ບົດສີ່
ເຈົ້າຈະດູແລບ້ານເຮືອນໄດ້ຢ່າງໃດ?
1. ເຫດໃດການດູແລບ້ານເຮືອນອາດເປັນເລື່ອງຍາກແທ້ໆ ໃນທຸກມື້ນີ້?
“ສາກຂອງໂລກນີ້ພວມປ່ຽນໄປ.” (1 ໂກລິນໂທ 7:31, ລ.ມ.) ຖ້ອຍຄຳເຫຼົ່ານັ້ນຂຽນໄວ້ກວ່າ 1,900 ປີມາແລ້ວ ແລະເປັນຈິງຊ່ຳໃດໃນທຸກມື້ນີ້! ສິ່ງຕ່າງໆ ພວມ ປ່ຽນໄປ ໂດຍສະເພາະຢ່າງຍິ່ງໃນເລື່ອງຊີວິດຄອບຄົວ. ສິ່ງທີ່ເຄີຍຖືວ່າເປັນເລື່ອງປົກກະຕິຫຼືເປັນໄປຕາມທຳນຽມເມື່ອ 40 ຫຼື 50 ປີກ່ອນນີ້ຫຼາຍເທື່ອມັກຈະບໍ່ເປັນທີ່ຍອມຮັບກັນໃນທຸກມື້ນີ້. ເພາະເຫດນີ້ ການດູແລບ້ານເຮືອນຢ່າງເປັນສຳເລັດຜົນອາດກໍ່ໃຫ້ເກີດການທ້າທາຍຫຼວງຫຼາຍ. ເຖິງຢ່າງນັ້ນກໍຕາມ ຖ້າໃສ່ໃຈຄຳແນະນຳໃນພະຄຳພີ ເຈົ້າຈະຮັບມືກັບສິ່ງທ້າທາຍເຫຼົ່ານັ້ນໄດ້.
ຢູ່ຕາມອັດຕະພາບ
2. ສະພາບແວດລ້ອມແບບໃດໃນທາງເສດຖະກິດກໍ່ຄວາມຕຶງຄຽດໃນຄອບຄົວ?
2 ທຸກມື້ນີ້ຜູ້ຄົນຫຼວງຫຼາຍບໍ່ພໍໃຈອີກຕໍ່ໄປກັບຊີວິດແບບລຽບງ່າຍທີ່ມີເວລາຢູ່ນຳຄອບຄົວ. ຂະນະທີ່ໂລກການຄ້າສະເໜີຜະລິດຕະພັນເພີ່ມຂຶ້ນເລື້ອຍໆ ແລະໃຊ້ທັກສະໃນການໂຄສະນາເພື່ອລໍ້ໃຈຄົນທົ່ວໄປ ພໍ່ແລະແມ່ຫຼາຍລ້ານຄົນໃຊ້ເວລາເຮັດວຽກຫຼາຍຊົ່ວໂມງເພື່ອຈະຊື້ຜະລິດຕະພັນເຫຼົ່ານັ້ນໄດ້. ອີກຫຼາຍລ້ານຄົນຜະເຊີນກັບການດີ້ນຮົນມື້ຕໍ່ມື້ເພື່ອໃຫ້ມີອັນຈະກິນທໍ່ນັ້ນ. ພວກເຂົາຕ້ອງໃຊ້ເວລາຢູ່ທີ່ເຮັດວຽກຫຼາຍກວ່າທີ່ເຄີຍເປັນມາ ລາງເທື່ອຮັບວຽກສອງຢ່າງ ພຽງເພື່ອໃຫ້ມີເງິນຊື້ສິ່ງຈຳເປັນ. ສ່ວນຄົນອື່ນໆ ຄົງຍິນດີຖ້າໄດ້ວຽກເຮັດ ເນື່ອງດ້ວຍການຕົກງານເປັນບັນຫາທີ່ມີຢູ່ທົ່ວໄປ. ແມ່ນແລ້ວ ຊີວິດບໍ່ແມ່ນເລື່ອງງ່າຍສະເໝີໄປສຳລັບຄອບຄົວສະໄໝປັດຈຸບັນ ແຕ່ຫຼັກການໃນຄຳພີໄບເບິນສາມາດຊ່ວຍຄອບຄົວທັງຫຼາຍໃຫ້ເຮັດສິ່ງດີທີ່ສຸດຕາມທີ່ສະພາບແວດລ້ອມຂອງເຂົາອຳນວຍໃຫ້.
3. ອັກຄະສາວົກໂປໂລອະທິບາຍຫຼັກການອັນໃດ ແລະການນຳຫຼັກການນັ້ນມາໃຊ້ຈະຊ່ວຍຄົນເຮົາປະສົບຜົນສຳເລັດໃນການດູແລບ້ານເຮືອນໄດ້ຢ່າງໃດ?
3 ອັກຄະສາວົກໂປໂລເຄີຍປະສົບການບີບຄັ້ນທາງເສດຖະກິດ. ໃນການຮັບມືກັບບັນຫານັ້ນ ທ່ານຮຽນຮູ້ບົດຮຽນທີ່ມີຄ່າ ຊຶ່ງທ່ານອະທິບາຍໃນຈົດໝາຍເຖິງຕີໂມເຕເພື່ອນຂອງທ່ານ. ໂປໂລຂຽນວ່າ “ເພາະວ່າເຮົາທັງຫຼາຍບໍ່ໄດ້ເອົາສິ່ງໜຶ່ງສິ່ງໃດຖືມາໃນໂລກ ແລະເປັນແທ້ວ່າ ເຮົາທັງຫຼາຍຈະເອົາສິ່ງໜຶ່ງສິ່ງໃດຖືໄປຈາກໂລກກໍບໍ່ໄດ້. ແຕ່ວ່າຖ້າເຮົາທັງຫຼາຍມີອາຫານລ້ຽງຕົວແລະມີທີ່ອາໄສ ເຮົາທັງຫຼາຍຈະດີໃຈດ້ວຍສິ່ງຂອງນັ້ນ.” (1 ຕີໂມເຕ 6:7, 8) ຈິງຢູ່ ຄອບຄົວຕ້ອງມີຫຼາຍກວ່າພຽງແຕ່ອາຫານແລະເຄື່ອງນຸ່ງຫົ່ມ. ຈຳເປັນຕ້ອງມີບ່ອນຢູ່ອາໄສດ້ວຍ. ລູກໆ ຈຳຕ້ອງໄດ້ຮັບການຮ່ຳຮຽນ. ແລະມີຄ່າຮັກສາປິ່ນປົວແລະຄ່າໃຊ້ຈ່າຍອື່ນໆ ອີກດ້ວຍ. ແມ່ນແຕ່ເປັນເຊັ່ນນັ້ນ ຫຼັກການໃນຖ້ອຍຄຳຂອງໂປໂລກໍຍັງນຳມາໃຊ້ໄດ້. ຫາກເຮົາອີ່ມໃຈພໍໃຈກັບການສະໜອງຄວາມຈຳເປັນ ແທນທີ່ຈະໝົກມຸ່ນກັບຄວາມຢາກໄດ້ ຂອງເຮົາແລ້ວ ຊີວິດກໍຈະງ່າຍຂຶ້ນ.
