ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 86
  • ເລື່ອງ​ຂອງ​ລູກ​ທີ່​ຫຼົງ​ຜິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລື່ອງ​ຂອງ​ລູກ​ທີ່​ຫຼົງ​ຜິດ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ລູກ​ທີ່​ຫຼົງ​ຜິດ​ກັບ​ຄືນ​ມາ
  • “ເຮົາ​ເປັນ​ທາງ​ນັ້ນ​ແລະ​ເປັນ​ຄວາມ​ຈິງ​ແລະ​ເປັນ​ຊີວິດ”
    “ຕາມເຮົາໄປເຖີ້ນ”
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 86

ບົດ 86

ເລື່ອງ​ຂອງ​ລູກ​ທີ່​ຫຼົງ​ຜິດ

ພະ​ເຍຊູ​ຫາ​ກໍ່​ເລົ່າ​ອຸທາຫອນ​ເລື່ອງ​ການ​ຊອກ​ຫາ​ແກະ​ແລະ​ເງິນ​ບີ້​ໜຶ່ງ​ທີ່​ເສຍ​ໄປ​ກັບ​ຄືນ​ມາ​ໃຫ້​ກັບ​ພວກ​ຟາລິຊຽນ. ຈາກ​ນັ້ນ​ພະ​ເຍຊູ​ຍົກ​ເອົາ​ອຸທາຫອນ​ອີກ​ເລື່ອງ​ໜຶ່ງ​ຂຶ້ນ​ມາ. ເປັນ​ເລື່ອງ​ພໍ່​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ ແລະ​ວິທີ​ທີ່​ພໍ່​ປະຕິບັດ​ກັບ​ລູກ​ຊາຍ​ສອງ​ຄົນ ເຊິ່ງ​ແຕ່​ລະ​ຄົນ​ຕ່າງ​ກໍ​ມີ​ຂໍ້​ຜິດ​ພາດ​ອັນ​ຮ້າຍແຮງ.

ກ່ອນ​ອື່ນ​ແມ່ນ​ລູກ​ຊາຍ​ຄົນ​ນ້ອຍ​ເຊິ່ງ​ເປັນ​ຕົວ​ເອກ​ຂອງ​ເລື່ອງ. ລາວ​ຮີບ​ໂຮມ​ເອົາ​ມໍລະດົກ​ທີ່​ຂໍ​ຈາກ​ພໍ່​ເຊິ່ງ​ໄດ້​ຈັດ​ແບ່ງ​ໃຫ້​ຢ່າງ​ບໍ່​ລໍ​ຊ້າ. ແລ້ວ​ກໍ​ອອກ​ຈາກ​ບ້ານ​ໄປ​ໃຊ້​ຊີວິດ​ແບບ​ສຳມະເລເທເມົາ. ບັດ​ນີ້​ຂໍ​ໃຫ້​ຕັ້ງ​ໃຈ​ຟັງ​ພະ​ເຍຊູ​ເລົ່າ​ເລື່ອງ​ນີ້ ເບິ່ງ​ວ່າ​ເຈົ້າ​ຈະ​ບອກ​ໄດ້​ບໍ​ວ່າ​ບຸກຄົນ​ທີ່​ກ່າວ​ເຖິງ​ໃນ​ອຸທາຫອນ​ນັ້ນ​ໝາຍ​ເຖິງ​ໃຜ.

ພະ​ເຍຊູ​ເລີ່ມ​ເລື່ອງ​ວ່າ “ຊາຍ​ຄົນ​ໜຶ່ງ​ມີ​ລູກ​ຊາຍ​ຢູ່​ສອງ​ຄົນ. ຜູ້​ນ້ອງ​ເວົ້າ​ກັບ​ພໍ່​ວ່າ ‘ພໍ່​ເອີຍ ຈົ່ງ​ເອົາ​ຊັບ​ສິນ​ສ່ວນ​ທີ່​ຈະ​ຕົກ​ເປັນ​ຂອງ​ລູກ​ນັ້ນ​ໃຫ້​ລູກ​ດຽວ​ນີ້​ສາ.’ ດັ່ງ​ນັ້ນ​ພໍ່​ຈຶ່ງ​ໄດ້​ແບ່ງ​ຊັບ​ສິນ​ໃຫ້​ລູກ​ຊາຍ​ທັງ​ສອງ​ຂອງ​ຕົນ.” (ທ.ປ.) ລູກ​ຜູ້​ນ້ອຍ​ນີ້​ເຮັດ​ຈັ່ງ​ໃດ​ກັບ​ຊັບ​ສິນ​ທີ່​ຕົນ​ໄດ້​ມາ?

