ບົດສິບເກົ້າ
ປະກາດພະຄຳຂອງພະເຈົ້າດ້ວຍໃຈກ້າຕໍ່ໆໄປ
1. (ກ) ເຫຼົ່າສາວົກຂອງພະເຍຊູປະກາດຂ່າວດີຫຍັງ ແຕ່ວ່າຄົນຢິວບາງຄົນຕອບສະໜອງຢ່າງໃດ? (ຂ) ເຮົາອາດມີຄຳຖາມອັນໃດ?
ພະເຍຊູຄລິດ ພະບຸດຂອງພະເຈົ້າ ໄດ້ຮັບການເຈີມໄວ້ເພື່ອໃຫ້ເປັນກະສັດໃນອະນາຄົດຢູ່ເໜືອແຜ່ນດິນໂລກເປັນເວລາເກືອບ 2,000 ປີມາແລ້ວ. ພະເຍຊູຖືກປະຫານຍ້ອນການຍຸຍົງຂອງພວກສັດຕູທາງສາສະໜາ ແຕ່ພະເຢໂຫວາໄດ້ປຸກພະອົງໃຫ້ກັບຄືນມາຈາກຕາຍ. ໂດຍທາງພະເຍຊູ ຈາກນັ້ນໄປຊີວິດຕະຫຼອດໄປຈຶ່ງເປັນສິ່ງທີ່ເປັນໄປໄດ້. ເຖິງຢ່າງນັ້ນກໍຕາມ ເມື່ອສາວົກຂອງພະເຍຊູປະກາດຂ່າວດີນີ້ຢ່າງເປີດເຜີຍ ການຂົ່ມເຫງກໍໄດ້ເກີດຂຶ້ນ. ບາງຄົນຖືກຄຸກ, ຖືກຂ້ຽນຕີ, ແລະມີການສັ່ງຫ້າມໃຫ້ເຂົາເຈົ້າເຊົາປະກາດກ່ຽວກັບພະເຍຊູ. (ກິດຈະການ 4:1-3, 17; 5:17, 18, 40) ເຂົາເຈົ້າຈະເຮັດຫຍັງ? ທ່ານເອງເດຈະເຮັດແນວໃດຖ້າວ່າຢູ່ໃນສະພາບການແບບນັ້ນ? ທ່ານຈະໃຫ້ຄຳພິຍານຢ່າງກ້າຫານຕໍ່ໆ ໄປບໍ?
2. (ກ) ເຮົາຕ້ອງໄດ້ປະກາດຂ່າວສານທີ່ເປັນຕາງຶດງໍ້ອັນໃດໃນສະໄໝຂອງເຮົາ? (ຂ) ໃຜມີຄວາມຮັບຜິດຊອບໃນການປະກາດຂ່າວດີ?
2 ໃນປີ 1914 ພະເຍຊູຄລິດກະສັດແຫ່ງລາຊະອານາຈັກຂອງພະເຈົ້າ ໄດ້ຮັບການແຕ່ງຕັ້ງໃນສະຫວັນເພື່ອໃຫ້ປົກຄອງ “ໃນທ່າມກາງພວກສັດຕູຂອງພະອົງ.” (ຄຳເພງ 110:2) ຈາກນັ້ນ ຊາຕານແລະພວກຜີປີສາດຂອງມັນກໍຖືກຂັບໄລ່ລົງມາທີ່ແຜ່ນດິນໂລກ. (ຄຳປາກົດ 12:1-5, 7-12) ນັບແຕ່ນັ້ນມາ ສະໄໝສຸດທ້າຍຂອງລະບົບຊົ່ວປັດຈຸບັນກໍໄດ້ເລີ່ມຕົ້ນ. ເມື່ອສະໄໝນີ້ຈົບສິ້ນລົງ ພະເຈົ້າຈະເຮັດໃຫ້ລະບົບຂອງຊາຕານທັງໝົດພັງທະລາຍໄປ. (ດານຽນ 2:44; ມັດທາຍ 24:21) ບັນດາຜູ້ລອດຊີວິດມີໂອກາດທີ່ຈະໄດ້ຊີວິດຕະຫຼອດໄປເທິງແຜ່ນດິນໂລກເຊິ່ງຈະກາຍເປັນອຸທິຍານ. ຖ້າທ່ານເຊື່ອໃນຂ່າວດີນີ້ ທ່ານກໍຄວນຈະບອກກັບຄົນອື່ນ. (ມັດທາຍ 24:14) ແນວໃດກໍຕາມ ທ່ານອາດຄາດຫວັງການຕອບສະໜອງຢ່າງໃດ?
