ບົດທີ 15
ບົດຮຽນເລື່ອງການສະແດງຄວາມກະລຸນາ
ອະຄະຕິແມ່ນຫຍັງລູກຮູ້ບໍ?— ອະຄະຕິແມ່ນການບໍ່ມັກຄົນໃດຄົນໜຶ່ງພຽງເພາະລາວອາດຈະແຕກຕ່າງຈາກເຮົາຫຼືອາດຈະເວົ້າອີກພາສາໜຶ່ງ. ດັ່ງນັ້ນ ການມີອະຄະຕິແມ່ນການມີຄວາມຮູ້ສຶກຫຼືຄວາມຄິດທີ່ບໍ່ດີກ່ຽວກັບບາງຄົນກ່ອນລູກຈະຮູ້ຈັກລາວແທ້ໆ.
ລູກຄິດວ່າຖືກບໍທີ່ຈະຮູ້ສຶກບໍ່ມັກຜູ້ໃດຜູ້ໜຶ່ງກ່ອນລູກຈະຮູ້ວ່າລາວເປັນຄົນແນວໃດ ຫຼືພຽງເພາະລາວແຕກຕ່າງກັບລູກ?— ແມ່ນແລ້ວ ການມີອະຄະຕິນັ້ນບໍ່ຖືກຕ້ອງແລະເປັນການບໍ່ສະແດງຄວາມກະລຸນາ. ເຮົາບໍ່ຄວນປະຕິບັດຢ່າງຂາດຄວາມກະລຸນາຕໍ່ຄົນອື່ນພຽງເພາະລາວຕ່າງກັນກັບເຮົາ.
ລອງຄິດເບິ່ງດູ ລູກຮູ້ຈັກໃຜທີ່ມີສີຜິວຕ່າງກັນກັບລູກຫຼືເວົ້າພາສາທີ່ຕ່າງກັນກັບລູກບໍ?— ລູກອາດຈະຮູ້ຈັກຄົນທີ່ແຕກຕ່າງກັບລູກເພາະເຂົາເຈົ້າໄດ້ຮັບບາດເຈັບຫຼືເຈັບປ່ວຍ. ລູກກະລຸນາແລະຮັກຄົນເຫຼົ່ານັ້ນທີ່ແຕກຕ່າງກັບລູກບໍ?—
ເຮົາຄວນຈະປະຕິບັດແນວໃດຕໍ່ຄົນທີ່ແຕກຕ່າງກັນກັບເຮົາ?
ຖ້າເຮົາເຊື່ອຟັງພະເຍຊູຄລິດຄູຜູ້ຍິ່ງໃຫຍ່ ເຮົາກໍຈະປະຕິບັດຢ່າງກະລຸນາກັບທຸກໆຄົນ. ບໍ່ວ່າຄົນເຮົາຈະມາຈາກປະເທດໃດຫຼືສີຜິວຈະເປັນແນວໃດກໍບໍ່ແມ່ນເລື່ອງທີ່ສຳຄັນສຳລັບເຮົາ. ເຮົາຄວນຈະປະຕິບັດຕໍ່ລາວຢ່າງກະລຸນາ. ເຖິງວ່າຫຼາຍຄົນບໍ່ໄດ້ຄິດແບບນີ້ ແຕ່ນີ້ເປັນບົດຮຽນທີ່ພະເຍຊູສັ່ງສອນ. ໃຫ້ເຮົາມາເວົ້າເລື່ອງນີ້ນຳກັນ.
ຊາວຢິວທີ່ມີອະຄະຕິຕໍ່ຄົນອື່ນໄດ້ມາຫາພະເຍຊູແລະຖາມວ່າ ‘ຂ້າພະເຈົ້າຕ້ອງເຮັດແນວໃດເພື່ອຈະມີຊີວິດຕະຫຼອດໄປ?’ ພະເຍຊູຮູ້ວ່າຊາຍຄົນນັ້ນຄົງຈະພະຍາຍາມເຮັດໃຫ້ພະອົງກ່າວວ່າ ເຮົາຄວນສະແດງຄວາມກະລຸນາກັບຄົນທີ່ມີເຊື້ອຊາດແລະສັນຊາດດຽວກັນກັບເຮົາເທົ່ານັ້ນ. ດັ່ງນັ້ນ ແທນທີ່ພະອົງຈະຕອບຄຳຖາມນັ້ນເອງ ພະເຍຊູຖາມຊາຍຜູ້ນັ້ນວ່າ: ‘ບັນຍັດຂອງພະເຈົ້າບອກວ່າເຮົາຕ້ອງເຮັດແນວໃດ?’
