ຄວາມກ້າວໜ້າແລະການເຕີບໂຕໃນສະໄໝປັດຈຸບັນ
ພະຍານພະເຢໂຫວາສະໄໝປັດຈຸບັນນີ້ມີປະຫວັດສາດການເລີ່ມຕົ້ນມາໄດ້ຫຼາຍກວ່າໜຶ່ງຮ້ອຍປີແລ້ວ. ຕອນຕົ້ນທົດສະວັດ 1870 ກຸ່ມນັກສຶກສາຄຳພີໄບເບິນກຸ່ມໜຶ່ງທີ່ບໍ່ຄ່ອຍໂດດເດັ່ນໄດ້ເລີ່ມຕົ້ນຢູ່ທີ່ແອລເລເກນີ ເມືອງເພນຊິລເວເນຍ ສະຫະລັດອາເມຣິກາ ເຊິ່ງດຽວນີ້ເປັນສ່ວນໜຶ່ງຂອງເມືອງພິດສເບິຣກ. ທ່ານຊາລ ເທຊ ຣັສເຊລ ເປັນຜູ້ລິເລີ່ມແລະຊີ້ນຳໃນກຸ່ມນີ້. ໃນເດືອນກໍລະກົດປີ 1879 ໄດ້ມີການຈັດພິມວາລະສານຫໍສັງເກດການແຫ່ງຊີໂອນແລະການປະກາດການປະທັບຂອງພະຄລິດ (ພາສາອັງກິດ) ສະບັບທຳອິດ. ເມື່ອປີ 1880 ກຸ່ມການສຶກສາຄຳພີໄບເບິນກຸ່ມນ້ອຍໆນີ້ໄດ້ແພ່ອອກເປັນຫຼາຍປະຊາຄົມຕາມລັດໃກ້ໆ. ໃນປີ 1881 ໄດ້ກໍ່ຕັ້ງສະມາຄົມຊີໂອນ ວັອດທາວເວີ ແທຣກ ແລະໃນປີ 1884 ສະມາຄົມນີ້ໄດ້ຈົດທະບຽນໂດຍມີທ່ານຣັສເຊລເປັນປະທານສະມາຄົມ. ຕໍ່ມາໄດ້ປ່ຽນຊື່ເປັນສະມາຄົມວັອດທາວເວີ ໄບເບິນ ແອນດ໌ ແທຣກ. ຫຼາຍຄົນໄດ້ໃຫ້ຄຳພະຍານຕາມບ້ານເຮືອນເພື່ອສະເໜີສັບພະໜັງສືກ່ຽວກັບຄຳພີໄບເບິນ. ມີຫ້າສິບຄົນເຮັດວຽກເຕັມເວລາແບບນີ້ໃນປີ 1888 ດຽວນີ້ທົ່ວໂລກຄິດສະເລ່ຍມີປະມານ 800.000 ຄົນ.
ເມື່ອເຖິງປີ 1909 ວຽກງານນີ້ໄດ້ຂະຫຍາຍໄປຕ່າງປະເທດ ແລະສຳນັກງານສາຂາໃຫຍ່ໄດ້ຍ້າຍໄປຢູ່ສະຖານທີ່ປັດຈຸບັນເຊິ່ງຢູ່ທີ່ບຣຸກລິນ ເມືອງນິວຢອກ. ມີການຕີພິມຄຳບັນລະຍາຍໃນໜັງສືພິມຫຼາຍສະບັບ ແລະໃນປີ 1913 ມີການຈັດພິມຄຳບັນລະຍາຍເຫຼົ່ານີ້ເປັນສີ່ພາສາໃນໜັງສືພິມຫຼາຍພັນສະບັບຢູ່ທີ່ສະຫະລັດ, ປະເທດການາດາແລະຢູ່ເອີຣົບ. ມີການຈຳໜ່າຍແຈກຈ່າຍປຶ້ມ, ປຶ້ມນ້ອຍແລະແຜ່ນພັບເປັນຫຼາຍຮ້ອຍລ້ານສະບັບ.
