ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 195-ໜ້າ 197 ຂໍ້ 3
  • ຊື່​ຂອງ​ພະເຈົ້າ—ການ​ໃຊ້​ແລະ​ຄວາມຫມາຍ​ຂອງ​ຊື່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊື່​ຂອງ​ພະເຈົ້າ—ການ​ໃຊ້​ແລະ​ຄວາມຫມາຍ​ຂອງ​ຊື່
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ເລື່ອງທີ່ຄ້າຍກັນ
  • ກ4 ຊື່ຂອງພະເຈົ້າໃນພະຄຳພີພາກພາສາເຮັບເຣີ
    ຄຳພີໄບເບິນສະບັບແປໂລກໃໝ່
  • ພະ​ເຢໂຫວາ​ແມ່ນ​ໃຜ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 195-ໜ້າ 197 ຂໍ້ 3

ພາກ​ຜະໜວກ

ຊື່​ຂອງ​ພະເຈົ້າ—ການ​ໃຊ້​ແລະ​ຄວາມ​ໝາຍ​ຂອງ​ຊື່

ໃນ​ຄຳພີ​ໄບເບິນ​ສະບັບ​ທີ່​ເຈົ້າ​ໃຊ້​ແປ​ຄຳເພງ 83:18 ວ່າ​ແນວ​ໃດ? ພະ​ຄຳພີ​ລາວ​ແປ​ຂໍ້​ນີ້​ວ່າ “ໃຫ້​ເຂົາ​ຮູ້ຈັກ​ວ່າ​ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” ຄຳພີ​ໄບເບິນ​ສະບັບ​ແປ​ອື່ນໆຫຼາຍ​ສະບັບ​ກໍ​ແປ​ຄ້າຍ​ກັນ. ແນວ​ໃດ​ກໍ​ຕາມ​ການ​ແປ​ຫຼາຍ​ສະບັບ​ບໍ່​ໄດ້​ໃຊ້​ຊື່​ເຢໂຫວາ ແຕ່​ໃຊ້​ຄຳ​ທີ່​ບົ່ງ​ບອກ​ເຖິງ​ຕຳແໜ່ງ​ເຊັ່ນ “ພະອົງ​ເຈົ້າ” ຫຼື “ພະ​ຜູ້​ຢູ່​ຕະຫຼອດ​ໄປ​ເປັນ​ນິດ” ແທນ. ຄຳ​ໃດ​ທີ່​ຄວນ​ໃຊ້​ໃນ​ຂໍ້​ນີ້? ຄຳ​ທີ່​ບົ່ງ​ບອກ​ເຖິງ​ຕຳແໜ່ງ​ຫຼື​ຊື່​ເຢໂຫວາ?

ຕົວສະກົດອັກສອນເຫບເລີ—ຊື່ຂອງພະເຈົ້າທີ່ຂຽນໃນພາສາເຫບເລີ

ຊື່​ຂອງ​ພະເຈົ້າ​ທີ່​ຂຽນ​ດ້ວຍ​ຕົວ​ອັກສອນ​ເຫບເລີ

ພະ​ຄຳພີ​ຂໍ້​ນີ້​ກ່າວ​ເຖິງ​ຊື່​ພະເຈົ້າ. ຕາມ​ຕົ້ນ​ສະບັບ​ຂອງ​ຄຳພີ​ໄບເບິນ​ທີ່​ສ່ວນ​ຫຼາຍ​ບັນທຶກ​ເປັນ​ພາສາ​ເຫບເລີ​ມີ​ຊື່​ສະເພາະ​ທີ່​ບໍ່​ມີ​ຊື່​ໃດ​ທຽບ​ໄດ້​ປາກົດ​ຢູ່​ໃນ​ພະ​ຄຳພີ​ຂໍ້​ນີ້. ມີ​ການ​ສະກົດ​ດ້ວຍ​ຕົວ​ອັກສອນ​ເຫບເລີ יהוה (ຢຫວຫ). ໃນ​ພາສາ​ລາວ ໂດຍ​ທົ່ວໄປ​ແລ້ວ​ມີ​ການ​ແປ​ຊື່​ນີ້​ວ່າ “ເຢໂຫວາ.” ຊື່​ນີ້​ມີ​ຢູ່​ໃນ​ພະ​ຄຳພີ​ຂໍ້​ດຽວ​ເທົ່າ​ນັ້ນ​ບໍ? ບໍ່​ແມ່ນ. ຊື່​ນີ້​ມີ​ຢູ່​ໃນ​ຂໍ້​ຄວາມ​ຕົ້ນ​ສະບັບ​ຂອງ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ເກືອບ 7.000 ເທື່ອ!

ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ສຳຄັນ​ຫຼາຍ​ປານ​ໃດ? ຂໍ​ໃຫ້​ພິຈາລະນາ​ຄຳ​ອະທິດຖານ​ແບບ​ຢ່າງ​ທີ່​ພະ​ເຍຊູ​ຄລິດ​ໄດ້​ໃຫ້​ໄວ້. ຄຳ​ອະທິດຖານ​ນັ້ນ​ເລີ່ມ​ຕົ້ນ​ແນວ​ນີ້ “ພະ​ບິດາ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ​ຜູ້​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ນາມ​ຊື່​ຂອງ​ພະອົງ​ເປັນ​ທີ່​ນັບຖື​ອັນ​ບໍລິສຸດ.” (ມັດທາຍ 6:9) ຕໍ່​ມາ ພະ​ເຍຊູ​ໄດ້​ອະທິດຖານ​ເຖິງ​ພະເຈົ້າ​ວ່າ “ພະ​ບິດາ​ເຈົ້າ​ຂ້າ ຂໍ​ໃຫ້​ມີ​ລັດ​ສະໝີ​ແກ່​ນາມ​ຊື່​ຂອງ​ພະອົງ.” ພະເຈົ້າ​ໄດ້​ຕອບ​ຈາກ​ສະຫວັນ​ວ່າ “ເຮົາ​ໃຫ້​ມີ​ລັດ​ສະໝີ​ແລ້ວ ແລະ​ເຮົາ​ຈະ​ໃຫ້​ມີ​ລັດ​ສະໝີ​ແກ່​ນາມ​ຊື່​ຂອງ​ເຮົາ​ອີກ.” (ໂຢຮັນ 12:28) ເຫັນ​ໄດ້​ຈະ​ແຈ້ງ​ວ່າ​ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ຄັນ​ຊັ້ນ ເປັນ​ຫຍັງ​ຜູ້​ແປ​ບາງ​ຄົນ​ຈຶ່ງ​ຕັດ​ຊື່​ນີ້​ອອກ​ຈາກ​ຄຳພີ​ໄບເບິນ​ສະບັບ​ແປ​ຂອງ​ເຂົາ​ແລະ​ໃສ່​ຄຳ​ທີ່​ບົ່ງ​ບອກ​ເຖິງ​ຕຳແໜ່ງ​ແທນ?