3. (ກ) ຜູ້ຄົນຕອບສະໜອງຕໍ່ຂ່າວສານເລື່ອງລາຊະອານາຈັກຢ່າງໃດ? (ຂ) ເຮົາຕ້ອງປະເຊີນໜ້າກັບຂໍ້ທ້າທາຍຫຍັງແດ່?
3 ເມື່ອທ່ານປະກາດຂ່າວດີເລື່ອງລາຊະອານາຈັກ ບາງຄົນອາດຈະຮັບຟັງ ແຕ່ຄົນສ່ວນຫຼາຍຈະເສີຍເມີຍ. (ມັດທາຍ 24:37-39) ບາງຄົນອາດເຍາະເຍີ້ຍຫຼືຕໍ່ຕ້ານທ່ານຊ້ຳ. ພະເຍຊູຍັງໄດ້ເຕືອນວ່າການຕໍ່ຕ້ານນັ້ນອາດມາຈາກຍາດພີ່ນ້ອງຂອງເຮົາເອງ. (ລືກາ 21:16-19) ນອກຈາກນັ້ນ ການຕໍ່ຕ້ານອາດມີຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນກໍເປັນໄດ້. ໃນບາງສ່ວນຂອງໂລກ ພະຍານພະເຢໂຫວາຍັງຢູ່ພາຍໃຕ້ການສັ່ງຫ້າມຂອງລັດຖະບານ. ເມື່ອປະເຊີນກັບສະພາບການແບບນັ້ນ ທ່ານຈະເວົ້າເຖິງພະຄຳຂອງພະເຈົ້າດ້ວຍໃຈກ້າຫານແລະ “ຢັ້ງຢືນໃນຄວາມເຊື່ອ” ຕໍ່ໆ ໄປບໍ?—1 ໂກລິນໂທ 16:13.
ບໍ່ໝາຍເພິ່ງກຳລັງຂອງຕົນເອງ
4. (ກ) ເພື່ອພິສູດວ່າເຮົາເອງເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຈົ້າ ມີຂໍ້ຮຽກຮ້ອງພື້ນຖານອັນໃດ? (ຂ) ເປັນຫຍັງການປະຊຸມຄລິດສະຕຽນຈຶ່ງສຳຄັນຫຼາຍ?
4 ສິ່ງພື້ນຖານໃນການເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາ ແມ່ນການໄວ້ວາງໃຈໃນສິ່ງທີ່ພະອົງຈັດຕຽມໄວ້. ສິ່ງໜຶ່ງໃນການຈັດຕຽມເຫຼົ່ານີ້ແມ່ນການປະຊຸມປະຈຳປະຊາຄົມ. ພະຄຳພີເຕືອນເຮົາບໍ່ໃຫ້ປ່ອຍປະການປະຊຸມເຫຼົ່ານັ້ນ. (ເຫບເລີ 10:23-25) ຜູ້ທີ່ເປັນພະຍານພະເຢໂຫວາທີ່ສັດຊື່ໄດ້ພະຍາຍາມສຸດກຳລັງເພື່ອເຂົ້າຮ່ວມການປະຊຸມຕ່າງໆ ກັບເພື່ອນຮ່ວມການນະມັດສະການເປັນປະຈຳ. ຢູ່ທີ່ການປະຊຸມເຫຼົ່ານີ້ ເຮົາຈຶ່ງໄດ້ຮັບຄວາມຮູ້ກ່ຽວກັບພະຄຳພີຫຼາຍຂຶ້ນ. ນອກຈາກນັ້ນ ຄວາມເຂົ້າໃຈກ່ຽວກັບຄວາມຈິງທີ່ເຮົາມີຢູ່ແລ້ວກໍແຮ່ງກວ້າງຂວາງຂຶ້ນ ແລະວິທີການນຳເອົາຄວາມຈິງມາໃຊ້ກໍແຫຼມຄົມຂຶ້ນກວ່າເກົ່າ. ການມາປະຊຸມຍັງດຶງດູດເຮົາໃຫ້ເຂົ້າໃກ້ຊິດພີ່ນ້ອງຄລິດສະຕຽນຫຼາຍຂຶ້ນໃນການນະມັດສະການທີ່ເປັນເອກະພາບ ແລະເຮົາທັງໄດ້ຮັບການເສີມກຳລັງເພື່ອຈະເຮັດຕາມໃຈປະສົງຂອງພະເຈົ້າ. ພະວິນຍານຂອງພະເຢໂຫວາໃຫ້ການຊີ້ນຳໂດຍທາງປະຊາຄົມ ແລະໂດຍທາງພະວິນຍານນັ້ນ ພະເຍຊູກໍຢູ່ທ່າມກາງພວກເຮົາ.—ມັດທາຍ 18:20; ຄຳປາກົດ 3:6.