4, 5. ການຄຶດລ່ວງໜ້າແລະການວາງແຜນສາມາດຊ່ວຍໄດ້ຢ່າງໃດໃນການດູແລບ້ານເຮືອນ?
4 ຫຼັກການທີ່ເປັນປະໂຫຍດອີກອັນພໍ້ໄດ້ໃນອຸທາຫອນເລື່ອງໜຶ່ງຂອງພະເຍຊູ. ພະອົງຕັດວ່າ “ເຫດວ່າໃນພວກທ່ານ ຖ້າຜູ້ໃດຢາກກໍ່ສ້າງປ້ອມ ຜູ້ນັ້ນຈະບໍ່ນັ່ງລົງກ່ອນ ແລະຄຶດລາຄາ ແລະນັບເບິ່ງວ່າ ຈະມີເຂົ້າຂອງພໍໄດ້ກະທຳໃຫ້ສຸດແລ້ວຫຼື?” (ລຶກາ 14:28) ໃນນີ້ພະເຍຊູພວມກ່າວເຖິງການຄຶດເອົາໄວ້ກ່ອນ ການວາງແຜນລ່ວງໜ້າ. ເຮົາໄດ້ເຫັນໃນບົດກ່ອນແລ້ວວ່າ ເລື່ອງນີ້ຊ່ວຍໄດ້ຢ່າງໃດເມື່ອຄູ່ບ່າວສາວທີ່ພວມຄຶດຈະແຕ່ງດອງ. ແລະພາຍຫຼັງການແຕ່ງດອງແລ້ວ ການວາງແຜນເປັນປະໂຫຍດຕໍ່ການດູແລບ້ານເຮືອນ. ການຄຶດລ່ວງໜ້າໃນຂອບເຂດນີ້ກ່ຽວຂ້ອງກັບການມີງົບປະມານວາງແຜນລ່ວງໜ້າເພື່ອໃຊ້ປະໂຫຍດຈາກຊັບພະຍາກອນທີ່ຫາມາໄດ້ນັ້ນຢ່າງສະຫຼາດທີ່ສຸດ. ໂດຍວິທີນີ້ ຄອບຄົວສາມາດຄວບຄຸມຄ່າໃຊ້ຈ່າຍ ກັນເງິນໄວ້ເພື່ອໃຊ້ກັບສິ່ງຈຳເປັນແຕ່ລະມື້ແລະແຕ່ລະສັບປະດາ ແລະບໍ່ໃຊ້ຈ່າຍເກີນລາຍໄດ້.
5 ໃນບາງປະເທດ ການຈັດງົບປະມານດັ່ງກ່າວອາດໝາຍເຖິງຕ້ອງຕ້ານທານແຮງກະຕຸ້ນໃຫ້ກູ້ຢືມເງິນອັດຕາດອກເບ້ຍສູງສຳລັບການຊື້ສິ່ງບໍ່ຈຳເປັນ. ໃນປະເທດອື່ນ ນັ້ນໝາຍເຖິງການຄວບຄຸມຢ່າງເຄັ່ງຄັດໃນການໃຊ້ບັດເຄຣດິດ. (ສຸພາສິດ 22:7) ນັ້ນຍັງອາດຈະໝາຍເຖິງການຕ້ານທານການຊື້ແບບບໍ່ຄຶດກ່ອນ ຄືຊື້ບາງສິ່ງບາງຢ່າງເພາະຄວາມເກີດຢາກໄດ້ຂຶ້ນມາໂດຍບໍ່ພິຈາລະນາເບິ່ງຄວາມຈຳເປັນແລະຜົນຕາມມາ. ນອກຈາກນັ້ນ ການຈັດງົບປະມານຈະເຮັດໃຫ້ເຫັນແຈ້ງວ່າ ການໃຊ້ເງິນທີ່ສິ້ນເປືອງລ້າໆ ຢ່າງເຫັນແກ່ຕົວໂດຍການຫຼິ້ນພະນັນ, ການໃຊ້ຢາສູບ, ແລະການດື່ມຈັດນັ້ນເຮັດໃຫ້ສະພາບເສດຖະກິດຂອງຄອບຄົວເສຍຫາຍ ທັງຍັງຂັດກັບຫຼັກການໃນຄຳພີໄບເບິນ.—ສຸພາສິດ 23:20, 21, 29-35; ໂລມ 6:19; ເອເຟດ 5:3-5.
6. ມີຄວາມຈິງອັນໃດແດ່ຕາມຫຼັກພະຄຳພີຊຶ່ງຊ່ວຍຄົນເຫຼົ່ານັ້ນທີ່ຕ້ອງດຳເນີນຊີວິດຢູ່ໃນສະພາບຍາກແຄ້ນ?
