ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 30 ໜ້າ 246-252
  • ຂ້ອຍ​ຄວນ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຄວນ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ຜົນ​ເສຍ​ຂອງ​ເກມ
  • ເປັນ​ຫຍັງ​ຈຶ່ງ​ຕ້ອງ​ເລືອກ?
  • ຂ້ອຍ​ຄວນ​ເລືອກ​ເກມ​ແບບ​ໃດ?
  • ເລືອກ​ຢ່າງ​ສະຫຼາດ
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 30 ໜ້າ 246-252

ບົດ​ທີ 30

ຂ້ອຍ​ຄວນ​ຫຼິ້ນ​ເກມ​ເອເລັກໂຕຣນິກ​ບໍ?

ໄບຣອັນ​ບອກ​ວ່າ: “ເກມ​ຄອມພິວເຕີ​ມັນ​ຕື່ນເຕັ້ນ​ແລະ​ຄັກ​ຫຼາຍ. ໃນ​ເກມ​ເຮົາ​ສາມາດ​ເຮັດ​ຫຍັງ​ກໍ​ໄດ້​ທີ່​ຊີວິດ​ຈິງ​ເຮັດ​ບໍ່​ໄດ້​ໂດຍ​ທີ່​ບໍ່​ສົ່ງ​ຜົນ​ເສຍຫາຍ​ຮ້າຍ​ແຮງ​ຫຍັງ.” ເດໂບຣາ​ບອກ​ວ່າ​ລາວ​ມັກ​ຫຼິ້ນ​ເກມ​ຄອມພິວເຕີ​ຄື​ກັນ ແຕ່​ລາວ​ກໍ​ເຕືອນ​ວ່າ: “ມັນ​ເຮັດ​ໃຫ້​ເຮົາ​ເສຍ​ເວລາ​ແລະ​ເຮັດ​ໃຫ້​ຕິດ​ໄດ້​ງ່າຍ​ຫຼາຍ.”

ເກມ​ເອເລັກໂຕຣນິກ​ບໍ່​ໄດ້​ເປັນ​ພຽງ​ຄວາມ​ບັນເທີງ​ທີ່​ທັນ​ສະໄໝ ແຕ່​ຍັງ​ທົດສອບ​ຄວາມ​ສາມາດ​ແລະ​ຊ່ວຍ​ແກ້​ເບື່ອ​ໄດ້​ນຳ. ເກມ​ຍັງ​ຊ່ວຍ​ເຈົ້າ​ໃຫ້​ຕອບ​ສະໜອງ​ໄດ້​ໄວ​ຂຶ້ນ. ບາງ​ເກມ​ກໍ​ຊ່ວຍ​ໃຫ້​ຄິດ​ເລກ​ໄດ້​ໄວ​ຫຼື​ອ່ານ​ໄດ້​ດີ. ນອກ​ຈາກ​ນັ້ນ ໝູ່​ຢູ່​ໂຮງຮຽນ​ກໍ​ມັກ​ຈະ​ລົມ​ກັນ​ເລື່ອງ​ເກມ​ລ່າ​ສຸດ. ຖ້າ​ເຈົ້າ​ໄດ້​ຫຼິ້ນ​ເກມ​ນັ້ນ​ແລ້ວ ເຈົ້າ​ກໍ​ຈະ​ມີ​ເລື່ອງ​ລົມ​ນຳ​ເຂົາເຈົ້າ​ໄດ້.

ເກມ​ທີ່​ໜ້າ​ຕື່ນເຕັ້ນ​ແລະ​ເໝາະ​ກັບ​ຄລິດສະຕຽນ​ຍັງ​ພໍ​ຫາ​ໄດ້ ແຕ່​ເຈົ້າ​ຕ້ອງ​ເລືອກ​ຢ່າງ​ລະມັດລະວັງ. ຍ້ອນຫຍັງ?

