ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 15 ໜ້າ 144-153
  • ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ວິທີ​ທີ່​ຈະ​ກຳນົດ​ວ່າ​ເປັນ​ສາສະໜາ​ແທ້
  • ເຈົ້າ​ເດ​ຈະ​ເຮັດ​ຫຍັງ?
  • ວິທີ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ຖືກຕ້ອງ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ທ່ານ​ຈະ​ຮູ້ຈັກ​ການ​ນະມັດສະການ​ແທ້​ໄດ້​ແນວ​ໃດ?
    ຂ່າວດີຈາກພະເຈົ້າ!
  • ທ່ານ​ຈະ​ພົບ​ສາສະໜາ​ແທ້​ໄດ້​ຢ່າງ​ໃດ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ວິທີ​ພົບ​ສາສະໜາ​ແທ້
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 15 ໜ້າ 144-153

ບົດ​ທີ​ສິບ​ຫ້າ

ການ​ນະມັດສະການ​ທີ່​ພະເຈົ້າ​ຍອມ​ຮັບ

  • ພະເຈົ້າ​ພໍ​ໃຈ​ໃນ​ທຸກໆສາສະໜາ​ບໍ?

  • ເຮົາ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ​ສາສະໜາ​ໃດ​ເປັນ​ສາສະໜາ​ແທ້?

  • ໃນ​ທຸກ​ມື້​ນີ້​ໃຜ​ເປັນ​ຜູ້​ນະມັດສະການ​ແທ້ ຂອງ​ພະເຈົ້າ​ຢູ່​ແຜ່ນດິນ​ໂລກ?

1. ຖ້າ​ເຮົາ​ນະມັດສະການ​ພະເຈົ້າ​ໃນ​ວິທີ​ທີ່​ຖືກຕ້ອງ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

ພະ​ເຢໂຫວາ​ພະເຈົ້າ​ຫ່ວງໃຍ​ເຮົາ​ຢ່າງ​ຍິ່ງ​ແລະ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຊີ້​ນຳ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ພະອົງ. ຖ້າ​ເຮົາ​ນະມັດສະການ​ພະອົງ​ໃນ​ວິທີ​ທີ່​ຖືກຕ້ອງ ເຮົາ​ຈະ​ມີ​ຄວາມ​ສຸກ​ແລະ​ຈະ​ບໍ່​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ​ໃນ​ຊີວິດ. ເຮົາ​ຍັງ​ຈະ​ໄດ້​ຮັບ​ຄວາມ​ພອນ​ແລະ​ຄວາມ​ຊ່ວຍເຫຼືອ​ຈາກ​ພະອົງ​ນຳ​ອີກ. (ເອຊາອີ 48:17) ຢ່າງ​ໃດ​ກໍ​ຕາມ ມີ​ສາສະໜາ​ນັບ​ເປັນ​ຮ້ອຍໆສາສະໜາ​ທີ່​ອ້າງ​ວ່າ​ສອນ​ຄວາມ​ຈິງ​ໃນ​ເລື່ອງ​ພະເຈົ້າ. ແຕ່​ສາສະໜາ​ເຫຼົ່າ​ນັ້ນ​ກໍ​ມີ​ຄຳ​ສອນ​ທີ່​ຕ່າງ​ກັນ​ຫຼາຍ​ໃນ​ເລື່ອງ​ທີ່​ວ່າ​ໃຜ​ເປັນ​ພະເຈົ້າ ແລະ​ພະອົງ​ຄາດ​ໝາຍ​ອັນ​ໃດ​ຈາກ​ເຮົາ.

2. ເຮົາ​ຈະ​ຮູ້​ວິທີ​ທີ່​ຖືກຕ້ອງ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ຕົວຢ່າງ​ອັນ​ໃດ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້?

2 ເຈົ້າ​ຈະ​ຮູ້​ວິທີ​ທີ່​ຖືກຕ້ອງ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ໄດ້​ແນວ​ໃດ? ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ສຶກສາ​ແລ້ວ​ສົມ​ທຽບ​ຄຳ​ສອນ​ຂອງ​ທຸກ​ສາສະໜາ. ເຈົ້າ​ພຽງ​ແຕ່​ຕ້ອງ​ຮຽນ​ຮູ້​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ ກ່ຽວ​ກັບ​ການ​ນະມັດສະການ​ແທ້. ເພື່ອ​ເປັນ​ຕົວຢ່າງ ໃນ​ຫຼາຍ​ປະເທດ​ມີ​ບັນຫາ​ເລື່ອງ​ເງິນ​ປອມ. ຖ້າ​ເຈົ້າ​ໄດ້​ເຮັດ​ວຽກ​ກ່ຽວ​ກັບ​ການ​ໄຈ້​ແຍກ​ເງິນ​ປອມ ເຈົ້າ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ​ເງິນ​ໃບ​ໃດ​ແມ່ນ​ເງິນ​ປອມ? ໂດຍ​ຈື່​ຈຳ​ເງິນ​ປອມ​ທຸກ​ແບບ​ບໍ? ບໍ່​ແມ່ນ. ຄົງ​ຈະ​ດີ​ກວ່າ​ຖ້າ​ເຈົ້າ​ຈະ​ໃຊ້​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ເງິນ​ແທ້. ຫຼັງ​ຈາກ​ທີ່​ຮູ້​ແລ້ວ​ວ່າ​ເງິນ​ແທ້​ເປັນ​ແບບ​ໃດ ເຈົ້າ​ກໍ​ຈະ​ຮູ້ຈັກ​ໂລດ​ວ່າ​ເງິນ​ໃບ​ໃດ​ເປັນ​ເງິນ​ປອມ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ຮຽນ​ຮູ້​ແລ້ວ​ວ່າ​ສາສະໜາ​ແທ້​ເປັນ​ແນວ​ໃດ ເຮົາ​ກໍ​ຈະ​ຮູ້​ໂລດ​ວ່າ​ສາສະໜາ​ໃດ​ເປັນ​ສາສະໜາ​ປອມ.

3. ຕາມ​ທີ່​ພະ​ເຍຊູ​ກ່າວ​ໄວ້ ຖ້າ​ເຮົາ​ຢາກ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ ເຮົາ​ຕ້ອງ​ເຮັດ​ຫຍັງ?