ພະ​ເຍຊູ​ຊີ້​ແຈງ​ວ່າ “ພາຍ​ຫຼັງ​ນັ້ນ​ບໍ່​ດົນ​ເມື່ອ​ໄດ້​ໂຮມ​ເອົາ​ສັບພະ​ເຂົ້າ​ຂອງ​ນັ້ນ ລູກ​ຜູ້​ນ້ອງ​ໄດ້​ໜີ​ໄປ​ໃນ​ປະເທດ​ໄກ​ແທ້ໆ ແລະ​ໃນ​ທີ່​ນັ້ນ​ໄດ້​ເສຍ​ເຂົ້າ​ຂອງ​ແຫ່ງ​ຕົນ​ໄປ​ໝົດ​ດ້ວຍ​ການ​ໂຖງ.” ທີ່​ຈິງ​ແລ້ວ ລາວ​ໃຊ້​ເງິນ​ຂອງ​ຕົນ​ເອງ​ໄປ​ຢູ່​ກິນ​ກັບ​ຍິງ​ແມ່​ຈ້າງ. ຫຼັງ​ຈາກ​ນັ້ນ​ຊີວິດ​ກໍ​ຕົກ​ຕ່ຳ​ລົງ​ຕາມ​ທີ່​ພະ​ເຍຊູ​ເລົ່າ​ວ່າ:

“ເມື່ອ​ເພິ່ນ​ໄດ້​ເສຍ​ໝົດ​ແລ້ວ [“ໃຊ້​ຈ່າຍ​ຊັບ​ເຫຼົ່າ​ນັ້ນ​ໝົດ,” ປ.ມ.] ຄວາມ​ອຶດຢາກ​ອັນ​ໃຫຍ່​ໄດ້​ບັງເກີດ​ມາ​ໃນ​ປະເທດ​ນັ້ນ ແລະ​ເພິ່ນ​ໄດ້​ຕັ້ງ​ຢູ່​ຫິວ​ເຂົ້າ ແລະ​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ກັບ​ຊາວ​ເມືອງ​ນັ້ນ​ຜູ້​ໜຶ່ງ ແລະ​ຜູ້​ນີ້​ໄດ້​ໃຊ້​ເພິ່ນ​ໄປ​ລ້ຽງ​ຝູງ​ຫມູ​ໃນ​ນາ​ແຫ່ງ​ຕົນ. ແລະ​ເພິ່ນ​ຢາກ​ກິນ​ໃຫ້​ອີ່ມ​ທ້ອງ​ດ້ວຍ​ເປືອກ​ຜັກ​ທີ່​ຫມູ​ກິນ​ນັ້ນ ແລະ​ບໍ່​ມີ​ຜູ້​ໃດ​ໃຫ້​ເພິ່ນ​ກິນ.”

ຈັ່ງ​ແມ່ນ​ຕົກ​ຕ່ຳ​ແທ້ໆ ທີ່​ລາວ​ຕ້ອງ​ຈຳ​ໃຈ​ກາຍ​ເປັນ​ຄົນ​ລ້ຽງ​ຫມູ ເນື່ອງ​ຈາກ​ຫມູ​ເປັນ​ສັດ​ປະເພດ​ທີ່​ບໍ່​ສະອາດ​ຕາມ​ພະ​ບັນຍັດ! ແຕ່​ທີ່​ທໍລະມານ​ໃຈ​ລາວ​ຫຼາຍ​ທີ່​ສຸດ​ແມ່ນ​ຄວາມ​ຫິວ​ແສບ​ໄສ້​ຈົນ​ຢາກ​ກິນ​ອາຫານ​ທີ່​ເອົາ​ມາ​ລ້ຽງ​ຫມູ. ເນື່ອງ​ຈາກ​ປະສົບ​ກັບ​ຄວາມ​ເດືອດຮ້ອນ​ຢ່າງ​ຮ້າຍແຮງ ພະ​ເຍຊູ​ກ່າວ​ວ່າ​ເຂົາ “ໄດ້​ຮູ້​ເມື່ອ​ແລ້ວ.”

