ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 32 ໜ້າ 167-171
  • ວິທີ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ພະ​ເຍຊູ​ແລະ​ພວກ​ໂໜ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ປົບ​ໜີ​ຜູ້​ກົດ​ຂີ່
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຢໂຫວາ​ປົກປ້ອງ​ພະ​ເຢຊູ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ຄົນພວກນຶ່ງອາໄສດາວນຳທາງ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເບິ່ງຕື່ມ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 32 ໜ້າ 167-171

ບົດ​ທີ 32

ວິທີ​ທີ່​ພະ​ເຍຊູ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ

ບາງ​ຄັ້ງ​ພະ​ເຢໂຫວາ​ກໍ​ເຮັດ​ສິ່ງ​ຕ່າງໆ​ໃນ​ວິທີ​ທີ່​ເປັນ​ຕາ​ງຶດງໍ້​ເພື່ອ​ປົກ​ປ້ອງ​ຜູ້​ທີ່​ເປັນ​ເດັກ​ນ້ອຍ​ແລະ​ຜູ້​ທີ່​ບໍ່​ສາມາດ​ປົກ​ປ້ອງ​ຕົນ​ເອງ​ໄດ້. ຖ້າ​ລູກ​ໄປ​ຍ່າງ​ຫຼິ້ນ​ໃນ​ແຖບ​ຊົນນະບົດ ລູກ​ອາດ​ເຫັນ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເຊັ່ນ​ນີ້. ແຕ່​ໃນ​ຕອນ​ທຳອິດ​ລູກ​ອາດ​ຈະ​ບໍ່​ເຂົ້າ​ໃຈ​ແທ້ໆ​ວ່າ​ກຳລັງ​ເກີດ​ຫຍັງ​ຂຶ້ນ.

ລູກ​ເຫັນ​ນົກ​ບິນ​ຮ່ອນ​ລົງ​ມາ​ຢູ່​ພື້ນ​ດິນ​ໃກ້ໆ​ຕົວ​ລູກ. ເບິ່ງ​ຄື​ວ່າ​ມັນ​ບາດເຈັບ. ມັນ​ລາກ​ປີກ​ຂ້າງ​ໜຶ່ງ​ແລະ​ຍ່າງ​ໜີ​ເມື່ອ​ລູກ​ພະຍາຍາມ​ເຂົ້າ​ໄປ​ໃກ້​ມັນ. ເມື່ອ​ລູກ​ຍ່າງ​ນຳ​ກົ້ນ​ມັນ​ໄປ ມັນ​ກໍ​ຈະ​ຍ່າງ​ໜີ​ໄປ​ຈາກ​ລູກ. ແລ້ວ​ທັນທີ​ທັນໃດ ນົກ​ຕົວ​ນັ້ນ​ກໍ​ບິນ​ໜີ​ໄປ. ປີກ​ຂອງ​ມັນ​ບໍ່​ໄດ້​ເຈັບ​ຈັກ​ໜ້ອຍ! ລູກ​ຮູ້​ບໍ​ວ່າ​ນົກ​ຕົວ​ນັ້ນ​ກຳລັງ​ເຮັດ​ຫຍັງ?—

ທີ່​ຈິງ ຢູ່​ໃກ້ໆ​ກັບ​ບ່ອນ​ທີ່​ນົກ​ຮ່ອນ​ລົງ​ມາ​ໃກ້​ລູກ ມີ​ລູກ​ນົກ​ເຊື່ອງ​ຢູ່​ໃນ​ຟຸ່ມ​ໄມ້. ແມ່​ນົກ​ຢ້ານ​ວ່າ​ລູກ​ຈະ​ເຫັນ​ລູກ​ນົກ​ແລະ​ທຳ​ຮ້າຍ​ລູກ​ຂອງ​ມັນ. ດັ່ງ​ນັ້ນ ແມ່​ນົກ​ຈຶ່ງ​ທຳ​ທ່າ​ວ່າ​ບາດເຈັບ​ແລະ​ລໍ້​ລູກ​ໃຫ້​ຫຍັບ​ຫ່າງ​ອອກ​ໄປ​ຈາກ​ລູກ​ຂອງ​ມັນ. ລູກ​ຮູ້​ບໍ​ວ່າ​ໃຜ​ສາມາດ​ປົກ​ປ້ອງ​ເຮົາ​ຄື​ກັບ​ທີ່​ແມ່​ນົກ​ປົກ​ປ້ອງ​ລູກ​ຂອງ​ມັນ?—ໃນ​ຄຳພີ​ໄບເບິນ ມີ​ການ​ສົມ​ທຽບ​ພະ​ເຢໂຫວາ​ວ່າ​ເປັນ​ຄື​ນົກ​ອິນຊີ ເຊິ່ງ​ຊ່ວຍເຫຼືອ​ລູກ​ນ້ອຍໆ​ຂອງ​ມັນ.—ພະບັນຍັດ 32:11, 12.

