ບົດ 102
ພະເຍຊູເຂົ້າໃນເມືອງເຢຣຶຊາເລມດັ່ງຜູ້ມີໄຊ
ຕອນເຊົ້າຂອງມື້ຖັດໄປ ເປັນວັນອາທິດວັນທີ 9 ເດືອນນີຊານ ພະເຍຊູອອກຈາກບ້ານເບທະນີພ້ອມກັບສາວົກຂອງພະອົງແລະມຸ່ງໜ້າຂຶ້ນພູເຂົາກົກໝາກກອກໄປທາງເຢຣຶຊາເລມ. ບໍ່ດົນພວກເຂົາກໍເຂົ້າໃກ້ຫມູ່ບ້ານເບດຟາເຄເຊິ່ງຕັ້ງຢູ່ເທິງພູເຂົາກົກໝາກກອກ. ພະເຍຊູສັ່ງສາວົກສອງຄົນວ່າ:
“ທ່ານທັງສອງຈົ່ງໄປໃນບ້ານທີ່ຢູ່ຖັດໜ້າທ່ານ ແລະບັດດຽວນັ້ນ ທ່ານທັງສອງຈະພົບລວາແມ່ຕົວໜຶ່ງຜູກໄວ້ຢູ່ກັບລູກມັນ ຈົ່ງແກ້ທັງສອງເສຍແລະຈູງມາຫາເຮົາເທີ້ນ. ແລະຖ້າຜູ້ໃດຈະເວົ້າສິ່ງໃດກັບທ່ານທັງສອງທ່ານຈົ່ງກ່າວວ່າ ພະອົງເຈົ້າຕ້ອງປະສົງລວາທັງສອງນີ້. ແລະຜູ້ນັ້ນຈະໃຊ້ເຂົາໄປໂລດ.”
ເຖິງແມ່ນວ່າຕອນທຳອິດສາວົກບໍ່ເຂົ້າໃຈວ່າຄຳສັ່ງນີ້ກ່ຽວຂ້ອງກັບຄວາມສຳເລັດເປັນຈິງຕາມຄຳພະຍາກອນໃນຄຳພີໄບເບິນ ພາຍຫຼັງນັ້ນເຂົາເຈົ້າຈຶ່ງສຳນຶກວ່ານັ້ນກ່ຽວຂ້ອງ. ຜູ້ພະຍາກອນຊາກາລີໄດ້ກ່າວໄວ້ລ່ວງໜ້າວ່າ ກະສັດຕາມຄຳສັນຍາຂອງພະເຈົ້າຈະເຂົ້າສູ່ເມືອງເຢຣຶຊາເລມດ້ວຍການ “ຂີ່ລວາຫນຸ່ມລູກລວາແມ່ຕົວໜຶ່ງ.” ກະສັດຊາໂລໂມນກໍເຄີຍຂີ່ລວາມາເພື່ອຮັບການເຈີມເຊັ່ນກັນ.
ເມື່ອສາວົກເຂົ້າໄປບ້ານເບດຟາເຄ ແລະຈູງເອົາລູກລວາແລະແມ່ຂອງມັນ ຜູ້ລາງຄົນເຊິ່ງຢືນຢູ່ຂ້າງໆ ຈຶ່ງກ່າວວ່າ “ທ່ານກະທຳສິ່ງໃດ”? ພໍເມື່ອໄດ້ບອກເຂົາວ່າ ສັດນັ້ນສຳລັບອົງພະຜູ້ເປັນເຈົ້າ ຄົນນັ້ນຈຶ່ງຍອມໃຫ້ສາວົກພາສັດນັ້ນມາຫາພະເຍຊູ. ສາວົກຈຶ່ງເອົາເສື້ອຜ້າຂອງເຂົາປູເທິງຫຼັງແມ່ລວາກັບລູກຂອງມັນ ແຕ່ພະເຍຊູຂຶ້ນຂີ່ຫຼັງລູກລວາ.
