ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 21 ໜ້າ 112-116
  • ເຮົາ​ຄວນ​ໂອ້​ອວດ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຄວນ​ໂອ້​ອວດ​ບໍ?
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ຈຳເປັນ​ໃນ​ເລື່ອງ​ການ​ອະທິດຖານ​ແລະ​ຄວາມ​ຖ່ອມ​ໃຈ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 21 ໜ້າ 112-116

ບົດ​ທີ 21

ເຮົາ​ຄວນ​ໂອ້​ອວດ​ບໍ?

ການ​ໂອ້​ອວດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ລູກ​ຮູ້​ບໍ?— ນີ້​ເປັນ​ຕົວຢ່າງ​ອັນ​ໜຶ່ງ. ລູກ​ເຄີຍ​ພະຍາຍາມ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ລູກ​ບໍ່​ຄ່ອຍ​ເກັ່ງ​ປານ​ໃດ​ບໍ? ບາງ​ທີ​ລູກ​ອາດ​ຈະ​ພະຍາຍາມ​ເຕະ​ບານ ຫຼື​ອາດ​ຈະ​ພະຍາຍາມ​ເຕັ້ນ​ເຊືອກ. ມີ​ຜູ້​ໃດ​ເຄີຍ​ເວົ້າ​ບໍ​ວ່າ “ຮ່າ! ຮ່າ! ຮ່າ! ຂ້ອຍ​ເຮັດ​ໄດ້​ດີ​ກວ່າ​ເຈົ້າ?”— ນັ້ນ​ແຫຼະ ຄົນ​ນັ້ນ​ກຳລັງ​ໂອ້​ອວດ​ຢູ່.

ລູກ​ຮູ້ສຶກ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ເຮັດ​ແບບ​ນັ້ນ? ລູກ​ມັກ​ບໍ?— ແລ້ວ​ລູກ​ຄິດ​ວ່າ​ຄົນ​ອື່ນ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ລູກ​ເວົ້າ​ອວດ​ເຖິງ​ຕົວ​ເອງ?— ເປັນ​ຄວາມ​ກະລຸນາ​ບໍ​ທີ່​ຈະ​ບອກ​ຄົນ​ອື່ນ​ວ່າ “ຂ້ອຍ​ເກັ່ງ​ກວ່າ​ເຈົ້າ”?— ພະ​ເຢໂຫວາ​ມັກ​ຄົນ​ທີ່​ເຮັດ​ແບບ​ນັ້ນ​ບໍ?—

ຄູ​ຜູ້​ຍິ່ງໃຫຍ່​ຮູ້​ຄົນ​ທີ່​ຄິດ​ວ່າ​ຕົນ​ດີ​ກວ່າ​ຄົນ​ອື່ນໆ. ເຂົາ​ເຈົ້າ​ຈະ​ເວົ້າ​ໂອ້​ອວດ​ກ່ຽວ​ກັບ​ຕົນ​ເອງ​ແລະ​ດູຖູກ​ຄົນ​ອື່ນ. ດັ່ງ​ນັ້ນ ມື້​ໜຶ່ງ​ພະ​ເຍຊູ​ຈຶ່ງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ​ໃຫ້​ເຂົາ​ເຈົ້າ​ຟັງ​ເພື່ອ​ສະແດງ​ວ່າ​ການ​ເວົ້າ​ອວດ​ໂຕ​ນັ້ນ​ຜິດ​ຫຼາຍ​ສ່ຳ​ໃດ. ໃຫ້​ເຮົາ​ຟັງ​ເລື່ອງ​ນີ້​ເບິ່ງ.

ນັ້ນ​ແມ່ນ​ເລື່ອງ​ກ່ຽວ​ກັບ​ຟາລິຊຽນ​ຄົນ​ໜຶ່ງ​ແລະ​ຄົນ​ເກັບ​ພາສີ​ຄົນ​ໜຶ່ງ. ຊາຍ​ຟາລິຊຽນ​ເປັນ​ຄູ​ສອນ​ສາສະໜາ​ທີ່​ມັກ​ເຮັດ​ທ່າທີ​ວ່າ​ຕົນ​ເອງ​ຊອບທຳ​ກວ່າ​ຄົນ​ອື່ນໆ. ຊາຍ​ຟາລິຊຽນ​ໃນ​ເລື່ອງ​ທີ່​ພະ​ເຍຊູ​ເລົ່າ​ນັ້ນ​ໄດ້​ໄປ​ທີ່​ວິຫານ​ໃນ​ເມືອງ​ເຢຣຶຊາເລມ​ເພື່ອ​ອະທິດຖານ.

