ບົດ 4
ຕັ້ງຄັນທັງທີ່ຍັງບໍ່ແຕ່ງດອງ
ມາລີໄດ້ຕັ້ງຄັນເປັນເດືອນທີສາມແລ້ວ. ເຈົ້າຄົງຈະຈື່ໄດ້ວ່າຕອນທີ່ຄັນຍັງອ່ອນນາງໄດ້ໄປຢູ່ກັບເອລີຊາເບດ ແຕ່ຕອນນີ້ນາງກັບມາຢູ່ບ້ານທີ່ເມືອງນາຊາເລດ. ອີກບໍ່ດົນການຖືພາຂອງນາງຈະເປັນທີ່ຮູ້ເຫັນກັນທົ່ວທີ່ບ້ານເກີດຂອງນາງ. ນາງຈຶ່ງຕົກຢູ່ໃນສະພາບທຸກໃຈຫຼາຍອີ່ຫຼີ!
ສິ່ງທີ່ເຮັດໃຫ້ສະພາບການຍິ່ງຮ້າຍແຮງຂຶ້ນກໍຄືວ່າມາລີໝັ້ນໄວ້ແລ້ວທີ່ຈະເປັນພັນລະຍາໂຍເຊບຜູ້ເປັນຊ່າງໄມ້. ແລະນາງຮູ້ດີວ່າ ຕາມກົດໝາຍທີ່ພະເຈົ້າປະທານໃຫ້ກັບຊາດຍິດສະລາເອນນັ້ນ ຜູ້ຍິງທີ່ໝັ້ນໄວ້ກັບຊາຍຄົນໜຶ່ງແຕ່ໄດ້ຍອມມີເພດສຳພັນກັບຊາຍອີກຜູ້ໜຶ່ງຈະຕ້ອງຖືກຫີນຄວ່າງໃຫ້ຕາຍ. ນາງຈະຊີ້ແຈງເລື່ອງການຕັ້ງຄັນກັບໂຍເຊບໄດ້ຢ່າງໃດ?
ເນື່ອງຈາກມາລີໄດ້ຈາກບ້ານໄປຕັ້ງສາມເດືອນ ເຮົາແນ່ໃຈໄດ້ວ່າໂຍເຊບຄົງຢາກພົບນາງຫຼາຍ. ເມື່ອພວກເຂົາພົບກັນ ມາລີຄົງຈະເປັນຝ່າຍບອກຂ່າວໃຫ້ເຂົາຮູ້. ນາງອາດຈະພະຍາຍາມຢ່າງດີທີ່ສຸດທີ່ຈະຊີ້ແຈງວ່າການຕັ້ງຄັນຂອງນາງເປັນໂດຍພະວິນຍານບໍລິສຸດຂອງພະເຈົ້າ. ແຕ່ເຈົ້າຄົງຈິນຕະນາການໄດ້ວ່າ ນີ້ເປັນເລື່ອງເຊື່ອຍາກສຳລັບໂຍເຊບ.
ໂຍເຊບເອງຮູ້ວ່າມາລີມີຊື່ສຽງດີ. ແລະປາກົດວ່າເຂົາຮັກນາງຫຼາຍອີ່ຫຼີ. ແຕ່ບໍ່ວ່ານາງຈະອ້າງເຫດຜົນແນວໃດກໍຕາມ ຍັງເບິ່ງຄືວ່ານາງຕັ້ງຄັນກັບຊາຍອື່ນ. ແມ່ນວ່າຈະເປັນເຊັ່ນນັ້ນ ໂຍເຊບບໍ່ຢາກໃຫ້ນາງຖືກຫີນຄວ່າງຕາຍຫຼືອັບອາຍຂາຍໜ້າຕໍ່ໜ້າຄົນທົ່ວໄປ. ດັ່ງນັ້ນເຂົາຕັດສິນໃຈຈະຢ່າຮ້າງກັບນາງຢ່າງລັບໆ. ຄົນໃນສະໄໝນັ້ນຖືວ່າ ຄູ່ທີ່ໝັ້ນກັນໄວ້ມີຖານະຄືກັບສົມລົດກັນແລ້ວ ແລະຈຳຕ້ອງຢ່າຮ້າງເພື່ອເປັນການຖອນໝັ້ນ.
