ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 16 ໜ້າ 154-163
  • ຈົ່ງ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈົ່ງ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ການ​ນະມັດສະການ​ຮູບ​ປັ້ນ​ແລະ​ບັນພະບຸລຸດ
  • ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ່​ໄດ້ ສະຫຼອງ​ບຸນ​ຄລິດສະມາດ (ໂນ​ແອນ)
  • ຕົ້ນ​ກຳເນີດ​ຂອງ​ບຸນ​ຄລິດສະມາດ
  • ຕົ້ນ​ກຳເນີດ​ຂອງ​ມື້​ບຸນ​ເປັນ​ເລື່ອງ​ສຳຄັນ​ແທ້ໆບໍ?
  • ຈົ່ງ​ໃຊ້​ຄວາມ​ສັງເກດ​ເຂົ້າ​ໃຈ​ໃນ​ການ​ພົວ​ພັນ​ກັບ​ຄົນ​ອື່ນ
  • ຈະ​ປະຕິບັດ​ແນວ​ໃດ​ຕໍ່ ສະມາຊິກ​ຄອບຄົວ​ທີ່​ຕ່າງ​ຄວາມ​ເຊື່ອ?
  • ຍຶດ​ໝັ້ນ​ກັບ​ການ​ນະມັດສະການ​ແທ້
  • ເລືອກ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ຍອມ​ຮັບ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ພະເຈົ້າ​ພໍໃຈ​ການ​ສະຫຼອງ​ທຸກ​ຢ່າງ​ບໍ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ສະຫລອງ​ຕ່າງໆທີ່​ພະເຈົ້າ​ບໍ່​ພໍ​ໃຈ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 16 ໜ້າ 154-163

ບົດ​ທີ​ສິບ​ຫົກ

ຈົ່ງ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້

  • ຄຳພີ​ໄບເບິນ​ສອນ​ແນວ​ໃດ​ກ່ຽວ​ກັບ​ການ​ໃຊ້​ຮູບ​ປັ້ນ ແລະ​ການ​ນະມັດສະການ​ບັນພະບຸລຸດ?

  • ຄລິດສະຕຽນ​ຄວນ​ມີ​ທັດສະນະ​ແນວ​ໃດ​ຕໍ່​ມື້​ບຸນ​ທາງ​ສາສະໜາ?

  • ເຈົ້າ​ເອງ​ຈະ​ອະທິບາຍ​ຄວາມ​ເຊື່ອ​ໃຫ້​ກັບ​ຄົນ​ອື່ນ​ແນວ​ໃດ ຢ່າງ​ທີ່​ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຂຸ່ນ​ເຄືອງ?

1, 2. ພາຍ​ຫຼັງ​ທີ່​ອອກ​ມາ​ຈາກ​ສາສະໜາ​ປອມ​ແລ້ວ ມີ​ຄຳຖາມ​ອັນ​ໃດ​ທີ່​ເຈົ້າ​ຕ້ອງ​ຖາມ​ຕົວ​ເອງ ແລະ​ເປັນ​ຫຍັງ​ເຈົ້າ​ຄຶດ​ວ່າ​ຄຳຖາມ​ນີ້​ຈຶ່ງ​ສຳຄັນ?

ສົມມຸດ​ວ່າ​ເຈົ້າ​ພົບ​ເຫັນ​ບໍລິເວນ​ແຖວ​ບ້ານ​ຂອງ​ເຈົ້າ​ເປັນ​ພິດ​ໝົດ ຍ້ອນ​ມີ​ບາງ​ຄົນ​ໄດ້​ເອົາ​ຂອງ​ເສຍ​ທີ່​ເປັນ​ພິດ​ມາ​ຖິ້ມ​ໄວ້​ແຖວ​ນັ້ນ​ແບບ​ລັບໆ ແລະ​ໃນ​ຕອນ​ນີ້​ຈຶ່ງ​ກໍ່​ໃຫ້​ເກີດ​ສະພາບການ​ທີ່​ເປັນ​ອັນຕະລາຍ​ເຖິງ​ຊີວິດ. ເຈົ້າ​ຈະ​ເຮັດ​ແນວ​ໃດ? ແນ່ນອນ ຖ້າ​ເຮັດ​ໄດ້​ເຈົ້າ​ຈະ​ຍ້າຍ​ອອກ​ຈາກ​ແຖວ​ນັ້ນ. ແຕ່​ເຖິງ​ວ່າ​ຍ້າຍ​ອອກ​ໄປ​ແລ້ວ ເຈົ້າ​ອາດ​ຍັງ​ປະເຊີນ​ກັບ​ຄຳຖາມ​ນີ້​ທີ່​ສຳຄັນ​ທີ່​ວ່າ ‘ຂ້ອຍ​ໄດ້​ຮັບ​ສານ​ພິດ​ເຂົ້າ​ໄປ​ໃນ​ຮ່າງກາຍ​ບໍ?’

2 ສະພາບການ​ຄ້າຍໆກັນ​ນີ້​ເກີດ​ຂຶ້ນ​ໃນ​ເລື່ອງ​ສາສະໜາ​ປອມ. ຄຳພີ​ໄບເບິນ​ສອນ​ວ່າ​ການ​ນະມັດສະການ​ປອມ​ແມ່ນ​ປົນ​ເປື້ອນ​ດ້ວຍ​ຄຳ​ສອນ​ແລະ​ຮູບ​ແບບ​ການ​ປະຕິບັດ​ທີ່​ບໍ່​ສະອາດ. (2 ໂກລິນໂທ 6:17) ນັ້ນ​ເປັນ​ເຫດຜົນ​ສຳຄັນ​ທີ່​ເຈົ້າ​ຈະ​ອອກ​ມາ​ຈາກ “ເມືອງ​ບາບີໂລນ​ໃຫຍ່” ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງ​ໝົດ​ໃນ​ໂລກ​ນີ້. (ຄຳປາກົດ 18:2, 4) ເຈົ້າ​ໄດ້​ອອກ​ມາ​ຈາກ​ສາສະໜາ​ປອມ​ແລ້ວ​ບໍ? ຖ້າ​ໄດ້​ເຮັດ ເຈົ້າ​ກໍ​ເຮັດ​ດີ​ແລ້ວ. ພຽງ​ແຕ່​ແຍກ​ຕົວ​ອອກ​ມາ​ຫຼື​ລາ​ອອກ​ຈາກ​ສາສະໜາ​ປອມ​ເທົ່າ​ນັ້ນ​ຍັງ​ບໍ່​ພໍ. ເຈົ້າ​ຍັງ​ຕ້ອງ​ຖາມ​ຕົວ​ເອງ​ວ່າ ‘ໃນ​ສ່ວນ​ເລິກໆ ຂ້ອຍ​ຍັງ​ມີ​ອັນ​ໃດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ​ຫຼົງ​ເຫຼືອ​ຢູ່​ບໍ?’ ຂໍ​ໃຫ້​ພິຈາລະນາ​ບາງ​ຕົວຢ່າງ.

