ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄຄ ບົດທີ 2 ໜ້າ 13-26
  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ
  • ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ພ້ອມ​ສຳລັບ​ຊີວິດ​ສົມລົດ​ແລ້ວ​ບໍ?
  • ຈົ່ງ​ຮູ້​ຈັກ​ຕົວ​ເອງ​ກ່ອນ
  • ສິ່ງ​ທີ່​ຄວນ​ມອງ​ຫາ​ໃນ​ຜູ້​ທີ່​ຈະ​ມາ​ເປັນ​ຄູ່​ຄອງ
  • ກວດ​ສອບ​ເບິ່ງ​ກ່ອນ
  • ຈົ່ງ​ຮັກສາ​ຕອນ​ເປັນ​ຄູ່​ຮັກ​ກັນ​ໃຫ້​ເປັນ​ທີ່​ໜ້າ​ນັບຖື
  • ການ​ເບິ່ງ​ໄປ​ໄກ​ກວ່າ​ວັນ​ສົມລົດ
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຜິດບໍຖ້າຈະຢູ່ກິນນຳກັນກ່ອນແຕ່ງດອງ?
    ບົດຄວາມຈາກ “ຕື່ນເຖີດ!” ປີ 2009 ພາສາອັງກິດ
  • ຫາກ​ຊີວິດ​ສົມລົດ​ຢູ່​ໃນ​ຂັ້ນ​ວິກິດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເຄັດລັບສຳລັບຄວາມສຸກໃນຄອບຄົວ
ຄຄ ບົດທີ 2 ໜ້າ 13-26

ບົດ​ສອງ

ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ

1, 2. (ກ) ພະ​ເຍຊູ​ເນັ້ນ​ຄວາມ​ສຳຄັນ​ຂອງ​ການ​ວາງ​ແຜນ​ຢ່າງ​ໃດ? (ຂ) ໃນ​ຂອບ​ເຂດ​ໃດ​ໂດຍ​ສະເພາະ​ຊຶ່ງ​ການ​ວາງ​ແຜນ​ສຳຄັນ​ຍິ່ງ?

ການ​ສ້າງ​ບ້ານ​ຕ້ອງ​ກຽມ​ການ​ຢ່າງ​ຮອບຄອບ. ກ່ອນ​ການ​ວາງ​ຮາກ ຕ້ອງ​ໄດ້​ທີ່​ດິນ​ແລະ​ມີ​ການ​ຂຽນ​ແຜນຜັງ​ເສຍ​ກ່ອນ. ຢ່າງ​ໃດ​ກໍ​ຕາມ ມີ​ສິ່ງ​ອື່ນ​ອີກ​ທີ່​ສຳຄັນ. ພະ​ເຍຊູ​ຕັດ​ວ່າ “ໃນ​ພວກ​ທ່ານ ຖ້າ​ຜູ້​ໃດ​ຢາກ​ກໍ່​ສ້າງ​ປ້ອມ ຜູ້​ນັ້ນ​ຈະ​ບໍ່​ນັ່ງ​ລົງ​ກ່ອນ​ແລະ​ຄຶດ​ລາຄາ​ແລະ​ນັບ​ເບິ່ງ​ວ່າ ຈະ​ມີ​ເຂົ້າ​ຂອງ​ພໍ​ໄດ້​ກະທຳ​ໃຫ້​ສຸດ​ແລ້ວ​ຫຼື?”—ລຶກາ 14:28.

2 ສິ່ງ​ທີ່​ເປັນ​ຈິງ​ໃນ​ການ​ສ້າງ​ບ້ານ​ກໍ​ນຳ​ມາ​ໃຊ້​ໄດ້​ກັບ​ການ​ສ້າງ​ຊີວິດ​ແຕ່ງ​ດອງ​ທີ່​ປະສົບ​ຜົນ​ສຳເລັດ​ດ້ວຍ. ຫຼາຍ​ຄົນ​ກ່າວ​ວ່າ “ຂ້ອຍ​ຢາກ​ແຕ່ງ​ດອງ.” ແຕ່​ມີ​ຈັກ​ຄົນ​ຢຸດ​ຄຶດ​ເຖິງ​ຂໍ້​ໄດ້​ຂໍ້​ເສຍ​ຈາກ​ການ​ແຕ່ງ​ດອງ? ຂະນະ​ທີ່​ຄຳພີ​ໄບເບິນ​ເວົ້າ​ເຖິງ​ຊີວິດ​ສົມລົດ​ໃນ​ດ້ານ​ທີ່​ດີ ພະ​ຄຳພີ​ຍັງ​ຊີ້​ໃຫ້​ເອົາໃຈໃສ່​ກັບ​ການ​ທ້າທາຍ​ທີ່​ຈະ​ມີ​ຂຶ້ນ​ໃນ​ຊີວິດ​ສົມລົດ​ດ້ວຍ. (ສຸພາສິດ 18:22; 1 ໂກລິນໂທ 7:28) ດັ່ງ​ນັ້ນ ຄົນ​ເຫຼົ່າ​ນັ້ນ​ທີ່​ໄຕ່ຕອງ​ຈະ​ສົມລົດ​ຕ້ອງ​ມີ​ທັດສະນະ​ແບບ​ທີ່​ກົງ​ກັບ​ສະພາບ​ຈິງ​ກ່ຽວ​ກັບ​ທັງ​ຄວາມ​ສຸກ​ແລະ​ສິ່ງ​ທີ່​ຕ້ອງ​ເສຍ​ສະລະ​ໃນ​ຊີວິດ​ສົມລົດ.

3. ເຫດ​ໃດ​ຄຳພີ​ໄບເບິນ​ເປັນ​ເຄື່ອງ​ຊ່ວຍ​ອັນ​ມີ​ຄຸນຄ່າ​ແກ່​ຄົນ​ເຫຼົ່າ​ນັ້ນ​ທີ່​ວາງ​ແຜນ​ຈະ​ແຕ່ງ​ດອງ ແລະ​ຄຳຖາມ​ສາມ​ປະການ​ອັນ​ໃດ​ທີ່​ພະ​ຄຳພີ​ຈະ​ຊ່ວຍ​ເຮົາ​ຕອບ​ໄດ້?

3 ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ໄດ້. ຄຳ​ແນະນຳ​ຂອງ​ຄຳພີ​ໄບເບິນ​ມີ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ຜູ້​ລິເລີ່ມ​ການ​ສົມລົດ ພະເຈົ້າ​ເຢໂຫວາ. (ເອເຟດ 3:14, 15; 2 ຕີໂມເຕ 3:16) ໂດຍ​ໃຊ້​ຫຼັກ​ການ​ທີ່​ມີ​ໃນ​ໜັງສື​ຄູ່​ມື​ເກົ່າ​ແກ່​ແຕ່​ຍັງ​ທັນ​ສະໄໝ​ແທ້ໆ ເຫຼັ້ມ​ນີ້ ໃຫ້​ເຮົາ​ຄົ້ນ​ເບິ່ງ​ວ່າ (1) ຄົນ​ເຮົາ​ຈະ​ບອກ​ໄດ້​ຢ່າງ​ໃດ​ວ່າ ເຂົາ​ພ້ອມ​ສຳລັບ​ຊີວິດ​ສົມລົດ? (2) ຄວນ​ມອງ​ຫາ​ສິ່ງ​ໃດ​ໃນ​ຕົວ​ຜູ້​ຈະ​ມາ​ເປັນ​ຄູ່​ຄອງ? (3) ຈະ​ເບິ່ງ​ແຍງ​ໃຫ້​ຕອນ​ທີ່​ເປັນ​ຄູ່​ຮັກ​ກັນ​ນັ້ນ​ເປັນ​ທີ່​ໜ້າ​ນັບຖື​ໄດ້​ຢ່າງ​ໃດ?

ເຈົ້າ​ພ້ອມ​ສຳລັບ​ຊີວິດ​ສົມລົດ​ແລ້ວ​ບໍ?

4. ອັນ​ໃດ​ເປັນ​ປັດໄຈ​ສຳຄັນ​ໃນ​ການ​ຮັກສາ​ໄວ້​ຊຶ່ງ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ ແລະ​ເພາະ​ເຫດ​ໃດ?

4 ການ​ສ້າງ​ບ້ານ​ອາດ​ໃຊ້​ເງິນ​ຫຼາຍ ແຕ່​ການ​ເອົາໃຈໃສ່​ຕໍ່​ການ​ບຳລຸງ​ຮັກສາ​ບ້ານ​ໃນ​ໄລຍະ​ຍາວ​ກໍ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ເຊັ່ນ​ກັນ. ນັ້ນ​ກໍ​ຄ້າຍ​ກັບ​ຊີວິດ​ສົມລົດ. ການ​ແຕ່ງ​ດອງ​ເບິ່ງ​ຄື​ເປັນ​ການ​ທ້າທາຍ​ພໍ​ສົມຄວນ ຢ່າງ​ໃດ​ກໍ​ດີ ຕ້ອງ​ຄຳນຶງ​ເຖິງ​ການ​ຮັກສາ​ສາຍ​ສຳພັນ​ໃນ​ຊີວິດ​ສົມລົດ​ປີ​ແລ້ວ​ປີ​ອີກ​ເຊັ່ນ​ກັນ. ການ​ຮັກສາ​ຄວາມ​ສຳພັນ​ດັ່ງ​ກ່າວ​ຮຽກ​ຮ້ອງ​ອັນ​ໃດ​ແດ່? ປັດໄຈ​ສຳຄັນ​ຢ່າງ​ໜຶ່ງ​ແມ່ນ​ການ​ຮູ້ສຶກ​ເຖິງ​ພັນທະ​ຜູກ​ມັດ​ຢ່າງ​ສຸດ​ຫົວ​ໃຈ. ຄຳພີ​ໄບເບິນ​ພັນລະນາ​ເຖິງ​ຄວາມ​ສຳພັນ​ໃນ​ຊີວິດ​ສົມລົດ​ວ່າ “ຜູ້​ຊາຍ​ຈະ​ລາ​ພໍ່​ແມ່​ແຫ່ງ​ຕົນ ແລະ​ຈະ​ຕິດ​ພັນ​ຢູ່​ກັບ​ເມຍ​ແຫ່ງ​ຕົນ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ເນື້ອ​ໜັງ​ອັນ​ດຽວ​ກັນ.” (ຕົ້ນເດິມ 2:24) ພະ​ເຍຊູ​ຄລິດ​ສະເໜີ​ພື້ນ​ຖານ​ຢ່າງ​ດຽວ​ຕາມ​ຫຼັກ​ພະ​ຄຳພີ​ສຳລັບ​ການ​ຢ່າ​ຮ້າງ​ຢ່າງ​ທີ່​ຈະ​ສົມລົດ​ອີກ​ໄດ້ ຄື “ການ​ຜິດ​ປະເວນີ” ນັ້ນ​ແມ່ນ ເພດ​ສຳພັນ​ແບບ​ລັກ​ລອບ​ນອກ​ສາຍ​ສົມລົດ. (ມັດທາຽ 19:9, ລ.ມ.) ຖ້າ​ເຈົ້າ​ພວມ​ໄຕ່​ຕອງ​ເຖິງ​ການ​ສົມລົດ​ຢູ່ ຈົ່ງ​ຈື່​ມາດຕະຖານ​ຕາມ​ຫຼັກ​ພະ​ຄຳພີ​ເຫຼົ່າ​ນີ້. ຫາກ​ເຈົ້າ​ບໍ່​ພ້ອມ​ສຳລັບ​ພັນທະ​ຜູກ​ມັດ​ທີ່​ຈິງ​ຈັງ​ນີ້​ແລ້ວ ເຈົ້າ​ກໍ​ບໍ່​ພ້ອມ​ສຳລັບ​ຊີວິດ​ສົມລົດ.—ພະບັນຍັດຕິທີ2 23:21; ຜູ້ເທສນາປ່າວປະກາດ 5:4, 5.

