ບົດແປດ
ຈົ່ງປ້ອງກັນຄອບຄົວຂອງເຈົ້າໄວ້ຈາກອິດທິພົນທີ່ຍັງຄວາມເສຍຫາຍ
1-3. (ກ) ອິດທິພົນທີ່ຍັງຄວາມເສຍຫາຍຊຶ່ງຄຸກຄາມຄອບຄົວມາຈາກແຫຼ່ງໃດແດ່? (ຂ) ໃນການປົກປ້ອງຄອບຄົວ ພໍ່ແມ່ຈຳຕ້ອງມີຄວາມສົມດຸນແບບໃດ?
ເຈົ້າພວມຈະສົ່ງລູກຊາຍຕົວນ້ອຍໆ ໄປໂຮງຮຽນ ຝົນກໍເທລົງມາ. ເຈົ້າຈະຈັດການກັບສະຖານະການນີ້ຢ່າງໃດ? ເຈົ້າປ່ອຍໃຫ້ເຂົາແລ່ນອອກນອກບ້ານໂດຍບໍ່ມີເສື້ອກັນຝົນບໍ? ຫຼືວ່າເຈົ້າຈະສວມເສື້ອກັນຝົນໃຫ້ເຂົາຫຼາຍຊັ້ນຈົນເຂົາເກືອບຈະຂະຫຍັບບໍ່ໄດ້ບໍ? ແນ່ແລ້ວ ເຈົ້າຄົງຈະບໍ່ເຮັດທັງສອງຢ່າງ. ເຈົ້າຈະໃຫ້ແຄ່ສິ່ງທີ່ຈຳເປັນເພື່ອບໍ່ໃຫ້ຕົວເຂົາປຽກ.
2 ໃນທຳນອງດຽວກັນ ພໍ່ແມ່ຕ້ອງຫາວິທີທີ່ສົມດຸນເພື່ອປ້ອງກັນຄອບຄົວຂອງເຂົາຈາກອິດທິພົນທີ່ຍັງຄວາມເສຍຫາຍຊຶ່ງຫຼັ່ງໄຫຼໃສ່ພວກເຂົາຈາກຫຼາຍແຫຼ່ງ—ອຸດສາຫະກຳບັນເທີງ, ສື່ມວນຊົນ, ຄົນຮຸ່ນດຽວກັນ, ແລະບາງເທື່ອທີ່ໂຮງຮຽນຊ້ຳ. ພໍ່ແມ່ລາງຄົນປົກປ້ອງຄອບຄົວຂອງຕົນແຄ່ນ້ອຍໜຶ່ງຫຼືບໍ່ເຮັດເລີຍ. ຄົນອື່ນ ເນື່ອງຈາກຖືວ່າອິດທິພົນນອກເຮືອນເກືອບທັງໝົດເປັນອັນຕະລາຍ ຈຶ່ງວາງຂໍ້ຈຳກັດໄວ້ຫຼາຍຈົນລູກຮູ້ສຶກອຶດອັດ. ຄວາມສົມດຸນເປັນໄປໄດ້ບໍ?
3 ແມ່ນແລ້ວ ເປັນໄປໄດ້. ການປະຕິບັດເລີຍເກີນບໍ່ໃຫ້ຜົນດີແລະອາດກໍ່ຄວາມເສຍຫາຍໄດ້. (ຜູ້ເທສນາປ່າວປະກາດ 7:16, 17) ແຕ່ພໍ່ແມ່ຄລິດສະຕຽນຈະພໍ້ຄວາມສົມດຸນພໍເໝາະໄດ້ຢ່າງໃດໃນການປົກປ້ອງຄອບຄົວ? ເຮົາຈະພິຈາລະນາສາມຂອບເຂດຄື ການສຶກສາ, ການຄົບຄ້າສະມາຄົມ, ແລະການບັນເທີງ.
ໃຜຈະສອນລູກຂອງເຈົ້າ?
4. ພໍ່ແມ່ຄລິດສະຕຽນຄວນມີທັດສະນະຢ່າງໃດຕໍ່ການສຶກສາ?
4 ພໍ່ແມ່ຄລິດສະຕຽນໃຫ້ຄວາມສຳຄັນຢ່າງສູງຕໍ່ການສຶກສາ. ເຂົາຮູ້ວ່າການສຶກສາໃນໂຮງຮຽນຊ່ວຍລູກໃຫ້ອ່ານອອກ, ຂຽນໄດ້, ແລະສື່ຄວາມ, ຮ່ວມກັບການແກ້ບັນຫາດ້ວຍ. ການຮຽນໃນໂຮງຮຽນໜ້າຈະສອນເຂົາເຖິງວິທີຮຽນຮູ້ດ້ວຍ. ທັກສະທີ່ເດັກໄດ້ຮັບໃນໂຮງຮຽນອາດຊ່ວຍເຂົາປະສົບຜົນສຳເລັດໄດ້ທັງໆ ທີ່ມີຂໍ້ທ້າທາຍຕ່າງໆ ໃນໂລກທຸກມື້ນີ້. ນອກຈາກນີ້ ການສຶກສາທີ່ດີອາດຊ່ວຍເຂົາໄດ້ເຮັດວຽກທີ່ດີກວ່າ.—ສຸພາສິດ 22:29, ລ.ມ.
5, 6. ເດັກທີ່ໂຮງຮຽນອາດຜະເຊີນກັບຂໍ້ມູນທີ່ບິດເບືອນໃນເລື່ອງເພດຢ່າງໃດ?
5 ຢ່າງໃດກໍຕາມ ໂຮງຮຽນນຳເດັກມາຮ່ວມກັນກັບເດັກອື່ນໆ—ຊຶ່ງເດັກຫຼາຍຄົນມີທັດສະນະຜິດແປກ. ຕົວຢ່າງເຊັ່ນ ຈົ່ງພິຈາລະນາທັດສະນະຂອງເຂົາໃນເລື່ອງເພດແລະສິນທຳ. ໃນໂຮງຮຽນມັດທະຍົມແຫ່ງໜຶ່ງໃນປະເທດນີເຊເລຍ ເດັກສາວທີ່ສຳສ່ອນທາງເພດຄົນໜຶ່ງເຄີຍແນະນຳຫມູ່ນັກຮຽນໃນເລື່ອງເພດ. ພວກເຂົາຮັບຟັງນາງດ້ວຍຄວາມຢາກຮູ້ຢາກເຫັນ ແມ່ນວ່າແນວຄວາມຄຶດຂອງນາງເຕັມໄປດ້ວຍເລື່ອງໄຮ້ສາລະຊຶ່ງນາງເກັບມາຈາກໜັງສືລາມົກ. ເດັກສາວລາງຄົນລອງເຮັດຕາມຄຳແນະນຳຂອງນາງ. ຜົນກໍຄື ເດັກສາວຄົນໜຶ່ງຕັ້ງທ້ອງໂດຍຍັງບໍ່ແຕ່ງດອງແລະເສຍຊີວິດຍ້ອນການເຮັດແທ້ງເອງ.
