ບົດທີ 4
ສ່ຳໃດຈຶ່ງເອີ້ນວ່າເກີນຂອບເຂດ?
ແມ່ນຫຼືບໍ່ແມ່ນ . . .
ຖ້າຄົນທີ່ກຳລັງເປັນແຟນກັນແຕະເນື້ອຕ້ອງໂຕກັນຖືວ່າເປັນເລື່ອງຜິດສະເໝີບໍ່ວ່າຈະກໍລະນີໃດກໍຕາມ.
□ ແມ່ນ
□ ບໍ່ແມ່ນ
ເຖິງວ່າສອງຄົນບໍ່ໄດ້ມີເພດສຳພັນກັນ ເຂົາເຈົ້າກໍເຮັດຜິດສິນລະທຳໄດ້.
□ ແມ່ນ
□ ບໍ່ແມ່ນ
ຖ້າເປັນແຟນກັນແຕ່ບໍ່ໄດ້ກອດຈູບລູບຄຳສະແດງວ່າບໍ່ໄດ້ຮັກກັນແທ້ໆ.
□ ແມ່ນ
□ ບໍ່ແມ່ນ
ເຈົ້າຄືຊິສົງໄສໃນເລື່ອງນີ້ຄືກັນ. ຖ້າເຈົ້າກຳລັງມີແຟນ ເຈົ້າຄືຊິຢາກຮູ້ວ່າຈະສະແດງຄວາມຮັກຕໍ່ກັນໄດ້ສ່ຳໃດ. ໃຫ້ເຮົາມາພິຈາລະນາສາມປະໂຫຍກໃນຕອນຕົ້ນ ແລະເບິ່ງວ່າຄຳພີໄບເບິນຈະຊ່ວຍເຮົາແນວໃດໃຫ້ຮູ້ຄຳຕອບຂອງຄຳຖາມທີ່ວ່າ “ສ່ຳໃດຈຶ່ງເອີ້ນວ່າເກີນຂອບເຂດ?”
● ຖ້າຄົນທີ່ກຳລັງເປັນແຟນກັນແຕະເນື້ອຕ້ອງໂຕກັນຖືວ່າເປັນເລື່ອງຜິດສະເໝີບໍ່ວ່າຈະກໍລະນີໃດກໍຕາມ.
ບໍ່ແມ່ນ. ຄຳພີໄບເບິນບໍ່ໄດ້ຕຳໜິການສະແດງຄວາມຮັກຢ່າງເໝາະສົມ. ຕົວຢ່າງເຊັ່ນ ຄຳພີໄບເບິນເວົ້າເຖິງເລື່ອງລາວຂອງສາວເມືອງຊູເລມກັບຄົນລ້ຽງແກະທີ່ຮັກກັນ. ໃນຊ່ວງທີ່ເຂົາເຈົ້າຄົບກັນກ່ອນແຕ່ງດອງ ເຂົາເຈົ້າກໍສະແດງຄວາມຮັກໂດຍແຕະເນື້ອຕ້ອງໂຕກັນຢ່າງເໝາະສົມເຊິ່ງຖືວ່າບໍ່ຜິດ. (ເພງຂອງໂຊໂລໂມນ 1:2; 2:6; 8:5) ໃນທຸກມື້ນີ້ ບາງຄູ່ທີ່ຕັ້ງໃຈຈະແຕ່ງດອງກັນອາດຄິດວ່າ ການສະແດງຄວາມຮັກໂດຍແຕະເນື້ອຕ້ອງໂຕກັນຢ່າງເໝາະສົມກໍບໍ່ແມ່ນເລື່ອງຜິດ.a
ແນວໃດກໍຕາມ ຄົນທີ່ເປັນແຟນກັນຕ້ອງຄວບຄຸມໂຕເອງໃຫ້ດີ. ການຈູບ ກອດ ຫຼືເຮັດຫຍັງກໍຕາມທີ່ເຮັດໃຫ້ເກີດອາລົມທາງເພດສາມາດພາໃຫ້ເຮັດຜິດສິນລະທຳທາງເພດໄດ້. ແມ່ນແຕ່ຄູ່ທີ່ຕັ້ງໃຈຈະບໍ່ເຮັດຜິດກໍອາດຈະຄວບຄຸມໂຕເອງບໍ່ຢູ່ແລະເຮັດຜິດສິນລະທຳທາງເພດໄດ້.—ໂກໂລຊາຍ 3:5
● ເຖິງວ່າສອງຄົນບໍ່ໄດ້ມີເພດສຳພັນກັນ ເຂົາເຈົ້າກໍເຮັດຜິດສິນລະທຳໄດ້.