5. (ກ) ເມື່ອພະຍານພະເຢໂຫວາຖືກສັ່ງຫ້າມ ເຂົາເຈົ້າເຮັດແນວໃດກ່ຽວກັບການປະຊຸມ?
5 ທ່ານເຂົ້າຮ່ວມການປະຊຸມທຸກໆ ຄັ້ງ ແລະນຳເອົາສິ່ງທີ່ໄດ້ຍິນຈາກການພິຈາລະນາໄປໃຊ້ບໍ? ບາງເທື່ອ ເມື່ອພະຍານພະເຢໂຫວາຖືກສັ່ງຫ້າມ ຈຶ່ງມີຄວາມຈຳເປັນທີ່ຈະຈັດການປະຊຸມເປັນກຸ່ມນ້ອຍໆ ໃນເຮືອນສ່ວນຕົວ. ສະຖານທີ່ແລະເວລາອາດຕ່າງກັນ ແລະອາດຈະບໍ່ສະດວກສະບາຍສະເໝີໄປ ບາງຄັ້ງມີການຈັດການປະຊຸມຕອນເດິກ. ເຖິງຢ່າງນັ້ນກໍຕາມ ທັງໆ ທີ່ບໍ່ສະດວກຫຼືສ່ຽງຕໍ່ອັນຕະລາຍ ພີ່ນ້ອງຊາຍຍິງທີ່ສັດຊື່ໄດ້ພະຍາຍາມຢ່າງຈິງຈັງທີ່ຈະເຂົ້າຮ່ວມການປະຊຸມແຕ່ລະຄັ້ງ.
6. ເຮົາສະແດງໃຫ້ເຫັນແນວໃດວ່າເຮົາໄວ້ວາງໃຈໃນພະເຢໂຫວາ ແລະເລື່ອງນີ້ຊ່ວຍເຮົາໃຫ້ປະກາດດ້ວຍຄວາມກ້າຫານຕໍ່ໆ ໄປຢ່າງໃດ?