ຂະນະທີ່ພະເຍຊູຂີ່ລວາເຂົ້າເມືອງເຢຣຶຊາເລມ ຝູງຊົນກໍເພີ່ມຈຳນວນຂຶ້ນ. ຄົນສ່ວນຫຼາຍເອົາເສື້ອຜ້າຂອງເຂົາມາປູຕາມທາງ ຂະນະທີ່ຄົນອື່ນໆ ຕັດເອົາກິ່ງໄມ້ມາປູໄປທົ່ວ. ພວກເຂົາໂຫ່ຮ້ອງຂຶ້ນວ່າ “ຈົ່ງສັນລະເສີນກະສັດທີ່ມາໃນນາມຊື່ຂອງພະເຢໂຫວາເທີ້ນ. ຄວາມສຸກສຳລານໃນສະຫວັນແລະລັດສະໝີໃນທີ່ສູງສຸດເທີ້ນ.”
ຜູ້ລາງຄົນໃນພວກຟາລິຊຽນທີ່ຢູ່ທ່າມກາງຝູງຊົນຮູ້ສຶກບໍ່ພໍໃຈຍ້ອນຄຳຖະແຫຼງເຫຼົ່ານີ້ ແລະໄດ້ຈົ່ມແກ່ພະເຍຊູວ່າ “ພະອາຈານເຈົ້າຂ້າ ເຊີນຫ້າມພວກລູກສິດຂອງທ່ານເທີ້ນ.” ພະເຍຊູໄດ້ຕອບແກ່ເຂົາວ່າ “ເຮົາກ່າວແກ່ທ່ານທັງຫຼາຍວ່າ ຖ້າຄົນທັງຫຼາຍນີ້ມິດຢູ່ ກ້ອນຫີນຈະຮ້ອງ.”
ໃນລະຫວ່າງພະເຍຊູເຂົ້າໃກ້ເມືອງເຢຣຶຊາເລມ ພະອົງແນມເບິ່ງເມືອງນັ້ນແລ້ວຮ້ອງໄຫ້ຍ້ອນເມືອງນັ້ນແລະກ່າວວ່າ “ຖ້າເຈົ້າເອງໄດ້ຮູ້ເຖິງການທີ່ກ່ຽວຂ້ອງກັບສັນຕິສຸກ ແຕ່ວ່າບັດນີ້ສິ່ງເຫຼົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ.” (ປ.ມ.) ເນື່ອງຈາກເຈຕະນາບໍ່ເຊື່ອຟັງ ເມືອງເຢຣຶຊາເລມຈຶ່ງຕ້ອງປະສົບກັບສິ່ງທີ່ຕົນກໍ່ໄວ້ ດັ່ງທີ່ພະເຍຊູກ່າວໄວ້ລ່ວງໜ້າ:
“ພວກສັດຕູຂອງເຈົ້າ [ພວກໂລມັນພາຍໃຕ້ແມ່ທັບໄທທຸສ] ຈະຂຸດຮ່ອງອ້ອມຮອບເຈົ້າໄວ້ແລະຈະແວດແລະຂັງເຈົ້າໄວ້ທຸກເບື້ອງ. ແລະຈະໃຫ້ເຈົ້າຕົກລົງທີ່ດິນ ກັບລູກເຈົ້າພາຍໃນເຈົ້າແລະເຂົາຈະບໍ່ປະກ້ອນຫີນຊ້ອນກັນໄວ້ສັກກ້ອນດຽວໃນເຈົ້າ.” ການທຳລາຍລ້າງເມືອງເຢຣຶຊາເລມຕາມທີ່ພະເຍຊູບອກລ່ວງໜ້າໄດ້ບັງເກີດຂຶ້ນແທ້ໆ ອີກ 37 ປີຕໍ່ມາ ໃນປີສາກົນສັກກະຫຼາດ 70.
ສອງສາມອາທິດກ່ອນໜ້ານັ້ນ ຫຼາຍຄົນໃນຝູງຊົນໄດ້ເຫັນພະເຍຊູປຸກລາຊະໂລຟື້ນຄືນຈາກຕາຍ. ຕອນນີ້ຄົນເຫຼົ່ານີ້ຍັງບອກຄົນອື່ນໆຕໍ່ໄປ ເລື່ອງການອັດສະຈັນນັ້ນ. ດັ່ງນັ້ນ ເມື່ອພະເຍຊູເຂົ້າສູ່ເມືອງເຢຣຶຊາເລມ ຄົນໝົດເມືອງພາກັນແຕກຕື່ນ. ປະຊາຊົນຢາກຮູ້ວ່າ “ທ່ານຜູ້ນີ້ເປັນຜູ້ໃດ”? ຝູງຄົນໄດ້ບອກກັນຕໍ່ໄປອີກວ່າ “ທ່ານຜູ້ນີ້ເປັນພະເຍຊູຜູ້ທຳນວາຍທີ່ມາແຕ່ເມືອງນາຊາເລດແຂວງຄາລິເລ.” ຄັນເມື່ອເຫັນສິ່ງທີ່ກຳລັງເກີດຂຶ້ນນັ້ນ ພວກຟາລິຊຽນຈຶ່ງຈົ່ມວ່າພວກເຂົາເຮັດຫຍັງບໍ່ໄດ້ ເພາະດັ່ງທີ່ພວກເຂົາກ່າວວ່າ “ມະນຸດສະໂລກໄດ້ຕາມທ່ານນັ້ນໄປ.”
