ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 1 ໜ້າ 8-17
  • ອັນ​ໃດ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອັນ​ໃດ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ?
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ບໍ່​ມີ​ຄວາມ​ຫ່ວງໃຍ​ແລະ​ຂາດ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ບໍ?
  • ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ປະສົບ?
  • ພະເຈົ້າ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ວ່າ​ພະອົງ​ແມ່ນ​ໃຜ
  • ເຮົາ​ສາມາດ​ເຂົ້າ​ໃກ້​ພະ​ເຢໂຫວາ​ໄດ້​ບໍ?
  • ມາ​ຮູ້ຈັກ​ກັບ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເຈົ້າ​ຢາກ​ຮູ້​ຄວາມ​ຈິງບໍ?
    ເຈົ້າຢາກຮູ້ຄວາມຈິງບໍ?
  • “ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຮົາ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • ພະເຈົ້າ​ແມ່ນ​ໃຜ?
    ຂ່າວດີຈາກພະເຈົ້າ!
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 1 ໜ້າ 8-17

ບົດ​ທີ​ໜຶ່ງ

ອັນ​ໃດ​ຄື​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ?

  • ພະເຈົ້າ​ສົນ​ໃຈ​ໃນ​ໂຕ​ເຮົາ​ແທ້ໆບໍ?

  • ພະເຈົ້າ​ເປັນ​ແນວ​ໃດ? ພະອົງ​ມີ​ຊື່​ບໍ?

  • ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເຂົ້າ​ໃກ້​ພະເຈົ້າ?

ເດັກນ້ອຍຜູ້ຍິງເງີຍໜ້າເບິ່ງແລະຖາມ

1, 2. ສ່ວນ​ຫຼາຍ​ແລ້ວ​ເປັນ​ຫຍັງ​ການ​ຕັ້ງ​ຄຳຖາມ​ຈຶ່ງ​ເປັນ​ສິ່ງ​ທີ່​ດີ?

ເຈົ້າ​ເຄີຍ​ສັງເກດ​ວິທີ​ທີ່​ເດັກ​ນ້ອຍ​ຕັ້ງ​ຄຳຖາມ​ບໍ? ທັນທີ​ທັນໃດ​ທີ່​ຮຽນ​ເວົ້າ ເດັກ​ນ້ອຍ​ຫຼາຍ​ຄົນ​ເລີ່ມ​ຕົ້ນ​ຕັ້ງ​ຄຳຖາມ. ລາວ​ເບິ່ງ​ເຈົ້າ​ດ້ວຍ​ດວງ​ຕາ​ທີ່​ຢາກ​ຮູ້ ແລະ​ຕັ້ງ​ຄຳຖາມ​ຕ່າງໆເຊັ່ນ ເປັນ​ຫຍັງ​ທ້ອງຟ້າ​ຈຶ່ງ​ເປັນ​ສີ​ຟ້າ? ເປັນ​ຫຍັງ​ດາວ​ຈຶ່ງ​ມີ​ແສງ? ເປັນ​ຫຍັງ​ນົກ​ຈຶ່ງ​ຮ້ອງ​ໄດ້? ເຈົ້າ​ອາດ​ພະຍາຍາມ​ບອກ​ຄຳຕອບ​ແລ້ວ ແຕ່​ມັນ​ກໍ​ບໍ່​ງ່າຍ​ສະເໝີ​ໄປ. ແມ່ນ​ແຕ່​ໃຫ້​ຄຳຕອບ​ດີ​ທີ່​ສຸດ​ແລ້ວ​ເດັກ​ນ້ອຍ​ອາດ​ຖາມ​ຕໍ່​ອີກ​ວ່າ ເປັນ​ຫຍັງ?

2 ບໍ່​ແມ່ນ​ມີ​ແຕ່​ເດັກ​ນ້ອຍ​ເທົ່າ​ນັ້ນ​ທີ່​ຕັ້ງ​ຄຳຖາມ. ເມື່ອ​ເຮົາ​ໃຫຍ່​ຂຶ້ນ​ເຮົາ​ກໍ​ຍັງ​ຖາມ​ຢູ່​ເລື້ອຍໆ. ເຮົາ​ຖາມ​ເພື່ອ​ໃຫ້​ຮູ້​ທາງ​ໄປ ຖາມ​ເພື່ອ​ໃຫ້​ຮູ້​ວ່າ​ມີ​ອັນຕະລາຍ​ອັນ​ໃດ​ທີ່​ຕ້ອງ​ລະວັງ ຫຼື​ຖາມ​ຍ້ອນ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຂອງ​ເຮົາ​ເອງ. ແຕ່​ເບິ່ງ​ຄື​ວ່າ​ຫຼາຍ​ຄົນ​ເຊົາ​ຕັ້ງ​ຄຳຖາມ ໂດຍ​ສະເພາະ​ແລ້ວ​ແມ່ນ​ຄຳຖາມ​ທີ່​ສຳຄັນ​ທີ່​ສຸດ. ໃນ​ທີ່​ສຸດ​ເຂົາ​ເຈົ້າ​ກໍ​ເຊົາ​ຊອກ​ຫາ​ຄຳຕອບ.

3. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ໝົດ​ຄວາມ​ພະຍາຍາມ​ທີ່​ຈະ​ຊອກ​ຫາ​ຄຳຕອບ​ສຳລັບ​ຄຳຖາມ​ທີ່​ສຳຄັນ​ທີ່​ສຸດ?

3 ຂໍ​ໃຫ້​ຄຶດ​ເຖິງຄຳຖາມ​ທີ່​ຢູ່​ໜ້າ​ປົກ​ຂອງ​ປຶ້ມ​ນີ້ ທີ່​ຍົກ​ຂຶ້ນ​ມາ​ໃນ​ພາກ​ສະເໜີ ຫຼືທີ່​ຢູ່​ຕອນ​ຕົ້ນ​ຂອງ​ບົດ​ນີ້. ນີ້​ເປັນ​ຄຳຖາມ​ບາງ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຖາມ​ໄດ້. ແນວ​ໃດ​ກໍ​ຕາມ ຫຼາຍ​ຄົນ​ໝົດ​ຄວາມ​ພະຍາຍາມ​ທີ່​ຈະ​ຊອກ​ຫາ​ຄຳຕອບ. ເພາະ​ເຫດ​ໃດ? ຄຳພີ​ໄບເບິນ​ມີ​ຄຳຕອບ​ບໍ? ຫຼາຍ​ຄົນ​ຮູ້ສຶກ​ວ່າ​ຄຳຕອບ​ໃນ​ຄຳພີ​ໄບເບິນ​ເຂົ້າ​ໃຈ​ຍາກ​ໂພດ. ຄົນ​ອື່ນໆພັດ​ຢ້ານ​ວ່າ​ການ​ຕັ້ງ​ຄຳຖາມ​ອາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຂາຍ​ໜ້າ ແລະ​ບາງ​ຄົນ​ຕັດສິນ​ໃຈ​ວ່າ ດີ​ທີ່​ສຸດ​ແມ່ນ​ໃຫ້​ພວກ​ຫົວໜ້າ​ສາສະໜາ​ຫຼື​ພວກ​ອາຈານ​ເປັນ​ຜູ້​ຕອບ. ສ່ວນ​ເຈົ້າ​ເດ ຄຶດ​ແນວ​ໃດ?