6 ຄວາມໄວ້ວາງໃຈໃນພະເຢໂຫວາສາມາດພັດທະນາຫຼາຍຂຶ້ນໄດ້ໂດຍການເຂົ້າຫາພະອົງໃນການອະທິດຖານຈາກຫົວໃຈເປັນປະຈຳ ແລະສຳນຶກວ່າເຮົາຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກພະເຈົ້າ. ທ່ານໄດ້ເຮັດແບບນັ້ນບໍ? ພະເຍຊູອະທິດຖານແລ້ວອະທິດຖານອີກລະຫວ່າງການຮັບໃຊ້ຂອງພະອົງເທິງແຜ່ນດິນໂລກ. (ລືກາ 3:21; 6:12, 13; 22:39-44) ໃນຄືນກ່ອນທີ່ຈະຖືກຕອກໃສ່ຫຼັກທໍລະມານ ພະອົງໄດ້ບອກກັບສາວົກວ່າ “ຈົ່ງເຝົ້າລະວັງແລະອ້ອນວອນຢູ່ເພື່ອຈະບໍ່ເຂົ້າໄປໃນການທົດລອງ.” (ມາລະໂກ 14:38) ຖ້າເຮົາພົບກັບຄົນທີ່ເສີຍເມີຍຕໍ່ຂ່າວສານເລື່ອງລາຊະອານາຈັກ ເຮົາອາດຢາກຫລຸດຜ່ອນການຮັບໃຊ້ນັ້ນລົງ. ຖ້າຄົນເຍາະເຍີ້ຍຫຼືຂົ່ມເຫງ ເຮົາອາດຮູ້ສຶກວ່າຢາກເຊົາປະກາດເພື່ອຫຼີກລ້ຽງບັນຫາຕ່າງໆ. ເຖິງແນວນັ້ນກໍຕາມ ຖ້າເຮົາອະທິດຖານຢ່າງຈິງຈັງເພື່ອຂໍໃຫ້ພະວິນຍານຂອງພະເຈົ້າຊ່ວຍເຮົາໃຫ້ປະກາດຕໍ່ໆ ໄປດ້ວຍໃຈກ້າຫານ ເຮົາກໍຈະໄດ້ຮັບການປົກປ້ອງບໍ່ໃຫ້ຍອມຈຳນົນຕໍ່ການລໍ້ໃຈເຫຼົ່ານັ້ນ.—ລືກາ 11:13; ເອເຟດ 6:18-20.
ບັນທຶກກ່ຽວກັບການໃຫ້ຄຳພິຍານຢ່າງກ້າຫານ
7. (ກ) ເປັນຫຍັງບັນທຶກໃນພະທຳກິດຈະການຈຶ່ງເປັນຕາໜ້າສົນໃຈເປັນພິເສດສຳລັບເຮົາ? (ຂ) ຂໍໃຫ້ຕອບຄຳຖາມທີ່ກຽມໄວ້ໃນຕອນທ້າຍຂອງວັກນີ້ໂດຍເນັ້ນເຖິງວິທີທີ່ເຮົາຈະໄດ້ຮັບປະໂຫຍດຈາກຂໍ້ມູນນີ້.
7 ສິ່ງທີ່ບັນທຶກໄວ້ໃນພະທຳກິດຈະການເປັນເລື່ອງທີ່ຕາໜ້າສົນໃຈເປັນພິເສດສຳລັບເຮົາໝົດທຸກຄົນ. ພະທຳນັ້ນບອກເຖິງວິທີທີ່ເຫຼົ່າອັກຄະສາວົກແລະສາວົກຮຸ່ນທຳອິດເຊິ່ງເປັນຄົນທີ່ມີຄວາມຮູ້ສຶກຄືກັນກັບເຮົາ ໄດ້ເອົາຊະນະອຸປະສັກແລະພິສູດວ່າເປັນພະຍານພະເຢໂຫວາທີ່ກ້າຫານແລະສັດຊື່. ຂໍໃຫ້ເຮົາພິຈາລະນາເບິ່ງສ່ວນໜຶ່ງຂອງບັນທຶກນັ້ນພ້ອມກັບຄຳຖາມແລະຂໍ້ພະຄຳພີຕ່າງໆ ທີ່ໃຫ້ໄວ້. ໃນຂະນະທີ່ເຮົາເຮັດແນວນັ້ນ ຂໍໃຫ້ພິຈາລະນາເຖິງວິທີທີ່ທ່ານສາມາດໄດ້ຮັບປະໂຫຍດເປັນສ່ວນຕົວຈາກສິ່ງທີ່ພວມອ່ານນີ້.