6 ແຕ່ຈະວ່າຢ່າງໃດກ່ຽວກັບຄົນເຫຼົ່ານັ້ນທີ່ຕ້ອງຢູ່ໃນສະພາບຍາກແຄ້ນ? ສິ່ງໜຶ່ງແມ່ນ ພວກເຂົາອາດໄດ້ຮັບການປອບໂຍນທີ່ຮູ້ວ່າ ບັນຫາທົ່ວໂລກເຊັ່ນນີ້ມີຢູ່ພຽງຊົ່ວຄາວເທົ່ານັ້ນ. ໃນໂລກໃໝ່ທີ່ໃກ້ຈະເຖິງໄວໆ ນີ້ ພະເຢໂຫວາຈະກຳຈັດຄວາມທຸກຍາກ ພ້ອມກັບສິ່ງຊົ່ວຮ້າຍອື່ນໆ ທັງໝົດທີ່ໃຫ້ເກີດຄວາມທຸກເວທະນາແກ່ມະນຸດຊາດ. (ຄຳເພງ 72:1, 12-16) ໃນຕອນນີ້ ຄລິດສະຕຽນແທ້ ເຖິງແມ່ນວ່າທຸກຍາກຂາດເຂີນ ກໍຈະບໍ່ຮູ້ສຶກສິ້ນຫວັງເລີຍ ເພາະເຂົາມີຄວາມເຊື່ອໃນຄຳສັນຍາຂອງພະເຢໂຫວາທີ່ວ່າ “ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ.” ດັ່ງນັ້ນ ຜູ້ມີຄວາມເຊື່ອຈຶ່ງກ່າວຢ່າງໝັ້ນໃຈໄດ້ວ່າ “ພະເຢໂຫວາເປັນຜູ້ຊ່ອຍຂ້າພະເຈົ້າ; ຂ້າພະເຈົ້າຈະບໍ່ຢ້ານກົວ.” (ເຫບເລິ 13:5, 6, ລ.ມ.) ໃນສະໄໝທີ່ຫຍຸ້ງຍາກນີ້ ພະເຢໂຫວາໄດ້ຄ້ຳຊູຜູ້ນະມັດສະການຂອງພະອົງໃນຫຼາຍວິທີເມື່ອເຂົາດຳເນີນຊີວິດຕາມຫຼັກການຂອງພະອົງແລະຈັດໃຫ້ລາຊະອານາຈັກຂອງພະອົງມາກ່ອນສິ່ງອື່ນໃນຊີວິດຂອງເຂົາ. (ມັດທາຽ 6:33) ພວກເຂົາຈຳນວນຫຼາຍສາມາດຢືນຢັນໄດ້ ໂດຍກ່າວຄຳດຽວກັບອັກຄະສາວົກໂປໂລວ່າ “ບໍ່ວ່າໃນກໍລະນີໃດໆ ເຮົາໄດ້ຮຽນຮູ້ເຖິງແງ່ຄວາມລັບ ທີ່ຈະປະສົບກັບຄວາມອີ່ມທ້ອງແລະຄວາມອຶດຢາກ, ຄວາມສົມບູນພູນສຸກແລະຄວາມຂັດສົນ. ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພະອົງຜູ້ຊົງຊູກຳລັງເຮົາ.”—ຟີລິບ 4:12, 13, ປ.ມ.
ຊ່ວຍກັນແບ່ງຮັບພາລະ
7. ຄຳຕັດອັນໃດຂອງພະເຍຊູ ຫາກນຳມາໃຊ້ ຈະຊ່ວຍໃນການດູແລບ້ານເຮືອນຢ່າງເປັນຜົນສຳເລັດ?
7 ເມື່ອງານຮັບໃຊ້ທາງແຜ່ນດິນໂລກຂອງພະອົງໃກ້ຈະຈົບລົງ ພະເຍຊູຕັດວ່າ “ຈົ່ງຮັກເພື່ອນບ້ານເໝືອນຮັກຕົວເອງ.” (ມັດທາຽ 22:39) ການໃຊ້ຄຳແນະນຳນີ້ໃນຄອບຄົວຊ່ວຍໄດ້ຫຼາຍໃນການດູແລບ້ານເຮືອນ. ທີ່ແທ້ແລ້ວ ໃຜແມ່ນເພື່ອນບ້ານໃກ້ຊິດທີ່ສຸດ ຊຶ່ງເຮົາຮັກທີ່ສຸດ ຫາກບໍ່ແມ່ນຄົນເຫຼົ່ານັ້ນທີ່ຢູ່ໃນຄອບຄົວເຮົາ ຄືສາມີແລະພັນລະຍາ, ພໍ່ແມ່ແລະລູກ? ສະມາຊິກໃນຄອບຄົວຈະສະແດງຄວາມຮັກຕໍ່ກັນແລະກັນໄດ້ຢ່າງໃດ?
8. ຈະສະແດງຄວາມຮັກພາຍໃນຄອບຄົວໄດ້ຢ່າງໃດ?
8 ວິທີໜຶ່ງແມ່ນ ສະມາຊິກຄອບຄົວແຕ່ລະຄົນເຮັດວຽກບ້ານສ່ວນທີ່ຕົນຄວນເຮັດ. ດ້ວຍເຫດນີ້ ຕ້ອງສອນລູກໃຫ້ຮູ້ຈັກມ້ຽນຂອງໃຫ້ຮຽບຮ້ອຍຫຼັງຈາກໃຊ້ແລ້ວ ບໍ່ວ່າຈະເປັນເສື້ອຜ້າຫຼືຂອງຫຼິ້ນ. ອາດຕ້ອງໃຊ້ເວລາແລະຄວາມພະຍາຍາມເພື່ອຈັດບ່ອນນອນທຸກເຊົ້າ ແຕ່ນັ້ນຊ່ວຍໄດ້ຫຼາຍໃນການດູແລບ້ານເຮືອນ. ແນ່ແລ້ວ ຄວາມບໍ່ເປັນລະບຽບເລັກໆ ນ້ອຍໆ ບາງຄັ້ງບາງຄາວເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້ ແຕ່ທຸກຄົນສາມາດຊ່ວຍກັນຮັກສາບ້ານໃຫ້ສະອາດງາມຕາພໍຄວນໄດ້ ລວມທັງການລ້າງຖ້ວຍຊາມພາຍຫຼັງຮັບປະທານອາຫານ. ຄວາມຂີ້ຄ້ານ, ການເຮັດຕາມອຳເພີໃຈ, ແລະນ້ຳໃຈທີ່ຫວງຕົວ ບໍ່ເຕັມໃຈຍ່ອມມີຜົນກະທົບໃນທາງລົບຕໍ່ທຸກຄົນ. (ສຸພາສິດ 26:14-16) ໃນອີກດ້ານໜຶ່ງ ນ້ຳໃຈຍິນດີແລະເຕັມໃຈຍ່ອມເສີມສ້າງຊີວິດຄອບຄົວທີ່ມີຄວາມສຸກ. “ພະເຈົ້າຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.”—2 ໂກລິນໂທ 9:7.
