ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 28 ໜ້າ 147-151
  • ວິທີ​ທີ່​ຈະ​ຮູ້​ວ່າ​ຄວນ​ເຊື່ອ​ຟັງ​ຜູ້​ໃດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ທີ່​ຈະ​ຮູ້​ວ່າ​ຄວນ​ເຊື່ອ​ຟັງ​ຜູ້​ໃດ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ “ພ້ອມ​ຈະ​ເຊື່ອຟັງ” ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ເຈົ້າຕ້ອງເສຍພາສີບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2011
  • ການ​ເຊື່ອ​ຟັງ​ປ້ອງກັນ​ລູກ
    ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 28 ໜ້າ 147-151

ບົດ​ທີ 28

ວິທີ​ທີ່​ຈະ​ຮູ້​ວ່າ​ຄວນ​ເຊື່ອ​ຟັງ​ຜູ້​ໃດ

ບາງ​ຄັ້ງ​ເຮົາ​ກໍ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຮູ້​ວ່າ​ຄວນ​ເຊື່ອ​ຟັງ​ຜູ້​ໃດ. ພໍ່​ແມ່​ອາດ​ບອກ​ລູກ​ໃຫ້​ເຮັດ​ແນວ​ນີ້. ແຕ່​ນາຍ​ຄູ​ຢູ່​ໂຮງ​ຮຽນ​ຫຼື​ຕຳຫຼວດ​ອາດ​ບອກ​ລູກ​ໃຫ້​ເຮັດ​ອີກ​ແນວ​ໜຶ່ງ. ຖ້າ​ມີ​ສິ່ງ​ແບບ​ນີ້​ເກີດ​ຂຶ້ນ ລູກ​ຈະ​ເຊື່ອ​ຟັງ​ໃຜ?—

ໃນ​ບົດ​ທີ 7 ຂອງ​ປຶ້ມ​ນີ້​ເຮົາ​ໄດ້​ອ່ານ​ຈາກ​ຄຳພີ​ໄບເບິນ​ຢູ່​ພະທຳ​ເອເຟດ 6:1-3 (ລ.ມ.) ທີ່​ບອກ​ວ່າ​ລູກ​ຄວນ​ເຊື່ອ​ຟັງ​ພໍ່​ແມ່ຂອງ​ຕົນ. ພະ​ຄຳພີ​ບອກ​ວ່າ: “ຈົ່ງ​ເຊື່ອ​ຟັງ​ພໍ່​ແມ່​ຢ່າງ​ທີ່​ປະສານ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ.” ລູກ​ຮູ້​ບໍ​ວ່າ​ການ “ປະສານ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ” ໝາຍ​ຄວາມ​ວ່າ​ແນວ​ໃດ?— ພໍ່​ແມ່​ທີ່​ເຮັດ​ປະສານ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ ສອນ​ລູກ​ໃຫ້​ເຊື່ອ​ຟັງ​ກົດໝາຍ​ຕ່າງໆ​ຂອງ​ພະເຈົ້າ.

ແຕ່​ຜູ້​ໃຫຍ່​ບາງ​ຄົນ​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. ດັ່ງ​ນັ້ນ​ຈະ​ວ່າ​ແນວ​ໃດ​ຖ້າ​ຜູ້​ໃຫຍ່​ບາງ​ຄົນ​ບອກ​ວ່າ ມັນ​ບໍ່​ເປັນ​ຫຍັງ​ດອກ​ທີ່​ຈະ​ລັກ​ກ່າຍ​ຕອນ​ສອບ​ເສັງ​ຫຼື​ຈັບ​ເອົາ​ເຄື່ອງ​ຢູ່​ໃນ​ຮ້ານ​ຄ້າ​ໄປ​ໂດຍ​ບໍ່​ໄດ້​ຈ່າຍ​ເງິນ? ຖ້າ​ເປັນ​ເຊັ່ນ​ນັ້ນ ມັນ​ຖືກຕ້ອງ​ບໍ​ທີ່​ເດັກ​ນ້ອຍ​ຈະ​ລັກ​ກ່າຍ​ຫຼື​ລັກ​ເຄື່ອງ?—