ແມ່ນ. ຄຳວ່າ ພໍເນຍ ໃນພາສາກຣີກທີ່ແປວ່າ “ການເຮັດຜິດສິນລະທຳທາງເພດ” ມີຄວາມໝາຍແບບກວ້າງໆ. ຄຳນີ້ໝາຍເຖິງຄວາມສຳພັນທາງເພດທຸກຮູບແບບຂອງຄົນທີ່ບໍ່ໄດ້ແຕ່ງດອງກັນ ແລະເນັ້ນໄປທີ່ການໃຊ້ອະໄວຍະວະເພດໃນທາງທີ່ຜິດ. ດັ່ງນັ້ນ ການເຮັດຜິດສິນລະທຳທາງເພດຈຶ່ງລວມເຖິງການມີເພດສຳພັນຂອງຄົນທີ່ບໍ່ໄດ້ແຕ່ງດອງກັນ ການສະໜອງຄວາມຕ້ອງການທາງເພດໃຫ້ກັນ ແລະການຮ່ວມເພດທາງປາກຫຼືທາງຮູທະວານນຳ.
ນອກຈາກການເຮັດຜິດສິນລະທຳທາງເພດແລ້ວ ຄຳພີໄບເບິນຍັງຕຳໜິສິ່ງອື່ນອີກ. ອັກຄະສາວົກໂປໂລຂຽນວ່າ: “ຄວາມຕ້ອງການຂອງຄົນທີ່ບໍ່ສົມບູນແບບເຫັນໄດ້ແຈ້ງ. ເຂົາເຈົ້າມັກເຮັດຜິດສິນລະທຳທາງເພດ ເຮັດສິ່ງທີ່ບໍ່ສະອາດ ເຮັດຊົ່ວແບບບໍ່ອາຍ . . . ຄົນທີ່ເຮັດສິ່ງເຫຼົ່ານີ້ຈະບໍ່ມີສ່ວນໃນການປົກຄອງຂອງພະເຈົ້າ.”—ຄາລາເຕຍ 5:19-21
“ສິ່ງທີ່ບໍ່ສະອາດ” ແມ່ນຫຍັງ? ຄຳພາສາກຣີກທີ່ໃຊ້ໃນຂໍ້ນີ້ໝາຍເຖິງຄຳເວົ້າຫຼືການກະທຳທີ່ບໍ່ສະອາດທຸກຮູບແບບ. ດັ່ງນັ້ນ ການແກ້ເຄື່ອງນຸ່ງຂອງຜູ້ອື່ນ ການໃຊ້ມືສອດເຂົ້າໄປໃນເຄື່ອງນຸ່ງ ຫຼືລູບຄຳອະໄວຍະວະທີ່ສະຫງວນໄວ້ຂອງອີກຝ່າຍໜຶ່ງ ເຊັ່ນ ໜ້າເອິກ ລ້ວນແຕ່ເປັນການປະພຶດທີ່ບໍ່ສະອາດ. ຄຳພີໄບເບິນບອກວ່າ ສະເພາະຄູ່ແຕ່ງດອງເທົ່ານັ້ນທີ່ຈະມີຄວາມສຸກຈາກການລູບຄຳໜ້າເອິກຂອງອີກຝ່າຍໜຶ່ງ.—ສຸພາສິດ 5:18, 19
