ບົດຮຽນ 3
ພະເຍຊູຄລິດແມ່ນໃຜ?
ເປັນຫຍັງພະເຍຊູຖືກເອີ້ນວ່າ “ບຸດຫົວປີ” ຂອງພະເຈົ້າ (1)
ເປັນຫຍັງພະອົງຈຶ່ງຖືກເອີ້ນວ່າ “ພະຄຳ”? (1)
ເຫດໃດພະເຍຊູມາເທິງແຜ່ນດິນໂລກໃນຖານະມະນຸດ? (2-4)
ເຫດໃດພະອົງຈຶ່ງໄດ້ກະທຳການອັດສະຈັນ? (5)
ພະເຍຊູຈະເຮັດແນວໃດໃນອະນາຄົດອັນໃກ້ນີ້? (6)
1. ພະເຍຊູໄດ້ດຳເນີນຊີວິດຢູ່ໃນສະຫວັນເປັນບຸກຄົນມີກາຍວິນຍານກ່ອນພະອົງໄດ້ລົງມາຍັງແຜ່ນດິນໂລກ. ພະອົງເປັນສິ່ງທຳອິດທີ່ພະເຈົ້າໄດ້ສ້າງ ແລະດັ່ງນັ້ນພະອົງຈຶ່ງຖືກຮຽກວ່າ ພະບຸດ “ຫົວປີ” ຂອງພະເຈົ້າ. (ໂກໂລດ 1:15; ຄຳປາກົດ 3:14) ພະເຍຊູເປັນພະບຸດອົງດຽວເທົ່ານັ້ນທີ່ພະເຈົ້າໄດ້ສ້າງຂຶ້ນໂດຍພະອົງເອງ. ພະເຢໂຫວາໄດ້ໃຊ້ພະເຍຊູຕອນກ່ອນມາບັງເກີດເປັນມະນຸດໃຫ້ເປັນ “ນາຍຊ່າງ” ຊ່ວຍພະອົງໃນການສ້າງສາລະພັດສິ່ງທັງປວງໃນສະຫວັນແລະເທິງແຜ່ນດິນໂລກ. (ສຸພາສິດ 8:22-31, ປ.ມ.; ໂກໂລດ 1:16, 17) ນອກຈາກນີ້ພະເຈົ້າໄດ້ໃຊ້ພະອົງເປັນໂຄສົກເອກຂອງພະອົງ. ໂດຍເຫດນີ້ພະເຍຊູຈຶ່ງຖືກເອີ້ນວ່າ “ພະຄຳ.”—ໂຍຮັນ 1:1-3; ຄຳປາກົດ 19:13.
2. ພະເຈົ້າສົ່ງພະບຸດຂອງພະອົງມາຍັງແຜ່ນດິນໂລກໂດຍຍົກຍ້າຍຊີວິດພະບຸດມາສູ່ທ້ອງຂອງມາລີ. ດັ່ງນັ້ນພະເຍຊູຈຶ່ງບໍ່ມີບິດາເປັນມະນຸດ. ດ້ວຍເຫດນີ້ພະອົງຈຶ່ງບໍ່ໄດ້ຮັບຄວາມຜິດບາບໃດໆ ຫຼືຄວາມບໍ່ສົມບູນໃດໆ ເປັນມໍລະດົກ. ພະເຈົ້າສົ່ງພະເຍຊູລົງມາຍັງແຜ່ນດິນໂລກສຳລັບເຫດຜົນສາມປະການ: (1) ເພື່ອສອນເຮົາໃຫ້ຮູ້ຄວາມຈິງກ່ຽວກັບພະເຈົ້າ (ໂຍຮັນ 18:37), (2) ເພື່ອຮັກສາຄວາມສັດຊື່ໝັ້ນຄົງອັນສົມບູນເປັນແບບຢ່າງໃຫ້ເຮົາດຳເນີນຕາມ (1 ເປໂຕ 2:21), ແລະ (3) ເພື່ອທີ່ຈະຖວາຍຊີວິດຂອງພະອົງເປັນເຄື່ອງບູຊາເພື່ອປົດປ່ອຍມະນຸດອອກຈາກຄວາມຜິດບາບແລະຄວາມຕາຍ. ເປັນຫຍັງຈຶ່ງຕ້ອງເຮັດຢ່າງນີ້?—ມັດທາຍ 20:28.
3. ດ້ວຍການບໍ່ເຊື່ອຄຳສັ່ງຂອງພະເຈົ້າ ອາດາມ ມະນຸດຄົນທຳອິດ ໄດ້ເຮັດສິ່ງທີ່ຄຳພີໄບເບິນເອີ້ນວ່າ “ບາບ.” ດັ່ງນັ້ນ ພະເຈົ້າຈຶ່ງຕັດສິນເຂົາໃຫ້ຕາຍ. (ຕົ້ນເດິມ 3:17-19) ເຂົາບໍ່ໄດ້ບັນລຸເຖິງມາດຕະຖານຂອງພະເຈົ້າອີກຕໍ່ໄປ ດັ່ງນັ້ນເຂົາບໍ່ສົມບູນຕໍ່ໄປ. ເຂົາຄ່ອຍໆ ເຖົ້າແກ່ລົງແລະຕາຍໄປ. ອາດາມໄດ້ຖ່າຍທອດຄວາມຜິດບາບໃຫ້ແກ່ລູກໆ ຂອງເຂົາທຸກຄົນ. ໂດຍເຫດນີ້ເຮົາຈຶ່ງເຖົ້າລົງ ເຈັບໄຂ້ ແລະຕາຍໄປ. ມະນຸດຊາດຈະໄດ້ຮັບຄວາມຊ່ວຍໃຫ້ລອດໂດຍວິທີໃດ?—ໂລມ 3:23; 5:12.
