ບົດ 49
ການປະກາດທົ່ວແຂວງຄາລິເລອີກຮອບໜຶ່ງ
ເວລາສອງປີຜ່ານໄປແລ້ວທີ່ພະເຍຊູຂຸ້ນຂ້ຽວກ່ຽວກັບງານປະກາດ ດັ່ງນັ້ນ ພະອົງຈະເລີ່ມພັກຜ່ອນຢ່ອນມືແລະເຮັດຕາມສະບາຍໆ ຊັ້ນບໍ? ກົງກັນຂ້າມ ພະອົງພັດຂະຫຍາຍງານປະກາດຂອງພະອົງອອກໄປໂດຍເລີ່ມເດີນທາງໄປຄາລິເລອີກຮອບໜຶ່ງເປັນຖ້ຽວທີສາມ. ພະອົງໄດ້ໄປຢ້ຽມຢາມທຸກເມືອງແລະທຸກບ້ານໃນເຂດນັ້ນ ໄດ້ສັ່ງສອນໃນໂຮງທຳແລະປະກາດຂ່າວດີເລື່ອງລາຊະອານາຈັກ. ການເດີນທາງເທື່ອນີ້ເຮັດໃຫ້ພະອົງເຫັນຄວາມຈຳເປັນທີ່ຈະຕ້ອງປະກາດໜັກຍິ່ງກວ່າທີ່ຜ່ານໆ ມາ.
ບໍ່ວ່າພະເຍຊູເດີນທາງໄປບ່ອນໃດ ພະອົງເຫັນຝູງຊົນທີ່ມີຄວາມຕ້ອງການທີ່ຈະຮັບການປິ່ນປົວແລະການປອບໂຍນທາງຝ່າຍວິນຍານ. ເຂົາເຈົ້າຄືດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ ຖືກປອກລອກ ຖືກຄວ່າງຖິ້ມ ແລະພະອົງຮູ້ສຶກສົງສານເຂົາ. ພະອົງຈຶ່ງກ່າວຕໍ່ສາວົກວ່າ “ການກ່ຽວເຂົ້າມີມາກຫຼາຍ ແຕ່ວ່າຜູ້ທຳການກໍມີໜ້ອຍຄົນ ເຫດສັນນີ້ ທ່ານທັງຫຼາຍຈົ່ງອ້ອນວອນຂໍເຊີນພະອົງເຈົ້າແຫ່ງການກ່ຽວເຂົ້ານັ້ນ ເພື່ອພະອົງຈະໃຊ້ຄົນທັງຫຼາຍໄປທຳການໃນການກ່ຽວເຂົ້າແຫ່ງພະອົງເທີ້ນ.”
ພະເຍຊູວາງແຜນເພື່ອການປະກາດໂດຍເອີ້ນສາວົກ 12 ຄົນມາຫາເຊິ່ງໄດ້ເລືອກໄວ້ກ່ອນໜ້ານັ້ນເກືອບໜຶ່ງປີແລ້ວ. ພະອົງແບ່ງເຂົາເຈົ້າອອກເປັນກຸ່ມຜູ້ປະກາດນ້ອຍໆ ຫົກຄູ່ ແລ້ວສັ່ງວ່າ “ຢ່າຊູໄປໃນທາງແຫ່ງພວກຕ່າງປະເທດ ແລະຢ່າຊູເຂົ້າໄປໃນບ້ານເມືອງທັງຫຼາຍແຫ່ງຊາວສະມາລີ ແຕ່ວ່າ ຈົ່ງໄປຫາແພະ [“ແກະ,” ລ.ມ.] ໄທເຮືອນພວກຍິດສະລາເອນທີ່ເສຍແລ້ວກໍດີກວ່າ. ແລະເມື່ອທ່ານທັງຫຼາຍໄປ ຈົ່ງເທສະໜາປ່າວປະກາດວ່າ ແຜ່ນດິນສະຫວັນຫຍັບເຂົ້າມາໃກ້ແລ້ວ.”
ລາຊະອານາຈັກທີ່ເຂົາເຈົ້າຕ້ອງປະກາດນັ້ນ ແມ່ນລາຊະອານາຈັກທີ່ພະເຍຊູສອນໃຫ້ອະທິດຖານຂໍຕາມທີ່ມີໃນຄຳອະທິດຖານແບບຢ່າງ. ລາຊະອານາຈັກເຂົ້າມາໃກ້ແລ້ວໃນຄວາມໝາຍທີ່ວ່າ ພະເຍຊູຜູ້ທີ່ພະເຈົ້າຈະແຕ່ງຕັ້ງເພື່ອໃຫ້ເປັນກະສັດແມ່ນຢູ່ທ່າມກາງເຂົາແລ້ວ. ເພື່ອເປັນຫຼັກຖານລະບຸຕົວສາວົກວ່າເປັນຕົວແທນຂອງລັດຖະບານທີ່ມີອຳນາດເໜືອມະນຸດ ພະເຍຊູໄດ້ປະທານອຳນາດໃຫ້ສາວົກຮັກສາຄົນເຈັບປ່ວຍ ແລະແມ່ນແຕ່ປຸກຄົນຕາຍໃຫ້ຟື້ນຄືນອີກ. ພະອົງແນະນຳເຂົາເຈົ້າໃຫ້ເຮັດສິ່ງເຫຼົ່ານັ້ນໂດຍບໍ່ເກັບເງິນ.
