ບົດທີ 37
ການລະນຶກເຖິງພະເຢໂຫວາແລະລູກຊາຍຂອງພະອົງ
ສົມມຸດວ່າມີຄົນເອົາຂອງຂວັນທີ່ພິເສດແທ້ໆໃຫ້ລູກ. ລູກຈະຮູ້ສຶກແນວໃດ?— ລູກພຽງແຕ່ເວົ້າວ່າຂອບໃຈ ແລ້ວກໍລືມຜູ້ທີ່ໃຫ້ຂອງຂວັນນັ້ນແກ່ລູກບໍ? ຫຼືລູກຈະຄິດເຖິງລາວແລະສິ່ງທີ່ລາວເຮັດເພື່ອລູກ?—
ພະເຢໂຫວາພະເຈົ້າໄດ້ໃຫ້ຂອງຂວັນທີ່ພິເສດແທ້ໆແກ່ເຮົາ. ພະອົງສົ່ງລູກຊາຍມາທີ່ແຜ່ນດິນໂລກເພື່ອຕາຍແທນພວກເຮົາ. ລູກຮູ້ບໍວ່າເປັນຫຍັງພະເຍຊູຈຶ່ງຕ້ອງຕາຍເພື່ອພວກເຮົາ?— ເລື່ອງນີ້ສຳຄັນຫຼາຍເຊິ່ງເຮົາຄວນເຂົ້າໃຈ.
ດັ່ງທີ່ເຮົາໄດ້ຮຽນໃນບົດທີ 23 ອາດາມໄດ້ເຮັດບາບເມື່ອລາວລະເມີດກົດໝາຍອັນສົມບູນແບບຂອງພະເຈົ້າ. ແລະເຮົາໄດ້ຮັບສືບທອດບາບຈາກອາດາມ ຜູ້ເປັນພໍ່ຂອງພວກເຮົາທຸກຄົນ. ດັ່ງນັ້ນ ລູກຄິດວ່າເຮົາຈຳເປັນຕ້ອງມີຫຍັງ?— ເຮົາຕ້ອງມີພໍ່ໃໝ່ ຜູ້ມີຊີວິດທີ່ສົມບູນແບບຢູ່ແຜ່ນດິນໂລກ. ລູກຄິດວ່າໃຜຈະເປັນພໍ່ແບບນັ້ນໃຫ້ເຮົາໄດ້?— ພະເຍຊູນັ້ນເອງ.
ພະເຢໂຫວາສົ່ງພະເຍຊູມາແຜ່ນດິນໂລກເພື່ອພະອົງຈະເປັນຄືກັບພໍ່ຂອງເຮົາແທນອາດາມ. ຄຳພີໄບເບິນກ່າວວ່າ: “ອາດາມຄົນທຳອິດເປັນມະນຸດທີ່ມີຊີວິດ ອາດາມຄົນສຸດທ້າຍໄດ້ກາຍເປັນກາຍວິນຍານທີ່ໃຫ້ຊີວິດ.” ອາດາມຜູ້ທຳອິດແມ່ນໃຜ?— ກໍຄືຜູ້ທີ່ພະເຈົ້າສ້າງຈາກຂີ້ຝຸ່ນດິນທີ່ຢູ່ແຜ່ນດິນໂລກ. ອາດາມຜູ້ທີສອງແມ່ນໃຜ?— ແມ່ນພະເຍຊູນັ້ນເອງ. ຄຳພີໄບເບິນຊີ້ໃຫ້ເຫັນເຖິງເລື່ອງນີ້ເມື່ອບອກວ່າ: “ຄົນເດີມນັ້ນ [ອາດາມ] ອອກມາຈາກດິນເປັນດິນ ມະນຸດທີສອງ [ພະເຍຊູ] ໄດ້ມາຈາກສະຫວັນ.”—1 ໂກລິນໂທ 15:45, ລ.ມ.; 47; ຕົ້ນເດີມ 2:7.