ການ​ນະມັດສະການ​ຮູບ​ປັ້ນ​ແລະ​ບັນພະບຸລຸດ

3. (ກ) ກ່ຽວ​ກັບ​ການ​ໃຊ້​ຮູບ​ປັ້ນ ຄຳພີ​ໄບເບິນ​ເວົ້າ​ວ່າ​ແນວ​ໃດ ແລະ​ເປັນ​ຫຍັງ​ອາດ​ຈະ​ຍາກ​ທີ່​ບາງ​ຄົນ​ຈະ​ຍອມ​ຮັບ​ເອົາ​ທັດສະນະ​ຂອງ​ພະເຈົ້າ? (ຂ) ເຈົ້າ​ຄວນ​ເຮັດ​ແນວ​ໃດ​ກັບ​ວັດຖຸ​ສິ່ງ​ຂອງ​ຂອງ​ເຈົ້າ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ?

3 ບາງ​ຄົນ​ມີ​ຮູບ​ປັ້ນ​ຫຼື​ຮ້ານ​ພະ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ. ເຈົ້າ​ເດ​ມີ​ສິ່ງ​ເຫຼົ່າ​ນີ້​ບໍ? ຖ້າ​ມີ ເຈົ້າ​ອາດ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ແປກ​ຫຼື​ເປັນ​ສິ່ງ​ຜິດ​ທີ່​ຈະ​ອະທິດຖານ​ເຖິງ​ພະເຈົ້າ​ໂດຍ​ບໍ່​ໃຊ້​ເຄື່ອງ​ຊ່ວຍ​ທີ່​ເບິ່ງ​ເຫັນ​ກັບ​ຕາ. ເຈົ້າ​ອາດ​ເຖິງ​ຂັ້ນ​ຮູ້ສຶກ​ຜູກ​ພັນ​ກັບ​ວັດຖຸ​ເຫຼົ່າ​ນີ້​ບາງ​ຢ່າງ​ດ້ວຍ​ຊ້ຳ. ແຕ່​ພະເຈົ້າ​ເປັນ​ຜູ້​ທີ່​ບອກ​ວ່າ​ເຮົາ​ຄວນ​ນະມັດສະການ​ພະອົງ​ແນວ​ໃດ ແລະ​ຄຳພີ​ໄບເບິນ​ສອນ​ວ່າ​ພະອົງ​ບໍ່​ຕ້ອງການ​ໃຫ້​ເຮົາ​ໃຊ້​ຮູບ​ປັ້ນ. (ອົບພະຍົບ 20:4, 5; ຄຳເພງ 115:4-8; ເອຊາອີ 42:8; 1 ໂຢຮັນ 5:21) ດັ່ງ​ນັ້ນ ເຈົ້າ​ສາມາດ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້ ໂດຍ​ທຳລາຍ​ວັດຖຸ​ສິ່ງ​ຂອງ​ຂອງ​ເຈົ້າ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ປອມ. ແນ່ນອນ ເຈົ້າ​ຕ້ອງ​ຖື​ວ່າ​ວັດຖຸ​ເຫຼົ່າ​ນັ້ນ​ເປັນ​ສິ່ງ​ທີ່​ໜ້າ “ໜ່າຍ​ແໜງ” ຄື​ກັບ​ທີ່​ພະ​ເຢໂຫວາ​ຖື​ວ່າ​ມັນ​ເປັນ.—ພະບັນຍັດ 27:15.

4. (ກ) ເຮົາ​ຮູ້​ແນວ​ໃດ​ວ່າ​ການ​ນະມັດສະການ​ບັນພະບຸລຸດ​ເປັນ​ສິ່ງ​ໄຮ້​ປະໂຫຍດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຫ້າມ​ປະຊາຊົນ​ຂອງ​ພະອົງ​ບໍ່​ໃຫ້​ຫຍຸ້ງ​ກ່ຽວ​ກັບ​ລັດທິ​ພູດ​ຜີ​ປີ​ສາດ​ທຸກ​ຮູບ​ແບບ?

4 ໃນ​ສາສະໜາ​ປອມ​ຫຼາຍ​ສາສະໜາ ການ​ນະມັດສະການ​ບັນພະບຸລຸດ​ຖື​ເປັນ​ເລື່ອງ​ປົກກະຕິ. ກ່ອນ​ຮຽນ​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ບາງ​ຄົນ​ເຊື່ອ​ວ່າ​ຄົນ​ຕາຍ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ເບິ່ງ​ບໍ່​ເຫັນ​ແລະ​ຄົນ​ຕາຍ​ສາມາດ​ຊ່ວຍ​ຫຼື​ເຮັດ​ອັນຕະລາຍ​ແກ່​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ບາງ​ເທື່ອ​ເຈົ້າ​ອາດ​ຈະ​ເຄີຍ​ອອກ​ແຮງ​ພະຍາຍາມ​ຫຼາຍ​ເພື່ອ​ເອົາ​ໃຈ​ບັນພະບຸລຸດ​ທີ່​ຕາຍ​ໄປ​ແລ້ວ. ແຕ່​ຕາມ​ທີ່​ໄດ້​ຮຽນ​ໃນ​ບົດ​ທີ 6 ຂອງ​ປຶ້ມ​ນີ້ ຄົນ​ຕາຍ​ບໍ່​ມີ​ຄວາມ​ຮູ້ສຶກ​ຫຍັງ​ເລີຍ. ດັ່ງ​ນັ້ນ ການ​ພະຍາຍາມ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ມີ​ປະໂຫຍດ​ຫຍັງ. ຂ່າວ​ສານ​ອັນ​ໃດ​ກໍ​ຕາມ​ທີ່​ເບິ່ງ​ຄື​ວ່າ​ມາ​ຈາກ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ ທີ່​ແທ້​ແລ້ວ​ແມ່ນ​ມາ​ຈາກ​ພວກ​ຜີ​ປີ​ສາດ. ດ້ວຍ​ເຫດ​ນີ້ ພະ​ເຢໂຫວາ​ຈຶ່ງ​ຫ້າມ​ຊາວ​ອິດສະລາແອນ​ບໍ່​ໃຫ້​ພະຍາຍາມ​ເວົ້າ​ລົມ​ກັບ​ຄົນ​ຕາຍ​ຫຼື​ເຮັດ​ກິດຈະກຳ​ໃດໆທີ່​ກ່ຽວ​ຂ້ອງ​ກັບ​ລັດທິ​ພູດ​ຜີ​ປີ​ສາດ.—ພະບັນຍັດ 18:10-12.

ທົ່ວໂລກມີຮູບແບບຂອງການນະມັດສະການຮູບປັ້ນແລະບັນພະບຸລຸດ

5. ເຖິງ​ແມ່ນ​ເຈົ້າ​ເຄີຍ​ໃຊ້​ຮູບ​ປັ້ນ​ແລະ​ເຄີຍ​ນະມັດສະການ​ບັນພະບຸລຸດ ແຕ່​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່?