3 ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ນະມັດສະການ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ພະອົງ​ຍອມ​ຮັບ. ຫຼາຍ​ຄົນ​ເຊື່ອ​ວ່າ​ພະເຈົ້າ​ພໍ​ໃຈ​ໃນ​ທຸກໆສາສະໜາ ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ສອນ​ແນວ​ນັ້ນ. ພຽງ​ແຕ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ນັ້ນ​ຍັງ​ບໍ່​ພໍ. ພະ​ເຍຊູ​ກ່າວ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ສະຫວັນ​ບໍ່​ແມ່ນ​ໝົດ​ຊູ່​ຄົນ​ທີ່​ກ່າວ​ແກ່​ເຮົາ​ວ່າ ‘ພະອົງ​ເຈົ້າ​ຂ້າ ພະອົງ​ເຈົ້າ​ຂ້າ’ ແຕ່​ວ່າ​ຜູ້​ນັ້ນ​ທີ່​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະ​ບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.” ດັ່ງ​ນັ້ນ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ ເຮົາ​ຕ້ອງ​ຮຽນ​ຮູ້​ວ່າ​ພະອົງ​ຮຽກ​ຮ້ອງ​ສິ່ງ​ໃດ​ຈາກ​ເຮົາ​ແລ້ວ​ກໍ​ປະຕິບັດ​ຕາມ​ຂໍ້​ຮຽກ​ຮ້ອງ​ນັ້ນ. ພະ​ເຍຊູ​ເອີ້ນ​ຜູ້​ທີ່​ບໍ່​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ວ່າ “ຜູ້​ກະທຳ​ການ​ຊົ່ວ.” (ມັດທາຍ 7:21-23, ລ.ມ.) ເຊັ່ນ​ດຽວ​ກັບ​ເງິນ​ປອມ ສາສະໜາ​ປອມ​ບໍ່​ມີ​ຄ່າ​ຫຍັງ​ເລີຍ. ຮ້າຍ​ກວ່າ​ນັ້ນ​ອີກ ສາສະໜາ​ປອມ​ເປັນ​ອັນຕະລາຍ​ແທ້ໆ.

4. ຖ້ອຍຄຳ​ຂອງ​ພະ​ເຍຊູ​ເລື່ອງ​ທາງ​ສອງ​ເສັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ ແລະ​ແຕ່​ລະ​ເສັ້ນ​ນຳ​ໄປ​ສູ່​ບ່ອນ​ໃດ?

4 ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດ​ໄປ. ແຕ່​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ ເຮົາ​ຕ້ອງ​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ​ແລະ​ດຳເນີນ​ຊີວິດ​ໃນ​ແນວ​ທາງ​ທີ່​ພະອົງ​ຍອມ​ຮັບ​ຕັ້ງ​ແຕ່​ຕອນ​ນີ້. ເປັນ​ຕາ​ເສຍດາຍ ຫຼາຍ​ຄົນ​ບໍ່​ຍອມ​ເຮັດ​ເຊັ່ນ​ນັ້ນ. ດ້ວຍ​ເຫດ​ນີ້​ພະ​ເຍຊູ​ຈຶ່ງ​ກ່າວ​ວ່າ “ຈົ່ງ​ເຂົ້າ​ໄປ​ທາງ​ປະຕູ​ອັນ​ຮອມ ເພາະ​ວ່າ​ປະຕູ​ກໍ​ກວ້າງ​ແລະ​ທາງ​ກໍ​ກວ້າງ​ຂວາງ​ທີ່​ນຳ​ໄປ​ເຖິງ​ຄວາມ​ຈິບຫາຍ ແລະ​ຜູ້​ທີ່​ເຂົ້າ​ໄປ​ທາງ​ປະຕູ​ນັ້ນ​ກໍ​ມີ​ຫຼາຍ​ຄົນ ເພາະ​ວ່າ​ປະຕູ​ກໍ​ຮອມ​ແລະ​ທາງ​ກໍ​ແຄບ​ທີ່​ນຳ​ໄປ​ເຖິງ​ຊີວິດ ແລະ​ຜູ້​ທີ່​ພົບ​ທາງ​ນັ້ນ​ບໍ່​ມີ​ຫຼາຍ​ຄົນ.” (ມັດທາຍ 7:13, 14) ສາສະໜາ​ແທ້​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ ແຕ່​ສາສະໜາ​ປອມ​ນຳ​ໄປ​ສູ່​ຄວາມ​ພິນາດ. ພະ​ເຢໂຫວາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ຄົນ​ໃດ​ຖືກ​ທຳລາຍ ແລະ​ດ້ວຍ​ເຫດ​ນີ້​ພະອົງ​ຈຶ່ງ​ໄດ້​ໃຫ້​ໂອກາດ​ຜູ້​ຄົນ​ໃນ​ທຸກ​ແຫ່ງ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະອົງ. (2 ເປໂຕ 3:9) ດັ່ງ​ນັ້ນ​ແລ້ວ ວິທີ​ທີ່​ເຮົາ​ນະມັດສະການ​ພະເຈົ້າ​ຈຶ່ງ​ໝາຍ​ເຖິງ​ຊີວິດ​ຫຼື​ບໍ່​ກໍ​ໝາຍ​ເຖິງ​ຄວາມ​ຕາຍ​ສຳລັບ​ເຮົາ.

ວິທີ​ທີ່​ຈະ​ກຳນົດ​ວ່າ​ເປັນ​ສາສະໜາ​ແທ້

5. ເຮົາ​ຈະ​ຮູ້ຈັກ​ໄດ້​ແນວ​ໃດ​ວ່າ​ໃຜ​ນັບຖື​ສາສະໜາ​ແທ້?

5 ຈະ​ພົບ ‘ທາງ​ທີ່​ນຳ​ໄປ​ເຖິງ​ຊີວິດ’ ໄດ້​ແນວ​ໃດ? ພະ​ເຍຊູ​ກ່າວ​ວ່າ​ສາສະໜາ​ແທ້​ເຫັນ​ໄດ້​ແຈ້ງ​ໃນ​ຊີວິດ​ຂອງ​ຜູ້​ທີ່​ນັບຖື​ສາສະໜາ​ນັ້ນ. ພະອົງ​ກ່າວ​ວ່າ “ດ້ວຍ​ໝາກ​ຂອງ​ເຂົາ ທ່ານ​ທັງ​ຫຼາຍ​ຈະ​ຮູ້ຈັກ​ເຂົາ. . . . ຕົ້ນ​ໄມ້​ອັນ​ດີ​ເກີດ​ໝາກ​ອັນ​ດີ.” (ມັດທາຍ 7:16, 17) ເວົ້າ​ອີກ​ແບບ​ໜຶ່ງ ຈະ​ຮູ້ຈັກ​ຜູ້​ທີ່​ນັບຖື​ສາສະໜາ​ແທ້​ໂດຍ​ສັງເກດ​ຄວາມ​ເຊື່ອ​ແລະ​ການ​ປະພຶດ​ຂອງ​ເຂົາ​ເຈົ້າ. ເຖິງ​ວ່າ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ ແຕ່​ຜູ້​ນະມັດສະການ​ແທ້​ກໍ​ເປັນ​ກຸ່ມ​ຄົນ​ທີ່​ພະຍາຍາມ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ຂໍ​ໃຫ້​ພິຈາລະນາ​ລັກສະນະ​ເດັ່ນ​ຫົກ​ຢ່າງ​ທີ່​ຊີ້​ເຖິງ​ຜູ້​ທີ່​ນັບຖື​ສາສະໜາ​ແທ້.