A mother bird pretends to be hurt by dragging its wing when children approach her babies

ແມ່​ນົກ​ຕົວ​ນີ້​ປົກ​ປ້ອງ​ລູກ​ຂອງ​ມັນ​ແນວ​ໃດ?

ເດັກ​ນ້ອຍ​ທີ່​ມີ​ຄ່າ​ທີ່​ສຸດ​ສຳລັບ​ພະ​ເຢໂຫວາ​ກໍ​ຄື​ພະ​ເຍຊູ ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ພະອົງ. ເມື່ອ​ພະ​ເຍຊູ​ຢູ່​ໃນ​ສະຫວັນ ພະອົງ​ເປັນ​ບຸກຄົນ​ກາຍ​ວິນຍານ​ທີ່​ມີ​ລິດເດດ​ຄື​ກັບ​ພໍ່. ພະອົງ​ສາມາດ​ເບິ່ງ​ແຍງ​ຕົວ​ເອງ​ໄດ້. ແຕ່​ເມື່ອ​ພະ​ເຍຊູ​ມາ​ເກີດ​ເປັນ​ແອ​ນ້ອຍ​ຢູ່​ເທິງ​ແຜ່ນດິນ​ໂລກ ພະອົງ​ຊ່ວຍເຫຼືອ​ຕົວ​ເອງ​ບໍ່​ໄດ້. ພະອົງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ.

ເພື່ອ​ເຮັດ​ໃຫ້​ໃຈ​ປະສົງ​ຂອງ​ພະເຈົ້າ​ສຳເລັດ​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ຕ້ອງ​ເຕີບໂຕ​ເປັນ​ຜູ້​ຊາຍ​ທີ່​ສົມບູນ​ແບບ​ແລະ​ເປັນ​ຜູ້​ໃຫຍ່​ເຕັມທີ. ແນວ​ໃດ​ກໍ​ຕາມ ຊາຕານ​ພະຍາຍາມ​ຈະ​ຂ້າ​ພະ​ເຍຊູ​ກ່ອນ​ທີ່​ພະອົງ​ຈະ​ເຕີບ​ໃຫຍ່. ຄວາມ​ພະຍາຍາມ​ທີ່​ຈະ​ຂ້າ​ພະ​ເຍຊູ​ໃນ​ຕອນ​ທີ່​ພະອົງ​ເປັນ​ເດັກ​ນ້ອຍ ແລະ​ວິທີ​ທີ່​ພະ​ເຢໂຫວາ​ປົກ​ປ້ອງ​ພະ​ເຍຊູ​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ. ລູກ​ຢາກ​ຟັງ​ບໍ?—