ເມື່ອ​ກ່າວ​ອຸທາຫອນ​ຕໍ່​ໄປ ພະ​ເຍຊູ​ຊີ້​ແຈງ​ວ່າ “ລາວ​ເວົ້າ​ກັບ​ຕົນ​ເອງ​ວ່າ ‘ລູກ​ຈ້າງ​ທຸກ​ຄົນ​ຂອງ​ພໍ່​ຂ້ອຍ​ກໍ​ຍັງ​ມີ​ອາຫານ​ກິນ​ຈົນ​ເຫຼືອ​ເຟືອ ສ່ວນ​ຂ້ອຍ​ພວມ​ຕາຍ​ຫິວ​ຢູ່​ທີ່​ນີ້! ຂ້ອຍ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງ​ຂ້ອຍ​ແລະ​ເວົ້າ​ວ່າ “ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພະເຈົ້າ​ແລະ​ຕໍ່​ສູ້​ພໍ່​ແລ້ວ. ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ; ຈົ່ງ​ເຮັດ​ກັບ​ລູກ​ຄື​ລູກ​ຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່.”’ ດັ່ງ​ນັ້ນ​ລາວ​ຈຶ່ງ​ລຸກ​ຂຶ້ນ​ຄືນ​ເມືອ​ຫາ​ພໍ່​ຂອງ​ຕົນ.” (ທ.ປ.)

ຕອນ​ນີ້​ມີ​ບາງ​ຈຸດ​ທີ່​ຄວນ​ຈະ​ພິຈາລະນາ: ຖ້າ​ຫາກ​ພໍ່​ສະແດງ​ອາການ​ໃຈ​ຮ້າຍ​ແລ້ວ​ຊີ້​ໜ້າ​ດ່າ​ວ່າ​ຕອນ​ທີ່​ລາວ​ອອກ​ຈາກ​ບ້ານ ລູກ​ນັ້ນ​ກໍ​ຄົງ​ຈະ​ບໍ່​ມີ​ໃຈ​ມຸ່ງ​ໝັ້ນ​ວ່າ​ຄວນ​ຈະ​ເຮັດ​ແນວ​ໃດ. ລາວ​ອາດ​ຈະ​ຕັດສິນ​ໃຈ​ເມືອ​ບ້ານ ແລ້ວ​ລອງ​ຫາ​ເຮັດ​ວຽກ​ບ່ອນ​ອື່ນ​ຢູ່​ບ້ານ​ເກີດ​ຂອງ​ຕົນ​ເອງ ເພື່ອ​ຈະ​ບໍ່​ຕ້ອງ​ພົບ​ເຫັນ​ພໍ່. ຢ່າງ​ໃດ​ກໍ​ດີ ລາວ​ບໍ່​ມີ​ຄວາມ​ຄິດ​ເຊັ່ນ​ນັ້ນ​ເລີຍ. ຄິດ​ແຕ່​ຈະ​ໄປ​ໃຫ້​ເຖິງ​ບ້ານ​ເທົ່າ​ນັ້ນ!