5 ຖ້າ​ການ​ໃຊ້​ຮູບ​ປັ້ນ​ຫຼື​ການ​ນະມັດສະການ​ບັນພະບຸລຸດ​ເຄີຍ​ເປັນ​ສ່ວນ​ໜຶ່ງ​ໃນ​ວິທີ​ນະມັດສະການ​ແບບ​ເກົ່າ​ຂອງ​ເຈົ້າ ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່? ຄວນ​ອ່ານ​ແລະ​ຄົ້ນ​ຄຶດ​ຕຶກຕອງ​ຂໍ້​ຄວາມ​ຕ່າງໆໃນ​ຄຳພີ​ໄບເບິນ​ທີ່​ຊີ້​ໃຫ້​ເຫັນ​ທັດສະນະ​ຂອງ​ພະເຈົ້າ​ຕໍ່​ກັບ​ສິ່ງ​ເຫຼົ່າ​ນີ້. ຄວນ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ທຸກໆມື້ ບອກ​ໃຫ້​ພະອົງ​ຮູ້​ວ່າ​ເຈົ້າ​ປາຖະໜາ​ທີ່​ຈະ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້ ແລະ​ຂໍ​ໃຫ້​ພະອົງ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ໃນ​ແບບ​ທີ່​ພະອົງ​ຄິດ.—ເອຊາອີ 55:9.

ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ່​ໄດ້ ສະຫຼອງ​ບຸນ​ຄລິດສະມາດ (ໂນ​ແອນ)

6, 7. (ກ) ມີ​ການ​ຖື​ກັນ​ວ່າ​ການ​ສະຫຼອງ​ບຸນ​ຄລິດສະມາດ​ເປັນ​ການ​ລະນຶກ​ເຖິງ​ຫຍັງ ແລະ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ​ໄດ້​ສະຫຼອງ​ບຸນ​ຄລິດສະມາດ​ບໍ? (ຂ) ໃນ​ສະໄໝ​ຂອງ​ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ ການ​ສະຫຼອງ​ວັນ​ເກີດ​ກ່ຽວ​ຂ້ອງ​ກັບ​ຫຍັງ?

6 ການ​ນະມັດສະການ​ປອມ​ອາດ​ເຮັດ​ໃຫ້​ການ​ນະມັດສະການ​ຂອງ​ຄົນ​ເຮົາ​ເປັນ​ມົນທິນ ເຊັ່ນ​ບຸນ​ຕ່າງໆເຊິ່ງ​ເປັນ​ທີ່​ນິຍົມ​ກັນ​ຫຼາຍ. ຕົວຢ່າງ ຂໍ​ໃຫ້​ພິຈາລະນາ​ກ່ຽວ​ກັບ​ບຸນ​ຄລິດສະມາດ. ເປັນ​ທີ່​ຍອມ​ຮັບ​ກັນ​ວ່າ​ບຸນ​ຄລິດສະມາດ​ເປັນ​ການ​ລະນຶກ​ເຖິງ​ການ​ເກີດ​ຂອງ​ພະ​ເຍຊູ​ຄລິດ ແລະ​ເກືອບ​ທຸກໆສາສະໜາ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ໄດ້​ພາ​ກັນ​ສະຫຼອງ​ບຸນ​ນີ້. ແຕ່​ບໍ່​ມີ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ໃນ​ສະຕະວັດ​ທຳອິດ​ສະຫຼອງ​ບຸນ​ດັ່ງ​ກ່າວ​ນີ້. ປຶ້ມ​ບ່ອນ​ກຳເນີດ​ອັນ​ສັກສິດ​ຂອງ​ສິ່ງ​ເລິກ​ລັບ (ພາສາ​ອັງກິດ) ກ່າວ​ວ່າ “ສອງ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ພະ​ຄລິດ​ເກີດ ບໍ່​ມີ​ໃຜ​ຮູ້​ແນ່ນອນ​ວ່າ​ພະອົງ​ເກີດ​ເມື່ອ​ໃດ​ແລະ​ມີ​ບໍ່​ເທົ່າ​ໃດ​ຄົນ​ທີ່​ສົນ​ໃຈ​ເລື່ອງ​ນັ້ນ.”

7 ຖ້າ​ຫາກ​ວ່າ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ຮູ້​ມື້​ທີ່​ພະອົງ​ເກີດ​ແທ້ໆ ພວກ​ເຂົາ​ເຈົ້າ​ກໍ​ບໍ່​ສະຫຼອງ​ມື້​ເກີດ​ນັ້ນ. ເປັນ​ຫຍັງ? ເພາະ​ສາລານຸກົມ​ເດີ ເວິລດ ບຸກ ເວົ້າ​ວ່າ ຄລິດສະຕຽນ​ຮຸ່ນ​ທຳອິດ “ຖື​ວ່າ​ການ​ສະຫຼອງ​ວັນ​ເກີດ​ຂອງ​ຜູ້​ໃດ​ກໍ​ຕາມ​ເປັນ​ທຳນຽມ​ຂອງ​ພວກ​ນອກ​ຮີດ.” ໃນ​ຄຳພີ​ໄບເບິນ​ມີ​ການ​ກ່າວ​ເຖິງ​ສະເພາະ​ແຕ່​ການ​ສະຫຼອງ​ວັນ​ເກີດ​ຂອງ​ຜູ້​ປົກຄອງ​ສອງ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ. (ຕົ້ນເດີມ 40:20; ມາລະໂກ 6:21) ມີ​ການ​ສະຫຼອງ​ວັນ​ເກີດ​ຂອງ​ເທບ​ພະເຈົ້າ​ນອກ​ຮີດ​ນຳ​ອີກ​ເພື່ອ​ໃຫ້​ກຽດ​ແກ່​ພວກ​ເຂົາ. ຕົວຢ່າງ ໃນ​ວັນ​ທີ 24 ເດືອນ​ພຶດສະພາ ຊາວ​ໂລມ​ສະຫຼອງ​ວັນ​ເກີດ​ຂອງ​ເທບ​ທິດາ​ໄດອານາ. ໃນ​ມື້​ຕໍ່​ໄປ​ພວກ​ເຂົາ​ກໍ​ສະຫຼອງ​ວັນ​ເກີດ​ຂອງ​ພະ​ອາທິດ​ທີ່​ຊື່​ວ່າ​ອາ​ໂປໂລ. ດັ່ງ​ນັ້ນ ການ​ສະຫຼອງ​ວັນ​ເກີດ​ຈຶ່ງ​ກ່ຽວ​ຂ້ອງ​ກັບ​ທຳນຽມ​ນອກ​ຮີດ ບໍ່​ແມ່ນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ຄລິດສະຕຽນ.

8. ຂໍ​ອະທິບາຍ​ຄວາມ​ກ່ຽວ​ຂ້ອງ​ກັນ​ລະຫວ່າງ​ການ​ສະຫຼອງ​ວັນ​ເກີດ​ກັບ​ຄວາມ​ເຊື່ອ​ທີ່​ງົມງວາຍ.