ບໍ່​ດົນ​ພາຍ​ຫຼັງ​ທີ່​ພະ​ເຍຊູ​ເກີດ ຊາຕານ​ເຮັດ​ໃຫ້​ມີ​ດາວ​ດວງ​ໜຶ່ງ​ສ່ອງ​ແສງ​ເຫຼື້ອມ​ແຈ້ງ​ໃນ​ທ້ອງຟ້າ​ທາງ​ທິດ​ຕາເວັນ​ອອກ. ຄົນ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ​ນັກ​ໂຫຼາສາດ​ເຊິ່ງ​ສຶກສາ​ກ່ຽວ​ກັບ​ດວງ​ດາວ​ພາ​ກັນ​ຕິດ​ຕາມ​ດາວ​ດວງ​ນັ້ນ​ໄປ​ຫຼາຍ​ຮ້ອຍ​ກິໂລແມັດ​ຈົນ​ຮອດ​ເມືອງ​ເຢຣຶຊາເລມ. ຢູ່​ເມືອງ​ນັ້ນ ເຂົາ​ເຈົ້າ​ຖາມ​ວ່າ​ຜູ້​ທີ່​ຈະ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ຈະ​ເກີດ​ຢູ່​ໃສ. ເມື່ອ​ເຂົາ​ເຈົ້າ​ຖາມ​ຄົນ​ທີ່​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້ ຄົນ​ເຫຼົ່າ​ນັ້ນ​ກໍ​ຕອບ​ວ່າ: “ເມືອງ​ເບດເລເຫມ.”—ມັດທາຍ 2:1-6.

Astrologers bring gifts to Mary and Joseph for Jesus

ຫຼັງ​ຈາກ​ທີ່​ພວກ​ໂຫຼາສາດ​ໄປ​ຢາມ​ພະ​ເຍຊູ​ແລ້ວ ພະເຈົ້າ​ໃຫ້​ຄຳ​ເຕືອນ​ອັນ​ໃດ​ແກ່​ເຂົາ​ເຈົ້າ​ເຊິ່ງ​ເປັນ​ການ​ຊ່ວຍ​ຊີວິດ​ພະ​ເຍຊູ?

ຫຼັງ​ຈາກ​ທີ່​ເຫໂລດ​ກະສັດ​ຊົ່ວ​ເຊິ່ງ​ຢູ່​ໃນ​ເມືອງ​ເຢຣຶຊາເລມ​ໄດ້​ຍິນ​ເລື່ອງ​ກະສັດ​ອົງ​ໃໝ່​ທີ່​ຫາ​ກໍ​ເກີດ​ໃນ​ເມືອງ​ເບດເລເຫມ​ເຊິ່ງ​ຢູ່​ໃກ້ໆ​ນັ້ນ ລາວ​ບອກ​ພວກ​ໂຫຼາສາດ​ວ່າ: “ຈົ່ງ​ໄປ​ສືບ​ຖາມ​ດ້ວຍ​ເດັກ​ນ້ອຍ​ນັ້ນ​ແລະ​ເມື່ອ​ຫາ​ໄດ້​ແລ້ວ​ຈົ່ງ​ໃຫ້​ແຈ້ງ​ຄວາມ​ແກ່​ເຮົາ.” ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ​ທ່ານ​ເຫໂລດ​ຈຶ່ງ​ຢາກ​ຮູ້​ວ່າ​ພະ​ເຍຊູ​ຢູ່​ໃສ?— ຍ້ອນ​ວ່າ​ເຫໂລດ​ອິດສາ​ແລະ​ຢາກ​ຂ້າ​ພະ​ເຍຊູ!

ພະເຈົ້າ​ປົກ​ປ້ອງ​ຄຸ້ມຄອງ​ລູກ​ຊາຍ​ຂອງ​ພະອົງ​ແນວ​ໃດ?— ເມື່ອ​ພວກ​ໂຫຼາສາດ​ພົບ​ພະ​ເຍຊູ​ເຂົາ​ເຈົ້າ​ໄດ້​ເອົາ​ຂອງ​ຂວັນ​ໃຫ້​ພະອົງ. ຈາກ​ນັ້ນ ພະເຈົ້າ​ເຕືອນ​ພວກ​ໂຫຼາສາດ​ເຫຼົ່າ​ນັ້ນ​ໃນ​ຄວາມ​ຝັນ​ວ່າ​ຢ່າ​ກັບ​ໄປ​ຫາ​ເຫໂລດ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ກັບ​ເມືອ​ເຮືອນ​ອີກ​ທາງ​ໜຶ່ງ​ໂດຍ​ບໍ່​ໄດ້​ກັບ​ຄືນ​ໄປ​ເມືອງ​ເຢຣຶຊາເລມ. ເມື່ອ​ທ່ານ​ເຫໂລດ​ຮູ້​ວ່າ​ພວກ​ໂຫຼາສາດ​ໜີ​ໄປ​ແລ້ວ ລາວ​ກໍ​ຄຽດ​ຮ້າຍ​ຫຼາຍ. ດ້ວຍ​ຄວາມ​ພະຍາຍາມ​ທີ່​ຈະ​ຂ້າ​ພະ​ເຍຊູ ເຫໂລດ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທຸກ​ຄົນ​ທີ່​ອາຍຸ​ຕ່ຳ​ກວ່າ​ສອງ​ປີ​ທີ່​ຢູ່​ໃນ​ເມືອງ​ເບດເລເຫມ! ແຕ່​ໃນ​ເວລາ​ນັ້ນ​ພະ​ເຍຊູ​ບໍ່​ໄດ້​ຢູ່​ຫັ້ນ​ແລ້ວ.