ປາກົດ​ແຈ້ງ​ວ່າ ພໍ່​ໃນ​ອຸທາຫອນ​ຂອງ​ພະ​ເຍຊູ​ໝາຍ​ເຖິງ​ພະ​ເຢໂຫວາ​ພະເຈົ້າ ພະ​ບິດາ​ທາງ​ພາກ​ສະຫວັນ​ອົງ​ປ່ຽມ​ດ້ວຍ​ຄວາມ​ຮັກ​ຄວາມ​ເມດຕາ. ເຮົາ​ອາດ​ເຂົ້າ​ໃຈ​ດ້ວຍ​ວ່າ​ລູກ​ທີ່​ຫຼົງ​ຜິດ ຫຼື​ເກ​ເລ​ຄົນ​ນີ້​ຈະ​ຕ້ອງ​ໝາຍ​ເຖິງ​ຄົນ​ບາບ​ທີ່​ລື​ຊື່ສຽງ. ພວກ​ຟາລິຊຽນ​ທີ່​ພະ​ເຍຊູ​ເວົ້າ​ນຳ​ນັ້ນ ກໍ​ເຄີຍ​ຕິຕຽນ​ພະ​ເຍຊູ​ກ່ອນ​ໜ້າ​ນີ້​ວ່າ ພະອົງ​ຮັບ​ປະທານ​ອາຫານ​ກັບ​ຄົນ​ຜິດ​ບາບ​ຈຳພວກ​ນີ້. ແຕ່​ລູກ​ຜູ້​ໃຫຍ່​ໝາຍ​ເຖິງ​ໃຜ?

ເມື່ອ​ລູກ​ທີ່​ຫຼົງ​ຜິດ​ກັບ​ຄືນ​ມາ

ເມື່ອ​ລູກ​ທີ່​ຫຼົງ​ຜິດ ຫຼື​ເກ​ເລ​ໃນ​ອຸທາຫອນ​ຂອງ​ພະ​ເຍຊູ​ໄດ້​ກັບ​ມາ​ບ້ານ​ຂອງ​ພໍ່ ລາວ​ໄດ້​ຮັບ​ການ​ຕ້ອນຮັບ​ແບບ​ໃດ? ເຊີນ​ຟັງ​ພະ​ເຍຊູ​ພັນລະນາ​ເລື່ອງ​ນັ້ນ:

“ເມື່ອ​ເພິ່ນ​ຍັງ​ໄກ ພໍ່​ແຫ່ງ​ຕົນ​ໄດ້​ເຫັນ​ເພິ່ນ​ແລະ​ໄດ້​ອີດູ ຈຶ່ງ​ແລ່ນ​ໄປ​ກອດ​ຄໍ​ແລະ​ຈູບ​ເພິ່ນ​ຫຼາຍ.” ລາວ​ເປັນ​ບິດາ​ທີ່​ເມດຕາ​ແລະ​ອົບອຸ່ນ ຖື​ເປັນ​ຕົວຢ່າງ​ທີ່​ສະແດງ​ເຖິງ​ພະ​ເຢໂຫວາ ພະ​ບິດາ​ທາງ​ພາກ​ສະຫວັນ​ຂອງ​ເຮົາ​ໄດ້​ດີ​ອີ່ຫຼີ!

ພໍ່​ຄົງ​ຈະ​ໄດ້​ຍິນ​ຂ່າວ​ການ​ດຳເນີນ​ຊີວິດ​ແບບ​ສຳມະເລເທເມົາ​ຂອງ​ລູກ​ແລ້ວ. ແຕ່​ລາວ​ຕ້ອນຮັບ​ລູກ​ເຂົ້າ​ບ້ານ​ໂດຍ​ບໍ່​ຖ້າ​ໃຫ້​ບອກ​ເລົ່າ​ລາຍ​ລະອຽດ. ພະ​ເຍຊູ​ເອງ​ກໍ​ມີ​ນ້ຳໃຈ​ຕ້ອນຮັບ​ເຊັ່ນ​ກັນ ໂດຍ​ທີ່​ພະອົງ​ເປັນ​ຝ່າຍ​ລິເລີ່ມ​ເຂົ້າ​ໄປ​ຄົບ​ຫາ​ຄົນ​ຜິດ​ບາບ​ແລະ​ຄົນ​ເກັບ​ພາສີ ເຊິ່ງ​ເປັນ​ເຊັ່ນ​ລູກ​ເກ​ເລ​ໃນ​ອຸທາຫອນ.