ເຫຼົ່າອັກຄະສາວົກເປັນຄົນທີ່ໄດ້ຮັບການສຶກສາສູງບໍ? ແທ້ຈິງແລ້ວ ບໍ່ວ່າຈະເກີດອັນໃດຂຶ້ນກໍຕາມ ເຂົາເຈົ້າແຕ່ລະຄົນເປັນຄົນກ້າຫານໂດຍກຳເນີດບໍ? (ໂຢຮັນ 18:17, 25-27; 20:19; ກິດຈະການ 4:13)
ສິ່ງໃດທີ່ເຮັດໃຫ້ເປໂຕເວົ້າຢ່າງກ້າຫານຕໍ່ໜ້າສານຂອງພວກຢິວ ເຊິ່ງເປັນສານດຽວກັນທີ່ຕັດສິນລົງໂທດພະບຸດຂອງພະເຈົ້າ? (ມັດທາຍ 10:19, 20; ກິດຈະການ 4:8)
ໃນລະຫວ່າງຫຼາຍອາທິດກ່ອນທີ່ຈະຂຶ້ນສານຊັນເຮດຣິນ ເຫຼົ່າສາວົກໄດ້ເຮັດຫຍັງ? (ກິດຈະການ 1:14; 2:1, 42)
ເມື່ອຜູ້ປົກຄອງສັ່ງພວກອັກຄະສາວົກບໍ່ໃຫ້ປະກາດໃນນາມຂອງພະເຍຊູ ເປໂຕແລະໂຢຮັນໄດ້ຕອບຢ່າງໃດ? (ກິດຈະການ 4:19, 20)
ຫຼັງຈາກໄດ້ຮັບການປ່ອຍຕົວແລ້ວ ເຫຼົ່າອັກຄະສາວົກຊອກຫາການຊ່ວຍເຫຼືອຈາກຜູ້ໃດອີກ? ເຂົາເຈົ້າອະທິດຖານຂໍໃຫ້ການຂົ່ມເຫງບໍ່ມີຕໍ່ໄປບໍ ຫຼືເຂົາເຈົ້າຂໍສິ່ງໃດ? (ກິດຈະການ 4:24-31)
ເມື່ອພວກຜູ້ຕໍ່ຕ້ານພະຍາຍາມເຮັດໃຫ້ວຽກງານດ້ານການປະກາດຢຸດ ພະເຢໂຫວາໄດ້ຈັດຕຽມການຊ່ວຍເຫຼືອຢ່າງໃດ? (ກິດຈະການ 5:17-20)
ເຫຼົ່າອັກຄະສາວົກໄດ້ສະແດງວ່າເຂົາເຈົ້າເຂົ້າໃຈເຖິງເຫດຜົນທີ່ໄດ້ຮັບການຊ່ວຍໃຫ້ລອດໂດຍເຮັດຫຍັງ? (ກິດຈະການ 5:21, 41, 42)
ແມ່ນແຕ່ເມື່ອສາວົກຫຼາຍຄົນກະຈັດກະຈາຍອອກໄປເນື່ອງຈາກຖືກຂົ່ມເຫງ ເຂົາເຈົ້າໄດ້ເຮັດວຽກອັນໃດຕໍ່ໄປ? (ກິດຈະການ 8:3, 4; 11:19-21)
8. ວຽກຮັບໃຊ້ຂອງເຫຼົ່າສາວົກຮຸ່ນທຳອິດໃຫ້ເກີດຜົນອັນໜ້າປະທັບໃຈແນວໃດ ແລະເຮົາເຂົ້າມາມີສ່ວນຮ່ວມໃນວຽກດຽວກັນນີ້ຢ່າງໃດ?