ໜຸ່ມສາວບາງຄົນຝ່າຝືນມາດຕະຖານຂອງພະເຈົ້າແບບບໍ່ອາຍ. ເຂົາເຈົ້າຈົງໃຈເຮັດເກີນຂອບເຂດ ຫຼືເຮັດຜິດສິນລະທຳທາງເພດກັບຫຼາຍໆຄົນດ້ວຍຄວາມໂລບ. ຄົນແບບນີ້ເຮັດຜິດແບບທີ່ອັກຄະສາວົກໂປໂລເອີ້ນວ່າ “ເຮັດຊົ່ວແບບບໍ່ອາຍ.” ຄຳພາສາກຣີກທີ່ແປວ່າ “ເຮັດຊົ່ວແບບບໍ່ອາຍ” ໝາຍເຖິງ ‘ການກະທຳທີ່ໜ້າລັງກຽດ ເກີນເຫດ ອວດດີ ລາຄະຕັນຫາຫຼືເຮັດຕາມຄວາມຕ້ອງການທາງເພດແບບບໍ່ມີການຄວບຄຸມ.’ ແນ່ນອນ ເຈົ້າຄືຊິບໍ່ຢາກກາຍເປັນຄົນທີ່ “ບໍ່ຮູ້ສຶກອາຍຕໍ່ບາບ” ໂດຍຍອມໃຫ້ໂຕເອງ “ເຮັດຊົ່ວແບບບໍ່ອາຍ ແລະເຮັດສິ່ງທີ່ບໍ່ສະອາດທຸກຮູບແບບດ້ວຍຄວາມໂລບ.”—ເອເຟໂຊ 4:17-19
● ຖ້າເປັນແຟນກັນແຕ່ບໍ່ໄດ້ກອດຈູບລູບຄຳສະແດງວ່າບໍ່ໄດ້ຮັກກັນແທ້ໆ.
ບໍ່ແມ່ນ. ການກອດຈູບລູບຄຳບໍ່ໄດ້ຊ່ວຍໃຫ້ຄວາມສຳພັນດີຂຶ້ນຄືທີ່ບາງຄົນຄິດ ແຕ່ພັດເຮັດໃຫ້ບໍ່ນັບຖືແລະບໍ່ໄວ້ໃຈກັນ. ໃຫ້ເຮົາມາເບິ່ງປະສົບການຂອງລໍຣາ. ລາວເວົ້າວ່າ: “ມື້ໜຶ່ງແຟນຂອງຂ້ອຍມາຫາຕອນທີ່ແມ່ບໍ່ຢູ່ເຮືອນ ຂ້ອຍຄິດວ່າລາວຈະມາເບິ່ງໂທລະທັດນຳຂ້ອຍຊື່ໆ. ຕອນທຳອິດລາວມີແຕ່ຈັບມືຂ້ອຍ. ແຕ່ຢູ່ດີໆລາວກໍເລີ່ມມາຈັບນັ້ນຈັບນີ້. ຂ້ອຍບໍ່ກ້າຫ້າມລາວ ຢ້ານວ່າລາວຈະອາລົມເສຍແລ້ວກັບເມືອເຮືອນ.”
ເຈົ້າຄິດແນວໃດ? ແຟນຂອງລໍຣາຮັກລໍຣາແທ້ໆບໍ ຫຼືລາວເຫັນແກ່ໂຕແລະມັກສວຍໂອກາດ? ຄົນທີ່ພະຍາຍາມລໍ້ລວງເຈົ້າໃຫ້ເຮັດສິ່ງທີ່ບໍ່ສະອາດສະແດງວ່າລາວຮັກເຈົ້າແທ້ໆບໍ?
