ເຂົາເຈົ້າເຊື່ອຖືແບບໃດ?
ພະຍານພະເຢໂຫວາເຊື່ອວ່າພະເຢໂຫວາເປັນພະເຈົ້າທີ່ມີລິດທານຸພາບທຸກປະການ ເປັນຜູ້ສ້າງຟ້າສະຫວັນແລະແຜ່ນດິນໂລກ. ການດຳລົງຢູ່ຂອງສິ່ງທີ່ຖືກອອກແບບຢ່າງສະຫຼັບຊັບຊ້ອນເຊິ່ງເປັນຕາງຶດງໍ້ໃນເອກະພົບອ້ອມຕົວເຮົາບົ່ງບອກຢ່າງມີເຫດຜົນວ່າ ພະຜູ້ສ້າງອົງມີປັນຍາທີ່ລ້ຳເລີດແລະເຕັມໄປດ້ວຍລິດເດດໄດ້ສ້າງສິ່ງເຫຼົ່ານີ້ທັງໝົດ. ຫາກຜົນງານຂອງມະນຸດຊາຍແລະຍິງສະທ້ອນເຖິງຄຸນທາດຂອງເຂົາເຈົ້າ ຜົນງານຂອງພະເຢໂຫວາພະເຈົ້າກໍຄືກັນ. ຄຳພີໄບເບິນບອກເຮົາວ່າ “ອາການຂອງພະເຈົ້າທີ່ຕາເຫັນບໍ່ໄດ້ນັ້ນກໍປາກົດໃຫ້ເຂົ້າໃຈໃນສັບພະທຸກສິ່ງທີ່ພະອົງໄດ້ສ້າງຕັ້ງແຕ່ແຮກສ້າງໂລກ.” ນອກຈາກນັ້ນ ໂດຍບໍ່ຕ້ອງມີສຽງຫຼືຄຳເວົ້າ “ຟ້າສະຫວັນທັງຫຼາຍເລົ່າເລື່ອງລັດສະໝີຂອງພະເຈົ້າ.”—ໂລມ 1:20; ຄຳເພງ 19:1-4.
ຄົນເຮົາບໍ່ປັ້ນໝໍ້ດິນຫຼືສ້າງໂທລະພາບແລະຄອມພິວເຕີໂດຍບໍ່ມີຈຸດປະສົງ. ແຜ່ນດິນໂລກແລະສິ່ງທີ່ມີຊີວິດທັງຕົ້ນໄມ້ແລະສັດເປັນສິ່ງມະຫັດສະຈັນຫຼາຍກວ່າສິ່ງເຫຼົ່ານັ້ນອີກ. ໂຄງສ້າງຂອງຮ່າງກາຍມະນຸດປະກອບດ້ວຍຈຸລັງນັບເປັນລ້ານໆຈຸລັງເຊິ່ງຍາກທີ່ເຮົາຈະເຂົ້າໃຈໄດ້ ແມ່ນແຕ່ສະໝອງທີ່ເຮົາໃຊ້ເພື່ອຄຶດຕຶກຕອງກໍຍັງອັດສະຈັນເກີນຄວາມເຂົ້າໃຈຂອງເຮົາ! ຫາກຄົນເຮົາມີຈຸດປະສົງໃນສິ່ງທີ່ເຂົາເຈົ້າປະດິດຄິດສ້າງຂຶ້ນເຊິ່ງເມື່ອເອົາມາທຽບກັນແລ້ວຍັງຈະມີຄວາມສຳຄັນໜ້ອຍກວ່າ ພະເຢໂຫວາພະເຈົ້າກໍຍ່ອມຈະມີພະປະສົງໃນການສ້າງສິ່ງທີ່ເປັນຕາເກງຂາມເຫຼົ່ານັ້ນ! ສຸພາສິດ 16:4 (ທ.ປ.) ກ່າວວ່າ “ທຸກສິ່ງທີ່ [ພະເຢໂຫວາ] ໄດ້ເຮັດ ກໍມີເປົ້າໝາຍແນ່ນອນ.”
