ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຍ ໜ້າ 28-29
  • ອະນາຄົດ​ທີ່​ເປັນ​ຕາ​ງຶດງໍ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອະນາຄົດ​ທີ່​ເປັນ​ຕາ​ງຶດງໍ້
  • ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄົນ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ອີກ!
  • ພະ​ເຍຊູ​ມີ​ລິດເດດ​ເໜືອ​ຜີ​ປີ​ສາດ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ໃຜ​ແມ່ນ​ສັດຕູ​ຂອງ​ພະເຈົ້າ?
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ທູດສະຫວັນ​ແມ່ນ​ໃຜ​ແລະ​ເຂົາເຈົ້າ​ເຮັດ​ຫຍັງ​ແດ່?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
ວຍ ໜ້າ 28-29

ອະນາຄົດ​ທີ່​ເປັນ​ຕາ​ງຶດງໍ້

ພະ​ເຍຊູ​ໂຍນ​ຊາຕານ​ໄປ​ທີ່​ເຫວ

ອີກ​ບໍ່​ດົນ​ຊາຕານ​ກັບ​ພວກ​ຜີ​ປີສາດ​ກໍ​ຈະ​ຖືກ​ກຳຈັດ

ຊາຕານ​ແລະ​ພວກ​ຜີ​ປີສາດ​ຂອງ​ມັນ​ຈະ​ຫລອກ​ລວງ​ມະນຸດ​ໄດ້​ອີກ​ບໍ່​ດົນ. ພະ​ເຢໂຫວາ​ໄດ້​ຖິ້ມ​ພວກ​ມັນ​ອອກ​ມາ​ຈາກ​ສະຫວັນ​ແລ້ວ. (ຄຳປາກົດ 12:9) ໃນ​ອະນາຄົດ​ອັນ​ໃກ້​ນີ້ ພະເຈົ້າ​ຈະ​ຕໍ່​ສູ້​ຊາຕານ​ແລະ​ພວກ​ຜີ​ປີສາດ​ຂອງ​ມັນ​ອີກ​ເທື່ອ​ຫນຶ່ງ. ອັກຄະສາວົກ​ໂຢຮັນ​ເຫັນ​ນິມິດ​ທີ່​ມາ​ຈາກ​ພະເຈົ້າ ທ່ານ​ໄດ້​ກ່າວ​ວ່າ “ເຮົາ​ໄດ້​ເຫັນ​ທູດ​ສະຫວັນ​ອົງ​ຫນຶ່ງ​ລົງ​ມາ​ຈາກ​ຟ້າ​ສະຫວັນ ມີ​ລູກ​ກະແຈ​ສຳລັບ​ເຫວ​ອັນ​ເລິກ​ນັ້ນ​ແລະ​ມື​ທູດ​ນັ້ນ​ຖື​ສາຍ​ໂສ້​ອັນ​ໃຫຍ່. ແລະ​ທູດ​ສະຫວັນ​ໄດ້​ຈັບ​ເອົາ​ມັງກອນ​ນັ້ນ ງູ​ບູຮານ​ທີ່​ເປັນ​ເດຍໂບໂລ​ແລະ​ຊາຕານ ແລະ​ໄດ້​ຜູກ​ມັດ​ມັນ​ໄວ້​ຢູ່​ລະຫວ່າງ​ພັນ​ປີ. ແລະ​ໄດ້​ຖິ້ມ​ມັນ​ໄວ້​ໃນ​ເຫວ​ອັນ​ເລິກ​ນັ້ນ ແລະ​ລັ່ນ​ກະແຈ​ອັດ ຕີ​ຕາ​ປະທັບ​ໄວ້​ເທິງ​ມັນ​ເພື່ອ​ຈະ​ບໍ່​ໃຫ້​ມັນ​ລໍ້​ລວງ​ພວກ​ຕ່າງ​ປະເທດ​ທັງ​ຫລາຍ​ຕໍ່​ໄປ​ຈົນ​ເຖິງ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ. ພາຍ​ຫລັງ​ນັ້ນ​ຕ້ອງ​ປ່ອຍ​ມັນ​ອອກ​ໄປ​ສັກ​ເວລາ​ຫນ້ອຍ​ຫນຶ່ງ.” (ຄຳປາກົດ 20:1-3) ຫລັງ​ຈາກ​ນັ້ນ ພະຍາມານ​ພ້ອມ​ກັບ​ຜີ​ປີສາດ​ຂອງ​ມັນ​ຈະ​ຖືກ​ທຳລາຍ​ຕະຫລອດ​ໄປ.—ຄຳປາກົດ 20:10.