6 ໜ້າເສົ້າທີ່ຈະກ່າວວ່າ ຂໍ້ມູນທີ່ຜິດໃນເລື່ອງເພດບາງຢ່າງທີ່ໂຮງຮຽນບໍ່ມາຈາກນັກຮຽນ ແຕ່ມາຈາກຄູ. ພໍ່ແມ່ຫຼາຍຄົນສະດຸ້ງເມື່ອໂຮງຮຽນສອນເລື່ອງເພດແກ່ເດັກໂດຍບໍ່ໃຫ້ຄວາມຮູ້ເລື່ອງມາດຕະຖານແລະຄວາມຮັບຜິດຊອບທາງດ້ານສິນທຳ. ແມ່ຂອງເດັກສາວໄວ 12 ປີຄົນໜຶ່ງບອກວ່າ “ພວກເຮົາອາໄສຢູ່ໃນເຂດທີ່ເຄັ່ງສາສະໜາ ຍຶດໝັ້ນກັບປະເພນີ ແຕ່ເຖິງຢ່າງນັ້ນ ໃນໂຮງຮຽນມັດທະຍົມປະຈຳທ້ອງຖິ່ນນັ້ນເອງ ພວກເຂົາແຈກຖົງຢາງອະນາໄມໃຫ້ເດັກໆ!” ນາງແລະສາມີຮູ້ສຶກເປັນຫ່ວງເມື່ອຮູ້ວ່າລູກສາວໄດ້ຮັບການຊັກຊວນໃນເລື່ອງເພດຈາກພວກເດັກໄວດຽວກັນ. ພໍ່ແມ່ຈະປົກປ້ອງຄອບຄົວໄວ້ຈາກອິດທິພົນທີ່ບໍ່ດີແນວນີ້ໄດ້ຢ່າງໃດ?
7. ອາດຕໍ່ຕ້ານຂໍ້ມູນຜິດໆ ໃນເລື່ອງເພດໄດ້ດີທີ່ສຸດດ້ວຍວິທີໃດ?
7 ເປັນການດີທີ່ສຸດບໍທີ່ຈະປິດບັງລູກໂດຍບໍ່ເອີຍເຖິງເລື່ອງເພດເລີຍ? ບໍ່. ນັບວ່າດີກວ່າທີ່ເຈົ້າຈະສອນລູກເລື່ອງເພດດ້ວຍຕົວເຈົ້າເອງ. (ສຸພາສິດ 5:1) ເປັນຄວາມຈິງ ໃນພູມິພາກຕ່າງໆ ຂອງທະວີບຢູຣົບແລະອາເມຣິກາເໜືອ ພໍ່ແມ່ຫຼາຍຄົນຫຼີກເວັ້ນການເວົ້າເຖິງເລື່ອງນີ້. ຄ້າຍກັນ ໃນບາງປະເທດແຖບອາຝຣິກາ ພໍ່ແມ່ບໍ່ຄ່ອຍຈະເວົ້າເລື່ອງເພດກັບລູກ. ພໍ່ຄົນໜຶ່ງໃນເຊຍຣາເລອອນບອກວ່າ “ການເຮັດດັ່ງນັ້ນບໍ່ແມ່ນວັດທະນະທຳຂອງອາຝຣິກາ.” ພໍ່ແມ່ບາງຄົນຮູ້ສຶກວ່າ ການສອນລູກເລື່ອງເພດເປັນການໃສ່ຄວາມຄຶດທີ່ຈະນຳເຂົາໄປສູ່ການເຮັດຜິດສິນທຳ! ແຕ່ທັດສະນະຂອງພະເຈົ້າເປັນຢ່າງໃດ?
ທັດສະນະຂອງພະເຈົ້າໃນເລື່ອງເພດ
8, 9. ຂໍ້ມູນທີ່ດີອັນໃດໃນເລື່ອງເພດທີ່ພົບໄດ້ໃນຄຳພີໄບເບິນ?
8 ຄຳພີໄບເບິນເຮັດໃຫ້ເຫັນຊັດວ່າ ບໍ່ມີອັນໃດໜ້າອາຍກ່ຽວກັບການສົນທະນາເລື່ອງເພດໃນສະພາບແວດລ້ອມທີ່ເໝາະສົມ. ໃນປະເທດຍິດສະລາເອນ ໄພ່ພົນຂອງພະເຈົ້າໄດ້ຮັບສັ່ງໃຫ້ມາຊຸມນຸມກັນ ລວມທັງ “ເດັກນ້ອຍໆ” ດ້ວຍ ເພື່ອຟັງການອ່ານພະບັນຍັດຂອງໂມເຊດ້ວຍສຽງດັງ. (ພະບັນຍັດຕິທີ2 31:10-12; ໂຢຊວຽ 8:35) ພະບັນຍັດກ່າວຢ່າງກົງໄປກົງມາເຖິງເລື່ອງທາງເພດຫຼາຍເລື່ອງ ລວມທັງລະດູ, ການຫຼັ່ງອະສຸຈິ, ການຜິດປະເວນີ, ການຫຼິ້ນຊູ້, ການຮັກຮ່ວມເພດ, ການຮ່ວມເພດລະຫວ່າງຍາດໃກ້ຊິດ, ແລະການຮ່ວມເພດກັບສັດ. (ລະບຽບການພວກເລວີ 15:16, 19; 18:6, 22, 23; ພະບັນຍັດຕິທີ2 22:22) ຫຼັງຈາກການອ່ານພະບັນຍັດເຫຼົ່ານັ້ນແລ້ວ ບໍ່ຕ້ອງສົງໄສພໍ່ແມ່ມີເລື່ອງມາກມາຍທີ່ຕ້ອງອະທິບາຍໃຫ້ລູກຂອງຕົນທີ່ຢາກຮູ້ຢາກເຫັນໄດ້ເຂົ້າໃຈ.