ພະເຢໂຫວາສ້າງແຜ່ນດິນໂລກຢ່າງມີຈຸດມຸ່ງໝາຍ ດັ່ງທີ່ພະອົງໄດ້ກ່າວກັບມະນຸດຄູ່ທຳອິດວ່າ “ຈົ່ງພາກັນອອກແມ່ແພ່ລູກເກີດມາກທະວີຂຶ້ນໃຫ້ແຜ່ນດິນເຕັມ . . . ແລະຈົ່ງຄຸ້ມຄອງຝູງປາໃນນ້ຳທະເລກໍດີ ຝູງນົກໃນຟ້າອາກາດກໍດີ ແລະສັດທັງປວງອັນມີຊີວິດທີ່ຕີງໄປມາເທິງແຜ່ນດິນກໍດີ.” (ຕົ້ນເດີມ 1:28) ເນື່ອງຈາກເຂົາເຈົ້າບໍ່ເຊື່ອຟັງ ເຂົາທັງສອງຈຶ່ງບໍ່ສາມາດເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍຄອບຄົວມະນຸດທີ່ຊອບທຳເຊິ່ງຈະເບິ່ງແຍງແຜ່ນດິນໂລກ ຕົ້ນໄມ້ແລະສັດດ້ວຍຄວາມຮັກ. ຄວາມຜິດພາດຂອງມະນຸດຄູ່ທຳອິດບໍ່ໄດ້ເຮັດໃຫ້ພະປະສົງຂອງພະເຢໂຫວາຕ້ອງຫຼົມແຫຼວ. ຫຼາຍພັນປີຕໍ່ມາມີຄຳຂຽນໄວ້ວ່າ “ພະເຈົ້າຜູ້ໄດ້ . . . ນິລະມິດສ້າງແຜ່ນດິນບໍ່ໃຊ່ໃຫ້ຢູ່ເປົ່າ.” ພະອົງ “ໄດ້ສ້າງແຜ່ນດິນໃຫ້ມີຊາວຊົນ.” ແຜ່ນດິນໂລກຈະບໍ່ຖືກທຳລາຍ ແຕ່ “ຍັງຢູ່ຕະຫຼອດ.” (ເອຊາອີ 45:18; ຜູ້ເທສະໜາປ່າວປະກາດ 1:4) ພະປະສົງຂອງພະເຢໂຫວາສຳລັບແຜ່ນດິນໂລກຈະເປັນຈິງຍ້ອນພະອົງກ່າວວ່າ “ຄວາມໝາຍໃຈຂອງເຮົາຈະສຳເລັດແລະເຮົາຈະກະທຳຕາມນ້ຳໃຈຂອງເຮົາຖ້ວນຖີ່.”—ເອຊາອີ 46:10.
ສະນັ້ນ ພະຍານພະເຢໂຫວາເຊື່ອວ່າແຜ່ນດິນໂລກຈະຢູ່ຕະຫຼອດ ແລະທຸກໆຄົນທັງຄົນທີ່ມີຊີວິດຢູ່ແລະຄົນທີ່ຕາຍໄປແລ້ວເຊິ່ງດຳເນີນຊີວິດສອດຄ່ອງກັບພະປະສົງຂອງພະເຢໂຫວາຈະໄດ້ອາໄສຢູ່ເທິງແຜ່ນດິນໂລກທີ່ງົດງາມຕະຫຼອດໄປ. ມະນຸດຊາດທັງໝົດໄດ້ສືບທອດຄວາມບໍ່ສົມບູນແບບມາຈາກອາດາມແລະເອວາ ສະນັ້ນ ຈຶ່ງເປັນຄົນຜິດບາບ. (ໂລມ 5:12) ຄຳພີໄບເບິນບອກເຮົາວ່າ “ຄ່າຈ້າງຂອງຄວາມບາບເປັນຄວາມຕາຍ.” “ຄົນທັງຫຼາຍທີ່ຍັງເປັນກໍຮູ້ຈັກວ່າເຂົາຈະຕາຍໄປ ແຕ່ວ່າພວກຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.” “ຈິດໃຈທີ່ໄດ້ເຮັດການບາບ ຈິດໃຈນັ້ນຈະຕາຍໄປ.” (ໂລມ 6:23; ຜູ້ເທສະໜາປ່າວປະກາດ 9:5; ເອເຊກຽນ 18:4, 20) ຍ້ອນແນວນັ້ນເຂົາເຈົ້າຈະມີຊີວິດອີກເພື່ອຈະຮັບຄວາມພອນທາງແຜ່ນດິນໂລກຮ່ວມກັນແນວໃດ? ໂດຍທາງເຄື່ອງບູຊາໄຖ່ຂອງພະເຍຊູເທົ່ານັ້ນ ເພາະວ່າພະອົງກ່າວວ່າ “ເຮົາເປັນການຄືນມາຈາກຕາຍແລະເປັນຊີວິດ. ຜູ້ທີ່ເຊື່ອໃນເຮົາແມ່ນວ່າເພິ່ນຕາຍແລ້ວກໍຈະມີຊີວິດຢູ່.” “ຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະຍິນສຽງປາກຂອງພະບຸດ ແລະເຂົາຈະອອກມາ”.—ໂຢຮັນ 5:28, 29; 11:25; ມັດທາຍ 20:28.
