ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 28 ໜ້າ 231-236
  • ການ​ຮັກ​ເພດ​ດຽວ​ກັນ​ຜິດ​ແທ້ໆ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ຮັກ​ເພດ​ດຽວ​ກັນ​ຜິດ​ແທ້ໆ​ບໍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ຄິດ​ແນວ​ໃດ​ຕໍ່​ການ​ຮັກ​ເພດ​ດຽວ​ກັນ?
  • ຢ່າ​ຍອມແພ້!
  • ຂ້ອຍ​ຈະ​ອະທິບາຍ​ທັດສະນະ​ຂອງ​ຄຳພີ​ໄບເບິນ​ຈັ່ງ​ໃດ​ຕໍ່​ການ​ມັກ​ຄົນ​ເພດ​ດຽວ​ກັນ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 28 ໜ້າ 231-236

ບົດ​ທີ 28

ການ​ຮັກ​ເພດ​ດຽວ​ກັນ​ຜິດ​ແທ້ໆ​ບໍ?

“ໃນ​ຊ່ວງ​ໄວລຸ້ນ ຂ້ອຍ​ມັກ​ຜູ້​ຊາຍ​ນຳ​ກັນ. ຂ້ອຍ​ພະຍາຍາມ​ຕໍ່ສູ້​ກັບ​ຄວາມ​ຄິດ​ແບບ​ນັ້ນ ເພາະ​ເລິກໆ​ໃນ​ໃຈ​ຂ້ອຍ​ຮູ້​ວ່າ​ມັນ​ຜິດ​ປົກກະຕິ.”—ໂອເລບ

“ຂ້ອຍ​ກັບ​ແຟນ​ທີ່​ເປັນ​ຜູ້​ຍິງ​ເຄີຍ​ຈູບ​ກັນ​ເທື່ອ​ສອງ​ເທື່ອ. ແຕ່​ໃຈ​ຂ້ອຍ​ກໍ​ຍັງ​ມັກ​ຜູ້​ຊາຍ​ຢູ່ ຂ້ອຍ​ເລີຍ​ສົງໄສ​ວ່າ​ຂ້ອຍ​ອາດ​ຈະ​ມັກ​ທັງ​ສອງ​ເພດ​ກໍ​ໄດ້.”—ຊາຣາ

ໃນ​ທຸກ​ມື້​ນີ້ ມີ​ການ​ເວົ້າ​ເຖິງ​ເລື່ອງ​ຮັກ​ເພດ​ດຽວ​ກັນ​ຢ່າງ​ເປີດເຜີຍ​ຫຼາຍ​ກວ່າ​ສິບ​ປີ​ກ່ອນ. ແລະ​ຖ້າ​ເຈົ້າ​ບອກ​ວ່າ​ບໍ່​ເຫັນດີ​ກັບ​ການ​ຮັກ​ເພດ​ດຽວ​ກັນ ເຈົ້າ​ອາດ​ຈະ​ຖືກ​ເວົ້າ​ໃຫ້! ເອມີ້​ອາຍຸ 16 ປີ​ເລົ່າ​ວ່າ: “ຜູ້​ຍິງ​ຄົນ​ໜຶ່ງ​ບອກ​ວ່າ​ຂ້ອຍ​ຕ້ອງ​ມີ​ອະຄະຕິ​ຕໍ່​ຊາດ​ອື່ນ​ນຳ​ແຫຼະ ເພາະ​ຂະໜາດ​ຄົນ​ຮັກ​ເພດ​ດຽວ​ກັນ​ຂ້ອຍ​ກໍ​ຍັງ​ມີ​ອະຄະຕິ​ນຳ​ແລ້ວ!”

ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ມັກ​ເຮັດ​ຕາມ​ໃຈ​ໂຕເອງ ໜຸ່ມ​ສາວ​ຫຼາຍ​ຄົນ​ຈຶ່ງ​ຢາກ​ລອງ​ມີ​ເພດ​ສຳພັນ​ກັບ​ຄົນ​ເພດ​ດຽວ​ກັນ. ເບກກີ້​ອາຍຸ 15 ປີ​ບອກ​ວ່າ: “ຜູ້​ຍິງ​ຫຼາຍ​ຄົນ​ໃນ​ໂຮງຮຽນ​ຂອງ​ຂ້ອຍ​ບອກ​ວ່າ​ເຂົາເຈົ້າ​ເປັນ​ເລດສະບຽນ (lesbian) ເປັນ​ຄົນ​ທີ່​ມັກ​ທັງ​ສອງ​ເພດ ຫຼື​ຢາກ​ຮູ້​ຢາກ​ເຫັນ​ກ່ຽວກັບ​ທັງ​ສອງ​ເພດ.” ຄຣິສ໌ຕ້າ​ອາຍຸ 18 ປີ​ກໍ​ເຈິ​ສະຖານະການ​ແບບ​ດຽວ​ກັນ​ຢູ່​ໂຮງຮຽນ. ລາວ​ບອກ​ວ່າ: “ໝູ່​ສອງ​ຄົນ​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ​ຂໍ​ໃຫ້​ຂ້ອຍ​ມີ​ເພດ​ສຳພັນ​ກັບ​ເຂົາເຈົ້າ. ຄົນ​ໜຶ່ງ​ຂຽນ​ໂນດ​ຖາມ​ຂ້ອຍ​ວ່າ ຢາກ​ຮູ້​ບໍ​ວ່າ​ການ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ມັນ​ເປັນ​ຈັ່ງ​ໃດ.”

ເມື່ອ​ການ​ຮັກ​ເພດ​ດຽວ​ກັນ​ຖືກ​ຍອມຮັບ​ຢ່າງ​ເປີດເຜີຍ ເຈົ້າ​ອາດ​ເລີ່ມ​ສົງໄສ​ວ່າ: ‘ການ​ຮັກ​ເພດ​ດຽວ​ກັນ​ຜິດ​ແທ້ໆ​ບໍ? ຖ້າ​ຂ້ອຍ​ຮູ້ສຶກ​ມັກ​ຄົນ​ເພດ​ດຽວ​ກັນ ສະແດງ​ວ່າ​ຂ້ອຍ​ຖືກ​ຈັດ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ຮັກ​ເພດ​ດຽວກັນ​ບໍ?’

ພະເຈົ້າ​ຄິດ​ແນວ​ໃດ​ຕໍ່​ການ​ຮັກ​ເພດ​ດຽວ​ກັນ?

ໃນ​ທຸກ​ມື້​ນີ້ ຫຼາຍ​ຄົນ​ແມ່ນ​ແຕ່​ຄູ​ບາ​ຫຼື​ຜູ້​ສອນ​ສາສະໜາ​ບາງ​ຄົນ​ກໍ​ຖື​ວ່າ​ການ​ຮັກ​ເພດ​ດຽວ​ກັນ​ບໍ່​ແມ່ນ​ເລື່ອງ​ຜິດ. ແຕ່​ຄຳພີ​ໄບເບິນ​ທີ່​ເປັນ​ຄຳເວົ້າ​ຂອງ​ພະເຈົ້າ​ໄດ້​ເວົ້າ​ເລື່ອງ​ນີ້​ຢ່າງ​ຈະ​ແຈ້ງ​ແລະ​ບໍ່​ເຮັດ​ໃຫ້​ເຮົາ​ສັບສົນ. ຄຳພີ​ໄບເບິນ​ບອກ​ວ່າ ພະ​ເຢໂຫວາ​ພະເຈົ້າ​ສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ ແລະ​ເພິ່ນ​ຢາກ​ໃຫ້​ແຕ່​ຜູ້​ທີ່​ເປັນ​ຜົວ​ເມຍ​ກັນ​ເທົ່າ​ນັ້ນ​ທີ່​ຈະ​ມີ​ເພດ​ສຳພັນ​ກັນ​ໄດ້. (ປະຖົມມະການ 1:27, 28; 2:24) ດັ່ງນັ້ນ ຈຶ່ງ​ບໍ່​ແປກ​ທີ່​ຄຳພີ​ໄບເບິນ​ຕຳໜິ​ພຶດຕິກຳ​ການ​ຮັກ​ເພດ​ດຽວ​ກັນ.—ໂຣມ 1:26, 27

