ບົດ 31
ເດັດຮວງເຂົ້າໃນວັນຊະບາໂຕ
ໃນບໍ່ດົນພະເຍຊູແລະເຫຼົ່າສາວົກຂອງພະອົງອອກຈາກກຸງເຢຣຶຊາເລມເພື່ອກັບໄປຄາລິເລ. ຕອນນັ້ນເປັນລະດູໃບໄມ້ປົ່ງ ແລະຕົ້ນເຂົ້າຖອດຮວງເຕັມທົ່ວທົ່ງນາ. ພວກສາວົກຮູ້ສຶກຫິວຈຶ່ງເດັດເອົາຮວງເຂົ້າມາກິນ ແຕ່ເນື່ອງຈາກມື້ນັ້ນເປັນວັນຊະບາໂຕ ບາງຄົນຈຶ່ງສັງເກດການກະທຳນັ້ນ.
ພວກຫົວໜ້າສາສະໜາໃນກຸງເຢຣຶຊາເລມຫາກໍ່ຫາເຫດຜົນຈະຂ້າພະເຍຊູໂດຍອ້າງວ່າພະອົງລະເມີດວັນຊະບາໂຕ. ບັດນີ້ພວກຟາລິຊຽນກ່າວຫາວ່າ “ຈົ່ງເບິ່ງການທີ່ພວກລູກສິດຂອງພະອົງກະທຳນັ້ນກໍບໍ່ສົມຄວນຈະກະທຳໃນວັນຊະບາໂຕ.”
ພວກຟາລິຊຽນອ້າງວ່າການເດັດຮວງເຂົ້າ ແລ້ວໃຊ້ມືນວດເອົາເມັດເຂົ້າມາກິນເປັນການເກັບກ່ຽວແລະບົດເຂົ້າ. ແຕ່ການຕີຄວາມເລື່ອງການເຮັດວຽກຢ່າງເຄັ່ງຄັດເຮັດໃຫ້ການຖືວັນຊະບາໂຕເປັນພາລະໜັກ ເຊິ່ງທີ່ແທ້ແລ້ວຄວນເປັນເວລາຂອງຄວາມຍິນດີແລະການເສີມສ້າງດ້ານຝ່າຍວິນຍານ. ດັ່ງນັ້ນ ພະເຍຊູຕອບເຂົາດ້ວຍການໃຊ້ຕົວຢ່າງໃນພະຄຳພີເພື່ອສະແດງວ່າພະເຢໂຫວາພະເຈົ້າບໍ່ປະສົງໃຫ້ປະຕິບັດກົດວັນຊະບາໂຕເຄັ່ງຈົນເກີນຄວນແບບນັ້ນ.
ພະເຍຊູກ່າວວ່າ ເມື່ອດາວິດແລະພັກພວກຂອງທ່ານຫິວ ເຂົາເຂົ້າໄປໃນຈຳໜັກອາໄສແລ້ວກິນເຂົ້າຈີ່ທີ່ຕັ້ງຖວາຍພະເຈົ້າ. ເຂົ້າຈີ່ນັ້ນຍ້າຍຈາກໂຕ໊ະຖວາຍມາໄວ້ຂ້າງນອກ ແລະໄດ້ເອົາຂອງໃໝ່ໄປໄວ້ແທນ ຕາມປົກກະຕິເຂົ້າຈີ່ນັ້ນສະຫງວນໄວ້ໃຫ້ພວກປະໂລຫິດກິນ. ແຕ່ພາຍໃຕ້ສະພາບການເຊັ່ນນັ້ນ ດາວິດກັບພັກພວກບໍ່ຖືກຕຳໜິທີ່ໄດ້ກິນເຂົ້າຈີ່ນັ້ນ.
ພະເຍຊູກ່າວອີກຕົວຢ່າງໜຶ່ງວ່າ “ທ່ານທັງຫຼາຍບໍ່ໄດ້ອ່ານຫຼື ໃນພະບັນຍັດທີ່ວ່າ ພວກປະໂລຫິດໃນວິຫານກະທຳຜິດຕໍ່ວັນຊະບາໂຕ ແລະບໍ່ມີໂທດ”? ແມ່ນແລ້ວ ແມ່ນແຕ່ໃນວັນຊະບາໂຕປະໂລຫິດຍັງຕ້ອງຂ້າສັດແລະເຮັດວຽກອື່ນໆ ໃນພະວິຫານເພື່ອຕຽມການຖວາຍສັດເປັນເຄື່ອງບູຊາ! ພະເຍຊູກ່າວວ່າ “ຢູ່ທີ່ນີ້ ມີສິ່ງໜຶ່ງໃຫຍ່ກວ່າວິຫານອີກ.”
ເພື່ອຕັກເຕືອນພວກຟາລິຊຽນ ພະເຍຊູກ່າວຕໍ່ໄປວ່າ “ຖ້າທ່ານທັງຫຼາຍໄດ້ເຂົ້າໃຈໃນຂໍ້ຄວາມນີ້ ທີ່ວ່າ ເຮົາຢາກໄດ້ຄວາມອີດູ ແລະບໍ່ແມ່ນເຄື່ອງບູຊາ. ທ່ານທັງຫຼາຍຈະບໍ່ໄດ້ກ່າວໂທດໃສ່ຄົນທີ່ບໍ່ມີຜິດ.” ແລະພະອົງສະຫລຸບວ່າ “ເພາະວ່າບຸດມະນຸດເປັນເຈົ້ານາຍແຫ່ງວັນຊະບາໂຕ.” ພະເຍຊູໝາຍເຖິງສິ່ງໃດ? ພະອົງອີງໃສ່ລາຊະອານາຈັກອັນສະຫງົບສຸກທີ່ພະອົງຈະຄອບຄອງໜຶ່ງພັນປີ.
ເປັນເວລາ 6,000 ປີແລ້ວ ທີ່ມະນຸດຊາດຕ້ອງທົນທຸກຍາກລຳບາກເຊັ່ນທາດໃຕ້ອຳນາດຊາຕານພະຍາມານ ມີຄວາມຮຸນແຮງແລະການສູ້ຮົບເປັນເຫດການປະຈຳວັນ. ໃນອີກດ້ານໜຶ່ງ ພາຍໃຕ້ການປົກຄອງຂອງພະຄລິດເຊິ່ງປຽບເປັນວັນຊະບາໂຕທີ່ວິເສດນັ້ນຈະເປັນໄລຍະເວລາພັກຜ່ອນຈາກຄວາມທຸກທໍລະມານແລະການກົດຂີ່ທຸກຢ່າງ. ມັດທາຽ 12:1-8; ພວກເລວີ 24:5-9; 1 ຊາເມິອນ 21:1-6; ຈົດເຊັນບັນຊີ 28:9; ໂອເຊ 6:6.
▪ ສາວົກຂອງພະເຍຊູຖືກກ່າວຫາໃນເລື່ອງໃດ ແລະພະເຍຊູຕອບຢ່າງໃດ?
▪ ພະເຍຊູຊີ້ໃຫ້ເຫັນເຖິງຂໍ້ຜິດພາດຫຍັງຂອງພວກຟາລິຊຽນ?
▪ ພະເຍຊູເປັນ “ເຈົ້ານາຍແຫ່ງວັນຊະບາໂຕ” ໃນທາງໃດ?