ເລື່ອງນີ້ຈະເກີດຂຶ້ນຢ່າງໃດ? ມີຄຳອະທິບາຍໃນ “ຂ່າວດີເລື່ອງລາຊະອານາຈັກ” ເຊິ່ງພະເຍຊູເລີ່ມຕົ້ນປະກາດເມື່ອຢູ່ເທິງແຜ່ນດິນໂລກ. (ມັດທາຍ 4:17-23, ລ.ມ.) ແຕ່ທຸກມື້ນີ້ພະຍານພະເຢໂຫວາກຳລັງປະກາດຂ່າວດີໃນວິທີພິເສດຫຼາຍ.
[ຕາຕະລາງໜ້າ 13]
ຄວາມເຊື່ອຂອງພະຍານພະເຢໂຫວາ
ຄວາມເຊື່ອ ເຫດຜົນຕາມຫຼັກພະຄຳພີ
ຄຳພີໄບເບິນເປັນພະຄຳຂອງພະເຈົ້າແລະເປັນຄວາມຈິງ 2 ຕີໂມ. 3:16, 17; 2 ເປ. 1:20, 21; ໂຢ. 17:17
ຄຳພີໄບເບິນໄວ້ວາງໃຈໄດ້ຫຼາຍກວ່າຄຳສອນທີ່ສືບທອດກັນມາ ມັດ. 15:3; ໂກໂລ. 2:8
ຊື່ຂອງພະເຈົ້າແມ່ນເຢໂຫວາ ເພງ. 83:18; ເອຊາ. 26:4; 42:8, ອົບ. 6:3
ພະຄລິດເປັນລູກຂອງພະເຈົ້າແລະມີຖານະຕ່ຳກວ່າພໍ່ ມັດ. 3:17; ໂຢ. 8:42; 14:28; 20:17; 1 ໂກ. 11:3; 15:28
ພະຄລິດເປັນສິ່ງທຳອິດທີ່ພະເຈົ້າສ້າງ ໂກໂລ. 1:15; ຄຳປ. 3:14
ພະຄລິດສິ້ນຊີວິດເທິງຫຼັກບໍ່ແມ່ນເທິງໄມ້ກາງເຂນ ຄລາ. 3:13; ກິດ. 5:30
ຊີວິດມະນຸດຂອງພະຄລິດໄດ້ໃຊ້ເປັນຄ່າໄຖ່ໃຫ້ກັບມະນຸດທີ່ເຊື່ອຟັງ ມັດ. 20:28; 1 ຕີໂມ. 2:5, 6; 1 ເປ. 2:24
ພະຄລິດຖວາຍເຄື່ອງບູຊາເທື່ອດຽວກໍພຽງພໍ ໂລມ 6:10; ເຫບ. 9:25-28
ພະຄລິດໄດ້ຮັບການປຸກໃຫ້ຄືນມາຈາກຕາຍເປັນບຸກຄົນວິນຍານທີ່ອະມະຕະ 1 ເປ. 3:18; ໂລມ 6:9; ຄຳປ. 1:17, 18
ພະຄລິດປະທັບຢູ່ໃນສະພາບວິນຍານ ໂຢ. 14:19; ມັດ. 24:3; 2 ໂກ. 5:16; ເພງ. 110:1, 2
ຕອນນີ້ເຮົາກຳລັງຢູ່ໃນຍຸກສຸດທ້າຍ ມັດ. 24:3-14; 2 ຕີໂມ. 3:1-5; ລືກາ 17:26-30
ລາຊະອານາຈັກພາຍໃຕ້ພະຄລິດຈະປົກຄອງແຜ່ນດິນໂລກດ້ວຍຄວາມຊອບທຳແລະສະຫງົບສຸກ ເອຊາ. 9:6, 7; 11:1-5; ດາ. 7:13, 14; ມັດ. 6:10
ລາຊະອານາຈັກຈະກໍ່ໃຫ້ມີຊີວິດແບບດີເລີດເທິງແຜ່ນດິນໂລກ ເພງ. 72:1-4; ຄຳປ. 7:9, 10, 13-17; 21:3, 4