ດັ່ງທີ່ເປັນກິດຈະວັດຂອງພະອົງ ເມື່ອໄປຢາມເມືອງເຢຣຶຊາເລມ ພະເຍຊູໄປສັ່ງສອນໃນພະວິຫານ. ຢູ່ຫັ້ນມີຄົນຕາບອດແລະຄົນເສຍຂາມາຫາພະອົງ ພະອົງໄດ້ປົວເຂົາໃຫ້ດີ! ເມື່ອພວກປະໂລຫິດໃຫຍ່ແລະສະໝຽນເຫັນການອັດສະຈັນທີ່ພະເຍຊູກະທຳນັ້ນ ແລະເມື່ອໄດ້ຍິນພວກເດັກນ້ອຍໃນພະວິຫານຮ້ອງວ່າ “ຂ້າພະເຈົ້າທັງຫຼາຍຂໍຊ່ອຍແກ່ບຸດກະສັດດາວິດ.” ພວກເຂົາພາກັນເຄືອງແຄ້ນ ແລ້ວທັກທ້ວງວ່າ “ຄຳທີ່ຄົນທັງຫຼາຍນີ້ກ່າວນັ້ນທ່ານບໍ່ໄດ້ຍິນຫຼື”?
ພະເຍຊູຕອບວ່າ “ໄດ້ຍິນແລ້ວ. ທ່ານທັງຫຼາຍບໍ່ໄດ້ອ່ານສັກເທື່ອຫຼືຂໍ້ທີ່ວ່າ ພະອົງໄດ້ຕັ້ງຄວາມສັນລະເສີນແຫ່ງຕົນໄວ້ດ້ວຍປາກຂອງພວກເດັກນ້ອຍໆ ແລະຜູ້ທີ່ຍັງກິນນົມຢູ່”?
ພະເຍຊູສັ່ງສອນຕໍ່ໄປ ແລະພະອົງຫຼຽວເບິ່ງສິ່ງຕ່າງໆ ທົ່ວພະວິຫານ. ບໍ່ດົນກໍຈະຄ່ຳແລ້ວ. ດັ່ງນັ້ນ ພະອົງຈຶ່ງອອກຈາກພະວິຫານພ້ອມກັບສາວົກ 12 ຄົນກັບເມືອບ້ານເບທະນີເຊິ່ງເປັນໄລຍະທາງສາມກິໂລແມັດຫຼືປະມານນັ້ນ. ພະອົງນອນແຮມຢູ່ຫັ້ນໃນຄືນວັນອາທິດ ຄົງຈະເປັນບ້ານຂອງລາຊະໂລສະຫາຍຂອງພະອົງ. ມັດທາຽ 21:1-11, 14-17; ມາລະໂກ 11:1-11; ລຶກາ 19:29-44; ໂຍຮັນ 12:12-19; ຊາກາລີ 9:9.
▪ ພະເຍຊູເຂົ້າໄປທີ່ເມືອງເຢຣຶຊາເລມເມື່ອໃດ ແລະໃນລັກສະນະໃດ?
▪ ເປັນເລື່ອງສຳຄັນພຽງໃດທີ່ຝູງຊົນສັນລະເສີນພະເຍຊູ?
▪ ພະເຍຊູຮູ້ສຶກຢ່າງໃດເມື່ອພະອົງແນມເບິ່ງເມືອງເຢຣຶຊາເລມ ແລະພະອົງຖະແຫຼງເປັນຄຳພະຍາກອນຫຍັງ?
▪ ເກີດຫຍັງຂຶ້ນເມື່ອພະເຍຊູເຂົ້າໄປທີ່ພະວິຫານ?