6, 7. ຜູ້​ຮັບໃຊ້​ພະເຈົ້າ​ມີ​ທັດສະນະ​ແນວ​ໃດ​ຕໍ່​ຄຳພີ​ໄບເບິນ ແລະ​ພະ​ເຍຊູ​ວາງ​ຕົວຢ່າງ​ໄວ້​ແນວ​ໃດ?

6 ຜູ້​ນະມັດສະການ​ແທ້​ຂອງ​ພະເຈົ້າ​ເອົາ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ການ​ສອນ. ຄຳພີ​ໄບເບິນ​ເອງ​ກ່າວ​ວ່າ “ພະ​ຄຳພີ​ໝົດ​ສິ້ນ​ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ ແລະ​ເປັນ​ປະໂຫຍດ​ສຳລັບ​ສັ່ງ​ສອນ​ກໍ​ດີ ສຳລັບ​ໃຫ້​ຮູ້​ແຈ້ງ​ກໍ​ດີ ສຳລັບ​ຕີ​ສອນ​ກໍ​ດີ ສຳລັບ​ແອບ​ສອນ​ໃນ​ຄວາມ​ຊອບທຳ​ກໍ​ດີ. ເພື່ອ​ຄົນ​ຂອງ​ພະເຈົ້າ​ຈະ​ເຖິງ​ທີ່​ສຳເລັດ​ແລະ​ຊຳນານ​ຈະ​ກະທຳ​ການ​ດີ​ທຸກ​ຢ່າງ.” (2 ຕີໂມເຕ 3:16, 17) ອັກຄະສາວົກ​ໂປໂລ​ຂຽນ​ເຖິງ​ບັນດາ​ເພື່ອນ​ຄລິດສະຕຽນ​ຂອງ​ຕົນ​ວ່າ “ເມື່ອ​ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ເອົາ​ພະ​ຄຳ​ທີ່​ໄດ້​ຍິນ​ແຕ່​ພວກ​ເຮົາ ທ່ານ​ທັງ​ຫຼາຍ​ໄດ້​ຮັບ​ແຕ່​ພະເຈົ້າ ບໍ່​ໃຊ່​ຖ້ອຍຄຳ​ແຫ່ງ​ມະນຸດ ແຕ່​ວ່າ​ເໝືອນ​ເປັນ​ອີ່ຫຼີ​ພະ​ຄຳ​ແຫ່ງ​ພະເຈົ້າ.” (1 ເທຊະໂລນີກ 2:13) ດັ່ງ​ນັ້ນ ຄວາມ​ເຊື່ອ​ແລະ​ການ​ປະຕິບັດ​ຂອງ​ຜູ້​ທີ່​ນັບຖື​ສາສະໜາ​ແທ້​ຈຶ່ງ​ບໍ່​ໄດ້​ມາ​ຈາກ​ຄວາມ​ຄິດ​ເຫັນ​ຫຼື​ປະເພນີ​ຂອງ​ມະນຸດ ແຕ່​ຫາກ​ມາ​ຈາກ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະເຈົ້າ​ທີ່​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ.

7 ພະ​ເຍຊູ​ຄລິດ​ວາງ​ຕົວຢ່າງ​ທີ່​ເໝາະ​ສົມ​ໂດຍ​ນຳ​ໃຊ້​ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ເນື້ອ​ໃນ​ຫຼັກ​ໃນ​ການ​ສອນ. ໃນ​ຄຳ​ອະທິດຖານ​ເຖິງ​ພໍ່​ທີ່​ຢູ່​ໃນ​ສະຫວັນ ພະອົງ​ກ່າວ​ວ່າ “ພະ​ຄຳ​ຂອງ​ພະເຈົ້າ​ເປັນ​ຄວາມ​ຈິງ.” (ໂຢຮັນ 17:17) ພະ​ເຍຊູ​ເຊື່ອ​ຖື​ພະ​ຄຳ​ຂອງ​ພະເຈົ້າ ແລະ​ທຸກ​ສິ່ງ​ທີ່​ພະອົງ​ສອນ​ລ້ວນ​ແຕ່​ສອດຄ່ອງ​ກັບ​ພະ​ຄຳພີ. ພະ​ເຍຊູ​ມັກ​ເວົ້າ​ວ່າ “ມີ​ຄຳ​ຂຽນ​ໄວ້​ວ່າ.” (ມັດທາຍ 4:4, 7, 10) ຕໍ່​ຈາກ​ນັ້ນ ພະ​ເຍຊູ​ຈຶ່ງ​ຍົກ​ຂໍ້​ພະ​ຄຳພີ​ຂຶ້ນ​ມາ​ກ່າວ. ຄ້າຍ​ກັນ ໃນ​ທຸກ​ມື້​ນີ້​ປະຊາຊົນ​ຂອງ​ພະເຈົ້າ​ບໍ່​ໄດ້​ສອນ​ຄວາມ​ຄິດ​ຂອງ​ຕົນ​ເອງ. ເຂົາ​ເຈົ້າ​ເຊື່ອ​ວ່າ​ຄຳພີ​ໄບເບິນ​ເປັນ​ພະ​ຄຳ​ຂອງ​ພະເຈົ້າ ແລະ​ຈຶ່ງ​ອີງ​ໃສ່​ສິ່ງ​ທີ່​ພະ​ຄຳພີ​ກ່າວ​ໄວ້​ເພື່ອ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃນ​ການ​ສອນ.

8. ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ມີ​ອັນ​ໃດ​ກ່ຽວ​ຂ້ອງ​ຢູ່​ນຳ?