ໃນປີ 1912 ເລີ່ມມີການຈັດສ້າງ “ຮູບເງົາເລື່ອງການສ້າງ.” ດຳເນີນເລື່ອງຕັ້ງແຕ່ການສ້າງໂລກຈົນຮອດຕອນທ້າຍການປົກຄອງພັນປີຂອງພະຄລິດໂດຍການໃຊ້ຮູບພາບແລະພາບເຄື່ອນໄຫວພ້ອມກັບສຽງປະກອບພາບ. ຮູບເງົາເລື່ອງນີ້ເລີ່ມສາຍໃນປີ 1914 ມີຜູ້ຊົມ 35.000 ຄົນໃນແຕ່ລະມື້. ຈຶ່ງຖືວ່າເປັນການບຸກເບີກຮູບເງົາທີ່ມີສຽງ.
ປີ 1914
ເວລາຫົວລ້ຽວຫົວຕໍ່ຄືບໃກ້ເຂົ້າມາ. ໃນປີ 1876 ນັກສຶກສາຄຳພີໄບເບິນທີ່ຊື່ຊາລ ເທຊ ຣັສເຊລໄດ້ຂຽນບົດຄວາມເລື່ອງ “ເວລາກຳນົດຂອງພວກຕ່າງປະເທດຈະສິ້ນສຸດເມື່ອໃດ?” ໃນວາລະສານໄບເບິນເອກສາມິເນີ ຈັດພິມຢູ່ບຣຸກລິນ ນິວຢອກ ສະບັບເດືອນຕຸລາ ໃນໜ້າ 27 ເຊິ່ງກ່າວໄວ້ວ່າ “ເວລາທັງເຈັດຈະສິ້ນສຸດໃນປີ ຄ.ສ. 1914.” ສິ່ງທີ່ເກີດຂຶ້ນໃນປີ 1914 ບໍ່ໄດ້ເປັນດັ່ງທີ່ຄາດຄຶດເອົາໄວ້ທຸກຢ່າງ ແຕ່ກໍເປັນເຄື່ອງໝາຍສະແດງວ່າເວລາກຳນົດຂອງພວກຕ່າງປະເທດສິ້ນສຸດແລ້ວແລະເປັນປີທີ່ມີຄວາມສຳຄັນເປັນພິເສດ. ນັກປະຫວັດສາດແລະນັກວິຈານຫຼາຍຄົນເຫັນພ້ອມກັນວ່າປີ 1914 ເປັນຈຸດປ່ຽນແປງຂອງປະຫວັດສາດມະນຸດ. ດັ່ງຄຳກ່າວຕໍ່ໄປນີ້ສະແດງໃຫ້ເຫັນ:
“ປີສຸດທ້າຍທີ່ຖືກັນວ່າເປັນປີ ‘ປົກກະຕິ’ ແທ້ໆໃນປະຫວັດສາດ ແມ່ນປີ 1913 ເຊິ່ງເປັນປີກ່ອນສົງຄາມໂລກຄັ້ງທີໜຶ່ງເລີ່ມຕົ້ນ.”—ບົດບັນນາທິການໃນໜັງສືພິມໄທມສ-ເຮຣາດ, ວໍຊິງຕັນ ດີ.ຊີ., ສະບັບວັນທີ 13 ເດືອນມີນາ ປີ 1949.
“ນັບຕັ້ງແຕ່ປີ 1914 ເຖິງປີ 1989 ເປັນໄລຍະເວລາ 75 ປີມີສົງຄາມໂລກສອງເທື່ອລວມທັງສົງຄາມເຢັນ ນັກປະຫວັດສາດໄດ້ສັງເກດເຫັນຊັດຂຶ້ນເລື້ອຍໆວ່າ ຍຸກນັ້ນເປັນຍຸກດຽວທີ່ມີລັກສະນະສະເພາະ ເປັນຍຸກທີ່ແຕກຕ່າງເຊິ່ງບໍ່ຄືຍຸກໃດ ເຊິ່ງໂລກສ່ວນໃຫຍ່ກຳລັງສູ້ຮົບກັນ ກຳລັງຟື້ນຕົວຈາກສົງຄາມຫຼືກຽມຈະເຮັດສົງຄາມ.”—ເດິ ນິວຢອກ ໄທມສ ສະບັບວັນທີ 7 ເດືອນພຶດສະພາ ປີ 1995.