9, 10. (ກ) ພາລະອັນໃດມັກຈະຕົກຢູ່ກັບຝ່າຍຍິງໃນບ້ານ ແລະຈະເຮັດໃຫ້ພາລະນີ້ເບົາລົງຢ່າງໃດ? (ຂ) ມີການແນະນຳທັດສະນະທີ່ສົມດຸນອັນໃດກ່ຽວກັບງານບ້ານ?
9 ຄວາມເຫັນອົກເຫັນໃຈແລະຄວາມຮັກຈະຊ່ວຍປ້ອງກັນສະພາບການທີ່ເປັນບັນຫາຮ້າຍແຮງໃນບາງຄອບຄົວ. ຕາມທີ່ຖືປະຕິບັດກັນມາ ແມ່ເປັນຫົວແຮງສຳຄັນໃນບ້ານ. ແມ່ເອົາໃຈໃສ່ເບິ່ງແຍງລູກໆ, ເຮັດຄວາມສະອາດໃນບ້ານ, ເຮັດວຽກຊັກຮີດໃຫ້ຄອບຄົວ, ຊື້ຫາແລະຄົວກິນ. ໃນບາງດິນແດນ ເປັນເລື່ອງປົກກະຕິວິໄສທີ່ຜູ້ຍິງເຮັດໄຮ່ໄຖ່ນາດ້ວຍ, ຂາຍພືດຜົນຕາມຕະຫຼາດ, ຫຼືມີສ່ວນຊ່ວຍເຫຼືອງົບປະມານຂອງຄອບຄົວໃນທາງອື່ນ. ແມ່ນວ່າບ່ອນທີ່ບໍ່ມີທຳນຽມແບບນີ້ມາກ່ອນ ຄວາມຈຳເປັນໄດ້ບັງຄັບຜູ້ຍິງນັບລ້ານຄົນທີ່ແຕ່ງດອງແລ້ວໃຫ້ຫາວຽກອາຊີບນອກບ້ານ. ຜູ້ທີ່ເປັນທັງພັນລະຍາແລະແມ່ຊຶ່ງເຮັດວຽກໜັກໃນຂອບເຂດຕ່າງໆ ເຫຼົ່ານີ້ສົມຄວນໄດ້ຮັບການຊົມເຊີຍ. ເຊັ່ນດຽວກັບ “ເມຍທີ່ດີ [“ພັນລະຍາທີ່ມີຄວາມສາມາດ,” ລ.ມ.]” ຕາມທີ່ພັນລະນາໄວ້ໃນຄຳພີໄບເບິນ ນາງດຸໝັ່ນ. “[ນາງ] ບໍ່ກິນອາຫານແຕ່ການຂີ້ຄ້ານ.” (ສຸພາສິດ 31:10, 27) ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ຜູ້ຍິງເປັນພຽງຝ່າຍດຽວເທົ່ານັ້ນທີ່ສາມາດເຮັດວຽກໃນບ້ານ. ຫຼັງຈາກທັງສາມີແລະພັນລະຍາໄດ້ເຮັດວຽກນອກບ້ານໝົດມື້ແລ້ວ ຄວນບໍທີ່ພັນລະຍາຈະແບກພາລະວຽກໃນບ້ານແຕ່ຜູ້ດຽວ ຂະນະທີ່ສາມີແລະຄົນອື່ນໃນບ້ານພັກຜ່ອນ? ບໍ່ຢ່າງນັ້ນແນ່ນອນ. (ທຽບກັບ 2 ໂກລິນໂທ 8:13, 14.) ດັ່ງນັ້ນ ຕົວຢ່າງວ່າ ຖ້າແມ່ພວມຄົວກິນຢູ່ ເພິ່ນຄົງຮູ້ສຶກຂອບຄຸນຫາກສະມາຊິກຄົນອື່ນໃນຄອບຄົວຊ່ວຍໃນການກະກຽມຈັດໂຕ໊ະໄວ້, ຊື້ຂອງບາງຢ່າງ, ຫຼືທຳຄວາມສະອາດເລັກໆ ນ້ອຍໆ ໃນບ້ານ. ແມ່ນແລ້ວ ທຸກຄົນສາມາດຮ່ວມກັນຮັບຜິດຊອບໄດ້.—ທຽບກັບຄາລາຊີ 6:2.
10 ບາງຄົນອາດກ່າວວ່າ “ໃນບ່ອນທີ່ຂ້ອຍຢູ່ນັ້ນ ວຽກແບບນີ້ບໍ່ແມ່ນໜ້າທີ່ຂອງຜູ້ຊາຍທີ່ຈະເຮັດ” ນັ້ນອາດເປັນຄວາມຈິງ ແຕ່ຄົງຈະເປັນປະໂຫຍດບໍ່ແມ່ນບໍທີ່ຈະນຶກເຖິງເລື່ອງນີ້ແດ່? ເມື່ອພະເຢໂຫວາພະເຈົ້າລິເລີ່ມຄອບຄົວ ພະອົງບໍ່ໄດ້ສັ່ງວ່າ ວຽກບາງຢ່າງໃຫ້ສະເພາະຜູ້ຍິງເຮັດເທົ່ານັ້ນ. ໃນໂອກາດໜຶ່ງ ເມື່ອຜູ້ສົ່ງຂ່າວພິເສດຈາກພະເຢໂຫວາມາຢາມອັບລາຫາມຜູ້ສັດຊື່ ທ່ານມີສ່ວນໃນການກຽມແລະບໍລິການອາຫານຜູ້ມາຢາມດ້ວຍຕົນເອງ. (ຕົ້ນເດິມ 18:1-8) ຄຳພີໄບເບິນແນະວ່າ “ຜົວທັງມວນຕ້ອງຮັກເມຍແຫ່ງຕົນ ເໝືອນຮັກກາຍຂອງຕົນເອງ.” (ເອເຟດ 5:28) ຫາກເມື່ອຄ່ຳລົງສາມີຮູ້ສຶກເມື່ອຍແລ້ວຢາກພັກຜ່ອນ ພັນລະຍາກໍຄົງຈະຮູ້ສຶກເຊັ່ນດຽວກັນບໍ່ແມ່ນບໍ ບາງເທື່ອຫຼາຍກວ່າຊ້ຳ? (1 ເປໂຕ 3:7) ດັ່ງນັ້ນແລ້ວ ຄົງຈະເໝາະສົມແລະເປັນການສະແດງຄວາມຮັກບໍ່ແມ່ນບໍທີ່ສາມີຈະຊ່ວຍເຮັດວຽກບ້ານ?—ຟີລິບ 2:3, 4.