ເມື່ອຜູ້ຊາຍກົດດັນຜູ້ຍິງໃຫ້ເຮັດສິ່ງທີ່ຂັດກັບຫຼັກການຂອງຄລິດສະຕຽນແລະໃຈຮູ້ຜິດຮູ້ຖືກຂອງລາວ ຜູ້ຊາຍຄົນນັ້ນກໍເຮັດຜິດກົດໝາຍຂອງພະເຈົ້າແລະບໍ່ໄດ້ຮັກລາວແທ້ໆເຖິງຈະອ້າງວ່າເຮັດຍ້ອນຮັກກໍຕາມ. ແຕ່ຖ້າຜູ້ຍິງຍິນຍອມ ກໍສະແດງວ່າລາວປ່ອຍໃຫ້ຜູ້ຊາຍມາສວຍປະໂຫຍດຈາກລາວ. ຮ້າຍແຮງກວ່ານັ້ນແມ່ນ ລາວໄດ້ເຮັດສິ່ງທີ່ບໍ່ສະອາດ ແລະອາດເຖິງຂັ້ນເຮັດຜິດສິນລະທຳທາງເພດໄດ້.b—1 ໂກຣິນໂທ 6:9, 10
ກຳນົດຂອບເຂດໃຫ້ຊັດເຈນ
ຖ້າເຈົ້າກຳລັງມີແຟນ ເຈົ້າຈະຫຼີກລ່ຽງການສະແດງຄວາມຮັກແບບບໍ່ເໝາະສົມໄດ້ແນວໃດ? ວິທີທີ່ສະຫຼາດແມ່ນການກຳນົດຂອບເຂດໃຫ້ຊັດເຈນຕັ້ງແຕ່ທຳອິດ. ສຸພາສິດ 13:10 ບອກວ່າ: “ສະຕິປັນຍາເປັນຂອງຄົນທີ່ຊອກຫາຄຳແນະນຳ.” ດັ່ງນັ້ນ ໃຫ້ລົມກັບແຟນຂອງເຈົ້າວ່າຈະສະແດງຄວາມຮັກແບບໃດຈຶ່ງເໝາະສົມ. ຢ່າລໍຖ້າໃຫ້ມີອາລົມທາງເພດກ່ອນແລ້ວຈຶ່ງກຳນົດຂອບເຂດ ເພາະຮອດຕອນນັ້ນມັນຄືຊິສາຍເກີນໄປຄືກັບການລໍຖ້າໃຫ້ໄຟໄໝ້ເຮືອນກ່ອນແລ້ວຈຶ່ງຈະຕິດຕັ້ງສັນຍານເຕືອນໄພ.
ແມ່ນຢູ່ວ່າ ການລົມກັນໃນເລື່ອງແບບນີ້ຈະເປັນເລື່ອງຍາກແລະຮູ້ສຶກເຂີນອາຍໂດຍສະເພາະຕອນທີ່ເປັນແຟນກັນໃໝ່ໆ. ແຕ່ການລົມກັນວ່າຈະກຳນົດຂອບເຂດສ່ຳໃດສາມາດປ້ອງກັນບໍ່ໃຫ້ເກີດບັນຫາຮ້າຍແຮງໃນພາຍຫຼັງໄດ້. ຂອບເຂດທີ່ວາງໄວ້ຈະເປັນຄືກັບເຄື່ອງກວດຈັບຄວັນທີ່ສົ່ງສຽງເຕືອນເມື່ອເລີ່ມມີໄຟໄໝ້. ຖ້າຕອນນີ້ເຈົ້າສອງຄົນສາມາດລົມກັນໃນເລື່ອງແບບນີ້ໄດ້ ຕໍ່ໄປພວກເຈົ້າກໍຈະມີຄວາມສຳພັນທີ່ໝັ້ນຄົງຫຼາຍຂຶ້ນ. ທີ່ຈິງ ເພື່ອຄູ່ຜົວເມຍຈະມີຄວາມສຸກໃນເລື່ອງເພດ ເຂົາເຈົ້າຕ້ອງຮູ້ຈັກອົດທົນ ຄວບຄຸມໂຕເອງ ແລະບໍ່ເຫັນແກ່ໂຕ.—1 ໂກຣິນໂທ 7:3, 4
ເຖິງວ່າການເຮັດຕາມມາດຕະຖານຂອງພະເຢໂຫວາຈະບໍ່ແມ່ນເລື່ອງງ່າຍ ແຕ່ເຈົ້າສາມາດໄວ້ໃຈຄຳແນະນຳຂອງເພິ່ນໄດ້. ທີ່ຈິງ ໃນເອຊາຢາ 48:17 ເພິ່ນໄດ້ເວົ້າເຖິງໂຕເອງວ່າ: “ເຮົາສອນເຈົ້າເພື່ອປະໂຫຍດຂອງເຈົ້າ ເຮົາພາເຈົ້າໄປໃນຫົນທາງທີ່ເຈົ້າຄວນໄປ.” ພະເຢໂຫວາຢາກໃຫ້ເຈົ້າໄດ້ຮັບສິ່ງທີ່ດີທີ່ສຸດ!