ຜົນ​ເສຍ​ຂອງ​ເກມ

ໜ້າ​ເສຍດາຍ ບໍ່​ແມ່ນ​ທຸກ​ເກມ​ທີ່​ຈະ​ຫຼິ້ນ​ໄດ້​ໂດຍ​ບໍ່​ມີ​ພິດ​ບໍ່​ມີ​ໄພ​ຫຍັງ. ເກມ​ສ່ວນ​ໃຫຍ່​ໃນ​ທຸກ​ມື້​ນີ້​ອອກ​ແບບ​ມາ​ເພື່ອ​ສົ່ງເສີມ​ສິ່ງ​ທີ່​ຄຳພີ​ໄບເບິນ​ເອີ້ນ​ວ່າ “ຄວາມ​ຕ້ອງການ​ຂອງ​ຄົນ” ເຊິ່ງ​ກໍ​ຄື​ການ​ປະພຶດ​ທີ່​ບໍ່​ສະອາດ​ທີ່​ພະເຈົ້າ​ຕຳໜິ.—ຄາລາເຕຍ 5:19-21

ເອດຣຽນ​ອາຍຸ 18 ປີ​ເວົ້າ​ເຖິງ​ເກມ​ໜຶ່ງ​ທີ່​ນິຍົມ​ກັນ​ຫຼາຍ​ວ່າ​ເກມ​ນັ້ນ​ມີ​ແຕ່​ເລື່ອງ “ຄວາມ​ຮຸນແຮງ ການ​ຍົກ​ແກ໊ງ​ຕີ​ກັນ ການ​ໃຊ້​ຢາເສບຕິດ ເລືອດ​ອາບ​ໂຕ ຄຳເວົ້າ​ທີ່​ຫຍາບ​ຄາຍ ແລະ​ເວົ້າ​ເລື່ອງ​ເພດ​ຢ່າງ​ໂຈ່ງແຈ້ງ.” ບາງ​ເກມ​ສົ່ງເສີມ​ໃຫ້​ໃຊ້​ເວດ​ມົນ​ຄາຖາ ແລະ​ແຕ່​ລະ​ເກມ​ທີ່​ອອກ​ມາ​ໃໝ່​ກໍ​ມັກ​ຈະ​ມີ​ເລື່ອງ​ເຫຼົ່າ​ນີ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ສ່ວນ​ຫຼາຍ​ແລ້ວ ເກມ​ທີ່​ໃຊ້​ຄວາມ​ຮຸນແຮງ​ສາມາດ​ຫຼິ້ນ​ໄດ້​ກັບ​ຄົນ​ອື່ນໆ​ທາງ​ອອນລາຍ ນີ້​ແຮ່ງ​ເຮັດ​ໃຫ້​ຮູ້ສຶກ​ທ້າທາຍ​ແລະ​ໜ້າສົນໃຈ. ເຈມສ໌​ອາຍຸ 19 ປີ ບອກ​ວ່າ: “ເຈົ້າ​ສາມາດ​ຫຼິ້ນ​ເກມ​ຈາກ​ຄອມພິວເຕີ​ຢູ່​ເຮືອນ​ກັບ​ຄົນ​ທີ່​ຢູ່​ອີກ​ຝາກ​ໜຶ່ງ​ຂອງ​ໂລກ​ໄດ້.”

ເກມ​ອອນລາຍ​ກຳລັງ​ເປັນ​ທີ່​ນິຍົມ​ຫຼາຍ. ໃນ​ເກມ​ນັ້ນ ຜູ້​ຫຼິ້ນ​ແຕ່​ລະ​ຄົນ​ສາມາດ​ສ້າງ​ໂຕ​ລະຄອນ​ຂອງ​ໂຕເອງ​ຂຶ້ນ​ມາ​ໄດ້​ເຊິ່ງ​ອາດ​ຈະ​ເປັນ​ຄົນ ສັດ ຫຼື​ເຄິ່ງ​ຄົນ​ເຄິ່ງ​ສັດ ແລະ​ຈະ​ມີ​ໂຕ​ລະຄອນ​ແບບ​ນີ້​ເປັນ​ພັນໆ​ໂຕ. ໃນ​ໂລກ​ອອນລາຍ​ຈະ​ມີ​ເຮືອນ ລົດ ເທັກ​ບາ ຮ້ານ​ໂສເພນີ ແລະ​ອື່ນໆ​ຄື​ກັບ​ຢູ່​ໃນ​ໂລກ​ຂອງ​ຄວາມ​ເປັນ​ຈິງ. ຕອນ​ທີ່​ຫຼິ້ນ​ເກມ​ຢູ່ ຜູ້​ຫຼິ້ນ​ກໍ​ສາມາດ​ສົ່ງ​ຂໍ້​ຄວາມ​ລົມ​ກັບ​ຄົນ​ອື່ນ​ໄດ້​ຜ່ານ​ທາງ​ໂຕ​ລະຄອນ​ທີ່​ເອີ້ນ​ວ່າ​ອາວາຕາ.