ຈິງ​ຢູ່ ພໍ່​ຜູ້​ມີ​ຄວາມ​ສັງເກດ​ເຂົ້າ​ໃຈ​ໃນ​ອຸທາຫອນ​ຂອງ​ພະ​ເຍຊູ​ນັ້ນ​ຍ່ອມ​ໄດ້​ແນວ​ຄິດ​ວ່າ​ລູກ​ຂອງ​ຕົນ​ສຳນຶກ​ຜິດ​ດ້ວຍ​ການ​ສັງເກດ​ສີ​ໜ້າ​ອັນ​ເສົ້າ​ໝອງ​ແລະ​ຍ່າງ​ຄໍ​ຕົກ​ຕອນ​ເມືອ​ບ້ານ. ເນື່ອງ​ຈາກ​ພໍ່​ເລີ່ມ​ສະແດງ​ຄວາມ​ຮັກ​ກ່ອນ ຈຶ່ງ​ງ່າຍ​ຂຶ້ນ​ທີ່​ລູກ​ຈະ​ສາລະພາບ​ຄວາມ​ຜິດ​ຕໍ່​ພໍ່ ດັ່ງ​ທີ່​ພະ​ເຍຊູ​ເລົ່າ​ວ່າ “ຜູ້​ເປັນ​ລູກ​ຈຶ່ງ​ເວົ້າ​ວ່າ ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພະເຈົ້າ​ແລະ​ຕໍ່​ສູ້​ພໍ່​ແລ້ວ. ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ.’” (ທ.ປ.) ແລະ​ລາວ​ຂໍ​ເປັນ​ລູກ​ຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່​ເທົ່າ​ນັ້ນ.

ຂະນະ​ທີ່​ລູກ​ຍັງ​ເວົ້າ​ບໍ່​ຂາດ​ຄຳ ພໍ່​ກໍ​ເລີ່ມ​ສັ່ງ​ຂ້າ​ໃຊ້​ຂອງ​ຕົນ​ວ່າ “ຈົ່ງ​ເອົາ​ເສື້ອ​ອັນ​ດີ​ງາມ​ທີ່​ສຸດ​ອອກ​ມາ​ໃຫ້​ເພິ່ນ​ຫົ່ມ ແລະ​ເອົາ​ແຫວນ​ມາ​ສຸບ​ໃສ່​ມື ກັບ​ເກີບ​ມາ​ສຸບ​ໃສ່​ຕີນ​ຂອງ​ເພິ່ນ. ແລະ​ເອົາ​ລູກ​ງົວ​ຕົວ​ຕຸ້ຍ​ພີ​ນັ້ນ​ມາ​ຂ້າ​ເສຍ ແລະ​ເຮົາ​ທັງ​ຫຼາຍ ຈົ່ງ​ກິນ​ແລະ​ຊົມຊື່ນ​ຍິນດີ. ເຫດ​ວ່າ​ລູກ​ຂອງ​ເຮົາ​ຜູ້​ນີ້​ທີ່​ໄດ້​ຕາຍ​ແລ້ວ ກໍ​ໄດ້​ຄືນ​ມາ​ແລ້ວ ເພິ່ນ​ເສຍ​ແລ້ວ​ແລະ​ເພິ່ນ​ເປັນ​ທີ່​ພົບ​ແລ້ວ.” ແລະ​ເຂົາ​ທັງ​ຫຼາຍ “ໄດ້​ຕັ້ງ​ຕົ້ນ​ຊົມຊື່ນ​ຍິນດີ.”