ຊາຍຜູ້ນັ້ນຕອບວ່າ: ‘ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າດ້ວຍສຸດໃຈສຸດຈິດຂອງເຈົ້າ ແລະເຈົ້າຕ້ອງຮັກເພື່ອນບ້ານຄືກັບຮັກຕົນເອງ.’ ພະເຍຊູກ່າວວ່າ: ‘ເຈົ້າຕອບຖືກແລ້ວ. ໃຫ້ເຮັດແບບນີ້ຕໍ່ໆໄປແລ້ວເຈົ້າຈະໄດ້ຊີວິດຕະຫຼອດໄປ.’
ແນວໃດກໍຕາມ ຊາຍຜູ້ນັ້ນບໍ່ຢາກສະແດງຄວາມກະລຸນາຫຼືຮັກຄົນທີ່ແຕກຕ່າງກັບລາວ. ດັ່ງນັ້ນລາວພະຍາຍາມຫາຂໍ້ແກ້ຕົວ. ລາວຈຶ່ງໄດ້ຖາມພະເຍຊູວ່າ: “ຜູ້ໃດເປັນເພື່ອນບ້ານຂອງຂ້າພະເຈົ້າ?” ລາວຄົງຢາກໃຫ້ພະເຍຊູກ່າວວ່າ: “ເພື່ອນບ້ານຂອງເຈົ້າແມ່ນເພື່ອນຂອງເຈົ້າ” ຫຼື “ເຂົາເຈົ້າກໍເປັນຄົນພວກດຽວກັນກັບເຈົ້ານັ້ນແຫຼະ.” ເພື່ອຈະຕອບຄຳຖາມ ພະເຍຊູໄດ້ເລົ່າເລື່ອງຄົນຢິວແລະຄົນສະມາລີ. ເລື່ອງເປັນດັ່ງຕໍ່ໄປນີ້.
ມີຊາຍຄົນໜຶ່ງກຳລັງເດີນທາງຈາກເມືອງເຢຣຶຊາເລມລົງໄປທີ່ເມືອງເຢລີໂກ. ຊາຍຄົນນີ້ເປັນຄົນຢິວ. ລະຫວ່າງທີ່ລາວກຳລັງເດີນທາງຢູ່ນັ້ນພວກໂຈນໄດ້ຈັບລາວ. ເຂົາເຈົ້າໄດ້ທຸບຕີລາວຈົນລົ້ມລົງແລ້ວກໍຊີງເອົາເງິນແລະເສື້ອຜ້າຂອງລາວ. ພວກໂຈນທຸບຕີລາວບາດເຈັບຈົນເກືອບຈະຕາຍ ແລ້ວຖິ້ມລາວໄວ້ຢູ່ຂ້າງທາງ.
ຕໍ່ມາບໍ່ດົນ ມີປະໂລຫິດຜູ້ໜຶ່ງກາຍມາທາງນັ້ນ. ລາວເຫັນຊາຍຄົນນັ້ນທີ່ບາດເຈັບສາຫັດ. ຖ້າເປັນລູກ ລູກຈະເຮັດແນວໃດ?— ເອົາລະ ປະໂລຫິດຄົນນັ້ນມີແຕ່ຍ່າງຜ່ານໄປອີກຟາກໜຶ່ງ. ລາວບໍ່ຢຸດເບິ່ງຊ້ຳ. ລາວບໍ່ໄດ້ເຮັດຫຍັງເພື່ອຈະຊ່ອຍຊາຍຄົນນັ້ນ.
ຈາກນັ້ນຊາຍທີ່ເຂັ້ມງວດດ້ານສາສະໜາຫຼາຍອີກຄົນໜຶ່ງກໍຜ່ານມາທາງນັ້ນ. ລາວເປັນຄົນເລວີເຊິ່ງຮັບໃຊ້ຢູ່ວິຫານໃນເມືອງເຢຣຶຊາເລມ. ລາວຈະຢຸດຊ່ອຍບໍ?— ບໍ່ຊ່ອຍດອກ. ລາວເຮັດແບບດຽວກັບປະໂລຫິດຄົນນັ້ນ.
