ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 17
  • ການ​ສອນ​ນິ​ໂກເດມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ສອນ​ນິ​ໂກເດມ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ຕັ້ງໃຈ
    ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ພວກ​ເຂົາ​ຈັບ​ພະອົງ​ບໍ່​ສຳເລັດ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 17

ບົດ 17

ການ​ສອນ​ນິ​ໂກເດມ

ລະຫວ່າງ​ພະ​ເຍຊູ​ເຂົ້າ​ຮ່ວມ​ການ​ສະຫຼອງ​ປັດສະຄາ​ປີ​ສາກົນ​ສັກກະຫຼາດ 30 ພະອົງ​ກະທຳ​ການ​ອັດສະຈັນ​ອັນ​ໜ້າ​ປະຫຼາດ​ຫຼາຍ​ປະການ. ດ້ວຍ​ເຫດ​ນີ້​ຫຼາຍ​ຄົນ​ຈຶ່ງ​ເຊື່ອ​ໃນ​ພະອົງ. ນິໂກເດມ ສະມາຊິກ​ສານ​ສູງ​ຂອງ​ຊາດ​ຢິວ​ຮູ້ສຶກ​ປະທັບ​ໃຈ​ແລະ​ຢາກ​ຮູ້​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ເຂົາ​ມາ​ຫາ​ພະ​ເຍຊູ​ໃນ​ຍາມ​ຄ່ຳ​ມືດ​ເດິກ​ດຶ່ນ ອາດ​ເປັນ​ເພາະ​ຢ້ານ​ຈະ​ເສຍ​ຊື່ສຽງ​ໃນ​ທ່າມກາງ​ພວກ​ຜູ້​ນຳ​ຊາວ​ຢິວ​ຫາກ​ມີ​ຄົນ​ເຫັນ​ເຂົາ.

ເຂົາ​ທູນ​ວ່າ “ພະ​ອາຈານ​ເຈົ້າ​ຂ້າ​ພວກ​ຂ້າພະເຈົ້າ​ຮູ້​ວ່າ​ທ່ານ​ເປັນ​ຄູ​ສອນ​ມາ​ແຕ່​ພະເຈົ້າ ເຫດ​ວ່າ​ບໍ່​ມີ​ຜູ້​ໃດ​ອາດ​ກະທຳ​ການ​ສຳຄັນ​ທີ່​ທ່ານ​ໄດ້​ກະທຳ​ນັ້ນ​ໄດ້ ເວັ້ນ​ໄວ້​ພະເຈົ້າ​ສະຖິດ​ຢູ່​ນຳ​ຜູ້​ນັ້ນ.” ພະ​ເຍຊູ​ຕອບ​ນິໂກເດມ​ວ່າ ເພື່ອ​ຄົນ​ເຮົາ​ຈະ​ເຂົ້າ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ​ໄດ້ ເຂົາ​ຕ້ອງ “ເກີດ​ໃໝ່​ມາ​ອີກ.”

ແຕ່​ວ່າ​ຄົນ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ນິໂກເດມ​ຖາມ​ວ່າ “ເພິ່ນ​ຈະ​ເຂົ້າ​ໄປ​ອີກ​ໃນ​ທ້ອງ​ແມ່​ແຫ່ງ​ຕົນ​ແລະ​ເກີດ​ໄດ້​ຫຼື”?