A Pharisee and a tax collector pray

ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ພໍ​ໃຈ​ຄົນ​ເກັບ​ພາສີ​ແຕ່​ບໍ່​ພໍ​ໃຈ​ຄົນ​ຟາລິຊຽນ?

ພະ​ເຍຊູ​ກ່າວ​ວ່າ​ຄົນ​ເກັບ​ພາສີ​ຄົນ​ໜຶ່ງ​ກໍ​ໄປ​ທີ່​ວິຫານ​ເພື່ອ​ອະທິດຖານ​ຄື​ກັນ. ຄົນ​ສ່ວນ​ຫຼາຍ​ບໍ່​ມັກ​ຄົນ​ເກັບ​ພາສີ. ເຂົາ​ເຈົ້າ​ຮູ້ສຶກ​ວ່າ​ຄົນ​ເກັບ​ພາສີ​ພະຍາຍາມ​ສໍ້​ໂກງ​ເຂົາ​ເຈົ້າ. ແລະ​ກໍ​ເປັນ​ຄວາມ​ຈິງ​ທີ່​ວ່າ​ຄົນ​ເກັບ​ພາສີ​ຫຼາຍ​ຄົນ​ບໍ່​ແມ່ນ​ຄົນ​ສັດ​ຊື່​ຢູ່​ສະເໝີ.

ຢູ່​ທີ່​ວິຫານ ຊາຍ​ຟາລິຊຽນ​ເລີ່ມ​ອະທິດຖານ​ແນວ​ນີ້: ‘ໂອ້​ພະເຈົ້າ ຂ້ານ້ອຍ​ຂອບໃຈ​ທີ່​ບໍ່​ໄດ້​ເປັນ​ຄົນ​ບາບ​ຄື​ກັບ​ຄົນ​ອື່ນ. ຂ້ານ້ອຍ​ບໍ່​ໄດ້​ສໍ້​ໂກງ​ຫຼື​ເຮັດ​ສິ່ງ​ທີ່​ຊົ່ວ. ຂ້ານ້ອຍ​ບໍ່​ຄື​ກັບ​ຄົນ​ເກັບ​ພາສີ​ຄົນ​ນັ້ນ. ຂ້ານ້ອຍ​ເປັນ​ຄົນ​ຊອບທຳ. ຂ້ານ້ອຍ​ຖື​ສິນ​ອົດ​ອາຫານ​ອາທິດ​ລະ​ສອງ​ເທື່ອ​ເພື່ອ​ຂ້ານ້ອຍ​ມີ​ເວລາ​ຫຼາຍ​ຂຶ້ນ​ທີ່​ຈະ​ຄິດ​ເຖິງ​ພະອົງ. ທຸກ​ສິ່ງ​ທີ່​ຂ້ານ້ອຍ​ຫາ​ໄດ້ ຂ້ານ້ອຍ​ໄດ້​ເອົາ​ໜຶ່ງ​ສ່ວນ​ສິບ​ມາ​ຖວາຍ​ແກ່​ວິຫານ.’ ຟາລິຊຽນ​ຄົນ​ນັ້ນ​ຄິດ​ແທ້ໆ​ວ່າ​ຕົນ​ເອງ​ດີ​ກວ່າ​ຄົນ​ອື່ນ​ແມ່ນ​ບໍ?— ແລະ​ລາວ​ບອກ​ພະເຈົ້າ​ເລື່ອງ​ນັ້ນ​ຄື​ກັນ.