ຢ່າ​ລືມ​ວ່າ​ກະສັດ​ເນບຶກາດເນດຊາຣ​ເຄີຍ​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ຄົນ​ກົ້ມ​ລົງ​ຂາບ​ຮູບ​ປັ້ນ​ຄຳ​ທີ່​ລາວ​ໄດ້​ຕັ້ງ​ໄວ້. ແຕ່​ວ່າ​ທ້າວ​ຊາດຣາກ ທ້າວ​ເມຊາກ ກັບ​ທ້າວ​ອາເບດເນໂຄ​ບໍ່​ໄດ້​ກົ້ມ​ຂາບ​ຮູບ​ປັ້ນ​ນັ້ນ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ?— ເນື່ອງ​ຈາກ​ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ເຮົາ​ຄວນ​ນະມັດສະການ​ພະ​ເຢໂຫວາ​ພຽງ​ແຕ່​ຜູ້​ດຽວ.—ອົບພະຍົບ 20:3; ມັດທາຍ 4:10.

The apostle Peter speaks to High Priest Caiaphas and the rest of the Sanhedrin

ທ່ານ​ເປໂຕ​ເວົ້າ​ຫຍັງ​ກັບ​ທ່ານ​ກາອີເຟ?

ຫຼັງ​ຈາກ​ທີ່​ພະ​ເຍຊູ​ສິ້ນ​ຊີວິດ ພວກ​ສາວົກ​ຂອງ​ພະອົງ​ຖືກ​ພາ​ຕົວ​ໄປ​ຢູ່​ຕໍ່​ໜ້າ​ສານ​ຊັນເຮດຣິນ​ເຊິ່ງ​ເປັນ​ສານ​ສາສະໜາ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຊາວ​ຢິວ. ປະໂລຫິດ​ໃຫຍ່​ກາອີເຟ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຫ້າມ​ທ່ານ​ທັງ​ຫຼາຍ​ດ້ວຍ​ແຂງແຮງ​ແທ້​ວ່າ​ຢ່າ​ສອນ​ໃນ​ນາມ​ຊື່​ນີ້ [ພະ​ເຍຊູ] ແລະ​ຈົ່ງ​ເບິ່ງ ທ່ານ​ທັງ​ຫຼາຍ​ໄດ້​ກະທຳ​ໃຫ້​ເມືອງ​ເຢຣຶຊາເລມ​ເຕັມ​ໄປ​ດ້ວຍ​ຄຳ​ສອນ​ຂອງ​ທ່ານ.” ເປັນ​ຫຍັງ​ພວກ​ອັກຄະສາວົກ​ຈຶ່ງ​ບໍ່​ຍອມ​ເຊື່ອ​ຟັງ​ສານ​ຊັນເຮດຣິນ?— ໃນ​ຖານະ​ເປັນ​ຕົວ​ແທນ​ຂອງ​ອັກຄະສາວົກ​ໝົດ​ທຸກ​ຄົນ ທ່ານ​ເປໂຕ​ຕອບ​ທ່ານ​ກາອີເຟ​ວ່າ: “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.”—ກິດຈະການ 5:27-29.

ໃນ​ສະໄໝ​ນັ້ນ ພວກ​ຫົວໜ້າ​ສາສະໜາ​ຂອງ​ຊາວ​ຢິວ​ມີ​ອິດທິພົນ​ຫຼາຍ. ແນວ​ໃດ​ກໍ​ຕາມ ປະເທດ​ຂອງ​ເຂົາ​ເຈົ້າ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລັດຖະບານ​ປະເທດ​ໂລມ. ປະມຸກ​ຂອງ​ລັດຖະບານ​ນັ້ນ​ເອີ້ນ​ວ່າ ເຊຊາ. ເຖິງ​ແມ່ນ​ວ່າ​ຊາວ​ຢິວ​ບໍ່​ຕ້ອງການ​ໃຫ້​ເຊຊາ​ປົກຄອງ​ເຂົາ​ເຈົ້າ ແຕ່​ລັດຖະບານ​ຂອງ​ປະເທດ​ໂລມ​ກໍ​ໄດ້​ເຮັດ​ສິ່ງ​ດີ​ຫຼາຍ​ຢ່າງ​ເພື່ອ​ປະຊາຊົນ. ແລະ​ລັດຖະບານ​ຕ່າງໆ​ໃນ​ທຸກ​ມື້​ນີ້​ກໍ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ປະຊາຊົນ​ຄື​ກັນ. ລູກ​ຮູ້​ບໍ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່?—