ເບິ່ງ​ຄື​ວ່າ​ມີ​ເຫດຜົນ​ຫຼັກ​ສອງ​ຢ່າງ. ເຫດຜົນ​ທຳອິດ ຫຼາຍ​ຄົນ​ອ້າງ​ວ່າ​ບໍ່​ຄວນ​ໃຊ້​ຊື່​ນັ້ນ​ເພາະ​ໃນ​ປັດຈຸບັນ​ນີ້​ບໍ່​ມີ​ໃຜ​ຮູ້​ວ່າ​ແຕ່​ຕົ້ນເດີມ​ນັ້ນ​ມີ​ການ​ອອກ​ສຽງ​ແນວ​ໃດ. ພາສາ​ເຫບເລີ​ບູຮານ​ຂຽນ​ໂດຍ​ບໍ່​ມີ​ສະຫຼະ. ດັ່ງ​ນັ້ນ ບໍ່​ມີ​ໃຜ​ໃນ​ປັດຈຸບັນ​ນີ້​ສາມາດ​ແນ່​ໃຈ​ໄດ້​ແທ້ໆວ່າ​ຜູ້​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ​ອອກ​ສຽງ ຢຫວຫ ວ່າ​ແນວ​ໃດ. ແຕ່​ເລື່ອງ​ນີ້​ຄວນ​ຢັບຢັ້ງ​ເຮົາ​ໄວ້​ບໍ່​ໃຫ້​ໃຊ້​ຊື່​ຂອງ​ພະເຈົ້າ​ບໍ? ໃນ​ສະໄໝ​ທີ່​ຂຽນ​ຄຳພີ​ໄບເບິນ ອາດ​ມີ​ການ​ອອກ​ສຽງ​ຊື່​ເຍຊູ​ວ່າ​ເຢຊົວ ຫຼື​ບາງ​ທີ່​ອາດ​ອອກ​ສຽງ​ເປັນ​ເຢໂຫຊົວ ເຊິ່ງ​ບໍ່​ມີ​ໃຜ​ແນ່​ໃຈ​ໄດ້​ໃນ​ເລື່ອງ​ນີ້. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໃນ​ທຸກ​ມື້​ນີ້​ຜູ້​ຄົນ​ທົ່ວ​ໂລກ​ກໍ​ໃຊ້​ຊື່​ເຍຊູ​ໃນ​ແບບ​ທີ່​ແຕກຕ່າງ​ກັນ​ອອກ​ໄປ ໂດຍ​ອອກ​ສຽງ​ຊື່​ນີ້​ໃນ​ແບບ​ທີ່​ໃຊ້​ກັນ​ທົ່ວໄປ​ໃນ​ພາສາ​ຂອງ​ຕົນ​ເອງ. ເຂົາ​ເຈົ້າ​ບໍ່​ໄດ້​ລັ່ງເລ​ໃຈ​ທີ່​ຈະ​ໃຊ້​ຊື່​ນັ້ນ​ຍ້ອນ​ບໍ່​ຮູ້ຈັກ​ວ່າ​ມີ​ການ​ອອກ​ສຽງ​ຊື່​ນັ້ນ​ແນວ​ໃດ​ໃນ​ສະຕະວັດ​ທຳອິດ. ຄ້າຍ​ຄື​ກັນ ຫາກ​ເຈົ້າ​ເດີນ​ທາງ​ໄປ​ຕ່າງ​ປະເທດ ເຈົ້າ​ອາດ​ພົບ​ວ່າ​ຜູ້​ຄົນ​ທີ່​ເວົ້າ​ພາສາ​ອື່ນ​ອອກ​ສຽງ​ຊື່​ຂອງ​ເຈົ້າ​ບໍ່​ຖືກ. ດັ່ງ​ນັ້ນ ການ​ທີ່​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ອອກ​ສຽງ​ຊື່​ຂອງ​ພະເຈົ້າ​ໃນ​ສະໄໝ​ບູຮານ​ບໍ່​ແມ່ນ​ເຫດຜົນ​ທີ່​ຈະ​ບໍ່​ໃຊ້​ຊື່​ນັ້ນ.