ໃນທີ່ສຸດ ຄົນສະມາລີກໍເດີນທາງມາ. ລູກເຫັນລາວມາຮອດບ່ອນທາງໂຄ້ງນັ້ນບໍ?— ລາວເຫັນຄົນຢິວທີ່ບາດເຈັບສາຫັດນອນຢູ່ຫັ້ນ. ແຕ່ສ່ວນຫຼາຍຊາວສະມາລີແລະຊາວຢິວບໍ່ຖືກກັນເລີຍ. (ໂຢຮັນ 4:9) ດັ່ງນັ້ນ ຄົນສະມາລີຄົນນີ້ຈະປະຊາຍບາດເຈັບຄົນນັ້ນໄວ້ໂດຍບໍ່ຊ່ອຍເຫຼືອບໍ? ລາວເວົ້າກັບຕົນເອງບໍວ່າ: ‘ເປັນຫຍັງຕ້ອງຊ່ອຍຄົນຢິວນີ້? ລາວຈະບໍ່ຊ່ອຍຂ້ອຍດອກຖ້າຂ້ອຍຖືກທຳຮ້າຍ?’
ເປັນຫຍັງຊາວສະມາລີຈຶ່ງເປັນເພື່ອນບ້ານທີ່ດີ?
ທີ່ຈິງພໍຄົນສະມາລີເຫັນຊາຍທີ່ນອນຢູ່ຂ້າງທາງ ລາວກໍຮູ້ສຶກສົງສານ. ລາວປ່ອຍຄົນຢິວຄົນນັ້ນໃຫ້ນອນຕາຍຢູ່ຫັ້ນບໍ່ໄດ້. ດັ່ງນັ້ນ ລາວຈຶ່ງລົງຈາກຫຼັງສັດແລ້ວເຂົ້າໄປຫາຊາຍຄົນນັ້ນ ແລະເລີ່ມເບິ່ງບາດແຜໃຫ້. ລາວເທນ້ຳມັນແລະເຫຼົ້າແວງໃສ່ແຜ ເຊິ່ງຈະຊ່ອຍປົວແຜໃຫ້ດີຂຶ້ນ. ແລ້ວຈຶ່ງເອົາຜ້າພັນແຜນັ້ນໄວ້.
ຄົນສະມາລີຄ່ອຍໆອູ້ມຄົນທີ່ບາດເຈັບຂຶ້ນເທິງຫຼັງສັດ. ແລ້ວເຂົາເຈົ້າຈຶ່ງຄ່ອຍໆໄປຕາມທາງຈົນຮອດໂຮງແຮມນ້ອຍໆແຫ່ງໜຶ່ງ. ຊາວສະມາລີໄດ້ເຊົ່າຫ້ອງໃຫ້ຊາຍຄົນນັ້ນພັກ ແລະເອົາໃຈໃສ່ເບິ່ງແຍງລາວຢ່າງດີ.
ແລ້ວພະເຍຊູໄດ້ຖາມຄົນທີ່ລົມກັນກັບພະອົງວ່າ: ‘ໃນສາມຄົນນັ້ນເຈົ້າຄິດວ່າຄົນໃດເປັນເພື່ອນບ້ານທີ່ດີ?’ ລູກຈະຕອບແນວໃດ? ຈະເປັນປະໂລຫິດ ຄົນເລວີ ຫຼືວ່າຄົນສະມາລີ?—
ຊາຍຄົນນັ້ນຕອບວ່າ ‘ຄົນທີ່ຢຸດແລະເຂົ້າມາເບິ່ງແຍງຊາຍບາດເຈັບນັ້ນແຫຼະເປັນເພື່ອນບ້ານທີ່ດີ.’ ພະເຍຊູເວົ້າວ່າ: ‘ເຈົ້າເວົ້າຖືກແລ້ວ. ຈົ່ງໄປແລະເຮັດແບບນັ້ນ.’—ລືກາ 10:25-37.