8 ການປະກາດຂ່າວດີບໍ່ແມ່ນວຽກທີ່ບໍ່ເກີດຜົນ. ສາວົກປະມານ 3,000 ຄົນໄດ້ຮັບບັບເຕມາໃນວັນເພນເຕກອດປີ 33 ສາກົນສັກກະຫຼາດ. “ຜູ້ທີ່ໄດ້ເຊື່ອກໍຕື່ມເຂົ້າມາຫາພະອົງເຈົ້າມາກນັກຂຶ້ນ ທັງຜູ້ຊາຍແລະຜູ້ຍິງເປັນອັນມາກຫຼາຍ.” (ກິດຈະການ 2:41; 4:4; 5:14) ຕໍ່ມາແມ່ນແຕ່ຜູ້ຂົ່ມເຫງໄພ່ພົນຂອງພະເຈົ້າ ໂຊໂລແຫ່ງເມືອງທາເຊ ກໍໄດ້ກາຍມາເປັນຄລິດສະຕຽນແລະເລີ່ມຕົ້ນໃຫ້ຄຳພິຍານເຖິງຄວາມຈິງຢ່າງກ້າຫານ. ລາວໄດ້ກາຍມາເປັນທີ່ຮູ້ຈັກໃນຖານະອັກຄະສາວົກໂປໂລ. (ຄາລາຊີ 1:22-24) ວຽກທີ່ເລີ່ມຕົ້ນຕັ້ງແຕ່ສະຕະວັດທຳອິດຍັງບໍ່ທັນໄດ້ຢຸດເທື່ອ. ວຽກນີ້ເພີ່ມທະວີຂຶ້ນໃນສະໄໝສຸດທ້າຍແລະແພ່ກະຈາຍໄປເຖິງທຸກສ່ວນຂອງແຜ່ນດິນໂລກ. ເຮົາມີສິດທິພິເສດໃນການມີສ່ວນຮ່ວມໃນວຽກນີ້ ແລະໂດຍການເຮັດແນວນັ້ນ ເຮົາຈຶ່ງສາມາດຮຽນຈາກຕົວຢ່າງຂອງພິຍານທີ່ພັກດີເຊິ່ງຮັບໃຊ້ກ່ອນໜ້າເຮົາ.
9. (ກ) ໂປໂລໃຊ້ໂອກາດໃດແດ່ເພື່ອໃຫ້ຄຳພິຍານ? (ຂ) ທ່ານແບ່ງປັນຂ່າວສານເລື່ອງລາຊະອານາຈັກໃຫ້ຄົນອື່ນໂດຍວິທີໃດ?
9 ເມື່ອໂປໂລຮຽນຮູ້ຄວາມຈິງກ່ຽວກັບພະເຍຊູຄລິດ ລາວໄດ້ເຮັດຫຍັງ? “ໃນບັດດຽວນັ້ນ ທ່ານໄດ້ປ່າວປະກາດເຖິງພະເຍຊູ . . . ວ່າພະອົງເປັນພະບຸດແຫ່ງພະເຈົ້າ.” (ກິດຈະການ 9:20) ລາວຮູ້ຄຸນຄ່າຂອງຄວາມກະລຸນາທີ່ບໍ່ຄວນໄດ້ຮັບຈາກພະເຈົ້າ ແລະຍັງສຳນຶກວ່າໝົດທຸກຄົນຕ້ອງການຂ່າວດີທີ່ລາວໄດ້ຮັບນີ້. ໂປໂລເປັນຄົນຢິວ ແລະຕາມຮີດຄອງໃນສະໄໝນັ້ນລາວໄດ້ໄປທີ່ທຳມະສາລາເພື່ອໃຫ້ຄຳພິຍານ. ລາວຍັງປະກາດຕາມບ້ານຕາມເຮືອນແລະຫາເຫດຜົນກັບຄົນຢູ່ຕະຫຼາດນຳອີກ. ນອກຈາກນັ້ນ ລາວຍັງສະໝັກໃຈຍ້າຍໄປເຂດໃໝ່ເພື່ອປະກາດຂ່າວດີ.—ກິດຈະການ 17:17; 20:20; ໂລມ 15:23, 24.
10. (ກ) ໂປໂລສະແດງໃຫ້ເຫັນວ່າ ເຖິງແມ່ນລາວກ້າຫານກໍຕາມ ແຕ່ລາວກໍຍັງມີຄວາມສັງເກດເຂົ້າໃຈຢ່າງໃດໃນວິທີທີ່ໃຫ້ຄຳພິຍານ? (ຂ) ເມື່ອເຮົາໃຫ້ຄຳພິຍານກັບຍາດພີ່ນ້ອງ, ຫມູ່ເຮັດວຽກນຳກັນ, ຫຼືຫມູ່ນັກຮຽນ ເຮົາອາດສະທ້ອນເຖິງຄຸນລັກສະນະຂອງໂປໂລຢ່າງໃດ?