ຕໍ່ຈາກນັ້ນ ພະອົງບອກໃຫ້ສາວົກບໍ່ຕ້ອງກຽມເຄື່ອງຂອງສຳລັບໄປປະກາດ. “ຢ່າຖືເອົາເງິນຄຳກໍດີ ທອງກໍດີໄວ້ໄປໃນກະເປົ໋າບ່າແອວ. ຢ່າຖືເອົາຖົງສຳລັບຫົນທາງກໍດີ ເສື້ອສອງຕົວກໍດີ ເກີບກໍດີ ໄມ້ຄ້ອນກໍດີ ເພາະວ່າຜູ້ທີ່ກະທຳການກໍສົມຄວນຈະຮັບອາຫານກິນ.” ຄົນທີ່ຮູ້ຄຸນຄ່າຂ່າວສານນັ້ນຍ່ອມຈະສະໜອງອາຫານແລະໃຫ້ທີ່ພັກເຊົາ. ຄືດັ່ງທີ່ພະເຍຊູບອກວ່າ “ເມື່ອທ່ານທັງຫຼາຍຈະເຂົ້າໄປໃນບ້ານໃດເມືອງໃດ ຈົ່ງສືບຖາມວ່າ ໃນທີ່ນັ້ນຜູ້ໃດເປັນຄົນສົມຄວນ ແລະຈົ່ງອາໄສຢູ່ທີ່ນັ້ນຈົນເຖິງທ່ານທັງຫຼາຍຈະຍົກໄປ.”
ຫຼັງຈາກນັ້ນ ພະເຍຊູໃຫ້ຄຳແນະນຳກ່ຽວກັບວິທີທີ່ຈະເຂົ້າຫາເຈົ້າຂອງເຮືອນ ພ້ອມດ້ວຍການສະເໜີຂ່າວສານເລື່ອງລາຊະອານາຈັກ. ພະອົງແນະນຳວ່າ “ເມື່ອທ່ານທັງຫຼາຍເຂົ້າໄປໃນເຮືອນຫຼັງໜຶ່ງ ຈົ່ງຄຳນັບໄທເຮືອນນັ້ນ. ແລະຖ້າໄທເຮືອນນັ້ນສົມຄວນ ໃຫ້ຄວາມສຸກສຳລານຂອງທ່ານທັງຫຼາຍມາເທິງເຂົາ ແຕ່ວ່າຖ້າບໍ່ສົມຄວນ ໃຫ້ຄວາມສຸກສຳລານຂອງທ່ານຫຼົບມາຫາທ່ານອີກ. ແລະຖ້າຜູ້ໃດບໍ່ຮັບທ່ານທັງຫຼາຍ ຫຼືບໍ່ຟັງຄວາມຂອງທ່ານ ເມື່ອທ່ານທັງຫຼາຍຈະຍົກໄປຈາກເຮືອນຫຼັງນັ້ນ ຫຼືເມືອງນັ້ນ ຈົ່ງສັ່ນຂີ້ຝຸ່ນດິນອອກເສຍຈາກຕີນຂອງທ່ານ.”
ສ່ວນເມືອງທີ່ປະຕິເສດຂ່າວສານທີ່ເຂົາເຈົ້າປະກາດ ພະເຍຊູເຜີຍໃຫ້ເຫັນວ່າ ເມືອງນັ້ນຈະຖືກລົງໂທດຢ່າງໜັກອີ່ຫຼີ. ພະອົງອະທິບາຍວ່າ “ຈິງແທ້ ເຮົາກ່າວແກ່ທ່ານທັງຫຼາຍວ່າ ໃນວັນຕັດສິນໂທດແຫ່ງແຜ່ນດິນຊໍດົມແລະໂຄໂມລາຈະເປັນທີ່ທົນງ່າຍກວ່າໂທດເມືອງນັ້ນ.” ມັດທາຽ 9:35–10:15; ມາລະໂກ 6:6-12; ລຶກາ 9:1-5.
▪ ພະເຍຊູເລີ່ມເດີນທາງປະກາດໃນຄາລິເລຖ້ຽວທີສາມເມື່ອໃດ ແລະພະອົງສຳນຶກເຖິງຄວາມຈຳເປັນຫຍັງ?
▪ ເມື່ອຈັດກຽມອັກຄະສາວົກ 12 ຄົນເພື່ອອອກໄປປະກາດນັ້ນ ພະອົງໃຫ້ຄຳແນະນຳຫຍັງແດ່?
▪ ຍ້ອນຫຍັງຈຶ່ງເໝາະສົມທີ່ເຫຼົ່າສາວົກສອນວ່າລາຊະອານາຈັກເຂົ້າມາໃກ້ແລ້ວ?