ບໍ່ ການ​ເກີດ​ໃໝ່​ມາ​ອີກ​ບໍ່​ໄດ້​ໝາຍ​ຄວາມ​ຢ່າງ​ນັ້ນ. ພະ​ເຍຊູ​ຊີ້​ແຈງ​ວ່າ “ຖ້າ​ຜູ້​ໜຶ່ງ​ຜູ້​ໃດ​ບໍ່​ເກີດ​ແຕ່​ນ້ຳ​ແລະ​ແຕ່​ພະ​ວິນຍານ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະເຈົ້າ​ບໍ່​ໄດ້.” ເມື່ອ​ພະ​ເຍຊູ​ຮັບ​ບັບເຕມາ​ແລະ​ມີ​ພະ​ວິນຍານ​ບໍລິສຸດ​ລົງ​ມາ​ສະຖິດ​ກັບ​ພະອົງ ພະອົງ​ຈຶ່ງ​ເກີດ “ແຕ່​ນ້ຳ​ແລະ​ແຕ່​ພະ​ວິນຍານ.” ໂດຍ​ຄຳ​ຖະແຫຼງ​ຈາກ​ສະຫວັນ​ທີ່​ວ່າ “ພະອົງ​ນີ້​ເປັນ​ພະບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ” ພະເຈົ້າ​ຈຶ່ງ​ປະກາດ​ວ່າ ພະອົງ​ໄດ້​ໃຫ້​ກຳເນີດ​ບຸດ​ຝ່າຍ​ວິນຍານ ເຊິ່ງ​ມີ​ຄວາມ​ຫວັງ​ຈະ​ເຂົ້າ​ໄປ​ໃນ​ລາຊະອານາຈັກ​ຝ່າຍ​ສະຫວັນ. ຕໍ່​ມາ ໃນ​ວັນ​ເພນເຕກອດ​ປີ​ສາກົນ​ສັກກະຫຼາດ 33 ຜູ້​ອື່ນ​ທີ່​ຮັບ​ບັບເຕມາ​ແລ້ວ​ຈະ​ໄດ້​ຮັບ​ພະ​ວິນຍານ​ບໍລິສຸດ ແລະ​ຈຶ່ງ​ຈະ​ບັງເກີດ​ໃໝ່​ເປັນ​ບຸດ​ຝ່າຍ​ວິນຍານ​ຂອງ​ພະເຈົ້າ.

ແຕ່​ບົດບາດ​ຂອງ​ບຸດ​ອົງ​ພິເສດ​ນີ້​ເຊິ່ງ​ໄດ້​ເກີດ​ເປັນ​ມະນຸດ​ເປັນ​ເລື່ອງ​ສຳຄັນ. ພະ​ເຍຊູ​ບອກ​ນິໂກເດມ​ວ່າ “ທ່ານ​ໂມເຊ​ໄດ້​ຍົກ​ງູ​ຂຶ້ນ​ໃນ​ປ່າ​ດິນ​ຊາຍ​ຢ່າງ​ໃດ ບຸດ​ມະນຸດ​ຕ້ອງ​ເປັນ​ທີ່​ຍົກ​ຍໍ​ຂຶ້ນ​ຢ່າງ​ນັ້ນ. ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະອົງ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” ແມ່ນ​ແລ້ວ ດັ່ງ​ເຊັ່ນ​ຊົນຊາດ​ຍິດສະລາເອນ​ທີ່​ຖືກ​ງູ​ພິດ​ຂົບ​ຕ້ອງ​ມອງ​ເບິ່ງ​ງູ​ທອງແດງ​ເພື່ອ​ຈະ​ລອດ​ຊີວິດ ມະນຸດ​ທັງ​ປວງ​ຈຳຕ້ອງ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ບຸດ​ຂອງ​ພະເຈົ້າ​ເພື່ອ​ພົ້ນ​ຈາກ​ສະພາບ​ທີ່​ຕ້ອງ​ຕາຍ​ເຊັ່ນ​ກັນ.

ເພື່ອ​ເນັ້ນ​ເຖິງ​ບົດບາດ​ທີ່​ສະທ້ອນ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ ພະ​ເຍຊູ​ບອກ​ນິໂກເດມ​ຕໍ່​ໄປ​ວ່າ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” ສະນັ້ນ ທີ່​ກຸງ​ເຢຣຶຊາເລມ​ນີ້​ແຫຼະ ພຽງ​ແຕ່​ຫົກ​ເດືອນ​ຕັ້ງ​ແຕ່​ພະອົງ​ໄດ້​ເລີ່ມ​ງານ​ຮັບໃຊ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຊັດເຈນ​ວ່າ ພະອົງ​ເປັນ​ຜູ້​ທີ່​ພະເຈົ້າ​ຈັດ​ໄວ້​ເພື່ອ​ຊ່ອຍ​ມະນຸດ​ໃຫ້​ລອດ.