ຄົນ​ຊົ່ວ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ຖືກ​ກຳຈັດ​ຄື​ກັນ.—ຄຳເພງ 37:9, 10; ລືກາ 13:5.

ຄົນ​ຕາຍ​ແລ້ວ​ຈະ​ມີ​ຊີວິດ​ອີກ!

ຜູ້​ຄົນ​ຕ້ອນຮັບ​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ

ຄົນ​ຕາຍ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ເທິງ​ແຜ່ນດິນ​ໂລກ

ພາຍ​ຫລັງ​ຊາຕານ​ແລະ​ພວກ​ຜີ​ປີສາດ​ຖືກ​ກຳຈັດ​ອອກ​ໄປ​ແລ້ວ ພະ​ເຢໂຫວາ​ຈະ​ນຳ​ເອົາ​ພະ​ພອນ​ຫລາຍ​ຢ່າງ​ມາ​ສູ່​ມະນຸດ​ຊາດ. ເຈົ້າ​ຄົງ​ຈະ​ຈື່​ວ່າ​ຄົນ​ຕາຍ​ບໍ່​ມີ​ຊີວິດ ບໍ່​ເປັນ​ຢູ່​ບ່ອນ​ໃດ. ພະ​ເຍຊູ​ສົມ​ທຽບ​ຄວາມ​ຕາຍ​ຄື​ກັບ​ການ​ນອນ​ຫລັບ—ຫລັບ​ສະຫນິດ​ບໍ່​ຝັນ​ເລີຍ. (ໂຢຮັນ 11:11-14) ພະ​ເຍຊູ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພະອົງ​ຮູ້​ວ່າ​ຈະ​ມີ​ເວລາ​ຫນຶ່ງ​ເຊິ່ງ​ຄົນ​ທີ່​ຫລັບ​ໄປ​ໃນ​ຄວາມ​ຕາຍ​ຈະ​ໄດ້​ຮັບ​ການ​ປຸກ​ຂຶ້ນ​ມາ​ໃຫ້​ມີ​ຊີວິດ​ອີກ. ພະອົງ​ກ່າວ​ວ່າ “ເວລາ​ຈະ​ມາ​ເມື່ອ​ບັນດາ​ຜູ້​ຊຶ່ງ​ຢູ່​ໃນ​ອຸມົງ​ລຳລຶກ . . . ຈະ​ອອກ​ມາ.”—ໂຢຮັນ 5:28, 29, ລ.ມ.; ທຽບ​ກັບ​ກິດຈະການ 24:15.

ເຂົາ​ເຈົ້າ​ຈະ​ຖືກ​ປຸກ​ຂຶ້ນ​ມາ​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້. ແທນ​ທີ່​ຈະ​ມີ​ການ​ປະກາດ​ວ່າ​ຄົນ​ນັ້ນ​ຕາຍ​ຄົນ​ນີ້​ຕາຍ ຈະ​ມີ​ການ​ປະກາດ​ຂ່າວ​ດີ​ວ່າ​ໃຜ​ໄດ້​ຮັບ​ການ​ປຸກ​ຈາກ​ຕາຍ​ແລ້ວ! ຈັ່ງແມ່ນ​ເປັນ​ຄວາມ​ຊື່ນຊົມ​ຍິນດີ​ແທ້​ທີ່​ຈະ​ໄດ້​ຕ້ອນຮັບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ອອກ​ມາ​ຈາກ​ຫລຸມ​ຝັງ​ສົບ!

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