5. ແມ່ນ​ວ່າ​ພັນທະ​ຜູກ​ມັດ​ທີ່​ຈິງ​ຈັງ​ຂອງ​ການ​ສົມລົດ​ເຮັດ​ໃຫ້​ລາງ​ຄົນ​ຫວາດ​ຫວັ່ນ​ກໍ​ຕາມ ເຫດ​ໃດ​ຄົນ​ເຫຼົ່າ​ນັ້ນ​ທີ່​ຕັ້ງ​ໃຈ​ຈະ​ສົມລົດ​ໜ້າ​ຈະ​ຖື​ວ່າ​ພັນທະ​ຜູກ​ມັດ​ນັ້ນ​ມີ​ຄ່າ​ຢ່າງ​ຍິ່ງ?

5 ຄວາມ​ຄຶດ​ເລື່ອງ​ພັນທະ​ຜູກ​ມັດ​ທີ່​ຈິງ​ຈັງ​ເຮັດ​ໃຫ້​ຫຼາຍ​ຄົນ​ຫວາດ​ຫວັ່ນ. ຊາຍ​ຫນຸ່ມ​ຜູ້​ໜຶ່ງ​ສາລະພາບ​ວ່າ “ການ​ຮູ້​ວ່າ​ເຮົາ​ທັງ​ສອງ​ຕ້ອງ​ຜູກ​ມັດ​ກັນ​ໄປ​ຕະຫຼອດ​ຊີວິດ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ຖືກ​ຈຳກັດ, ຖືກ​ປິດ​ລ້ອມ, ຖືກ​ກັກ​ຕົວ​ໄວ້​ຢ່າງ​ເດັດ​ຂາດ. ແຕ່​ຖ້າ​ເຈົ້າ​ຮັກ​ຜູ້​ທີ່​ເຈົ້າ​ຕັ້ງ​ໃຈ​ຈະ​ແຕ່ງ​ດອງ​ນຳ​ແທ້ໆ ແລ້ວ ພັນທະ​ຜູກ​ມັດ​ກໍ​ຈະ​ບໍ່​ເບິ່ງ​ຄື​ເປັນ​ພາລະ. ແທນ​ທີ່​ຈະ​ເປັນ​ດັ່ງ​ນັ້ນ ພັນທະ​ຜູກ​ມັດ​ຈະ​ຖືກ​ຫຼິງ​ເຫັນ​ວ່າ​ເປັນ​ທີ່​ມາ​ຂອງ​ຄວາມ​ໝັ້ນຄົງ. ການ​ສຳນຶກ​ເຖິງ​ພັນທະ​ຜູກ​ມັດ​ທີ່​ປາກົດ​ຢູ່​ໃນ​ຊີວິດ​ສົມລົດ​ຈະ​ເຮັດ​ໃຫ້​ຄູ່​ສົມລົດ​ຕ້ອງການ​ຢູ່​ນຳ​ກັນ​ທັງ​ຍາມ​ສຸກ​ຍາມ​ທຸກ​ແລະ​ສະໜັບສະຫນູນ​ກັນ​ບໍ່​ວ່າ​ຈະ​ເກີດ​ອັນ​ໃດ​ຂຶ້ນ​ກໍ​ຕາມ. ຄລິດສະຕຽນ​ອັກຄະສາວົກ​ໂປໂລ​ຂຽນ​ວ່າ ຄວາມ​ຮັກ​ແທ້ “ທົນ​ຮັບ​ເອົາ​ທຸກ​ສິ່ງ” ແລະ “ອົດ​ທົນ​ທຸກ​ສິ່ງ.” (1 ໂກລິນໂທ 13:4, 7, ລ.ມ.) ຍິງ​ຄົນ​ໜຶ່ງ​ກ່າວ​ວ່າ “ພັນທະ​ຜູກ​ມັດ​ຂອງ​ການ​ສົມລົດ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ໝັ້ນຄົງ​ຫຼາຍ​ຂຶ້ນ. ຂ້ອຍ​ມັກ​ຄວາມ​ອຸ່ນ​ໃຈ​ໃນ​ການ​ປະກາດ​ຢ່າງ​ເປີດ​ເຜີຍ​ວ່າ ເຮົາ​ຕັ້ງ​ໃຈ​ຈະ​ແນບ​ແໜ້ນ​ຢູ່​ດ້ວຍ​ກັນ.”—ຜູ້ເທສນາປ່າວປະກາດ 4:9-12.

6. ເຫດ​ໃດ​ຈຶ່ງ​ດີ​ທີ່​ສຸດ​ທີ່​ຈະ​ບໍ່​ຟ້າວ​ແຕ່ງ​ດອງ​ຕອນ​ອາຍຸ​ຍັງ​ນ້ອຍ​ຢູ່?

6 ການ​ດຳເນີນ​ຊີວິດ​ຕາມ​ພັນທະ​ຜູກ​ມັດ​ດັ່ງ​ກ່າວ​ຮຽກ​ຮ້ອງ​ຄວາມ​ເປັນ​ຜູ້​ໃຫຍ່. ດ້ວຍ​ເຫດ​ນີ້ ໂປໂລ​ແນະນຳ​ວ່າ ດີ​ກວ່າ​ຖ້າ​ຄລິດສະຕຽນ​ຈະ​ບໍ່​ແຕ່ງ​ດອງ​ຈົນ​ກວ່າ​ເຂົາ “ເລີຍ​ຄວາມ​ເບັ່ງບານ​ຂອງ​ໄວ​ຫນຸ່ມ​ສາວ,” ຊຶ່ງ​ເປັນ​ໄລຍະ​ທີ່​ຄວາມ​ຮູ້ສຶກ​ທາງ​ເພດ​ຄອບງຳ​ແລະ​ບິດ​ເບືອນ​ການ​ຕັດສິນ​ໃຈ​ຂອງ​ຄົນ​ເຮົາ​ໄດ້. (1 ໂກລິນໂທ 7:36, ລ.ມ.) ຄົນ​ຫນຸ່ມ​ສາວ​ປ່ຽນ​ແປງ​ຢ່າງ​ໄວ​ຂະນະ​ເຂົາ​ໃຫຍ່​ຂຶ້ນ. ຫຼາຍ​ຄົນ​ທີ່​ແຕ່ງ​ດອງ​ເມື່ອ​ອາຍຸ​ຍັງ​ນ້ອຍ​ພົບ​ວ່າ​ພຽງ​ບໍ່​ຈັກ​ປີ​ຫຼັງ​ນັ້ນ ຄວາມ​ຕ້ອງການ​ແລະ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ​ກັບ​ຂອງ​ຄູ່​ສົມລົດ​ໄດ້​ປ່ຽນ​ໄປ. ສະຖິຕິ​ເຜີຍ​ໃຫ້​ເຫັນ​ວ່າ ພວກ​ໄວຮຸ່ນ​ທີ່​ແຕ່ງ​ດອງ​ເບິ່ງ​ຄື​ຈະ​ບໍ່​ມີ​ຄວາມ​ສຸກ​ແລະ​ຫາ​ທາງ​ຢ່າ​ຮ້າງ​ຫຼາຍ​ກວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ຄ່ອຍ​ແຕ່ງ​ດອງ​ຕອນ​ອາຍຸ​ຫຼາຍ​ຂຶ້ນ. ດັ່ງ​ນັ້ນ ຢ່າ​ຟ້າວ​ແຕ່ງ​ດອງ. ການ​ດຳເນີນ​ຊີວິດ​ໄລຍະ​ໜຶ່ງ​ຢູ່​ເປັນ​ໂສດ​ຂະນະ​ເປັນ​ຜູ້​ໃຫຍ່​ອາດ​ໃຫ້​ປະສົບການ​ທີ່​ລ້ຳ​ຄ່າ​ແກ່​ເຈົ້າ​ຊຶ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ອາວຸໂສ​ຫຼາຍ​ຂຶ້ນ ແລະ​ມີ​ຄຸນສົມບັດ​ດີ​ຂຶ້ນ​ໃນ​ການ​ເປັນ​ຄູ່​ຄອງ​ທີ່​ເໝາະ​ສົມ. ການ​ຍືດ​ເວລາ​ກ່ອນ​ຈະ​ສົມລົດ ອາດ​ຊ່ວຍ​ໃຫ້​ເຈົ້າ​ເຂົ້າ​ໃຈ​ຕົວ​ເອງ​ດີ​ຂຶ້ນ—ອັນ​ເປັນ​ສິ່ງ​ຈຳເປັນ​ຫາກ​ເຈົ້າ​ພັດທະນາ​ຄວາມ​ສຳພັນ​ທີ່​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ສົມລົດ​ຂອງ​ເຈົ້າ.

ຈົ່ງ​ຮູ້​ຈັກ​ຕົວ​ເອງ​ກ່ອນ

7. ເຫດ​ໃດ​ຄົນ​ເຫຼົ່າ​ນັ້ນ​ທີ່​ວາງ​ແຜນ​ຈະ​ແຕ່ງ​ດອງ​ຄວນ​ກວດ​ສອບ​ຕົນ​ເອງ​ເສຍ​ກ່ອນ?