ໃນ​ເກມ​ອອນລາຍ ຜູ້​ຫຼິ້ນ​ສາມາດ​ເລືອກ​ເປັນ​ໂຕ​ລະຄອນ​ທີ່​ບໍ່​ດີ​ໄດ້​ນຳ​ເຊັ່ນ ມາເຟຍ ໂສເພນີ ຜູ້​ຊາຍ​ທີ່​ຫາ​ກິນ​ນຳ​ໂສເພນີ ນັກ​ຂູດຮີດ ນັກ​ປອມ​ແປງ ຫຼື​ມື​ສັງຫານ. ຜູ້​ຫຼິ້ນ​ເກມ​ອາດ​ເຮັດ​ສິ່ງ​ຕ່າງໆ​ທີ່​ລາວ​ຈະ​ບໍ່​ມີ​ທາງ​ເຮັດ​ໃນ​ຊີວິດ​ປະຈຳ​ວັນ. ພຽງ​ແຕ່​ກົດ​ບໍ່​ເທົ່າ​ໃດ​ປຸ່ມ ໂຕ​ລະຄອນ​ກໍ​ສາມາດ​ມີ​ເຊັກ​ກັນ​ໄດ້​ໃນ​ຂະນະ​ທີ່​ຜູ້​ຫຼິ້ນ​ພິມ​ຂໍ້​ຄວາມ​ລົມ​ກັນ​ເລື່ອງ​ເຊັກ. ບາງ​ເກມ​ຜູ້​ຫຼິ້ນ​ຈະ​ໃຫ້​ໂຕ​ລະຄອນ​ຂອງ​ລາວ​ມີ​ເຊັກ​ກັບ​ໂຕ​ລະຄອນ​ທີ່​ເປັນ​ເດັກນ້ອຍ. ຫຼາຍ​ຄົນ​ຈຶ່ງ​ອອກ​ມາ​ທ້ວງ​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ການ​ສ້າງ​ເກມ​ທີ່​ໂຫດ​ຮ້າຍ​ຂະໜາດ​ນີ້.

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ເລືອກ?

ຄົນ​ທີ່​ຫຼິ້ນ​ເກມ​ກ່ຽວກັບ​ຄວາມ​ຮຸນແຮງ​ຫຼື​ເກມ​ທີ່​ມີ​ເລື່ອງ​ເພດ​ຢ່າງ​ໂຈ່ງແຈ້ງ​ອາດ​ເວົ້າ​ວ່າ: “ມັນ​ບໍ່​ເປັນ​ຫຍັງ​ດອກ ເພາະ​ມັນ​ເປັນ​ເກມ​ຊື່ໆ​ບໍ່​ແມ່ນ​ເລື່ອງ​ແທ້.” ແຕ່​ຢ່າ​ຕົວະ​ໂຕເອງ​ໂດຍ​ການ​ຫາ​ເຫດຜົນ​ຜິດໆ​ແບບ​ນີ້!