9 ມີຂໍ້ຄວາມໃນບົດຫ້າ, ຫົກ, ແລະເຈັດຂອງສຸພາສິດທີ່ຖ່າຍທອດຄຳແນະນຳດ້ວຍຄວາມຮັກຂອງພໍ່ແມ່ໃນເລື່ອງອັນຕະລາຍຂອງການຜິດສິນທຳທາງເພດ. ຂໍ້ເຫຼົ່ານີ້ສະແດງວ່າ ລາງເທື່ອການຜິດສິນທຳອາດເປັນສິ່ງລໍ້ໃຈ. (ສຸພາສິດ 5:3; 6:24, 25; 7:14-21) ແຕ່ຂໍ້ເຫຼົ່ານັ້ນສອນວ່າການເຮັດດັ່ງນັ້ນເປັນການຜິດແລະຜົນທີ່ຕາມມາແມ່ນຄວາມຫາຍະນະ ແລະສະເໜີການນຳທາງເພື່ອຊ່ວຍເຍົາວະຊົນໃຫ້ຫຼີກເວັ້ນແນວທາງທີ່ຜິດສິນທຳ. (ສຸພາສິດ 5:1-14, 21-23; 6:27-35; 7:22-27) ນອກນັ້ນ ມີການປຽບທຽບຄວາມແຕກຕ່າງລະຫວ່າງການຜິດສິນທຳກັບຄວາມອີ່ມໃຈພໍໃຈຈາກການເພີດເພີນທາງເພດໃນສະພາບການທີ່ເໝາະສົມນັ້ນຄື ພາຍໃນຊີວິດສົມລົດ. (ສຸພາສິດ 5:15-20) ຊ່າງເປັນແບບຢ່າງການສອນທີ່ດີເລີດຊຶ່ງພໍ່ແມ່ຄວນຕິດຕາມ!
10. ເຫດໃດການໃຫ້ຄວາມຮູ້ໃນເລື່ອງເພດແກ່ລູກຈະບໍ່ນຳເຂົາໄປສູ່ການເຮັດຜິດສິນທຳ?
10 ການສອນເຊັ່ນນີ້ນຳເດັກນ້ອຍໄປສູ່ການເຮັດຜິດສິນທຳບໍ? ກົງກັນຂ້າມ ຄຳພີໄບເບິນສອນວ່າ “ຄົນຊອບທຳທັງຫຼາຍໄດ້ພົ້ນດ້ວຍຄວາມຮູ້.” (ສຸພາສິດ 11:9) ເຈົ້າບໍ່ຕ້ອງການຊ່ວຍລູກຂອງເຈົ້າລອດຈາກອິດທິພົນຂອງໂລກນີ້ບໍ? ພໍ່ຜູ້ໜຶ່ງກ່າວວ່າ “ຕັ້ງແຕ່ລູກຍັງນ້ອຍໆ ເຮົາພະຍາຍາມເວົ້າເລື່ອງເພດຢ່າງກົງໄປກົງມາກັບເຂົາໂລດ. ໂດຍວິທີນັ້ນ ເມື່ອເຂົາໄດ້ຍິນເດັກຄົນອື່ນລົມເລື່ອງເພດ ເຂົາກໍບໍ່ຢາກຮູ້ຢາກເຫັນ. ບໍ່ມີເລື່ອງເລິກລັບໃຫຍ່ໂຕອັນໃດ.”
11. ອາດສອນລູກເປັນຂັ້ນໆ ໃນເລື່ອງລັບສະເພາະໃນຊີວິດໄດ້ຢ່າງໃດ?
11 ດັ່ງທີ່ອະທິບາຍໄວ້ໃນບົດກ່ອນໆ ການສຶກສາເລື່ອງເພດຄວນເລີ່ມແຕ່ເຍົາໄວ. ເມື່ອສອນລູກນ້ອຍໃຫ້ບອກຊື່ອະໄວຍະວະຕ່າງໆ ຂອງຮ່າງກາຍຢ່າຂ້າມອະໄວຍະວະສືບພັນເຮັດຄືກັບວ່າສ່ວນເຫຼົ່ານີ້ໜ້າອັບອາຍໃນທາງໃດທາງໜຶ່ງ. ຈົ່ງສອນຊື່ທີ່ເໝາະສົມສຳລັບອະໄວຍະວະເຫຼົ່ານີ້ແກ່ລູກ. ຂະນະທີ່ເວລາຜ່ານໄປ ການສອນກ່ຽວກັບຄວາມເປັນສ່ວນຕົວແລະຂອບເຂດນັບວ່າສຳຄັນ. ຈະດີກວ່າຫາກທັງພໍ່ແລະແມ່ສອນລູກວ່າ ອະໄວຍະວະເຫຼົ່ານີ້ຂອງຮ່າງກາຍເປັນສ່ວນພິເສດຈຳເພາະ ຕາມປົກກະຕິແລ້ວບໍ່ຄວນໃຫ້ໃຜມາແຕະຕ້ອງຫຼືບໍ່ເປີດເຜີຍແກ່ຄົນອື່ນ ແລະບໍ່ຄວນສົນທະນາກັນໃນແບບບໍ່ດີງາມ. ຂະນະທີ່ລູກໃຫຍ່ຂຶ້ນ ຄວນບອກໃຫ້ເຂົາຮູ້ເລື່ອງວິທີທີ່ຊາຍແລະຍິງມາຢູ່ຮ່ວມກັນເພື່ອໃຫ້ຕັ້ງທ້ອງ. ເມື່ອເຖິງເວລາທີ່ຮ່າງກາຍຂອງເຂົາເລີ່ມເຂົ້າສູ່ໄວຫນຸ່ມສາວ ເຂົາໜ້າຈະຮູ້ຢ່າງດີກ່ຽວກັບການປ່ຽນແປງທີ່ເພີງຄາດໝາຍ. ດັ່ງທີ່ພິຈາລະນາໃນບົດ 5 ການຮຽນຮູ້ເລື່ອງນີ້ຊ່ວຍປ້ອງກັນລູກຈາກການຖືກທຳຮ້າຍທາງເພດ.—ສຸພາສິດ 2:10-14.
ການບ້ານທີ່ພໍ່ແມ່ມີ
12. ຫຼາຍເທື່ອມີການສອນທັດສະນະຜິດແປກອັນໃດໃນໂຮງຮຽນ?
12 ພໍ່ແມ່ຕ້ອງພ້ອມຈະລົບລ້າງແນວຄຶດຜິດອື່ນໆ ທີ່ອາດຈະສອນກັນທີ່ໂຮງຮຽນ—ປັດຊະຍາຂອງໂລກ ເຊັ່ນ ວິວັດທະນາການ, ລັດທິຊາດນິຍົມ, ຫຼືແນວຄຶດທີ່ວ່າບໍ່ມີຄວາມຈິງໃດໆ ທີ່ສົມບູນ. (1 ໂກລິນໂທ 3:19; ທຽບກັບຕົ້ນເດິມ 1:27; ລະບຽບການພວກເລວີ 26:1; ໂຍຮັນ 4:24; 17:17.) ຄູທີ່ຈິງໃຈຫຼາຍຄົນໃຫ້ຄວາມສຳຄັນເກີນໄປກັບການສຶກສາຕໍ່. ຂະນະທີ່ການສຶກສາເພີ່ມເຕີມເປັນການເລືອກສ່ວນຕົວ ຄູບາງຄົນຖືວ່ານັ້ນແມ່ນທາງດຽວເທົ່ານັ້ນທີ່ຈະກ້າວໄປສູ່ຄວາມສຳເລັດໃດໆ ກໍຕາມ.a—ຄຳເພງ 146:3-6.