ລັດຖະບານ​ສ້າງ​ຖະໜົນ​ຫົນ​ທາງ​ເພື່ອ​ໃຊ້​ໃນ​ການ​ເດີນ​ທາງ​ແລະ​ໃຫ້​ເງິນ​ຕຳຫຼວດ​ແລະ​ເຈົ້າ​ໜ້າທີ່​ດັບ​ເພີງ​ເພື່ອ​ປົກ​ປ້ອງ​ເຮົາ. ນອກ​ຈາກ​ນີ້ ລັດຖະບານ​ອາດ​ຈັດ​ໃຫ້​ມີ​ການ​ສຶກສາ​ສຳລັບ​ເດັກ​ນ້ອຍ​ແລະ​ການ​ເບິ່ງ​ແຍງ​ສຸຂະພາບ​ສຳລັບ​ຄົນ​ສູງ​ອາຍຸ. ລັດຖະບານ​ຕ້ອງ​ໃຊ້​ເງິນ​ເພື່ອ​ເຮັດ​ສິ່ງ​ເຫຼົ່າ​ນີ້. ລູກ​ຮູ້​ບໍ​ວ່າ​ລັດຖະບານ​ໄດ້​ເງິນ​ມາ​ຈາກ​ໃສ?— ມາ​ຈາກ​ປະຊາຊົນ. ເງິນ​ທີ່​ປະຊາຊົນ​ຈ່າຍ​ໃຫ້​ລັດຖະບານ​ເອີ້ນ​ວ່າ​ພາສີ.

ຕອນ​ທີ່​ຄູ​ຜູ້​ຍິ່ງໃຫຍ່​ຢູ່​ເທິງ​ແຜ່ນດິນ​ໂລກ ຊາວ​ຢິວ​ຫຼາຍ​ຄົນ​ບໍ່​ຢາກ​ຈ່າຍ​ພາສີ​ໃຫ້​ລັດຖະບານ​ໂລມ. ດັ່ງ​ນັ້ນ ມື້​ໜຶ່ງ​ພວກ​ປະໂລຫິດ​ໃຫຍ່​ຈຶ່ງ​ຈ້າງ​ຄົນ​ໃຫ້​ໄປ​ຖາມ​ຄຳຖາມ​ພະ​ເຍຊູ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ພະອົງ​ໄດ້​ຮັບ​ຄວາມ​ເດືອດຮ້ອນ. ຄຳຖາມ​ກໍ​ຄື ‘ເຮົາ​ຕ້ອງ​ຈ່າຍ​ພາສີ​ໃຫ້​ເຊຊາ​ຫຼື​ບໍ່?’ ນີ້​ເປັນ​ຄຳຖາມ​ທີ່​ມີ​ເລ່ຫຼ່ຽມ. ຖ້າ​ພະ​ເຍຊູ​ຕອບ​ວ່າ ‘ແມ່ນ​ແລ້ວ ເຈົ້າ​ຕ້ອງ​ຈ່າຍ’ ຊາວ​ຢິວ​ຫຼາຍ​ຄົນ​ຄົງ​ຈະ​ບໍ່​ມັກ​ໃນ​ສິ່ງ​ທີ່​ພະອົງ​ເວົ້າ. ແຕ່​ພະ​ເຍຊູ​ກໍ​ບໍ່​ອາດ​ຕອບ​ໄດ້​ວ່າ ‘ບໍ່ ເຈົ້າ​ບໍ່​ຕ້ອງ​ເສຍ​ພາສີ.’ ຖື​ວ່າ​ເປັນ​ສິ່ງ​ທີ່​ຜິດ​ທີ່​ເວົ້າ​ແບບ​ນັ້ນ.