“ຕອນສົງຄາມໂລກຄັ້ງທີໜຶ່ງ ທົ່ວໂລກວຸ່ນວາຍສັບສົນແທ້ໆແລະເຮົາຍັງບໍ່ຮູ້ສາເຫດທີ່ເປັນແນວນັ້ນ. ກ່ອນໜ້ານັ້ນ ມະນຸດຄິດວ່າຍຸກທີ່ເຂົາເຈົ້າໃຝ່ຝັນເອົາໄວ້ໃກ້ຈະມາເຖິງແລ້ວ. ເປັນຍຸກທີ່ມີສັນຕິພາບແລະຄວາມຈະເລີນຮຸ່ງເຮືອງ. ຄັນແລ້ວທຸກສິ່ງກໍພັງທະລາຍລົງ. ເຮົາຈຶ່ງຢູ່ໃນສະພາບທີ່ຢຸດສະຫງັດຕັ້ງແຕ່ນັ້ນມາ . . . ຈຳນວນຄົນທີ່ຖືກຂ້າໃນສະຕະວັດນີ້ແມ່ນມີຫຼາຍກວ່າຕອນໃດໃນປະຫວັດສາດ.”—ດຣ. ວໍເກີຣ ເພີນຊີ, ອາເມຣິກັນ ເມດິຄັລ ນິວສ ສະບັບວັນທີ 21 ເດືອນພະຈິກ ປີ 1977.
ອີກ 50 ກວ່າປີຫຼັງຈາກປີ 1914 ລັດຖະບຸລຸດຂອງປະເທດເຢຍລະມັນ ທ່ານຄອນຣາດ ອະເດເນົາເອີຣຂຽນໄວ້ວ່າ “ຄວາມປອດໄພແລະຄວາມສະຫງົບສຸກໄດ້ສູນຫາຍໄປຈາກຊີວິດຂອງຜູ້ຄົນນັບຕັ້ງແຕ່ປີ 1914.”—ເດິ ເວສ ປາຣເກີຣ, ຄລີຟແລນ ໂອໄຮໂອ ສະບັບວັນທີ 20 ເດືອນມັງກອນ ປີ 1966.
ປະທານສະມາຄົມຄົນທຳອິດ ຊີ. ທີ. ຣັສເຊລໄດ້ເສຍຊີວິດໃນປີ 1916 ແລະໃນປີຖັດໄປ ໂຈເຊຟ ເອຟ. ຣັດເຕີຟອດໄດ້ສືບຕຳແໜ່ງຕໍ່. ມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ. ມີການພິມວາລະສານທີ່ຄູ່ກັບຫໍສັງເກດການ (ພາສາໄທ) ທີ່ເອີ້ນກັນວ່າ ເດິ ໂກນເດນ ເອຈ. (ດຽວນີ້ເອີ້ນວ່າຕື່ນເຖີດ! [ພາສາໄທ] ໂດຍມີຍອດຈຳໜ່າຍຈ່າຍແຈກຫຼາຍກວ່າ 22.000.000 ເຫຼັ້ມໃນ 80 ກວ່າພາສາ.) ໄດ້ມີການເນັ້ນເຖິງການໃຫ້ຄຳພະຍານຕາມບ້ານເຮືອນຫຼາຍຂຶ້ນ. ເພື່ອໃຫ້ເຫັນຄວາມແຕກຕ່າງກັບນິກາຍຕ່າງໆຂອງຄລິດສາສະໜາຈັກ ໃນປີ 1931 ຄລິດສະຕຽນເຫຼົ່ານີ້ຈຶ່ງຮັບເອົາຊື່ພະຍານພະເຢໂຫວາ. ຊື່ນີ້ຄັດມາຈາກເອຊາອີ 43:10-12.
