ່​ພະເຈົ້າ. ນາງ​ກ່າວ​ວ່າ “ນາມ​ຊື່​ຂອງ​ພະອົງ​ເປັນ​ບໍລິສຸດ ແລະ​ຄວາມ​ອີດູ​ຂອງ​ພະອົງ​ມີ​ແກ່​ຄົນ​ທັງ​ຫຼາຍ​ທີ່​ຢ້ານຢຳ​ພະເຈົ້າ ແຕ່​ເຊື້ອ​ຊາດ​ນີ້​ເຖິງ​ເຊື້ອ​ຊາດ​ນັ້ນ​ສືບໆ ໄປ.”

ມາລີ​ສັນລະເສີນ​ພະເຈົ້າ​ຕໍ່​ໄປ​ດ້ວຍ​ຄຳເພງ​ເຊີງ​ພະຍາກອນ​ຈາກ​ການ​ດົນ​ໃຈ​ນາງ​ກ່າວ​ວ່າ “ພະອົງ​ໄດ້​ສຳແດງ​ລິດເດດ​ດ້ວຍ​ແຂນ​ຂອງ​ພະອົງ ແລະ​ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ຄິດ​ຈອງຫອງ​ໃນ​ໃຈ ພະອົງ​ໄດ້​ກະທຳ​ໃຫ້​ພັດ​ພາກ​ຈາກ​ກັນ. ຄົນ​ທັງ​ຫຼາຍ​ທີ່​ມີ​ອຳນາດ ພະອົງ​ໄດ້​ກະທຳ​ໃຫ້​ລົງ​ຈາກ​ພະ​ທີ່​ນັ່ງ​ຂອງ​ເຂົາ ແລະ​ຜູ້​ເລັກ​ນ້ອຍ ພະອົງ​ໄດ້​ຍົກ​ຂຶ້ນ. ຜູ້​ທີ່​ມີ​ຄວາມ​ອຶດຢາກ ພະອົງ​ໄດ້​ໃຫ້​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ຜູ້​ມັ່ງ​ມີ ພະອົງ​ໄດ້​ໃຫ້​ອອກ​ໄປ​ມື​ເປົ່າ. ພະອົງ​ໄດ້​ຊ່ອຍ​ພວກ​ຍິດສະລາເອນ​ຂ້າ​ໃຊ້​ຂອງ​ພະອົງ ເພື່ອ​ຈະ​ໄດ້​ຈື່​ຄວາມ​ອີດູ​ຂອງ​ພະອົງ. ສຳລັບ​ອັບລາຫາມ​ແລະ​ເຊື້ອ​ສາຍ​ຂອງ​ທ່ານ​ສືບໆ ໄປ​ເປັນ​ນິດ ຕາມ​ພະອົງ​ໄດ້​ປາກ​ແກ່​ພວກ​ປູ່​ຍ່າ​ຕາ​ນາຍ​ຂອງ​ຫມູ່​ເຮົາ.”

ມາລີ​ພັກ​ເຊົາ​ນຳ​ເອລີຊາເບດ​ປະມານ​ສາມ​ເດືອນ ແລະ​ນາງ​ຄົງ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ຫຼາຍ​ໃນ​ຕອນ​ເອລີຊາເບດ​ຄັນ​ແກ່​ໃກ້​ຈະ​ຄອດ. ນັບ​ວ່າ​ເປັນ​ການ​ດີ​ອີ່ຫຼີ​ທີ່​ຍິງ​ຜູ້​ສັດ​ຊື່​ສອງ​ຄົນ​ນີ້​ເຊິ່ງ​ຕັ້ງ​ຄັນ​ດ້ວຍ​ລິດເດດ​ຂອງ​ພະເຈົ້າ​ມີ​ໂອກາດ​ຢູ່​ນຳ​ກັນ​ໃນ​ໄລຍະ​ທີ່​ຊີວິດ​ທັງ​ສອງ​ຄົນ​ໄດ້​ຮັບ​ພະ​ພອນ.

ເຈົ້າ​ສັງເກດ​ວ່າ​ພະ​ເຍຊູ​ໄດ້​ຮັບ​ກຽດ​ແມ່ນ​ແຕ່​ກ່ອນ​ພະອົງ​ປະສູດ​ເສຍ​ອີກ​ບໍ? ເອລີຊາເບດ​ເອີ້ນ​ພະອົງ​ວ່າ “ພະອົງ​ເຈົ້າ​ຂອງ​ຂ້າພະເຈົ້າ” ແລະ​ລູກ​ໃນ​ທ້ອງ​ຂອງ​ນາງ​ດີ້ນ​ດ້ວຍ​ຄວາມ​ຍິນດີ​ເມື່ອ​ມາລີ​ມາ​ຮອດ. ໃນ​ທາງ​ກົງ​ກັນ​ຂ້າມ ຄົນ​ອື່ນໆ ປະຕິບັດ​ຕໍ່​ມາລີ​ແລະ​ບຸດ​ທີ່​ພວມ​ຈະ​ເກີດ​ນັ້ນ​ຢ່າງ​ຂາດ​ຄວາມ​ນັບຖື ດັ່ງ​ທີ່​ເຮົາ​ຈະ​ເຫັນ. ລຶກາ 1:26-56.

▪ ເພື່ອ​ຊ່ອຍ​ມາລີ​ໃຫ້​ເຂົ້າ​ໃຈ​ວ່າ​ນາງ​ຈະ​ຕັ້ງ​ຄັນ​ໄດ້​ຢ່າງ​ໃດ ຄາບລິເອນ​ຈຶ່ງ​ເວົ້າ​ຫຍັງ?

▪ ພະ​ເຍຊູ​ໄດ້​ຮັບ​ກຽດ​ຢ່າງ​ໃດ​ກ່ອນ​ພະອົງ​ປະສູດ?

▪ ມາລີ​ກ່າວ​ຢ່າງ​ໃດ​ໃນ​ຄຳເພງ​ເຊີງ​ພະຍາກອນ​ເພື່ອ​ສັນລະເສີນ​ພະເຈົ້າ?

▪ ມາລີ​ພັກ​ເຊົາ​ນຳ​ເອລີຊາເບດ​ດົນ​ປານ​ໃດ ແລະ​ເພາະ​ເຫດ​ໃດ​ຈຶ່ງ​ເໝາະ​ທີ່​ມາລີ​ຢູ່​ກັບ​ເອລີຊາເບດ​ໃນ​ໄລຍະ​ນັ້ນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