ບົດ 18
ໂຍຮັນລົດນ້ອຍລົງ ພະເຍຊູເພີ່ມພູນຂຶ້ນ
ຫຼັງການສະຫຼອງປັດສະຄາປີສາກົນສັກກະຫຼາດ 30 ພະເຍຊູແລະສາວົກຂອງພະອົງໄດ້ອອກຈາກກຸງເຢຣຶຊາເລມ. ຢ່າງໃດກໍຕາມ ເຂົາບໍ່ເມືອບ້ານຂອງເຂົາໃນແຂວງຄາລິເລແຕ່ໄປແຂວງຢູເດ ເຊິ່ງທີ່ນັ້ນເຂົາໃຫ້ຄົນຮັບບັບເຕມາ. ໂຍຮັນຜູ້ໃຫ້ບັບເຕມາເຮັດງານດຽວກັນນີ້ໄດ້ປະມານໜຶ່ງປີແລ້ວ ແລະທ່ານຍັງມີລູກສິດຮ່ວມສົມທົບກັບທ່ານ.
ທີ່ຈິງ ພະເຍຊູເອງບໍ່ໄດ້ໃຫ້ບັບເຕມາແກ່ໃຜເລີຍ ແຕ່ສາວົກຂອງພະອົງໄດ້ໃຫ້ບັບເຕມາຕາມຄຳສັ່ງຂອງພະອົງ. ບັບເຕມາທີ່ພວກສາວົກໃຫ້ນັ້ນ ມີຄວາມໝາຍເຊັ່ນດຽວກັນກັບບັບເຕມາທີ່ໂຍຮັນເຮັດ ຄືສະແດງເຖິງການປ່ຽນໃຈໃໝ່ຂອງພວກຢິວທີ່ໄດ້ລະເມີດກົດບັນຍັດຂອງພະເຈົ້າ. ຢ່າງໃດກໍດີ ພາຍຫຼັງພະອົງຄືນພະຊົນແລ້ວ ພະເຍຊູສັ່ງສາວົກຂອງພະອົງໃຫ້ບັບເຕມາເຊິ່ງມີຄວາມໝາຍແຕກຕ່າງກັນ. ການບັບເຕມາຂອງຄລິດສະຕຽນໃນສະໄໝນີ້ເປັນເຄື່ອງໝາຍສະແດງວ່າຄົນນັ້ນໄດ້ອຸທິດຕົວເພື່ອຮັບໃຊ້ພະເຈົ້າພະເຢໂຫວາ.
ຢ່າງໃດກໍດີ ໃນຕອນຕົ້ນໆ ແຫ່ງການຮັບໃຊ້ຂອງພະເຍຊູ ທັງໂຍຮັນແລະພະເຍຊູ ແມ່ນວ່າຈະທຳງານຄົນລະບ່ອນ ກໍສັ່ງສອນແລະໃຫ້ບັບເຕມາແກ່ຜູ້ປ່ຽນໃຈໃໝ່. ແຕ່ລູກສິດຂອງໂຍຮັນເກີດອິດສາແລະຟ້ອງພະເຍຊູຕໍ່ທ່ານວ່າ “ອາຈານເອີຍ . . . ຜູ້ນັ້ນກຳລັງໃຫ້ຮັບບັບຕິສະມາ ແລະຄົນທັງປວງກໍພາກັນໄປຫາເພິ່ນ.” (ປ.ມ.)
ແທນທີ່ຈະອິດສາ ໂຍຮັນຍິນດີກັບຄວາມສຳເລັດຂອງພະເຍຊູແລະຢາກໃຫ້ລູກສິດຂອງທ່ານຍິນດີດ້ວຍ. ທ່ານເຕືອນເຂົາວ່າ “ທ່ານທັງຫຼາຍເອງເປັນພີຍານຝ່າຍເຮົາ ທີ່ເຮົາໄດ້ກ່າວວ່າ ເຮົາບໍ່ເປັນພະຄລິດ ແຕ່ວ່າເຮົາໄດ້ຮັບໃຊ້ໄປຕໍ່ໜ້າພະອົງ.” ແລ້ວໂຍຮັນໃຊ້ອຸປະມາທີ່ໜ້າປະທັບໃຈວ່າ “ຜູ້ທີ່ມີເຈົ້າສາວເປັນເຈົ້າບ່າວ ແຕ່ວ່າສ່ຽວຂອງເຈົ້າບ່າວທີ່ຢືນຢູ່ແລະຍິນເພື່ອນກໍໄດ້ຊົມຊື່ນດ້ວຍຄວາມຍິນດີ ເພາະດ້ວຍສຽງປາກຂອງເຈົ້າບ່າວ ເຫດສັນນີ້ຄວາມຍິນດີຂອງເຮົານີ້ກໍໄດ້ຄົບແລ້ວ.”