13. ອາດປ້ອງກັນເດັກທີ່ເຂົ້າໂຮງຮຽນໃຫ້ພົ້ນຈາກແນວຄຶດຜິດຫຼືບິດເບືອນໄດ້ໂດຍວິທີໃດ?
13 ຫາກພໍ່ແມ່ຈະສະກັດກັ້ນຄຳສອນທີ່ຜິດຫຼືບິດເບືອນແລ້ວ ເຂົາຕ້ອງຮູ້ວ່າລູກໄດ້ຮັບການສອນແບບໃດ. ດັ່ງນັ້ນພໍ່ແມ່ທັງຫຼາຍ ຈົ່ງຈື່ໄວ້ວ່າ ເຈົ້າກໍມີການບ້ານດ້ວຍ! ໃຫ້ສົນໃຈຢ່າງແທ້ຈິງກັບການຮ່ຳຮຽນຂອງລູກ. ສົນທະນານຳເຂົາຫຼັງຈາກກັບຈາກໂຮງຮຽນ. ຖາມເຖິງສິ່ງທີ່ເຂົາພວມຮຽນຢູ່ ເຂົາມັກອັນໃດຫຼາຍທີ່ສຸດ. ອັນໃດທີ່ເຂົາເຫັນວ່າເປັນການທ້າທາຍທີ່ສຸດ. ຈົ່ງກວດເບິ່ງການບ້ານທີ່ຄູມອບໝາຍ ສະຫມຸດຈົດບັນທຶກ ແລະຜົນການສອບ. ພະຍາຍາມຮູ້ຈັກກັບຄູຂອງລູກ. ໃຫ້ຄູຮູ້ວ່າ ເຈົ້າຢັ່ງຮູ້ຄ່າວຽກການຂອງເຂົາແລະຕ້ອງການຊ່ວຍເຫຼືອບໍ່ວ່າທາງໃດທີ່ເຈົ້າເຮັດໄດ້.
ຫມູ່ເພື່ອນຂອງລູກ
14. ເຫດໃດເປັນສິ່ງສຳຄັນທີ່ເດັກໆ ຊຶ່ງເຫຼື້ອມໃສພະເຈົ້າຕ້ອງເລືອກເພື່ອນທີ່ດີ?
14 “ເຈົ້າໄປຮຽນຮູ້ເລື່ອງນັ້ນມາແຕ່ໃສ?” ພໍ່ແມ່ເທົ່າໃດຄົນເຄີຍຖາມເຊັ່ນນັ້ນ ເພາະຮູ້ສຶກສະຫຍົດສະຫຍອງກັບສິ່ງທີ່ລູກເວົ້າຫຼືເຮັດແລະຊຶ່ງເບິ່ງຄືວ່າເປັນແບບທີ່ຄາດບໍ່ເຖິງເລີຍ? ຫຼາຍຊ່ຳໃດທີ່ຄຳຕອບກ່ຽວພັນເຖິງຫມູ່ໃໝ່ບາງຄົນທີ່ໂຮງຮຽນຫຼືບໍລິເວນໃກ້ຄຽງ? ແມ່ນແລ້ວ ຫມູ່ມີຜົນກະທົບຕໍ່ເຮົາຢ່າງເລິກເຊິ່ງ ບໍ່ວ່າເຮົາຈະເປັນຫນຸ່ມສາວຫຼືຜູ້ໃຫຍ່. ອັກຄະສາວົກໂປໂລເຕືອນວ່າ “ຢ່າໃຫ້ຜູ້ໃດລວງທ່ານ. ການຄົບຫາສະມາຄົມທີ່ບໍ່ດີຍອມເຮັດໃຫ້ນິດໄສດີເສຍໄປ.” (1 ໂກລິນໂທ 15:33, ລ.ມ.; ສຸພາສິດ 13:20) ຫນຸ່ມສາວໂດຍສະເພາະໄດ້ຮັບຜົນກະທົບງ່າຍຈາກຄວາມກົດດັນຂອງຄົນຮຸ່ນດຽວກັນ. ເຂົາມັກຈະຂາດຄວາມໝັ້ນໃຈໃນຕົວເອງແລະບາງເທື່ອຮູ້ສຶກໂທມທັບດ້ວຍຄວາມປາຖະໜາທີ່ຈະເອົາໃຈເພື່ອນແລະເຮັດໃຫ້ເພື່ອນປະທັບໃຈ. ດັ່ງນັ້ນຈຶ່ງສຳຄັນຫຼາຍທີ່ເຂົາຈະເລືອກຫມູ່ທີ່ດີ!
15. ພໍ່ແມ່ສາມາດໃຫ້ການຊີ້ນຳລູກໆ ໃນການເລືອກເພື່ອນໄດ້ຢ່າງໃດ?
15 ດັ່ງທີ່ພໍ່ແມ່ທຸກຄົນຮູ້ ລູກໆ ຈະບໍ່ເລືອກຢ່າງເໝາະສົມສະເໝີໄປ ເຂົາຕ້ອງໄດ້ຮັບການຊີ້ນຳບາງຢ່າງ. ນັ້ນບໍ່ແມ່ນເລື່ອງການເລືອກຫມູ່ໃຫ້ເຂົາ. ແທນທີ່ຈະເຮັດເຊັ່ນນັ້ນ ຂະນະທີ່ເຂົາເຕີບໂຕ ຈົ່ງສອນຄວາມສັງເກດເຂົ້າໃຈໃຫ້ເຂົາແລະຊ່ວຍເຂົາໃຫ້ເຫັນວ່າຄຸນລັກສະນະອັນໃດໃນຕົວເພື່ອນຊຶ່ງເຂົາຄວນຖືວ່າມີຄຸນຄ່າ. ຄຸນລັກສະນະສຳຄັນແມ່ນຄວາມຮັກຕໍ່ພະເຢໂຫວາແລະການເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພະອົງ. (ມາລະໂກ 12:26-30) ຈົ່ງສອນເຂົາໃຫ້ຮັກແລະນັບຖືຄົນເຫຼົ່ານັ້ນທີ່ມີຄວາມສັດຊື່, ຄວາມກະລຸນາ, ຄວາມເອື້ອອາລີ, ແລະຄວາມຂະຫຍັນ. ລະຫວ່າງການສຶກສາປະຈຳຄອບຄົວ ຈົ່ງຊ່ວຍລູກໆ ໃຫ້ສັງເກດຄຸນລັກສະນະເຊັ່ນນີ້ໃນຕົວບຸກຄົນໃນຄຳພີໄບເບິນ ແລະຄັນແລ້ວໃຫ້ຄົ້ນຫາອຸປະນິດໄສຢ່າງດຽວກັນນັ້ນໃນຕົວຄົນອື່ນໃນປະຊາຄົມ. ຈົ່ງວາງຕົວຢ່າງໂດຍການໃຊ້ບັນທັດຖານແນວດຽວກັນໃນການເລືອກຫມູ່ຂອງເຈົ້າເອງ.