4, 5. ເຮົາ​ອາດ​ຕັ້ງ​ຄຳຖາມ​ອັນ​ໃດ​ແດ່​ທີ່​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ຊີວິດ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ຊອກ​ຫາ​ຄຳຕອບ?

4 ອາດ​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຢາກ​ຮູ້​ຄຳຕອບ​ຕ່າງໆທີ່​ສຳຄັນ​ເຊິ່ງ​ກ່ຽວ​ຂ້ອງ​ກັບ​ຊີວິດ. ແນ່ນອນ​ບາງ​ຄັ້ງ​ເຮົາ​ຄຶດ​ສົງໄສ​ວ່າ ‘ອັນ​ໃດ​ແມ່ນ​ຈຸດ​ມຸ່ງ​ໝາຍ​ຂອງ​ຊີວິດ? ຊີວິດ​ມີ​ແຕ່​ເທົ່າ​ນີ້​ບໍ? ພະເຈົ້າ​ເປັນ​ແນວ​ໃດ​ແທ້ໆ?’ ມັນ​ມີ​ເຫດຜົນ​ທີ່​ຈະ​ຖາມ​ແບບ​ນີ້ ແລະ​ມັນ​ກໍ​ສຳຄັນ​ທີ່​ຈະ​ບໍ່​ເຊົາ​ຊອກ​ຫາ​ຈົນ​ກວ່າ​ຈະ​ພົບ​ຄຳຕອບ​ທີ່​ເປັນ​ຕາ​ພໍ​ໃຈ​ແລະ​ເຊື່ອ​ຖື​ໄດ້. ພະ​ເຍຊູ​ຄລິດ ອາຈານ​ຜູ້​ມີ​ຊື່ສຽງ​ກ່າວ​ວ່າ “ຈົ່ງ​ຂໍ​ແລະ​ເຂົາ​ຈະ​ປະທານ​ໃຫ້​ແກ່​ທ່ານ ຈົ່ງ​ຊອກ​ຫາ​ແລະ​ທ່ານ​ຈະ​ພົບ ຈົ່ງ​ເຄາະ​ແລະ​ເຂົາ​ຈະ​ໄຂ​ໃຫ້​ທ່ານ.”—ມັດທາຍ 7:7.

5 ຖ້າ​ເຈົ້າ “ຊອກ​ຫາ” ຕໍ່ໆໄປ​ເພື່ອ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ທີ່​ສຳຄັນໆ ເຈົ້າ​ຈະ​ພົບ​ວ່າ​ການ​ຊອກ​ຫາ​ແບບ​ນັ້ນ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ທີ່​ຄຸ້ມ​ຄ່າ. (ສຸພາສິດ 2:1-5) ບໍ່​ວ່າ​ຄົນ​ອື່ນ​ອາດ​ເຄີຍ​ບອກ​ເຈົ້າ​ແນວ​ໃດ ທີ່​ຈິງ​ມັນ​ມີ ຄຳຕອບ​ແລະ​ເຮົາ​ສາມາດ ພົບ​ຄຳຕອບ​ນັ້ນ​ໄດ້​ໃນ​ຄຳພີ​ໄບເບິນ. ຄຳຕອບ​ເຫຼົ່າ​ນັ້ນ​ນອກ​ຈາກ​ຈະ​ເຂົ້າ​ໃຈ​ງ່າຍ​ແລ້ວ​ກໍ​ຍັງ​ເຮັດ​ໃຫ້​ມີ​ຄວາມ​ຫວັງ​ແລະ​ຄວາມ​ຍິນດີ. ພ້ອມ​ນີ້​ຄຳຕອບ​ນັ້ນ​ຍັງ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ທີ່​ອີ່ມ​ໃຈ​ພໍ​ໃຈ​ແມ່ນ​ແຕ່​ໃນ​ຕອນ​ນີ້. ທຳອິດ ຂໍ​ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ທີ່​ຂ້ອງ​ຄາ​ໃຈ​ຂອງ​ຫຼາຍ​ຄົນ.

ພະເຈົ້າ​ບໍ່​ມີ​ຄວາມ​ຫ່ວງໃຍ​ແລະ​ຂາດ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ບໍ?

6. ເປັນ​ຫຍັງ​ຫຼາຍ​ຄົນ​ຈຶ່ງ​ຄິດ​ວ່າ​ພະເຈົ້າ​ບໍ່​ເປັນ​ຫ່ວງ​ຕໍ່​ຄວາມ​ທຸກ​ຂອງ​ມະນຸດ?

6 ຫຼາຍ​ຄົນ​ຄິດ​ວ່າ​ຄຳຕອບ​ສຳລັບ​ຄຳຖາມ​ຂ້າງ​ເທິງ​ນີ້ ກໍ​ຄື​ແມ່ນ​ແລ້ວ. ເຂົາ​ເຈົ້າ​ໃຫ້​ເຫດຜົນ​ວ່າ ‘ຖ້າ​ພະເຈົ້າ​ເປັນ​ຫ່ວງ​ເຮົາ ໂລກ​ຄົງ​ຈະ​ບໍ່​ເປັນ​ແບບ​ນີ້​ແມ່ນ​ບໍ?’ ເມື່ອ​ເບິ່ງ​ໄປ​ອ້ອມໆ ເຮົາ​ເຫັນ​ໂລກ​ນີ້​ມີ​ແຕ່​ສົງຄາມ ຄວາມ​ກຽດ​ຊັງ ແລະ​ຄວາມ​ໂສກ​ເສົ້າ. ແລະ​ເຮົາ​ແຕ່​ລະ​ຄົນ​ມັກ​ເຈັບ​ປ່ວຍ ທົນ​ທຸກ ແລະ​ສູນ​ເສຍ​ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມ​ຕາຍ. ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ເວົ້າ​ວ່າ ‘ຖ້າ​ພະເຈົ້າ​ເປັນ​ຫ່ວງ​ພວກ​ເຮົາ​ແລະ​ສົນ​ໃຈ​ບັນຫາ​ຕ່າງໆຂອງ​ພວກ​ເຮົາ ພະອົງ​ຈະ​ປ້ອງກັນ​ບໍ່​ໃຫ້​ສິ່ງ​ເຫຼົ່າ​ນີ້​ເກີດ​ຂຶ້ນ​ບໍ່​ແມ່ນ​ບໍ?’

7. (ກ) ພວກ​ອາຈານ​ສອນ​ສາສະໜາ​ພາ​ໃຫ້​ຫຼາຍ​ຄົນ​ຄຶດ​ວ່າ​ພະເຈົ້າ​ຂາດ​ຄວາມ​ເຫັນ​ໃຈ​ແນວ​ໃດ? (ຂ) ກ່ຽວ​ກັບ​ການ​ທົດລອງ​ທີ່​ອາດ​ເກີດ​ຂຶ້ນ​ກັບ​ເຮົາ ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ​ແທ້ໆ?