ລູກ​ຮູ້​ບໍ​ວ່າ​ພະ​ເຍຊູ​ໜີ​ໄປ​ແນວ​ໃດ?— ຫຼັງ​ຈາກ​ທີ່​ພວກ​ໂຫຼາສາດ​ພາ​ກັນ​ກັບ​ເມືອ​ເຮືອນ​ແລ້ວ ພະ​ເຢໂຫວາ​ກໍ​ເຕືອນ​ທ້າວ​ໂຢເຊບ​ຜົວ​ຂອງ​ນາງ​ມາລີ​ວ່າ​ໃຫ້​ລຸກ​ຂຶ້ນ​ແລະ​ໜີ​ໄປ​ໄກ​ຈົນ​ຮອດ​ປະເທດ​ເອຢິບ. ຢູ່​ທີ່​ນັ້ນ ພະ​ເຍຊູ​ປອດໄພ​ຈາກ​ເຫໂລດ​ຜູ້​ຊົ່ວ​ຮ້າຍ. ຫຼາຍ​ປີ​ຕໍ່​ມາ ເມື່ອ​ມາລີ​ແລະ​ໂຢເຊບ​ພາ​ພະ​ເຍຊູ​ກັບ​ມາ​ຈາກ​ປະເທດ​ເອຢິບ ພະເຈົ້າ​ເຕືອນ​ໂຢເຊບ​ອີກ​ຄັ້ງ​ໜຶ່ງ. ພະອົງ​ໄດ້​ບອກ​ໂຢເຊບ​ໃນ​ຄວາມ​ຝັນ​ວ່າ​ໃຫ້​ຍ້າຍ​ໄປ​ເມືອງ​ນາຊາເລດ ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຍຊູ​ຈະ​ປອດໄພ.—ມັດທາຍ 2:7-23.

Joseph protects Jesus by taking him and Mary to Egypt

ແອ​ນ້ອຍ​ເຍຊູ​ລອດ​ຊີວິດ​ອີກ​ເທື່ອ​ໄດ້​ແນວ​ໃດ?

ລູກ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ປົກ​ປ້ອງ​ຄຸ້ມຄອງ​ລູກ​ຊາຍ​ຂອງ​ພະອົງ​ບໍ?— ລູກ​ຄິດ​ວ່າ​ໃຜ​ເປັນ​ຄື​ກັບ​ລູກ​ນົກ​ທີ່​ຖືກ​ແມ່ຂອງ​ມັນ​ເຊື່ອງ​ໄວ້​ໃນ​ຟຸ່ມ​ໄມ້​ຫຼື​ເປັນ​ຄື​ກັບ​ພະ​ເຍຊູ​ຕອນ​ທີ່​ພະອົງ​ເປັນ​ເດັກ​ນ້ອຍໆ? ລູກ​ເປັນ​ຄື​ລູກ​ນົກ​ແລະ​ພະ​ເຍຊູ​ແມ່ນ​ບໍ?— ມີ​ຜູ້​ທີ່​ຕ້ອງການ​ທຳ​ຮ້າຍ​ລູກ​ເຊັ່ນ​ກັນ. ລູກ​ຮູ້​ບໍ​ວ່າ​ຜູ້​ນັ້ນ​ແມ່ນ​ໃຜ?—

