ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຮ ບົດຮຽນ 11 ໜ້າ 22-23
  • ຄວາມ​ເຊື່ອ​ແລະ​ປະເພນີ​ທີ່​ບໍ່​ພໍ​ພະໄທ​ພະ​ຜູ້​ສ້າງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ເຊື່ອ​ແລະ​ປະເພນີ​ທີ່​ບໍ່​ພໍ​ພະໄທ​ພະ​ຜູ້​ສ້າງ
  • ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ເລື່ອງທີ່ຄ້າຍກັນ
  • ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ຮຮ ບົດຮຽນ 11 ໜ້າ 22-23

ບົດຮຽນ 11

ຄວາມ​ເຊື່ອ​ແລະ​ປະເພນີ​ທີ່​ບໍ່​ພໍ​ພະໄທ​ພະ​ຜູ້​ສ້າງ

ຄວາມ​ເຊື່ອ​ແລະ​ປະເພນີ​ແບບ​ໃດ​ທີ່​ຜິດ? (1)

ຄລິດສະຕຽນ​ຄວນ​ເຊື່ອ​ບໍ​ວ່າ​ພະເຈົ້າ​ເປັນ​ຕີເອການຸພາບ? (2)

ເປັນ​ຫຍັງ​ຄລິດສະຕຽນ​ແທ້​ບໍ່​ສະຫຼອງ​ບຸນໂນແອນ​ຫຼື​ຄລິດສະມາດ, ບຸນ​ອີສະເຕີ, ຫຼື​ວັນ​ເກີດ? (3, 4)

ຄົນ​ຕາຍ​ຈະ​ເຮັດ​ອັນຕະລາຍ​ແກ່​ຜູ້​ມີ​ຊີວິດ​ໄດ້​ບໍ? (5)

ພະ​ເຍຊູ​ໄດ້​ຕາຍ​ເທິງ​ໄມ້​ກາງເຂນ​ບໍ? (6)

ການ​ເຮັດ​ໃຫ້​ພະເຈົ້າ​ພໍ​ພະໄທ​ມີ​ຄວາມ​ສຳຄັນ​ພຽງ​ໃດ? (7)

1. ບໍ່​ແມ່ນ​ຄວາມ​ເຊື່ອ​ແລະ​ປະເພນີ​ທັງ​ໝົດ​ບໍ່​ດີ. ແຕ່​ພະເຈົ້າ​ບໍ່​ເຫັນ​ຊອບ​ຫາກ​ວ່າ​ປະເພນີ​ເຫຼົ່າ​ນັ້ນ​ມາ​ຈາກ​ສາສະໜາ​ປອມ​ຫຼື​ຂັດ​ກັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ.—ມັດທາຍ 15:6.

2. ຕີເອການຸພາບ: ພະ​ເຢໂຫວາ​ເປັນ​ຕີເອການຸພາບ​ບໍ?—ສາມ​ບຸກຄົນ​ໃນ​ພະເຈົ້າ​ອົງ​ດຽວ​ບໍ? ບໍ່​ແມ່ນ​ເລີຍ! ພະ​ເຢໂຫວາ ພະ​ບິດາ ເປັນ “ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້.” (ໂຍຮັນ 17:3; ມາລະໂກ 12:29) ພະ​ເຍຊູ​ເປັນ​ພະ​ບຸດ​ຫົວປີ​ຂອງ​ພະອົງ ແລະ​ພະອົງ​ຢູ່​ໃຕ້​ອຳນາດ​ພະເຈົ້າ. (1 ໂກລິນໂທ 11:3) ພະ​ບິດາ​ໃຫຍ່​ກວ່າ​ພະ​ບຸດ. (ໂຍຮັນ 14:28) ພະ​ວິນຍານ​ບໍລິສຸດ​ບໍ່​ແມ່ນ​ເປັນ​ບຸກຄົນ; ແຕ່​ເປັນ​ພະລັງ​ປະຕິບັດ​ການ​ຂອງ​ພະເຈົ້າ.—ຕົ້ນເດິມ 1:2; ກິດຈະການ 2:18.