16. ພໍ່ແມ່ອາດສັງເກດການເລືອກເພື່ອນຂອງລູກໄດ້ຢ່າງໃດ?
16 ເຈົ້າຮູ້ບໍ່ວ່າຫມູ່ຂອງລູກເປັນໃຜ? ເປັນຫຍັງບໍ່ໃຫ້ລູກພາເຂົາມາເຮືອນເພື່ອເຈົ້າຈະຄຸ້ນເຄີຍກັບພວກເຂົາ? ເຈົ້າອາດຈະຖາມລູກດ້ວຍວ່າ ເດັກຄົນອື່ນຄຶດຢ່າງໃດກັບຫມູ່ເຫຼົ່ານີ້. ເຂົາເປັນທີ່ຮູ້ຈັກໃນເລື່ອງການສະແດງຄວາມສັດຊື່ໝັ້ນຄົງ ຫຼືເປັນຜູ້ມີຊີວິດແບບຕີສອງໜ້າ? ຫາກກໍລະນີຫຼັງນີ້ເປັນຈິງ ຈົ່ງຊ່ວຍລູກຂອງເຈົ້າໃຫ້ຫາເຫດຜົນວ່າ ເປັນຫຍັງການຄົບຫາສະມາຄົມດັ່ງນັ້ນອາດເຮັດຄວາມເສຍຫາຍແກ່ເຂົາໄດ້. (ຄຳເພງ 26:4, 5, 9-12) ຫາກເຈົ້າສັງເກດການປ່ຽນແປງອັນບໍ່ເພີງປາຖະໜາໃນດ້ານພຶດຕິກຳຂອງລູກ, ການແຕ່ງກາຍ, ເຈຕະຄະຕິ, ຫຼືຄຳເວົ້າ ເຈົ້າອາດຕ້ອງສົນທະນາເລື່ອງເພື່ອນຂອງເຂົາ. ລູກຂອງເຈົ້າອາດໃຊ້ເວລາກັບຫມູ່ທີ່ກໍ່ໃຫ້ເກີດຜົນກະທົບໃນທາງລົບ.—ທຽບກັບຕົ້ນເດິມ 34:1, 2.
17, 18. ນອກຈາກການເຕືອນໃຫ້ລະວັງເພື່ອນທີ່ບໍ່ດີແລ້ວພໍ່ແມ່ອາດໃຫ້ຄວາມຊ່ວຍເຫຼືອທີ່ໃຊ້ໄດ້ຜົນຈິງອັນໃດ?
17 ສະນັ້ນຍັງບໍ່ພໍທີ່ຈະພຽງແຕ່ສອນລູກໃຫ້ຫຼີກເວັ້ນເພື່ອນໆ ທີ່ບໍ່ດີເທົ່ານັ້ນ. ຈົ່ງຊ່ວຍເຂົາຫາເພື່ອນທີ່ດີ. ພໍ່ຜູ້ໜຶ່ງກ່າວວ່າ “ເຮົາພະຍາຍາມຫາສິ່ງທົດແທນໃຫ້ສະເໝີ. ດັ່ງນັ້ນເມື່ອໂຮງຮຽນຕ້ອງການໃຫ້ລູກຊາຍຂອງເຮົາຢູ່ໃນທີມຟຸດບອນ ພັນລະຍາແລະຂ້ອຍນັ່ງລົງກັບລູກແລ້ວພິຈາລະນາວ່າ ເຫດໃດນັ້ນບໍ່ເປັນຄວາມຄຶດທີ່ດີ—ເນື່ອງຈາກຈະຕ້ອງພົວພັນກັບຫມູ່ໃໝ່. ແຕ່ຫຼັງຈາກນັ້ນເຮົາແນະນຳໃຫ້ຊວນເດັກອື່ນລາງຄົນໃນປະຊາຄົມແລ້ວພາກັນໄປຫຼິ້ນຟຸດບອນໃນສວນສາທາລະນະ. ແລະນັ້ນໄດ້ຜົນດີ.”
18 ພໍ່ແມ່ທີ່ສະຫຼາດຊ່ວຍລູກໆ ໃຫ້ໄດ້ຫມູ່ທີ່ດີ ແລະມ່ວນຊື່ນກັບການບັນເທີງທີ່ເປັນປະໂຫຍດນຳກັນ. ແຕ່ສຳລັບພໍ່ແມ່ຫຼາຍຄົນແລ້ວ ເລື່ອງກ່ຽວກັບການບັນເທີງນີ້ເອງໃຫ້ການທ້າທາຍຫຼາຍ.
ການບັນເທີງແບບໃດ?
19. ຕົວຢ່າງອັນໃດແດ່ຈາກຄຳພີໄບເບິນທີ່ສະແດງວ່າ ການທີ່ຄອບຄົວມີການມ່ວນຊື່ນນຳກັນບໍ່ແມ່ນສິ່ງບໍ່ດີ?
19 ຄຳພີໄບເບິນຕຳໜິການສະຫນຸກສະໜານບໍ? ບໍ່ເລີຍ! ຄຳພີໄບເບິນກ່າວວ່າມີ “ເວລາຫົວເລາະ . . . ແລະເວລາເຕັ້ນຍິນດີ.”b (ຜູ້ເທສນາປ່າວປະກາດ 3:4) ໄພ່ພົນຂອງພະເຈົ້າໃນຍິດສະລາເອນບູຮານມັກດົນຕີແລະການເຕັ້ນລຳ, ການຫຼິ້ນເກມຕ່າງໆ, ແລະການທາຍປິດສະໜາ. ພະເຍຊູໄປຮ່ວມງານສົມລົດ ແລະ “ການກິນລ້ຽງໃຫຍ່” ທີ່ມັດທາຍເລວີຈັດຂຶ້ນສຳລັບພະອົງ. (ລຶກາ 5:29; ໂຍຮັນ 2:1, 2) ປາກົດຊັດວ່າ ພະເຍຊູບໍ່ແມ່ນບຸກຄົນເຮັດໃຫ້ໝົດຄວາມມ່ວນຊື່ນ. ຂໍຢ່າເບິ່ງການຫົວເລາະແລະຄວາມມ່ວນຊື່ນເປັນບາບໃນເຮືອນຂອງເຈົ້າ!