ເຫດຜົນ​ທີ​ສອງ​ທີ່​ມີ​ການ​ອ້າງ​ເລື້ອຍໆເພື່ອ​ຕັດ​ຊື່​ຂອງ​ພະເຈົ້າ​ອອກ​ຈາກ​ຄຳພີ​ໄບເບິນ​ນັ້ນ​ກ່ຽວ​ຂ້ອງ​ກັບ​ທຳນຽມ​ອັນ​ເກົ່າ​ແກ່​ຂອງ​ພວກ​ຢິວ. ເຂົາ​ເຈົ້າ​ຫຼາຍ​ຄົນ​ເຊື່ອ​ວ່າ​ບໍ່​ຄວນ​ອອກ​ສຽງ​ຊື່​ຂອງ​ພະເຈົ້າ​ເລີຍ. ຄວາມ​ເຊື່ອ​ນີ້​ເບິ່ງ​ຄື​ວ່າ​ເກີດ​ຈາກ​ການ​ນຳ​ເອົາ​ກົດ​ໝາຍ​ຂໍ້​ໜຶ່ງ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ແບບ​ຜິດໆເຊິ່ງ​ຂໍ້​ນັ້ນ​ກ່າວ​ວ່າ “ນາມ​ຊື່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຢ່າ​ອອກ​ເປົ່າໆ ເຫດ​ວ່າ​ບຸກຄະລະ​ຜູ້​ໃດ​ທີ່​ຈະ​ອອກ​ນາມ​ຊື່​ຂອງ​ພະອົງ​ເປົ່າໆ ພະ​ເຢໂຫວາ​ຈະ​ບໍ່​ຖື​ຜູ້​ນັ້ນ​ວ່າ​ເປັນ​ຄົນ​ບໍ່​ມີ​ຜິດ.”—ອົບພະຍົບ 20:7.

ກົດ​ໝາຍ​ຂໍ້​ນີ້​ຫ້າມ​ບໍ່​ໃຫ້​ເອົາ​ຊື່​ຂອງ​ພະເຈົ້າ​ໄປ​ໃຊ້​ແບບ​ຜິດໆ. ແຕ່​ຂໍ້​ນີ້​ຫ້າມ​ບໍ່​ໃຫ້​ໃຊ້​ຊື່​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ນັບຖື​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ຜູ້​ຂຽນ​ຄຳພີ​ໄບເບິນ​ພາກ​ພາສາ​ເຫບເລີ (“ພັນທະສັນຍາ​ເດີມ”) ລ້ວນ​ແຕ່​ເປັນ​ຄົນ​ສັດ​ຊື່​ເຊິ່ງ​ດຳເນີນ​ຊີວິດ​ຕາມ​ພະບັນຍັດ​ທີ່​ພະເຈົ້າ​ມອບ​ໃຫ້​ຊາວ​ອິດສະລາແອນ. ແນວ​ໃດ​ກໍ​ຕາມ ເຂົາ​ເຈົ້າ​ໃຊ້​ຊື່​ຂອງ​ພະເຈົ້າ​ເລື້ອຍໆ. ຕົວຢ່າງ​ເຊັ່ນ ເຂົາ​ເຈົ້າ​ໃຊ້​ຊື່​ນັ້ນ​ໃນ​ຫຼາຍ​ເພງ​ເຊິ່ງ​ຝູງ​ຊົນ​ຜູ້​ນະມັດສະການ​ໄດ້​ພາ​ກັນ​ຮ້ອງ​ເພງ​ດັ່ງ​ກ່າວ​ດ້ວຍ​ສຽງ​ດັງ. ແມ່ນ​ແຕ່​ພະ​ເຢໂຫວາ​ພະເຈົ້າ​ກໍ​ຍັງ​ສັ່ງ​ຜູ້​ນະມັດສະການ​ຂອງ​ພະອົງ​ໃຫ້​ຮ້ອງ​ເອີ້ນ​ຊື່​ຂອງ​ພະອົງ ແລະ​ຜູ້​ທີ່​ສັດ​ຊື່​ກໍ​ໄດ້​ປະຕິບັດ​ຕາມ. (ໂຢເອນ 2:32; ກິດຈະການ 2:21) ດັ່ງ​ນັ້ນ ໃນ​ທຸກ​ມື້​ນີ້​ຄລິດສະຕຽນ​ບໍ່​ໄດ້​ລັ່ງເລ​ໃຈ​ທີ່​ຈະ​ໃຊ້​ຊື່​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ນັບຖື ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ເຮັດ​ຢ່າງ​ແນ່ນອນ.—ໂຢຮັນ 17:26.