10 ໂປໂລກ້າຫານພ້ອມທັງມີຄວາມສັງເກດເຂົ້າໃຈໄປນຳ ເຊິ່ງເຮົາເອງຄວນເປັນແນວນັ້ນ. ລາວດຶງດູດໃຈຊາວຢິວໂດຍອາໄສຂໍ້ຄວາມຕ່າງໆ ທີ່ພະເຈົ້າເຄີຍສັນຍາກັບບັນພະບຸລຸດຂອງເຂົາເຈົ້າ. ສຳລັບຄົນກຣີກລາວເວົ້າໂດຍອາໄສສິ່ງຕ່າງໆ ທີ່ເຂົາເຈົ້າຄຸ້ນເຄີຍດີຢູ່ແລ້ວ. ບາງຄັ້ງລາວໃຊ້ປະສົບການຂອງຕົນເອງໃນການຮຽນຮູ້ເລື່ອງຄວາມຈິງ ເພື່ອເປັນແນວທາງສຳລັບການໃຫ້ຄຳພິຍານ. ລາວກ່າວໄວ້ວ່າ “ເຮົາກະທຳສັບພະທຸກສິ່ງ ເພາະເຫັນແກ່ຄຳປະເສີດ ເພື່ອເຮົາຈະໄດ້ເຂົ້າສ່ວນດ້ວຍກັນກັບຄຳປະເສີດນັ້ນ.”—1 ໂກລິນໂທ 9:20-23; ກິດຈະການ 22:3-21.
11. (ກ) ເພື່ອຫຼີກລ້ຽງການປະເຊີນໜ້າເລື້ອຍໆ ກັບພວກຜູ້ຕໍ່ຕ້ານເທື່ອແລ້ວເທື່ອອີກ ໂປໂລເຮັດຢ່າງໃດ? (ຂ) ເຮົາອາດເຮັດຕາມແບບຢ່າງອັນສຸຂຸມຂອງໂປໂລໃນເຫດການໃດ ແລະໂດຍວິທີໃດ? (ຄ) ກຳລັງທີ່ເຮັດໃຫ້ເຮົາປະກາດຢ່າງກ້າຫານຕໍ່ໆ ໄປນັ້ນແມ່ນມາຈາກໃສ?
11 ເມື່ອມີການຕໍ່ຕ້ານເກີດຂຶ້ນເບິ່ງຄືວ່າມັນຈະດີກວ່າຖ້າໂປໂລໄປປະກາດໃນເຂດອື່ນຈັກໄລຍະໜຶ່ງ ລາວໄດ້ເຮັດແນວນັ້ນແທນທີ່ຈະປະເຊີນໜ້າເລື້ອຍໆ ກັບຜູ້ຕໍ່ຕ້ານ. (ກິດຈະການ 14:5-7; 18:5-7; ໂລມ 12:18) ແຕ່ວ່າ ລາວພັດບໍ່ເຄີຍອາຍໃນເລື່ອງຂ່າວດີ. (ໂລມ 1:16) ເຖິງແມ່ນວ່າໂປໂລບໍ່ມັກພຶດຕິກຳທີ່ອວດອົ່ງເຊິ່ງບາງຄັ້ງເຖິງຂັ້ນຮຸນແຮງຂອງພວກຜູ້ຕໍ່ຕ້ານກໍຕາມ ແຕ່ລາວກໍຍັງ “ມີໃຈກ້າໃນພະເຈົ້າຂອງເຮົາທັງຫຼາຍ” ໂດຍເຮັດວຽກປະກາດຕໍ່ໆ ໄປ. ລາວເວົ້າວ່າ “ພະອົງເຈົ້າໄດ້ຢືນຢູ່ກັບເຮົາ ແລະໄດ້ຊູແຮງຂອງເຮົາ ເພື່ອຄຳປະກາດຈະໄດ້ສຳເລັດດ້ວຍເຮົາ.” (1 ເທຊະໂລນີກ 2:2; 2 ຕີໂມເຕ 4:17) ພະເຍຊູປະມຸກຂອງປະຊາຄົມຄລິດສະຕຽນຍັງຄົງຈັດຕຽມກຳລັງທີ່ຈຳເປັນໃຫ້ເຮົາ ເພື່ອຈະເຮັດວຽກເຊິ່ງພະອົງເຄີຍບອກໄວ້ລ່ວງໜ້າວ່າຈະເກີດຂຶ້ນໃນສະໄໝຂອງເຮົາ.—ມາລະໂກ 13:10.