7 ເຈົ້າ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ງ່າຍ​ບໍ​ທີ່​ຈະ​ເຮັດ​ລາຍ​ການ​ຄຸນສົມບັດ​ຊຶ່ງ​ເຈົ້າ​ຕ້ອງການ​ໃນ​ຕົວ​ຄູ່​ຄອງ? ຄົນ​ສ່ວນ​ຫຼາຍ​ຄຶດ​ວ່າ​ງ່າຍ. ຢ່າງ​ໃດ​ກໍ​ດີ ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຄຸນສົມບັດ​ຂອງ​ຕົວ​ເຈົ້າ​ເອງ? ເຈົ້າ​ມີ​ລັກສະນະ​ນິດໄສ​ອັນ​ໃດ​ແດ່​ຊຶ່ງ​ຈະ​ຊ່ວຍ​ສົ່ງ​ເສີມ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ? ເຈົ້າ​ຈະ​ເປັນ​ສາມີ​ຫຼື​ພັນລະຍາ​ປະເພດ​ໃດ? ຕົວຢ່າງ​ເຊັ່ນ ເຈົ້າ​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ເຈົ້າ​ຢ່າງ​ເປີດ​ເຜີຍ​ແລະ​ຮັບ​ເອົາ​ຄຳ​ແນະນຳ​ບໍ ຫຼື​ວ່າ​ເຈົ້າ​ປ້ອງກັນ​ຕົວ​ຢູ່​ສະເໝີ​ເມື່ອ​ຖືກ​ແກ້ໄຂ? ຕາມ​ປົກກະຕິ​ເຈົ້າ​ເປັນ​ຄົນ​ມ່ວນ​ຊື່ນ​ແລະ​ເບິ່ງ​ໃນ​ແງ່​ດີ​ບໍ ຫຼື​ວ່າ​ເຈົ້າ​ມັກ​ບໍ່​ເວົ້າ​ບໍ່​ຈາ​ແລະ​ມັກ​ຈົ່ມ​ຢູ່​ສະເໝີ? (ສຸພາສິດ 8:33; 15:15) ຈົ່ງ​ຈື່​ວ່າ ການ​ສົມລົດ​ຈະ​ບໍ່​ປ່ຽນ​ບຸກຄະລິກ​ຂອງ​ເຈົ້າ. ຫາກ​ເຈົ້າ​ເປັນ​ຄົນ​ຍິ່ງ​ທະນົງ, ມີ​ຄວາມ​ຮູ້ສຶກ​ໄວ​ໂພດ, ຫຼື​ມອງ​ໃນ​ແງ່​ຮ້າຍ​ຫຼາຍ​ເກີນ​ໄປ​ຕອນ​ເປັນ​ໂສດ ເຈົ້າ​ກໍ​ຈະ​ເປັນ​ແບບ​ດຽວ​ກັນ​ເມື່ອ​ສົມລົດ​ແລ້ວ. ເນື່ອງ​ຈາກ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເບິ່ງ​ຕົວ​ເອງ​ຢ່າງ​ທີ່​ຄົນ​ອື່ນ​ເບິ່ງ​ເຮົາ ເຫດ​ໃດ​ບໍ່​ຂໍ​ຄວາມ​ຄຶດ​ເຫັນ​ແລະ​ຄຳ​ແນະນຳ​ຢ່າງ​ເປີດ​ເຜີຍ​ຈາກ​ພໍ່​ແມ່​ຫຼື​ເພື່ອນ​ທີ່​ໄວ້​ໃຈ​ໄດ້​ແດ່? ຖ້າ​ເຈົ້າ​ຮັບ​ຮູ້​ເຖິງ​ການ​ປ່ຽນ​ແປງ​ທີ່​ຈຳເປັນ ກໍ​ຈົ່ງ​ພະຍາຍາມ​ເຮັດ​ການ​ປ່ຽນ​ແປງ​ນັ້ນ​ກ່ອນ​ວາງ​ແຜນ​ຈະ​ແຕ່ງ​ດອງ.

8-10. ຄຳພີ​ໄບເບິນ​ໃຫ້​ຄຳ​ແນະນຳ​ອັນ​ໃດ​ທີ່​ຈະ​ຊ່ວຍ​ຄົນ​ເຮົາ​ໃຫ້​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ?

8 ຄຳພີ​ໄບເບິນ​ສະໜັບສະຫນູນ​ເຮົາ​ທີ່​ຈະ​ໃຫ້​ພະ​ວິນຍານ​ບໍລິສຸດ​ຂອງ​ພະເຈົ້າ​ດຳເນີນ​ງານ​ໃນ​ຕົວ​ເຮົາ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຄຸນ​ລັກສະນະ​ຕ່າງໆ ເຊັ່ນ “ຄວາມ​ຮັກ, ຄວາມ​ຍິນດີ, ສັນຕິສຸກ, ຄວາມ​ອົດ​ກັ້ນ​ທົນ​ນານ, ຄວາມ​ກະລຸນາ, ຄວາມ​ດີ, ຄວາມ​ເຊື່ອ, ຄວາມ​ອ່ອນ​ໂຍນ, ການ​ຮູ້​ຈັກ​ບັງຄັບ​ຕົນ.” ພະ​ຄຳພີ​ຍັງ​ບອກ​ໃຫ້​ເຮົາ “ຖືກ​ປ່ຽນ​ໃໝ່​ໃນ​ພະລັງ​ທີ່​ກະຕຸ້ນ​ຈິດໃຈ [ຂອງ​ເຮົາ]” ແລະ​ໃຫ້ “ສວມ​ໃສ່​ບຸກຄະລິກພາບ​ໃໝ່​ຊຶ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ພະ​ປະສົງ​ຂອງ​ພະເຈົ້າ​ໃນ​ຄວາມ​ຊອບທຳ​ແລະ​ຄວາມ​ຈົ່ງ​ຮັກ​ພັກດີ​ແທ້​ຈິງ” ດ້ວຍ. (ຄາລາຊີ 5:22, 23, ລ.ມ.; ເອເຟດ 4:23, 24, ລ.ມ.) ການ​ເອົາ​ຄຳ​ແນະນຳ​ນີ້​ໄປ​ໃຊ້​ລະຫວ່າງ​ທີ່​ເຈົ້າ​ຍັງ​ເປັນ​ໂສດ​ຢູ່​ຈະ​ເປັນ​ຄື​ການ​ສະສົມ​ເງິນ​ໄວ້​ໃນ​ທະນາຄານ—ເປັນ​ສິ່ງ​ຊຶ່ງ​ຈະ​ປາກົດ​ວ່າ​ມີ​ຄ່າ​ຫຼວງ​ຫຼາຍ​ໃນ​ອະນາຄົດ ຕອນ​ເຈົ້າ​ແຕ່ງ​ດອງ.

9 ຕົວຢ່າງ​ເຊັ່ນ ຫາກ​ເຈົ້າ​ເປັນ​ຜູ້​ຍິງ ຈົ່ງ​ຮຽນ​ທີ່​ຈະ​ເອົາໃຈໃສ່​ຫຼາຍ​ຂຶ້ນ​ຕໍ່ “ບຸກຄົນ​ທີ່​ເຊື່ອງ​ໄວ້​ແຫ່ງ​ຫົວ​ໃຈ” ຍິ່ງ​ກວ່າ​ການ​ເອົາໃຈໃສ່​ຕໍ່​ການ​ປາກົດ​ກາຍ. (1 ເປໂຕ 3:3, 4, ລ.ມ.) ຄວາມ​ສະຫງົບ​ສະຫງຽມ​ແລະ​ສຸຂະພາບ​ຈິດ​ດີ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ປັນຍາ​ຊຶ່ງ​ເປັນ “ມົງກຸດ​ແຫ່ງ​ຄວາມ​ງາມ” ແທ້. (ສຸພາສິດ 4:9, ລ.ມ.; 31:10, 30; 1 ຕີໂມເຕ 2:9, 10) ຫາກ​ເຈົ້າ​ເປັນ​ຜູ້​ຊາຍ ຈົ່ງ​ຮຽນ​ທີ່​ຈະ​ປະຕິບັດ​ກັບ​ຜູ້​ຍິງ​ດ້ວຍ​ທ່າ​ທີ​ກະລຸນາ​ແລະ​ນັບຖື. (1 ຕີໂມເຕ 5:1, 2) ຂະນະ​ທີ່​ຮຽນ​ວິທີ​ທຳ​ການ​ຕັດສິນ​ໃຈ​ແລະ​ແບກ​ໜ້າທີ່​ຮັບ​ຜິດ​ຊອບ​ຕ່າງໆ ຈົ່ງ​ຮຽນ​ທີ່​ຈະ​ເປັນ​ຄົນ​ຈຽມ​ຕົວ​ແລະ​ຖ່ອມ​ໃຈ​ດ້ວຍ. ເຈຕະຄະຕິ​ແບບ​ມັກ​ໃຊ້​ອຳນາດ​ບາດ​ໃຫຍ່​ຈະ​ນຳ​ໄປ​ສູ່​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ສົມລົດ.—ສຸພາສິດ 29:23; ມີເກ 6:8; ເອເຟດ 5:28, 29.

10 ເຖິງ​ແມ່ນ​ການ​ປ່ຽນ​ແປງ​ຄວາມ​ຄຶດ​ຈິດໃຈ​ໃນ​ຂອບ​ເຂດ​ເຫຼົ່າ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ​ກໍ​ຕາມ ນັ້ນ​ເປັນ​ສິ່ງ​ທີ່​ຄລິດສະຕຽນ​ທຸກ​ຄົນ​ຄວນ​ພະຍາຍາມ. ແລະ​ນັ້ນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ເປັນ​ຄູ່​ສົມລົດ​ທີ່​ດີ​ຂຶ້ນ.

ສິ່ງ​ທີ່​ຄວນ​ມອງ​ຫາ​ໃນ​ຜູ້​ທີ່​ຈະ​ມາ​ເປັນ​ຄູ່​ຄອງ

11, 12. ບຸກຄົນ​ສອງ​ຄົນ​ອາດ​ຈະ​ກວດ​ສອບ​ເບິ່ງ​ວ່າ​ເຂົາ​ເຂົ້າ​ກັນ​ໄດ້​ຫຼື​ບໍ່​ໂດຍ​ວິທີ​ໃດ?