7 ຮ້າຍແຮງ​ກວ່າ​ນັ້ນ ບາງ​ເທື່ອ​ພວກ​ອາຈານ​ສອນ​ສາສະໜາ​ພາ​ປະຊາຊົນ​ໃຫ້​ຄຶດ​ວ່າ​ພະເຈົ້າ​ຂາດ​ຄວາມ​ເຫັນ​ໃຈ. ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ເມື່ອ​ມີ​ເຫດການ​ທີ່​ໂສກ​ເສົ້າ​ເກີດ​ຂຶ້ນ ເຂົາ​ເຈົ້າ​ມັກ​ເວົ້າ​ວ່າ​ພະເຈົ້າ​ຢາກ​ໃຫ້​ເປັນ​ແນວ​ນັ້ນ. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ໂທດ​ພະເຈົ້າ​ສຳລັບ​ເຫດການ​ຮ້າຍແຮງ​ທີ່​ເກີດ​ຂຶ້ນ. ນີ້​ເປັນ​ຄວາມ​ຈິງ​ກ່ຽວ​ກັບ​ພະເຈົ້າ​ບໍ? ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ​ແທ້ໆ? ຢາໂກໂບ 1:13 ໃຫ້​ຄຳຕອບ​ວ່າ “ເມື່ອ​ຜູ້​ໜຶ່ງ​ຜູ້​ໃດ​ຖືກ​ການ​ທົດລອງ​ຢູ່ ຢ່າ​ໃຫ້​ເພິ່ນ​ກ່າວ​ວ່າ ‘ພະເຈົ້າ​ທົດລອງ​ຂ້າພະເຈົ້າ.’ ເຫດ​ວ່າ​ພະເຈົ້າ​ຈະ​ຖືກ​ທົດລອງ​ດ້ວຍ​ຄວາມ​ຊົ່ວ​ບໍ່​ໄດ້ ແລະ​ພະອົງ​ບໍ່​ທົດ​ລອງ​ຜູ້​ໃດ​ສັກ​ເທື່ອ.” ສະນັ້ນ ພະເຈົ້າ​ບໍ່​ແມ່ນ ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທີ່​ເຮົາ​ເຫັນ​ຢູ່​ໃນ​ໂລກ​ອ້ອມ​ໂຕ​ເຮົາ. (ໂຢບ 34:10-12) ແມ່ນ​ຢູ່​ພະອົງ​ຍອມ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ ແຕ່​ການ​ຍອມ ໃຫ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ເກີດ​ຂຶ້ນ​ແຕກຕ່າງ​ກັນ​ຫຼາຍ​ກັບ​ການ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ສິ່ງ​ນັ້ນ​ເກີດ​ຂຶ້ນ.

8, 9. (ກ) ເຮົາ​ຈະ​ອະທິບາຍ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ແຕກຕ່າງ​ລະຫວ່າງ​ການ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ກັບ​ການ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ? (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ຍຸຕິທຳ​ທີ່​ເຮົາ​ຈະ​ໂທດ​ການ​ຕັດສິນ​ໃຈ​ຂອງ​ພະເຈົ້າ​ໃນ​ການ​ຍອມ​ໃຫ້​ມະນຸດ​ຊາດ​ດຳເນີນ​ຕາມ​ແນວ​ທາງ​ທີ່​ເອົາ​ແຕ່​ໃຈ​ຕົວ​ເອງ?

8 ເພື່ອ​ເປັນ​ຕົວຢ່າງ ຂໍ​ໃຫ້​ຄິດ​ເຖິງ​ພໍ່​ຜູ້​ໜຶ່ງ​ທີ່​ສຸຂຸມ​ຮອບຄອບ​ແລະ​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ ມີ​ລູກ​ຊາຍ​ທີ່​ໃຫຍ່​ແລ້ວ​ແຕ່​ຍັງ​ອາໄສ​ຢູ່​ເຮືອນ​ນຳ​ພໍ່​ແມ່. ເມື່ອ​ລາວ​ກາຍ​ເປັນ​ຄົນ​ດື້​ດ້ານ​ແລະ​ຕັດສິນ​ໃຈ​ທີ່​ຈະ​ອອກ​ຈາກ​ເຮືອນ ພໍ່​ບໍ່​ໄດ້​ຫ້າມ​ລາວ​ໄວ້. ລາວ​ໄດ້​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ບໍ່​ດີ​ແລ້ວ​ກໍ​ປະສົບ​ກັບ​ບັນຫາ. ພໍ່​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ລູກ​ຊາຍ​ປະສົບ​ກັບ​ບັນຫາ​ບໍ? ບໍ່​ແມ່ນ. (ລືກາ 15:11-13) ຄ້າຍ​ຄື​ກັນ ພະເຈົ້າ​ບໍ່​ໄດ້​ຫ້າມ​ເມື່ອ​ມະນຸດ​ເລືອກ​ທີ່​ຈະ​ດຳເນີນ​ໃນ​ແນວ​ທາງ​ທີ່​ບໍ່​ດີ ແຕ່​ພະອົງ​ບໍ່​ແມ່ນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ຕ່າງໆ. ແນ່ນອນ ມັນ​ບໍ່​ຍຸຕິທຳ​ແທ້ໆທີ່​ຈະ​ໂທດ​ພະເຈົ້າ​ສຳລັບ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ​ຊາດ.

9 ພະເຈົ້າ​ມີ​ເຫດຜົນ​ທີ່​ດີ​ໃນ​ການ​ຍອມ​ໃຫ້​ມະນຸດ​ຊາດ​ດຳເນີນ​ຕາມ​ແນວ​ທາງ​ທີ່​ບໍ່​ດີ. ໃນ​ຖານະ​ເປັນ​ຜູ້​ສ້າງ​ທີ່​ມີ​ສະຕິ​ປັນຍາ​ແລະ​ລິດເດດ ພະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ເຫດຜົນ​ແກ່​ພວກ​ເຮົາ ແຕ່​ດ້ວຍ​ຄວາມ​ຮັກ​ພະອົງ​ພັດ​ໄດ້​ອະທິບາຍ​ໃຫ້​ຮູ້. ເຮົາ​ຈະ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເຫດຜົນ​ເຫຼົ່າ​ນີ້​ໃນບົດ​ທີ 11. ແຕ່​ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະເຈົ້າ​ບໍ່​ແມ່ນ​ຕົ້ນ​ເຫດ​ຂອງ​ບັນຫາ​ຕ່າງໆທີ່​ເຮົາ​ປະສົບ. ກົງ​ກັນ​ຂ້າມ ພະອົງ​ພັດ​ໃຫ້​ເຮົາ​ມີ​ຄວາມ​ຫວັງ​ທີ່​ວ່າ​ບັນຫາ​ເຫຼົ່າ​ນັ້ນ​ຈະ​ມີ​ທາງ​ແກ້ໄຂ!—ເອຊາອີ 33:2.

10. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ແກ້ໄຂ​ຜົນ​ກະທົບ​ທັງ​ໝົດ​ຈາກ​ຄວາມ​ຊົ່ວ​ຮ້າຍ?

10 ນອກ​ຈາກ​ນັ້ນ ພະເຈົ້າ​ກໍ​ບໍລິສຸດ. (ເອຊາອີ 6:3) ນີ້​ໝາຍ​ຄວາມ​ວ່າ​ພະອົງ​ຜຸດ​ຜ່ອງ​ແລະ​ສະອາດ. ເນື່ອງ​ຈາກ​ພະອົງ​ບໍ່​ມີ​ຄວາມ​ຊົ່ວ​ຮ້າຍ​ແມ່ນ​ແຕ່​ໜ້ອຍ​ດຽວ. ສະນັ້ນ​ເຮົາ​ຈຶ່ງ​ສາມາດ​ໄວ້​ວາງໃຈ​ພະອົງ​ໄດ້​ຢ່າງ​ເຕັມທີ. ເຮົາ​ບໍ່​ສາມາດ​ໄວ້​ວາງໃຈ​ແບບ​ນີ້​ໃນ​ມະນຸດ​ເພາະ​ບາງ​ຄັ້ງ​ມະນຸດ​ກາຍ​ເປັນ​ຄົນ​ສໍ້​ໂກງ. ແມ່ນ​ແຕ່​ຜູ້​ທີ່​ມີ​ອຳນາດ​ເຊິ່ງ​ເປັນ​ຄົນ​ສັດ​ຊື່​ທີ່​ສຸດ​ຫຼາຍ​ຄັ້ງ​ກໍ​ບໍ່​ສາມາດ​ທີ່​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທີ່​ຄົນ​ບໍ່​ດີ​ກໍ່​ຂຶ້ນ. ແຕ່​ພະເຈົ້າ​ມີ​ລິດເດດ​ຮອບ​ດ້ານ. ພະອົງ​ເຮັດ​ໄດ້​ແລະ​ຈະ​ແກ້ໄຂ​ຜົນ​ກະທົບ​ທັງ​ໝົດ​ທີ່​ຄົນ​ບໍ່​ດີ​ໄດ້​ກໍ່​ຂຶ້ນ​ກັບ​ມະນຸດ​ຊາດ. ເມື່ອ​ພະເຈົ້າ​ລົງ​ມື​ປະຕິບັດ ພະອົງ​ຈະ​ເຮັດ​ໃຫ້​ຄວາມ​ຊົ່ວ​ທັງ​ໝົດ​ຈົບ​ສິ້ນ​ໄປ​ຕະຫຼອດ​ການ!—ຄຳເພງ 37:9-11.

ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ປະສົບ?

11. (ກ) ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ບໍ່​ຍຸຕິທຳ? (ຂ) ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ທຸກ​ຂອງ​ເຈົ້າ?

11 ໃນ​ຕອນ​ນີ້ ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ໂລກ​ແລະ​ໃນ​ຊີວິດ​ຂອງ​ເຈົ້າ? ກ່ອນ​ອື່ນ​ໝົດ ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ “ຮັກ​ຄວາມ​ສັດ​ຊື່.” (ຄຳເພງ 37:28) ນີ້​ກໍ​ສະແດງ​ວ່າ​ພະອົງ​ເປັນ​ຫ່ວງ​ແທ້ໆກ່ຽວ​ກັບ​ສິ່ງ​ທີ່​ຖືກ​ແລະ​ຜິດ. ພະອົງ​ກຽດ​ຊັງ​ຄວາມ​ບໍ່​ຍຸຕິທຳ​ທຸກ​ຮູບ​ແບບ. ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ “ມີ​ຄວາມ​ທຸກ​ໃຈ” ເມື່ອ​ແຜ່ນດິນ​ໂລກ​ໃນ​ອະດີດ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ. (ຕົ້ນເດີມ 6:5, 6) ພະເຈົ້າ​ບໍ່​ໄດ້​ປ່ຽນ​ແປງ. (ມາລາກີ 3:6) ພະເຈົ້າ​ຍັງ​ໜ່າຍແໜງ​ບໍ່​ຢາກ​ເຫັນ​ຄວາມ​ທຸກ​ທີ່​ພວມ​ເກີດ​ຂຶ້ນ​ທົ່ວ​ໂລກ​ແລະ​ບໍ່​ຢາກ​ເຫັນ​ຜູ້​ຄົນ​ທົນ​ທຸກ. ຄຳພີ​ໄບເບິນ​ບອກ​ວ່າ “ພະອົງ​ເປັນ​ຫ່ວງ​ພວກ​ທ່ານ.”—1 ເປໂຕ 5:7, ທ.ປ.

ສິ່ງທີ່ພະເຈົ້າສ້າງ: ພູເຂົາ ທະເລ ປາ ນົກ ແລະຕົ້ນໄມ້

ຄຳພີ​ໄບເບິນ​ສອນ​ວ່າ ພະ​ເຢໂຫວາ​ແມ່ນ​ຜູ້​ສ້າງ​ເອກະພົບ​ທີ່​ປ່ຽມ​ລົ້ນ​ດ້ວຍ​ຄວາມ​ຮັກ

12, 13. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ຄຸນ​ລັກສະນະ​ທີ່​ດີ​ເຊັ່ນ​ຄວາມ​ຮັກ ແລະ​ຄວາມ​ຮັກ​ກະທົບ​ໃສ່​ທັດສະນະ​ຂອງ​ເຮົາ​ຕໍ່​ໂລກ​ນີ້​ຄື​ແນວ​ໃດ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ເຮັດ​ແນວ​ໃດ​ແນວ​ໜຶ່ງ​ຢ່າງ​ແນ່ນອນ​ຕໍ່​ກັບ​ບັນຫາ​ຕ່າງໆຂອງ​ໂລກ​ນີ້?

12 ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ໜ່າຍແໜງ​ບໍ່​ຢາກ​ເຫັນ​ຄວາມ​ທຸກ? ມີ​ຂໍ້​ພິສູດ​ອີກ​ຢ່າງ​ໜຶ່ງ. ຄຳພີ​ໄບເບິນ​ສອນ​ວ່າ​ມະນຸດ​ຖືກ​ສ້າງ​ຕາມ​ຮູບ​ແບບ​ຂອງ​ພະເຈົ້າ. (ຕົ້ນເດີມ 1:26) ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ມີ​ຄຸນ​ລັກສະນະ​ທີ່​ດີ​ຍ້ອນ​ພະເຈົ້າ​ມີ​ຄຸນ​ລັກສະນະ​ທີ່​ດີ. ຕົວຢ່າງ ເມື່ອ​ເຫັນ​ຜູ້​ບໍລິສຸດ​ຕ້ອງ​ທົນ​ທຸກ ມັນ​ລົບກວນ​ໃຈ​ເຈົ້າ​ບໍ? ຖ້າ​ເຈົ້າ​ເປັນ​ຫ່ວງ​ແບບ​ນັ້ນ​ໃນ​ເລື່ອງ​ຄວາມ​ບໍ່​ຍຸຕິທຳ ກໍ​ຂໍ​ໃຫ້​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ມີ​ຄວາມ​ຮູ້ສຶກ​ຕໍ່​ເລື່ອງ​ນັ້ນ​ຫຼາຍ​ກວ່າ​ເຈົ້າ​ອີກ.