8 ມີ​ເຫດຜົນ​ອີກ​ຢ່າງ​ໜຶ່ງ​ທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ບໍ່​ໄດ້​ສະຫຼອງ​ວັນ​ເກີດ​ຂອງ​ພະ​ເຍຊູ. ພວກ​ສາວົກ​ຂອງ​ພະອົງ​ຄົງ​ຈະ​ຮູ້​ວ່າ​ການ​ສະຫຼອງ​ວັນ​ເກີດ​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ​ທີ່​ງົມງວາຍ. ຕົວຢ່າງ ຊາວ​ກະເລັກ​ແລະ​ຊາວ​ໂລມ​ຫຼາຍ​ຄົນ​ໃນ​ສະໄໝ​ບູຮານ​ເຊື່ອ​ວ່າ​ມີ​ວິນຍານ​ຕົນ​ໜຶ່ງ​ເບິ່ງ​ແຍງ​ມະນຸດ​ແຕ່​ລະ​ຄົນ​ທີ່​ເກີດ​ມາ​ແລະ​ວິນຍານ​ນັ້ນ​ເຝົ້າ​ປົກ​ປ້ອງ​ຄຸ້ມຄອງ​ຄົນ​ນັ້ນ​ຕະຫຼອດ​ຊີວິດ. ໜັງສື​ຕຳນານ​ກ່ຽວ​ກັບ​ວັນ​ເກີດ (ພາສາ​ອັງກິດ) ກ່າວ​ວ່າ “ວິນຍານ​ຕົນ​ນີ້​ມີ​ຄວາມ​ກ່ຽວ​ຂ້ອງ​ຢ່າງ​ເລິກ​ລັບ​ກັບ​ເທບ​ພະເຈົ້າ​ອົງ​ທີ່​ມີ​ວັນ​ເກີດ​ກົງ​ກັບ​ວັນ​ເກີດ​ຂອງ​ຄົນ​ນັ້ນ.” ພະ​ເຢໂຫວາ​ຕ້ອງ​ບໍ່​ພໍ​ໃຈ​ຢ່າງ​ແນ່ນອນ​ກັບ​ການ​ສະຫຼອງ​ແບບ​ໃດ​ກໍ​ຕາມ​ທີ່​ເອົາ​ພະ​ເຍຊູ​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ​ທີ່​ງົມງວາຍ. (ເອຊາອີ 65:11, 12) ຄັນ​ຊັ້ນ ເປັນ​ຫຍັງ​ຜູ້​ຄົນ​ມາກ​ມາຍ​ຈຶ່ງ​ເລີ່ມ​ສະຫຼອງ​ບຸນ​ຄລິດສະມາດ?

ຕົ້ນ​ກຳເນີດ​ຂອງ​ບຸນ​ຄລິດສະມາດ

9. ເປັນ​ຫຍັງ​ຈຶ່ງ​ເລືອກ​ວັນ​ທີ 25 ເດືອນ​ທັນວາ​ໃຫ້​ເປັນ​ວັນ​ທີ​ສະຫຼອງ​ວັນ​ເກີດ​ຂອງ​ພະ​ເຍຊູ?

9 ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ ຜູ້​ຄົນ​ຈຶ່ງ​ໄດ້​ເລີ່ມ​ສະຫຼອງ​ວັນ​ເກີດ​ຂອງ​ພະອົງ​ໃນ​ວັນ​ທີ 25 ເດືອນ​ທັນວາ. ແຕ່​ວ່າ​ນັ້ນ​ບໍ່​ແມ່ນ ວັນ​ທີ​ທີ່​ພະ​ເຍຊູ​ເກີດ ເພາະ​ເບິ່ງ​ຄື​ວ່າ​ພະອົງ​ເກີດ​ໃນ​ເດືອນ​ຕຸລາ.a ຄັນ​ຊັ້ນ ເປັນ​ຫຍັງ​ຈຶ່ງ​ມີ​ການ​ເລືອກ​ເອົາ​ວັນ​ທີ 25 ເດືອນ​ທັນວາ? ບາງ​ຄົນ​ທີ່​ຕໍ່​ມາ​ໄດ້​ອ້າງ​ຕົວ​ວ່າ​ເປັນ​ຄລິດສະຕຽນ​ຄົງ “ຢາກ​ໃຫ້​ວັນ​ນັ້ນ​ກົງ​ກັບ​ເທສະການ​ນອກ​ຮີດ​ຂອງ​ຊາວ​ໂລມ​ທີ່​ສະຫຼອງ ‘ວັນ​ເກີດ​ຂອງ​ດວງ​ຕາເວັນ​ເຊິ່ງ​ບໍ່​ມີ​ຜູ້​ໃດ​ພິຊິດ​ໄດ້.’” (ສາລານຸກົມ​ບຣິແທນນິກາ​ສະບັບ​ໃໝ່) ໃນ​ລະດູ​ໜາວ ເມື່ອ​ດວງ​ຕາເວັນ​ປາກົດ​ວ່າ​ມີ​ແສງ​ອ່ອນ​ທີ່​ສຸດ ພວກ​ນອກ​ຮີດ​ໄດ້​ຈັດ​ພິທີ​ຕ່າງໆຂຶ້ນ​ເພື່ອ​ຂໍ​ໃຫ້​ດວງ​ຕາເວັນ​ເຊິ່ງ​ໃຫ້​ຄວາມ​ອົບອຸ່ນ​ແລະ​ໃຫ້​ແສງ​ສະຫວ່າງ​ກັບ​ມາ​ຈາກ​ການ​ເດີນ​ທາງ​ໄກ. ສະນັ້ນ ຈຶ່ງ​ຖື​ກັນ​ວ່າ​ວັນ​ທີ 25 ເດືອນ​ທັນວາ ເປັນ​ວັນ​ທີ​ທີ່​ແສງ​ດວງ​ຕາເວັນ​ກັບ​ຄືນ​ມາ. ດ້ວຍ​ຄວາມ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້​ພວກ​ນອກ​ຮີດ​ປ່ຽນ​ສາສະໜາ ພວກ​ຜູ້​ນຳ​ສາສະໜາ​ຈຶ່ງ​ຍອມ​ຮັບ​ການ​ສະຫຼອງ​ນີ້ ແລ້ວ​ພະຍາຍາມ​ເຮັດ​ໃຫ້​ເບິ່ງ​ຄື​ເປັນ​ແບບ “ຄລິດສະຕຽນ.”b

10. ໃນ​ອະດີດ ເປັນ​ຫຍັງ​ບາງ​ຄົນ​ບໍ່​ສະຫຼອງ​ບຸນ​ຄລິດສະມາດ?

10 ເປັນ​ທີ່​ຍອມ​ຮັບ​ກັນ​ດົນ​ນານ​ມາ​ແລ້ວ​ວ່າ​ບຸນ​ຄລິດສະມາດ​ມີ​ຕົ້ນ​ກຳເນີດ​ຈາກ​ພວກ​ນອກ​ຮີດ. ເນື່ອງ​ຈາກ​ມີ​ຕົ້ນ​ກຳເນີດ​ທີ່​ບໍ່​ຖືກຕ້ອງ​ຕາມ​ຫຼັກ​ພະ​ຄຳພີ ໃນ​ສະຕະວັດ​ທີ 17 ຈຶ່ງ​ມີ​ການ​ສັ່ງ​ຫ້າມ​ການ​ສະຫຼອງ​ບຸນ​ຄລິດສະມາດ​ໃນ​ປະເທດ​ອັງກິດ​ແລະ​ປະເທດ​ຫົວ​ເມືອງ​ຂຶ້ນ​ບາງ​ແຫ່ງ​ຂອງ​ອັງກິດ​ທີ່​ມີ​ຊື່​ອາເມລິກາ. ຜູ້​ໃດ​ທີ່​ບໍ່​ໄດ້​ໄປ​ການ​ແຕ່​ພັກ​ຢູ່​ເຮືອນ​ໃນ​ມື້​ບຸນ​ຄລິດສະມາດ​ຍັງ​ຕ້ອງ​ເສຍ​ເງິນ​ຄ່າ​ປັບ​ໃໝ່. ແຕ່​ອີກ​ບໍ່​ດົນ​ທຳນຽມ​ເກົ່າ​ກໍ​ກັບ​ມາ​ແລະ​ເປັນ​ທີ່​ນິຍົມ​ກັນ​ອີກ ແລະ​ມີ​ການ​ເພີ່ມ​ທຳນຽມ​ໃໝ່​ບາງ​ຢ່າງ​ເຂົ້າ​ໄປ. ບຸນ​ຄລິດສະມາດ​ກາຍ​ເປັນ​ມື້​ບຸນ​ທີ່​ສຳຄັນ​ອີກ​ຄັ້ງ​ໜຶ່ງ ແລະ​ກໍ​ຍັງ​ຄົງ​ເປັນ​ມື້​ບຸນ​ສຳຄັນ​ໃນ​ອີກ​ຫຼາຍ​ດິນແດນ. ເນື່ອງ​ຈາກ​ບຸນ​ຄລິດສະມາດ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ ດັ່ງ​ນັ້ນ​ຜູ້​ທີ່​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ​ຈຶ່ງ​ບໍ່​ສະຫຼອງ​ບຸນ​ນີ້ ຫຼື​ບຸນ​ໃດໆທີ່​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ການ​ນະມັດສະການ​ຂອງ​ພວກ​ນອກ​ຮີດ.c