11 ໃນ​ທ້ອງ​ຖິ່ນ​ທີ່​ເຈົ້າ​ຢູ່ ເປັນ​ທຳນຽມ​ບໍ​ທີ່​ຄົນ​ເຮົາ​ຈະ​ເລືອກ​ຄູ່​ຄອງ​ເອງ? ຖ້າ​ເຊັ່ນ​ນັ້ນ ເຈົ້າ​ຄວນ​ດຳເນີນ​ການ​ຢ່າງ​ໃດ​ຫາກ​ເຈົ້າ​ພໍ້​ໃຜ​ຄົນ​ໜຶ່ງ​ໃນ​ເພດ​ກົງ​ກັນ​ຂ້າມ​ທີ່​ຕ້ອງ​ຕາ​ຕ້ອງ​ໃຈ? ກ່ອນ​ອື່ນ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ແຕ່ງ​ດອງ​ແທ້​ຈິງ​ບໍ?’ ນັບ​ວ່າ​ເປັນ​ເລື່ອງ​ທາລຸນ​ທີ່​ຈະ​ຢອກ​ຫຼິ້ນ​ກັບ​ຄວາມ​ຮູ້ສຶກ​ຂອງ​ອີກ​ຄົນ​ໜຶ່ງ​ໂດຍ​ກໍ່​ໃຫ້​ເກີດ​ຄວາມ​ຄາດ​ຫວັງ​ຢ່າງ​ຜິດໆ. (ສຸພາສິດ 13:12) ຄັນ​ແລ້ວ ຈົ່ງ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ຢູ່​ໃນ​ຖານະ​ທີ່​ຈະ​ແຕ່ງ​ດອງ​ບໍ? ຫາກ​ຄຳຕອບ​ສຳລັບ​ທັງ​ສອງ​ຄຳຖາມ​ນັ້ນ​ຄື​ແມ່ນ​ແລ້ວ ຂັ້ນ​ຕອນ​ທີ່​ເຈົ້າ​ຈະ​ດຳເນີນ​ການ​ຕໍ່​ໄປ​ຈະ​ຕ່າງ​ກັນ​ສຸດ​ແລ້ວ​ແຕ່​ທຳນຽມ​ໃນ​ທ້ອງ​ຖິ່ນ. ໃນ​ບາງ​ປະເທດ ຫຼັງ​ຈາກ​ສັງເກດ​ເບິ່ງ​ຈັກ​ໄລຍະ​ໜຶ່ງ​ແລ້ວ ໃນ​ທີ່​ສຸດ​ເຈົ້າ​ກໍ​ອາດ​ຈະ​ຫາ​ໂອກາດ​ລົມ​ກັບ​ຄົນ​ນັ້ນ​ແລະ​ສະແດງ​ຄວາມ​ປາຖະໜາ​ຈະ​ຄຸ້ນ​ເຄີຍ​ກັນ​ຫຼາຍ​ຂຶ້ນ. ຖ້າ​ການ​ຕອບ​ສະໜອງ​ເປັນ​ໄປ​ໃນ​ເຊີງ​ປະຕິເສດ​ແລ້ວ ກໍ​ຢ່າ​ຢືນ​ການ​ຈົນ​ເຖິງ​ຈຸດ​ທີ່​ໜ້າ​ລັງກຽດ. ຢ່າ​ລືມ​ວ່າ ອີກ​ຝ່າຍ​ໜຶ່ງ​ມີ​ສິດ​ທີ່​ຈະ​ທຳ​ການ​ຕັດສິນ​ໃຈ​ໃນ​ເລື່ອງ​ນັ້ນ​ດ້ວຍ. ຢ່າງ​ໃດ​ກໍ​ດີ ຫາກ​ມີ​ການ​ຕອບ​ຮັບ ເຈົ້າ​ອາດ​ນັດ​ໝາຍ​ທີ່​ຈະ​ໃຊ້​ເວລາ​ຮ່ວມ​ກັນ​ໃນ​ກິດຈະກຳ​ບາງ​ຢ່າງ​ທີ່​ດີ​ງາມ. ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ທີ່​ຈະ​ພິຈາລະນາ​ເບິ່ງ​ວ່າ​ການ​ສົມລົດ​ກັບ​ບຸກຄົນ​ນີ້​ຈະ​ເປັນ​ການ​ສະຫຼາດ​ສຸຂຸມ​ຫຼື​ບໍ່.a ໃນ​ຂັ້ນ​ຕອນ​ນີ້​ເຈົ້າ​ຄວນ​ມອງ​ຫາ​ອັນ​ໃດ?

12 ເພື່ອ​ຕອບ​ຄຳຖາມ​ນັ້ນ ຂໍ​ໃຫ້​ນຶກ​ພາບ​ເຄື່ອງ​ດົນຕີ​ສອງ​ຢ່າງ ບາງ​ທີ​ອາດ​ຈະ​ເປັນ​ປີອາໂນ​ແລະ​ກິຕາ. ຫາກ​ມີ​ການ​ຕັ້ງ​ສຽງ​ເຄື່ອງ​ດົນຕີ​ທັງ​ສອງ​ນັ້ນ​ຢ່າງ​ຖືກ​ຕ້ອງ​ແລ້ວ ບໍ່​ວ່າ​ເຄື່ອງ​ໃດ​ກໍ​ສາມາດ​ໃຫ້​ສຽງ​ດົນຕີ​ໄພເລາະ​ໄດ້​ເມື່ອ​ບັນເລງ​ດ່ຽວ. ແຕ່ ຈະ​ເກີດ​ອັນ​ໃດ​ຂຶ້ນ ຖ້າ​ຫຼິ້ນ​ເຄື່ອງ​ດົນຕີ​ທັງ​ສອງ​ອັນ​ນີ້​ພ້ອມ​ກັນ? ຕອນ​ນີ້​ຕ້ອງ​ປັບ​ສຽງ​ເຄື່ອງ​ດົນຕີ​ທັງ​ສອງ​ຢ່າງ​ໃຫ້​ເຂົ້າ​ກັນ. ນັ້ນ​ຈະ​ຄ້າຍ​ກັບ​ເຈົ້າ​ແລະ​ຜູ້​ທີ່​ເຈົ້າ​ຫວັງ​ຈະ​ໄດ້​ເປັນ​ຄູ່​ຄອງ. ເຈົ້າ​ທັງ​ສອງ​ອາດ​ໄດ້​ບາກບັ່ນ​ພະຍາຍາມ​ທີ່​ຈະ “ປັບ” ບຸກຄະລິກ​ລັກສະນະ​ຂອງ​ຕົນ. ແຕ່​ຄຳຖາມ​ໃນ​ຕອນ​ນີ້​ຄື ເຈົ້າ​ໄດ້​ປັບ​ຕົວ​ໃຫ້​ເຂົ້າ​ປະສານ​ກັນ​ບໍ? ເວົ້າ​ອີກ​ຢ່າງ​ໜຶ່ງ​ແມ່ນ ເຈົ້າ​ເຂົ້າ​ກັນ​ໄດ້​ບໍ?

13. ເຫດ​ໃດ​ຈຶ່ງ​ບໍ່​ສະຫຼາດ​ສຸຂຸມ​ຫຼາຍ​ທີ່​ຈະ​ເປັນ​ຄູ່​ຮັກ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຢ່າງ​ດຽວ​ກັນ​ກັບ​ເຈົ້າ?

13 ນັບ​ວ່າ​ສຳຄັນ​ທີ່​ເຈົ້າ​ທັງ​ສອງ​ມີ​ຄວາມ​ເຊື່ອ​ແລະ​ຫຼັກ​ການ​ຮ່ວມ​ກັນ. ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ວ່າ “ຢ່າ​ເຂົ້າ​ທຽມ​ແອກ​ກັບ​ຄົນ​ບໍ່​ມີ​ຄວາມ​ເຊື່ອ.” (2 ໂກລິນໂທ 6:14, ລ.ມ. 1 ໂກລິນໂທ 7:39) ການ​ແຕ່ງ​ດອງ​ກັບ​ຄົນ​ທີ່​ບໍ່​ຮ່ວມ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ກັບ​ເຈົ້າ​ນັ້ນ​ຄົງ​ຈະ​ເປັນ​ໄປ​ໄດ້​ຫຼາຍ​ກວ່າ​ທີ່​ຈະ​ມີ​ຄວາມ​ບໍ່​ລົງ​ຮອຍ​ກັນ​ຢ່າງ​ຮຸນແຮງ. ກົງ​ກັນ​ຂ້າມ ການ​ທີ່​ສອງ​ຝ່າຍ​ມີ​ຄວາມ​ເຫຼື້ອມໃສ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ນັ້ນ​ເປັນ​ຮາກ​ຖານ​ແຂງແຮງ​ທີ່​ສຸດ​ສຳລັບ​ເອກະພາບ. ພະ​ເຢໂຫວາ​ປະສົງ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ຜູກ​ພັນ​ແໜ້ນແຟ້ນ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ກັບ​ຄົນ​ທີ່​ເຈົ້າ​ແຕ່ງ​ດອງ​ດ້ວຍ. ພະອົງ​ປະສົງ​ໃຫ້​ເຈົ້າ​ທັງ​ສອງ​ຜູກ​ພັນ​ກັບ​ພະອົງ​ແລະ​ຕໍ່​ກັນ​ແລະ​ກັນ​ດ້ວຍ​ເຊືອກ​ສາມ​ກຽວ​ແຫ່ງ​ຄວາມ​ຮັກ.—ຜູ້ເທສນາປ່າວປະກາດ 4:12.

14, 15. ການ​ມີ​ຄວາມ​ເຊື່ອ​ຢ່າງ​ດຽວ​ກັນ​ເປັນ​ປັດໄຈ​ດຽວ​ທໍ່​ນັ້ນ​ເພື່ອ​ຈະ​ມີ​ເອກະພາບ​ໃນ​ຊີວິດ​ສົມລົດ​ບໍ? ຈົ່ງ​ອະທິບາຍ.