ແຕ່​ຄົນ​ເກັບ​ພາສີ​ບໍ່​ເປັນ​ແບບ​ນັ້ນ. ເມື່ອ​ອະທິດຖານ​ລາວ​ບໍ່​ໄດ້​ແຫງນ​ຕາ​ເບິ່ງ​ຟ້າ​ຊ້ຳ. ລາວ​ຢືນ​ຢູ່​ໄກໆ​ກົ້ມ​ຫົວ​ລົງ​ນຳ. ຄົນ​ເກັບ​ພາສີ​ເສຍໃຈ​ຫຼາຍ​ຕໍ່​ຄວາມ​ຜິດ​ທີ່​ໄດ້​ເຮັດ​ໄປ ແລະ​ລາວ​ທຸບ​ຕີ​ເອິກ​ຂອງ​ຕົນ​ດ້ວຍ​ຄວາມ​ເສົ້າໃຈ. ລາວ​ບໍ່​ພະຍາຍາມ​ບອກ​ພະເຈົ້າ​ວ່າ​ຕົນ​ເປັນ​ຄົນ​ດີ​ສ່ຳ​ໃດ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ລາວ​ອະທິດຖານ​ວ່າ: ‘ໂອ້​ພະເຈົ້າ ຂໍ​ໂຜດ​ເມດຕາ​ຜູ້​ຂ້າ​ທີ່​ເປັນ​ຄົນ​ຜິດ​ບາບ​ແດ່​ທ້ອນ.’

ຊາຍ​ສອງ​ຄົນ​ນີ້​ລູກ​ຄິດ​ວ່າ​ພະເຈົ້າ​ຈະ​ພໍ​ໃຈ​ຄົນ​ໃດ? ແມ່ນ​ຄົນ​ຟາລີຊຽນ​ຜູ້​ທີ່​ຄິດ​ວ່າ​ຕົນ​ດີ​ຫຼາຍ​ບໍ? ຫຼື​ວ່າ​ແມ່ນ​ຄົນ​ເກັບ​ພາສີ​ທີ່​ຮູ້ສຶກ​ເສຍໃຈ​ເພາະ​ບາບ​ຂອງ​ຕົນ?—

ພະ​ເຍຊູ​ບອກ​ວ່າ​ພະເຈົ້າ​ພໍ​ໃຈ​ຄົນ​ເກັບ​ພາສີ. ເພາະ​ເຫດ​ໃດ? ພະ​ເຍຊູ​ອະທິບາຍ​ວ່າ: ‘ເພາະ​ວ່າ​ທຸກ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ຕົວ​ເອງ​ເບິ່ງ​ດີ​ກວ່າ​ຄົນ​ອື່ນ​ຈະ​ຖືກ​ເຮັດ​ໃຫ້​ຕ່ຳ​ລົງ. ແຕ່​ຜູ້​ທີ່​ຮູ້ສຶກ​ວ່າ​ຕົນ​ຕ່ຳ​ຕ້ອຍ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ສູງ.’—ລືກາ 18:9-14.

ພະ​ເຍຊູ​ກຳລັງ​ສອນ​ບົດຮຽນ​ອັນ​ໃດ​ຈາກ​ເລື່ອງ​ທີ່​ພະອົງ​ເລົ່າ?— ພະອົງ​ສອນ​ວ່າ​ເປັນ​ການ​ຜິດ​ທີ່​ຈະ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ. ເຮົາ​ອາດ​ຈະ​ບໍ່​ໄດ້​ເວົ້າ​ວ່າ​ເຮົາ​ຄິດ​ວ່າ​ເຮົາ​ດີ​ກວ່າ ແຕ່​ໂດຍ​ທາງ​ການ​ປະພຶດ​ຂອງ​ເຮົາ ເຮົາ​ສະແດງ​ວ່າ​ເຮົາ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ. ລູກ​ເຄີຍ​ເຮັດ​ແນວ​ນັ້ນ​ບໍ?— ຂໍ​ລອງ​ພິ​ຈາ​ລະ​ນາ​ເລື່ອງ​ຂອງ​ອັກຄະສາວົກ​ເປໂຕ​ເບິ່ງ.

ເມື່ອ​ພະ​ເຍຊູ​ບອກ​ອັກຄະສາວົກ​ຂອງ​ພະອົງ​ວ່າ​ຕອນ​ທີ່​ພະອົງ​ຖືກ​ຈັບ​ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ປະ​ຖິ້ມ​ພະອົງ ເປໂຕ​ອວດ​ວ່າ: ‘ແມ່ນ​ວ່າ​ທຸກ​ຄົນ​ຈະ​ຖິ້ມ​ພະອົງ ຂ້າພະເຈົ້າ​ຈະ​ບໍ່​ເຮັດ​ແນວ​ນັ້ນ!’ ແຕ່​ເປໂຕ​ເປັນ​ຝ່າຍ​ຜິດ. ລາວ​ໝັ້ນ​ໃຈ​ເກີນ​ໄປ. ລາວ​ໄດ້​ປະ​ພະ​ເຍຊູ. ແຕ່​ລາວ​ໄດ້​ກັບ​ມາ ດັ່ງ​ທີ່​ເຮົາ​ຈະ​ຮຽນ​ໃນ​ບົດ​ທີ 30 ຂອງ​ປຶ້ມ​ນີ້.—ມັດທາຍ 26:31-33.

ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ໃນ​ສະໄໝ​ປັດຈຸບັນ. ບາງ​ທີ​ອາດ​ຈະ​ມີ​ການ​ຖາມ​ຄຳຖາມ​ບາງ​ຂໍ້​ກັບ​ລູກ​ແລະ​ຫມູ່​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ. ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ຕອບ​ຄຳຖາມ​ໄດ້​ທັນທີ ແຕ່​ນັກ​ຮຽນ​ຄົນ​ອື່ນ​ຕອບ​ບໍ່​ໄດ້? ແນ່ນອນ ລູກ​ຈະ​ຮູ້ສຶກ​ດີ​ໃຈ​ເມື່ອ​ລູກ​ຕອບ​ໄດ້. ແຕ່​ຈະ​ເປັນ​ຄວາມ​ກະລຸນາ​ບໍ​ທີ່​ລູກ​ຈະ​ເອົາ​ຕົວ​ເອງ​ໄປ​ປຽບ​ທຽບ​ກັບ​ຜູ້​ທີ່​ຕອບ​ຊ້າ​ກວ່າ​ລູກ?— ຖືກຕ້ອງ​ບໍ​ທີ່​ຈະ​ພະຍາຍາມ​ສະແດງ​ຕົວ​ເປັນ​ຄົນ​ເກັ່ງ​ໂດຍ​ເຮັດ​ໃຫ້​ຄົນ​ອື່ນ​ເບິ່ງ​ດ້ອຍ​ກວ່າ​ຕົນ?—

ນັ້ນ​ແມ່ນ​ສິ່ງ​ທີ່​ຟາລີຊຽນ​ຄົນ​ນັ້ນ​ໄດ້​ເຮັດ. ລາວ​ອວດ​ວ່າ​ລາວ​ດີ​ກວ່າ​ຄົນ​ເກັບ​ພາສີ. ແຕ່​ຄູ​ຜູ້​ຍິ່ງໃຫຍ່​ບອກ​ວ່າ​ຊາຍ​ຟາລີຊຽນ​ຄົນ​ນັ້ນ​ເປັນ​ຜູ້​ຜິດ. ເປັນ​ຄວາມ​ຈິງ​ທີ່​ຄົນ​ໜຶ່ງ​ອາດ​ຈະ​ເຮັດ​ບາງ​ສິ່ງ​ໄດ້​ດີ​ກວ່າ​ຄົນ​ອື່ນ. ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ເປັນ​ຄົນ​ດີ​ກວ່າ​ຄົນ​ອື່ນ​ແທ້ໆ.

A girl raises her hand in a classroom

ຖ້າ​ລູກ​ຮູ້​ຫຼາຍ​ກວ່າ​ບາງ​ຄົນ ນັ້ນ​ຈະ​ເຮັດ​ໃຫ້​ລູກ​ເປັນ​ຄົນ​ດີ​ກວ່າ​ຄົນ​ອື່ນ​ບໍ?

ດັ່ງ​ນັ້ນ ຖ້າ​ເຮົາ​ຮູ້​ຫຼາຍ​ກວ່າ​ຄົນ​ອື່ນ ນັ້ນ​ແມ່ນ​ເຫດຜົນ​ສົມຄວນ​ທີ່​ຈະ​ໂອ້​ອວດ​ບໍ?—ລອງ​ຄິດ​ເບິ່ງ​ດູ. ເຮົາ​ໄດ້​ສ້າງ​ສະໝອງ​ຂອງ​ເຮົາ​ເອງ​ບໍ?— ບໍ່ ພະເຈົ້າ​ເປັນ​ຜູ້​ທີ່​ໃຫ້​ສະໝອງ​ແກ່​ເຮົາ​ທຸກ​ຄົນ. ສິ່ງ​ຕ່າງໆ​ທີ່​ເຮົາ​ຮູ້​ສ່ວນ​ຫຼາຍ​ເຮົາ​ກໍ​ໄດ້​ຮຽນ​ຈາກ​ຄົນ​ອື່ນ. ບາງ​ທີ​ເຮົາ​ອາດ​ຈະ​ໄດ້​ຈາກ​ການ​ອ່ານ​ປຶ້ມ​ຕ່າງໆ ຫຼື​ຄົນ​ອື່ນ​ໄດ້​ບອກ​ເຮົາ. ເຖິງ​ແມ່ນ​ວ່າ​ເຮົາ​ອາດ​ຈະ​ຄິດ​ຄົ້ນ​ຫາ​ຄຳຕອບ​ໄດ້​ເອງ ເຮົາ​ເຮັດ​ໄດ້​ແນວ​ໃດ?— ຖືກ​ແລ້ວ ເຮົາ​ໃຊ້​ສະໝອງ​ທີ່​ພະເຈົ້າ​ໃຫ້​ເຮົາ.