ຕົ້ນ​ກຳເນີດ​ຂອງ​ມື້​ບຸນ​ເປັນ​ເລື່ອງ​ສຳຄັນ​ແທ້ໆບໍ?

11. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ສະຫຼອງ​ບຸນ​ຕ່າງໆ ແຕ່​ອັນ​ໃດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ເຊິ່ງ​ເຮົາ​ຄວນ​ຄຳນຶງ​ເຖິງ?

11 ບາງ​ຄົນ​ເຫັນ​ດີ​ວ່າ​ມື້​ບຸນ​ຢ່າງ​ເຊັ່ນ​ບຸນ​ຄລິດສະມາດ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ພວກ​ນອກ​ຮີດ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຮູ້ສຶກ​ວ່າ​ບໍ່​ຜິດ​ທີ່​ຈະ​ສະຫຼອງ​ວັນ​ບຸນ​ເຫຼົ່າ​ນັ້ນ. ທີ່​ຈິງ​ແລ້ວ ຄົນ​ສ່ວນ​ຫຼາຍ​ບໍ່​ໄດ້​ຄິດ​ເຖິງ​ການ​ນະມັດສະການ​ປອມ​ເມື່ອ​ເຂົາ​ເຈົ້າ​ສະຫຼອງ​ມື້​ບຸນ​ຕ່າງໆ. ນອກ​ຈາກ​ນີ້ ເວລາ​ພິເສດ​ເຫຼົ່າ​ນີ້​ເປີດ​ໂອກາດ​ໃຫ້​ຄອບຄົວ​ໄດ້​ເຂົ້າ​ໃກ້​ຊິດ​ກັນ. ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ບໍ? ຖ້າ​ຮູ້ສຶກ​ແບບ​ນັ້ນ ກໍ​ຄົງ​ຈະ​ແມ່ນ​ຄວາມ​ຮັກ​ຕໍ່​ຄອບຄົວ​ນັ້ນ​ເອງ ບໍ່​ແມ່ນ​ຄວາມ​ມັກ​ຕໍ່​ສາສະໜາ​ປອມ​ທີ່​ເຮັດ​ໃຫ້​ການ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ຍາກ. ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຜູ້​ສ້າງ​ຕັ້ງ​ຄອບຄົວ ຢາກ​ໃຫ້​ເຈົ້າ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ຍາຕິ​ພີ່​ນ້ອງ​ຂອງ​ເຈົ້າ. (ເອເຟດ 3:14, 15) ແຕ່​ເຈົ້າ​ສາມາດ​ເສີມ​ສ້າງ​ສາຍ​ສຳພັນ​ໃນ​ຄອບຄົວ​ໃຫ້​ແໜ້ນແຟ້ນ​ຂຶ້ນ​ໄດ້​ໃນ​ວິທີ​ທີ່​ພະເຈົ້າ​ຍອມ​ຮັບ. ອັກຄະສາວົກ​ໂປໂລ​ຂຽນ​ກ່ຽວ​ກັບ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ເຮົາ​ຄວນ​ຄຳນຶງ​ເຖິງ​ວ່າ “ຈົ່ງ​ພິຈາລະນາ​ລອງ​ເບິ່ງ​ການ​ທີ່​ເປັນ​ຊອບ​ໃຈ​ພະອົງ​ເຈົ້າ.”—ເອເຟດ 5:10.

ກ້ອນເຂົ້າໜົມອົມທີ່ຕົກຢູ່ຮ່ອງນ້ຳເປື້ອນ

ເຈົ້າ​ຈະ​ກິນ​ເຂົ້າ​ໜົມ​ອົມ​ທີ່​ເກັບ​ຂຶ້ນ​ມາ​ຈາກ​ຮ່ອງ​ນ້ຳ​ບໍ?

12. ຈົ່ງ​ຍົກ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ເຮົາ​ຄວນ​ຫຼີກ​ລ່ຽງ​ທຳນຽມ​ແລະ​ການ​ສະຫຼອງ​ຕ່າງໆທີ່​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ແຫຼ່ງ​ທີ່​ບໍ່​ສະອາດ.

12 ບາງ​ທີ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຕົ້ນ​ກຳເນີດ​ຂອງ​ບຸນ​ຕ່າງໆບໍ່​ແມ່ນ​ເຫດຜົນ​ທີ່​ມີ​ການ​ສະຫຼອງ​ບຸນ​ເຫຼົ່າ​ນັ້ນ​ໃນ​ປັດຈຸບັນ. ຕົ້ນ​ກຳເນີດ​ຂອງ​ບຸນ​ສຳຄັນ​ແທ້ໆບໍ? ສຳຄັນ​ແທ້ໆ! ເພື່ອ​ເປັນ​ຕົວຢ່າງ ສົມມຸດ​ວ່າ​ເຈົ້າ​ເຫັນ​ເຂົ້າ​ໜົມ​ອົມ​ກ້ອນ​ໜຶ່ງ​ເຮ່ຍ​ຢູ່​ຮ່ອງ​ນ້ຳ​ຢູ່​ແຄມ​ທາງ. ເຈົ້າ​ຈະ​ຈັບ​ເອົາ​ເຂົ້າ​ໜົມ​ອົມ​ກ້ອນ​ນັ້ນ​ມາ​ອົມ​ບໍ? ບໍ່​ເອົາ​ດອກ! ເຂົ້າ​ໜົມ​ນັ້ນ​ບໍ່​ສະອາດ. ເຊັ່ນ​ດຽວ​ກັບ​ເຂົ້າ​ໜົມ​ອົມ​ກ້ອນ​ນັ້ນ ບຸນ​ຕ່າງໆອາດ​ເບິ່ງ​ຄື​ວ່າ​ດີ ແຕ່​ວ່າ​ມັນ​ມາ​ຈາກ​ແຫຼ່ງ​ທີ່​ບໍ່​ສະອາດ. ເພື່ອ​ຈະ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້ ເຮົາ​ຕ້ອງ​ມີ​ທັດສະນະ​ຄື​ຜູ້​ພະຍາກອນ​ເອຊາອີ ເຊິ່ງ​ລາວ​ບອກ​ຜູ້​ນະມັດສະການ​ແທ້​ວ່າ “ຢ່າຊູ່​ບາຍ​ສິ່ງ​ຂອງ​ອັນ​ຖ່ອຍ​ຮ້າຍ.”—ເອຊາອີ 52:11.