ໃນ​ລະຫວ່າງ​ນັ້ນ “ລູກ​ກົກ“ ຂອງ​ພໍ່​ຄົນ​ນັ້ນ “ຢູ່​ກາງ​ທົ່ງ​ນາ” ເຈົ້າ​ຈະ​ບອກ​ໄດ້​ບໍ​ວ່າ ລູກ​ຄົນ​ນີ້​ເປັນ​ພາບ​ເລັງ​ເຖິງ​ຜູ້​ໃດ ເມື່ອ​ຟັງ​ເລື່ອງ​ໃຫ້​ຈົບ. ພະ​ເຍຊູ​ເລົ່າ​ເລື່ອງ​ລູກ​ກົກ​ວ່າ “ເມື່ອ​ພວມ​ຫຼົບ​ມາ​ແລະ​ຫຍັບ​ເຂົ້າ​ໃກ້​ເຮືອນ ເພິ່ນ​ໄດ້​ຍິນ​ສຽງ​ເສບ​ແລະ​ການ​ຟ້ອນ​ເຕັ້ນ. ແລະ​ເມື່ອ​ໄດ້​ເອີ້ນ​ຂ້າ​ໃຊ້​ຜູ້​ໜຶ່ງ​ມາ ເພິ່ນ​ໄດ້​ຖາມ​ເປັນ​ການ​ໃດ ແລະ​ຂ້າ​ໃຊ້​ໄດ້​ກ່າວ​ແກ່​ທ່ານ​ວ່າ ນ້ອງ​ຂອງ​ທ່ານ​ໄດ້​ມາ​ແລ້ວ ແລະ​ພໍ່​ຂອງ​ທ່ານ​ໄດ້​ຂ້າ​ລູກ​ງົວ​ຕົວ​ຕຸ້ຍ​ພີ​ນັ້ນ​ເພາະ​ໄດ້​ຮັບ​ລູກ​ສຳບາຍ​ຢູ່ ແລະ​ຜູ້​ອ້າຍ​ໄດ້​ຄຽດ​ຮ້າຍ ແລະ​ບໍ່​ຢາກ​ເຂົ້າ​ໄປ​ທາງ​ໃນ ແລະ​ພໍ່​ແຫ່ງ​ຕົນ​ໄດ້​ອອກ​ໄປ​ເຊີນ​ເພິ່ນ ແຕ່​ວ່າ​ເພິ່ນ​ໄດ້​ຕອບ​ແລະ​ກ່າວ​ແກ່​ພໍ່​ວ່າ ເຮົາ​ໄດ້​ເປັນ​ຂ້າ​ໃຊ້​ຂອງ​ທ່ານ​ໄດ້​ຫຼາຍ​ປີ​ແລ້ວ ແລະ​ບໍ່​ຫ່ອນ​ລ່ວງ​ຄຳ​ສັ່ງ​ຂອງ​ທ່ານ​ສັກ​ເທື່ອ ແລະ​ທ່ານ​ບໍ່​ຫ່ອນ​ປະທານ​ລູກ​ແພະ​ຕົວ​ໜຶ່ງ​ໃຫ້​ເຮົາ​ສັກ​ເທື່ອ ເພື່ອ​ເຮົາ​ຈະ​ໄດ້​ຊົມຊື່ນ​ຍິນດີ​ກັບ​ຫມູ່​ສ່ຽວ​ຂອງ​ເຮົາ ແຕ່​ວ່າ​ເວລາ​ຜູ້​ນີ້​ລູກ​ຂອງ​ທ່ານ​ທີ່​ໄດ້​ກິນ​ເຂົ້າ​ຂອງ​ແຫ່ງ​ທານ​ກັບ​ຫມູ່​ຍິງ​ແມ່​ຈ້າງ​ໄດ້​ມາ​ແລ້ວ ທ່ານ​ໄດ້​ຂ້າ​ລູກ​ງົວ​ຕົວ​ຕຸ້ຍ​ພີ​ສຳລັບ​ເພິ່ນ.”

ໃຜ​ຄື​ກັບ​ລູກ​ກົກ​ຄົນ​ນີ້​ທີ່​ກ່າວ​ຕິຕຽນ​ເມື່ອ​ຄົນ​ບາບ​ໄດ້​ຮັບ​ຄວາມ​ເມດຕາ​ແລະ​ເອົາໃຈໃສ່? ພວກ​ສະໝຽນ​ແລະ​ຟາລິຊຽນ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ບໍ? ເນື່ອງ​ຈາກ​ເຂົາ​ເຈົ້າ​ພາ​ກັນ​ຕຳໜິ​ພະ​ເຍຊູ​ຍ້ອນ​ພະອົງ​ຕ້ອນຮັບ​ຄົນ​ຜິດ​ບາບ​ຈຶ່ງ​ເຮັດ​ໃຫ້​ມີ​ອຸທາຫອນ​ເລື່ອງ​ນີ້ ລູກ​ກົກ​ໃນ​ອຸທາຫອນ​ຕ້ອງ​ໝາຍ​ເຖິງ​ພວກ​ນີ້​ຢ່າງ​ຊັດເຈນ.