ດັ່ງ​ນັ້ນ ພະ​ເຍຊູ​ເຮັດ​ແນວ​ໃດ? ພະອົງ​ກ່າວ​ວ່າ: ‘ຈົ່ງ​ເອົາ​ເງິນ​ຫຼຽນ​ໜຶ່ງ​ມາ​ໃຫ້​ເຮົາ​ເບິ່ງ.’ ເມື່ອ​ເຂົາ​ເຈົ້າ​ເອົາ​ເງິນ​ຫຼຽນ​ມາ​ໃຫ້​ພະອົງ​ແລ້ວ ພະ​ເຍຊູ​ຖາມ​ເຂົາ​ເຈົ້າ​ວ່າ: “ເປັນ​ຮູບ​ແລະ​ເປັນ​ໜັງສື [“ຊື່,” ລ.ມ.] ຂອງ​ຜູ້​ໃດ?” ເຂົາ​ເຈົ້າ​ໄດ້​ຕອບ​ວ່າ “ເປັນ​ຂອງ​ກະສັດ​ເຊຊາ.” ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ໄດ້​ກ່າວ​ແກ່​ເຂົາ​ເຈົ້າ​ວ່າ: “ເຫດ​ສັນນີ້​ສິ່ງ​ຂອງ​ກະສັດ​ເຊຊາ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ ແລະ​ສິ່ງ​ຂອງ​ພະເຈົ້າ​ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ​ເຖີ້ນ.”—ລືກາ 20:19-26.

Men ask Jesus a trick question about paying taxes

ພະ​ເຍຊູ​ຕອບ​ຄຳຖາມ​ທີ່​ມີ​ເລ່ຫຼ່ຽມ​ຂອງ​ຄົນ​ເຫຼົ່າ​ນີ້​ແນວ​ໃດ?

ບໍ່​ມີ​ໃຜ​ຈັບ​ຜິດ​ຄຳຕອບ​ນັ້ນ. ຖ້າ​ເຊຊາ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ປະຊາຊົນ ກໍ​ຖື​ວ່າ​ມັນ​ຖືກຕ້ອງ​ທີ່​ຈະ​ເອົາ​ເງິນ​ທີ່​ເຊຊາ​ເຮັດ​ຂຶ້ນ​ມາ​ນັ້ນ​ຈ່າຍ​ຄືນ​ໃຫ້​ເຊຊາ​ສຳລັບ​ສິ່ງ​ເຫຼົ່າ​ນີ້. ໂດຍ​ວິທີ​ນີ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ທີ່​ຈະ​ເສຍ​ພາສີ​ໃຫ້​ລັດຖະບານ​ສຳລັບ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ນັ້ນ.

ຕອນ​ນີ້​ລູກ​ຍັງ​ບໍ່​ທັນ​ເຖິງ​ອາຍຸ​ທີ່​ຕ້ອງ​ເສຍ​ພາສີ. ແຕ່​ກໍ​ມີ​ບາງ​ສິ່ງ​ທີ່​ລູກ​ຄວນ​ໃຫ້​ແກ່​ລັດຖະບານ. ລູກ​ຮູ້​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?— ການ​ເຊື່ອ​ຟັງ​ກົດໝາຍ​ຂອງ​ລັດຖະບານ. ຄຳພີ​ໄບເບິນ​ກ່າວ​ວ່າ: ‘ຈົ່ງ​ເຊື່ອ​ຟັງ​ອຳນາດ​ທີ່​ສູງ​ກວ່າ.’ ອຳນາດ​ເຫຼົ່າ​ນີ້​ກໍ​ຄື​ຜູ້​ທີ່​ມີ​ອຳນາດ​ໃນ​ລັດຖະບານ. ດັ່ງ​ນັ້ນ ພະເຈົ້າ​ເປັນ​ຜູ້​ທີ່​ບອກ​ວ່າ​ເຮົາ​ຄວນ​ເຊື່ອ​ຟັງ​ກົດໝາຍ​ຕ່າງໆ​ຂອງ​ລັດຖະບານ.—ໂລມ 13:1, 2.