ແຜ່ນດິນໂລກຈະບໍ່ຖືກທຳລາຍຫຼືຂາດຜູ້ຄົນອາໄສຢູ່ ຜູ້ປ. 1:4; ເອຊາ. 45:18; ເພງ. 78:69
ພະເຈົ້າຈະກວາດລ້າງລະບົບປັດຈຸບັນໃນສົງຄາມອະລະມະເຄໂດນ ຄຳປ. 16:14, 16; ຊໂຟ. 3:8; ດາ. 2:44; ເອຊາ. 34:2; 55:10, 11
ຄົນຊົ່ວຈະຖືກທຳລາຍຕະຫຼອດໄປ ມັດ. 25:41-46; 2 ເທ. 1:6-9
ຄົນທີ່ພະເຈົ້າພໍໃຈຈະໄດ້ຮັບຊີວິດຕະຫຼອດໄປ ໂຢ. 3:16; 10:27, 28; 17:3; ມໂກ. 10:29, 30
ທາງທີ່ຈະໄປສູ່ຊີວິດມີທາງດຽວເທົ່ານັ້ນ ມັດ. 7:13, 14; ເອເຟ. 4:4, 5
ມະນຸດຊາດຕາຍຍ້ອນຄວາມຜິດບາບຂອງອາດາມ ໂລມ 5:12; 6:23
ເມື່ອຄົນເຮົາຕາຍບໍ່ມີສິ່ງໃດດຳລົງຢູ່ຕໍ່ໄປ ເອເຊກ. 18:4; ຜູ້ປ. 9:10; ເພງ. 6:5; 146:4; ໂຢ. 11:11-14
ນາລົກໃນຄຳພີໄບເບິນແມ່ນບ່ອນຝັງສົບທົ່ວໄປຂອງມະນຸດຊາດ ໂຢບ 14:13; ຄຳປ. 20:13, 14
ຄວາມຫວັງຂອງຄົນທີ່ຕາຍແລ້ວແມ່ນການກັບຄືນມາຈາກຕາຍ 1 ໂກ. 15:20-22; ໂຢ. 5:28, 29; 11:25, 26
ຄວາມຕາຍທີ່ເກີດຈາກອາດາມຈະສິ້ນສຸດ 1 ໂກ. 15:26, 54; ຄຳປ. 21:4; ເອຊາ. 25:8
ມີພຽງແຕ່ແກະຝູງນ້ອຍຈຳນວນ 144.000 ຄົນໄປສະຫວັນແລະປົກຄອງຮ່ວມກັນກັບພະຄລິດ ລືກາ 12:32; ຄຳປ. 14:1, 3; 1 ໂກ. 15:40-53; ຄຳປ. 5:9, 10
ຊົນ 144.000 ເກີດໃໝ່ເປັນລູກຝ່າຍວິນຍານຂອງພະເຈົ້າ 1 ເປ. 1:23; ໂຢ. 3:3; ຄຳປ. 7:3, 4
ຄຳສັນຍາໃໝ່ເຮັດກັບອິດສະລາແອນຝ່າຍວິນຍານ ຢເຣ. 31:31; ເຫບ. 8:10-13
ປະຊາຄົມຂອງພະຄລິດສ້າງຕັ້ງຂຶ້ນເທິງພະອົງເອງ ເອເຟ. 2:20; ເອຊາ. 28:16; ມັດ. 21:42
ຄຳອະທິດຖານຄວນມຸ່ງກົງເຖິງພະເຢໂຫວາໂດຍຜ່ານທາງພະຄລິດເທົ່ານັ້ນ ໂຢ. 14:6, 13, 14; 1 ຕີໂມ. 2:5
ບໍ່ຄວນໃຊ້ຮູບເຄົາລົບໃນການນະມັດສະການ ອົບ. 20:4, 5; ເລວີ. 26:1; 1 ໂກ. 10:14; ເພງ. 115:4-8