12. ສິ່ງໃດໃຫ້ຫຼັກຖານເຖິງຄວາມກ້າຫານຂອງຄລິດສະຕຽນ ແລະແມ່ນຫຍັງເປັນພື້ນຖານສຳລັບຄວາມກ້າຫານແບບນັ້ນ?
12 ເຮົາມີເຫດຜົນຢ່າງຄັກແນ່ທີ່ຈະປະກາດພະຄຳແຫ່ງພະເຈົ້າຕໍ່ໆ ໄປດ້ວຍໃຈກ້າຫານ ແບບດຽວກັບທີ່ພະເຍຊູແລະຜູ້ຮັບໃຊ້ທີ່ສັດຊື່ຄົນອື່ນໆ ໄດ້ເຮັດໃນສະຕະວັດທຳອິດ. ການເຮັດເຊັ່ນນີ້ບໍ່ໄດ້ໝາຍຄວາມວ່າເປັນການບໍ່ຄຳນຶງເຖິງຄົນອື່ນ ຫຼືພະຍາຍາມຈະຍັດຂ່າວສານໃຫ້ກັບຄົນທີ່ບໍ່ຕ້ອງການຮັບຟັງ. ແຕ່ຫາກໝາຍຄວາມວ່າ ເຮົາຈະບໍ່ຢຸດບໍ່ເຊົາເຖິງວ່າຄົນອື່ນອາດຈະເສີຍເມີຍກໍຕາມ; ທັງຈະບໍ່ມິດງຽບຍ້ອນການຕໍ່ຕ້ານ. ເຊັ່ນດຽວກັບພະເຍຊູ ເຮົາຊີ້ໃຫ້ເຫັນເຖິງລາຊະອານາຈັກຂອງພະເຈົ້າວ່າເປັນລັດຖະບານດຽວທີ່ມີສິດທິອັນຖືກຕ້ອງເໜືອແຜ່ນດິນໂລກທັງໝົດ. ເຮົາເວົ້າອອກໄປດ້ວຍຄວາມໝັ້ນໃຈ ເພາະເຮົາເປັນຕົວແທນຂອງພະເຢໂຫວາຜູ້ມີສິດທິສູງສຸດໃນການປົກຄອງແຫ່ງເອກະພົບ ແລະເພາະຂ່າວສານທີ່ເຮົາປະກາດນັ້ນບໍ່ໄດ້ມາຈາກເຮົາແຕ່ວ່າມາຈາກພະອົງນັ້ນເອງ. ຄວາມຮັກຂອງເຮົາຕໍ່ພະເຢໂຫວາຄວນເປັນກຳລັງແຮງທີ່ສຸດທີ່ກະຕຸ້ນເຮົາໃຫ້ສັນລະເສີນພະອົງ.—ຟີລິບ 1:27, 28; 1 ເທຊະໂລນີກ 2:13.
ການພິຈາລະນາທົບທວນ
• ເປັນຫຍັງຈຶ່ງສຳຄັນທີ່ຈະບອກຂ່າວສານເລື່ອງລາຊະອານາຈັກກັບໝົດທຸກຄົນເທົ່າທີ່ເປັນໄປໄດ້ ແຕ່ເຮົາຄວນຈະຄາດໝາຍການຕອບສະໜອງແບບໃດ?
• ເຮົາສາມາດສະແດງໃຫ້ເຫັນຢ່າງໃດວ່າ ເຮົາບໍ່ໄດ້ເພິ່ງໃນກຳລັງຂອງເຮົາເອງເພື່ອຮັບໃຊ້ພະເຢໂຫວາ?
• ເຮົາຮຽນຮູ້ບົດຮຽນທີ່ມີຄ່າອັນໃດຈາກພະທຳກິດຈະການ?
[ຮູບພາບໜ້າ 173]
ແບບດຽວກັບໃນອະດີດ ຜູ້ຮັບໃຊ້ພະເຢໂຫວາໃນສະໄໝປັດຈຸບັນປະກາດພະຄຳຂອງພະເຈົ້າຕໍ່ໆໄປຢ່າງກ້າຫານ