ບາງ​ຄົນ​ອາດ​ບອກ​ວ່າ​ຄຳພີ​ໄບເບິນ​ຫຼ້າ​ສະໄໝ. ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເວົ້າ​ແບບ​ນັ້ນ? ອາດ​ເປັນ​ຍ້ອນ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ຂັດ​ກັບ​ຄວາມ​ຄິດ​ຂອງ​ເຂົາເຈົ້າ​ບໍ? ຫຼາຍ​ຄົນ​ບໍ່​ຍອມຮັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ຍ້ອນ​ມັນ​ບໍ່​ກົງ​ກັບ​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ຈະ​ເຊື່ອ. ທີ່​ຈິງ ການ​ທີ່​ເຂົາເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ຫຼ້າ​ສະໄໝ​ເປັນ​ຄວາມ​ຄິດ​ທີ່​ຄັບ​ແຄບ​ແລະ​ມີ​ອະຄະຕິ. ເຮົາ​ຄວນ​ລະວັງ​ທີ່​ຈະ​ບໍ່​ມີ​ຄວາມ​ຄິດ​ແບບ​ນັ້ນ!

ແຕ່​ຖ້າ​ເຈົ້າ​ຮູ້ສຶກ​ມັກ​ເພດ​ດຽວ​ກັນ​ເດ ສະແດງ​ວ່າ​ເຈົ້າ​ເປັນ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ​ບໍ? ບໍ່. ຢ່າ​ລືມ​ວ່າ ເຈົ້າ​ຢູ່​ໃນ​ຊ່ວງ “ໄວ​ໜຸ່ມ​ສາວ” ເຊິ່ງ​ເປັນ​ຊ່ວງ​ທີ່​ອາລົມ​ທາງ​ເພດ​ຖືກ​ກະຕຸ້ນ​ໄດ້​ງ່າຍ. (1 ໂກຣິນໂທ 7:36) ຖ້າ​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ມັກ​ເພດ​ດຽວ​ກັນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ເປັນ​ເກ​ຫຼື​ເລດສະບຽນ​ທີ່​ຮັກ​ເພດ​ດຽວ​ກັນ ເພາະ​ຄວາມ​ຮູ້ສຶກ​ນີ້​ຈະ​ຢູ່​ໄດ້​ບໍ່​ດົນ​ແລະ​ມັນ​ຈະ​ຄ່ອຍໆ​ຫາຍ​ໄປ. ແຕ່​ຕອນ​ທີ່​ເຈົ້າ​ຍັງ​ຮູ້ສຶກ​ແບບ​ນັ້ນ​ຢູ່ ເຈົ້າ​ກໍ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ໄປ​ຫຍຸ້ງ​ກ່ຽວກັບ​ພຶດຕິກຳ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້?

ອະທິດຖານ​ກ່ຽວກັບ​ເລື່ອງ​ນີ້. ໃຫ້​ເຮັດ​ຄື​ກັບ​ດາວິດ​ທີ່​ອ້ອນວອນ​ພະ​ເຢໂຫວາ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ກວດ​ເບິ່ງ​ຫົວໃຈ​ຂອງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ເປັນ​ຄົນ​ແນວ​ໃດ​ແທ້ໆ. ຂໍ​ພະອົງ​ກວດ​ເບິ່ງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ມີ​ຄວາມ​ອຸກໃຈ​ຫຍັງ​ແດ່. ຂໍ​ພະອົງ​ເບິ່ງ​ວ່າ​ລູກ​ມີ​ແນວ​ບໍ່​ດີ​ຫຍັງ​ບໍ່. ຂໍ​ພະອົງ​ພາ​ລູກ​ໄປ​ໃນ​ທາງ​ທີ່​ຈະ​ມີ​ຢູ່​ຕະຫຼອດ​ໄປ.” (ເພງ​ສັນລະເສີນ 139:23, 24) ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ສັນຕິສຸກ “ທີ່​ເກີນ​ຄວາມ​ເຂົ້າໃຈ​ທຸກ​ຢ່າງ.” ສິ່ງ​ນີ້​ຈະ​ຊ່ວຍ ‘ປົກປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ເຈົ້າ’ ແລະ​ເຮັດ​ໃຫ້​ເຈົ້າ​ມີ “ກຳລັງ​ທີ່​ຫຼາຍ​ກວ່າ​ປົກກະຕິ” ເພື່ອ​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ.—ຟີລິບປອຍ 4:6, 7; 2 ໂກຣິນໂທ 4:7