13 ສິ່ງ​ດີ​ທີ່​ສຸດ​ຢ່າງ​ໜຶ່ງ​ໃນ​ຕົວ​ຂອງ​ມະນຸດ​ແມ່ນ​ຄວາມ​ສາມາດ​ທີ່​ຈະ​ສະແດງ​ຄວາມ​ຮັກ. ການ​ສະແດງ​ຄວາມ​ຮັກ​ກໍ​ສະທ້ອນ​ເຖິງ​ພະເຈົ້າ​ເຊັ່ນ​ກັນ. ຄຳພີ​ໄບເບິນ​ສອນ​ວ່າ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:8) ເຮົາ​ມີ​ຄວາມ​ຮັກ​ກໍ​ເພາະ​ພະເຈົ້າ​ມີ​ຄວາມ​ຮັກ. ຄວາມ​ຮັກ​ຈະ​ກະຕຸ້ນ​ເຮົາ​ໃຫ້​ລົງ​ມື​ກຳຈັດ​ຄວາມ​ທຸກ​ແລະ​ຄວາມ​ບໍ່​ຍຸຕິທຳ​ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ​ໂລກ​ໃຫ້​ໝົດ​ສິ້ນ​ໄປ​ບໍ່​ແມ່ນ​ບໍ? ຖ້າ​ເຈົ້າ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ເຈົ້າ​ຈະ​ເຮັດ​ບໍ? ແນ່ນອນ​ວ່າ​ເຈົ້າ​ຈະ​ເຮັດ! ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ກຳຈັດ​ຄວາມ​ທຸກ​ແລະ​ຄວາມ​ບໍ່​ຍຸຕິທຳ​ໃຫ້​ໝົດ​ສິ້ນ​ໄປ. ຄຳ​ສັນຍາ​ຕ່າງໆທີ່​ກ່າວ​ໄວ້​ໃນ​ພາກ​ສະເໜີ​ຂອງ​ປຶ້ມ​ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ຄວາມ​ຝັນ​ຫຼື​ຄວາມ​ຫວັງ​ລົມໆແລ້ງໆເທົ່າ​ນັ້ນ. ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ຈະ​ຕ້ອງ​ເປັນ​ຈິງ​ຢ່າງ​ແນ່ນອນ! ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ນັ້ນ ເຮົາ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະເຈົ້າ​ຜູ້​ທີ່​ໃຫ້​ຄຳ​ສັນຍາ​ເຫຼົ່າ​ນັ້ນ.

ພະເຈົ້າ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ວ່າ​ພະອົງ​ແມ່ນ​ໃຜ

ຜູ້ຍິງສອງຄົນແນະນຳຕົວເອງ

ຖ້າ​ຢາກ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຮູ້ຈັກ​ເຈົ້າ ເຈົ້າ​ຈະ​ບອກ​ຊື່​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ພະເຈົ້າ​ເປີດ​ເຜີຍ​ຊື່​ຂອງ​ພະອົງ​ໄວ້​ໃນ​ຄຳພີ​ໄບເບິນ

14. ພະເຈົ້າ​ມີ​ຊື່​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ຊື່​ນີ້?

14 ຖ້າ​ເຮົາ​ຢາກ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຮູ້ຈັກ​ເຮົາ ເຮົາ​ຈະ​ເຮັດ​ແນວ​ໃດ? ເຮົາ​ຈະ​ບອກ​ຊື່​ໃຫ້​ຜູ້​ນັ້ນ​ຮູ້ຈັກ​ບໍ່​ແມ່ນ​ບໍ? ພະເຈົ້າ​ມີ​ຊື່​ບໍ? ຫຼາຍ​ສາສະໜາ​ຕອບ​ວ່າ​ຊື່​ຂອງ​ພະເຈົ້າ​ແມ່ນ “ພະເຈົ້າ” ຫຼື “ພະອົງ​ເຈົ້າ” ແຕ່​ວ່າ​ຄຳ​ເອີ້ນ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ຊື່​ສະເພາະ. ຄຳ​ເຫຼົ່າ​ນີ້​ເປັນ​ພຽງ​ຄຳ​ທີ່​ບອກ​ຕຳແໜ່ງ ແບບ​ດຽວ​ກັບ​ຄຳ​ວ່າ “ກະສັດ” ແລະ “ປະທານ​ປະເທດ.” ຄຳພີ​ໄບເບິນ​ສອນ​ວ່າ​ພະເຈົ້າ​ມີ​ຫຼາຍ​ຕຳແໜ່ງ. ຄຳ​ວ່າ “ພະເຈົ້າ” ແລະ “ພະອົງ​ເຈົ້າ” ກໍ​ລວມ​ຢູ່​ໃນ​ຕຳແໜ່ງ​ເຫຼົ່າ​ນັ້ນ. ແນວ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ຍັງ​ສອນ​ວ່າ​ພະເຈົ້າ​ມີ​ຊື່​ສະເພາະ​ວ່າ ເຢໂຫວາ. ຄຳເພງ 83:18 ບອກ​ວ່າ “ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” ຖ້າ​ຄຳພີ​ໄບເບິນ​ສະບັບ​ແປ​ທີ່​ເຈົ້າ​ໃຊ້​ບໍ່​ມີ​ຊື່​ນີ້ ເຈົ້າ​ອາດ​ຈະ​ຄົ້ນ​ຄວ້າ​ເບິ່ງ​ເພື່ອ​ຮູ້​ເຫດຜົນ​ເພີ່ມ​ເຕີມ​ໃນພາກ​ຜະໜວກ​ໜ້າ 195-197 ຂອງ​ປຶ້ມ​ນີ້. ຄວາມ​ຈິງ​ກໍ​ຄື​ວ່າ​ຊື່​ຂອງ​ພະເຈົ້າ​ປາກົດ​ຫຼາຍ​ພັນ​ເທື່ອ​ໃນ​ສະບັບ​ທີ່​ເກົ່າ​ແກ່​ຂອງ​ຄຳພີ​ໄບເບິນ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ຊື່​ຂອງ​ພະອົງ​ແລະ​ໃຊ້​ຊື່​ນັ້ນ. ອາດ​ເວົ້າ​ໄດ້​ວ່າ ພະອົງ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ແນະນຳ​ຕົວ​ເອງ​ກັບ​ເຮົາ.

15. ຊື່​ເຢໂຫວາ​ມີ​ຄວາມໝາຍ​ວ່າ​ແນວ​ໃດ?