ມີການໃຊ້ວິທະຍຸກະຈາຍສຽງຢ່າງກວ້າງຂວາງໃນລະຫວ່າງຊຸມປີ 1920 ແລະ 1930. ເມື່ອຮອດປີ 1933 ສະມາຄົມໃຊ້ 403 ສະຖານີໃນການອອກອາກາດຄຳບັນລະຍາຍກ່ຽວກັບຄຳພີໄບເບິນ. ຫຼັງຈາກນັ້ນ ພະຍານພະເຢໂຫວາໄດ້ເພີ່ມການໄປຢ້ຽມຢາມຕາມບ້ານເຮືອນຫຼາຍຂຶ້ນເພື່ອໃຫ້ຄຳບັນລະຍາຍກ່ຽວກັບຄຳພີໄບເບິນດ້ວຍເຄື່ອງຫຼິ້ນແຜ່ນສຽງທີ່ຫິ້ວໄດ້ແທນການໃຊ້ວິທະຍຸກະຈາຍສຽງ. ມີການເລີ່ມການສຶກສາຄຳພີໄບເບິນຕາມບ້ານເຮືອນກັບຜູ້ໃດກໍໄດ້ທີ່ສະແດງຄວາມສົນໃຈຄວາມຈິງໃນຄຳພີໄບເບິນ.
ໄຊຊະນະທາງສານ
ໃນລະຫວ່າງຊຸມປີ 1930 ແລະ 1940 ພະຍານພະເຢໂຫວາຖືກຈັບກຸມເພາະເຮັດວຽກງານນີ້ ແລະມີການສູ້ຄະດີໃນສານເພື່ອປົກປ້ອງເສລີພາບໃນການເວົ້າ ການພິມ ການປະຊຸມແລະການນະມັດສະການ. ໃນສະຫະລັດອາເມຣິກາ ການອຸທອນຈາກສານຊັ້ນຕົ້ນເຮັດໃຫ້ພະຍານຊະນະຄະດີໃນສານສູງສູດຂອງສະຫະລັດ 43 ຄະດີ. ມີການຊະນະຄະດີໃນສານສູງຂອງປະເທດອື່ນເຊັ່ນກັນ. ກ່ຽວກັບເລື່ອງໄຊຊະນະທາງສານນີ້ ສາດສະດາຈານ ຊີ. ເອສ. ບະເຣເດນ ກ່າວເຖິງພວກພະຍານໄວ້ໃນປຶ້ມຂອງລາວທີ່ຊື່ວ່າ ຄົນເຫຼົ່ານີ້ກໍເຊື່ອຄືກັນ (ພາສາອັງກິດ) ວ່າ “ເຂົາເຈົ້າດຳເນີນການທີ່ເປັນຕົວຢ່າງໃນການສົ່ງເສີມລະບອບປະຊາທິປະໄຕ ໂດຍການຕໍ່ສູ້ເພື່ອຮັກສາສິດທິພົນລະເມືອງຂອງຕົນໄວ້ ເນື່ອງຈາກຄວາມພະຍາຍາມນັ້ນ ເຂົາເຈົ້າໄດ້ທຳການປົກປ້ອງສິດທິເຫຼົ່ານັ້ນຢ່າງຫຼາຍໃຫ້ແກ່ບັນດາຊົນກຸ່ມນ້ອຍທຸກກຸ່ມທີ່ຢູ່ໃນປະເທດອາເມຣິກາ.”