11. ພະເຍຊູວາງຕົວຢ່າງທີ່ດີງາມໃນທາງໃດແດ່ກັບແຕ່ລະຄົນໃນຄອບຄົວ?
11 ພະເຍຊູແມ່ນຕົວຢ່າງດີທີ່ສຸດຂອງຜູ້ທີ່ທຳໃຫ້ພະເຈົ້າພໍພະໄທແລະນຳຄວາມສຸກມາສູ່ຫມູ່ເພື່ອນຂອງພະອົງ. ແມ່ນວ່າບໍ່ເຄີຍແຕ່ງດອງ ພະເຍຊູເປັນຕົວຢ່າງທີ່ດີສຳລັບສາມີ ອີກທັງພັນລະຍາແລະລູກໆ. ພະອົງຕັດເຖິງພະອົງເອງວ່າ “ບຸດມະນຸດໄດ້ມາ ບໍ່ໃຊ່ຈະເປັນທີ່ບົວລະບັດ ແຕ່ວ່າເພື່ອຈະບົວລະບັດ” ນັ້ນແມ່ນ ເພື່ອຮັບໃຊ້ຜູ້ອື່ນ. (ມັດທາຽ 20:28) ຄອບຄົວຊຶ່ງສະມາຊິກທຸກຄົນປູກຝັງເຈຕະຄະຕິແບບນີ້ຊ່າງໜ້າຊື່ນຊົມສັກພຽງໃດ!
ຄວາມສະອາດ—ເຫດໃດຈຶ່ງສຳຄັນຫຼາຍ?
12. ພະເຢໂຫວາຮຽກຮ້ອງອັນໃດຈາກຄົນເຫຼົ່ານັ້ນທີ່ຮັບໃຊ້ພະອົງ?
12 ຫຼັກການໃນພະຄຳພີອີກຂໍ້ໜຶ່ງທີ່ສາມາດຊ່ວຍໃນການດູແລບ້ານເຮືອນປາກົດໃນ 2 ໂກລິນໂທ 7:1, ປ.ມ. ທີ່ນັ້ນເຮົາອ່ານວ່າ “ໃຫ້ເຮົາທັງຫຼາຍຊຳລະຕົວຈາກຮອຍເປື້ອນທຸກຢ່າງຂອງເນື້ອກາຍແລະວິນຍານຈິດ.” ຜູ້ທີ່ເຊື່ອຟັງຖ້ອຍຄຳທີ່ມີຂຶ້ນໂດຍການດົນໃຈນີ້ເປັນທີ່ຍອມຮັບຂອງພະເຢໂຫວາພະເຈົ້າ ຜູ້ຮຽກຮ້ອງ “ການນະມັດສະການທີ່ສະອາດແລະປັດສະຈາກມົນທິນ.” (ຍາໂກໂບ 1:27, ລ.ມ.) ແລະຄອບຄົວຂອງເຂົາໄດ້ຮັບຜົນປະໂຫຍດອີກຫຼວງຫຼາຍ.
13. ເຫດໃດຄວາມສະອາດເປັນເລື່ອງສຳຄັນໃນການດູແລບ້ານເຮືອນ?
13 ເພື່ອເປັນຕົວຢ່າງ ຄຳພີໄບເບິນຢືນຢັນກັບເຮົາວ່າ ຈະມີມື້ໜຶ່ງທີ່ໂລກໄພແລະຄວາມເຈັບປ່ວຍຈະບໍ່ມີອີກຕໍ່ໄປ. ໃນເວລານັ້ນ “ຊາວຊົນຈະບໍ່ກ່າວວ່າ ‘ຂ້ອຍບໍ່ສະບາຍ.’” (ເອຊາອີ 33:24; ຄຳປາກົດ 21:4, 5) ເຖິງປານນັ້ນ ຈົນກວ່າຈະເຖິງຕອນນັ້ນ ທຸກຄອບຄົວຕ້ອງຮັບມືກັບຄວາມເຈັບປ່ວຍເປັນຄັ້ງຄາວ. ແມ່ນແຕ່ໂປໂລແລະຕີໂມເຕກໍຍັງປ່ວຍ. (ຄາລາຊີ 4:13; 1 ຕີໂມເຕ 5:23) ເຖິງຢ່າງນັ້ນກໍດີ ຜູ້ຊ່ຽວຊານທາງການແພດບອກວ່າ ຄວາມເຈັບໄຂ້ຫຼາຍຢ່າງປ້ອງກັນໄດ້. ຄອບຄົວທີ່ສຸຂຸມຮອບຄອບພົ້ນຈາກຄວາມເຈັບປ່ວຍບາງຢ່າງທີ່ປ້ອງກັນໄດ້ຖ້າເຂົາຫຼີກເວັ້ນຄວາມບໍ່ສະອາດທາງກາຍແລະທາງວິນຍານ. ຂໍໃຫ້ເຮົາພິຈາລະນາເບິ່ງວ່າເປັນໄປໄດ້ຢ່າງໃດ.—ທຽບກັບສຸພາສິດ 22:3.
14. ຄວາມສະອາດທາງສິນທຳສາມາດປ້ອງກັນຄອບຄົວໄວ້ຈາກຄວາມເຈັບໄຂ້ໄດ້ໃນທາງໃດ?