8 ຜູ້​ທີ່​ນັບຖື​ສາສະໜາ​ແທ້​ນະມັດສະການ​ພະ​ເຢໂຫວາ​ພຽງ​ແຕ່​ຜູ້​ດຽວ​ເທົ່າ​ນັ້ນ​ແລະ​ປະກາດ​ຊື່​ຂອງ​ພະອົງ. ພະ​ເຍຊູ​ປະກາດ​ວ່າ “ເຈົ້າ​ຈົ່ງ​ນະມັດສະການ​ຂາບ​ໄຫວ້​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ​ແລະ​ຈົ່ງ​ບົວລະບັດ​ພະເຈົ້າ​ອົງ​ດຽວ.” (ມັດທາຍ 4:10) ດ້ວຍ​ເຫດ​ນັ້ນ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຈຶ່ງ​ບໍ່​ນະມັດສະການ​ພະ​ອື່ນ​ເວັ້ນ​ແຕ່​ພະ​ເຢໂຫວາ​ອົງ​ດຽວ​ເທົ່າ​ນັ້ນ. ການ​ນະມັດສະການ​ນີ້​ລວມ​ເຖິງ​ການ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ພະເຈົ້າ​ອົງ​ທ່ຽງ​ແທ້​ມີ​ຊື່​ວ່າ​ແນວ​ໃດ ແລະ​ບອກ​ວ່າ​ພະອົງ​ເປັນ​ພະເຈົ້າ​ແບບ​ໃດ. ຄຳເພງ 83:18 ກ່າວ​ວ່າ “ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” ພະ​ເຍຊູ​ໄດ້​ວາງ​ຕົວຢ່າງ​ໃນ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮູ້ຈັກ​ພະເຈົ້າ ດັ່ງ​ທີ່​ພະອົງ​ກ່າວ​ໃນ​ຄຳ​ອະທິດຖານ​ວ່າ “ຂ້າພະເຈົ້າ​ໄດ້​ກະທຳ​ໃຫ້​ນາມ​ຊື່​ຂອງ​ພະເຈົ້າ​ເປັນ​ທີ່​ຮູ້ຈັກ​ແກ່​ຄົນ​ທັງ​ຫຼາຍ​ທີ່​ພະເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າພະເຈົ້າ​ຈາກ​ໂລກ.” (ໂຢຮັນ 17:6) ຄ້າຍ​ກັນ ໃນ​ທຸກ​ມື້​ນີ້​ຜູ້​ນະມັດສະການ​ແທ້​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ ກ່ຽວ​ກັບ​ຈຸດ​ປະສົງ​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ.

9, 10. ຄລິດສະຕຽນ​ແທ້​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ແລະ​ກັນ​ໃນ​ທາງ​ໃດ​ແດ່?

9 ປະຊາຊົນ​ຂອງ​ພະເຈົ້າ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ກັນ​ແບບ​ບໍ່​ເຫັນ​ແກ່​ຕົວ. ພະ​ເຍຊູ​ເວົ້າ​ວ່າ “ຄົນ​ທັງ​ປວງ​ຈະ​ຮູ້ຈັກ​ວ່າ​ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ.” (ໂຢຮັນ 13:35) ຄລິດສະຕຽນ​ຮຸ່ນ​ທຳອິດ​ມີ​ຄວາມ​ຮັກ​ເຊັ່ນ​ນັ້ນ​ຕໍ່​ກັນ​ແລະ​ກັນ. ຄວາມ​ຮັກ​ແບບ​ພະເຈົ້າ​ເອົາ​ຊະນະ​ສິ່ງ​ກີດ​ຂວາງ​ທາງ​ເຊື້ອ​ຊາດ ສັງຄົມ ສັນ​ຊາດ ແລະ​ດຶງ​ດູດ​ຜູ້​ຄົນ​ເຂົ້າ​ມາ​ໂຮມ​ກັນ​ດ້ວຍ​ເຄື່ອງ​ຜູກ​ພັນ​ຂອງ​ສັງຄົມ​ພີ່​ນ້ອງ​ທີ່​ແທ້​ຈິງ​ເຊິ່ງ​ບໍ່​ມີ​ວັນ​ທຳລາຍ​ໄດ້. (ໂກໂລດ 3:14) ສະມາຊິກ​ຂອງ​ສາສະໜາ​ປອມ​ບໍ່​ມີ​ສັງຄົມ​ພີ່​ນ້ອງ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ແບບ​ນັ້ນ. ເຮົາ​ຮູ້​ໄດ້​ແນວ​ໃດ? ເຂົາ​ເຈົ້າ​ຂ້າ​ຟັນ​ກັນ​ຍ້ອນ​ຄວາມ​ແຕກຕ່າງ​ທາງ​ສັນຊາດ​ຫຼື​ເຜົ່າ​ພັນ. ຄລິດສະຕຽນ​ແທ້​ບໍ່​ຈັບ​ອາວຸດ​ຂ້າ​ຟັນ​ພີ່​ນ້ອງ​ຄລິດສະຕຽນ​ຂອງ​ຕົນ​ຫຼື​ຄົນ​ອື່ນໆ. ຄຳພີ​ໄບເບິນ​ກ່າວ​ວ່າ “ດ້ວຍ​ຂໍ້​ນີ້​ຈຶ່ງ​ໄດ້​ປາກົດ​ແຈ້ງ​ວ່າ​ໃຜ​ເປັນ​ລູກ​ແຫ່ງ​ພະເຈົ້າ​ແລະ​ໃຜ​ເປັນ​ລູກ​ຂອງ​ພະຍາມານ ຄື​ວ່າ​ຄົນ​ທຸກ​ຄົນ​ທີ່​ບໍ່​ກະທຳ​ຕາມ​ຄວາມ​ຊອບທຳ​ກໍ​ບໍ່​ເປັນ​ແຕ່​ພະເຈົ້າ ແລະ​ຜູ້​ທີ່​ບໍ່​ຮັກ​ພີ່​ນ້ອງ​ແຫ່ງ​ຕົນ​ກໍ​ບໍ່​ເປັນ​ເໝືອນ​ກັນ. . . . ໃຫ້​ເຮົາ​ທັງ​ຫຼາຍ​ຮັກ​ກັນ​ແລະ​ກັນ. ບໍ່​ໃຊ່​ເໝືອນ​ທ່ານ​ກາອີນ​ທີ່​ໄດ້​ມາ​ແຕ່​ຜູ້​ຮ້າຍ​ແລະ​ໄດ້​ຂ້າ​ນ້ອງ​ຊາຍ​ແຫ່ງ​ຕົນ.”—1 ໂຢຮັນ 3:10-12; 4:20, 21.

10 ແນ່ນອນ ຄວາມ​ຮັກ​ແທ້​ບໍ່​ໄດ້​ໝາຍ​ເຖິງ​ການ​ເວັ້ນ​ຈາກ​ການ​ຂ້າ​ຄົນ​ອື່ນ​ເທົ່າ​ນັ້ນ. ຄລິດສະຕຽນ​ແທ້​ສະລະ​ເວລາ ເຫື່ອ​ແຮງ ແລະ​ຊັບ​ສິນ​ຂອງ​ຕົນ​ແບບ​ບໍ່​ເຫັນ​ແກ່​ຕົວ​ເພື່ອ​ຊ່ວຍເຫຼືອ​ແລະ​ໃຫ້​ກຳລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ. (ເຫບເລີ 10:24, 25) ເຂົາ​ເຈົ້າ​ຊ່ວຍເຫຼືອ​ກັນ​ໃນ​ຍາມ​ທີ່​ມີ​ຄວາມ​ຂັດສົນ​ຫຼາຍ ແລະ​ເຂົາ​ເຈົ້າ​ປະຕິບັດ​ຕໍ່​ຄົນ​ອື່ນ​ຢ່າງ​ສັດ​ຊື່. ທີ່​ຈິງ​ແລ້ວ ເຂົາ​ເຈົ້າ​ນຳ​ໃຊ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ໃນ​ການ​ດຳເນີນ​ຊີວິດ​ທີ່​ໃຫ້ “ກະທຳ​ການ​ດີ​ແກ່​ຄົນ​ທັງ​ປວງ.”—ຄາລາຊີ 6:10.

11. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຍອມ​ຮັບ​ວ່າ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ?

11 ຄລິດສະຕຽນ​ແທ້​ຍອມ​ຮັບ​ວ່າ​ພະ​ເຍຊູ​ຄລິດ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ. ຄຳພີ​ໄບເບິນ​ເວົ້າ​ວ່າ “ການ​ພົ້ນ​ກໍ​ບໍ່​ມີ​ດ້ວຍ​ຜູ້​ອື່ນ ເພາະ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃຕ້​ຟ້າ​ສະຫວັນ​ອັນ​ເປັນ​ທີ່​ໂຜດ​ປະທານ​ໃນ​ທ່າມກາງ​ຄົນ​ທັງ​ປວງ​ເພື່ອ​ຈະ​ໃຫ້​ເຮົາ​ທັງ​ຫຼາຍ​ໄດ້​ພົ້ນ.” (ກິດຈະການ 4:12) ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ທີ 5 ພະ​ເຍຊູ​ໄດ້​ມອບ​ຊີວິດ​ຂອງ​ຕົນ​ເພື່ອ​ໄຖ່​ເອົາ​ມະນຸດ​ທີ່​ເຊື່ອ​ຟັງ. (ມັດທາຍ 20:28) ອີກ​ອັນ​ໜຶ່ງ ພະ​ເຍຊູ​ເປັນ​ກະສັດ​ທີ່​ພະເຈົ້າ​ໄດ້​ແຕ່ງ​ຕັ້ງ​ໃນ​ລາຊະອານາຈັກ​ທາງ​ສະຫວັນ​ເຊິ່ງ​ຈະ​ປົກຄອງ​ທົ່ວ​ແຜ່ນດິນ​ໂລກ. ຖ້າ​ເຮົາ​ຢາກ​ມີ​ຊີວິດ​ຕະຫຼອດ​ໄປ ພະເຈົ້າ​ຮຽກ​ຮ້ອງ​ໃຫ້​ເຮົາ​ເຊື່ອ​ຟັງ​ພະ​ເຍຊູ​ແລະ​ນຳ​ເອົາ​ຄຳ​ສອນ​ຂອງ​ພະອົງ​ໄປ​ໃຊ້. ດ້ວຍ​ເຫດ​ນີ້​ຄຳພີ​ໄບເບິນ​ຈຶ່ງ​ກ່າວ​ວ່າ “ຜູ້​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ກໍ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ ແຕ່​ວ່າ​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພະ​ບຸດ​ນັ້ນ​ກໍ​ຈະ​ບໍ່​ເຫັນ​ຊີວິດ.”—ໂຢຮັນ 3:36.

12. ການ​ບໍ່​ເປັນ​ສ່ວນ​ຂອງ​ໂລກ​ໝາຍ​ລວມ​ເຖິງ​ອັນ​ໃດ​ແດ່?

12 ຜູ້​ນະມັດສະການ​ແທ້​ບໍ່​ເປັນ​ສ່ວນ​ຂອງ​ໂລກ. ເມື່ອ​ຖືກ​ພິຈາລະນາ​ຄະດີ​ຕໍ່​ໜ້າ​ພີລາດ​ຜູ້​ປົກຄອງ​ຄົນ​ໂລມ ພະ​ເຍຊູ​ກ່າວ​ວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້.” (ໂຢຮັນ 18:36) ບໍ່​ວ່າ​ຢູ່​ໃນ​ປະເທດ​ໃດ​ກໍ​ຕາມ ພວກ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ​ຂອງ​ລາຊະອານາຈັກ​ຂອງ​ພະອົງ​ທາງ​ສະຫວັນ ແລະ​ດ້ວຍ​ເຫດ​ນີ້​ເຂົາ​ເຈົ້າ​ຈຶ່ງ​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ໃນ​ເລື່ອງ​ການ​ເມືອງ​ຂອງ​ໂລກ. ເຂົາ​ເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ ຜູ້​ນະມັດສະການ​ພະ​ເຢໂຫວາ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ຄົນ​ອື່ນ​ໃນ​ເລື່ອງ​ການ​ເຂົ້າ​ຮ່ວມ​ກັບ​ພັກ​ການ​ເມືອງ ການ​ລົງ​ສະໝັກ​ເລືອກ​ຕັ້ງ ຫຼື​ລົງ​ຄະແນນ​ໃນ​ການ​ເລືອກ​ຕັ້ງ. ນອກ​ຈາກ​ຈະ​ເປັນ​ກາງ​ໃນ​ເລື່ອງ​ການ​ເມືອງ​ແລ້ວ ຜູ້​ນະມັດສະການ​ແທ້​ຂອງ​ພະເຈົ້າ​ຍັງ​ນັບຖື​ກົດ​ໝາຍ​ບ້ານ​ເມືອງ​ນຳ​ອີກ. ເພາະ​ເຫດ​ໃດ? ເພາະ​ວ່າ​ພະ​ຄຳ​ຂອງ​ພະເຈົ້າ​ສັ່ງ​ວ່າ ໃຫ້ “ຍອມ​ຢູ່​ໃຕ້​ບັງຄັບ” ລັດຖະບານ​ທີ່ “ມີ​ອຳນາດ​ທາງ​ເທິງ​ເຂົາ.” (ໂລມ 13:1) ເມື່ອ​ມີ​ຄວາມ​ບໍ່​ສອດຄ່ອງ​ກັນ​ລະຫວ່າງ​ສິ່ງ​ທີ່​ພະເຈົ້າ​ຮຽກ​ຮ້ອງ​ແລະ​ສິ່ງ​ທີ່​ລະບອບ​ການ​ເມືອງ​ຮຽກ​ຮ້ອງ ຜູ້​ນະມັດສະການ​ແທ້​ຕິດ​ຕາມ​ຕົວຢ່າງ​ຂອງ​ພວກ​ອັກຄະສາວົກ​ທີ່​ໄດ້​ເວົ້າ​ວ່າ “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.”—ກິດຈະການ 5:29; ມາລະໂກ 12:17.

13. ພວກ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ມີ​ທັດສະນະ​ແນວ​ໃດ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ ແລະ​ດ້ວຍ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເຮັດ​ຫຍັງ?