ອ່ານເພີ່ມເຕີມກ່ຽວກັບຫົວຂໍ້ນີ້ໃນເຫຼັ້ມທີ 1 ບົດທີ 24
ເປັນເລື່ອງທີ່ຜິດປົກກະຕິບໍຖ້າເຈົ້າຍັງບໍລິສຸດຢູ່. ໃຫ້ເຮົາມາເບິ່ງຄຳຕອບນຳກັນ.
[ຂໍ້ຄວາມໄຂເງື່ອນ]
a ໃນບາງປະເທດ ການສະແດງຄວາມຮັກໃນບ່ອນສາທາລະນະລະຫວ່າງຄົນທີ່ຍັງບໍ່ໄດ້ແຕ່ງດອງກັນຖືເປັນການກະທຳທີ່ໜ້າລັງກຽດແລະບໍ່ເໝາະສົມ. ດັ່ງນັ້ນ ຄລິດສະຕຽນຕ້ອງລະວັງທີ່ຈະບໍ່ເຮັດໃຫ້ຄົນອື່ນຮູ້ສຶກບໍ່ດີ.—2 ໂກຣິນໂທ 6:3
b ເລື່ອງນີ້ໃຊ້ໄດ້ກັບທັງຊາຍແລະຍິງ.
ຂໍ້ຄຳພີຫຼັກ
“ຄວາມຮັກ . . . ບໍ່ຫຍາບຄາຍ.”—1 ໂກຣິນໂທ 13:4, 5
ຄຳແນະນຳ
ຖ້າຢາກໄປຫຼິ້ນກັບແຟນ ໃຫ້ພາໝູ່ໄປນຳຫຼືໄປນຳກັນເປັນກຸ່ມ. ຫຼີກລ່ຽງສະຖານະການທີ່ສ່ຽງ ເຊັ່ນ ການຢູ່ນຳກັນແຕ່ສອງຕໍ່ສອງໃນລົດ ໃນເຮືອນຫຼືອາພາດເມັນ.
ເຈົ້າຮູ້ບໍ . . . ?
ຖ້າເຈົ້າໝັ້ນກັນແລ້ວ ເຈົ້າຄືຊິມີເລື່ອງສ່ວນໂຕທີ່ຕ້ອງລົມກັນ. ແຕ່ການລົມກັນເລື່ອງເພດເພື່ອກະຕຸ້ນໃຫ້ມີອາລົມເປັນການເຮັດສິ່ງທີ່ບໍ່ສະອາດຮູບແບບໜຶ່ງ ບໍ່ວ່າຈະລົມກັນທາງໂທລະສັບຫຼືທາງຂໍ້ຄວາມກໍຕາມ.
ແຜນພາກປະຕິບັດ!