ຄຳພີ​ໄບເບິນ​ບອກ​ວ່າ​ຊາຕານ​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ຮ້ອງ​ຫະນາດ​ເຊິ່ງ​ຕ້ອງການ​ຈະ​ກິນ​ເຮົາ. ແລະ​ເຊັ່ນ​ດຽວ​ກັບ​ທີ່​ໂຕ​ສິງ​ມັກ​ເລືອກ​ທຳ​ຮ້າຍ​ສັດ​ຕົວ​ນ້ອຍ​ແບບ​ໃດ ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ກໍ​ມັກ​ເລືອກ​ທຳ​ຮ້າຍ​ເດັກ​ນ້ອຍ​ແບບ​ນັ້ນ. (1 ເປໂຕ 5:8) ແຕ່​ພະ​ເຢໂຫວາ​ມີ​ກຳລັງ​ຫຼາຍ​ກວ່າ​ຊາຕານ. ພະ​ເຢໂຫວາ​ສາມາດ​ປົກ​ປ້ອງ​ຄຸ້ມຄອງ​ເດັກ​ນ້ອຍ​ແລະ​ແກ້ໄຂ​ສິ່ງ​ຊົ່ວ​ຮ້າຍ​ໃດໆ​ກໍ​ຕາມ​ທີ່​ຊາຕານ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເດັກ​ນ້ອຍ.

ລູກ​ຈື່​ໄດ້​ບໍ​ໃນ​ບົດ​ທີ 10 ຂອງ​ປຶ້ມ​ນີ້​ທີ່​ບອກ​ວ່າ ພະຍາມານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ​ພະຍາຍາມ​ຈະ​ໃຫ້​ເຮົາ​ເຮັດ​ຫຍັງ?— ແມ່ນ​ແລ້ວ ພວກ​ມັນ​ພະຍາຍາມ​ຈະ​ໃຫ້​ເຮົາ​ມີ​ເພດ​ສຳພັນ​ໃນ​ແບບ​ທີ່​ພະເຈົ້າ​ບອກ​ວ່າ​ມັນ​ຜິດ. ແຕ່​ວ່າ​ໃຜ​ເທົ່າ​ນັ້ນ​ທີ່​ມີ​ເພດ​ສຳພັນ​ໄດ້?— ແມ່ນ​ແລ້ວ ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່​ເຊິ່ງ​ໄດ້​ແຕ່ງ​ດອງ​ກັນ​ແລ້ວ​ເທົ່າ​ນັ້ນ.

ແຕ່​ໜ້າ​ເສົ້າໃຈ​ທີ່​ຜູ້​ໃຫຍ່​ບາງ​ຄົນ​ມັກ​ມີ​ເພດ​ສຳພັນ​ກັບ​ເດັກ​ນ້ອຍ. ເມື່ອ​ຜູ້​ໃຫຍ່​ເຮັດ​ແບບ​ນັ້ນ ເດັກ​ນ້ອຍ​ຜູ້​ຊາຍ​ແລະ​ເດັກ​ນ້ອຍ​ຜູ້​ຍິງ​ຫຼາຍ​ຄົນ​ອາດ​ເລີ່ມ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຜູ້​ໃຫຍ່​ພວກ​ນັ້ນ. ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ຍັງ​ເລີ່ມ​ໃຊ້​ອະໄວຍະວະ​ເພດ​ໃນ​ທາງ​ທີ່​ຜິດ​ອີກ​ດ້ວຍ. ນັ້ນ​ຄື​ສິ່ງ​ທີ່​ເກີດ​ຂຶ້ນ​ດົນ​ນານ​ມາ​ແລ້ວ​ໃນ​ເມືອງ​ຊໍດົມ. ຄຳພີ​ໄບເບິນ​ບອກ​ວ່າ​ຄົນ​ໃນ​ເມືອງ​ນັ້ນ “ທັງ​ຜູ້​ແກ່​ທັງ​ຜູ້​ຫນຸ່ມ” ພະຍາຍາມ​ຈະ​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ທີ່​ມາ​ຢາມ​ທ່ານ​ໂລດ.—ຕົ້ນເດີມ 19:4, 5.