ໂດຍ​ໃຊ້​ຄຳ​ທີ່​ບົ່ງ​ບອກ​ເຖິງ​ຕຳແໜ່ງ​ແທນ​ຊື່​ຂອງ​ພະເຈົ້າ ຜູ້​ແປ​ຄຳພີ​ໄບເບິນ​ໄດ້​ເຮັດ​ຜິດ​ພາດ​ຢ່າງ​ຮ້າຍແຮງ. ເຂົາ​ເຈົ້າ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ພະເຈົ້າ​ຢູ່​ຫ່າງ​ໄກ​ແລະ​ບໍ່​ມີ​ຕົວ​ຕົນ ໃນ​ຂະນະ​ທີ່​ຄຳພີ​ໄບເບິນ​ກະຕຸ້ນ​ມະນຸດ​ໃຫ້​ປູກ​ຝັງ “ຄວາມ​ສະໜິດ​ສະໜົມ​ກັບ​ພະ​ເຢໂຫວາ.” (ຄຳເພງ 25:14, ລ.ມ.) ຂໍ​ໃຫ້​ຄິດ​ເຖິງ​ຫມູ່​ສະໜິດ​ຂອງ​ເຈົ້າ​ຄົນ​ໜຶ່ງ. ເຈົ້າ​ຈະ​ສະໜິດ​ກັບ​ຫມູ່​ຄົນ​ນັ້ນ​ແທ້ໆໄດ້​ແນວ​ໃດ​ຖ້າ​ເຈົ້າ​ບໍ່​ຮູ້ຈັກ​ຊື່​ຂອງ​ລາວ? ຄ້າຍ​ກັນ ເມື່ອ​ຜູ້​ຄົນ​ຖືກ​ກີດ​ກັນ​ບໍ່​ໃຫ້​ຮູ້ຈັກ​ຊື່​ຂອງ​ພະເຈົ້າ ເຢໂຫວາ ເຂົາ​ເຈົ້າ​ຈະ​ສະໜິດ​ສະໜົມ​ແທ້ໆກັບ​ພະເຈົ້າ​ໄດ້​ແນວ​ໃດ? ນອກ​ຈາກ​ນັ້ນ ເມື່ອ​ຜູ້​ຄົນ​ບໍ່​ໃຊ້​ຊື່​ຂອງ​ພະເຈົ້າ ເຂົາ​ເຈົ້າ​ກໍ​ຂາດ​ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ​ທີ່​ດີ​ເລີດ​ຂອງ​ຊື່​ນັ້ນ. ຊື່​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

ພະເຈົ້າ​ເອງ​ໄດ້​ອະທິບາຍ​ຄວາມ​ໝາຍ​ຂອງ​ຊື່​ນັ້ນ​ໃຫ້​ແກ່​ໂມເຊ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ. ເມື່ອ​ໂມເຊ​ຖາມ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ ພະ​ເຢໂຫວາ​ຕອບ​ວ່າ “ເຮົາ​ຈະ​ເປັນ​ແບບ​ທີ່​ເຮົາ​ປະສົງ​ຈະ​ເປັນ.” (ອົບພະຍົບ 3:14, ລ.ມ.) ສະບັບ​ແປ​ຂອງ​ທ່ານ​ເລາະເທີແຮັມ​ແປ​ຖ້ອຍຄຳ​ດັ່ງ​ກ່າວ​ວ່າ “ເຮົາ​ຈະ​ເປັນ​ອັນ​ໃດ​ກໍ​ໄດ້​ທີ່​ເຮົາ​ພໍ​ໃຈ​ຈະ​ເປັນ.” ດັ່ງ​ນັ້ນ ພະ​ເຢໂຫວາ​ສາມາດ​ເປັນ​ອັນ​ໃດ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ບັນລຸ​ຜົນ​ສຳເລັດ.