15 ພະເຈົ້າ​ຕັ້ງ​ຊື່​ທີ່​ມີ​ຄວາມໝາຍ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ຕົນ​ເອງ. ຊື່​ເຢໂຫວາ​ໝາຍ​ຄວາມ​ວ່າ ພະອົງ​ສາມາດ​ເຮັດ​ໃຫ້​ຈຸດ​ປະສົງ​ອັນ​ໃດ​ກໍ​ຕາມ​ຂອງ​ພະອົງ​ສຳເລັດ​ເປັນ​ຈິງ ແລະ​ສາມາດ​ດຳເນີນ​ການ​ຈົນ​ບັນລຸ​ຜົນ​ສຳເລັດ​ຕາມ​ທີ່​ຕັ້ງ​ໃຈ​ໄວ້.a ຊື່​ຂອງ​ພະເຈົ້າ​ບໍ່​ມີ​ສິ່ງ​ໃດ​ທຽບ​ໄດ້​ແທ້ໆ. ຊື່​ນີ້​ເປັນ​ຂອງ​ພະອົງ​ພຽງ​ແຕ່​ຜູ້​ດຽວ. ໃນ​ຫຼາຍໆດ້ານ ບໍ່​ມີ​ໃຜ​ທຽບ​ກັບ​ພະ​ເຢໂຫວາ​ໄດ້. ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

16, 17. ຈາກ​ຕຳແໜ່ງ​ຕໍ່​ໄປ​ນີ້ ເຮົາ​ອາດ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພະ​ເຢໂຫວາ (ກ) “ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ”? (ຂ) “ພະ​ມະຫາ​ກະສັດ​ແຫ່ງ​ນິລັນດອນ”? (ຄ) “ຜູ້​ທີ່​ໄດ້​ນິລະມິດ​ສ້າງ”?

16 ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ຄຳເພງ 83:18 ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ.” ໃນ​ທຳນອງ​ດຽວ​ກັນ ມີ​ການ​ກ່າວ​ເຖິງ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ໃນ​ຖານະ​ເປັນ “ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ.” ຄຳປາກົດ 15:3 ກ່າວ​ວ່າ “ໂອ້​ພະອົງ [“ພະ​ເຢໂຫວາ,” ລ.ມ.] ເຈົ້າ​ຂ້າ ຜູ້​ເປັນ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ ກິດຈະການ​ຂອງ​ພະອົງ​ເປັນ​ໃຫຍ່​ໜ້າ​ອັດສະຈັນ​ໃຈ​ນັກ. ໂອ້​ພະອົງ​ຜູ້​ເປັນ​ພະ​ມະຫາ​ກະສັດ​ແຫ່ງ​ປະເທດ​ທັງ​ປວງ [“ພະ​ມະຫາ​ກະສັດ​ແຫ່ງ​ນິລັນດອນ,” ລ.ມ.] ທາງ​ທັງ​ຫຼາຍ​ຂອງ​ພະອົງ​ເປັນ​ທາງ​ຊອບທຳ​ແລະ​ທ່ຽງ​ແທ້.” ຕຳແໜ່ງ “ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ” ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ມີ​ລິດເດດ​ສູງ​ສຸດ. ລິດເດດ​ຂອງ​ພະອົງ​ບໍ່​ມີ​ຜູ້​ໃດ​ທຽບ​ໄດ້ ມັນ​ເປັນ​ລິດເດດ​ສູງ​ສຸດ. ໃນ​ອີກ​ແງ່​ໜຶ່ງ​ຕຳແໜ່ງ “ພະ​ມະຫາ​ກະສັດ​ແຫ່ງ​ນິລັນດອນ” ເຕືອນ​ເຮົາ​ໃຫ້​ສຳນຶກ​ວ່າ​ບໍ່​ມີ​ຜູ້​ໃດ​ທຽບ​ພະ​ເຢໂຫວາ​ໄດ້. ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ຢູ່​ຕະຫຼອດ​ການ. ຄຳເພງ 90:2 (ທ.ປ.) ກ່າວ​ວ່າ “ພະອົງ​ເປັນ​ພະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິລັນການ.” ແນວ​ຄິດ​ແບບ​ນີ້​ກໍ່​ໃຫ້​ເກີດ​ຄວາມ​ຮູ້ສຶກ​ເກງ​ຂາມ​ບໍ່​ແມ່ນ​ບໍ?

17 ນອກ​ຈາກ​ນີ້ ບໍ່​ມີ​ໃຜ​ທຽບ​ພະ​ເຢໂຫວາ​ໄດ້​ໃນ​ຄວາມໝາຍ​ທີ່​ວ່າ​ພະອົງ​ຜູ້​ດຽວ​ເປັນ​ຜູ້​ສ້າງ. ຄຳປາກົດ 4:11 ອ່ານ​ວ່າ “ພະອົງ​ເຈົ້າ [“ພະ​ເຢໂຫວາ,” ລ.ມ.] . . . ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ເປັນ​ຜູ້​ສົມຄວນ​ຈະ​ຮັບ​ລັດສະໝີ ແລະ​ຍົດ​ສັກ ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ນິລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່ ແລະ​ຕ້ອງ​ນິລະມິດ​ສ້າງ​ແລ້ວ​ດ້ວຍ​ນ້ຳໃຈ​ຂອງ​ພະອົງ.” ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຮົາ​ຄິດ​ພໍ້ ນັບ​ຕັ້ງ​ແຕ່​ກາຍ​ວິນຍານ​ທີ່​ຢູ່​ໃນ​ສະຫວັນ​ເຊິ່ງ​ເຮົາ​ບໍ່​ສາມາດ​ເຫັນ​ໄດ້ ດວງ​ດາວ​ຕ່າງໆທີ່​ເດຍລະດາດ​ໃນ​ທ້ອງຟ້າ​ຕອນ​ກາງຄືນ ໝາກ​ໄມ້​ທີ່​ຢູ່​ຕົ້ນ ຕະຫຼອດ​ຮອດ​ປາ​ທີ່​ລອຍ​ຢູ່​ໃນ​ມະຫາສະຫມຸດ​ແລະ​ແມ່ນ້ຳ ທຸກ​ສິ່ງ​ນີ້​ດຳລົງ​ຢູ່​ໄດ້​ກໍ​ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ສ້າງ!

ເຮົາ​ສາມາດ​ເຂົ້າ​ໃກ້​ພະ​ເຢໂຫວາ​ໄດ້​ບໍ?

18. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮູ້ສຶກ​ວ່າ​ບໍ່​ມີ​ວັນ​ເຂົ້າ​ໃກ້​ພະເຈົ້າ​ໄດ້ ແຕ່​ຄຳພີ​ໄບເບິນ​ສອນ​ວ່າ​ແນວ​ໃດ?