14 ຂະນະ​ທີ່​ການ​ນະມັດສະການ​ພະເຈົ້າ​ຮ່ວມ​ກັນ​ເປັນ​ປັດໄຈ​ສຳຄັນ​ທີ່​ສຸດ​ຂອງ​ເອກະພາບ ມີ​ຫຼາຍ​ກວ່າ​ນັ້ນ​ທີ່​ພົວ​ພັນ​ຢູ່​ດ້ວຍ. ເພື່ອ​ຈະ​ປັບ​ໃຫ້​ເຂົ້າ​ປະສານ​ກັນ ເຈົ້າ​ແລະ​ຄູ່​ທີ່​ເຈົ້າ​ຫວັງ​ເອົາ​ໄວ້​ນັ້ນ​ຄວນ​ມີ​ເປົ້າ​ປະສົງ​ຄ້າຍ​ກັນ. ເປົ້າ​ປະສົງ​ຂອງ​ເຈົ້າ​ແມ່ນ​ຫຍັງ? ຕົວຢ່າງ​ເຊັ່ນ ເຈົ້າ​ທັງ​ສອງ​ຄຶດ​ຢ່າງ​ໃດ​ເລື່ອງ​ການ​ມີ​ລູກ? ສິ່ງ​ໃດ​ມີ​ຄວາມ​ສຳຄັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຈົ້າ?b (ມັດທາຽ 6:33) ໃນ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ​ຢ່າງ​ແທ້​ຈິງ​ນັ້ນ ທັງ​ສາມີ​ພັນລະຍາ​ເປັນ​ເພື່ອນ​ທີ່​ດີ​ຕໍ່​ກັນ​ແລະ​ເພີດເພີນ​ກັບ​ການ​ຢູ່​ຮ່ວມ​ກັນ. (ສຸພາສິດ 17:17) ເພື່ອ​ໃຫ້​ເປັນ​ເຊັ່ນ​ນັ້ນ ເຂົາ​ທັງ​ສອງ​ຕ້ອງ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ເມື່ອ​ບໍ່​ເປັນ​ຢ່າງ​ນັ້ນ​ແລ້ວ ກໍ​ນັບ​ວ່າ​ຍາກ​ທີ່​ຈະ​ຮັກສາ​ມິດຕະພາບ​ທີ່​ສະໜິດ​ແໜ້ນ​ໄວ້—ຢ່າ​ວ່າ​ເຖິງ​ຊີວິດ​ສົມລົດ​ເລີຍ. ແຕ່​ວ່າ ຫາກ​ຄົນ​ທີ່​ເຈົ້າ​ຫວັງ​ຈະ​ໄດ້​ເປັນ​ຄູ່​ຄອງ​ນັ້ນ​ມັກ​ກິດຈະກຳ​ບາງ​ຢ່າງ​ໂດຍ​ສະເພາະ ເຊັ່ນ ການ​ທັດສະນາຈອນ​ທາງ​ໄກ​ດ້ວຍ​ການ​ຍ່າງ ແລະ​ເຈົ້າ​ບໍ່​ມັກ ນັ້ນ​ໝາຍ​ຄວາມ​ວ່າ ເຈົ້າ​ທັງ​ສອງ​ບໍ່​ຄວນ​ແຕ່ງ​ດອງ​ກັນ​ບໍ? ບໍ່​ຕ້ອງ​ເປັນ​ດັ່ງ​ນັ້ນ​ກໍ​ໄດ້. ບາງ​ທີ​ເຈົ້າ​ອາດ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ໃນ​ສິ່ງ​ອື່ນໆ ຊຶ່ງ​ສຳຄັນ​ກວ່າ. ນອກ​ຈາກ​ນີ້ ເຈົ້າ​ອາດ​ໃຫ້​ຄວາມ​ສຸກ​ແກ່​ຄົນ​ທີ່​ເຈົ້າ​ຫວັງ​ວ່າ​ຈະ​ເປັນ​ຄູ່​ຄອງ​ນັ້ນ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ທີ່​ດີ​ງາມ​ເນື່ອງ​ຈາກ​ອີກ​ຝ່າຍ​ໜຶ່ງ​ມັກ​ກິດຈະກຳ​ນັ້ນ.—ກິດຈະການ 20:35.

15 ແທ້​ຈິງ ສ່ວນ​ໃຫຍ່​ແລ້ວ ການ​ເຂົ້າ​ກັນ​ໄດ້​ນັ້ນ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຈົ້າ​ທັງ​ສອງ​ປັບ​ຕົວ​ເຂົ້າ​ກັນ​ໄດ້​ດີ​ພຽງ​ໃດ​ແທນ​ທີ່​ຈະ​ວ່າ​ເຈົ້າ​ເໝືອນ​ກັນ​ພຽງ​ໃດ. ແທນ​ທີ່​ຈະ​ຖາມ​ວ່າ “ເຮົາ​ເຫັນ​ພ້ອມ​ກັນ​ໃນ​ທຸກ​ສິ່ງ​ບໍ?” ອາດ​ຈະ​ດີ​ກວ່າ​ຫາກ​ຖາມ​ວ່າ “ຈະ​ຈັດການ​ແນວ​ໃດ​ເມື່ອ​ເຮົາ​ບໍ່​ເຫັນ​ພ້ອມ​ກັນ? ເຮົາ​ສາມາດ​ພິຈາລະນາ​ເລື່ອງ​ຕ່າງໆ ຢ່າງ​ໃຈ​ເຢັນ ດ້ວຍ​ຄວາມ​ນັບຖື​ແລະ​ນຶກ​ເຖິງ​ສັກສີ​ຂອງ​ທັງ​ສອງ​ຝ່າຍ​ບໍ? ຫຼື​ວ່າ​ການ​ຫາ​ລື​ກັນ​ມັກ​ກາຍ​ເປັນ​ການ​ຜິດ​ຖຽງ​ກັນ​ຢ່າງ​ເຜັດ​ຮ້ອນ​ເລື້ອຍ​ໄປ? (ເອເຟດ 4:29, 31) ຫາກ​ເຈົ້າ​ຢາກ​ແຕ່ງ​ດອງ ຈົ່ງ​ລະວັງ​ຜູ້​ໃດ​ທີ່​ເຍີ້ຍິ່ງ​ແລະ​ຖື​ຄວາມ​ເຫັນ​ຂອງ​ຕົນ​ເປັນ​ໃຫຍ່ ບໍ່​ເຄີຍ​ເຕັມ​ໃຈ​ປະນີປະນອມ ຫຼື​ຜູ້​ຊຶ່ງ​ມັກ​ຮຽກ​ຮ້ອງ​ແລະ​ວາງ​ແຜນ​ຢູ່​ເລື້ອຍໆ ເພື່ອ​ໃຫ້​ຄົນ​ອື່ນ​ເຮັດ​ຕາມ​ໃຈ​ເຂົາ.

ກວດ​ສອບ​ເບິ່ງ​ກ່ອນ

16, 17. ຊາຍ​ຫຼື​ຍິງ​ອາດ​ຈະ​ມອງ​ຫາ​ອັນ​ໃດ​ເມື່ອ​ພິຈາລະນາ​ເບິ່ງ​ຄົນ​ທີ່​ຫວັງ​ຈະ​ເອົາ​ເປັນ​ຄູ່​ຄອງ?

16 ໃນ​ປະຊາຄົມ​ຄລິດສະຕຽນ ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ຮັບ​ມອບ​ໜ້າທີ່​ຮັບ​ຜິດ​ຊອບ​ຕ້ອງ​ຖືກ ‘ທົດລອງ​ເບິ່ງ​ຄວາມ​ເໝາະ​ສົມ​ກ່ອນ.’ (1 ຕີໂມເຕ 3:10, ລ.ມ.) ເຈົ້າ​ສາມາດ​ໃຊ້​ຫຼັກ​ການ​ອັນ​ນີ້​ໄດ້​ດ້ວຍ. ຕົວຢ່າງ​ເຊັ່ນ ຜູ້​ຍິງ​ອາດ​ຖາມ​ວ່າ “ຜູ້​ຊາຍ​ຄົນ​ນີ້​ມີ​ຊື່ສຽງ​ແບບ​ໃດ? ໃຜ​ເປັນ​ເພື່ອນ​ຂອງ​ເຂົາ? ເຂົາ​ສະແດງ​ການ​ຮູ້​ຈັກ​ບັງຄັບ​ຕົນ​ບໍ? ເຂົາ​ປະຕິບັດ​ຕໍ່​ຜູ້​ສູງ​ອາຍຸ​ຢ່າງ​ໃດ? ເຂົາ​ມາ​ແຕ່​ຄອບຄົວ​ແບບ​ໃດ? ເຂົາ​ປະຕິບັດ​ກັບ​ຄອບຄົວ​ຂອງ​ເຂົາ​ຢ່າງ​ໃດ? ເຈຕະຄະຕິ​ຂອງ​ເຂົາ​ຕໍ່​ເລື່ອງ​ເງິນ​ເປັນ​ຢ່າງ​ໃດ? ເຂົາ​ໃຊ້​ເຄື່ອງ​ດື່ມ​ປະເພດ​ເຫຼົ້າ​ໃນ​ທາງ​ຜິດ​ບໍ? ເຂົາ​ເປັນ​ຄົນ​ເຈົ້າ​ອາລົມ ເຖິງ​ກັບ​ຂີ້​ໂມໂຫ​ບໍ? ເຂົາ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ອັນ​ໃດ​ໃນ​ປະຊາຄົມ ແລະ​ເຂົາ​ປະຕິບັດ​ໜ້າທີ່​ນັ້ນ​ຢ່າງ​ໃດ? ຂ້ອຍ​ຈະ​ສາມາດ​ນັບຖື​ເຂົາ​ຢ່າງ​ສຸດ​ຊຶ້ງ​ໄດ້​ບໍ?”—ລະບຽບການພວກເລວີ 19:32; ສຸພາສິດ 22:29; 31:23; ເອເຟດ 5:3-5, 33; 1 ຕີໂມເຕ 5:8; 6:10; ຕິໂຕ 2:6, 7.

17 ຜູ້​ຊາຍ​ອາດ​ຈະ​ຖາມ​ວ່າ “ຜູ້​ຍິງ​ຄົນ​ນີ້​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ນັບຖື​ຕໍ່​ພະເຈົ້າ​ບໍ? ນາງ​ສາມາດ​ເອົາໃຈໃສ່​ເບິ່ງ​ແຍງ​ຢ້າວ​ເຮືອນ​ໄດ້​ບໍ? ຄອບຄົວ​ຂອງ​ນາງ​ຈະ​ຄາດ​ໝາຍ​ອັນ​ໃດ​ຈາກ​ເຮົາ? ນາງ​ເປັນ​ຄົນ​ສຸຂຸມ, ໝັ່ນ​ພຽນ, ປະຢັດ​ບໍ? ນາງ​ສົນທະນາ​ເລື່ອງ​ອັນ​ໃດ​ແດ່? ນາງ​ຫ່ວງ​ໃຍ​ຢ່າງ​ແທ້​ຈິງ​ໃນ​ສະຫວັດດີພາບ​ຂອງ​ຄົນ​ອື່ນ ຫຼື​ວ່າ​ນາງ​ເປັນ​ຄົນ​ມຸ່ງ​ແຕ່​ຕົວ​ເອງ, ມັກ​ຫຍຸ້ງ​ທຸລະ​ຂອງ​ຄົນ​ອື່ນ? ນາງ​ເປັນ​ຄົນ​ໄວ້​ໃຈ​ໄດ້​ບໍ? ນາງ​ເຕັມ​ໃຈ​ຍອມ​ຢູ່​ໃຕ້​ຕຳແໜ່ງ​ປະມຸກ​ບໍ, ຫຼື​ວ່າ​ນາງ​ດື້​ດຶງ ບາງ​ທີ​ແຂງ​ຂໍ້​ຂັດຂືນ​ອີກ​ດ້ວຍ?”—ສຸພາສິດ 31:10-31; ລຶກາ 6:45; ເອເຟດ 5:22, 23; 1 ຕີໂມເຕ 5:13; 1 ເປໂຕ 4:15.