ຈົ່ງ​ໃຊ້​ຄວາມ​ສັງເກດ​ເຂົ້າ​ໃຈ​ໃນ​ການ​ພົວ​ພັນ​ກັບ​ຄົນ​ອື່ນ

13. ມີ​ຂໍ້​ທ້າທາຍ​ອັນ​ໃດ​ແດ່​ເກີດ​ຂຶ້ນ​ເມື່ອ​ເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ມື້​ບຸນ​ຕ່າງໆ?

13 ອາດ​ມີ​ຂໍ້​ທ້າທາຍ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ເມື່ອ​ເຈົ້າ​ຕັດສິນ​ໃຈ​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ມື້​ບຸນ​ຕ່າງໆ. ຕົວຢ່າງ ເພື່ອນ​ຮ່ວມ​ງານ​ຂອງ​ເຈົ້າ​ອາດ​ສົງໄສ​ວ່າ​ເປັນ​ຫຍັງ​ເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ກິດຈະກຳ​ບາງ​ຢ່າງ​ໃນ​ມື້​ບຸນ​ທີ່​ຈັດ​ຢູ່​ບ່ອນ​ເຮັດ​ວຽກ. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ໄດ້​ຮັບ​ຂອງ​ຂວັນ​ໃນ​ວັນ​ບຸນ​ຄລິດສະມາດ? ຜິດ​ບໍ​ທີ່​ຈະ​ຮັບ​ເອົາ​ຂອງ​ຂວັນ​ນັ້ນ? ຖ້າ​ຄູ່​ແຕ່ງ​ດອງ​ຂອງ​ເຈົ້າ​ບໍ່​ມີ​ຄວາມ​ເຊື່ອ​ຄື​ເຈົ້າ​ເດ? ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລູກ​ຂອງ​ເຈົ້າ​ຈະ​ບໍ່​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ຂາດ​ອັນ​ໃດ​ໄປ​ເນື່ອງ​ຈາກ​ບໍ່​ໄດ້​ສະຫຼອງ​ມື້​ບຸນ​ຕ່າງໆ?

14, 15. ເຈົ້າ​ອາດ​ເຮັດ​ແນວ​ໃດ​ຖ້າ​ມີ​ຄົນ​ທັກທາຍ​ເຈົ້າ​ດ້ວຍ​ຖ້ອຍຄຳ​ທີ່​ມັກ​ເວົ້າ​ໃນ​ໄລຍະ​ທີ່​ມີ​ການ​ສະຫຼອງ​ບຸນ ຫຼື​ຖ້າ​ມີ​ຄົນ​ຢາກ​ໃຫ້​ຂອງ​ຂວັນ​ເຈົ້າ?

14 ຈຳເປັນ​ຕ້ອງ​ມີ​ຄວາມ​ສັງເກດ​ເຂົ້າ​ໃຈ​ເປັນ​ຢ່າງ​ດີ​ເພື່ອ​ຈະ​ເບິ່ງ​ອອກ​ວ່າ​ຈະ​ຮັບ​ມື​ກັບ​ສະພາບການ​ແຕ່​ລະ​ຢ່າງ​ແນວ​ໃດ. ຫາກ​ບັງເອີນ​ມີ​ຄົນ​ທັກທາຍ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ທີ່​ມັກ​ຈະ​ເວົ້າ​ລົມ​ກັນ​ໃນ​ໄລຍະ​ທີ່​ສະຫຼອງ​ບຸນ ເຈົ້າ​ກໍ​ອາດ​ພຽງ​ແຕ່​ກ່າວ​ຄຳ​ຂອບໃຈ​ໃນ​ຄວາມ​ປາຖະໜາ​ທີ່​ດີ​ຂອງ​ເຂົາ​ເຈົ້າ. ແຕ່​ສົມມຸດ​ວ່າ​ເຈົ້າ​ກຳລັງ​ຕິດ​ຕໍ່​ພົວ​ພັນ​ກັບ​ຄົນ​ທີ່​ພົບ​ຫຼື​ເຮັດ​ວຽກ​ນຳ​ເປັນ​ປະຈຳ ໃນ​ກໍລະນີ​ແບບ​ນັ້ນ​ເຈົ້າ​ອາດ​ເລືອກ​ທີ່​ຈະ​ເວົ້າ​ຫຼາຍ​ກວ່າ​ນັ້ນ. ບໍ່​ວ່າ​ຈະ​ໃນ​ກໍລະນີ​ໃດ​ກໍ​ຕາມ ຂໍ​ໃຫ້​ເປັນ​ຄົນ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ຄຳພີ​ໄບເບິນ​ແນະນຳ​ວ່າ “ໃຫ້​ຖ້ອຍຄຳ​ຂອງ​ທ່ານ​ທັງ​ຫຼາຍ​ອອກ​ເລື້ອຍ​ດ້ວຍ​ພະ​ຄຸນ ເຄັມ​ດ້ວຍ​ເກືອ ທ່ານ​ທັງ​ຫຼາຍ​ຕ້ອງ​ຮູ້ຈັກ​ວ່າ​ສົມຄວນ​ຈະ​ຕອບ​ແກ່​ທຸກ​ຄົນ​ດ້ວຍ​ຄຳ​ຢ່າງ​ໃດ.” (ໂກໂລດ 4:6) ຈົ່ງ​ລະວັງ​ກິລິຍາ​ທ່າ​ທາງ​ແບບ​ທີ່​ບໍ່​ສະແດງ​ຄວາມ​ນັບຖື​ຕໍ່​ຜູ້​ອື່ນ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ຈົ່ງ​ອະທິບາຍ​ຈຸດ​ຢືນ​ຂອງ​ເຈົ້າ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ຂໍ​ໃຫ້​ອະທິບາຍ​ຢ່າງ​ຊັດເຈນ​ວ່າ​ເຈົ້າ​ບໍ່​ໄດ້​ຄັດ​ຄ້ານ​ເລື່ອງ​ການ​ໃຫ້​ຂອງ​ຂວັນ​ແລະ​ການ​ພົບ​ປະ​ສັງ​ສັນ ແຕ່​ວ່າ​ເຈົ້າ​ຢາກ​ເຮັດ​ແບບ​ນີ້​ໃນ​ໂອກາດ​ອື່ນ​ຫຼາຍ​ກວ່າ.