ໂຄງການຝຶກອົບຮົມພິເສດ
ເຈ. ເອຟ. ຣັດເຕີຟອດເສຍຊີວິດໃນປີ 1942 ແລະເອນ. ເອຊ. ນໍຣ ສືບຕຳແໜ່ງປະທານສະມາຄົມຕໍ່. ການຮ່ວມມືຈັດຕັ້ງໂຄງການຝຶກອົບຮົມໄດ້ເລີ່ມຕົ້ນ. ໃນປີ 1943 ໂຮງຮຽນຝຶກອົບຮົມພິເສດສຳລັບມິດຊັນນາຣີທີ່ເອີ້ນວ່າ ໂຮງຮຽນວັອດທາວເວີໄບເບິນແຫ່ງກິລຽດແມ່ນໄດ້ຖືກຈັດຕັ້ງຂຶ້ນ. ຕັ້ງແຕ່ນັ້ນມາ ຜູ້ທີ່ຮຽນຈົບຈາກໂຮງຮຽນນີ້ກໍຈະຖືກສົ່ງໄປຢູ່ດິນແດນຕ່າງໆທົ່ວໂລກ. ໄດ້ມີການກໍ່ຕັ້ງປະຊາຄົມໃໝ່ຫຼາຍແຫ່ງໃນປະເທດທີ່ແຕ່ກ່ອນບໍ່ເຄີຍມີ ແລະຈັດຕັ້ງສຳນັກງານສາຂາໃນຫຼາຍປະເທດ ເຊິ່ງຕອນນີ້ມີຈຳນວນຫຼາຍກວ່າ 100 ແຫ່ງ. ໄດ້ຈັດຫຼັກສູດພິເສດຂຶ້ນເປັນຄັ້ງຄາວເພື່ອຝຶກອົບຮົບພວກຜູ້ເຖົ້າແກ່ຂອງປະຊາຄົມຕ່າງໆ ອາສາສະໝັກໃນສາຂາ ແລະຜູ້ທີ່ເຮັດວຽກງານໃຫ້ຄຳພະຍານຢ່າງເຕັມເວລາ (ເອີ້ນວ່າໄພໂອເນຍ). ມີຫຼັກສູດພິເສດບາງຢ່າງຈັດຂຶ້ນໃຫ້ແກ່ຜູ້ຮັບໃຊ້ຢູ່ສູນການສຶກສາທີ່ແພັດເຕີສັນ ນິວຢອກ.
ເອນ. ເອຊ. ນໍຣ ເສຍຊີວິດໃນປີ 1977. ໜຶ່ງໃນການປັບປ່ຽນກ່ຽວກັບອົງການຄັ້ງສຸດທ້າຍທີ່ທ່ານມີສ່ວນຮ່ວມກ່ອນເສຍຊີວິດແມ່ນການເພີ່ມຈຳນວນສະມາຊິກຄະນະກຳມະການປົກຄອງຢູ່ທີ່ສຳນັກງານໃຫຍ່ໃນບຣຸກລິນ. ໃນປີ 1976 ມີການແບ່ງປັນໜ້າທີ່ຮັບຜິດຊອບດ້ານບໍລິຫານໃຫ້ແກ່ຄະນະກຳມະການກຸ່ມຕ່າງໆທີ່ປະກອບດ້ວຍສະມາຊິກຄະນະກຳມະການປົກຄອງ ເຊິ່ງທຸກຄົນຕ່າງກໍມີປະສົບການໃນການຮັບໃຊ້ມາຫຼາຍສິບປີແລ້ວ.
ການຂະຫຍາຍໂຮງພິມ
ປະຫວັດຂອງພະຍານພະເຢໂຫວາໃນສະໄໝນີ້ມີແຕ່ເຫດການທີ່ເປັນຕາຕື່ນເຕັ້ນ. ຫວນກັບໄປໃນປີ 1870 ຈາກນັກສຶກສາຄຳພີໄບເບິນກຸ່ມນ້ອຍໆແຕ່ກຸ່ມດຽວຢູ່ເມືອງເພນຊິລເວເນຍ ພໍຮອດປີ 2003 ພະຍານພະເຢໂຫວາໄດ້ເພີ່ມຂຶ້ນເປັນ 95.000 ກວ່າປະຊາຄົມທົ່ວໂລກ. ຕອນຕົ້ນ ໜັງສືທັງໝົດຕ້ອງຈ້າງພິມ ຈາກນັ້ນໃນປີ 1920 