14 ຄວາມສະອາດດ້ານວິນຍານໝາຍລວມເຖິງຄວາມສະອາດດ້ານສິນທຳ. ດັ່ງທີ່ຮູ້ກັນດີ ຄຳພີໄບເບິນສົ່ງເສີມມາດຕະຖານສິນທຳທີ່ສູງສົ່ງແລະຖະແຫຼງວ່າ ຄວາມສຳພັນທາງເພດນອກສາຍສົມລົດບໍ່ວ່າແບບໃດກໍຕາມເປັນສິ່ງຜິດ. “ຄົນຜິດປະເວນີ . . . ຫຼືຄົນຫຼິ້ນຊູ້ ຫຼືຊາຍເກັບໄວ້ເພື່ອວັດຖຸປະສົງຜິດທຳມະຊາດ ຫຼືຊາຍທີ່ນອນກັບຊາຍດ້ວຍກັນ . . . ຈະບໍ່ໄດ້ຮັບລາຊະອານາຈັກຂອງພະເຈົ້າເປັນມໍລະດົກ.” (1 ໂກລິນໂທ 6:9, 10, ລ.ມ.) ການປະຕິບັດຕາມມາດຕະຖານທີ່ເຂັ້ມງວດເຫຼົ່ານີ້ເປັນສິ່ງສຳຄັນຫຼາຍຕໍ່ຄລິດສະຕຽນທີ່ມີຊີວິດໃນໂລກທີ່ເສື່ອມຊາມທຸກມື້ນີ້. ການເຮັດເຊັ່ນນັ້ນເຮັດໃຫ້ພະເຈົ້າພໍພະໄທ ແລະນອກຈາກນັ້ນຊ່ວຍປ້ອງກັນຄອບຄົວຈາກໂລກຕິດຕໍ່ທາງເພດ ເຊັ່ນ ໂລກເອດສ໌, ຊີຟີລິດ, ໂລກໜອງໃນ, ແລະໂລກຄລາມີເດຍ.—ສຸພາສິດ 7:10-23.
15. ລອງຍົກຕົວຢ່າງວ່າ ການຂາດຄວາມສະອາດທາງກາຍສາມາດກໍ່ຄວາມເຈັບປ່ວຍໄດ້ຢ່າງບໍ່ຈຳເປັນ.
15 ‘ການຊຳລະຕົວສະອາດຈາກມົນທິນທຸກຢ່າງຂອງເນື້ອໜັງ’ ຊ່ວຍປ້ອງກັນຄອບຄົວຈາກຄວາມເຈັບໄຂ້ອື່ນໆ ດ້ວຍ. ໂລກຫຼາຍຢ່າງເກີດຈາກການຂາດຄວາມສະອາດທາງຮ່າງກາຍ. ຕົວຢ່າງສຳຄັນແມ່ນນິດໄສການສູບຢາ. ການສູບຢາບໍ່ພຽງແຕ່ເຮັດໃຫ້ປອດ, ເຄື່ອງນຸ່ງ, ແລະອາກາດເປື້ອນ ແຕ່ຍັງເຮັດໃຫ້ຄົນເຈັບປ່ວຍດ້ວຍ. ການສູບຢາເປັນເຫດໃຫ້ຫຼາຍລ້ານຄົນຕາຍທຸກປີ. ຂໍໃຫ້ຄຶດເຖິງເລື່ອງນີ້ ແຕ່ລະປີ ຫຼາຍລ້ານຄົນຄົງຈະບໍ່ລົ້ມປ່ວຍແລະຕາຍກ່ອນເວລາອັນຄວນ ຫາກເຂົາຫຼີກເວັ້ນ ‘ມົນທິນຂອງເນື້ອໜັງແນວນັ້ນ’!
16, 17. (ກ) ກົດໝາຍອັນໃດທີ່ພະເຢໂຫວາປະທານໃຫ້ປ້ອງກັນຊາດຍິດສະລາເອນໄວ້ຈາກໂລກບາງຢ່າງ? (ຂ) ຈະນຳຫຼັກການທີ່ແຝງຢູ່ໃນພະບັນຍັດຕິທີ2 23:12, 13 ມາໃຊ້ໄດ້ຢ່າງໃດກັບທຸກຄອບຄົວ?
16 ລອງພິຈາລະນາອີກຕົວຢ່າງໜຶ່ງ. ປະມານ 3,500 ປີມາແລ້ວ ພະເຈົ້າປະທານພະບັນຍັດຂອງພະອົງແກ່ຊາດຍິດສະລາເອນເພື່ອຈັດລະບຽບການນະມັດສະການ ແລະຊີວິດປະຈຳວັນຂອງເຂົາເຖິງລະດັບໜຶ່ງ. ພະບັນຍັດນັ້ນໄດ້ຊ່ວຍປ້ອງກັນຊາດຍິດສະລາເອນໄວ້ຈາກພະຍາດໂດຍການຕັ້ງກົດສຸຂະນາໄມພື້ນຖານບາງຢ່າງ. ກົດໝາຍດັ່ງກ່າວຂໍ້ໜຶ່ງກ່ຽວຂ້ອງກັບການກຳຈັດຂອງເສຍຫຼືປະຕິກູນຈາກມະມຸດ ຊຶ່ງຕ້ອງຝັງຢ່າງເໝາະສົມຫ່າງໄກຈາກຄ້າຍເພື່ອວ່າບໍລິເວນທີ່ຜູ້ຄົນອາໄສຢູ່ຈະບໍ່ຖືກເຮັດໃຫ້ເປື້ອນ. (ພະບັນຍັດຕິທີ2 23:12, 13) ກົດໝາຍບູຮານຂໍ້ນີ້ຍັງຄົງເປັນຄຳແນະນຳທີ່ດີ. ແມ່ນແຕ່ໃນທຸກມື້ນີ້ຜູ້ຄົນເຈັບປ່ວຍແລະຕາຍເນື່ອງດ້ວຍເຂົາບໍ່ໄດ້ຕິດຕາມກົດນີ້.a
17 ປະສານກັບຫຼັກການທີ່ແຝງຢູ່ໃນກົດໝາຍຂອງຊາດຍິດສະລາເອນຂໍ້ນັ້ນ ຫ້ອງນ້ຳແລະບໍລິເວນຫ້ອງສ້ວມຂອງຄອບຄົວ—ບໍ່ວ່າຢູ່ພາຍໃນຫຼືນອກບ້ານ—ຄວນຮັກສາໃຫ້ສະອາດແລະຂ້າເຊື້ອ. ຖ້າບໍລິເວນຫ້ອງສ້ວມບໍ່ໄດ້ຮັກສາໃຫ້ສະອາດແລະປົກປິດໄວ້ດີ ແມງວັນຈະໄປຕອມທີ່ນັ້ນແລະແພ່ເຊື້ອໂລກໄປເຖິງທີ່ອື່ນຂອງບ້ານ—ກັບເທິງອາຫານທີ່ເຮົາກິນ! ນອກຈາກນັ້ນ ບໍ່ວ່າເດັກຫຼືຜູ້ໃຫຍ່ຄວນລ້າງມືຫຼັງຈາກເຂົ້າຫ້ອງສ້ວມ. ຖ້າບໍ່ດັ່ງນັ້ນ ເຂົາຈະນຳເຊື້ອໂລກຕິດມານຳຜິວໜັງ. ຕາມທີ່ແພດຊາວຝຣັ່ງເສດຜູ້ໜຶ່ງກ່າວ ການລ້າງມື “ຍັງຄົງເປັນຫຼັກປະກັນດີທີ່ສຸດອັນໜຶ່ງເພື່ອການປ້ອງກັນການຕິດເຊື້ອທາງລະບົບຍ່ອຍອາຫານ, ທາງລະບົບຫັນໃຈ, ຫຼືທາງຜິວໜັງ.”