18. ຫາກ​ມອງ​ເຫັນ​ຈຸດ​ບົກ​ພ່ອງ​ເລັກໆ ນ້ອຍໆ ລະຫວ່າງ​ຕອນ​ເປັນ​ຄູ່​ຮັກ​ກັນ ຄວນ​ມອງ​ເບິ່ງ​ເລື່ອງ​ນີ້​ຢ່າງ​ໃດ?

18 ຢ່າ​ລືມ​ວ່າ ເຈົ້າ​ພວມ​ຕິດ​ຕໍ່​ກ່ຽວ​ຂ້ອງ​ກັບ​ລູກ​ຫຼານ​ທີ່​ບໍ່​ສົມບູນ​ຂອງ​ອາດາມ ບໍ່​ແມ່ນ​ກັບ​ພະ​ເອກ​ຫຼື​ນາງ​ເອກ​ໃນ​ອຸດົມຄະຕິ​ຈາກ​ນະວະນິຍາຍ​ຮັກ. ທຸກ​ຄົນ​ມີ​ຂໍ້​ບົກ​ພ່ອງ ແລະ​ຈະ​ຕ້ອງ​ມອງ​ຂ້າມ​ຂໍ້​ເຫຼົ່າ​ນີ້​ບາງ​ຢ່າງ—ທັງ​ຂອງ​ເຈົ້າ​ແລະ​ຂອງ​ຜູ້​ທີ່​ເຈົ້າ​ຄາດ​ຫວັງ​ຈະ​ເປັນ​ຄູ່​ຄອງ. (ໂລມ 3:23; ຍາໂກໂບ 3:2) ນອກ​ຈາກ​ນີ້ ຄວາມ​ອ່ອນແອ​ທີ່​ປາກົດ​ອອກ​ມາ​ນັ້ນ​ອາດ​ເປີດ​ໂອກາດ​ໃຫ້​ອາວຸໂສ​ຂຶ້ນ. ຕົວຢ່າງ​ເຊັ່ນ ສົມມຸດ​ວ່າ ລະຫວ່າງ​ຕອນ​ທີ່​ເປັນ​ຄູ່​ຮັກ​ກັນ​ເຈົ້າ​ມີ​ການ​ຜິດ​ຖຽງ​ກັນ. ຈົ່ງ​ລອງ​ຄຶດ​ເບິ່ງ​ວ່າ ແມ່ນ​ແຕ່​ຄົນ​ທີ່​ຮັກ​ແລະ​ນັບຖື​ກັນ​ກໍ​ຍັງ​ບໍ່​ເຫັນ​ພ້ອມ​ກັນ​ບາງ​ເທື່ອ. (ປຽບ​ທຽບ​ຕົ້ນເດິມ 30:2; ກິດຈະການ 15:39.) ຈະ​ເປັນ​ໄດ້​ບໍ​ວ່າ​ເຈົ້າ​ທັງ​ສອງ​ພຽງ​ແຕ່​ຕ້ອງ ‘ຫັກ​ຫ້າມ​ໃຈ​ຂອງ​ເຈົ້າ​ເອງ’ ຫຼາຍ​ຂຶ້ນ​ອີກ​ຈັກ​ນ້ອຍ​ແລະ​ຮຽນ​ຮູ້​ວິທີ​ຈັດການ​ກັບ​ເລື່ອງ​ຕ່າງໆ ຢ່າງ​ສັນຕິ​ຫຼາຍ​ຂຶ້ນ? (ສຸພາສິດ 25:28) ຄົນ​ທີ່​ເຈົ້າ​ຫວັງ​ຈະ​ເປັນ​ຄູ່​ຄອງ​ນັ້ນ​ສະແດງ​ຄວາມ​ປາຖະໜາ​ທີ່​ຈະ​ປັບ​ປຸງ​ຕົນ​ໃຫ້​ດີ​ຂຶ້ນ​ບໍ? ຕົວ​ເຈົ້າ​ເດ? ເຈົ້າ​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ມີ​ຄວາມ​ຮູ້ສຶກ​ໄວ​ນ້ອຍ​ລົງ ອາລົມ​ເສຍ​ນ້ອຍ​ລົງ​ໄດ້​ບໍ? (ຜູ້ເທສນາປ່າວປະກາດ 7:9) ການ​ຮຽນ​ຮູ້​ທີ່​ຈະ​ແກ້​ບັນຫາ​ສາມາດ​ວາງ​ແບບ​ຂອງ​ການ​ສື່​ຄວາມ​ຢ່າງ​ກົງ​ໄປ​ກົງ​ມາ​ຊຶ່ງ​ສຳຄັນ​ຍິ່ງ​ຫາກ​ເຈົ້າ​ທັງ​ສອງ​ໄດ້​ແຕ່ງ​ດອງ​ກັນ​ແທ້ໆ.—ໂກໂລດ 3:13.

19. ຖ້າ​ຂໍ້​ບົກ​ພ່ອງ​ຮ້າຍແຮງ​ປາກົດ​ອອກ​ມາ​ລະຫວ່າງ​ຕອນ​ເປັນ​ຄູ່​ຮັກ​ກັນ ແນວ​ທາງ​ປະຕິບັດ​ທີ່​ສຸຂຸມ​ແມ່ນ​ຫຍັງ?

19 ແຕ່​ວ່າ​ຈັ່ງ​ໃດ ຫາກ​ເຈົ້າ​ສັງເກດ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ບໍ່​ສະບາຍ​ໃຈ​ຢ່າງ​ຍິ່ງ? ຄວນ​ພິຈາລະນາ​ຂໍ້​ສົງໄສ​ເຫຼົ່າ​ນີ້​ຢ່າງ​ຖີ່​ຖ້ວນ. ບໍ່​ວ່າ​ເຈົ້າ​ອາດ​ຮູ້ສຶກ​ຮັກ​ແພງ​ກັນ​ປານ​ໃດ​ຫຼື​ເຈົ້າ​ອາດ​ປາຖະໜາ​ຈະ​ແຕ່ງ​ດອງ​ຫຼາຍ​ຊ່ຳ​ໃດ​ກໍ​ຕາມ ຢ່າ​ຫຼັບ​ຫູ​ຫຼັບ​ຕາ​ຕໍ່​ຂໍ້​ບົກ​ພ່ອງ​ທີ່​ຮ້າຍແຮງ. (ສຸພາສິດ 22:3; ຜູ້ເທສນາປ່າວປະກາດ 2:14) ຖ້າ​ເຈົ້າ​ມີ​ຄວາມ​ສຳພັນ​ກັບ​ຜູ້​ທີ່​ເຈົ້າ​ມີ​ຂໍ້​ສົງໄສ​ບໍ່​ນ້ອຍ​ໃນ​ຕົວ​ເຂົາ ເປັນ​ເລື່ອງ​ສຸຂຸມ​ທີ່​ຈະ​ຍຸດຕິ​ຄວາມ​ສຳພັນ​ນັ້ນ​ແລະ​ບໍ່​ເຮັດ​ການ​ຜູກ​ມັດ​ຢ່າງ​ຖາວອນ​ກັບ​ບຸກຄົນ​ນັ້ນ.

ຈົ່ງ​ຮັກສາ​ຕອນ​ເປັນ​ຄູ່​ຮັກ​ກັນ​ໃຫ້​ເປັນ​ທີ່​ໜ້າ​ນັບຖື

20. ຄົນ​ທີ່​ຢູ່​ໃນ​ຕອນ​ທີ່​ເປັນ​ຄູ່​ຮັກ​ກັນ​ຈະ​ຮັກສາ​ຄວາມ​ປະພຶດ​ດ້ານ​ສິນທຳ​ໃຫ້​ປັດສະຈາກ​ຄຳ​ຕິຕຽນ​ໄດ້​ຢ່າງ​ໃດ?

20 ເຈົ້າ​ຈະ​ຮັກສາ​ຕອນ​ເປັນ​ຄູ່​ຮັກ​ກັນ​ໃຫ້​ເປັນ​ທີ່​ໜ້າ​ນັບຖື​ໄດ້​ຢ່າງ​ໃດ? ປະການ​ທຳອິດ ຈົ່ງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ຄວາມ​ປະພຶດ​ດ້ານ​ສິນທຳ​ຂອງ​ເຈົ້າ​ປັດສະຈາກ​ການ​ຕິຕຽນ. ໃນ​ທ້ອງ​ຖິ່ນ​ທີ່​ເຈົ້າ​ຢູ່ ການ​ຈັບ​ມື​ຖື​ແຂນ​ກັນ, ການ​ຈູບ, ຫຼື​ການ​ໂອບ​ກອດ​ກັນ​ຖື​ວ່າ​ເປັນ​ພຶດຕິກຳ​ທີ່​ເໝາະ​ສົມ​ສຳລັບ​ຄູ່​ຮັກ​ທີ່​ຍັງ​ບໍ່​ແຕ່ງ​ດອງ​ກັນ​ບໍ? ເຖິງ​ແມ່ນ​ວ່າ​ການ​ສະແດງ​ຄວາມ​ຮັກ​ໄຄ່​ເຊັ່ນ​ນັ້ນ​ບໍ່​ມີ​ໃຜ​ວ່າ​ກໍ​ຕາມ ຄວນ​ຍອມ​ໃຫ້​ກັບ​ພຶດຕິກຳ​ເຊັ່ນ​ນັ້ນ​ສະເພາະ​ແຕ່​ເມື່ອ​ຄວາມ​ສຳພັນ​ມາ​ເຖິງ​ຂັ້ນ​ທີ່​ມີ​ການ​ວາງ​ແຜນການ​ແຕ່ງ​ດອງ​ຢ່າງ​ແນ່ນອນ​ແລ້ວ. ຈົ່ງ​ລະວັງ​ເພື່ອ​ທີ່​ການ​ສະແດງ​ຄວາມ​ຮັກ​ໄຄ່​ແນວ​ນັ້ນ​ຈະ​ບໍ່​ຫຼາຍ​ຂຶ້ນ​ຈົນ​ກາຍ​ເປັນ​ຄວາມ​ປະພຶດ​ທີ່​ບໍ່​ສະອາດ​ຫຼື​ກະ​ທັງ​ຜິດ​ປະເວນີ. (ເອເຟດ 4:18, 19; ປຽບ​ທຽບ​ບົດລຳເພງ 1:2; 2:6; 8:5, 9, 10.) ເນື່ອງ​ຈາກ​ຫົວ​ໃຈ​ທໍລະຍົດ ເປັນ​ການ​ສະຫຼາດ​ສຸຂຸມ​ທີ່​ເຈົ້າ​ທັງ​ສອງ​ຈະ​ຫຼີກ​ການ​ຢູ່​ດ້ວຍ​ກັນ​ສອງ​ຕໍ່​ສອງ​ໃນ​ບ້ານ, ຫ້ອງ​ຊຸດ, ລົດ​ຍົນ​ທີ່​ຈອດ​ຢູ່, ຫຼື​ບ່ອນ​ໃດ​ທີ່​ຈະ​ເປີດ​ໂອກາດ​ໃຫ້​ມີ​ການ​ປະພຶດ​ຜິດ​ໄດ້. (ເຢເຣມີ 17:9) ການ​ຮັກສາ​ສິນທຳ​ໃຫ້​ສະອາດ​ໃນ​ຕອນ​ການ​ເປັນ​ຄູ່​ຮັກ​ກັນ​ໃຫ້​ຫຼັກຖານ​ຊັດ​ແຈ້ງ​ວ່າ ເຈົ້າ​ມີ​ການ​ຮູ້​ຈັກ​ບັງຄັບ​ຕົນ​ແລະ​ເຈົ້າ​ເອົາ​ຄວາມ​ຫ່ວງ​ໃຍ​ຢ່າງ​ບໍ່​ເຫັນ​ແກ່​ຕົວ​ຕໍ່​ສະຫວັດດີພາບ​ຂອງ​ຜູ້​ອື່ນ​ມາ​ກ່ອນ​ຄວາມ​ປາຖະໜາ​ຂອງ​ຕົນ​ເອງ. ສຳຄັນ​ທີ່​ສຸດ ຕອນ​ການ​ເປັນ​ຄູ່​ຮັກ​ທີ່​ບໍ່​ມີ​ມົນທິນ​ຈະ​ເປັນ​ທີ່​ພໍ​ພະໄທ​ພະ​ເຢໂຫວາ​ພະເຈົ້າ ຜູ້​ບັນຊາ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ລະ​ເວັ້ນ​ຈາກ​ຄວາມ​ບໍ່​ສະອາດ​ແລະ​ການ​ຜິດ​ປະເວນີ.—ຄາລາຊີ 5:19-21.