ຕ້ອງຫຼີກລ່ຽງລັດທິພູດຜີປີສາດ ບັນຍັດ. 18:10-12; ຄລາ. 5:19-21; ເລວີ. 19:31
ຊາຕານເປັນຜູ້ປົກຄອງໂລກທີ່ບໍ່ປະຈັກແກ່ຕາ 1 ໂຢ. 5:19; 2 ໂກ. 4:4; ໂຢ. 12:31
ຄລິດສະຕຽນບໍ່ຄວນມີສ່ວນໃນຂະບວນການລວມຄວາມເຊື່ອ 2 ໂກ. 6:14-17; 11:13-15; ຄລາ. 5:9; ບັນຍັດ. 7:1-5
ຄລິດສະຕຽນຄວນຈະຢູ່ຕ່າງຫາກຈາກໂລກສະເໝີ ຢໂກ. 4:4; 1 ໂຢ. 2:15; ໂຢ. 15:19; 17:16
ປະຕິບັດຕາມກົດໝາຍຂອງມະນຸດທີ່ບໍ່ຂັດກັບກົດໝາຍຂອງພະເຈົ້າ ມັດ. 22:20, 21; 1 ເປ. 2:12; 4:15
ການເອົາເລືອດເຂົ້າສູ່ຮ່າງກາຍບໍ່ວ່າທາງປາກຫຼືທາງເສັ້ນເລືອດເປັນການລະເມີດກົດໝາຍຂອງພະເຈົ້າ ຕົ້ນ. 9:3, 4; ເລວີ. 17:14; ກິດ. 15:28, 29
ຕ້ອງເຊື່ອຟັງກົດໝາຍຂອງຄຳພີໄບເບິນເລື່ອງສິນລະທຳ 1 ໂກ. 6:9, 10; ເຫບ. 13:4; 1 ຕີໂມ. 3:2; ສຸພາ. 5:1-23
ຊາດອິດສະລາແອນທໍ່ນັ້ນທີ່ຖືຮັກສາວັນຊະບາໂຕແລະໄດ້ຍຸດຕິພ້ອມກັບບັນຍັດຂອງໂມເຊ ບັນຍັດ. 5:15; ອົບ. 31:13; ໂລມ 10:4; ຄລາ. 4:9, 10; ໂກໂລ. 2:16, 17
ບໍ່ເໝາະສົມທີ່ມີຊົນຊັ້ນນັກເທດນັກບວດແລະມີຍົດສັກພິເສດ ມັດ. 23:8-12; 20:25-27; ໂຢບ 32:21, 22
ມະນຸດບໍ່ໄດ້ເກີດມາຈາກວິວັດທະນາການແຕ່ວ່າເກີດຈາກການສ້າງ ເອຊາ. 45:12; ຕົ້ນ. 1:27; ມັດ. 19:4
ພະຄລິດວາງແບບຢ່າງໃນການຮັບໃຊ້ພະເຈົ້າທີ່ເຮົາຕ້ອງເຮັດຕາມ 1 ເປ. 2:21; ເຫບ. 10:7; ໂຢ. 4:34; 6:38
ການບັບເຕມາໂດຍການຈຸ່ມຕົວຫຼິບລົງໃນນ້ຳເປັນສັນຍະລັກສະແດງເຖິງການອຸທິດຕົວ ມໂກ. 1:9, 10; ໂຢ. 3:23; ກິດ. 19:4, 5
ຄລິດສະຕຽນເຕັມໃຈໃຫ້ຄຳພະຍານຕໍ່ສາທາລະນະຊົນເຖິງຫຼັກຄວາມຈິງໃນພະຄຳພີ ໂລມ 10:10; ເຫບ. 13:15; ເອຊາ. 43:10-12
[ຮູບພາບໜ້າ 12]
ແຜ່ນດິນໂລກ . . . ພະເຢໂຫວາເປັນຜູ້ສ້າງ . . . ມະນຸດເປັນຜູ້ເບິ່ງແຍງ . . . ເປັນບ່ອນຢູ່ອາໄສຕະຫຼອດໄປ