ສົມມຸດ​ວ່າ​ເຈົ້າ​ສາມາດ​ເປັນ​ອັນ​ໃດ​ກໍ​ໄດ້​ທີ່​ເຈົ້າ​ຢາກ​ຈະ​ເປັນ. ເຈົ້າ​ຈະ​ເຮັດ​ອັນ​ໃດ​ແດ່​ໃຫ້​ຫມູ່​ຂອງ​ເຈົ້າ? ຖ້າ​ຫມູ່​ຂອງ​ເຈົ້າ​ເຈັບ​ໜັກ ເຈົ້າ​ກໍ​ຈະ​ກາຍ​ເປັນ​ໝໍ​ທີ່​ຊຳນິ​ຊຳນານ​ແລະ​ປິ່ນປົວ​ລາວ. ຖ້າ​ຫມູ່​ອີກ​ຜູ້​ໜຶ່ງ​ປະສົບ​ຄວາມ​ສູນ​ເສຍ​ທາງ​ດ້ານ​ການ​ເງິນ ເຈົ້າ​ກໍ​ຈະ​ເປັນ​ຜູ້​ອຸປະຖຳ​ຄ້ຳ​ຊູ​ທີ່​ຮັ່ງມີ​ແລະ​ຊ່ວຍ​ແກ້​ບັນຫາ​ຂອງ​ລາວ​ໄດ້. ໃນ​ຕົວ​ຈິງ ຄົນ​ເຮົາ​ບໍ່​ສາມາດ​ປ່ຽນ​ເປັນ​ສິ່ງ​ທີ່​ເຮົາ​ຢາກ​ເປັນ. ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຂໍ້​ຈຳກັດ. ເມື່ອ​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ຈະ​ຮູ້ສຶກ​ແປກ​ໃຈ​ທີ່​ເຫັນ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ອັນ​ໃດ​ກໍ​ໄດ້​ທີ່​ຈຳເປັນ​ເພື່ອ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະອົງ​ສຳເລັດ. ແລະ​ນັ້ນ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ທີ່​ຈະ​ໃຊ້​ລິດເດດ​ຂອງ​ພະອົງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ຮັກ​ພະອົງ. (2 ຂ່າວຄາວ 16:9) ຜູ້​ທີ່​ບໍ່​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ​ບໍ່​ສາມາດ​ເບິ່ງ​ເຫັນ​ແງ່​ມຸມ​ທີ່​ລ້ຳ​ຄ່າ​ກ່ຽວ​ກັບ​ຄຸນ​ລັກສະນະ​ເຫຼົ່າ​ນີ້​ຂອງ​ພະເຈົ້າ​ໄດ້.

ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ ຊື່​ເຢໂຫວາ​ຄວນ​ມີ​ຢູ່​ໃນ​ຄຳພີ​ໄບເບິນ. ການ​ຮູ້ຈັກ​ຄວາມ​ໝາຍ​ຂອງ​ຊື່​ນີ້​ແລະ​ໃຊ້​ຊື່​ນີ້​ຢ່າງ​ເຕັມທີ​ໃນ​ການ​ນະມັດສະການ​ຂອງ​ເຮົາ​ຈະ​ເປັນ​ເຄື່ອງ​ຊ່ວຍ​ທີ່​ມີ​ປະສິດທິພາບ​ສູງ​ເຊິ່ງ​ຈະ​ເຮັດ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ຂອງ​ເຮົາ.a

a ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຊື່​ຂອງ​ພະເຈົ້າ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຊື່​ນີ້ ແລະ​ກ່ຽວ​ກັບ​ເຫດຜົນ​ທີ່​ເຮົາ​ຄວນ​ໃຊ້​ຊື່​ນີ້​ໃນ​ການ​ນະມັດສະການ ຂໍ​ໃຫ້​ເບິ່ງ​ຈຸນລະສານ​ຊື່​ຂອງ​ພະເຈົ້າ​ທີ່​ຈະ​ຍືນຍົງ​ຕະຫຼອດ​ການ (ພາສາ​ອັງກິດ) ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