ເມື່ອ​ຄົນ​ໜຶ່ງ​ອອກ​ຄວາມ​ພະຍາຍາມ​ຫຼາຍ ລູກ​ສະແດງ​ຄວາມ​ກະລຸນາ​ດ້ວຍ​ຄຳ​ເວົ້າ​ທີ່​ໃຫ້​ກຳລັງ​ໃຈ. ບອກ​ລາວ​ວ່າ​ລູກ​ມັກ​ສິ່ງ​ທີ່​ລາວ​ໄດ້​ເຮັດ. ບາງ​ທີ​ລູກ​ກໍ​ອາດ​ຈະ​ຊ່ອຍ​ລາວ​ໃຫ້​ເຮັດ​ດີ​ກວ່າ​ເກົ່າ. ນັ້ນ​ແມ່ນ​ສິ່ງ​ທີ່​ລູກ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ກັບ​ລູກ​ແມ່ນ​ບໍ?—

A boy shows his muscles to another boy

ເປັນ​ຫຍັງ​ຈຶ່ງ​ຜິດ​ທີ່​ຈະ​ໂອ້​ອວດ​ຖ້າ​ວ່າ​ເຮົາ​ແຂງແຮງ​ກວ່າ​ຄົນ​ອື່ນ?

ມີ​ບາງ​ຄົນ​ທີ່​ແຂງແຮງ​ກວ່າ​ຄົນ​ອື່ນ. ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ແຂງແຮງ​ກວ່າ​ນ້ອງ​ຊາຍ​ຫຼື​ນ້ອງ​ສາວ​ຂອງ​ລູກ​ເດ? ນັ້ນ​ເປັນ​ເຫດຜົນ​ທີ່​ລູກ​ຈະ​ອວດ​ອ້າງ​ບໍ?— ບໍ່ ຍ້ອນ​ວ່າ​ອາຫານ​ທີ່​ເຮົາ​ກິນ​ທີ່​ເຮັດ​ໃຫ້​ເຮົາ​ແຂງແຮງ. ແລະ​ພະເຈົ້າ​ໃຫ້​ແສງ​ແດດ​ແລະ​ນ້ຳ​ຝົນ​ກັບ​ທັງ​ສິ່ງ​ຈຳເປັນ​ອື່ນໆ​ທີ່​ເຮັດ​ໃຫ້​ມີ​ອາຫານ​ແມ່ນ​ບໍ?— ເມື່ອ​ເປັນ​ເຊັ່ນ​ນັ້ນ ພະເຈົ້າ​ນັ້ນ​ແຫຼະ​ທີ່​ເຮົາ​ຄວນ​ຂອບໃຈ​ຖ້າ​ເຮົາ​ແຂງແຮງ​ຂຶ້ນ.—ກິດຈະການ 14:16, 17.

ເຮົາ​ບໍ່​ມັກ​ຟັງ​ຄົນ​ທີ່​ເວົ້າ​ໂອ້​ອວດ​ແມ່ນ​ບໍ?— ໃຫ້​ເຮົາ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ພະ​ເຍຊູ​ທີ່​ວ່າ: ‘ທ່ານ​ທັງ​ຫຼາຍ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຢ່າງ​ໃດ​ກັບ​ທ່ານ ທ່ານ​ຈົ່ງ​ເຮັດ​ຢ່າງ​ນັ້ນ​ກັບ​ເຂົາ​ເຈົ້າ.’ ຖ້າ​ເຮົາ​ເຮັດ​ເຊັ່ນ​ນັ້ນ ເຮົາ​ຈະ​ບໍ່​ເປັນ​ຄື​ຊາຍ​ຟາລີຊຽນ​ຄົນ​ນັ້ນ​ທີ່​ເວົ້າ​ອວດ​ໂຕ​ໃນ​ເລື່ອງ​ທີ່​ຄູ​ຜູ້​ຍິ່ງໃຫຍ່​ເລົ່າ​ໃຫ້​ຟັງ.—ລືກາ 6:31.