15 ຖ້າ​ມີ​ບາງ​ຄົນ​ຢາກ​ເອົາ​ຂອງ​ຂວັນ​ໃຫ້​ເຈົ້າ​ເດ? ສ່ວນ​ຫຼາຍ​ຂຶ້ນ​ຢູ່​ກັບ​ສະພາບການ. ຜູ້​ໃຫ້​ອາດ​ເວົ້າ​ວ່າ “ຂ້ອຍ​ຮູ້​ວ່າ​ເຈົ້າ​ບໍ່​ສະຫຼອງ​ບຸນ​ນີ້. ແຕ່​ຂ້ອຍ​ຍັງ​ຢາກ​ໃຫ້​ຂອງ​ຂວັນ​ເຈົ້າ.” ເຈົ້າ​ອາດ​ຕັດສິນ​ໃຈ​ຮັບ​ເອົາ​ຂອງ​ຂວັນ​ນັ້ນ​ເພາະ​ນັ້ນ​ບໍ່​ຄື​ກັບ​ການ​ມີ​ສ່ວນ​ຮ່ວມ​ໃນ​ບຸນ​ນັ້ນ. ແນ່ນອນ ຖ້າ​ຜູ້​ໃຫ້​ບໍ່​ຮູ້ຈັກ​ຄວາມ​ເຊື່ອ​ຂອງ​ເຈົ້າ​ດີ​ປານ​ໃດ ເຈົ້າ​ອາດ​ບອກ​ວ່າ​ເຈົ້າ​ບໍ່​ສະຫຼອງ​ບຸນ​ນີ້. ເລື່ອງ​ນີ້​ຈະ​ຊ່ວຍ​ອະທິບາຍ​ເຫດຜົນ​ທີ່​ເຈົ້າ​ຮັບ​ເອົາ​ຂອງ​ຂວັນ​ແຕ່​ວ່າ​ບໍ່​ໄດ້​ໃຫ້​ຂອງ​ຂວັນ​ໃນ​ໂອກາດ​ນັ້ນ. ໃນ​ອີກ​ດ້ານ​ໜຶ່ງ ຄົງ​ຈະ​ບໍ່​ສະຫຼາດ​ທີ່​ຈະ​ຮັບ​ເອົາ​ຂອງ​ຂວັນ​ນັ້ນ​ຫາກ​ຜູ້​ໃຫ້​ຈົງໃຈ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ບໍ່​ໄດ້​ຍຶດ​ໝັ້ນ​ກັບ​ຄວາມ​ເຊື່ອ​ຂອງ​ເຈົ້າ ຫຼື​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ຍອມ​ອ່ອນ​ຂໍ້​ກັບ​ຄວາມ​ເຊື່ອ​ເພື່ອ​ຈະ​ໄດ້​ຜົນ​ປະໂຫຍດ​ທາງ​ດ້ານ​ວັດຖຸ.

ຈະ​ປະຕິບັດ​ແນວ​ໃດ​ຕໍ່ ສະມາຊິກ​ຄອບຄົວ​ທີ່​ຕ່າງ​ຄວາມ​ເຊື່ອ?

16. ເມື່ອ​ຈັດການ​ກັບ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ສະຫຼອງ​ບຸນ​ຕ່າງໆ ເຮົາ​ຈະ​ເປັນ​ຄົນ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໄດ້​ແນວ​ໃດ?

16 ຈະ​ວ່າ​ແນວ​ໃດ​ຖ້າ​ສະມາຊິກ​ໃນ​ຄອບຄົວ​ມີ​ຄວາມ​ເຊື່ອ​ທີ່​ຕ່າງ​ຈາກ​ເຈົ້າ? ອີກ​ຄັ້ງ​ໜຶ່ງ ຈົ່ງ​ເປັນ​ຄົນ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເຮັດ​ໃຫ້​ທຳນຽມ​ຫຼື​ການ​ສະຫຼອງ​ທຸກ​ຢ່າງ​ທີ່​ຍາຕິ​ພີ່​ນ້ອງ​ເຮັດ​ຢູ່​ມາ​ເປັນ​ປະເດັນ. ແຕ່​ໃຫ້​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ມີ​ສິດທິ​ທີ່​ຈະ​ສະແດງ​ຄວາມ​ຄິດ​ເຫັນ ຄື​ກັບ​ທີ່​ເຈົ້າ​ເອງ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ຍອມ​ຮັບ​ວ່າ​ເຈົ້າ​ມີ​ສິດທິ​ທີ່​ຈະ​ເຮັດ​ແບບ​ທີ່​ເຈົ້າ​ເຫັນ​ວ່າ​ສົມຄວນ. (ມັດທາຍ 7:12) ຈົ່ງ​ລະວັງ​ຢ່າ​ເຮັດ​ສິ່ງ​ໃດໆທີ່​ອາດ​ເຮັດ​ໃຫ້​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ການ​ສະຫຼອງ​ບຸນ​ນັ້ນ. ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​ເປັນ​ຄົນ​ມີ​ເຫດຜົນ​ຫາກ​ເຫັນ​ວ່າ​ເລື່ອງ​ນັ້ນ​ບໍ່​ໄດ້​ກ່ຽວ​ຂ້ອງ​ແທ້ໆກັບ​ການ​ສະຫຼອງ​ອັນ​ໃດ​ອັນ​ໜຶ່ງ. ແນ່ນອນ ເຈົ້າ​ຕ້ອງ​ລະວັງ​ສະເໝີ​ທີ່​ຈະ​ບໍ່​ເຮັດ​ໃນ​ສິ່ງ​ທີ່​ລົບກວນ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ຂອງ​ເຈົ້າ.—1 ຕີໂມເຕ 1:18, 19.

17. ເນື່ອງ​ຈາກ​ເຫັນ​ຄົນ​ອື່ນ​ພາ​ກັນ​ສະຫຼອງ​ບຸນ​ຕ່າງໆ ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ລູກ​ຮູ້ສຶກ​ວ່າ​ຂາດ​ສິ່ງ​ໃດ​ສິ່ງ​ໜຶ່ງ?

17 ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ລູກ​ຂອງ​ເຈົ້າ​ຈະ​ບໍ່​ຮູ້ສຶກ​ວ່າ​ຂາດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ຍ້ອນ​ບໍ່​ໄດ້​ສະຫຼອງ​ບຸນ​ຕ່າງໆທີ່​ບໍ່​ຖືກຕ້ອງ​ຕາມ​ຫຼັກ​ພະ​ຄຳພີ? ສ່ວນ​ຫຼາຍ​ແລ້ວ​ກໍ​ຂຶ້ນ​ກັບ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ໂອກາດ​ອື່ນ. ພໍ່​ແມ່​ບາງ​ຄົນ​ຈັດ​ເວລາ​ໄວ້​ຕ່າງ​ຫາກ​ເພື່ອ​ໃຫ້​ຂອງ​ຂວັນ​ແກ່​ລູກ​ຂອງ​ຕົນ. ຂອງ​ຂວັນ​ຢ່າງ​ໜຶ່ງ​ທີ່​ດີ​ທີ່​ສຸດ​ເຊິ່ງ​ພໍ່​ແມ່​ຈະ​ໃຫ້​ລູກ​ໄດ້​ກໍ​ຄື​ເວລາ​ແລະ​ການ​ເອົາໃຈໃສ່​ດ້ວຍ​ຄວາມ​ຮັກ.

ຍຶດ​ໝັ້ນ​ກັບ​ການ​ນະມັດສະການ​ແທ້

ຄອບຄົວໜຶ່ງກຳລັງປະກາດຂ່າວດີ ເຂົ້າຮ່ວມການປະຊຸມຂອງຄລິດສະຕຽນ ແລະໃຫ້ຂອງຂວັນກັນໃນຕອນທີ່ໄປກິນເຂົ້າປ່າ

ການ​ນະມັດສະການ​ແທ້​ເຮັດ​ໃຫ້​ມີ​ຄວາມ​ສຸກ​ທີ່​ແທ້​ຈິງ

18. ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້?