ນັ້ນເປັນເລື່ອງທີ່ດີຫຼາຍແມ່ນບໍ? ເລື່ອງນີ້ເຮັດໃຫ້ເຂົ້າໃຈຊັດເຈນວ່າໃຜເປັນເພື່ອນບ້ານຂອງເຮົາ. ເພື່ອນບ້ານຂອງເຮົາບໍ່ແມ່ນແຕ່ເພື່ອນທີ່ສະໜິດຂອງເຮົາເທົ່ານັ້ນ. ແລະເຂົາເຈົ້າກໍບໍ່ແມ່ນແຕ່ຄົນທີ່ມີສີຜິວແບບດຽວກັນກັບເຮົາ ຫຼືເວົ້າພາສາດຽວກັນກັບເຮົາ. ພະເຍຊູສອນເຮົາໃຫ້ສະແດງຄວາມກະລຸນາຕໍ່ຜູ້ຄົນບໍ່ວ່າເຂົາເຈົ້າຈະມາຈາກບ່ອນໃດ ໜ້າຕາເປັນແບບໃດຫຼືຈະເວົ້າພາສາໃດ.
ພະເຈົ້າເຢໂຫວາເປັນແບບນີ້ແຫຼະ. ພະອົງບໍ່ມີອະຄະຕິ. ພະເຍຊູກ່າວວ່າ ‘ພະບິດາຂອງທ່ານຜູ້ຢູ່ໃນສະຫວັນໃຫ້ຕາເວັນຂຶ້ນເທິງຄົນຊົ່ວແລະເທິງຄົນດີ ແລະໃຫ້ຝົນຕົກເທິງຄົນຊອບທຳແລະເທິງຄົນບໍ່ຊອບທຳ.’ ດັ່ງນັ້ນແລ້ວ ເຮົາຄວນສະແດງຄວາມກະລຸນາຕໍ່ທຸກຄົນດັ່ງທີ່ພະເຈົ້າໄດ້ເຮັດ.—ມັດທາຍ 5:44-48.
ລູກຈະເປັນເພື່ອນບ້ານທີ່ດີໄດ້ແນວໃດ?
ດັ່ງນັ້ນ ຖ້າລູກເຫັນຄົນໄດ້ຮັບບາດເຈັບ ລູກຈະເຮັດແນວໃດ?— ຖ້າວ່າຄົນນັ້ນມາຈາກປະເທດອື່ນຫຼືລາວມີສີຜິວຕ່າງກັນກັບລູກເດ? ລາວກໍຍັງເປັນເພື່ອນບ້ານຂອງລູກແລະລູກຄວນຈະຊ່ອຍເຫຼືອລາວ. ຖ້າລູກຮູ້ສຶກວ່າຕົນເອງຍັງນ້ອຍເກີນກວ່າຈະຊ່ອຍລາວໄດ້ ລູກສາມາດຂໍໃຫ້ຜູ້ໃຫຍ່ໄປຊ່ອຍລາວກໍໄດ້ ຫຼືລູກອາດຈະຂໍຄວາມຊ່ອຍເຫຼືອຈາກເຈົ້າໜ້າທີ່ຕຳຫຼວດຫຼືນາຍຄູໃນໂຮງຮຽນ. ນັ້ນແມ່ນການສະແດງຄວາມກະລຸນາ ຄືກັບຊາຍຄົນສະມາລີ.
ຄູຜູ້ຍິ່ງໃຫຍ່ຕ້ອງການໃຫ້ເຮົາເປັນຄົນທີ່ມີຄວາມກະລຸນາ. ພະອົງຕ້ອງການໃຫ້ເຮົາຊ່ອຍເຫຼືອຄົນອື່ນ ບໍ່ວ່າເຂົາເຈົ້າຈະເປັນຜູ້ໃດ. ນັ້ນເປັນສາເຫດທີ່ພະອົງໄດ້ເລົ່າເລື່ອງຊາຍຄົນສະມາລີທີ່ມີໃຈກະລຸນາ.
ບົດຮຽນເລື່ອງການເປັນຄົນກະລຸນາຕໍ່ຜູ້ຄົນບໍ່ວ່າເຂົາເຈົ້າເປັນຄົນເຊື້ອຊາດຫຼືສັນຊາດໃດກໍຕາມ ໃຫ້ອ່ານພະທຳສຸພາສິດ 19:22; ກິດຈະການ 10:34, 35; 17:26.