ເທື່ອ​ໜຶ່ງ​ມີ​ຄົນ​ເອີ້ນ​ພະ​ເຍຊູ​ວ່າ​ຜູ້​ດີ. ຄູ​ຜູ້​ຍິ່ງໃຫຍ່​ໄດ້​ເວົ້າ​ບໍ​ວ່າ ‘ແມ່ນ​ແລ້ວ ເຮົາ​ເປັນ​ຄົນ​ດີ’? ບໍ່ ພະອົງ​ບໍ່​ໄດ້​ເວົ້າ. ແທນ​ທີ່​ຈະ​ເວົ້າ​ແນວ​ນັ້ນ ພະອົງ​ກ່າວ​ວ່າ: “ບໍ່​ມີ​ຜູ້​ດີ​ເທົ່າ​ເວັ້ນ​ໄວ້​ແຕ່​ພະເຈົ້າ​ອົງ​ດຽວ.” (ມາລະໂກ 10:18) ເຖິງ​ແມ່ນ​ວ່າ​ຄູ​ຜູ້​ຍິ່ງໃຫຍ່​ເປັນ​ຜູ້​ທີ່​ສົມບູນ​ພ້ອມ ແຕ່​ພະອົງ​ບໍ່​ໄດ້​ໂອ້​ອວດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ພະອົງ​ໃຫ້​ຄຳ​ສັນລະເສີນ​ທັງ​ໝົດ​ກັບ​ພະ​ເຢໂຫວາ​ພໍ່​ຂອງ​ພະອົງ.

ດັ່ງ​ນັ້ນ ເຮົາ​ຈະ​ອວດ​ອ້າງ​ໃນ​ຜູ້​ໃດ​ໄດ້​ແດ່?— ແມ່ນ​ແລ້ວ ມີ​ແຕ່​ຜູ້​ດຽວ. ເຮົາ​ຈະ​ອວດ​ໃນ​ພະ​ເຢໂຫວາ​ພະເຈົ້າ ພະ​ຜູ້​ສ້າງ​ຂອງ​ເຮົາ. ເມື່ອ​ເຮົາ​ເຫັນ​ຕາເວັນ​ຕົກ​ດິນ​ຫຼື​ສິ່ງ​ເນລະມິດ​ສ້າງ​ອື່ນໆ​ທີ່​ເປັນ​ຕາ​ງຶດງໍ້ ເຮົາ​ຈະ​ບອກ​ຄົນ​ອື່ນ​ວ່າ ‘ພະເຈົ້າ​ອົງ​ດີ​ວິເສດ​ຂອງ​ເຮົາ ພະ​ເຢໂຫວາ​ໄດ້​ສ້າງ​ສິ່ງ​ເຫຼົ່າ​ນີ້!’ ໃຫ້​ເຮົາ​ພ້ອມ​ຢູ່​ສະເໝີ​ທີ່​ຈະ​ເວົ້າ​ເຖິງ​ສິ່ງ​ດີ​ເລີດ​ຕ່າງໆ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ແລະ​ຈະ​ເຮັດ​ໃຫ້​ໃນ​ອະນາຄົດ.

Two boys look at a sunset

ເດັກ​ຊາຍ​ຄົນ​ນີ້​ກຳລັງ​ອວດ​ສິ່ງ​ໃດ?

ຂໍ​ໃຫ້​ອ່ານ​ສິ່ງ​ທີ່​ພະ​ຄຳພີ​ກ່າວ​ກ່ຽວ​ກັບ​ການ​ອວດ​ອົ່ງ​ຫຼື​ໂອ້​ອວດ ແລະ​ຮຽນ​ຮູ້​ວ່າ​ເຮົາ​ຄວນ​ຫຼີກ​ລ່ຽງ​ການ​ອວດ​ອົ່ງ​ຕົວ​ເອງ ຢູ່​ພະທຳ​ສຸພາສິດ 16:5, 18; ເຢເຣມີ 9:23, 24; 1 ໂກລິນໂທ 4:7; 13:4.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