ຄິດ​ແຕ່​ສິ່ງ​ດີໆ​ທີ່​ເສີມສ້າງ. (ຟີລິບປອຍ 4:8) ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້. ຢ່າ​ລືມ​ວ່າ​ຄຳພີ​ໄບເບິນ​ມີ​ພະລັງ​ທີ່​ສາມາດ​ປັບ​ຄວາມ​ຄິດ​ແລະ​ຈິດ​ໃຈ​ຂອງ​ເຈົ້າ​ໃຫ້​ດີ​ຂຶ້ນ​ໄດ້. (ເຮັບເຣີ 4:12) ໄວລຸ້ນ​ຊາຍ​ຄົນ​ໜຶ່ງ​ຊື່​ເຈສັນ​ບອກ​ວ່າ: “ຄຳພີ​ໄບເບິນ​ມີ​ພະລັງ​ແລະ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ. ທຸກ​ເທື່ອ​ທີ່​ຂ້ອຍ​ມີ​ຄວາມ​ຕ້ອງການ​ຜິດໆ ຂ້ອຍ​ຈະ​ອ່ານ​ຂໍ້​ຄຳພີ​ບາງ​ຂໍ້​ເຊັ່ນ 1 ໂກຣິນໂທ 6:9, 10 ແລະ​ເອເຟໂຊ 5:3.”

ຢ່າ​ເບິ່ງ​ສື່​ລາມົກ​ແລະ​ສິ່ງ​ທີ່​ສົ່ງເສີມ​ການ​ຮັກ​ເພດ​ດຽວ​ກັນ. (ໂກໂລຊາຍ 3:5) ຫຼີກລ່ຽງ​ທຸກ​ສິ່ງ​ທີ່​ກະຕຸ້ນ​ໃຫ້​ຢາກ​ເຮັດ​ຜິດ​ສິນລະທຳ ເຊັ່ນ: ສື່​ລາມົກ ໜັງ​ຫຼື​ລາຍການ​ໂທລະທັດ​ທີ່​ກະຕຸ້ນ​ອາລົມ​ທາງ​ເພດ ແລະ​ວາລະສານ​ທີ່​ມີ​ຮູບ​ຂອງ​ນາຍ​ແບບ​ນາງ​ແບບ​ທີ່​ແຕ່ງ​ໂຕ​ໂປ້. ເມື່ອ​ຄວາມ​ຄິດ​ທີ່​ບໍ່​ດີ​ຜຸດ​ຂຶ້ນ​ມາ ໃຫ້​ພະຍາຍາມ​ຄິດ​ແຕ່​ສິ່ງ​ດີໆ. ໄວລຸ້ນ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ຕອນ​ທີ່​ຂ້ອຍ​ມີ​ຄວາມ​ຕ້ອງການ​ທາງ​ເພດ​ກັບ​ຄົນ​ເພດ​ດຽວ​ກັນ ຂ້ອຍ​ກໍ​ຈະ​ຄິດ​ຕຶກຕອງ​ເຖິງ​ຂໍ້​ຄຳພີ​ທີ່​ຂ້ອຍ​ມັກ.”

ບາງ​ຄົນ​ບອກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ຝືນ ໃຫ້​ຍອມຮັບ​ສິ່ງ​ທີ່​ເຈົ້າ​ເປັນ​ໂລດ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ເຈົ້າ​ສາມາດ​ປ່ຽນແປງ​ໂຕເອງ​ໄດ້. ໃນ​ຄຳພີ​ໄບເບິນ​ກໍ​ເວົ້າ​ເຖິງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ວ່າ ບາງ​ຄົນ​ເຄີຍ​ເປັນ​ຄົນ​ຮັກ​ເພດ​ດຽວ​ກັນ ແຕ່​ເຂົາເຈົ້າ​ກໍ​ສາມາດ​ປ່ຽນແປງ​ໂຕເອງ​ໄດ້. (1 ໂກຣິນໂທ 6:9-11) ດັ່ງນັ້ນ ບໍ່​ວ່າ​ເຈົ້າ​ຈະ​ມີ​ພຶດຕິກຳ​ຮັກ​ເພດ​ດຽວ​ກັນ ຫຼື​ພຽງ​ແຕ່​ຮູ້ສຶກ​ມັກ​ເພດ​ດຽວ​ກັນ​ຊື່ໆ ເຈົ້າ​ເອງ​ກໍ​ສາມາດ​ເອົາ​ຊະນະ​ມັນ​ໄດ້​ແນ່ນອນ.