13 ຜູ້​ທີ່​ເປັນ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ປະກາດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ຂອງ​ມະນຸດ​ຊາດ. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ​ຂອງ​ພະເຈົ້າ [“ຂ່າວ​ດີ​ເລື່ອງ​ລາຊະອານາຈັກ,” ລ.ມ.] ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ ແລະ​ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ​ແລ້ວ.” (ມັດທາຍ 24:14) ແທນ​ທີ່​ຈະ​ສະໜັບສະຫນູນ​ປະຊາຊົນ​ໃຫ້​ໝາຍ​ເພິ່ງ​ຜູ້​ປົກຄອງ​ຂອງ​ເຂົາ​ເຈົ້າ​ທີ່​ເປັນ​ມະນຸດ​ເພື່ອ​ແກ້ໄຂ​ບັນຫາ ພວກ​ລູກ​ສິດ​ແທ້​ຂອງ​ພະ​ເຍຊູ​ຄລິດ​ປະກາດ​ວ່າ​ລາຊະອານາຈັກ​ທາງ​ພາກ​ສະຫວັນ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ສຳລັບ​ມະນຸດ​ຊາດ. (ຄຳເພງ 146:3) ພະ​ເຍຊູ​ໄດ້​ສອນ​ເຮົາ​ໃຫ້​ອະທິດຖານ​ຂໍ​ລັດຖະບານ​ນີ້​ທີ່​ສົມບູນ​ພ້ອມ ເມື່ອ​ພະອົງ​ກ່າວ​ວ່າ “ຂໍ​ໃຫ້​ແຜ່ນດິນ​ຂອງ​ພະອົງ​ມາ​ຕັ້ງ​ຢູ່. ນ້ຳໃຈ​ຂອງ​ພະອົງ​ສຳເລັດ​ແລ້ວ​ໃນ​ສະຫວັນ​ຢ່າງ​ໃດ ຂໍ​ໃຫ້​ສຳເລັດ​ທີ່​ແຜ່ນດິນ​ໂລກ​ຢ່າງ​ນັ້ນ.” (ມັດທາຍ 6:10) ພະ​ຄຳ​ຂອງ​ພະເຈົ້າ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ລາຊະອານາຈັກ​ທາງ​ພາກ​ສະຫວັນ​ນີ້​ຈະ​ເຮັດ “ໃຫ້​ລາຊະອານາຈັກ​ທັງ​ປວງ​ນີ້ [ລະບົບ​ການ​ປົກຄອງ​ທີ່​ມີ​ໃນ​ປັດຈຸບັນ] ຫັກ​ແຕກ​ຈິບຫາຍ ແຕ່​ວ່າ​ຕົວ​ເອງ​ຈະ​ຕັ້ງ​ຢູ່​ສືບໆໄປ​ເປັນ​ນິດ.”—ດານຽນ 2:44.

14. ສາສະໜາ​ໃດ​ທີ່​ເຈົ້າ​ເຊື່ອ​ວ່າ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ​ຂອງ​ການ​ນະມັດສະການ​ແທ້?

14 ໂດຍ​ອີງ​ໃສ່​ສິ່ງ​ທີ່​ເຮົາ​ຫາ​ກໍ​ພິຈາລະນາ​ຂ້າງ​ເທິງ​ນີ້ ຂໍ​ໃຫ້​ຖາມ​ໂຕ​ເອງ​ວ່າ ‘ສາສະໜາ​ໃດ​ທີ່​ເອົາ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ການ​ສອນ​ທັງ​ໝົດ​ແລະ​ປະກາດ​ຊື່​ຂອງ​ພະ​ເຢໂຫວາ? ແມ່ນ​ກຸ່ມ​ໃດ​ທີ່​ສະແດງ​ຄວາມ​ຮັກ​ໃນ​ແບບ​ທີ່​ພະເຈົ້າ​ສອນ ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ ບໍ່​ເປັນ​ສ່ວນ​ຂອງ​ໂລກ ແລະ​ປະກາດ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ເປັນ​ຄວາມ​ຫວັງ​ທີ່​ແທ້​ຈິງ​ພຽງ​ຢ່າງ​ດຽວ​ສຳລັບ​ມະນຸດ​ຊາດ? ໃນ​ບັນດາ​ກຸ່ມ​ສາສະໜາ​ທັງ​ໝົດ​ທີ່​ຢູ່​ແຜ່ນດິນ​ໂລກ ແມ່ນ​ສາສະໜາ​ໃດ​ທີ່​ເຮັດ​ຕາມ​ທຸກ​ຂໍ້​ຮຽກ​ຮ້ອງ​ນີ້?’ ຄວາມ​ຈິງ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ນີ້​ກໍ​ຄື​ສາສະໜາ​ພະຍານ​ພະ​ເຢໂຫວາ.—ເອຊາອີ 43:10-12.

ເຈົ້າ​ເດ​ຈະ​ເຮັດ​ຫຍັງ?

15. ນອກ​ຈາກ​ຈະ​ເຊື່ອ​ວ່າ​ພະເຈົ້າ​ມີ​ຊີວິດ​ຢູ່ ພະອົງ​ໄດ້​ຮຽກ​ຮ້ອງ​ອັນ​ໃດ​ອີກ​ຈາກ​ເຮົາ?

15 ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະເຈົ້າ ການ​ເຊື່ອ​ໃນ​ພະອົງ​ພຽງ​ຢ່າງ​ດຽວ​ຍັງ​ບໍ່​ພໍ. ທີ່​ຈິງ​ຄຳພີ​ໄບເບິນ​ເວົ້າ​ວ່າ​ແມ່ນ​ແຕ່​ພວກ​ພູດ​ຜີ​ປີ​ສາດ​ກໍ​ເຊື່ອ​ວ່າ​ມີ​ພະເຈົ້າ. (ຢາໂກໂບ 2:19) ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ​ພວກ​ມັນ​ບໍ່​ໄດ້​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ ແລະ​ພວກ​ມັນ​ຈຶ່ງ​ບໍ່​ໄດ້​ຮັບ​ຄວາມ​ພໍ​ໃຈ​ຈາກ​ພະອົງ. ເພື່ອ​ຈະ​ໄດ້​ຮັບ​ການ​ຍອມ​ຮັບ​ຈາກ​ພະເຈົ້າ ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ເຊື່ອ​ວ່າ​ພະອົງ​ມີ​ຊີວິດ​ຢູ່ ແຕ່​ເຮົາ​ຍັງ​ຕ້ອງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ​ນຳ​ອີກ. ເຮົາ​ຕ້ອງ​ແຍກ​ໂຕ​ອອກ​ຈາກ​ສາສະໜາ​ປອມ​ແລະ​ຍອມ​ຮັບ​ເອົາ​ການ​ນະມັດສະການ​ແທ້.

16. ຄວນ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ມີ​ສ່ວນ​ໃນ​ສາສະໜາ​ປອມ?

