ບົດຮຽນ 5
ພະປະສົງຂອງພະຜູ້ສ້າງສຳລັບແຜ່ນດິນໂລກຄືຫຍັງ?
ເປັນຫຍັງພະເຢໂຫວາສ້າງແຜ່ນດິນໂລກນີ້? (1, 2)
ເຫດໃດແຜ່ນດິນໂລກບໍ່ເປັນອຸດທະຍານໃນປັດຈຸບັນນີ້? (3)
ມີຫຍັງຈະເກີດຂຶ້ນແກ່ຄົນຊົ່ວຮ້າຍ? (4)
ໃນອະນາຄົດ ພະເຍຊູຈະກະທຳສິ່ງໃດສຳລັບຄົນເຈັບປ່ວຍ? ຄົນເຖົ້າຄົນແກ່? ຄົນຕາຍ? (5, 6)
ເພື່ອຈະໄດ້ມີສ່ວນຮ່ວມໃນພະພອນໃນອະນາຄົດ ທ່ານຈຳເປັນຕ້ອງເຮັດສິ່ງໃດ? (7)
1. ພະເຢໂຫວາໄດ້ສ້າງແຜ່ນດິນໂລກນີ້ເພື່ອມະນຸດຈະສາມາດມີຊີວິດຢູ່ດ້ວຍຄວາມຊື່ນຊົມຍິນດີຕະຫຼອດໄປເທິງແຜ່ນດິນໂລກ. ພະອົງປະສົງໃຫ້ມີຜູ້ຄົນທີ່ຊອບທຳແລະມີຄວາມສຸກຢູ່ເທິງແຜ່ນດິນໂລກສະເໝີໄປ. (ຄຳເພງ 115:16; ເອຊາອີ 45:18) ແຜ່ນດິນໂລກຈະບໍ່ຖືກທຳລາຍຈັກເທື່ອ; ມັນຈະໝັ້ນຄົງຢູ່ຕະຫຼອດໄປເປັນນິດ.—ຄຳເພງ 104:5; ຜູ້ເທສະໜາປ່າວປະກາດ 1:4.
2. ກ່ອນພະເຈົ້າໄດ້ສ້າງມະນຸດ ພະອົງໄດ້ເລືອກສ່ວນນ້ອຍສ່ວນນຶ່ງແຫ່ງແຜ່ນດິນໂລກແລະໄດ້ສ້າງສ່ວນນີ້ເປັນອຸດທະຍານອັນສວຍງາມ. ພະອົງໄດ້ເອີ້ນທີ່ນັ້ນວ່າສວນເອເດນ. ໃນສວນນີ້ເອງພະອົງໄດ້ໃຫ້ອາດາມແລະເອວາມະນຸດຊາຍຍິງທຳອິດຢູ່. ພະເຈົ້າມີພະປະສົງໃຫ້ພວກເຂົາມີລູກຫຼານແລະບັນຈຸໃຫ້ເຕັມທົ່ວແຜ່ນດິນໂລກ. ທີລະເລັກທີລະນ້ອຍເຂົາຄົງຈະເຮັດໃຫ້ທົ່ວທັງແຜ່ນດິນໂລກເປັນສວນອຸດທະຍານ.—ຕົ້ນເດິມ 1:28; 2:8, 15.
3. ອາດາມແລະເອວາໄດ້ເຮັດບາບດ້ວຍຄວາມຈົງໃຈລະເມີດກົດໝາຍຂອງພະເຈົ້າ. ດັ່ງນັ້ນ ພະເຢໂຫວາໄດ້ຂັບໄລ່ພວກເຂົາອອກຈາກສວນເອເດນ. ອຸດທະຍານນັ້ນສູນເສຍໄປ. (ຕົ້ນເດິມ 3:1-6, 23) ແຕ່ພະເຢໂຫວາບໍ່ໄດ້ລືມພະປະສົງຂອງພະອົງສຳລັບແຜ່ນດິນໂລກ. ພະອົງສັນຍາວ່າໃນມື້ນຶ່ງແຜ່ນດິນໂລກຈະກາຍເປັນສວນອຸດທະຍານ ແລະມະນຸດຈະຢູ່ທີ່ນັ້ນຕະຫຼອດໄປ. ພະອົງຈະກະທຳການນີ້ຢ່າງໃດ?—ຄຳເພງ 37:29.