ຕໍ່ມາ ຂະນະທີ່ໂຍເຊບພວມຄິ້ນຄິດເຖິງເລື່ອງນີ້ຢູ່ ເຂົາກໍຫຼັບໄປ. ທູດສະຫວັນຂອງພະເຢໂຫວາປາກົດແກ່ເຂົາໃນຄວາມຝັນແລະກ່າວວ່າ “ຢ່າຊູຢ້ານຈະເອົານາງມາລີຜູ້ເປັນເມຍຂອງທ່ານມາຢູ່ນຳທ່ານ ເຫດວ່າອັນນັ້ນທີ່ໄດ້ເກີດໃນນາງເປັນດ້ວຍພະວິນຍານບໍລິສຸດ. ແລະນາງຈະເກີດລູກຊາຍຜູ້ໜຶ່ງແລະທ່ານຈະເອີ້ນນາມຊື່ລູກນັ້ນວ່າພະເຍຊູ ດ້ວຍວ່າເປັນອົງນີ້ທີ່ຈະຊ່ອຍພວກແຫ່ງຕົນໃຫ້ພົ້ນຈາກຄວາມບາບທັງຫຼາຍຂອງເຂົາ.”
ເມື່ອໂຍເຊບຕື່ນຂຶ້ນ ເຂົາຮູ້ສຶກຍິນດີຫຼາຍພຽງໃດ! ເຂົາເຮັດຕາມສິ່ງທີ່ທູດສະຫວັນສັ່ງຢ່າງບໍ່ຊັກຊ້າ. ຈຶ່ງຮັບເອົາມາລີມາຢູ່ນຳຕົນ ການກະທຳຢ່າງເປີດເຜີຍເຊັ່ນນີ້ທີ່ຈິງກໍເປັນພິທີສົມລົດ ສະແດງໃຫ້ຮູ້ກັນວ່າ ບັດນີ້ ໂຍເຊບແລະມາລີໄດ້ສົມລົດກັນຢ່າງເປັນທາງການແລ້ວ. ແຕ່ໂຍເຊບບໍ່ໄດ້ກ່ຽວພັນທາງເພດກັບມາລີຕາບເທົ່າທີ່ພະເຍຊູຍັງຢູ່ໃນຄັນຂອງມາລີ.
ຈົ່ງເບິ່ງ! ມາລີທ້ອງແກ່ເຕັມທີແລ້ວ ແຕ່ໂຍເຊບພວມປະຄອງນາງໃຫ້ຂຶ້ນຂີ່ລາ. ເຂົາທັງສອງຈະໄປໃສ ແລະເຫດໃດເຂົາຈຶ່ງເດີນທາງຕອນທີ່ມາລີຈວນຈະຄອດລູກເຊັ່ນນີ້? ລຶກາ 1:39-41, 56; ມັດທາຽ 1:18-25; ພະບັນຍັດ 22:23, 24.
▪ ໂຍເຊບຄິດຢ່າງໃດເມື່ອຮູ້ວ່າມາລີຕັ້ງຄັນ ແລະຍ້ອນຫຍັງ?
▪ ໂຍເຊບຈະຢ່າຮ້າງມາລີຢ່າງໃດໃນເມື່ອເຂົາຍັງບໍ່ໄດ້ສົມລົດກັນເທື່ອ?
▪ ການກະທຳຢ່າງເປີດເຜີຍເຊັ່ນໃດເຊິ່ງຈະເປັນພິທີສົມລົດຢ່າງຖືກຕ້ອງຂອງໂຍເຊບແລະມາລີ?