4. ພະເຍຊູເປັນມະນຸດສົມບູນຄືກັນກັບອາດາມ. ແຕ່ທີ່ບໍ່ເໝືອນອາດາມຄື ເຖິງແມ່ນວ່າພະເຍຊູຕົກຢູ່ພາຍໃຕ້ການທົດລອງຢ່າງຂະນາດແສນສາຫັດພະອົງໄດ້ເຊື່ອຟັງພະເຈົ້າຢ່າງຄົບຖ້ວນ. ດັ່ງນັ້ນ ພະອົງຈຶ່ງສາມາດຖວາຍຊີວິດມະນຸດສົມບູນຂອງພະອົງເປັນເຄື່ອງບູຊາເພື່ອຊົດໃຊ້ຄວາມບາບຂອງອາດາມ ນີ້ຄືສິ່ງທີ່ຄຳພີໄບເບິນກ່າວເຖິງວ່າເປັນ “ຄ່າໄຖ່.” ດ້ວຍເຫດນີ້ ລູກຫຼານຂອງອາດາມຈຶ່ງຈະສາມາດໄດ້ຮັບການປົດປ່ອຍຈາກການລົງໂທດເຖິງຄວາມຕາຍໄດ້. ທຸກຄົນທີ່ສະແດງຄວາມເຊື່ອໃນພະເຍຊູສາມາດຮັບການອະໄພບາບຂອງເຂົາແລະໄດ້ຮັບຊີວິດຕະຫຼອດໄປ!—1 ຕີໂມເຕ 2:5, 6; ໂຍຮັນ 3:16; ໂລມ 5:18, 19.
5. ເມື່ອພະເຍຊູຢູ່ເທິງແຜ່ນດິນໂລກພະອົງໄດ້ປິ່ນປົວຄົນເຈັບໃຫ້ຫາຍດີ ໄດ້ລ້ຽງອາຫານໃຫ້ຄົນທີ່ຫິວ ແລະກະທຳໃຫ້ລົມພາຍຸງຽບ. ພະອົງເຖິງກັບປຸກໃຫ້ຄົນທີ່ຕາຍແລ້ວຄືນມາ. ເຫດໃດພະອົງໄດ້ກະທຳການອັດສະຈັນຕ່າງໆ ນີ້? (1) ພະອົງຮູ້ສຶກສົງສານປະຊາຊົນຜູ້ທີ່ມີຄວາມທຸກລຳບາກ ແລະພະອົງຕ້ອງການຈະຊ່ວຍພວກເຂົາ. (2) ການອັດສະຈັນຂອງພະອົງໄດ້ພິສູດວ່າພະອົງເປັນພະບຸດຂອງພະເຈົ້າ. (3) ການອັດສະຈັນເຫຼົ່ານັ້ນເຜີຍໃຫ້ເຫັນສິ່ງທີ່ພະອົງຈະກະທຳສຳລັບມະນຸດຊາດຜູ້ເຊື່ອຟັງເມື່ອພະອົງປົກຄອງໃນຖານະເປັນກະສັດເໜືອແຜ່ນດິນໂລກ.—ມັດທາຍ 14:14; ມາລະໂກ 2:10-12; ໂຍຮັນ 5:28, 29.
6. ພະເຍຊູຕາຍແລະໄດ້ຮັບການປຸກໃຫ້ມີຊີວິດອີກເປັນກາຍວິນຍານໂດຍພະເຈົ້າ ແລະໄດ້ກັບຄືນສູ່ສະຫວັນ. (1 ເປໂຕ 3:18) ຈາກນັ້ນມາ ພະເຈົ້າໄດ້ຕັ້ງພະອົງເປັນກະສັດ. ອີກບໍ່ຊ້າພະອົງຈະກຳຈັດຄວາມຊົ່ວເລວຊາມ ແລະຄວາມທຸກທໍລະມານທັງໝົດອອກໄປຈາກແຜ່ນດິນໂລກນີ້.—ຄຳເພງ 37:9-11; ສຸພາສິດ 2:21, 22.
[ຮູບພາບໜ້າ 7]
ງານຮັບໃຊ້ຂອງພະເຍຊູຮ່ວມທັງການສອນ ການກະທຳການອັດສະຈັນ ແລະເຖິງກັບການຖວາຍຊີວິດຂອງພະອົງເອງສຳລັບເຮົາ