ເນື່ອງຈາກພະເຈົ້ານຳເອົາຊີວິດຂອງພະເຍຊູມາຈາກສະຫວັນໄປໃສ່ໃນທ້ອງຂອງຜູ້ຍິງທີ່ຊື່ມາລີ ພະເຍຊູບໍ່ໄດ້ຮັບສືບທອດບາບໃດໆທັງໝົດຈາກອາດາມ. ດ້ວຍເຫດນັ້ນພະເຍຊູຈຶ່ງເປັນມະນຸດທີ່ສົມບູນແບບ. (ລືກາ 1:30-35) ນັ້ນຄືສາເຫດທີ່ທູດສະຫວັນບອກຄົນລ້ຽງແກະໃນຕອນທີ່ພະເຍຊູເກີດວ່າ: “ຜູ້ຊ່ອຍໃຫ້ພົ້ນອົງໜຶ່ງໄດ້ເກີດວັນນີ້.” (ລືກາ 2:11) ແຕ່ວ່າເພື່ອຈະເປັນຜູ້ຊ່ວຍໃຫ້ລອດ ພະເຍຊູທີ່ເປັນແອນ້ອຍຈຳເປັນຕ້ອງເຮັດຫຍັງກ່ອນ?— ພະອົງຕ້ອງເຕີບໂຕຂຶ້ນຈົນເປັນຜູ້ໃຫຍ່ເຕັມຕົວ ເຊັ່ນດຽວກັບອາດາມ. ເມື່ອນັ້ນ ພະເຍຊູຈຶ່ງສາມາດເປັນ ‘ອາດາມຜູ້ທີສອງ.’
ພະເຍຊູຜູ້ຊ່ວຍໃຫ້ລອດຂອງເຮົາຍັງຈະເປັນ “ພະບິດາອົງຕະຫຼອດໄປເປັນນິດ” ຂອງເຮົານຳອີກ. (ເອຊາອີ 9:6, 7) ແມ່ນແລ້ວ ພະເຍຊູຜູ້ສົມບູນແບບສາມາດເປັນພໍ່ຂອງເຮົາແທນອາດາມຜູ້ທີ່ກາຍເປັນມະນຸດບໍ່ສົມບູນແບບເມື່ອລາວໄດ້ເຮັດບາບ. ໂດຍວິທີນີ້ເຮົາຈຶ່ງສາມາດເລືອກໃຫ້ ‘ອາດາມຜູ້ທີສອງ’ ເປັນພໍ່ຂອງເຮົາ. ແມ່ນແລ້ວ ພະເຍຊູເອງເປັນລູກຂອງພະເຢໂຫວາພະເຈົ້າ.
ອາດາມແລະພະເຍຊູຄືກັນແນວໃດ ແລະເປັນຫຍັງຈຶ່ງສຳຄັນຫຼາຍທີ່ທັງສອງຄົນນີ້ຕ້ອງຄືກັນ?
ໂດຍການຮຽນຮູ້ກ່ຽວກັບພະເຍຊູ ເຮົາສາມາດຮັບພະອົງເປັນຜູ້ຊ່ວຍໃຫ້ລອດຂອງເຮົາ. ລູກຈື່ບໍວ່າເຮົາຕ້ອງໄດ້ຮັບການຊ່ວຍໃຫ້ລອດຈາກອັນໃດ?— ແມ່ນແລ້ວ ຈາກບາບແລະຄວາມຕາຍທີ່ເຮົາໄດ້ຮັບສືບທອດຈາກອາດາມ. ຊີວິດສົມບູນແບບທີ່ເຕີບໂຕເປັນຜູ້ໃຫຍ່ຢ່າງເຕັມທີເຊິ່ງພະເຍຊູໄດ້ສະລະເພື່ອພວກເຮົານັ້ນເອີ້ນວ່າຄ່າໄຖ່. ພະເຢໂຫວາໄດ້ຈັດຕຽມຄ່າໄຖ່ເພື່ອເຮົາຈະໄດ້ຮັບການໃຫ້ອະໄພຈາກບາບ.—ມັດທາຍ 20:28; ໂລມ 5:8; 6:23.
ແນ່ນອນ ເຮົາບໍ່ຢາກລືມສິ່ງທີ່ພະເຈົ້າແລະລູກຊາຍຂອງພະອົງເຮັດເພື່ອເຮົາແມ່ນບໍ?— ພະເຍຊູສະແດງໃຫ້ພວກສາວົກເຫັນໃນວິທີທີ່ພິເສດເຊິ່ງສາມາດຊ່ວຍເຮົາໃຫ້ລະນຶກເຖິງສິ່ງທີ່ພະອົງເຮັດ. ຂໍໃຫ້ເຮົາມາລົມກັນໃນເລື່ອງນີ້.