ຄຳພີ​ໄບເບິນ​ບອກ​ວ່າ: “ການ​ກະທຳ​ຂອງ​ເດັກນ້ອຍ​ເຮັດ​ໃຫ້​ຄົນ​ອື່ນ​ຮູ້​ໄດ້​ວ່າ ລາວ​ເປັນ​ຄົນ​ທີ່​ບໍລິສຸດ​ແລະ​ສັດຊື່​ຫຼື​ບໍ່.” (ສຸພາສິດ 20:11) ຖ້າ​ເຈົ້າ​ຫຼິ້ນ​ເກມ​ທີ່​ຮຸນແຮງ​ຫຼື​ຜິດ​ສິນລະທຳ ເຈົ້າ​ຍັງ​ຈະ​ເປັນ​ຄົນ​ດີ​ແລະ​ມີ​ຈິດ​ໃຈ​ບໍລິສຸດ​ຢູ່​ບໍ? ຈາກ​ການ​ວິໄຈ​ພົບ​ວ່າ​ການ​ເບິ່ງ​ຄວາມ​ບັນເທີງ​ທີ່​ຮຸນແຮງ​ເຮັດ​ໃຫ້​ກາຍ​ເປັນ​ຄົນ​ໃຈ​ຮ້ອນ​ແລະ​ຮຸນແຮງ​ຫຼາຍ​ຂຶ້ນ. ຜູ້​ຊ່ຽວຊານ​ບາງ​ຄົນ​ບອກ​ວ່າ​ເກມ​ເອເລັກໂຕຣນິກ​ອອກ​ແບບ​ມາ​ເພື່ອ​ໃຫ້​ຜູ້​ຫຼິ້ນ​ມີ​ສ່ວນ​ຮ່ວມ​ນຳ ມັນ​ຈຶ່ງ​ເຮັດ​ໃຫ້​ມີ​ຜົນ​ເສຍ​ຫຼາຍ​ກວ່າ​ການ​ເບິ່ງ​ໂທລະທັດ.

ການ​ຫຼິ້ນ​ເກມ​ທີ່​ຮຸນແຮງ​ຫຼື​ເກມ​ທີ່​ຜິດ​ສິນລະທຳ​ເປັນ​ຄື​ກັບ​ການ​ຫຼິ້ນ​ສິ່ງ​ເສດ​ເຫຼືອ​ຂອງ​ກຳມັນຕະພາບລັງສີ. ມັນ​ອາດ​ຈະ​ບໍ່​ໄດ້​ສົ່ງ​ຜົນ​ເສຍ​ທັນທີ ແຕ່​ມັນ​ຈະ​ມີ​ຜົນ​ເສຍ​ແນ່ນອນ. ຜົນ​ເສຍ​ນັ້ນ​ແມ່ນ​ຫຍັງ? ການ​ຮັບ​ເອົາ​ລັງສີ​ໃນ​ປະລິມານ​ຫຼາຍ​ຈະ​ທຳລາຍ​ເນື້ອເຍື່ອ​ໃນ​ກະເພາະ​ອາຫານ​ເຮັດ​ໃຫ້​ເຊື້ອ​ແບັກທີເຣຍ​ທີ່​ຢູ່​ໃນ​ລຳ​ໄສ້​ບຸກ​ເຂົ້າ​ສູ່​ກະແສ​ເລືອດ​ແລະ​ເຮັດ​ໃຫ້​ເຮົາ​ປ່ວຍ​ໄດ້. ຄ້າຍ​ກັນ ການ​ຫຼິ້ນ​ເກມ​ທີ່​ຮຸນແຮງ​ຫຼື​ເກມ​ທີ່​ມີ​ເລື່ອງ​ເພດ​ຢ່າງ​ໂຈ່ງແຈ້ງ​ຈະ​ເຮັດ​ໃຫ້​ຄົນ​ເຮົາ “ບໍ່​ຮູ້ສຶກ​ອາຍ​ຕໍ່​ບາບ” ແລະ​ຍອມ​ໃຫ້​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ຄອບງຳ​ຄວາມ​ຄິດ​ແລະ​ການ​ກະທຳ.—ເອເຟໂຊ 4:19; ຄາລາເຕຍ 6:7, 8

ຂ້ອຍ​ຄວນ​ເລືອກ​ເກມ​ແບບ​ໃດ?