ພະ​ເຍຊູ​ລົງ​ທ້າຍ​ອຸທາຫອນ​ດ້ວຍ​ຄຳ​ວິ່ງວອນ​ຂອງ​ພໍ່​ຕໍ່​ລູກ​ກົກ​ວ່າ “ລູກ​ເອີຍ​ເຈົ້າ​ຢູ່​ນຳ​ເຮົາ​ເລື້ອຍ ແລະ​ສັບພະ​ທຸກ​ສິ່ງ​ຂອງ​ເຮົາ​ເປັນ​ຂອງ​ເຈົ້າ ແຕ່​ວ່າ​ສົມຄວນ​ຈະ​ໄດ້​ຊົມຊື່ນ​ຍິນດີ ເຫດ​ວ່າ​ຜູ້​ນີ້​ນ້ອງ​ຂອງ​ເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ໄດ້​ຄືນ​ມາ​ແລ້ວ ເພິ່ນ​ເສຍ​ແລ້ວ ແລະ​ເພິ່ນ​ເປັນ​ທີ່​ພົບ​ແລ້ວ.”

ພະ​ເຍຊູ​ປະ​ເລື່ອງ​ຂອງ​ລູກ​ກົກ​ພຽງ​ນີ້​ເທົ່າ​ນັ້ນ. ທີ່​ຈິງ ໃນ​ເວລາ​ຕໍ່​ມາ ຫຼັງ​ຈາກ​ພະ​ເຍຊູ​ສິ້ນ​ພະຊົນ​ແລະ​ຟື້ນ​ຄືນ​ພະຊົນ​ແລ້ວ “ປະໂລຫິດ​ເປັນ​ຝູງ​ໃຫຍ່​ໄດ້​ຍອມ​ຟັງ​ແກ່​ຄວາມ​ເຊື່ອ.” ບາງ​ທີ​ລາງ​ຄົນ​ອາດ​ຈະ​ເຄີຍ​ຖືກ​ນັບ​ເປັນ​ຈຳພວກ “ລູກ​ກົກ” ທີ່​ພະ​ເຍຊູ​ກ່າວ​ເຖິງ​ໃນ​ອຸທາຫອນ​ນີ້.

ແຕ່​ສະໄໝ​ນີ້​ລູກ​ທັງ​ສອງ​ພາດ​ພິງ​ເຖິງ​ໃຜ? ຄົງ​ຕ້ອງ​ເປັນ​ຄົນ​ເຫຼົ່າ​ນັ້ນ​ທີ່​ມາ​ຮຽນ​ຮູ້ ແລະ​ເຂົ້າ​ໃຈ​ຈຸດ​ປະສົງ​ຂອງ​ພະ​ເຢໂຫວາ​ຫຼາຍ​ພໍ​ຈົນ​ມີ​ພື້ນ​ຖານ​ທີ່​ຈະ​ເຂົ້າ​ມາ​ຮ່ວມ​ສຳພັນທະພາບ​ກັບ​ພະອົງ. ລູກ​ກົກ​ນັ້ນ​ແມ່ນ​ພາດ​ພິງ​ເຖິງ​ສະມາຊິກ​ບາງ​ຄົນ​ແຫ່ງ “ແກະ​ຝູງ​ນ້ອຍ” ຫຼື “ພວກ​ຊຸມນຸມ​ແຫ່ງ​ລູກ​ກົກ​ທັງ​ຫຼາຍ​ທີ່​ມີ​ນາມ​ຊື່​ຂຽນ​ໄວ້​ໃນ​ຟ້າ​ສະຫວັນ.” ຄົນ​ພວກ​ນີ້​ເຄີຍ​ມີ​ທັດສະນະ​ຄ້າຍ​ຄື​ກັນ​ກັບ​ລູກ​ກົກ. ເຂົາ​ເຈົ້າ​ບໍ່​ຢາກ​ຕ້ອນຮັບ​ກຸ່ມ​ຊົນ​ທີ່​ຈະ​ຢູ່​ທາງ​ແຜ່ນດິນ​ໂລກ “ແກະ​ອີກ​ຝູງ​ໜຶ່ງ” ເຊິ່ງ​ເຂົາ​ເຈົ້າ​ຄິດ​ວ່າ​ຄົນ​ພວກ​ນີ້​ໄດ້​ຮັບ​ການ​ເອົາໃຈໃສ່​ຫຼາຍ​ໂພດ.