ເຊັ່ນ​ດຽວ​ກັບ​ທີ່​ພະ​ເຍຊູ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ​ແນວ​ໃດ ລູກ​ກໍ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຄຸ້ມຄອງ​ແນວ​ນັ້ນ ທັງ​ຈາກ​ຜູ້​ໃຫຍ່​ແລະ​ແມ່ນ​ກະທັ່ງ​ຈາກ​ເດັກ​ນ້ອຍ​ຄົນ​ອື່ນໆ ເຊິ່ງ​ອາດ​ພະຍາຍາມ​ຈະ​ມີ​ເພດ​ສຳພັນ​ກັບ​ລູກ. ຕາມ​ປົກກະຕິ​ແລ້ວ ຄົນ​ເຫຼົ່າ​ນີ້​ຈະ​ທຳ​ທ່າ​ເຮັດ​ເປັນ​ຫມູ່​ເພື່ອນ​ກັບ​ລູກ. ເຂົາ​ເຈົ້າ​ອາດ​ເຖິງ​ຂັ້ນ​ບອກ​ວ່າ​ຈະ​ໃຫ້​ບາງ​ສິ່ງ​ບາງ​ຢ່າງ​ແກ່​ລູກ ຖ້າ​ລູກ​ສັນຍາ​ວ່າ​ຈະ​ບໍ່​ບອກ​ຄົນ​ອື່ນໆ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງການ​ເຮັດ​ກັບ​ລູກ. ແຕ່​ຄົນ​ເຫຼົ່າ​ນີ້​ເຫັນ​ແກ່​ຕົວ​ຄື​ກັບ​ຊາຕານ​ແລະ​ພວກ​ຜີ​ປີ​ສາດ​ຂອງ​ມັນ ແລະ​ເຂົາ​ເຈົ້າ​ພຽງ​ແຕ່​ຕ້ອງການ​ຄວາມ​ເພີດເພີນ​ສຳລັບ​ຕົວ​ເອງ​ເທົ່າ​ນັ້ນ. ແລະ​ເຂົາ​ເຈົ້າ​ພະຍາຍາມ​ທີ່​ຈະ​ໄດ້​ຄວາມ​ເພີດເພີນ​ນີ້​ດ້ວຍ​ການ​ມີ​ເພດ​ສຳພັນ​ກັບ​ເດັກ​ນ້ອຍ. ນີ້​ເປັນ​ສິ່ງ​ທີ່​ຜິດ​ແທ້ໆ!

ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ອາດ​ເຮັດ​ຫຍັງ​ເພື່ອ​ເຮັດ​ໃຫ້​ຕົວ​ເອງ​ໄດ້​ຮັບ​ຄວາມ​ເພີດເພີນ?— ເຂົາ​ເຈົ້າ​ອາດ​ພະຍາຍາມ​ລູບ​ບາຍ​ອະໄວຍະວະ​ເພດ​ຂອງ​ລູກ ຫຼື​ເຂົາ​ເຈົ້າ​ອາດ​ຈະ​ເອົາ​ອະໄວຍະວະ​ເພດ​ຂອງ​ຕົນ​ມາ​ຖູ​ກັບ​ອະໄວຍະວະ​ເພດ​ຂອງ​ລູກ. ແຕ່​ລູກ​ຕ້ອງ​ບໍ່​ຍອມ​ໃຫ້​ໃຜ​ເຮັດ​ແບບ​ນັ້ນ​ກັບ​ອະໄວຍະວະ​ເພດ​ຂອງ​ລູກ​ເດັດ​ຂາດ. ແມ່ນ​ແຕ່​ອ້າຍ​ເອື້ອຍ​ນ້ອງ​ຫຼື​ພໍ່​ແມ່​ກໍ​ບໍ່​ໃຫ້​ເຮັດ. ອະໄວຍະວະ​ສ່ວນ​ນີ້​ເປັນ​ສິ່ງ​ທີ່​ສະຫງວນ​ໄວ້.

A girl holds her hand up to stop a man from touching her inappropriately

ລູກ​ຄວນ​ເວົ້າ​ຫຍັງ​ແລະ​ເຮັດ​ຫຍັງ​ຖ້າ​ມີ​ຄົນ​ພະຍາຍາມ​ຈັບ​ບາຍ​ລູກ​ແບບ​ບໍ່​ເໝາະ​ສົມ?