ຖ້າ​ເຈົ້າ​ພະຍາຍາມ​ແລ້ວ​ແຕ່​ຍັງ​ຮູ້ສຶກ​ຮັກ​ເພດ​ດຽວ​ກັນ​ຢູ່​ເດ ຈະ​ເຮັດ​ແນວ​ໃດ? ຢ່າ​ຍອມແພ້ ໃຫ້​ສູ້​ຕໍ່ໆ​ໄປ! ພະ​ເຢໂຫວາ​ຕຳໜິ​ພຶດຕິກຳ​ຂອງ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ. ສະນັ້ນ ຄົນ​ທີ່​ຮູ້ສຶກ​ແບບ​ນີ້​ຕ້ອງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເອົາ​ຊະນະ​ມັນ​ໃຫ້​ໄດ້. ລາວ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຮູ້ສຶກ​ນັ້ນ.

ຕົວຢ່າງ​ເຊັ່ນ ຄົນ​ໜຶ່ງ​ອາດ​ເປັນ​ຄົນ​ທີ່ “ມັກ​ໃຈ​ຮ້າຍ​ແຮງ.” (ສຸພາສິດ 29:22) ແຕ່​ກີ້​ລາວ​ອາດ​ເປັນ​ຄົນ​ໃຈ​ຮ້າຍ​ງ່າຍ ແຕ່​ຫຼັງ​ຈາກ​ສຶກສາ​ຄຳພີ​ໄບເບິນ​ແລ້ວ ລາວ​ຮູ້​ວ່າ​ລາວ​ຕ້ອງ​ພະຍາຍາມ​ຄວບຄຸມ​ໂຕເອງ. ນີ້​ໝາຍ​ຄວາມ​ວ່າ​ລາວ​ຈະ​ບໍ່​ຮູ້ສຶກ​ໃຈ​ຮ້າຍ​ເລີຍ​ບໍ? ບໍ່​ແມ່ນ​ແບບ​ນັ້ນ. ແຕ່​ຍ້ອນ​ລາວ​ຮູ້​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ຄວາມ​ໃຈ​ຮ້າຍ​ທີ່​ບໍ່​ໄດ້​ຄວບຄຸມ ລາວ​ຈຶ່ງ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ທີ່​ຈະ​ບໍ່​ລະເບີດ​ອາລົມ​ອອກ​ມາ.

ຄ້າຍຄື​ກັນ​ກັບ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ ເຖິງ​ເຂົາເຈົ້າ​ຈະ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ການ​ກະທຳ​ຂອງ​ຄົນ​ຮັກ​ເພດ​ດຽວ​ກັນ ແຕ່​ບາງ​ເທື່ອ​ຄວາມ​ຕ້ອງການ​ທີ່​ຜິດໆ​ແບບ​ນັ້ນ​ກໍ​ຍັງ​ຜຸດ​ຂຶ້ນ​ມາ​ຢູ່. ຖ້າ​ລາວ​ເບິ່ງ​ເລື່ອງ​ນີ້​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ ລາວ​ກໍ​ຈະ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ນັ້ນ.

ຢ່າ​ຍອມແພ້!

ຖ້າ​ເຈົ້າ​ກຳລັງ​ພະຍາຍາມ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ມັກ​ເພດ​ດຽວ​ກັນ ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ໄວລຸ້ນ​ຊາຍ​ຄົນ​ໜຶ່ງ​ທີ່​ເວົ້າ​ວ່າ: “ຂ້ອຍ​ພະຍາຍາມ​ບັງຄັບ​ໂຕເອງ​ທີ່​ຈະ​ບໍ່​ຮູ້ສຶກ​ແບບ​ນັ້ນ. ຂ້ອຍ​ໄດ້​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ອ່ານ​ຄຳພີ​ໄບເບິນ​ແລະ​ຟັງ​ຄຳ​ບັນລະຍາຍ​ກ່ຽວກັບ​ເລື່ອງ​ນີ້ ແຕ່​ກໍ​ບໍ່​ເຫັນ​ວ່າ​ຈະ​ດີ​ຂຶ້ນ​ເລີຍ ບໍ່​ຮູ້​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ຕໍ່.”