16 ອັກຄະສາວົກ​ໂປໂລ​ຊີ້​ແຈງ​ວ່າ​ເຮົາ​ຕ້ອງ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ. ລາວ​ຂຽນ​ວ່າ “ພະອົງ​ເຈົ້າ [“ພະ​ເຢໂຫວາ,” ລ.ມ.] ບອກ​ວ່າ ‘ທ່ານ​ທັງ​ຫຼາຍ​ຈົ່ງ​ອອກ​ມາ​ຈາກ​ທ່າມກາງ​ເຂົາ​ແລະ​ຈົ່ງ​ຢູ່​ຕ່າງ​ຫາກ ແລະ​ຢ່າ​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ ແລະ​ເຮົາ​ຈະ​ຮັບ​ທ່ານ​ທັງ​ຫຼາຍ​ໄວ້.’” (2 ໂກລິນໂທ 6:17; ເອຊາອີ 52:11) ດ້ວຍ​ເຫດ​ນີ້ ຄລິດສະຕຽນ​ແທ້​ຈຶ່ງ​ຫຼີກ​ໜີ​ຈາກ​ສິ່ງ​ໃດ​ກໍ​ຕາມ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ.

17, 18. “ບາບີໂລນ​ໃຫຍ່” ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ການ “ອອກ​ມາ​ຈາກ​ເມືອງ​ນັ້ນ” ຈຶ່ງ​ເປັນ​ເລື່ອງ​ຮີບ​ດ່ວນ?

17 ຄຳພີ​ໄບເບິນ​ຊີ້​ໃຫ້​ເຫັນ​ວ່າ​ສາສະໜາ​ປອມ​ທຸກໆຮູບ​ແບບ​ລ້ວນ​ແຕ່​ເປັນ​ສ່ວນ​ຂອງ “ບາບີໂລນ​ໃຫຍ່.”a (ຄຳປາກົດ 17:5) ຊື່​ນີ້​ເຮັດ​ໃຫ້​ເຮົາ​ນຶກ​ເຖິງ​ເມືອງ​ບາບີໂລນ​ບູຮານ ເຊິ່ງ​ສາສະໜາ​ປອມ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ພາຍ​ຫຼັງ​ນ້ຳ​ຖ້ວມ​ໂລກ​ໃນ​ສະໄໝ​ຂອງ​ທ່ານ​ໂນເອ. ຫຼັກ​ຄຳ​ສອນ​ແລະ​ຮູບ​ແບບ​ການ​ປະຕິບັດ​ຫຼາຍ​ຢ່າງ​ຂອງ​ສາສະໜາ​ປອມ​ທີ່​ຖື​ເປັນ​ເລື່ອງ​ທຳມະດາ​ໃນ​ປັດຈຸບັນ​ນີ້​ໄດ້​ກຳເນີດ​ມາ​ດົນ​ແລ້ວ​ໃນ​ປະເທດ​ບາບີໂລນ. ຕົວຢ່າງ ຊາວ​ບາບີໂລນ​ນະມັດສະການ​ຕີເອການຸພາບ ຫຼື​ພະເຈົ້າ​ທີ່​ປະກອບ​ດ້ວຍ​ສາມ​ອົງ. ໃນ​ທຸກ​ມື້​ນີ້ ຄຳ​ສອນ​ຫຼັກ​ຂອງ​ຫຼາຍ​ສາສະໜາ​ແມ່ນ​ເລື່ອງ​ຕີເອການຸພາບ. ແຕ່​ຄຳພີ​ໄບເບິນ​ສອນ​ຢ່າງ​ຊັດເຈນ​ວ່າ​ພະເຈົ້າ​ທ່ຽງ​ແທ້​ມີ​ພຽງ​ແຕ່​ອົງ​ດຽວ ນັ້ນ​ຄື​ພະ​ເຢໂຫວາ ແລະ​ສອນ​ວ່າ​ພະ​ເຍຊູ​ເປັນ​ລູກ​ຊາຍ​ຂອງ​ພະອົງ. (ໂຢຮັນ 17:3) ນອກ​ຈາກ​ນີ້ ຊາວ​ບາບີໂລນ​ຍັງ​ເຊື່ອ​ວ່າ​ມະນຸດ​ມີ​ວິນຍານ​ທີ່​ເປັນ​ອະມະຕະ​ເຊິ່ງ​ຈະ​ຍັງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ຫຼັງ​ຈາກ​ທີ່​ຄົນ​ເຮົາ​ຕາຍ​ແລ້ວ ແລະ​ວິນຍານ​ນີ້​ອາດ​ຖືກ​ທໍລະມານ​ໃນ​ສະຖານ​ທີ່​ທໍລະມານ. ໃນ​ທຸກ​ມື້​ນີ້ ສາສະໜາ​ສ່ວນ​ຫຼາຍ​ກໍ​ສອນ​ແນວ​ນັ້ນ.

18 ເນື່ອງ​ຈາກ​ການ​ນະມັດສະການ​ຂອງ​ຊາວ​ບາບີໂລນ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ແຜ່ນດິນ​ໂລກ ຈຶ່ງ​ອາດ​ເວົ້າ​ໄດ້​ຢ່າງ​ຖືກຕ້ອງ​ວ່າ​ບາບີໂລນ​ໃຫຍ່​ໃນ​ສະໄໝ​ປັດຈຸບັນ​ແມ່ນ​ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ​ນີ້. ພະເຈົ້າ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ​ນີ້​ຈະ​ເຖິງ​ຈຸດ​ຈົບ​ແບບ​ກະທັນຫັນ. (ຄຳປາກົດ 18:8) ເຈົ້າ​ເຫັນ​ບໍ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຢ່າງ​ຍິ່ງ​ທີ່​ຈະ​ແຍກ​ຕົວ​ອອກ​ມາ​ຈາກ​ທຸກ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ບາບີໂລນ​ໃຫຍ່? ພະ​ເຢໂຫວາ​ພະເຈົ້າ​ຢາກ​ໃຫ້​ເຈົ້າ “ອອກ​ມາ​ຈາກ​ເມືອງ​ນັ້ນ” ໂດຍ​ໄວ​ໃນ​ຂະນະ​ທີ່​ຍັງ​ມີ​ເວລາ​ເຫຼືອ​ຢູ່.—ຄຳປາກົດ 18:4.

ພະຍານພະເຢໂຫວາທີ່ມາຈາກຫຼາຍເຊື້ອຊາດກຳລັງມີຄວາມສຸກທີ່ໄດ້ຕ້ອນຮັບຜູ້ຊາຍຄົນໜຶ່ງ

ເມື່ອ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພະອົງ​ເຈົ້າ​ຈະ​ໄດ້​ຮັບ​ຫຼາຍ​ກວ່າ​ທີ່​ເຈົ້າ​ອາດ​ສູນ​ເສຍ​ໄປ

19. ໂດຍ​ການ​ຮັບໃຊ້​ພະ​ເຢໂຫວາ ເຈົ້າ​ຈະ​ໄດ້​ຮັບ​ຫຍັງ​ແດ່?