ອາດ​ມີ​ກົດໝາຍ​ທີ່​ບໍ່​ໃຫ້​ຖິ້ມ​ເຈ້ຍ​ຫຼື​ສິ່ງ​ອື່ນໆ​ໃສ່​ຫົນ​ທາງ. ລູກ​ຄວນ​ເຊື່ອ​ຟັງ​ກົດໝາຍ​ນັ້ນ​ບໍ?— ແມ່ນ​ແລ້ວ ພະເຈົ້າ​ຕ້ອງການ​ໃຫ້​ລູກ​ເຊື່ອ​ຟັງ. ລູກ​ຄວນ​ເຊື່ອ​ຟັງ​ຕຳຫຼວດ​ນຳ​ບໍ?— ລັດຖະບານ​ຈ່າຍ​ເງິນ​ໃຫ້​ຕຳຫຼວດ​ເພື່ອ​ປົກ​ປ້ອງ​ປະຊາຊົນ. ການ​ເຊື່ອ​ຟັງ​ເຂົາ​ເຈົ້າ​ກໍ​ຄື​ກັນ​ກັບ​ການ​ເຊື່ອ​ຟັງ​ລັດຖະບານ.

ດັ່ງ​ນັ້ນ ຖ້າ​ລູກ​ກຳລັງ​ຈະ​ຂ້າມ​ຫົນ​ທາງ​ແລະ​ຕຳຫຼວດ​ບອກ​ວ່າ “ຖ້າ​ກ່ອນ!” ລູກ​ຄວນ​ເຮັດ​ຫຍັງ?— ຖ້າ​ຄົນ​ອື່ນ​ພາ​ກັນ​ແລ່ນ​ຂ້າມ​ຫົນ​ທາງ ລູກ​ຄວນ​ເຮັດ​ບໍ?— ລູກ​ຄວນ​ລໍ​ຖ້າ​ກ່ອນ ເຖິງ​ແມ່ນ​ວ່າ​ຈະ​ເຫຼືອ​ແຕ່​ລູກ​ພຽງ​ຄົນ​ດຽວ​ກໍ​ຕາມ. ພະເຈົ້າ​ບອກ​ລູກ​ໃຫ້​ເຊື່ອ​ຟັງ.

ອາດ​ຈະ​ມີ​ເຫດການ​ວຸ່ນວາຍ​ເກີດ​ຂຶ້ນ​ໃນ​ແຖວ​ບ້ານ ແລະ​ຕຳຫຼວດ​ອາດ​ຈະ​ບອກ​ວ່າ: “ຢ່າ​ອອກ​ມາ​ທາງ​ນອກ​ເຮືອນ.” ແຕ່​ລູກ​ອາດ​ໄດ້​ຍິນ​ສຽງ​ຮ້ອງ​ແລະ​ຢາກ​ຮູ້​ວ່າ​ກຳລັງ​ເກີດ​ຫຍັງ​ຂຶ້ນ. ລູກ​ຄວນ​ອອກ​ໄປ​ເບິ່ງ​ບໍ?— ມັນ​ເປັນ​ການ​ເຊື່ອ​ຟັງ ‘ອຳນາດ​ທີ່​ສູງ​ກວ່າ’ ບໍ?—