3. ບຸນໂນແອນ​ຫຼື​ຄລິດສະມາດ​ແລະ​ບຸນ​ອີສະເຕີ: ພະ​ເຍຊູ​ບໍ່​ໄດ້​ປະສູດ​ໃນ​ວັນ​ທີ 25 ເດືອນ​ທັນ​ວາ. ພະອົງ​ປະສູດ​ປະມານ​ວັນ​ທີ 1 ເດືອນ​ຕຸລາ ເປັນ​ໄລຍະ​ນຶ່ງ​ຂອງ​ປີ​ຊຶ່ງ​ເປັນ​ຕອນ​ທີ່​ຜູ້​ລ້ຽງ​ແກະ​ຮັກສາ​ຝູງ​ແກະ​ຢູ່​ຂ້າງ​ນອກ​ໃນ​ເວລາ​ກາງຄືນ. (ລຶກາ 2:8-12) ພະ​ເຍຊູ​ບໍ່​ເຄີຍ​ສັ່ງ​ຄລິດສະຕຽນ​ໃຫ້​ສະຫຼອງ​ວັນ​ປະສູດ​ຂອງ​ພະອົງ. ແຕ່​ພະອົງ​ໄດ້​ບອກ​ເຫຼົ່າ​ສາວົກ​ຂອງ​ພະອົງ​ໃຫ້​ສະຫຼອງ​ວັນ​ອະນຸສອນ ຫຼື​ເຮັດ​ການ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະອົງ. (ລຶກາ 22:19, 20) ບຸນ​ໂນແອນ​ຫຼື​ຄລິດສະມາດ​ແລະ​ປະເພນີ​ໂນ​ແອນ​ມາ​ຈາກ​ສາສະໜາ​ປອມ​ສະໄໝ​ບູຮານ. ປະເພນີ​ບຸນ​ອີສະເຕີ​ກໍ່​ຄື​ກັນ ເຊັ່ນ​ການ​ໃຊ້​ໄຂ່​ແລະ​ກະຕ່າຍ. ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ່​ໄດ້​ສະຫຼອງ​ບຸນໂນແອນ​ຫຼື​ບຸນ​ອີສະເຕີ ແລະ​ຄລິດສະຕຽນ​ແທ້​ທຸກ​ມື້​ນີ້​ກໍ່​ບໍ່​ສະຫຼອງ​ຄື​ກັນ.

4. ວັນ​ເກີດ: ມີ​ການ​ສະຫຼອງ​ວັນ​ເກີດ​ຂອງ​ສອງ​ຄົນເທົ່າ​ນັ້ນ​ທີ່​ມີ​ກ່າວ​ເຖິງ​ໃນ​ຄຳພີ​ໄບເບິນ ແຕ່​ເປັນ​ການ​ຈັດ​ຂຶ້ນ​ໂດຍ​ຄົນ​ທີ່​ບໍ່​ນະມັດສະການ​ພະ​ເຢໂຫວາ. (ຕົ້ນເດິມ 40:20-22; ມາລະໂກ 6:21, 22, 24-27) ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ່​ໄດ້​ສະຫຼອງ​ວັນ​ເກີດ. ປະເພນີ​ສະຫຼອງ​ວັນ​ເກີດ​ມາ​ຈາກ​ສາສະໜາ​ປອມ​ສະໄໝ​ບູຮານ. ຄລິດສະຕຽນ​ແທ້​ໃຫ້​ຂອງ​ຂວັນ​ແລະ​ມີ​ໂອກາດ​ສະຫນຸກສະໜານ​ມ່ວນ​ຊື່ນ​ດ້ວຍ​ກັນ​ໃນ​ເວລາ​ອື່ນໆ ຕະຫຼອດ​ປີ.