18 ເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ ເຈົ້າ​ເອງ​ຕ້ອງ​ປະຕິເສດ​ການ​ນະມັດສະການ​ປອມ​ແລະ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້. ການ​ເຮັດ​ແນວ​ນັ້ນ​ມີ​ຫຍັງ​ກ່ຽວ​ຂ້ອງ​ຢູ່​ນຳ? ຄຳພີ​ໄບເບິນ​ກ່າວ​ວ່າ “ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ ຢ່າ​ໃຫ້​ປະການ​ຊຸມນຸມ​ກັນ​ນັ້ນ​ເໝືອນ​ດັ່ງ​ຜູ້​ລາງ​ຄົນ​ເຄີຍ​ປະ ແຕ່​ວ່າ​ຈົ່ງ​ເຕືອນ​ສະຕິ​ກັນ​ແລະ​ກັນ ແລະ​ມາກ​ກວ່າ​ນັ້ນ​ອີກ​ເພາະ​ທ່ານ​ທັງ​ຫຼາຍ​ເຫັນ​ວ່າ​ວັນ​ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.” (ເຫບເລີ 10:24, 25) ການ​ປະຊຸມ​ຕ່າງໆຂອງ​ຄລິດສະຕຽນ​ເປັນ​ໂອກາດ​ທີ່​ໜ້າ​ຍິນດີ​ທີ່​ເຈົ້າ​ຈະ​ນະມັດສະການ​ພະເຈົ້າ​ໃນ​ວິທີ​ທີ່​ພະອົງ​ຍອມ​ຮັບ. (ຄຳເພງ 22:22; 122:1) ຢູ່​ການ​ປະຊຸມ​ເຫຼົ່າ​ນັ້ນ “ມີ​ຄວາມ​ເລົ້າໂລມ” ລະຫວ່າງ​ຄລິດສະຕຽນ​ທີ່​ສັດ​ຊື່.—ໂລມ 1:12.

19. ເປັນ​ຫຍັງ​ການ​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ຕ່າງໆທີ່​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຄຳພີ​ໄບເບິນ​ຈຶ່ງ​ຖື​ວ່າ​ເປັນ​ເລື່ອງ​ສຳຄັນ?

19 ອີກ​ທາງ​ໜຶ່ງ​ທີ່​ເຈົ້າ​ສາມາດ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້​ກໍ​ຄື​ການ​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ. ແທ້​ຈິງ​ແລ້ວ ຜູ້​ຄົນ​ມາກ​ມາຍ​ກຳລັງ “ທອດ​ຫຸ່ຍ​ແລະ​ຮ້ອງ​ຄາງ” ເພາະ​ຄວາມ​ຊົ່ວ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ທຸກ​ມື້​ນີ້. (ເອເຊກຽນ 9:4) ບາງ​ທີ​ເຈົ້າ​ຮູ້ຈັກ​ບາງ​ຄົນ​ທີ່​ຮູ້ສຶກ​ແນວ​ນັ້ນ. ເປັນ​ຫຍັງ​ບໍ່​ລອງ​ເວົ້າ​ກັບ​ເຂົາ​ເຈົ້າ​ເລື່ອງ​ຄວາມ​ຫວັງ​ກ່ຽວ​ກັບ​ອະນາຄົດ​ທີ່​ເຈົ້າ​ໄດ້​ຈາກ​ຄຳພີ​ໄບເບິນ? ໃນ​ຂະນະ​ທີ່​ເຈົ້າ​ຄົບຫາ​ສະມາຄົມ​ກັບ​ຄລິດສະຕຽນ​ແທ້​ແລະ​ເວົ້າ​ກັບ​ຄົນ​ອື່ນ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ວິເສດ​ເຊິ່ງ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ຄຳພີ​ໄບເບິນ ເຈົ້າ​ຈະ​ຮູ້ສຶກ​ວ່າ​ຄວາມ​ປາຖະໜາ​ທີ່​ຈະ​ປະຕິບັດ​ຕາມ​ປະເພນີ​ຕ່າງໆຂອງ​ສາສະໜາ​ປອມ​ທີ່​ຍັງ​ຄົງ​ມີ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ນັ້ນ​ຈະ​ຄ່ອຍໆໝົດ​ໄປ. ຖ້າ​ເຈົ້າ​ຢືນຢັດ​ຢູ່​ກັບ​ການ​ນະມັດສະການ​ແທ້ ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຢ່າງ​ຍິ່ງ​ແລະ​ຈະ​ໄດ້​ຮັບ​ຄວາມ​ພອນ​ມາກ​ມາຍ.—ມາລາກີ 3:10.

a ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 221-222.

b ບຸນ​ຊາເຕີນາເລຍ​ກໍ​ຍັງ​ມີ​ສ່ວນ​ທີ່​ເຮັດ​ໃຫ້​ມີ​ການ​ເລືອກ​ວັນ​ທີ 25 ເດືອນ​ທັນວາ​ນຳ​ອີກ. ບຸນ​ນີ້​ຈັດ​ຂຶ້ນ​ເພື່ອ​ໃຫ້​ກຽດ​ແກ່​ເທບ​ພະເຈົ້າ​ຂອງ​ການ​ກະເສດ​ຂອງ​ຊາວ​ໂລມ​ເຊິ່ງ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 17-24 ເດືອນ​ທັນວາ. ມີ​ການ​ຈັດການ​ກິນ​ລ້ຽງ ການ​ມ່ວນ​ຊື່ນ​ເຮຮາ ແລະ​ການ​ໃຫ້​ຂອງ​ຂວັນ​ໃນ​ລະຫວ່າງ​ບຸນ​ຊາເຕີນາເລຍ.

c ສຳລັບ​ການ​ພິຈາລະນາ​ເລື່ອງ​ທີ່​ວ່າ​ຄລິດສະຕຽນ​ແທ້​ມີ​ທັດສະນະ​ແນວ​ໃດ​ຕໍ່​ບຸນ​ອື່ນໆເຊິ່ງ​ເປັນ​ທີ່​ນິຍົມ ຂໍ​ໃຫ້​ເບິ່ງ​ພາກ​ຜະໜວກ​ໜ້າ 222-223.

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ທັງ​ການ​ນະມັດສະການ​ຮູບ​ປັ້ນ​ແລະ​ການ​ນະມັດສະການ​ບັນພະບຸລຸດ​ບໍ່​ແມ່ນ​ການ​ນະມັດສະການ​ແທ້.—ອົບພະຍົບ 20:4, 5; ພະບັນຍັດ 18:10-12.

  • ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ສະເຫຼີມສະຫຼອງ​ບຸນ​ເຊິ່ງ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ພວກ​ນອກ​ຮີດ​ເປັນ​ສິ່ງ​ຜິດ.—ເອເຟດ 5:10.

  • ຄລິດສະຕຽນ​ແທ້​ຄວນ​ເປັນ​ຄົນ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເມື່ອ​ອະທິບາຍ​ຄວາມ​ເຊື່ອ​ຂອງ​ຕົນ​ໃຫ້​ຄົນ​ອື່ນ​ຟັງ.—ໂກໂລດ 4:6.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