ຖ້າ​ພໍ່​ແມ່​ຍອມ​ໃຫ້​ເຈົ້າ​ຫຼິ້ນ​ເກມ​ເອເລັກໂຕຣນິກ ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄວນ​ເລືອກ​ເກມ​ແບບ​ໃດ​ແລະ​ໃຊ້​ເວລາ​ຫຼິ້ນ​ຫຼາຍ​ສ່ຳ​ໃດ? ໃຫ້​ລອງ​ມາ​ພິຈາລະນາ​ຄຳ​ຖາມ​ຕໍ່​ໄປ​ນີ້:

ຖ້າ​ຂ້ອຍ​ເລືອກ​ເກມ​ແບບ​ນີ້​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ? ເພງ​ສັນລະເສີນ 11:5 ບອກ​ວ່າ: “ພະ​ເຢໂຫວາ​ກວດ​ເບິ່ງ​ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ. ເພິ່ນ​ຊັງ​ຄົນ​ທີ່​ມັກ​ຄວາມ​ຮຸນແຮງ.” ສຳລັບ​ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ເວດ​ມົນ​ຄາຖາ ຄຳພີ​ໄບເບິນ​ບອກ​ວ່າ: “ພະ​ເຢໂຫວາ​ຂີ້ດຽດ​ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້.” (ພະ​ບັນຍັດ 18:10-12) ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ເພງ​ສັນລະເສີນ 97:10 ທີ່​ບອກ​ວ່າ: “ຂໍ​ໃຫ້​ຊັງ​ສິ່ງ​ຊົ່ວ.”

ເກມ​ນີ້​ຈະ​ມີ​ຜົນ​ແນວ​ໃດ​ຕໍ່​ຄວາມ​ຄິດ​ຂອງ​ຂ້ອຍ? ລອງ​ຖາມ​ໂຕເອງ​ວ່າ: ‘ຖ້າ​ຂ້ອຍ​ຫຼິ້ນ​ເກມ​ນີ້ ຂ້ອຍ​ຈະ “ໜີ​ໄກໆ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ” ໄດ້​ງ່າຍ​ຂຶ້ນ​ບໍ​ຫຼື​ຍາກ​ຂຶ້ນ?’ (1 ໂກຣິນໂທ 6:18) ເກມ​ທີ່​ມີ​ຮູບ​ພາບ​ຫຼື​ການ​ສົນທະນາ​ທີ່​ກະຕຸ້ນ​ອາລົມ​ທາງ​ເພດ​ຄື​ຊິ​ບໍ່​ໄດ້​ຊ່ວຍ​ເຈົ້າ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ຖືກຕ້ອງ ບໍລິສຸດ​ແລະ​ດີ.—ຟີລິບປອຍ 4:8

ຂ້ອຍ​ຈະ​ໃຊ້​ເວລາ​ຫຼິ້ນ​ເກມ​ຫຼາຍ​ສ່ຳ​ໃດ? ການ​ຫຼິ້ນ​ເກມ​ຕ້ອງ​ໃຊ້​ເວລາ​ເຖິງ​ຈະ​ເປັນ​ເກມ​ທີ່​ດີ​ກໍ​ຕາມ. ດັ່ງນັ້ນ ໃຫ້​ບັນທຶກ​ໄວ້​ວ່າ​ເຈົ້າ​ໃຊ້​ເວລາ​ຫຼິ້ນ​ເກມ​ຫຼາຍ​ສ່ຳ​ໃດ. ການ​ຫຼິ້ນ​ເກມ​ເຮັດ​ໃຫ້​ເຈົ້າ​ບໍ່​ມີ​ເວລາ​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ​ບໍ? ໃຫ້​ກວດ​ເບິ່ງ​ເປັນ​ໄລຍະໆ​ວ່າ​ເຈົ້າ​ໃຊ້​ເວລາ​ໄປ​ກັບ​ຫຍັງ​ແດ່​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ສຳຄັນ​ກວ່າ.—ເອເຟໂຊ 5:16

ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຊີວິດ​ເຈົ້າ​ຕ້ອງ​ມີ​ແຕ່​ຮຽນ ຫຼື​ບໍ່​ກໍ​ເຮັດ​ວຽກ. ແຕ່​ຍັງ​ບອກ​ໃຫ້​ເຮົາ​ມີ “ເວລາ​ຫົວ . . . ແລະ​ເວລາ​ເຕັ້ນ​ລຳ.” (ປັນຍາຈານ 3:4) ຂໍ​ສັງເກດ​ວ່າ​ຄຳພີ​ໄບເບິນ​ໃຊ້​ຄຳ​ວ່າ “ເຕັ້ນ​ລຳ” ສະແດງ​ວ່າ​ບໍ່​ແມ່ນ​ແຕ່​ການ​ນັ່ງ​ຫຼິ້ນ​ຊື່ໆ ແຕ່​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຮ່າງກາຍ​ນຳ. ເຈົ້າ​ໜ້າ​ຈະ​ໃຊ້​ເວລາ​ວ່າງ​ເຮັດ​ກິດຈະກຳ​ແບບ​ນັ້ນ​ແທນ​ທີ່​ຈະ​ນັ່ງ​ແຕ່​ຢູ່​ຈໍ.

ເລືອກ​ຢ່າງ​ສະຫຼາດ

ແນ່ນອນ​ວ່າ ການ​ຫຼິ້ນ​ເກມ​ຈະ​ເຮັດ​ໃຫ້​ມ່ວນ​ໂດຍ​ສະເພາະ​ຖ້າ​ເຈົ້າ​ຫຼິ້ນ​ເກັ່ງ. ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ເຈົ້າ​ຕ້ອງ​ເລືອກ​ເກມ​ທີ່​ເຈົ້າ​ຈະ​ຫຼິ້ນ​ຢ່າງ​ສະຫຼາດ. ລອງ​ຄິດ​ເບິ່ງ​ວ່າ ‘ຕອນ​ຢູ່​ໂຮງຮຽນ ເຈົ້າ​ຮຽນ​ວິຊາ​ໃດ​ເກັ່ງ​ທີ່​ສຸດ?’ ຄື​ຊິ​ແມ່ນ​ວິຊາ​ທີ່​ເຈົ້າ​ມັກ​ແມ່ນ​ບໍ? ທີ່​ຈິງ​ຖ້າ​ເຈົ້າ​ມັກ​ວິຊາ​ໃດ ເຈົ້າ​ກໍ​ຈະ​ຈື່​ວິຊາ​ນັ້ນ​ໄດ້​ດີ. ຕອນນີ້​ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ມັກ​ເກມ​ຫຍັງ​ຫຼາຍ​ທີ່​ສຸດ? ເກມ​ນີ້​ສອນ​ຫຍັງ​ຂ້ອຍ​ແດ່?’

ແທນ​ທີ່​ຈະ​ເລືອກ​ເກມ​ຕາມ​ໝູ່ ໃຫ້​ກ້າ​ເລືອກ​ແຕກຕ່າງ​ຈາກ​ເຂົາເຈົ້າ. ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ: “ໃຫ້​ກວດ​ເບິ່ງ​ຢູ່​ສະເໝີ​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ເປັນ​ສິ່ງ​ທີ່​ຜູ້​ເປັນ​ນາຍ​ພໍໃຈ​ຫຼື​ບໍ່.”—ເອເຟໂຊ 5:10

ໃນ​ບົດ​ຕໍ່​ໄປ

ການ​ຮັກ​ດົນຕີ​ເປັນ​ເລື່ອງ​ທຳມະດາ. ແຕ່​ມັນ​ຄອບງຳ​ເຈົ້າ​ບໍ?

ຂໍ້​ຄຳພີ​ຫຼັກ

“ພວກ​ເຈົ້າ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ຊັງ​ສິ່ງ​ຊົ່ວ.”—ເພງສັນລະເສີນ 97:10

ຄຳ​ແນະນຳ

ໃຫ້​ຂຽນ​ສັ້ນໆ​ວ່າ​ເກມ​ທີ່​ເຈົ້າ​ຫຼິ້ນ​ເປັນ​ເກມ​ແບບ​ໃດ. ເປົ້າໝາຍ​ຂອງ​ເກມ​ນີ້​ແມ່ນ​ຫຍັງ​ແລະ​ຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຊະນະ. ໃຫ້​ປຽບທຽບ​ສິ່ງ​ທີ່​ເຈົ້າ​ຂຽນ​ກັບ​ຫຼັກການ​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້ ແລ້ວ​ຄິດ​ເບິ່ງ​ວ່າ​ເຈົ້າ​ຄວນ​ຫຼິ້ນ​ເກມ​ນັ້ນ​ບໍ.