21. ການ​ສື່​ຄວາມ​ຢ່າງ​ກົງ​ໄປ​ກົງ​ມາ​ໃນ​ເລື່ອງ​ໃດ​ອາດ​ຈຳເປັນ​ເພື່ອ​ຮັກສາ​ຕອນ​ການ​ເປັນ​ຄູ່​ຮັກ​ນັ້ນ​ໃຫ້​ເປັນ​ທີ່​ໜ້າ​ນັບຖື?

21 ປະການ​ທີ​ສອງ ຕອນ​ການ​ເປັນ​ຄູ່​ຮັກ​ທີ່​ໜ້າ​ນັບຖື​ລວມ​ເອົາ​ການ​ສື່​ຄວາມ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ. ຂະນະ​ທີ່​ການ​ເປັນ​ຄູ່​ຮັກ​ກັນ​ຄືບ​ໜ້າ​ໄປ​ສູ່​ການ​ແຕ່ງ​ດອງ ມີ​ບາງ​ເລື່ອງ​ຈະ​ຕ້ອງ​ສົນທະນາ​ກັນ​ຢ່າງ​ເປີດ​ເຜີຍ. ເຈົ້າ​ຈະ​ຢູ່​ບ່ອນ​ໃດ? ເຈົ້າ​ທັງ​ສອງ​ຈະ​ທຳ​ງານ​ອາຊີບ​ບໍ? ເຈົ້າ​ຕ້ອງການ​ມີ​ລູກ​ບໍ? ນອກ​ຈາກ​ນີ້ ເປັນ​ການ​ຖືກ​ຕ້ອງ​ທີ​ດຽວ​ທີ່​ຈະ​ເປີດ​ເຜີຍ​ເລື່ອງ​ຕ່າງໆ ບາງ​ທີ​ເປັນ​ເລື່ອງ​ໃນ​ອະດີດ​ຂອງ​ຄົນ​ເຮົາ ຊຶ່ງ​ອາດ​ມີ​ຜົນ​ກະທົບ​ຕໍ່​ຊີວິດ​ສົມລົດ. ເລື່ອງ​ເຫຼົ່າ​ນີ້​ອາດ​ໝາຍ​ລວມ​ເຖິງ​ໜີ້​ສິນ​ຈຳນວນ​ຫຼາຍ​ຫຼື​ພັນທະ​ຮັບ​ຜິດ​ຊອບ ຫຼື​ເລື່ອງ​ສຸຂະພາບ ເຊັ່ນ ໂລກ​ຫຼື​ພາວະ​ຮ້າຍແຮງ​ໃດໆ ທີ່​ເຈົ້າ​ອາດ​ມີ​ຢູ່​ນັ້ນ. ເນື່ອງ​ຈາກ​ຫຼາຍ​ຄົນ​ຊຶ່ງ​ຕິດ​ເຊື້ອ​ເອຊໄອວີ (ໄວຣັສ​ທີ່​ກໍ່​ໂລກ​ເອດສ໌) ບໍ່​ໄດ້​ສະແດງ​ອາການ​ຂອງ​ໂລກ​ທັນທີ ຄົງ​ຈະ​ບໍ່​ຜິດ​ທີ່​ເຮົາ​ຫຼື​ພໍ່​ແມ່​ຜູ້​ຫ່ວງ​ໃຍ​ຈະ​ຂໍຮ້ອງ​ມີ​ການ​ໃຫ້​ກວດ​ເລືອດ​ຫາ​ເຊື້ອ​ເອດສ໌​ຂອງ​ຜູ້​ທີ່​ໃນ​ອະດີດ​ເຄີຍ​ສຳສ່ອນ​ທາງ​ເພດ​ຫຼື​ເປັນ​ຜູ້​ໃຊ້​ຢາ​ເສບ​ຕິດ​ໂດຍ​ຊັກ​ເຂົ້າ​ເສັ້ນ​ເລືອດ. ຫາກ​ການ​ກວດ​ເລືອດ​ໄດ້​ຜົນ​ບວກ ຜູ້​ທີ່​ຕິດ​ເຊື້ອ​ນັ້ນ​ບໍ່​ຄວນ​ບັງຄັບ​ຄົນ​ທີ່​ເຂົາ​ມຸ່ງ​ໝາຍ​ຈະ​ໄດ້​ເປັນ​ຄູ່​ຄອງ​ນັ້ນ​ດຳເນີນ​ຄວາມ​ສຳພັນ​ຕໍ່​ໄປ​ຫາກ​ຄົນ​ນັ້ນ​ຢາກ​ຈະ​ໃຫ້​ຄວາມ​ສຳພັນ​ນັ້ນ​ຍຸດຕິ​ໃນ​ຕອນ​ນີ້. ທີ່​ຈິງ ຄົນ​ໃດ​ຊຶ່ງ​ເຄີຍ​ດຳເນີນ​ຊີວິດ​ແບບ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ສູງ​ໜ້າ​ຈະ​ຍອມ​ກວດ​ເລືອດ​ຫາ​ເຊື້ອ​ເອດສ໌​ເບິ່ງ​ດ້ວຍ​ຄວາມ​ສະໝັກ​ໃຈ​ກ່ອນ​ເລີ່ມ​ການ​ເປັນ​ຄູ່​ຮັກ​ກັນ.

ການ​ເບິ່ງ​ໄປ​ໄກ​ກວ່າ​ວັນ​ສົມລົດ

22, 23. (ກ) ອາດ​ສູນ​ເສຍ​ຄວາມ​ສົມ​ດຸນ​ໄດ້​ຢ່າງ​ໃດ​ເມື່ອ​ກຽມ​ການ​ສຳລັບ​ງານ​ແຕ່ງ​ດອງ? (ຂ) ຄວນ​ຮັກສາ​ໄວ້​ຊຶ່ງ​ທັດສະນະ​ທີ່​ສົມ​ດຸນ​ອັນ​ໃດ​ເມື່ອ​ຄຳນຶງ​ເຖິງ​ງານ​ແຕ່ງ​ດອງ​ແລະ​ຊີວິດ​ສົມລົດ?

22 ລະຫວ່າງ​ເດືອນ​ທ້າຍໆ ກ່ອນ​ການ​ສົມລົດ ເຈົ້າ​ທັງ​ສອງ​ຄົງ​ຈະ​ມີ​ວຽກ​ຫຼາຍ​ກັບ​ການ​ຈັດ​ກຽມ​ງານ​ແຕ່ງ​ດອງ. ເຈົ້າ​ອາດ​ລົດ​ຄວາມ​ຕຶງ​ຄຽດ​ຫຼວງ​ຫຼາຍ​ລົງ​ໄດ້​ໂດຍ​ການ​ເປັນ​ຄົນ​ຮູ້​ຈັກ​ປະມານ​ຕົນ​ເອງ. ງານ​ແຕ່ງ​ດອງ​ທີ່​ຈັດ​ຂຶ້ນ​ຢ່າງ​ພິຖີພິຖັນ​ອາດ​ເຮັດ​ໃຫ້​ຍາດ​ພີ່​ນ້ອງ​ແລະ​ຫມູ່​ຄູ່​ພໍ​ໃຈ ແຕ່​ນັ້ນ​ອາດ​ເຮັດ​ໃຫ້​ຜູ້​ທີ່​ເພິ່ງ​ຈະ​ແຕ່ງ​ດອງ​ໃໝ່​ກັບ​ຄອບຄົວ​ຂອງ​ເຂົາ​ອິດ​ເມື່ອຍ​ແລະ​ສິ້ນ​ເປືອງ​ເງິນ​ຄຳ. ການ​ຍຶດ​ໝັ້ນ​ກັບ​ປະເພນີ​ທ້ອງ​ຖິ່ນ​ບາງ​ຢ່າງ​ນັ້ນ​ມີ​ເຫດຜົນ ແຕ່​ການ​ເຮັດ​ຕາມ​ແບບ​ບໍ່​ໃຊ້​ຄວາມ​ຄຶດ​ແລະ​ບາງ​ທີ​ແຂ່ງ​ຂັນ​ກັນ​ສາມາດ​ບົດ​ບັງ​ຄວາມ​ໝາຍ​ຂອງ​ໂອກາດ​ນັ້ນ​ແລະ​ອາດ​ເຮັດ​ໃຫ້​ເຈົ້າ​ສູນ​ເສຍ​ຄວາມ​ຍິນດີ​ທີ່​ເຈົ້າ​ໜ້າ​ຈະ​ມີ. ຂະນະ​ທີ່​ຕ້ອງ​ຄຳນຶງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ອື່ນ ເຈົ້າ​ບ່າວ​ເປັນ​ຜູ້​ຮັບ​ຜິດ​ຊອບ​ອັນ​ດັບ​ທຳອິດ​ໃນ​ການ​ຕັດສິນ​ສິ່ງ​ທີ່​ຈະ​ດຳເນີນ​ຕໍ່​ໃນ​ງານ​ລ້ຽງ​ສະຫຼອງ​ສົມລົດ.—ໂຍຮັນ 2:9.