ພະ​ເຍຊູ​ຊີ້​ແຈງ​ກັບ​ນິໂກເດມ​ຕໍ່​ໄປ​ວ່າ “ເພາະ​ວ່າ​ພະເຈົ້າ​ໄດ້​ໃຊ້​ພະ​ບຸດ​ຂອງ​ພະອົງ​ມາ​ໃນ​ໂລກ ບໍ່​ໃຊ່​ຈະ​ຕັດສິນ​ມະນຸດສະໂລກ” ນັ້ນ​ບໍ່​ແມ່ນ​ການ​ພິພາກສາ​ຢ່າງ​ໃຫ້​ຜົນ​ຮ້າຍ ຫຼື​ຕັດສິນ​ວ່າ​ມີ​ໂທດ ຕັດສິນ​ມະນຸດ​ຊາດ​ໃຫ້​ພິນາດ​ໄປ. ແທນ​ທີ່​ຈະ​ເປັນ​ດັ່ງ​ນັ້ນ ດັ່ງ​ທີ່​ພະ​ເຍຊູ​ກ່າວ​ໄວ້ ພະອົງ​ຖືກ​ໃຊ້​ມາ “ເພື່ອ​ມະນຸດສະໂລກ​ຈະ​ໄດ້​ພົ້ນ​ດ້ວຍ​ພະ​ບຸດ​ນັ້ນ.”

ນິໂກເດມ​ມາ​ຫາ​ພະ​ເຍຊູ​ໃນ​ຕອນ​ຄ່ຳ​ມືດ​ດ້ວຍ​ຄວາມ​ຢ້ານ. ດັ່ງ​ນັ້ນ​ຈຶ່ງ​ໜ້າ​ສົນ​ໃຈ​ທີ່​ພະ​ເຍຊູ​ຈົບ​ການ​ສົນທະນາ​ກັບ​ເຂົາ​ໂດຍ​ກ່າວ​ວ່າ “ອັນ​ໜຶ່ງ​ການ​ຕັດສິນ​ເປັນ​ອັນ​ນີ້ ວ່າ​ແຈ້ງ​ໄດ້​ລົງ​ມາ​ໃນ​ໂລກ ແລະ​ຄົນ​ທັງ​ຫຼາຍ​ໄດ້​ຮັກ​ມືດ​ຫຼາຍ​ກວ່າ​ແຈ້ງ ເຫດ​ວ່າ​ກິດຈະການ​ຂອງ​ເຂົາ​ເປັນ​ອັນ​ຊົ່ວ​ຮ້າຍ. ເພາະ​ວ່າ​ຄົນ​ທຸກ​ຄົນ​ທີ່​ກະທຳ​ການ​ອັນ​ຊົ່ວ​ຮ້າຍ ກໍ​ກຽດ​ຊັງ​ແຈ້ງ ແລະ​ບໍ່​ມາ​ຫາ​ແຈ້ງ​ຢ້ານ​ວ່າ​ກິດຈະການ​ແຫ່ງ​ຕົນ​ຈະ​ຖືກ​ຕິຕຽນ. ແຕ່​ວ່າ​ຜູ້​ທີ່​ກະທຳ​ຄວາມ​ຈິງ ກໍ​ມາ​ຫາ​ແຈ້ງ ເພື່ອ​ກິດຈະການ​ແຫ່ງ​ຕົນ​ຈະ​ປາກົດ​ວ່າ ເປັນ​ຕາມ​ພະເຈົ້າ.” ໂຍຮັນ 2:23–3:21; ມັດທາຽ 3:16, 17; ກິດຈະການ 2:1-4; ຈົດເຊັນບັນຊີ 21:9.

▪ ມີ​ອັນ​ໃດ​ກະຕຸ້ນ​ໃຫ້​ນິໂກເດມ​ໄປ​ຫາ​ພະ​ເຍຊູ ແລະ​ເຫດ​ໃດ​ເຂົາ​ຈຶ່ງ​ໄປ​ໃນ​ຍາມ​ຄ່ຳ​ມືດ​ແລ້ວ?

▪ ການ “ເກີດ​ໃໝ່​ມາ​ອີກ” ໝາຍ​ຄວາມ​ວ່າ​ຢ່າງ​ໃດ?

▪ ພະ​ເຍຊູ​ຊີ້​ແຈງ​ຢ່າງ​ໃດ​ເຖິງ​ບົດບາດ​ຂອງ​ພະອົງ​ໃນ​ການ​ໃຫ້​ຄວາມ​ລອດ​ແກ່​ເຮົາ?

▪ ທີ່​ວ່າ​ພະ​ເຍຊູ​ບໍ່​ໄດ້​ມາ​ເພື່ອ​ພິພາກສາ​ໂລກ​ນັ້ນ​ໝາຍ​ຄວາມ​ຢ່າງ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