ພະຍານພະເຢໂຫວາໄດ້ເຊົ່າໂຮງພິມເພື່ອພິມປຶ້ມບາງສ່ວນ. ຕັ້ງແຕ່ປີ 1927 ເປັນຕົ້ນມາ ໜັງສືຈຳນວນຫຼາຍຂຶ້ນໄດ້ພິມຢູ່ທີ່ໂຮງງານແປດຊັ້ນຢູ່ບຣຸກລິນ ນິວຢອກ ທີ່ເປັນອາຄານຂອງສະມາຄົມວັອດທາວເວີ ໄບເບິນ ແອນດ໌ ແທຣກແຫ່ງນິວຢອກ. ປັດຈຸບັນ ອາຄານນີ້ໄດ້ຂະຫຍາຍເປັນອາຄານໂຮງພິມອື່ນໆແລະຊຸດອາຄານສຳນັກງານ. ມີອາຄານເພີ່ມຂຶ້ນອີກຫຼາຍຫຼັງທີ່ຢູ່ໃກ້ໆກັນຢູ່ທີ່ບຣຸກລິນເຊິ່ງໃຊ້ເປັນບ່ອນພັກເຊົາຂອງຜູ້ຮັບໃຊ້ອາສາສະໝັກທີ່ເຮັດວຽກຢູ່ໂຮງພິມ. ນອກຈາກນັ້ນ ຍັງເຮັດການປູກຝັງແລະເຮັດການພິມໃກ້ກັບວອລຄິລຢູ່ທາງພາກເໜືອຂອງລັດນິວຢອກ. ໂຮງພິມນັ້ນຈັດພິມວາລະສານຫໍສັງເກດການແລະຕື່ນເຖີດ! ແລະມີການຜະລິດອາຫານບາງສ່ວນສຳລັບຜູ້ຮັບໃຊ້ທີ່ເຮັດວຽກຢູ່ບ່ອນຕ່າງໆ. ອາສາສະໝັກແຕ່ລະຄົນໄດ້ຮັບເງິນໃຊ້ຈ່າຍໜ້ອຍໜຶ່ງໃນແຕ່ລະເດືອນ.
ການປະຊຸມນານາຊາດ
ໃນປີ 1893 ມີການຈັດການປະຊຸມໃຫຍ່ເທື່ອທຳອິດຢູ່ເມືອງຊິຄາໂກ ລັດອິລິນອຍ ສະຫະລັດອາເມຣິກາ. ມີຜູ້ເຂົ້າຮ່ວມປະຊຸມ 360 ຄົນ ແລະຄົນໃໝ່ຮັບບັບເຕມາ 70 ຄົນ. ໃນປີ 1958 ມີການປະຊຸມນານາຊາດທີ່ຈັດຂຶ້ນບ່ອນດຽວເທື່ອສຸດທ້າຍໃນນະຄອນນິວຢອກ. ໄດ້ໃຊ້ທັງສະໜາມກີລາແຢງກີແລະອີກບ່ອນໜຶ່ງທີ່ມີຢູ່ໃນຕອນນັ້ນແມ່ນສະໜາມໂປໂລ. ຈຳນວນຜູ້ເຂົ້າປະຊຸມສູງສຸດແມ່ນ 253.922 ຄົນ ຜູ້ຮັບບັບເຕມາໃໝ່ 7.136 ຄົນ. ຕັ້ງແຕ່ນັ້ນມາ ການປະຊຸມນານາຊາດຈະຈັດຂຶ້ນເປັນໝວດໆໃນຫຼາຍປະເທດ. ເມື່ອນັບລວມຊຸດການປະຊຸມທັງໝົດນີ້ ທົ່ວໂລກອາດມີການປະຊຸມໃຫຍ່ເປັນພັນແຫ່ງ.
[ຖ້ອຍຄຳທີ່ຍົກມາໜ້າ 8]
ການດຳເນີນການທີ່ເປັນຕົວຢ່າງຂອງການສົ່ງເສີມເສລີພາບຂອງພົນລະເມືອງ
[ຮູບພາບໜ້າ 6]
“ຫໍສັງເກດການ” ຈາກ 6.000 ສະບັບໃນພາສາດຽວມາເປັນ 25.000.000 ສະບັບໃນ 148 ພາສາ
[ຮູບພາບໜ້າ 7]
ຫົວລ້ຽວຫົວຕໍ່ໃນປະຫວັດສາດຂອງມະນຸດ
[ຮູບພາບເຕັມໜ້າ 10]