ສ່ວນ​ລູກ​ໂຖງ​ນັ້ນ​ພາດ​ພິງ​ເຖິງ​ຄົນ​ເຫຼົ່າ​ນັ້ນ​ໃນ​ໄພ່​ເມືອງ​ຂອງ​ພະເຈົ້າ​ທີ່​ອອກ​ໄປ​ຫາ​ຄວາມ​ສະຫນຸກສະໜານ​ທີ່​ໂລກ​ສະເໜີ​ໃຫ້. ແຕ່​ພໍ​ເຖິງ​ເວລາ ຄົນ​ເຫຼົ່າ​ນີ້​ສຳນຶກ​ຜິດ ກັບ​ໃຈ​ແລະ​ເຂົ້າ​ມາ​ເປັນ​ຜູ້​ຮັບໃຊ້​ທີ່​ກະຕືລືລົ້ນ​ຂອງ​ພະເຈົ້າ​ອີກ. ທີ່​ຈິງ ພະ​ບິດາ​ປ່ຽມ​ດ້ວຍ​ຄວາມ​ຮັກ​ແລະ​ເມດຕາ​ພຽງ​ໃດ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ເຊິ່ງ​ຍອມ​ຮັບ​ໃນ​ເລື່ອງ​ຄວາມ​ຈຳເປັນ​ທີ່​ຕົນ​ຕ້ອງ​ໄດ້​ຮັບ​ການ​ຍົກ​ໂທດ​ແລະ​ກັບ​ມາ​ຫາ​ພະອົງ! ລຶກາ 15:11-32; ພວກ​ເລວີ 11:7, 8; ກິດຈະການ 6:7; ລຶກາ 12:32; ເຫບເລີ 12:23; ໂຍຮັນ 10:16.

▪ ພະ​ເຍຊູ​ຍົກ​ອຸທາຫອນ​ເລື່ອງ​ນີ້​ກັບ​ໃຜ ແລະ​ເພາະ​ເຫດ​ໃດ?

▪ ໃຜ​ເປັນ​ຕົວ​ເອກ​ໃນ​ເລື່ອງ​ນີ້ ແລະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຂົາ?

▪ ໃນ​ສະໄໝ​ຂອງ​ພະ​ເຍຊູ ພໍ່​ແລະ​ລູກ​ຄົນ​ນ້ອຍ​ພາດ​ພິງ​ເຖິງ​ໃຜ?

▪ ພະ​ເຍຊູ​ເອົາ​ແບບ​ຢ່າງ​ພໍ່​ຜູ້​ມີ​ຄວາມ​ເມດຕາ​ກະລຸນາ​ໃນ​ອຸທາຫອນ​ທີ່​ພະອົງ​ໄດ້​ເລົ່າ​ນັ້ນ​ຢ່າງ​ໃດ?

▪ ລູກ​ກົກ​ມີ​ທັດສະນະ​ຕໍ່​ການ​ສະແດງ​ຄວາມ​ຍິນດີ​ໃນ​ການ​ຕ້ອນຮັບ​ນ້ອງ​ຊາຍ​ຢ່າງ​ໃດ ແລະ​ພວກ​ຟາລິຊຽນ​ໄດ້​ປະພຶດ​ແບບ​ດຽວ​ກັນ​ກັບ​ລູກ​ກົກ​ນັ້ນ​ຢ່າງ​ໃດ?

▪ ອຸທາຫອນ​ຂອງ​ພະ​ເຍຊູ​ພາດ​ພິງ​ເຖິງ​ຫຍັງ​ໃນ​ສະໄໝ​ຂອງ​ເຮົາ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