ຂໍໃຫ້ວາດພາບວ່າລູກຢູ່ໃນຫ້ອງຊັ້ນເທິງຂອງເຮືອນຫຼັງໜຶ່ງໃນເມືອງເຢຣຶຊາເລມ. ໃນຂະນະນັ້ນເປັນເວລາກາງຄືນ. ພະເຍຊູແລະພວກອັກຄະສາວົກພາກັນນັ່ງອ້ອມໂຕະ. ຢູ່ເທິງໂຕະມີຊີ້ນແກະປີ້ງ ເຂົ້າຈີ່ແຜ່ນບາງໆ ແລະເຫຼົ້າແວງສີແດງ. ເຂົາເຈົ້າພວມກິນອາຫານຄາບພິເສດ. ລູກຮູ້ບໍວ່າເປັນຫຍັງ?—
ອາຫານຄາບນີ້ເຕືອນເຂົາເຈົ້າໃຫ້ລະນຶກເຖິງສິ່ງທີ່ພະເຢໂຫວາໄດ້ເຮັດຫຼາຍຮ້ອຍປີມາແລ້ວ ເມື່ອຊາວອິດສະລາແອນປະຊາຊົນຂອງພະອົງຕົກເປັນຂ້າທາດໃນປະເທດເອຢິບ. ໃນຕອນນັ້ນພະເຢໂຫວາບອກປະຊາຊົນຂອງພະອົງວ່າ: ‘ແຕ່ລະຄອບຄົວຈົ່ງຂ້າລູກແກະຕົວໜຶ່ງ ແລະເອົາເລືອດລູກແກະນັ້ນທາວົງກົບປະຕູເຮືອນຂອງເຈົ້າ.’ ຈາກນັ້ນພະອົງກ່າວວ່າ: ‘ຈົ່ງເຂົ້າໄປໃນເຮືອນຂອງເຈົ້າ ແລະກິນຊີ້ນແກະນັ້ນ.’
ເລືອດແກະປົກປ້ອງຊາວອິດສະລາແອນແນວໃດ?
ຊາວອິດສະລາແອນໄດ້ເຮັດຕາມທີ່ບອກໄວ້. ແລະໃນຄືນນັ້ນ ທູດສະຫວັນຂອງພະເຈົ້າໄດ້ໄປທົ່ວປະເທດເອຢິບ. ທູດສະຫວັນໄດ້ຂ້າລູກກົກໃນບ້ານເຮືອນສ່ວນໃຫຍ່. ແຕ່ເມື່ອທູດສະຫວັນເຫັນເລືອດແກະຢູ່ວົງກົບປະຕູ ທູດສະຫວັນຈະລະເວັ້ນເຮືອນຫຼັງນັ້ນ. ໃນເຮືອນເຫຼົ່ານັ້ນຈຶ່ງບໍ່ມີເດັກນ້ອຍຕາຍ. ຟາໂຣ ກະສັດຂອງປະເທດເອຢິບຕົກໃຈຢ້ານໃນສິ່ງທີ່ທູດສະຫວັນຂອງພະເຢໂຫວາໄດ້ເຮັດ. ດັ່ງນັ້ນ ຟາໂຣຈຶ່ງບອກຊາວອິດສະລາແອນວ່າ: ‘ພວກເຈົ້າເປັນອິດສະຫຼະແລ້ວ. ຈົ່ງອອກໄປຈາກປະເທດເອຢິບເສຍເຖີ້ນ!’ ເມື່ອໄດ້ຍິນເຊັ່ນນັ້ນ ເຂົາເຈົ້າຈຶ່ງພາກັນເອົາເຄື່ອງຕ່າງໃສ່ຫຼັງອູດແລະລາ ແລ້ວພາກັນອອກໄປ.
ພະເຢໂຫວາບໍ່ຕ້ອງການໃຫ້ປະຊາຊົນຂອງພະອົງລືມວິທີທີ່ພະອົງປົດປ່ອຍເຂົາເຈົ້າໃຫ້ເປັນອິດສະຫຼະ. ດັ່ງນັ້ນ ພະອົງຈຶ່ງກ່າວວ່າ: ‘ປີລະເທື່ອພວກເຈົ້າຕ້ອງກິນອາຫານແບບດຽວກັບທີ່ພວກເຈົ້າກິນໃນຄືນນີ້.’ ເຂົາເຈົ້າເອີ້ນອາຫານຄາບພິເສດນີ້ວ່າປັດສະຄາ. ເນື່ອງຈາກວ່າໃນຄືນນັ້ນທູດສະຫວັນຂອງພະເຈົ້າໄດ້ “ກາຍ” ເຮືອນທີ່ທາເລືອດໄວ້ເປັນເຄື່ອງໝາຍ.—ອົບພະຍົບ 12:1-13, 24-27, 31.