18, 19. ມີການໃຫ້ຂໍ້ແນະອັນໃດເພື່ອຮັກສາບ້ານໃຫ້ສະອາດແມ່ນວ່າຢູ່ໃນຖິ່ນຄົນທຸກຍາກ?
18 ຈິງແທ້ ຄວາມສະອາດເປັນສິ່ງທ້າທາຍໃນຖິ່ນຄົນທຸກຍາກ. ຄົນໜຶ່ງທີ່ຄຸ້ນເຄີຍກັບສະຖານທີ່ດັ່ງກ່າວອະທິບາຍວ່າ “ພູມອາກາດທີ່ຮ້ອນເອົ້າເຮັດໃຫ້ວຽກທຳຄວາມສະອາດໜັກເປັນສອງເທົ່າ. ພາຍຸຝຸ່ນຄຸມຮອຍແຕກທຸກບ່ອນໃນບ້ານດ້ວຍຜົງຝຸ່ນສີນ້ຳຕານເມັດນ້ອຍໆ . . . ຈຳນວນປະຊາກອນທີ່ທະວີຫຼາຍຂຶ້ນຢ່າງໄວໃນເມືອງໃຫຍ່ ອີກທັງໃນເຂດຊົນນະບົດບາງແຫ່ງ ກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບດ້ວຍ. ທໍ່ລະບາຍນ້ຳເສຍແບບເປີດ, ກອງຂີ້ເຫຍື້ອທີ່ບໍ່ໄດ້ເກັບ, ສ້ວມສາທາລະນະທີ່ສົກກະປົກ, ຫນູ, ແມງສາບ, ແລະແມງວັນທີ່ນຳໂລກໄດ້ກາຍເປັນພາບທີ່ເຫັນໄດ້ທົ່ວໄປ.”
19 ການຮັກສາຄວາມສະອາດພາຍໃຕ້ສະພາບເຊັ່ນນີ້ເປັນເລື່ອງບໍ່ງ່າຍ. ແຕ່ ຄວາມພະຍາຍາມນັ້ນນັບວ່າຄຸ້ມຄ່າ. ສະບູກັບນ້ຳແລະວຽກທີ່ເພີ່ມອີກນ້ອຍໜຶ່ງມີລາຄາຖືກກວ່າຄ່າຢາແລະຄ່າຮັກສາພະຍາບານ. ຫາກເຈົ້າອາໄສຢູ່ໃນສະພາບແວດລ້ອມເຊັ່ນນັ້ນ ເທົ່າທີ່ເປັນໄປໄດ້ ຈົ່ງຮັກສາເຮືອນຂອງເຈົ້າແລະບໍລິເວນເຮືອນໃຫ້ສະອາດ ແລະປັດສະຈາກມູນສັດ. ຖ້າທາງເຂົ້າບ້ານຂອງເຈົ້າມັກແຊ່ຂີ້ຕົມລະຫວ່າງໜ້າຝົນ ເຈົ້າຈະໂຮຍຫີນແຮ່ຫຼືຫີນຂີ້ກວດຫຼືປູຫີນຕາມທາງເພື່ອຈະບໍ່ຢຽບຂີ້ຕົມເຂົ້າບ້ານໄດ້ບໍ? ຖ້າມີການໃຊ້ເກີບຫຼືເກີບແຕະ ຜູ້ສວມຈະປົດເກີບກ່ອນເຂົ້າບ້ານໄດ້ບໍ? ນອກຈາກນັ້ນ ເຈົ້າຕ້ອງດູແລແຫຼ່ງນ້ຳຂອງເຈົ້າບໍ່ໃຫ້ເປື້ອນເປິ. ມີການປະມານກັນວ່າ ມີຜູ້ເສຍຊີວິດຢ່າງນ້ອຍປີລະສອງລ້ານຄົນເນື່ອງຈາກໂລກທີ່ກ່ຽວຂ້ອງກັບນ້ຳເປື້ອນແລະອະນາໄມບໍ່ດີ.
20. ເພື່ອບ້ານຈະສະອາດ ໃຜຄວນມີສ່ວນຮ່ວມຮັບຜິດຊອບ?
20 ບ້ານທີ່ສະອາດຂຶ້ນຢູ່ກັບທຸກຄົນ—ພໍ່, ແມ່, ລູກ, ແລະຜູ້ມາຢ້ຽມ. ແມ່ຄົນໜຶ່ງທີ່ມີລູກແປດຄົນໃນປະເທດເຄັນຢາບອກວ່າ “ທຸກຄົນໄດ້ຮຽນຮູ້ທີ່ຈະເຮັດສ່ວນຂອງຕົນ.” ບ້ານທີ່ສະອາດ ເປັນລະບຽບສະທ້ອນເຖິງທຸກຄົນໃນຄອບຄົວເປັນຢ່າງດີ. ສຸພາສິດສະເປນບົດໜຶ່ງກ່າວວ່າ “ບໍ່ມີຄວາມຂັດແຍ້ງກັນລະຫວ່າງຄວາມຍາກຈົນແລະຄວາມສະອາດ.” ບໍ່ວ່າຄົນເຮົາຈະຢູ່ໃນບ້ານຫຼັງໃຫຍ່, ຫ້ອງຊຸດ, ບ້ານທຳມະດາໆ, ຫຼືຕູບນ້ອຍກໍຕາມ ຄວາມສະອາດເປັນເຄັດລັບທີ່ເຮັດໃຫ້ຄອບຄົວມີສຸຂະພາບທີ່ດີກວ່າ.