18 ການ​ອ່ານ​ກ່ຽວ​ກັບ​ຄຸນ​ລັກສະນະ​ທີ່​ເປັນ​ຕາ​ເກງ​ຂາມ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ບາງ​ຄົນ​ຮູ້ສຶກ​ຢ້ານ​ໜ້ອຍ​ໜຶ່ງ. ເຂົາ​ເຈົ້າ​ຢ້ານ​ວ່າ​ພະເຈົ້າ​ສູງ​ສົ່ງ​ຈົນ​ວ່າ​ເຂົາ​ເຈົ້າ​ເອງ​ບໍ່​ສາມາດ​ໃກ້​ຊິດ​ກັບ​ພະອົງ​ໄດ້​ຈັກ​ເທື່ອ​ແລະ​ເຂົາ​ເຈົ້າ​ກໍ​ຄົງ​ບໍ່​ມີ​ຄວາມໝາຍ​ຫຍັງ​ເລີຍ​ຕໍ່​ພະເຈົ້າ​ຜູ້​ສູງ​ສົ່ງ​ແບບ​ນີ້. ແຕ່​ວ່າ​ຄວາມ​ຄຶດ​ແບບ​ນີ້​ຖືກຕ້ອງ​ບໍ? ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແນວ​ນັ້ນ. ຄຳພີ​ໄບເບິນ​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ ‘ພະອົງ​ບໍ່​ຢູ່​ໄກ​ຈາກ​ເຮົາ​ທັງ​ຫຼາຍ​ທຸກ​ຄົນ.’ (ກິດຈະການ 17:27) ຄຳພີ​ໄບເບິນ​ຍັງ​ເຊີນ​ຊວນ​ເຮົາ​ໃຫ້ “ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ແລະ​ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ທ່ານ​ທັງ​ຫຼາຍ.”—ຢາໂກໂບ 4:8.

19. (ກ) ເຮົາ​ຈະ​ເລີ່ມ​ເຂົ້າ​ໃກ້​ພະເຈົ້າ​ໄດ້​ແນວ​ໃດ ແລະ​ເຮົາ​ຈະ​ໄດ້​ປະໂຫຍດ​ຫຍັງ? (ຂ) ຄຸນ​ລັກສະນະ​ອັນ​ໃດ​ຂອງ​ພະເຈົ້າ​ທີ່​ຖືກ​ໃຈ​ເຈົ້າ​ຫຼາຍ​ທີ່​ສຸດ?

19 ເຮົາ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ​ໄດ້​ແນວ​ໃດ? ທຳອິດ ເຮົາ​ຄວນ​ສືບ​ຕໍ່​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພວມ​ເຮັດ​ຢູ່​ຕອນ​ນີ້ ເຊິ່ງ​ກໍ​ຄື​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ. ພະ​ເຍຊູ​ກ່າວ​ວ່າ “ອັນ​ນີ້​ເປັນ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ຄື​ວ່າ​ໃຫ້​ເຂົາ​ຮູ້ຈັກ​ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້​ແລະ​ພະ​ເຍຊູ​ຄລິດ​ທີ່​ພະເຈົ້າ​ໃຊ້​ມາ.” (ໂຢຮັນ 17:3) ແມ່ນ​ແລ້ວ ຄຳພີ​ໄບເບິນ​ສອນ​ວ່າ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ນຳ​ໄປ​ສູ່ “ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ”! ດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ “ພະເຈົ້າ​ເປັນ​ຄວາມ​ຮັກ.” (1 ໂຢຮັນ 4:16) ພະ​ເຢໂຫວາ​ຍັງ​ມີ​ອີກ​ຫຼາຍ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ແລະ​ເປັນ​ຕາ​ໜ້າ​ຈັບ​ໃຈ. ຕົວຢ່າງ ຄຳພີ​ໄບເບິນ​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ “ພະເຈົ້າ​ຜູ້​ໂຜດ​ອີ່ດູ ໂຜດ​ພະ​ຄຸນ ຜູ້​ຊ້າ​ນານ​ຈະ​ຄຽດ​ແລະ​ປະກອບ​ດ້ວຍ​ຄວາມ​ດີ​ແລະ​ຄວາມ​ຈິງ.” (ອົບພະຍົບ 34:6) “ພະອົງ​ມີ​ໃຈ​ພ້ອມ​ຈະ​ຍົກ​ຜິດ.” (ຄຳເພງ 86:5) ພະເຈົ້າ​ອົດ​ທົນ​ດົນ​ນານ. (2 ເປໂຕ 3:9) ພະອົງ​ຈົງ​ຮັກ​ພັກດີ. (ຄຳປາກົດ 15:4, ລ.ມ.) ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ເຮົາ​ກໍ​ຈະ​ເຫັນ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ວ່າ​ພະອົງ​ມີ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ແລະ​ຍັງ​ມີ​ຄຸນ​ລັກສະນະ​ອື່ນໆອີກ​ຫຼາຍ​ຢ່າງ​ທີ່​ເປັນ​ຕາ​ໜ້າ​ຈັບ​ໃຈ.

20-22. (ກ) ການ​ທີ່​ເຮົາ​ບໍ່​ສາມາດ​ເບິ່ງ​ເຫັນ​ພະເຈົ້າ​ໄດ້​ເປັນ​ອຸປະສັກ​ຂັດ​ຂວາງ​ເຮົາ​ໄວ້​ຈາກ​ການ​ເຂົ້າ​ໃກ້​ພະອົງ​ບໍ? ຈົ່ງ​ອະທິບາຍ (ຂ) ບາງ​ຄົນ​ທີ່​ຫວັງ​ດີ​ອາດ​ບອກ​ໃຫ້​ເຈົ້າ​ເຮັດ​ຫຍັງ ແຕ່​ເຈົ້າ​ຄວນ​ເຮັດ​ແນວ​ໃດ?

20 ແມ່ນ​ຢູ່ ເຮົາ​ບໍ່​ສາມາດ​ເຫັນ​ພະເຈົ້າ​ໄດ້​ເພາະ​ວ່າ​ພະອົງ​ເປັນ​ກາຍ​ວິນຍານ​ທີ່​ເບິ່ງ​ເຫັນ​ບໍ່​ໄດ້. (ໂຢຮັນ 1:18; 4:24; 1 ຕີໂມເຕ 1:17) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ​ໂດຍ​ທາງ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ສາມາດ​ຮູ້ຈັກ​ພະອົງ​ໃນ​ຖານະ​ເປັນ​ບຸກຄົນ​ທີ່​ມີ​ຢູ່​ຈິງ. ດັ່ງ​ທີ່​ຜູ້​ແຕ່ງ​ຄຳເພງ​ກ່າວ​ໄວ້ ເຮົາ​ສາມາດ “ເຫັນ​ຄວາມ​ງາມ​ຂອງ​ພະ​ເຢໂຫວາ.” (ຄຳເພງ 27:4; ໂລມ 1:20) ແຮ່ງ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ພະອົງ​ແຮ່ງ​ຈະ​ເປັນ​ຈິງ​ຫຼາຍ​ຂຶ້ນ​ສຳລັບ​ເຮົາ ແລະ​ແຮ່ງ​ມີ​ເຫດຜົນ​ຫຼາຍ​ຂຶ້ນ​ທີ່​ເຮົາ​ຈະ​ຮັກ​ພະອົງ​ແລະ​ຮູ້ສຶກ​ໃກ້​ຊິດ​ກັບ​ພະອົງ.