ຖ້າ​ເຈົ້າ​ຮູ້ສຶກ​ຄື​ກັບ​ຜູ້​ຊາຍ​ຄົນ​ນີ້ ເຈົ້າ​ຄື​ຈະ​ຕໍ່ສູ້​ຢ່າງ​ໜັກ. ບັນຫາ​ບໍ່​ແມ່ນ​ວ່າ​ຈະ​ໝົດ​ໄປ​ງ່າຍໆ. ທຸກ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍໃຈ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຂອງ​ເພິ່ນ​ແລະ​ເຊົາ​ເຮັດ​ຜິດ​ສິນລະທຳ​ເຖິງ​ວ່າ​ມັນ​ຈະ​ຍາກ​ສ່ຳ​ໃດ​ກໍ​ຕາມ. ຂໍ​ໃຫ້​ຈື່​ໄວ້​ວ່າ ພະເຈົ້າ​ຮູ້​ວ່າ​ເຈົ້າ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ຂະໜາດ​ໃດ​ແລະ​ເພິ່ນ​ກໍ​ເຫັນ​ໃຈ​ເຈົ້າ.a (1 ໂຢຮັນ 3:19, 20) ເມື່ອ​ເຈົ້າ​ເຊື່ອຟັງ​ເພິ່ນ ເພິ່ນ​ກໍ​ຈະ​ອວຍພອນ​ເຈົ້າ ແລະ​ຄົນ​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ​ກໍ “ຈະ​ໄດ້​ລາງວັນ​ໃຫຍ່.” (ເພງ​ສັນລະເສີນ 19:11) ນີ້​ເປັນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ໃນ​ໂລກ​ທີ່​ຫຍຸ້ງ​ຍາກ​ນີ້.

ດັ່ງນັ້ນ ຂໍ​ໃຫ້​ເຈົ້າ​ໄວ້ໃຈ​ພະ​ເຢໂຫວາ ແລະ​ຕໍ່ສູ້​ກັບ​ແຮງ​ກະຕຸ້ນ​ທີ່​ບໍ່​ຖືກຕ້ອງ. (ຄາລາເຕຍ 6:9) ພະຍາຍາມ “ຊັງ​ສິ່ງ​ທີ່​ຊົ່ວ” ແລະ “ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ດີ.” (ໂຣມ 12:9) ຖ້າ​ເຈົ້າ​ພະຍາຍາມ​ຢ່າງ​ຈິງ​ຈັງ ອີກ​ບໍ່​ດົນ​ຄວາມ​ຕ້ອງການ​ທີ່​ຜິດໆ​ຈະ​ຄ່ອຍໆ​ຫຼຸດ​ໜ້ອຍ​ລົງ. ແລະ​ຖ້າ​ເຈົ້າ​ບໍ່​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການ​ຮັກ​ເພດ​ດຽວ​ກັນ ເຈົ້າ​ກໍ​ຈະ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຢູ່​ໃນ​ໂລກ​ໃໝ່​ທີ່​ມີ​ແຕ່​ຄວາມ​ຖືກຕ້ອງ​ຂອງ​ພະເຈົ້າ​ຕະຫຼອດ​ໄປ.

ໃນ​ບົດ​ຕໍ່​ໄປ

ຈະ​ເຮັດ​ແນວ​ໃດ​ຖ້າ​ຂ້ອຍ​ຄິດ​ຫາ​ແຕ່​ເພດ​ກົງ​ກັນ​ຂ້າມ​ຕະຫຼອດ​ເວລາ?

[ຂໍ້​ຄວາມ​ໄຂ​ເງື່ອນ]

a ຄລິດສະຕຽນ​ທີ່​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ.—ຢາໂກໂບ 5:14, 15.