ການຫນູນກຳລັງໃຈເຮັດໃຫ້ເຮົາມີໃຈເບີກບານ
21. ປະສານກັບສຸພາສິດ 31:28 ອັນໃດຈະຊ່ວຍນຳຄວາມສຸກມາສູ່ຄອບຄົວ?
21 ເມື່ອພັນລະນາເຖິງພັນລະຍາທີ່ມີຄວາມສາມາດ ໜັງສືສຸພາສິດບອກວ່າ “ລູກຊາຍທັງຫຼາຍແຫ່ງຕົນລຸກຂຶ້ນແລະປະກາດວ່າແມ່ມີຄວາມສຸກຫຼາຍ ຜົວກໍ່ກ່າວຄືກັນແລະສັນລະເສີນເພິ່ນ.” (ສຸພາສິດ 31:28) ເມື່ອໃດເປັນເທື່ອສຸດທ້າຍທີ່ເຈົ້າໄດ້ຊົມເຊີຍສະມາຊິກໃນຄອບຄົວຂອງເຈົ້າ? ທີ່ຈິງ ເຮົາຄືກັບຕົ້ນໄມ້ໃນລະດູໃບໄມ້ປົ່ງທີ່ພ້ອມຈະອອກດອກເມື່ອໄດ້ຮັບຄວາມອົບອຸ່ນແລະຄວາມປຽກຊຸ່ມແດ່. ໃນກໍລະນີຂອງເຮົາ ເຮົາຈຳເປັນຕ້ອງໄດ້ຮັບຄວາມອົບອຸ່ນຈາກຄຳຊົມເຊີຍ. ການຊົມເຊີຍຊ່ວຍໃຫ້ພັນລະຍາຮູ້ວ່າ ສາມີຢັ່ງຮູ້ຄ່າວຽກໜັກແລະການເອົາໃຈໃສ່ເບິ່ງແຍງດ້ວຍຄວາມຮັກຂອງນາງ ແລະເຂົາບໍ່ໄດ້ມອງຂ້າມສິ່ງນັ້ນ. (ສຸພາສິດ 15:23; 25:11) ແລະເປັນທີ່ໜ້າຍິນດີເມື່ອພັນລະຍາຊົມເຊີຍສາມີເລື່ອງວຽກຂອງເຂົາທັງນອກບ້ານແລະໃນບ້ານ. ລູກໆ ຈະເບີກບານດ້ວຍເຊັ່ນກັນເມື່ອພໍ່ແມ່ຊົມເຊີຍເຂົາເລື່ອງຄວາມບາກບັ່ນພະຍາຍາມທີ່ບ້ານ, ທີ່ໂຮງຮຽນ, ຫຼືໃນປະຊາຄົມຄລິດສະຕຽນ. ແລະການສະແດງຄວາມຢັ່ງຮູ້ຄ່າເລັກໆ ນ້ອຍໆ ຊ່າງກໍ່ຜົນຫຼາຍສັກພຽງໃດ! ຕ້ອງເສຍອັນໃດບໍໃນການເວົ້າວ່າ “ຂອບໃຈ”? ເກືອບຈະບໍ່ເສຍອັນໃດເລີຍ ແຕ່ວ່າ ອາດເກີດຜົນແທ້ໃນດ້ານການຫນູນກຳລັງໃຈຂອງຄອບຄົວ.
22. ອັນໃດເປັນສິ່ງຈຳເປັນເພື່ອໃຫ້ຄອບຄົວ “ຕັ້ງໝັ້ນຄົງ” ແລະຈະບັນລຸເລື່ອງນີ້ໄດ້ຢ່າງໃດ?
22 ເນື່ອງດ້ວຍເຫດຜົນຫຼາຍປະການ ການດູແລຄອບຄົວບໍ່ແມ່ນເລື່ອງງ່າຍ. ແຕ່ ອາດເຮັດໄດ້ພ້ອມດ້ວຍຜົນສຳເລັດ. ສຸພາສິດຂໍ້ໜຶ່ງໃນຄຳພີໄບເບິນແຈ້ງວ່າ “ໂດຍສະຕິປັນຍາຄອບຄົວຈະໄດ້ຮັບການເສີມສ້າງ ແລະໂດຍການສັງເກດເຂົ້າໃຈຈະປາກົດວ່າຕັ້ງໝັ້ນຄົງ.” (ສຸພາສິດ 24:3, ລ.ມ.) ອາດຈະໄດ້ຮັບສະຕິປັນຍາແລະການສັງເກດເຂົ້າໃຈຫາກທຸກຄົນໃນຄອບຄົວມຸ່ງໝັ້ນຮຽນຮູ້ພະປະສົງຂອງພະເຈົ້າແລະນຳໄປໃຊ້ໃນຊີວິດຂອງເຂົາ. ຄອບຄົວທີ່ມີຄວາມສຸກຄຸ້ມຄ່າກັບຄວາມພະຍາຍາມຢ່າງແນ່ນອນ!
a ໃນຄູ່ມືແນະນຳວິທີຫຼີກເວັ້ນໂລກທ້ອງຊຸ—ໂລກທຳມະດາທີ່ເຮັດໃຫ້ທາລົກຫຼາຍຄົນເຖິງແກ່ຄວາມຕາຍ—ອົງການອະນາໄມໂລກຖະແຫຼງວ່າ “ຫາກບໍ່ມີຫ້ອງສ້ວມ: ໃຫ້ຂັບຖ່າຍຂອງເສຍຫຼືປະຕິກູນຫ່າງຈາກບ້ານ ແລະບໍລິເວນທີ່ເດັກຫຼິ້ນ ຢ່າງນ້ອຍໃຫ້ຫ່າງຈາກແຫຼ່ງນ້ຳ 10 ແມັດ ແລ້ວປົກດ້ວຍດິນ.”