ເຈົ້າ​ຮູ້​ບໍ . . . ?

ໃນ​ປີ 2006 ມີ​ການ​ເປີດ​ສູນ​ບຳບັດ​ຄົນ​ຕິດ​ເກມ​ອອນລາຍ​ບ່ອນ​ທຳອິດ​ຂອງ​ໂລກ​ໃນ​ເມືອງ​ອຳສະເຕີດຳ ປະເທດ​ເນເທີແລນ.

ແຜນ​ພາກ​ປະຕິບັດ!

ຖ້າ​ໝູ່​ຊວນ​ຂ້ອຍ​ໃຫ້​ຫຼິ້ນ​ເກມ​ທີ່​ໃຊ້​ຄວາມ​ຮຸນແຮງ​ຫຼື​ເກມ​ທີ່​ຜິດ​ສິນລະທຳ ຂ້ອຍ​ຈະ​ເວົ້າ​ວ່າ ․․․․․

ຂ້ອຍ​ຈະ​ຫຼິ້ນ​ເກມ​ອາທິດ​ລະ ․․․․․ ຊົ່ວໂມງ ແລະ​ຂ້ອຍ​ຈະ​ເຮັດ​ແບບ​ນີ້​ໄດ້​ຖ້າ​ຂ້ອຍ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ເກມ​ມີ​ຜົນ​ຕໍ່​ຄວາມ​ຄິດ​ແລະ​ອາລົມ​ຂອງ​ຜູ້​ຫຼິ້ນ​ແນວ​ໃດ?

● ເປັນ​ຫຍັງ​ຕ້ອງ​ຄິດ​ເຖິງ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເລືອກ​ເກມ?

● ຖ້າ​ນ້ອງ​ຂອງ​ເຈົ້າ​ຕິດ​ເກມ​ທີ່​ບໍ່​ດີ ເຈົ້າ​ຈະ​ຊ່ວຍ​ນ້ອງ​ແນວ​ໃດ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 249]

“ເກມ​ສ່ວນ​ໃຫຍ່​ເຮັດ​ໃຫ້​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ຕາຍ​ດ້ານ​ຈາກ​ສິ່ງ​ທີ່​ບໍ່​ດີ​ເຊັ່ນ ການ​ໃຊ້​ຄວາມ​ຮຸນແຮງ ຄຳເວົ້າ​ທີ່​ຫຍາບ​ຄາຍ​ແລະ​ການ​ເຮັດ​ຜິດ​ສິນລະທຳ ເຊິ່ງ​ຈະ​ເຮັດ​ໃຫ້​ເຈົ້າ​ເຮັດ​ຜິດ​ໄດ້​ງ່າຍ​ຂຶ້ນ. ດັ່ງນັ້ນ ເຈົ້າ​ຄວນ​ເລືອກ​ເກມ​ດີໆ.”—ເອມີ້

[ຮູບ​ພາບ​ໜ້າ 250]

ການ​ຫຼິ້ນ​ເກມ​ທີ່​ຮຸນແຮງ​ຫຼື​ເກມ​ທີ່​ຜິດ​ສິນລະທຳ​ເປັນ​ຄື​ກັບ​ການ​ຫຼິ້ນ​ສິ່ງ​ເສດ​ເຫຼືອ​ຂອງ​ກຳມັນຕະພາບລັງສີ. ມັນ​ອາດ​ຈະ​ບໍ່​ໄດ້​ສົ່ງ​ຜົນ​ເສຍ​ທັນທີ ແຕ່​ມັນ​ຈະ​ມີ​ຜົນ​ເສຍ​ແນ່ນອນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