ພະເຍຊູແລະພວກອັກຄະສາວົກກຳລັງຄິດເຖິງເລື່ອງນັ້ນເມື່ອເຂົາເຈົ້າກິນປັດສະຄາ. ຫຼັງຈາກນັ້ນ ພະເຍຊູເຮັດສິ່ງໜຶ່ງທີ່ສຳຄັນຫຼາຍ. ແຕ່ກ່ອນທີ່ພະອົງຈະເຮັດສິ່ງນັ້ນ ພະອົງໄດ້ສັ່ງຢູດາເຊິ່ງເປັນອັກຄະສາວົກທີ່ບໍ່ສັດຊື່ໃຫ້ອອກໄປຈາກຫ້ອງນັ້ນ. ຈາກນັ້ນ ພະເຍຊູໄດ້ຈັບເອົາເຂົ້າຈີ່ແຜ່ນໜຶ່ງຈາກເຂົ້າຈີ່ທີ່ເຫຼືອນັ້ນ ອະທິດຖານແລ້ວຫັກເຂົ້າຈີ່ຍື່ນໃຫ້ພວກສາວົກ. ພະອົງບອກວ່າ “ຈົ່ງຮັບເອົາກິນເຖີ້ນ.” ຈາກນັ້ນພະອົງບອກເຂົາເຈົ້າວ່າ: ‘ເຂົ້າຈີ່ນີ້ໝາຍເຖິງຮ່າງກາຍຂອງເຮົາເຊິ່ງເຮົາຈະໃຫ້ແກ່ທ່ານທັງຫຼາຍເມື່ອເຮົາຕາຍເພື່ອພວກທ່ານ.’
ຈາກນັ້ນພະເຍຊູກໍຈັບເອົາຈອກເຫຼົ້າແວງແດງ. ຫຼັງຈາກທີ່ອະທິດຖານຂອບໃຈແລ້ວ ພະອົງໄດ້ຍື່ນຈອກນັ້ນໄປຈົນໄຄວ່ຄົນແລະກ່າວວ່າ: “ຈົ່ງກິນແຕ່ຈອກນີ້ທຸກຄົນເຖີ້ນ.” ແລະພະອົງບອກເຂົາເຈົ້າວ່າ: ‘ເຫຼົ້າແວງນີ້ໝາຍເຖິງເລືອດຂອງເຮົາ. ອີກບໍ່ດົນ ເຮົາຈະໃຫ້ເລືອດຂອງເຮົາໄຫຼອອກເພື່ອເຮັດໃຫ້ພວກເຈົ້າພົ້ນຈາກບາບ. ຈົ່ງເຮັດແບບນີ້ຕໍ່ໆໄປເພື່ອເປັນການລະນຶກເຖິງເຮົາ.’—ມັດທາຍ 26:26-28; 1 ໂກລິນໂທ 11:23-26.
ເລືອດຂອງພະເຍຊູເຊິ່ງພະອົງປຽບທຽບກັບເຫຼົ້າແວງ ມີປະໂຫຍດຕໍ່ເຮົາແນວໃດ?
ລູກສັງເກດບໍວ່າ ພະເຍຊູບອກໃຫ້ພວກສາວົກຄວນເຮັດແບບນີ້ຕໍ່ໆໄປເພື່ອລະນຶກເຖິງພະອົງ?— ເຂົາເຈົ້າບໍ່ຈຳເປັນຕ້ອງສະຫຼອງປັດສະຄາອີກຕໍ່ໄປ. ແທນທີ່ເຮັດແນວນັ້ນ ໃນແຕ່ລະປີເຂົາເຈົ້າຈະກິນອາຫານຄາບພິເສດນີ້ເພື່ອລະນຶກເຖິງພະເຍຊູແລະການຕາຍຂອງພະອົງ. ອາຫານຄາບນີ້ເອີ້ນວ່າອາຫານແລງຂອງພະອົງເຈົ້າ. ໃນປັດຈຸບັນເຮົາເອີ້ນວ່າການປະຊຸມອະນຸສອນ. ເປັນຫຍັງຈຶ່ງເອີ້ນແນວນັ້ນ?— ເນື່ອງຈາກການປະຊຸມອະນຸສອນເຮັດໃຫ້ເຮົາລະນຶກເຖິງສິ່ງທີ່ພະເຍຊູແລະພະເຢໂຫວາພະເຈົ້າພໍ່ຂອງພະອົງເຮັດເພື່ອພວກເຮົາ.