23 ຈົ່ງ​ຈື່​ໄວ້​ວ່າ​ງານ​ແຕ່ງ​ດອງ​ຂອງ​ເຈົ້າ​ມີ​ແຕ່​ມື້​ດຽວ ແຕ່​ຊີວິດ​ສົມລົດ​ຂອງ​ເຈົ້າ​ຍືນ​ນານ​ຊົ່ວ​ຊີວິດ. ຈົ່ງ​ໃຫ້​ຫຼີກ​ເວັ້ນ​ການ​ເພ່ງ​ເລັງ​ເກີນ​ໄປ​ໃນ​ສິ່ງ​ທີ່​ເຮັດ​ໃນ​ງານ​ແຕ່ງ​ດອງ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຈົ່ງ​ໝາຍ​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ເພື່ອ​ການ​ນຳ​ທາງ ແລະ​ວາງ​ແຜນ​ລ່ວງ​ໜ້າ​ສຳລັບ​ຊີວິດ​ສົມລົດ. ຄັນ​ແລ້ວ​ເຈົ້າ​ຈະ​ໄດ້​ກຽມ​ຕົວ​ເປັນ​ຢ່າງ​ດີ​ສຳລັບ​ຊີວິດ​ແຕ່ງ​ດອງ​ທີ່​ປະສົບ​ຜົນ​ສຳເລັດ.

a ການ​ເຮັດ​ແບບ​ນີ້​ໃຊ້​ໄດ້​ໃນ​ປະເທດ​ທີ່​ຖື​ວ່າ​ການ​ນັດ​ພົບ​ເປັນ​ເລື່ອງ​ເໝາະ​ສຳລັບ​ຄລິດສະຕຽນ.

b ແມ່ນ​ແຕ່​ໃນ​ປະຊາຄົມ​ຄລິດສະຕຽນ ມີ​ບາງ​ຄົນ​ຊຶ່ງ​ເວົ້າ​ໄດ້​ວ່າ​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ຕ່າງໆ ຂອງ​ປະຊາຄົມ​ນ້ອຍ​ຫຼາຍ​ແທ້ໆ ບໍ່​ມີ​ໃຈ​ຝັກ​ໃຝ່​ສິ່ງ​ຝ່າຍ​ວິນຍານ​ເລີຍ. ແທນ​ທີ່​ຈະ​ເປັນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຢ່າງ​ສຸດ​ຫົວ​ໃຈ ເຂົາ​ອາດ​ໄດ້​ຮັບ​ອິດທິພົນ​ຈາກ​ເຈຕະຄະຕິ​ແລະ​ຄວາມ​ປະພຶດ​ຂອງ​ໂລກ.—ໂຍຮັນ 17:16; ຍາໂກໂບ 4:4.

ຫຼັກ​ການ​ເຫຼົ່າ​ນີ້​ຈາກ​ຄຳພີ​ໄບເບິນ​ສາມາດ​ຊ່ວຍ . . . ຄົນ​ເຮົາ​ໃຫ້​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ​ໄດ້​ຢ່າງ​ໃດ?

ສາມີ​ແລະ​ພັນລະຍາ​ຕ້ອງ​ຮູ້ສຶກ​ວ່າ​ມີ​ພັນທະ​ຜູກ​ມັດ​ຕໍ່​ກັນ​ແລະ​ກັນ.—ຕົ້ນເດິມ 2:24.

ບຸກຄົນ​ພາຍ​ໃນ​ສຳຄັນ​ຍິ່ງ​ກວ່າ​ຮູບ​ໂສມ​ປາກົດ​ພາຍ​ນອກ.—1 ເປໂຕ 3:3, 4.

“ຢ່າ​ເຂົ້າ​ທຽມ​ແອກ​ດ້ວຍ​ກັນ​ກັບ​ຄົນ​ບໍ່​ມີ​ຄວາມ​ເຊື່ອ.”—2 ໂກລິນໂທ 6:14.

ຄົນ​ທີ່​ບໍ່​ສະອາດ​ທາງ​ສິນທຳ​ຢູ່​ເຫີນ​ຫ່າງ​ຈາກ​ພະເຈົ້າ.—ເອເຟດ 4:18, 19.

ທຳນຽມ​ແລະ​ຄຳພີ​ໄບເບິນ

ສິນສອດ​ແລະ​ສິນ​ເດີມ: ໃນ​ບາງ​ປະເທດ​ມີ​ການ​ຄາດ​ໝາຍ​ຄອບຄົວ​ເຈົ້າ​ບ່າວ​ຈ່າຍ​ເງິນ​ແກ່​ຄອບຄົວ​ເຈົ້າ​ສາວ (ສິນສອດ). ໃນ​ປະເທດ​ອື່ນໆ ຄອບຄົວ​ຂອງ​ເຈົ້າ​ສາວ​ໃຫ້​ເງິນ​ແກ່​ຄອບຄົວ​ຂອງ​ເຈົ້າ​ບ່າວ (ສິນ​ເດີມ). ປະເພນີ​ເຫຼົ່າ​ນີ້​ອາດ​ບໍ່​ຜິດ​ຕາບ​ໃດ​ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍ. (ໂລມ 13:1) ຢ່າງ​ໃດ​ກໍ​ຕາມ ບໍ່​ວ່າ​ກໍລະນີ​ໃດ ຄອບຄົວ​ທີ່​ຈະ​ໄດ້​ຮັບ​ເງິນ​ຄວນ​ຫຼີກ​ເວັ້ນ​ການ​ຮຽກ​ຮ້ອງ​ເງິນ​ຫຼື​ສິ່ງ​ຂອງ​ເກີນ​ສົມຄວນ​ແນວ​ໂລບ. (ສຸພາສິດ 20:21; 1 ໂກລິນໂທ 6:10) ນອກ​ຈາກ​ນີ້ ບໍ່​ຄວນ​ຖື​ວ່າ​ການ​ຈ່າຍ​ສິນສອດ​ສະແດງ​ໄນ​ວ່າ ພັນລະຍາ​ເປັນ​ພຽງ​ຊັບ​ສິນ​ທີ່​ຊື້​ມາ ທັງ​ສາມີ​ກໍ​ຍັງ​ບໍ່​ຄວນ​ຮູ້ສຶກ​ວ່າ​ເຂົາ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ພັນລະຍາ​ແລະ​ພີ່​ນ້ອງ​ຝ່າຍ​ນາງ​ສະເພາະ​ໃນ​ເລື່ອງ​ເງິນ​ທໍ່​ນັ້ນ.

ການ​ມີ​ພັນລະຍາ​ຫຼາຍ​ຄົນ: ບາງ​ວັດທະນະທຳ​ຍອມ​ໃຫ້​ຜູ້​ຊາຍ​ມີ​ພັນລະຍາ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ໃນ​ສະພາບ​ເຊັ່ນ​ນັ້ນ ຜູ້​ຊາຍ​ອາດ​ກາຍ​ເປັນ​ນາຍ​ເໜືອ​ຫົວ​ແທນ​ທີ່​ຈະ​ເປັນ​ສາມີ​ແລະ​ພໍ່. ຍິ່ງ​ກວ່າ​ນັ້ນ ຊີວິດ​ສົມລົດ​ທີ່​ມີ​ພັນລະຍາ​ຫຼາຍ​ຄົນ ເຮັດ​ໃຫ້​ເກີດ​ການ​ຊີງ​ດີ​ຊີງ​ເດັ່ນ​ກັນ​ລະຫວ່າງ​ພັນລະຍາ​ຢູ່​ເລື້ອຍໆ. ສຳລັບ​ຄລິດສະຕຽນ​ແລ້ວ ຄຳພີ​ໄບເບິນ​ອະນຸຍາດ​ພຽງ​ແຕ່​ໃຫ້​ເປັນ​ຄົນ​ໂສດ​ຫຼື​ໃຫ້​ມີ​ພັນລະຍາ​ຄົນ​ດຽວ.—1 ໂກລິນໂທ 7:2.

ການ​ທົດລອງ​ຢູ່​ກິນ​ກັນ​ກ່ອນ​ແຕ່ງ​ດອງ: ຫຼາຍ​ຄູ່​ອ້າງ​ວ່າ​ການ​ຢູ່​ກິນ​ດ້ວຍ​ກັນ​ກ່ອນ​ແຕ່ງ​ດອງ​ຈະ​ຊ່ວຍ​ເຂົາ​ທົດລອງ​ວ່າ​ເຂົາ​ເຂົ້າ​ກັນ​ໄດ້​ຫຼື​ບໍ່. ແຕ່ ການ​ທົດລອງ​ຢູ່​ກິນ​ກັນ​ກ່ອນ​ບໍ່​ໄດ້​ທົດລອງ​ປັດໄຈ​ສຳຄັນ​ທີ່​ສຸດ​ຂອງ​ຊີວິດ​ສົມລົດ—ນັ້ນ​ແມ່ນ​ພັນທະ​ຜູກ​ມັດ. ບໍ່​ມີ​ການ​ຈັດ​ກຽມ​ອື່ນ​ໃດ​ນອກ​ຈາກ​ການ​ແຕ່ງ​ດອງ​ທີ່​ສະເໜີ​ການ​ຄຸ້ມຄອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ລະດັບ​ດຽວ​ກັນ​ໃຫ້​ແກ່​ທຸກ​ຝ່າຍ—ລວມ​ທັງ​ເດັກ​ນ້ອຍ​ທີ່​ອາດ​ເກີດ​ມາ​ຈາກ​ການ​ຢູ່​ຮ່ວມ​ກັນ. ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ​ພະເຈົ້າ ການ​ທີ່​ທັງ​ສອງ​ຝ່າຍ​ເຫັນ​ຊອບ​ຈະ​ຢູ່​ກິນ​ດ້ວຍ​ກັນ​ໂດຍ​ບໍ່​ແຕ່ງ​ດອງ​ເປັນ​ການ​ຜິດ​ປະເວນີ.—1 ໂກລິນໂທ 6:18; ເຫບເລິ 13:4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