19 ເມື່ອ​ຕັດສິນ​ໃຈ​ວ່າ​ຈະ​ເຊົາ​ນັບຖື​ສາສະໜາ​ປອມ ບາງ​ຄົນ​ອາດ​ເຊົາ​ຄົບຫາ​ກັບ​ເຈົ້າ. ແຕ່​ການ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພະອົງ ເຈົ້າ​ເອງ​ຈະ​ໄດ້​ຮັບ​ຫຼາຍ​ກວ່າ​ທີ່​ອາດ​ສູນ​ເສຍ​ໄປ. ເຊັ່ນ​ດຽວ​ກັບ​ພວກ​ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ທີ່​ໄດ້​ປະ​ຖິ້ມ​ສິ່ງ​ອື່ນໆເພື່ອ​ຕິດ​ຕາມ​ພະອົງ ໃນ​ທີ່​ສຸດ​ເຈົ້າ​ເອງ​ກໍ​ຈະ​ມີ​ພີ່​ນ້ອງ​ຊາຍ​ຍິງ​ມາກ​ມາຍ​ທີ່​ມີ​ຄວາມ​ເຊື່ອ​ຄື​ກັນ​ກັບ​ເຈົ້າ. ເຈົ້າ​ຈະ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ໃຫຍ່​ທົ່ວ​ໂລກ​ທີ່​ປະກອບ​ດ້ວຍ​ຄລິດສະຕຽນ​ແທ້​ຫຼາຍ​ລ້ານ​ຄົນ​ເຊິ່ງ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ເຈົ້າ. ແລະ​ເຈົ້າ​ເອງ​ຈະ​ມີ​ຄວາມ​ຫວັງ​ອັນ​ດີ​ເລີດ​ກ່ຽວ​ກັບ​ຊີວິດ​ຕະຫຼອດ​ໄປ “ໃນ​ໂລກ​ພາຍ​ໜ້າ.” (ມາລະໂກ 10:28-30) ບາງ​ເທື່ອ​ໃນ​ມື້​ໜຶ່ງ ຜູ້​ທີ່​ປະ​ຖິ້ມ​ເຈົ້າ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເຈົ້າ ອາດ​ສຶກສາ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແລ້ວ​ກໍ​ເຂົ້າ​ມາ​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ​ກໍ​ເປັນ​ໄດ້.

20. ສຳລັບ​ຜູ້​ທີ່​ນັບຖື​ສາສະໜາ​ແທ້ ມີ​ຄວາມ​ຫວັງ​ອັນ​ໃດ​ໃນ​ອະນາຄົດ?

20 ຄຳພີ​ໄບເບິນ​ສອນ​ວ່າ​ອີກ​ບໍ່​ດົນ​ພະເຈົ້າ​ຈະ​ເຮັດ​ໃຫ້​ລະບົບ​ຊົ່ວ​ນີ້​ສິ້ນ​ສຸດ​ລົງ​ແລະ​ຈະ​ນຳ​ເອົາ​ໂລກ​ໃໝ່​ທີ່​ຊອບທຳ​ເຊິ່ງ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ລາຊະອານາຈັກ​ຂອງ​ພະອົງ​ເຂົ້າ​ມາ​ປ່ຽນ​ແທນ. (2 ເປໂຕ 3:9, 13) ໂລກ​ນັ້ນ​ຈະ​ຄັກ​ແທ້ໆ! ໃນ​ລະບົບ​ໃໝ່​ທີ່​ຊອບທຳ​ນັ້ນ ຈະ​ມີ​ພຽງ​ແຕ່​ສາສະໜາ​ດຽວ​ແລະ​ຈະ​ມີ​ການ​ນະມັດສະການ​ແທ້​ອັນ​ດຽວ. ຖື​ວ່າ​ເປັນ​ແນວ​ທາງ​ທີ່​ສຸຂຸມ​ບໍ່​ແມ່ນ​ບໍ​ທີ່​ເຈົ້າ​ເອງ​ຈະ​ລົງ​ມື​ເຮັດ​ສິ່ງ​ທີ່​ຈຳເປັນ​ເພື່ອ​ມາ​ຄົບຫາ​ກັບ​ຜູ້​ນະມັດສະການ​ແທ້​ນັບ​ແຕ່​ບັດ​ນີ້?

ຜູ້​ທີ່​ນະມັດສະການ​ພະເຈົ້າ​ອົງ​ທ່ຽງ​ແທ້

ຜູ້ຄົນທີ່ແຕກຕ່າງກັນທາງເຊື້ອຊາດ ອາຍຸ ແລະສະພາບການໄດ້ມານະມັດສະການພະເຈົ້າທ່ຽງແທ້
  • ເອົາ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ​ເປັນ​ຫຼັກ​ໃນ​ການ​ສອນ

  • ນະມັດສະການ​ພະ​ເຢໂຫວາ​ແຕ່​ອົງ​ດຽວ​ແລະ​ປະກາດ​ຊື່​ຂອງ​ພະອົງ

  • ສະແດງ​ຄວາມ​ຮັກ​ແທ້​ຕໍ່​ກັນ​ແລະ​ກັນ

  • ຍອມ​ຮັບ​ວ່າ​ພະ​ເຍຊູ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ມາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ

  • ບໍ່​ເປັນ​ສ່ວນ​ຂອງ​ໂລກ

  • ປະກາດ​ລາຊະອານາຈັກ​ຂອງ​ພະເຈົ້າ​ວ່າ​ເປັນ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ຂອງ​ມະນຸດ​ຊາດ

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ທີ່​ວ່າ​ບາບີໂລນ​ໃຫຍ່​ເປັນ​ພາບ​ທີ່​ສະແດງ​ເຖິງ​ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ​ນີ້ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 219-220.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ສາສະໜາ​ແທ້​ມີ​ພຽງ​ໜຶ່ງ​ດຽວ​ເທົ່າ​ນັ້ນ.—ມັດທາຍ 7:13, 14.

  • ເນື້ອ​ໃນ​ຄຳ​ສອນ​ແລະ​ການ​ປະຕິບັດ​ຕ່າງໆເປັນ​ສິ່ງ​ທີ່​ບົ່ງ​ບອກ​ວ່າ​ເປັນ​ສາສະໜາ​ແທ້.—ມັດທາຍ 7:16, 17.

  • ພະຍານ​ພະ​ເຢໂຫວາ​ນະມັດສະການ​ໃນ​ແບບ​ທີ່​ພະເຈົ້າ​ຍອມ​ຮັບ.—ເອຊາອີ 43:10.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