ຂ້ອຍສາມາດຫຼີກລ່ຽງທີ່ຈະບໍ່ເຮັດຜິດສິນລະທຳໄດ້ໂດຍ ․․․․․
ຖ້າແຟນພະຍາຍາມກົດດັນຂ້ອຍໃຫ້ເຮັດສິ່ງທີ່ບໍ່ສະອາດ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເມື່ອຢູ່ກັບເພດກົງກັນຂ້າມ ເຈົ້າກຳນົດຂອບເຂດເລື່ອງການແຕະເນື້ອຕ້ອງໂຕໄວ້ແນວໃດ?
● ໃຫ້ອະທິບາຍວ່າການເຮັດຜິດສິນລະທຳທາງເພດ ການເຮັດສິ່ງທີ່ບໍ່ສະອາດ ແລະການເຮັດຜິດແບບບໍ່ອາຍແຕກຕ່າງກັນແນວໃດ.
[ຖ້ອຍຄຳທີ່ຍົກມາໜ້າ 46]
“ຂ້ອຍກັບຄູ່ໝັ້ນໄດ້ອ່ານບົດຄວາມກ່ຽວກັບວິທີຮັກສາໂຕໃຫ້ສະອາດດ້ານສິນລະທຳນຳກັນ. ເຮົາມັກບົດຄວາມເຫຼົ່ານີ້ຫຼາຍ ມັນຊ່ວຍເຮົາໃຫ້ມີໃຈຮູ້ຜິດຮູ້ຖືກທີ່ສະອາດ.”—ເລຕິເຊຍ
[ຂອບໜ້າ 44]
ຖ້າເຮັດເກີນຂອບເຂດແລ້ວ ຈະເຮັດແນວໃດ?
ຖ້າເຈົ້າໄດ້ຫຼົງເຮັດສິ່ງທີ່ບໍ່ເໝາະສົມໄປແລ້ວ ເຈົ້າຈະເຮັດແນວໃດ? ຢ່າຫຼອກໂຕເອງວ່າເຈົ້າຈະແກ້ບັນຫາໄດ້ໂດຍບໍ່ເພິ່ງຄົນອື່ນ. ໄວລຸ້ນຍິງຄົນໜຶ່ງສາລະພາບວ່າ: “ຂ້ອຍອະທິດຖານຂໍພະເຈົ້າໃຫ້ຊ່ວຍເຮົາບໍ່ໃຫ້ເຮັດສິ່ງທີ່ບໍ່ເໝາະສົມອີກ. ບາງເທື່ອມັນກໍຊ່ວຍໄດ້ ແຕ່ບາງເທື່ອກໍບໍ່ໄດ້.” ດັ່ງນັ້ນ ໃຫ້ໄປລົມກັບພໍ່ແມ່ຂອງເຈົ້າ. ຄຳພີໄບເບິນຍັງໃຫ້ຄຳແນະນຳທີ່ດີວ່າ ‘ໃຫ້ເອີ້ນພວກຜູ້ເບິ່ງແຍງປະຊາຄົມໃຫ້ມາຫາ.’ (ຢາໂກໂບ 5:14) ຄລິດສະຕຽນທີ່ເປັນຜູ້ເບິ່ງແຍງຈະໃຫ້ຄຳແນະນຳ ແລະວ່າກ່າວຕັກເຕືອນເພື່ອທີ່ເຈົ້າຈະກັບມາມີສາຍສຳພັນທີ່ດີກັບພະເຈົ້າໄດ້ອີກ.
[ຮູບພາບໜ້າ 47]
ເຈົ້າຈະຖ້າໃຫ້ໄຟໄໝ້ເຮືອນກ່ອນແລ້ວຈຶ່ງຕິດຕັ້ງສັນຍານເຕືອນໄພບໍ? ຄັນຊັ້ນກໍຢ່າຖ້າໃຫ້ມີອາລົມທາງເພດກ່ອນແລ້ວຈຶ່ງຈະກຳນົດຂອບເຂດ