ພວກກາຍວິນຍານບໍ່ເຄີຍມີຊີວິດຢູ່ແລະຕາຍເທິງແຜ່ນດິນໂລກ
ກາຍວິນຍານມີແທ້! ຢູ່ໃນແດນວິນຍານທີ່ຕາເຫັນບໍ່ໄດ້ ມີທັງກາຍວິນຍານທີ່ດີແລະຊົ່ວ. ກາຍວິນຍານເຫລົ່ານີ້ເຄີຍເປັນຄົນທີ່ມີຊີວິດຢູ່ເທິງໂລກນີ້ແລ້ວຕາຍບໍ?
ບໍ່ແມ່ນ. ເມື່ອຄົນເຮົາຕາຍໄປ ເຮົາບໍ່ໄດ້ໄປຢູ່ໃນໂລກວິນຍານ ຄືກັບຫລາຍໆຄົນເຂົ້າໃຈກັນ. ເຮົາຮູ້ເລື່ອງນີ້ໄດ້ຢ່າງໃດ? ເພາະວ່າຄຳພີໄບເບິນບອກຢ່າງນັ້ນ. ຄຳພີໄບເບິນເປັນປຶ້ມແຫ່ງຄວາມຈິງທີ່ມາຈາກພະເຈົ້າທ່ຽງແທ້ອົງດຽວທີ່ມີຊື່ວ່າເຢໂຫວາ. ພະເຢໂຫວາໄດ້ສ້າງມະນຸດ ພະອົງຈຶ່ງຮູ້ໄດ້ຢ່າງດີເຖິງສິ່ງທີ່ເກີດຂຶ້ນກັບຄົນເຮົາເມື່ອຕາຍໄປ.—ຄຳເພງ 83:18; 2 ຕີໂມເຕ 3:16.
ອາດາມມາຈາກຂີ້ຝຸ່ນດິນກໍກັບຄືນໄປເປັນຂີ້ຝຸ່ນດິນ
ຄຳພີໄບເບິນບອກວ່າພະເຈົ້າໄດ້ສ້າງອາດາມມະນຸດຄົນທຳອິດຈາກ “ຂີ້ຝຸ່ນດິນ.” (ຕົ້ນເດີມ 2:7) ແລ້ວພະເຈົ້າໄດ້ໃຫ້ລາວຢູ່ໃນສວນອຸທິຍານເອເດນ. ຖ້າຫາກອາດາມໄດ້ເຊື່ອຟັງກົດຫມາຍຂອງພະເຢໂຫວາ ລາວຄົງຈະບໍ່ຕາຍແລະຈະຍັງມີຊີວິດຢູ່ມາຈົນເຖິງທຸກມື້ນີ້. ໃນເມື່ອອາດາມຕັ້ງໃຈຝ່າຝືນກົດຫມາຍຂອງພະເຈົ້າ ພະເຈົ້າຈຶ່ງໄດ້ບອກລາວວ່າ “ເຈົ້າຈະຫລົບໄປໃນດິນອີກ ເພາະວ່າເຈົ້າໄດ້ອອກມາຈາກດິນ ເພາະວ່າເຈົ້າເປັນຂີ້ຝຸ່ນ ແລະເຈົ້າຈະຫລົບໄປໃນຂີ້ຝຸ່ນອີກ.”—ຕົ້ນເດີມ 3:19.
ຄຳເວົ້າເຫລົ່ານີ້ຫມາຍຄວາມວ່າຢ່າງໃດ? ກ່ອນທີ່ພະເຢໂຫວາໄດ້ສ້າງອາດາມຈາກຂີ້ຝຸ່ນດິນ ລາວເຄີຍມີຊີວິດມາກ່ອນບໍ? ລາວບໍ່ເຄີຍຢູ່ໃສເລີຍ. ລາວກໍບໍ່ແມ່ນກາຍວິນຍານໃນສະຫວັນທີ່ຍັງບໍ່ທັນມາເກີດເປັນມະນຸດ. ລາວບໍ່ເຄີຍມີຊີວິດເລີຍ. ດັ່ງນັ້ນເມື່ອພະເຢໂຫວາບອກວ່າອາດາມຈະ “ຫລົບໄປໃນດິນອີກ” ພະອົງຫມາຍຄວາມວ່າອາດາມຈະຕາຍ. ລາວບໍ່ໄດ້ເຂົ້າໄປໃນແດນວິນຍານ. ຕອນທີ່ອາດາມຕາຍລາວກາຍເປັນສິ່ງທີ່ບໍ່ມີຊີວິດ ບໍ່ເປັນ ບໍ່ຢູ່ໃສອີກ. ຄວາມຕາຍແມ່ນການບໍ່ມີຊີວິດ.
ແລ້ວຄົນອື່ນໆທີ່ຕາຍໄປເດ? ເຂົາເຈົ້າບໍ່ເປັນບໍ່ຢູ່ຄືກັນບໍ? ຄຳພີໄບເບິນຕອບວ່າ
“ສິ່ງທັງປວງ [ທັງຄົນແລະສັດ] ໄປໃນບ່ອນດຽວ. ສິ່ງທັງປວງມາແຕ່ຂີ້ຝຸ່ນດິນແລະຫລົບໄປໃນຂີ້ຝຸ່ນດິນ.”—ຜູ້ເທສະໜາປ່າວປະກາດ 3:20.
“ຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.”—ຜູ້ເທສະໜາປ່າວປະກາດ 9:5.
“ຄວາມຮັກຂອງເຂົາດ້ວຍແລະຄວາມກຽດຊັງກັບຄວາມຫຶງສາຂອງເຂົາໄດ້ຈິບຫາຍແລ້ວ.”—ຜູ້ເທສະໜາປ່າວປະກາດ 9:6.
“ໃນບ່ອນທີ່ຕາບໍ່ເຫັນ [ຫລຸມຝັງສົບ] ທີ່ເຈົ້າໄປນັ້ນບໍ່ມີກິດຈະການ ບໍ່ມີຄວາມຄຶດ ບໍ່ມີວິຊາຄວາມຮູ້ ບໍ່ມີຄວາມປັນຍາ.”—ຜູ້ເທສະໜາປ່າວປະກາດ 9:10.
“ຄົນຫລົບໄປອີກໃນຂີ້ດິນແຫ່ງຕົນ ໃນວັນດຽວນັ້ນຄວາມຫມາຍໃຈແຫ່ງຕົນກໍຈິບຫາຍໄປ.”—ຄຳເພງ 146:4.
ຄົນເປັນເທົ່ານັ້ນທີ່ເຮັດສິ່ງເຫລົ່ານີ້ໄດ້
ເຈົ້າຮູ້ສຶກວ່າຍາກທີ່ຈະຍອມຮັບຂໍ້ຄຳພີເຫລົ່ານີ້ບໍ? ຖ້າວ່າຍາກ ລອງຄິດແບບນີ້ເບິ່ງ: ໃນຫລາຍໆຄອບຄົວ ຜູ້ຊາຍເປັນຜູ້ຫາເງິນເພື່ອລ້ຽງດູຄອບຄົວຂອງຕົນ. ຫາກຜູ້ຊາຍນັ້ນຕາຍ ຄົນໃນຄອບຄົວຂອງລາວຄົງຈະຕ້ອງປະສົບຄວາມທຸກຍາກ. ບາງເທື່ອເມຍແລະລູກບໍ່ມີເງິນພໍທີ່ຈະຊື້ອາຫານ. ສັດຕູຂອງຜູ້ຕາຍນັ້ນອາດຈະຂົ່ມເຫງລູກເມຍຂອງລາວ. ສະນັ້ນຂໍໃຫ້ຖາມຕົວເອງເບິ່ງວ່າ ‘ຫາກວ່າຊາຍຄົນນັ້ນຍັງມີຊີວິດຢູ່ໃນແດນວິນຍານ ເປັນຫຍັງລາວຈຶ່ງບໍ່ຫາລ້ຽງແລະເບິ່ງແຍງຄອບຄົວຂອງລາວຕໍ່ໄປ? ເປັນຫຍັງລາວຈຶ່ງບໍ່ປົກປ້ອງຄອບຄົວຈາກຄົນຊົ່ວທີ່ມາກໍ່ກວນ?’ ຍ້ອນວ່າສິ່ງທີ່ກ່າວໄວ້ໃນພະຄຳພີນັ້ນຖືກຕ້ອງ. ຊາຍຜູ້ນັ້ນບໍ່ມີຊີວິດແລ້ວ ແລະເຮັດຫຍັງກໍບໍ່ໄດ້.—ຄຳເພງ 115:17.
ຄົນຕາຍບໍ່ສາມາດຊ່ວຍຄົນທີ່ອຶດຢາກຫລືແມ່ນແຕ່ຈະປົກປ້ອງຄົນທີ່ຖືກຂົ່ມເຫງກໍບໍ່ໄດ້
ຂໍ້ນີ້ຫມາຍຄວາມວ່າຄົນຕາຍຈະບໍ່ກັບຄືນມາມີຊີວິດອີກບໍ? ບໍ່ແມ່ນແນວນັ້ນ. ເຮົາຈະເວົ້າເລື່ອງການຟື້ນຄືນມາຈາກຕາຍໃນພາຍຫລັງ. ນີ້ຫມາຍຄວາມວ່າຄົນທີ່ຕາຍແລ້ວບໍ່ຮູ້ວ່າເຮົາກຳລັງເຮັດຫຍັງຢູ່. ເຂົາເຈົ້າບໍ່ສາມາດເຫັນເຮົາ ຟັງຫລືເວົ້າກັບເຮົາກໍບໍ່ໄດ້. ເຮົາບໍ່ຕ້ອງຢ້ານຄົນຕາຍ. ຄົນຕາຍບໍ່ສາມາດຊ່ວຍຫລືເຮັດອັນຕະລາຍຕໍ່ເຮົາໄດ້.—ຜູ້ເທສະໜາປ່າວປະກາດ 9:4; ເອຊາອີ 26:14.