20. ພໍ່ແມ່ຄວນຈື່ຈຳສິ່ງໃດໄວ້ເມື່ອຈັດໃຫ້ມີການບັນເທີງສຳລັບຄອບຄົວ?
20 ພະເຢໂຫວາເປັນ “ພະເຈົ້າຜູ້ມີຄວາມສຸກ.” (1 ຕີໂມເຕ 1:11) ດັ່ງນັ້ນ ການນະມັດສະການພະເຢໂຫວາຄວນເປັນແຫຼ່ງແຫ່ງຄວາມເບີກບານໃຈ ບໍ່ແມ່ນສິ່ງທີ່ເຮັດໃຫ້ຂາດຄວາມຍິນດີໃນຊີວິດ. (ທຽບກັບພະບັນຍັດຕິທີ2 16:15.) ຕາມທຳມະຊາດ ເດັກໆ ຍິນດີແລະເຕັມໄປດ້ວຍພະລັງຊຶ່ງຈະປ່ອຍອອກໃນການຫຼິ້ນແລະການບັນເທີງ. ການບັນເທີງທີ່ເລືອກຢ່າງເໝາະສົມບໍ່ໄດ້ໃຫ້ແຄ່ຄວາມສະຫນຸກສະໜານ ແຕ່ເປັນວິຖີທາງສຳລັບເດັກທີ່ຈະຮຽນຮູ້ແລະເປັນຜູ້ໃຫຍ່ຂຶ້ນ. ຫົວໜ້າຄອບຄົວມີໜ້າທີ່ຮັບຜິດຊອບໃນການຈັດກຽມສຳລັບຄວາມຈຳເປັນຂອງຄອບຄົວໃນທຸກສິ່ງ ລວມທັງການບັນເທີງດ້ວຍ. ຢ່າງໃດກໍດີ ຕ້ອງມີຄວາມສົມດຸນ.
21. ມີຫລຸມພາງອັນໃດຢູ່ໃນການບັນເທີງທຸກມື້ນີ້?
21 ໃນ “ສະໄໝສຸດທ້າຍ” ທີ່ຫຍຸ້ງຍາກນີ້ ສັງຄົມມະນຸດເຕັມໄປດ້ວຍຜູ້ຄົນທີ່ “ເປັນຄົນຮັກການສະຫນຸກສະໜານຫຼາຍກວ່າຮັກພະເຈົ້າ” ດັ່ງທີ່ຄຳພີໄບເບິນທຳນວາຍໄວ້. (1 ຕີໂມເຕ 3:1-5) ສຳລັບຫຼາຍຄົນ ການບັນເທີງເປັນເລື່ອງສຳຄັນທີ່ສຸດໃນຊີວິດ. ມີຄວາມບັນເທີງຫຼາຍແບບທີ່ຫາໄດ້ຊຶ່ງອາດເຂົ້າມາແທນສິ່ງທີ່ສຳຄັນກວ່າໄດ້ງ່າຍ. ນອກຈາກນີ້ ຄວາມບັນເທີງສະໄໝໃໝ່ຫຼາຍຢ່າງເນັ້ນການຜິດສິນທຳທາງເພດ, ຄວາມຮຸນແຮງ, ການໃຊ້ຢາເສບຕິດ, ແລະກິດປະຕິບັດອື່ນໆ ທີ່ກໍ່ຄວາມເສຍຫາຍຢ່າງໜັກ. (ສຸພາສິດ 3:31) ຈະເຮັດປະການໃດໄດ້ເພື່ອປ້ອງກັນລູກຂອງເຈົ້າໄວ້ຈາກຄວາມບັນເທີງທີ່ຍັງຜົນອັນຕະລາຍ?
22. ພໍ່ແມ່ຈະຝຶກອົບຮົມລູກຂອງຕົນໃຫ້ເຮັດການຕັດສິນໃຈຢ່າງສະຫຼາດໃນການເລືອກການບັນເທີງໄດ້ຢ່າງໃດ?
22 ພໍ່ແມ່ຕ້ອງຈັດໃຫ້ມີຂອບເຂດແລະຂໍ້ຈຳກັດໄວ້. ແຕ່ນອກຈາກນັ້ນ ເຂົາຕ້ອງສອນລູກໃຫ້ຮູ້ຈັກຕັດສິນວ່າ ການບັນເທີງແບບໃດທີ່ເປັນອັນຕະລາຍແລະໃຫ້ຮູ້ວ່າການບັນເທີງຂະໜາດໃດທີ່ຫຼາຍເກີນໄປ. ການຝຶກອົບຮົມເຊັ່ນນີ້ຕ້ອງໃຊ້ເວລາແລະຄວາມພະຍາຍາມ. ລອງພິຈາລະນາຕົວຢ່າງໜຶ່ງ. ພໍ່ທີ່ມີລູກຊາຍສອງຄົນສັງເກດວ່າລູກຊາຍກົກຟັງສະຖານີວິທະຍຸໃໝ່ເລື້ອຍໆ. ດັ່ງນັ້ນ ມື້ໜຶ່ງຕອນຂັບລົດໄປວຽກ ພໍ່ໄດ້ເປີດຟັງສະຖານີດຽວກັນ. ເຂົາຈອດລົດເປັນຄັ້ງຄາວແລະຈົດເນື້ອຮ້ອງຂອງບາງເພງ. ຫຼັງຈາກນັ້ນເຂົານັ່ງລົງກັບລູກຊາຍທັງສອງແລ້ວພິຈາລະນາສິ່ງທີ່ເຂົາໄດ້ຍິນມາ. ເຂົາໃຊ້ຄຳຖາມທີ່ຖາມທັດສະນະ ເລີ່ມຕົ້ນດ້ວຍ “ລູກຄຶດຢ່າງໃດ?” ແລະອົດທົນຟັງຄຳຕອບຂອງພວກເຂົາ. ຫຼັງຈາກຫາເຫດຜົນໃນເລື່ອງນັ້ນໂດຍໃຊ້ຄຳພີໄບເບິນແລ້ວ ລູກຊາຍທັງສອງເຫັນພ້ອມທີ່ຈະບໍ່ຟັງສະຖານີນັ້ນ.