4. ກ່ອນທີ່ແຜ່ນດິນໂລກນີ້ຈະເປັນສວນອຸດທະຍານໄດ້ ຄົນຊົ່ວຮ້າຍຈຳຕ້ອງໄດ້ຖືກຖອດອອກໄປ. (ຄຳເພງ 37:38) ການນີ້ຈະເກີດຂຶ້ນໃນສົງຄາມອະລະມະເຄໂດນຊຶ່ງເປັນສົງຄາມຂອງພະເຈົ້າເພື່ອເຮັດໃຫ້ຄວາມຊົ່ວສິ້ນສຸດ. ຕໍ່ຈາກນັ້ນ ຊາຕານຈະຖືກກັກຂັງຈຳຄຸກເປັນເວລາພັນປີ. ທັງນີ້ໝາຍຄວາມວ່າ ຈະບໍ່ມີຄົນຊົ່ວເຫຼືອຢູ່ຈັກຄົນທີ່ຈະເຮັດຄວາມເສຍຫາຍແກ່ແຜ່ນດິນໂລກ. ສະເພາະໄພ່ພົນຂອງພະເຈົ້າເທົ່ານັ້ນທີ່ຈະລອດຊີວິດ.—ຄຳປາກົດ 16:14, 16; 20:1-3.
5. ຈາກນັ້ນພະເຍຊູຄລິດຈະຄຸ້ມຄອງເປັນກະສັດເໜືອແຜ່ນດິນໂລກນີ້ເປັນເວລາ 1,000 ປີ. (ຄຳປາກົດ 20:6) ພະອົງຈະຄ່ອຍໆ ປົດເປື້ອງຄວາມບາບອອກຈາກຈິດໃຈແລະຮ່າງກາຍຂອງເຮົາ. ເຮົາຈະກາຍເປັນມະນຸດສົມບູນເຊັ່ນດຽວກັນກັບອາດາມແລະເອວາເຄີຍເປັນກ່ອນພວກເຂົາໄດ້ເຮັດບາບ. ຄັ້ນແລ້ວຈະບໍ່ມີຄວາມເຈັບປ່ວຍ ຄວາມເຖົ້າແກ່ ແລະຄວາມຕາຍອີກເລີຍ. ຄົນເຈັບປ່ວຍຈະໄດ້ຮັບການປິ່ນປົວ ແລະຄົນເຖົ້າແກ່ຈະກັບກາຍເປັນຫນຸ່ມອີກ.—ໂຢບ 33:25; ເອຊາອີ 33:24; ຄຳປາກົດ 21:3, 4.
6. ລະຫວ່າງການປົກຄອງພັນປີຂອງພະເຍຊູ ມະນຸດຜູ້ສັດຊື່ຈະເຮັດວຽກເພື່ອປ່ຽນແປງແຜ່ນດິນໂລກທັງສິ້ນໃຫ້ເປັນສວນອຸດທະຍານ. (ລຶກາ 23:43) ນອກຈາກນີ້ ຫຼາຍລ້ານຄົນທີ່ຕາຍຈະໄດ້ຮັບການປຸກຂຶ້ນມາຈາກຕາຍກັບເປັນມະນຸດມີຊີວິດເທິງແຜ່ນດິນໂລກ. (ກິດຈະການ 24:15) ຫາກເຂົາເຮັດຕາມສິ່ງທີ່ພະເຈົ້າຮຽກຮ້ອງຈາກເຂົາ ເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກຕໍ່ໄປຈົນຕະຫຼອດການ. ຖ້າບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍຕະຫຼອດໄປເປັນນິດ.—ໂຍຮັນ 5:28, 29; ຄຳປາກົດ 20:11-15.
7. ດ້ວຍເຫດນັ້ນ ພະປະສົງດັ່ງເດີມຂອງພະເຈົ້າສຳລັບແຜ່ນດິນໂລກຈະບັນລຸຜົນສຳເລັດ. ທ່ານປາຖະໜາຈະມີສ່ວນຮັບພະພອນເຫຼົ່ານີ້ໃນອະນາຄົດບໍ? ຖ້າດັ່ງນັ້ນ ທ່ານຈຳຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາຕໍ່ໆ ໄປແລະເຊື່ອຟັງເຮັດຕາມຂໍ້ຮຽກຮ້ອງຂອງພະອົງ. ການເຂົ້າຮ່ວມການປະຊຸມທີ່ຫໍປະຊຸມຂອງພະຍານພະເຢໂຫວາໃນທ້ອງຖິ່ນຈະຊ່ວຍທ່ານໃຫ້ເຮັດດັ່ງນັ້ນ.—ເອຊາອີ 11:9; ເຫບເລິ 10:24, 25.
[ຮູບພາບໜ້າ 10]
ອຸດທະຍານທີ່ສູນເສຍໄປ
[ຮູບພາບໜ້າ 11]
ຫຼັງອະລະມະເຄໂດນ ແຜ່ນດິນໂລກຈະຖືກເຮັດໃຫ້ເປັນອຸດທະຍານ