ໃນ​ຫຼາຍ​ບ່ອນ ລັດຖະບານ​ຍັງ​ສ້າງ​ໂຮງ​ຮຽນ​ແລະ​ຈ່າຍ​ເງິນ​ໃຫ້​ນາຍ​ຄູ​ນຳ. ດັ່ງ​ນັ້ນ ລູກ​ຄິດ​ວ່າ​ພະເຈົ້າ​ຕ້ອງການ​ໃຫ້​ລູກ​ເຊື່ອ​ຟັງ​ນາຍ​ຄູ​ບໍ?— ຄິດ​ເບິ່ງ​ດູ. ລັດຖະບານ​ຈ່າຍ​ເງິນ​ໃຫ້​ນາຍ​ຄູ​ເພື່ອ​ສອນ​ໜັງສື ຄື​ກັບ​ທີ່​ຈ່າຍ​ເງິນ​ໃຫ້​ຕຳຫຼວດ​ເພື່ອ​ປົກ​ປ້ອງ​ປະຊາຊົນ. ດັ່ງ​ນັ້ນ ການ​ເຊື່ອ​ຟັງ​ຕຳຫຼວດ​ແລະ​ນາຍ​ຄູ​ກໍ​ຄື​ກັບ​ການ​ເຊື່ອ​ຟັງ​ລັດຖະບານ.

A policeman tells boys to wait before crossing a street

ເປັນ​ຫຍັງ​ເຮົາ​ຄວນ​ເຊື່ອ​ຟັງ​ຕຳຫຼວດ?

ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ນາຍ​ຄູ​ບອກ​ວ່າ​ລູກ​ຕ້ອງ​ກົ້ມ​ລົງ​ຂາບ​ຮູບ​ປັ້ນ​ບາງ​ແນວ? ລູກ​ຈະ​ເຮັດ​ແນວ​ໃດ?— ຊາວ​ເຫບເລີ​ສາມ​ຄົນ​ບໍ່​ຍອມ​ກົ້ມ​ລົງ​ຂາບ​ຮູບ​ປັ້ນ ເຖິງ​ແມ່ນ​ວ່າ​ກະສັດ​ເນບຶກາດເນດຊາຣ​ອອກ​ຄຳ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເຮັດ​ກໍ​ຕາມ. ລູກ​ຈື່​ບໍ​ວ່າ​ເປັນ​ຫຍັງ?— ເພາະ​ວ່າ​ເຂົາ​ເຈົ້າ​ຕ້ອງການ​ທີ່​ຈະ​ເຊື່ອ​ຟັງ​ພະເຈົ້າ.

ທ້າວ ວິວ ດູແຣນ ນັກ​ປະຫວັດສາດ​ໄດ້​ຂຽນ​ກ່ຽວ​ກັບ​ຄລິດສະຕຽນ​ຮຸ່ນ​ທຳອິດ​ແລະ​ກ່າວ​ວ່າ ‘ຄວາມ​ຈົງ​ຮັກ​ພັກດີ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້​ແກ່​ເຊຊາ.’ ແມ່ນ​ແລ້ວ ສິ່ງ​ນັ້ນ​ຕ້ອງ​ໃຫ້​ແກ່​ພະ​ເຢໂຫວາ! ດັ່ງ​ນັ້ນ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຈົ້າ​ຄວນ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ພວກ​ເຮົາ.

ພວກ​ເຮົາ​ເຊື່ອ​ຟັງ​ລັດຖະບານ​ເພາະ​ນັ້ນ​ເປັນ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ. ແຕ່​ຖ້າ​ເຮົາ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ເຮົາ​ບໍ່​ຄວນ​ເຮັດ ເຮົາ​ຈະ​ເວົ້າ​ແນວ​ໃດ?— ເຮົາ​ຄວນ​ເວົ້າ​ແບບ​ທີ່​ພວກ​ອັກຄະສາວົກ​ເວົ້າ​ກັບ​ປະໂລຫິດ​ໃຫຍ່​ທີ່​ວ່າ: “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.”—ກິດຈະການ 5:29.

ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ເຄົາລົບ​ກົດໝາຍ. ຂໍ​ໃຫ້​ອ່ານ​ສິ່ງ​ທີ່​ຂຽນ​ໄວ້​ຢູ່​ພະທຳ​ມັດທາຍ 5:41; ຕິໂຕ 3:1; ແລະ 1 ເປໂຕ 2:12-14.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