23. ພໍ່ແມ່ອາດຈະປ້ອງກັນລູກຂອງຕົນຈາກຄວາມບັນເທີງທີ່ອັນຕະລາຍໄດ້ໂດຍວິທີໃດ?
23 ພໍ່ແມ່ທີ່ສຸຂຸມຈະກວດເບິ່ງດົນຕີ, ລາຍການໂທລະທັດ, ເທບວີດິໂອ, ໜັງສືກາຕູນ, ເກມວີດິໂອ, ແລະພາບພະຍົນທີ່ລູກໆ ຂອງເຂົາສົນໃຈ. ເຂົາຈະພິຈາລະນາເບິ່ງພາບໜ້າປົກ, ເນື້ອເພງ, ແລະການຫໍ່ຫຸ້ມ. ແລະເຂົາອ່ານບົດວິຈານໃນໜັງສືພິມແລະເບິ່ງພາບໂຄສະນາ. ຫຼາຍຄົນສະດຸ້ງຕົກໃຈກັບ “ຄວາມບັນເທີງ” ບາງຢ່າງທີ່ແນະນຳໃຫ້ເດັກໃນທຸກມື້ນີ້. ຜູ້ທີ່ຕ້ອງການປ້ອງກັນລູກຂອງເຂົາໄວ້ຈາກອິດທິພົນທີ່ບໍ່ສະອາດນັ້ນຈະນັ່ງລົງກັບຄອບຄົວແລ້ວພິຈາລະນາອັນຕະລາຍຕ່າງໆ ໂດຍໃຊ້ຄຳພີໄບເບິນແລະສັບພະໜັງສືທີ່ອາໄສຄຳພີໄບເບິນເປັນຫຼັກ ເຊັ່ນ ໜັງສືຄຳຖາມທີ່ຫນຸ່ມສາວຖາມ—ຄຳຕອບທີ່ໄດ້ຜົນ ແລະບົດຄວາມໃນວາລະສານຫໍສັງເກດການ ກັບຕື່ນເຖີດ!c ເມື່ອພໍ່ແມ່ວາງຂອບເຂດຈຳກັດທີ່ເດັດຂາດ ສະເໝີຕົ້ນສະເໝີປາຍແລະມີເຫດຜົນແລ້ວ ຕາມປົກກະຕິເຂົາມັກຈະເຫັນຜົນທີ່ດີ.—ມັດທາຽ 5:37; ຟີລິບ 4:5.
24, 25. ການບັນເທີງທີ່ດີງາມແບບໃດແດ່ທີ່ຄອບຄົວອາດເພີດເພີນນຳກັນໄດ້?
24 ແນ່ນອນ ການຈຳກັດການບັນເທີງແບບກໍ່ຜົນເສຍຫາຍນັ້ນເປັນແຄ່ສ່ວນໜຶ່ງຂອງການສູ້ຮົບ. ສິ່ງທີ່ບໍ່ດີຕ້ອງຊົດເຊີຍດ້ວຍສິ່ງທີ່ດີ ຖ້າບໍ່ດັ່ງນັ້ນລູກອາດຄ່ອຍໆ ເຄື່ອນໄປສູ່ແນວທາງທີ່ຜິດ. ຄອບຄົວຄລິດສະຕຽນຫຼາຍຄອບຄົວມີຄວາມຊົງຈຳທີ່ອົບອຸ່ນແລະປ່ຽມດ້ວຍຄວາມສຸກຊຶ່ງນັບບໍ່ຖ້ວນຈາກການເພີດເພີນກັບການບັນເທີງນຳກັນ—ໄປປິກນິກ, ການເດີນປ່າ, ຕັ້ງຄ້າຍພັກແຮມ, ຫຼິ້ນເກມແລະກີລາຕ່າງໆ, ເດີນທາງໄປຢາມພີ່ນ້ອງຫຼືເພື່ອນ. ບາງຄົນໄດ້ພົບວ່າພຽງແຕ່ການອ່ານອອກສຽງດ້ວຍກັນເພື່ອການຢ່ອນໃຈນັ້ນກໍ່ໃຫ້ເກີດຄວາມເພີດເພີນແລະຄວາມສະບາຍໃຈຫຼາຍ. ຄົນອື່ນມັກເລົ່າເລື່ອງຕະຫຼົກຫຼືເລື່ອງທີ່ໜ້າສົນໃຈ. ຍັງມີອີກລາງຄົນເຮັດງານອະດິເລກດ້ວຍກັນ ເຊັ່ນ ງານຊ່າງໄມ້ແລະງານຝີມືອື່ນໆ ອີກທັງການຫຼິ້ນດົນຕີ, ການແຕ້ມຮູບ, ຫຼືການສຶກສາສິ່ງທີ່ພະເຈົ້າສ້າງມາ. ເດັກໆ ຊຶ່ງຮຽນຮູ້ໃນການຊື່ນຊອບກັບການຢ່ອນໃຈແບບນີ້ໄດ້ຮັບການປ້ອງກັນໄວ້ຈາກຄວາມບັນເທີງທີ່ບໍ່ສະອາດຫຼາຍຢ່າງ ແລະເຂົາຮຽນຮູ້ວ່າການບັນເທີງບໍ່ແມ່ນແຕ່ນັ່ງຊື່ໆ ແລະໄດ້ຄວາມເພີດເພີນ. ຫຼາຍເທື່ອການເຂົ້າສ່ວນຮ່ວມມ່ວນກວ່າການນັ່ງເບິ່ງ.
25 ງານຊຸມນຸມສັງສັນກັນອາດເປັນການບັນເທີງໃນຮູບແບບທີ່ມີປະໂຫຍດດ້ວຍ. ເມື່ອງານນັ້ນໄດ້ຮັບການຄວບຄຸມຢ່າງເໝາະສົມແລະບໍ່ໃຫຍ່ໂຕຫຼືເປືອງເວລາໂພດແລ້ວ ງານນັ້ນກໍອາດເຮັດໃຫ້ລູກຂອງເຈົ້າໄດ້ຮັບຫຼາຍກວ່າຄວາມມ່ວນຊື່ນ. ງານນັ້ນສາມາດຊ່ວຍເຮັດໃຫ້ຄວາມຮັກໃນປະຊາຄົມຜູກພັນກັນເລິກເຊິ່ງຍິ່ງຂຶ້ນ.—ທຽບກັບລຶກາ 14:13,14; ຍູເດ 12.
ຄອບຄົວຂອງເຈົ້າຊະນະໂລກໄດ້
26. ກ່ຽວກັບການປົກປ້ອງຄອບຄົວຈາກອິດທິພົນທີ່ເປັນໄພນັ້ນ ຄຸນລັກສະນະສຳຄັນທີ່ສຸດແມ່ນຫຍັງ?