ລູກ​ຈະ​ປົກ​ປ້ອງ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ແບບ​ນີ້​ໄດ້​ແນວ​ໃດ?— ຂໍ້​ທຳອິດ ຢ່າ​ໃຫ້​ຜູ້​ໃດ​ລູບ​ບາຍ​ອະໄວຍະວະ​ເພດ​ຂອງ​ລູກ. ຖ້າ​ມີ​ຄົນ​ພະຍາຍາມ​ເຮັດ​ເຊັ່ນ​ນັ້ນ ລູກ​ຕ້ອງ​ເວົ້າ​ຢ່າງ​ໜັກ​ແໜ້ນ​ດ້ວຍ​ສຽງ​ດັງ​ວ່າ “ຢ່າ​ເຮັດ​ໄດ໋! ຂ້ອຍ​ຈະ​ບອກ​ຄົນ​ອື່ນ​ວ່າ​ເຈົ້າ​ເຮັດ​ແບບ​ນີ້!” ແລະ​ຖ້າ​ຜູ້​ນັ້ນ​ບອກ​ວ່າ​ສິ່ງ​ທີ່​ເກີດ​ຂຶ້ນ​ເປັນ​ຄວາມ​ຜິດ​ຂອງ​ລູກ ຢ່າ​ເຊື່ອ​ລາວ. ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ລູກ​ຕ້ອງ​ບອກ​ຄົນ​ອື່ນ​ບໍ່​ວ່າ​ລາວ​ຈະ​ເປັນ​ຜູ້​ໃດ​ກໍ​ຕາມ! ລູກ​ຄວນ​ໄປ​ບອກ​ຄົນ​ອື່ນ​ເຖິງ​ແມ່ນ​ລາວ​ຈະ​ເວົ້າ​ວ່າ​ສິ່ງ​ທີ່​ກຳລັງ​ເຮັດ​ນຳ​ກັນ​ນັ້ນ​ເປັນ​ຄວາມ​ລັບ​ລະຫວ່າງ​ລູກ​ກັບ​ລາວ​ເທົ່າ​ນັ້ນ. ເຖິງ​ແມ່ນ​ລາວ​ສັນຍາ​ວ່າ​ຈະ​ເອົາ​ຂອງ​ຂວັນ​ທີ່​ງາມໆ​ຫຼື​ຂົ່ມ​ຂູ່​ວ່າ​ຈະ​ທຳ​ຮ້າຍ​ລູກ ລູກ​ຕ້ອງ​ແລ່ນ​ໜີ​ຈາກ​ລາວ​ແລ້ວ​ໄປ​ບອກ​ຄົນ​ອື່ນ.

ລູກ​ບໍ່​ຕ້ອງ​ຢ້ານ ແຕ່​ລູກ​ຕ້ອງ​ລະ​ມັດ​ລະວັງ​ຕົວ. ເມື່ອ​ພໍ່ (ແມ່) ເຕືອນ​ລູກ​ກ່ຽວ​ກັບ​ຜູ້​ຄົນ​ຫຼື​ສະຖານ​ທີ່​ທີ່​ອາດ​ເປັນ​ອັນຕະລາຍ ລູກ​ຕ້ອງ​ເຊື່ອ​ຟັງ. ຖ້າ​ລູກ​ເຊື່ອ​ຟັງ ຄົນ​ຊົ່ວ​ຈະ​ບໍ່​ມີ​ໂອກາດ​ທຳ​ຮ້າຍ​ລູກ​ໄດ້.

ຂໍ​ໃຫ້​ອ່ານ​ເລື່ອງ​ການ​ປົກ​ປ້ອງ​ຕົວ​ເອງ​ຈາກ​ການ​ປະພຶດ​ຜິດ​ທາງ​ເພດ ຢູ່​ພະທຳ​ຕົ້ນເດີມ 39:7-12; ສຸພາສິດ 4:14-16; 14:15, 16; 1 ໂກລິນໂທ 6:18; ແລະ 2 ເປໂຕ 2:14.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