ຂໍ້​ຄຳພີ​ຫຼັກ

“ຂໍ​ພະອົງ​ກວດ​ເບິ່ງ​ລູກ​ແລະ​ເບິ່ງ​ວ່າ​ລູກ​ມີ​ຄວາມ​ອຸກໃຈ​ຫຍັງ​ແດ່. ຂໍ​ພະອົງ​ເບິ່ງ​ວ່າ​ລູກ​ມີ​ແນວ​ບໍ່​ດີ​ຫຍັງ​ບໍ່.”—ເພງ​ສັນລະເສີນ 139:23, 24.

ຄຳ​ແນະນຳ

ເພື່ອ​ຈະ​ມີ​ທັດສະນະ​ທີ່​ຖືກຕ້ອງ​ໃນ​ເລື່ອງ​ການ​ເປັນ​ລູກ​ຜູ້​ຊາຍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ. (1 ເປໂຕ 2:21) ເພິ່ນ​ເປັນ​ຕົວຢ່າງ​ທີ່​ສົມບູນແບບ​ຂອງ​ລູກ​ຜູ້​ຊາຍ​ທີ່​ເຂັ້ມແຂງ​ແຕ່​ກໍ​ອ່ອນໂຍນ.

ເຈົ້າ​ຮູ້​ບໍ . . . ?

ເຖິງ​ແມ່ນ​ວ່າ​ເຈົ້າ​ອາດ​ຈະ​ຄວບຄຸມ​ຄວາມ​ຕ້ອງການ​ຂອງ​ໂຕເອງ​ບໍ່​ໄດ້​ທັງໝົດ ແຕ່​ເຈົ້າ​ຄວບຄຸມ​ການ​ກະທຳ​ຂອງ​ໂຕເອງ​ໄດ້. ເຈົ້າ​ສາມາດ​ເລືອກ​ທີ່​ຈະ​ບໍ່​ເຮັດ​ຕາມ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້.

ແຜນ​ພາກ​ປະຕິບັດ!

ຖ້າ​ມີ​ຄົນ​ຖາມ​ວ່າ​ເປັນ​ຫຍັງ​ຄຳພີ​ໄບເບິນ​ຕຳໜິ​ການ​ຮັກ​ເພດ​ດຽວ​ກັນ ຂ້ອຍ​ຈະ​ບອກ​ວ່າ ․․․․․

ຖ້າ​ມີ​ຄົນ​ບອກ​ວ່າ​ທັດສະນະ​ຂອງ​ຄຳພີ​ໄບເບິນ​ຄັບ​ແຄບ ຂ້ອຍ​ຈະ​ຫາ​ເຫດຜົນ​ວ່າ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເປັນ​ຫຍັງ​ພະເຈົ້າ​ບໍ່​ຍອມຮັບ​ການ​ຮັກ​ເພດ​ດຽວ​ກັນ?

● ມີ​ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການ​ຮັກ​ເພດ​ດຽວ​ກັນ?

● ການ​ມີ​ທັດສະນະ​ຄື​ກັບ​ພະເຈົ້າ​ໃນ​ເລື່ອງ​ຮັກ​ເພດ​ດຽວ​ກັນ ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ກຽດຊັງ​ຄົນ​ທີ່​ຮັກ​ເພດ​ດຽວ​ກັນ​ບໍ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 236]

“ທັດສະນະ​ທີ່​ເສື່ອມຊາມ​ຂອງ​ໂລກ​ເຮັດ​ໃຫ້​ຂ້ອຍ​ສັບສົນ​ເລື່ອງ​ເພດ. ຕອນນີ້​ຂ້ອຍ​ພະຍາຍາມ​ທີ່​ຈະ​ບໍ່​ຫຍຸ້ງ​ກ່ຽວກັບ​ສິ່ງ​ໃດ​ກໍ​ຕາມ​ທີ່​ສົ່ງເສີມ​ການ​ຮັກ​ເພດ​ດຽວ​ກັນ.”—ແອນນາ

[ຮູບ​ພາບ​ໜ້າ 233]

ໄວລຸ້ນ​ທຸກ​ຄົນ​ຕ້ອງ​ເລືອກ​ວ່າ​ຈະ​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ທີ່​ສູງ​ສົ່ງ​ຂອງ​ພະເຈົ້າ ຫຼື​ທັດສະນະ​ທີ່​ເສື່ອມຊາມ​ຂອງ​ໂລກ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