26 ບໍ່ຕ້ອງມີຂໍ້ສົງໄສ ການປົກປ້ອງຄອບຄົວຂອງເຈົ້າຈາກອິດທິພົນທີ່ຍັງຄວາມເສຍຫາຍຂອງໂລກຕ້ອງໃຊ້ຄວາມບາກບັ່ນຫຼວງຫຼາຍ. ແຕ່ມີສິ່ງໜຶ່ງທີ່ຈະເຮັດໃຫ້ຄວາມສຳເລັດເປັນໄປໄດ້ຍິ່ງກວ່າສິ່ງອື່ນ. ນັ້ນແມ່ນຄວາມຮັກ! ຄວາມຜູກພັນໃນຄອບຄົວທີ່ໃກ້ຊິດປ່ຽມດ້ວຍຄວາມຮັກຈະເຮັດໃຫ້ເຮືອນຂອງເຈົ້າເປັນບ່ອນພັກພິງທີ່ປອດໄພແລະສົ່ງເສີມການສື່ຄວາມ ຊຶ່ງເປັນການປ້ອງກັນອັນສຳຄັນໃຫ້ພົ້ນຈາກອິດທິພົນທີ່ບໍ່ດີ. ຍິ່ງກວ່ານັ້ນ ການປູກຝັງຄວາມຮັກອີກແບບໜຶ່ງຍິ່ງສຳຄັນ—ຄວາມຮັກຕໍ່ພະເຢໂຫວາ. ເມື່ອຄວາມຮັກແບບນີ້ຊຶມແຊກເຂົ້າທົ່ວຄອບຄົວ ກໍເປັນໄປໄດ້ຫຼາຍທີ່ລູກໆ ຈະເຕີບໂຕຂຶ້ນພ້ອມດ້ວຍການກຽດຊັງແນວຄຶດທີ່ຈະເຮັດໃຫ້ພະເຈົ້າບໍ່ພໍພະໄທດ້ວຍການຍອມຈຳນົນຕໍ່ອິດທິພົນຂອງໂລກ. ແລະພໍ່ແມ່ຜູ້ຊຶ່ງຮັກພະເຢໂຫວາຈາກຫົວໃຈຈະພະຍາຍາມກ່າຍເອົາຢ່າງບຸກຄະລິກພາບທີ່ປ່ຽມດ້ວຍຄວາມຮັກ, ມີເຫດຜົນ, ສົມດຸນຂອງພະອົງ. (ເອເຟດ 5:1; ຍາໂກໂບ 3:17) ຫາກພໍ່ແມ່ເຮັດເຊັ່ນນັ້ນ ລູກໆ ຂອງເຂົາຈະບໍ່ມີເຫດຜົນທີ່ຈະມອງເບິ່ງວ່າການນະມັດສະການພະເຢໂຫວາເປັນພຽງແຕ່ລາຍການຂໍ້ຫ້າມເທົ່ານັ້ນ ຫຼືເປັນວິຖີຊີວິດທີ່ຂາດຄວາມມ່ວນຊື່ນຫຼືການຫົວເລາະ ຊຶ່ງເຂົາຢາກໜີໃຫ້ພົ້ນທັນທີທີ່ເປັນໄປໄດ້. ແທນທີ່ຈະເປັນເຊັ່ນນັ້ນ ເຂົາຈະເຫັນວ່າ ການນະມັດສະການພະເຈົ້າເປັນວິຖີຊີວິດທີ່ມີຄວາມສຸກຫຼາຍທີ່ສຸດ ອີ່ມໃຈທີ່ສຸດເທົ່າທີ່ເປັນໄປໄດ້.
27. ຄອບຄົວສາມາດຊະນະໂລກໄດ້ດ້ວຍວິທີໃດ?
27 ຄອບຄົວທີ່ຮັກສາຄວາມເປັນໜຶ່ງດຽວໃນການຮັບໃຊ້ພະເຈົ້າຢ່າງມີຄວາມສຸກແລະສົມດຸນ ພະຍາຍາມຢ່າງສຸດຫົວໃຈທີ່ຈະຄົງໄວ້ຊຶ່ງການ “ປັດສະຈາກຮອຍດ່າງແລະມົນທິນ” ຈາກອິດທິພົນທີ່ເສື່ອມເສຍຂອງໂລກນີ້ ເປັນແຫຼ່ງແຫ່ງຄວາມຍິນດີສຳລັບພະເຢໂຫວາ. (2 ເປໂຕ 3:14, ລ.ມ.; ສຸພາສິດ 27:11) ຄອບຄົວເຊັ່ນນັ້ນຕິດຕາມຮອຍພະບາດຂອງພະເຍຊູຄລິດ ຜູ້ຕໍ່ຕ້ານຄວາມພະຍາຍາມທຸກຢ່າງຂອງໂລກຊາຕານທີ່ຈະເຮັດໃຫ້ພະອົງມີມົນທິນ. ໃກ້ເວລາທີ່ພະອົງຈະສິ້ນຊີບໃນສະພາບມະນຸດ ພະເຍຊູສາມາດກ່າວວ່າ “ເຮົາຊະນະໂລກແລ້ວ.” (ໂຍຮັນ 16:33, ລ.ມ.) ຂໍໃຫ້ຄອບຄົວຂອງເຈົ້າຊະນະໂລກດ້ວຍເຊັ່ນກັນແລະເພີດເພີນກັບຊີວິດຕະຫຼອດໄປ!
a ສຳລັບການພິຈາລະນາເລື່ອງການສຶກສາເສີມ ເຊີນເບິ່ງຈຸນລະສານພະຍານພະເຢໂຫວາແລະການສຶກສາ ໜ້າ 4-7 (ພາສາໄທ) ຈັດພິມໂດຍສະມາຄົມວອຊເທົາເວີຣ໌ ໄບເບິນ ແອນດ໌ ແທຣ໌ກ ແຫ່ງນິວຍອຣ໌ກ.
b ຄຳພາສາເຫບເລິໃນທີ່ນີ້ທີ່ໄດ້ຮັບການແປວ່າ “ຫົວເລາະ” ໃນຮູບອື່ນອາດແປວ່າ “ຫຼິ້ນ” “ໃຫ້ຄວາມສະຫນຸກເພີດເພີນບາງຢ່າງ” “ສະຫຼອງ” ຫຼື “ມີຄວາມສະຫນຸກ” ດ້ວຍຊ້ຳ.
c ຈັດພິມໂດຍສະມາຄົມວອຊເທົາເວີຣ໌ ໄບເບິນ ແອນດ໌ ແທຣ໌ກ ແຫ່ງນິວຍອຣ໌ກ (ພາສາໄທ).