5. ການ​ຢ້ານ​ຄົນ​ຕາຍ: ຄົນ​ຕາຍ​ບໍ່​ສາມາດ​ເຮັດ​ສິ່ງ​ນຶ່ງ​ສິ່ງ​ໃດ​ຫຼື​ຮູ້ສຶກ​ສິ່ງ​ນຶ່ງ​ສິ່ງ​ໃດ. ເຮົາ​ບໍ່​ສາມາດ​ຊ່ວຍ​ເຂົາ​ໄດ້ ແລະ​ເຂົາ​ກໍ່​ບໍ່​ສາມາດ​ເຮັດ​ອັນຕະລາຍ​ແກ່​ເຮົາ​ໄດ້. (ຄຳເພງ 146:4; ຜູ້​ເທສະໜາ​ປະກາດ 9:5, 10) ຈິດວິນຍານ​ຕາຍ, ຈິດວິນຍານ​ບໍ່​ມີ​ຊີວິດ​ຕໍ່​ໄປ​ຫຼັງ​ຄວາມ​ຕາຍ. (ເອເຊກຽນ 18:4) ແຕ່​ລາງ​ເທື່ອ​ພວກ​ທູດ​ສະຫວັນ​ຊົ່ວ ທີ່​ເອີ້ນ​ວ່າ​ພູດ​ຜີສາດ ປອມ​ຕົວ​ເປັນ​ວິນຍານ​ຄົນ​ຕາຍ. ປະເພນີ​ໃດ​ກໍ່​ຕາມ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຢ້ານ​ຫຼື​ການ​ບູຊາ​ຄົນ​ຕາຍ​ແລ້ວ​ນັ້ນ​ຜິດ.—ເອຊາອີ 8:19.

6. ໄມ້​ກາງເຂນ: ພະ​ເຍຊູ​ບໍ່​ໄດ້​ຕາຍ​ເທິງ​ໄມ້​ກາງເຂນ. ພະອົງ​ຕາຍ​ເທິງ​ເສົາ​ໄມ້ ຫຼື​ທ່ອນ​ໄມ້. ຄຳ​ພາສາ​ກຣີກ​ທີ່​ຖືກ​ແປ “ໄມ້​ກາງເຂນ” ໃນ​ຄຳພີ​ໄບເບິນ​ຫຼາຍ​ເຫຼັ້ມ​ມີ​ຄວາມ​ໝາຍ​ພຽງ​ແຕ່​ໄມ້​ທ່ອນ​ນຶ່ງ​ທໍ່​ນັ້ນ. ເຄື່ອງ​ໝາຍ​ໄມ້​ກາງເຂນ​ມາ​ຈາກ​ສາສະໜາ​ປອມ​ແຫ່ງ​ສະໄໝ​ບູຮານ. ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ່​ໄດ້​ໃຊ້​ຫຼື​ບູຊາ​ໄມ້​ກາງເຂນ. ສະນັ້ນ ທ່ານ​ຄຶດ​ວ່າ​ຈະ​ເປັນ​ການ​ຖືກ​ຕ້ອງ​ບໍ​ທີ່​ຈະ​ໃຊ້​ໄມ້​ກາງເຂນ​ໃນ​ການ​ນະມັດສະການ?—ພະບັນຍັດຕິທີ2 7:26; 1 ໂກລິນໂທ 10:14.

7. ນັ້ນ​ອາດ​ຈະ​ຍາກ​ທີ່​ຈະ​ປະ​ຖິ້ມ​ຄວາມ​ເຊື່ອ​ແລະ​ປະເພນີ​ເຫຼົ່າ​ນີ້​ບາງ​ຢ່າງ. ຍາດ​ພີ່​ນ້ອງ​ແລະ​ເພື່ອນ​ຝູງ​ອາດ​ພະຍາຍາມ​ຊັກ​ຈູງ​ທ່ານ​ບໍ່​ໃຫ້​ປ່ຽນ​ຄວາມ​ເຊື່ອ. ແຕ່​ການ​ເຮັດ​ໃຫ້​ພະເຈົ້າ​ພໍ​ພະໄທ​ສຳຄັນ​ກວ່າ​ການ​ເຮັດ​ໃຫ້​ມະນຸດ​ພໍ​ໃຈ.—ສຸພາສິດ 29:25; ມັດທາຍ 10:36, 37.

[ຮູບ​ພາບ​ໜ້າ 22]

ພະເຈົ້າ​ບໍ່​ແມ່ນ​ຕີເອການຸພາບ

[ຮູບ​ພາບ​ໜ້າ 23]

ບຸນໂນແອນ​ແລະ​ບຸນ​ອີສະເຕີ​ມາ​ຈາກ​ສາສະໜາ​ປອມ​ສະໄໝ​ບູຮານ

[ຮູບ​ພາບ​ໜ້າ 23]

ບໍ່​ມີ​ເຫດຜົນ​ທີ່​ຈະ​ບູຊາ​ຄົນ​ຕາຍ​ຫຼື​ຢ້ານ​ພວກ​ເຂົາ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