ໂຍຮັນ ໃນຖານະເພື່ອນຂອງເຈົ້າບ່າວ ຮູ້ສຶກຍິນດີເມື່ອຫົກເດືອນກ່ອນໜ້ານັ້ນຕອນທີ່ທ່ານແນະນຳລູກສິດໃຫ້ຮູ້ຈັກພະເຍຊູ. ບາງຄົນໃນລູກສິດເຫຼົ່ານັ້ນເຂົ້າມາມີຄວາມຫວັງຈະໄດ້ເປັນສະມາຊິກແຫ່ງເຈົ້າສາວພາກສະຫວັນຂອງພະຄລິດເຊິ່ງປະກອບດ້ວຍຄລິດສະຕຽນທີ່ຖືກເຈີມດ້ວຍພະວິນຍານ. ໂຍຮັນຕ້ອງການໃຫ້ລູກສິດທີ່ຍັງຢູ່ກັບທ່ານຕິດຕາມພະເຍຊູໄປ ເນື່ອງຈາກຈຸດປະສົງຂອງທ່ານແມ່ນການກຽມທາງໄວ້ສຳລັບງານຮັບໃຊ້ທີ່ສຳເລັດຜົນຂອງພະເຍຊູ. ດັ່ງເຊັ່ນໂຍຮັນຜູ້ໃຫ້ບັບເຕມາຊີ້ແຈງວ່າ “ພະອົງຕ້ອງຈະຈຳເລີນຂຶ້ນ ແລະເຮົາຕ້ອງຈະຖອຍນ້ອຍລົງ.”
ໂຍຮັນ ສາວົກໃໝ່ຂອງພະເຍຊູ ຜູ້ເຊິ່ງກ່ອນໜ້ານັ້ນເຄີຍເປັນສາວົກຂອງໂຍຮັນຜູ້ໃຫ້ບັບເຕມາໄດ້ຂຽນເລື່ອງຕົ້ນກຳເນີດຂອງພະເຍຊູແລະບົດບາດສຳຄັນຂອງພະອົງໃນການຊ່ອຍໃຫ້ມະນຸດຊາດລອດວ່າ “ຜູ້ທີ່ມາແຕ່ຝ່າຍເທິງກໍເປັນທັງເທິງສັບພະທຸກສິ່ງ . . . ພະບິດາຮັກພະບຸດ ແລະໄດ້ປະທານສັບພະທຸກສິ່ງໄວ້ໃນມືຂອງພະບຸດນັ້ນ. ຜູ້ທີ່ເຊື່ອໃນພະບຸດນັ້ນກໍມີຊີວິດອັນຕະຫຼອດໄປເປັນນິດ ແຕ່ວ່າຜູ້ທີ່ບໍ່ເຊື່ອຟັງພະບຸດນັ້ນກໍຈະບໍ່ເຫັນຊີວິດ ແຕ່ວ່າຄວາມຄຽດຂອງພະເຈົ້າກໍຕັ້ງຢູ່ເທິງຜູ້ນັ້ນ.”
ບໍ່ດົນຫຼັງຈາກໂຍຮັນຜູ້ໃຫ້ບັບເຕມາບອກວ່າການງານຂອງທ່ານຈະລົດນ້ອຍລົງ ທ່ານຖືກເຫໂລດຈັບກຸມ. ເຫໂລດໄດ້ຮັບເອົານາງເຫໂລເດຍເມຍຂອງຟີລິບນ້ອງຊາຍຂອງຕົນມາເປັນພັນລະຍາ ແລະເມື່ອໂຍຮັນເປີດເຜີຍການກະທຳນັ້ນວ່າບໍ່ສົມຄວນ ເຫໂລດຈຶ່ງໄດ້ຈັບທ່ານໄປຕິດຄຸກ. ເມື່ອພະເຍຊູຮູ້ວ່າໂຍຮັນຖືກຈັບ ພະອົງແລະສາວົກຈຶ່ງອອກໄປຈາກແຂວງຢູເດໄປແຂວງຄາລິເລ. ໂຍຮັນ 3:22–4:3; ກິດຈະການ 19:4; ມັດທາຽ 28:19; 2 ໂກລິນໂທ 11:2; ມາລະໂກ 1:14; 6:17-20.
▪ ການໃຫ້ບັບເຕມາຕາມຄຳສັ່ງຂອງພະເຍຊູກ່ອນການຄືນຈາກຕາຍຂອງພະອົງ ນັ້ນມີຄວາມໝາຍຢ່າງໃດ? ແລະຫຼັງຈາກການຄືນຈາກຕາຍຂອງພະອົງເດ?
▪ ໂຍຮັນສະແດງໃຫ້ເຫັນຢ່າງໃດວ່າຄຳຟ້ອງຂອງລູກສິດແຫ່ງຕົນບໍ່ສົມຄວນ?
▪ ເປັນຫຍັງໂຍຮັນຈຶ່ງຖືກຈຳຄຸກ?