ເຂົ້າຈີ່ຄວນເຮັດໃຫ້ເຮົານຶກເຖິງຮ່າງກາຍຂອງພະເຍຊູ. ພະອົງເຕັມໃຈເສຍສະລະຮ່າງກາຍນັ້ນເພື່ອໃຫ້ເຮົາມີໂອກາດໄດ້ຮັບຊີວິດຕະຫຼອດໄປ. ແລະເຫຼົ້າແວງແດງເດ?— ນັ້ນຄວນເຕືອນເຮົາໃຫ້ນຶກເຖິງຄຸນຄ່າເລືອດຂອງພະເຍຊູ. ເລືອດນັ້ນມີຄ່າຫຼາຍກວ່າເລືອດຂອງລູກແກະປັດສະຄາໃນປະເທດເອຢິບ. ລູກຮູ້ບໍວ່າເປັນຫຍັງ?— ຄຳພີໄບເບິນບອກວ່າເລືອດຂອງພະເຍຊູຊ່ວຍໃຫ້ເຮົາໄດ້ຮັບການອະໄພບາບ. ເມື່ອບາບຖືກກຳຈັດອອກໄປໝົດແລ້ວ ເຮົາກໍຈະບໍ່ເຈັບປ່ວຍ ເຖົ້າແກ່ ແລະຕາຍ. ເຮົາຄວນຄິດເຖິງເລື່ອງນີ້ເມື່ອເຮົາເຂົ້າຮ່ວມການປະຊຸມອະນຸສອນ.
ທຸກຄົນຄວນກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ການປະຊຸມອະນຸສອນບໍ?— ພະເຍຊູບອກຜູ້ທີ່ກິນແລະດື່ມດັ່ງນີ້: ‘ທ່ານຈະມີສ່ວນໃນລາຊະອານາຈັກຂອງເຮົາແລະນັ່ງເທິງບັນລັງໃນສະຫວັນນຳກັນກັບເຮົາ.’ (ລືກາ 22:19, 20, 30) ນີ້ໝາຍຄວາມວ່າເຂົາເຈົ້າຈະໄປສະຫວັນເພື່ອເປັນກະສັດຮ່ວມກັບພະເຍຊູ. ດັ່ງນັ້ນ ສະເພາະແຕ່ຜູ້ມີຄວາມຫວັງທີ່ຈະປົກຄອງຮ່ວມກັບພະເຍຊູໃນສະຫວັນເທົ່ານັ້ນທີ່ຄວນກິນເຂົ້າຈີ່ແລະດື່ມເຫຼົ້າແວງ.
ຜູ້ທີ່ບໍ່ໄດ້ກິນເຂົ້າຈີ່ແລະດື່ມເຫຼົ້າແວງກໍຄວນຈະເຂົ້າຮ່ວມການປະຊຸມອະນຸສອນ. ລູກຮູ້ບໍວ່າເປັນຫຍັງ?— ເພາະພະເຍຊູສະລະຊີວິດຂອງພະອົງເພື່ອພວກເຮົານຳ. ໂດຍການໄປຮ່ວມການປະຊຸມອະນຸສອນ ເຮົາສະແດງໃຫ້ເຫັນວ່າເຮົາບໍ່ໄດ້ລືມ. ເຮົາລະນຶກເຖິງຂອງປະທານອັນດີເລີດຂອງພະເຈົ້າ.
ຂໍ້ພະຄຳພີທີ່ສະແດງເຖິງຄວາມສຳຄັນຂອງຄ່າໄຖ່ຂອງພະເຍຊູລວມມີພະທຳ 1 ໂກລິນໂທ 5:7; ເອເຟດ 1:7; 1 ຕີໂມເຕ 2:5, 6; ແລະ 1 ເປໂຕ 1:18, 19.