ພໍ່ຜູ້ທີ່ປ່ຽມດ້ວຍຄວາມຮັກເອົາລູກຂີ່ຄໍແລະແນມເບິ່ງສິ່ງທີ່ພະເຈົ້າສ້າງ

ຄວາມ​ຮັກ​ຂອງ​ພໍ່​ທີ່​ດີ​ທີ່ ມີ​ຕໍ່​ລູກ​ຍ່ອມ​ສະທ້ອນ​ເຖິງ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ເຊິ່ງ​ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ທາງ​ພາກ​ສະຫວັນ​ຮູ້ສຶກ​ຕໍ່​ເຮົາ

21 ເຮົາ​ຈະ​ເຂົ້າ​ໃຈ​ເຫດຜົນ​ທີ່​ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ຄຶດ​ເຖິງ​ພະ​ເຢໂຫວາ​ໃນ​ຖານະ​ເປັນ​ພໍ່. (ມັດທາຍ 6:9) ພະອົງ​ບໍ່​ພຽງ​ແຕ່​ໃຫ້​ເຮົາ​ມີ​ຊີວິດ​ເທົ່າ​ນັ້ນ ແຕ່​ຍັງ​ຢາກ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ເຊັ່ນ​ດຽວ​ກັບ​ພໍ່​ຜູ້​ມີ​ຄວາມ​ຮັກ​ທຸກ​ຄົນ​ຢາກ​ໃຫ້​ລູກ​ຂອງ​ຕົນ​ເອງ​ມີ​ຊີວິດ​ທີ່​ດີ. (ຄຳເພງ 36:9) ຄຳພີ​ໄບເບິນ​ຍັງ​ສອນ​ອີກ​ວ່າ​ມະນຸດ​ສາມາດ​ເປັນ​ມິດ​ສະຫາຍ​ຂອງ​ພະ​ເຢໂຫວາ​ໄດ້. (ຢາໂກໂບ 2:23) ຄຶດ​ເບິ່ງ​ດູ ເຮົາ​ສາມາດ​ເປັນ​ມິດ​ສະຫາຍ​ກັບ​ຜູ້​ທີ່​ສ້າງ​ເອກະພົບ!

22 ໃນ​ຂະນະ​ທີ່​ເຈົ້າ​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ ເຈົ້າ​ອາດ​ພົບ​ວ່າ​ບາງ​ຄົນ​ທີ່​ຫວັງ​ດີ​ຈະ​ບອກ​ໃຫ້​ເຈົ້າ​ເຊົາ​ສຶກສາ. ເຂົາ​ເຈົ້າ​ອາດ​ກັງວົນ​ວ່າ​ເຈົ້າ​ຈະ​ປ່ຽນ​ສາສະໜາ. ແນວ​ໃດ​ກໍ​ຕາມ ຢ່າ​ຍອມ​ໃຫ້​ຜູ້​ໃດ​ມາ​ກັ້ນ​ເຈົ້າ​ໄວ້​ຈາກ​ການ​ສ້າງ​ມິດຕະພາບ​ທີ່​ດີ​ທີ່​ສຸດ​ທີ່​ເຈົ້າ​ຈະ​ສ້າງ​ໄດ້.

23, 24. (ກ) ເປັນ​ຫຍັງ​ເຈົ້າ​ຄວນ​ຖາມ​ຕໍ່ໆໄປ​ກ່ຽວ​ກັບ​ສິ່ງ​ທີ່​ພວມ​ຮຽນ​ຮູ້? (ຂ) ບົດ​ຕໍ່​ໄປ​ຈະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ຫຍັງ?

23 ແນ່ນອນ​ວ່າ​ໃນ​ຕອນ​ທຳອິດ​ເຈົ້າ​ອາດ​ບໍ່​ເຂົ້າ​ໃຈ​ໃນ​ບາງ​ເລື່ອງ. ຕ້ອງ​ມີ​ຄວາມ​ຖ່ອມ​ໃຈ​ເພື່ອ​ຈະ​ຂໍ​ຄວາມ​ຊ່ວຍເຫຼືອ ແຕ່​ວ່າ​ບໍ່​ຄວນ​ອົດ​ທີ່​ຈະ​ຖາມ​ຄຳຖາມ​ຍ້ອນ​ວ່າ​ຮູ້ສຶກ​ອາຍ. ພະ​ເຍຊູ​ກ່າວ​ວ່າ​ການ​ມີ​ຄວາມ​ຖ່ອມ​ໃຈ​ຄື​ເດັກ​ນ້ອຍໆເປັນ​ເລື່ອງ​ໜ້າ​ຊົມ​ເຊີຍ. (ມັດທາຍ 18:2-4) ດັ່ງ​ທີ່​ເຮົາ​ຮູ້ ເດັກ​ນ້ອຍ​ມັກ​ຖາມ. ພະເຈົ້າ​ຢາກ​ໃຫ້​ເຈົ້າ​ພົບ​ຄຳຕອບ​ຕ່າງໆ. ຄຳພີ​ໄບເບິນ​ຍ້ອງ​ຍໍ​ບາງ​ຄົນ​ທີ່​ຫ້າວຫັນ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ. ເຂົາ​ເຈົ້າ​ຄົ້ນ​ເບິ່ງ​ໃນ​ຄຳພີ​ໄບເບິນ​ຢ່າງ​ຖີ່​ຖ້ວນ​ເພື່ອ​ຈະ​ໝັ້ນ​ໃຈ​ວ່າ​ສິ່ງ​ທີ່​ພວມ​ຮຽນ​ຮູ້​ນັ້ນ​ເປັນ​ຄວາມ​ຈິງ.—ກິດຈະການ 17:11.

24 ວິທີ​ດີ​ທີ່​ສຸດ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແມ່ນການ​ສຶກສາ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ແຕກຕ່າງ​ຈາກ​ໜັງສື​ອື່ນ. ຕ່າງ​ແນວ​ໃດ? ບົດ​ຕໍ່​ໄປ​ຈະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ນີ້.

a ຍັງ​ມີ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມໝາຍ​ແລະ​ການ​ຜັນ​ສຽງ​ຊື່​ຂອງ​ພະເຈົ້າ​ໃນພາກ​ຜະໜວກ​ໜ້າ 195-197.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ພະເຈົ້າ​ສົນ​ໃຈ​ເຈົ້າ​ເປັນ​ສ່ວນ​ຕົວ.—1 ເປໂຕ 5:7.

  • ຊື່​ສະເພາະ​ຂອງ​ພະເຈົ້າ​ແມ່ນ​ເຢໂຫວາ.—ຄຳເພງ 83:18.

  • ພະ​ເຢໂຫວາ​ເຊີນ​ຊວນ​ເຈົ້າ​ໃຫ້​ເຂົ້າ​ມາ​ໃກ້​ພະອົງ.—ຢາໂກໂບ 4:8.

  • ພະ​ເຢໂຫວາ​ມີ​ຄວາມ​ຮັກ ຄວາມ​ເມດຕາ ແລະ​ຄວາມ​ກະລຸນາ.—ອົບພະຍົບ 34:6, 1 ໂຢຮັນ 4:8, 16.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