ບົດທີ 31
ຂ້ອຍຈະບໍ່ມັກດົນຕີຫຼາຍເກີນໄປໄດ້ແນວໃດ?
ດົນຕີສຳຄັນຕໍ່ເຈົ້າຫຼາຍສ່ຳໃດ?
□ ຖ້າບໍ່ມີດົນຕີຂ້ອຍກໍຢູ່ໄດ້.
□ ຖ້າບໍ່ມີດົນຕີຂ້ອຍຕາຍແທ້.
ເຈົ້າມັກຟັງເພງຕອນໃດ?
□ ຕອນເດີນທາງ
□ ຕອນອ່ານໜັງສື
□ ຕະຫຼອດເວລາ
ເຈົ້າມັກຟັງເພງແບບໃດ ແລະຍ້ອນຫຍັງ? ․․․․․
ເບິ່ງຄືວ່າເຮົາຖືກສ້າງມາໃຫ້ມີຄວາມສຸກກັບສຽງເພງ. ໜຸ່ມສາວຫຼາຍຄົນຂາດເພງບໍ່ໄດ້. ແອມເບີ້ອາຍຸ 21 ປີບອກວ່າ: “ຊີວິດຂ້ອຍຂາດສຽງເພງບໍ່ໄດ້. ຂ້ອຍມັກຟັງເພງຢູ່ຕະຫຼອດແມ່ນແຕ່ຕອນທີ່ອະນາໄມເຮືອນ ແຕ່ງກິນ ໄປຊື້ເຄື່ອງ ຫຼືອ່ານໜັງສື.”
ດົນຕີບໍ່ໄດ້ແມ່ນແຕ່ຈັງຫວະຫຼືທຳນອງຂອງເພງຊື່ໆ ແຕ່ມັນສົ່ງຜົນເຖິງອາລົມຄວາມຮູ້ສຶກຂອງເຮົາໄດ້. ເມື່ອຮູ້ສຶກເສົ້າໃຈ ການຟັງເພງກໍຊ່ວຍປອບໃຈເຮົາຄືກັບ “ຄຳເວົ້າທີ່ເວົ້າຖືກຈັງຫວະກໍດີຫຼາຍແທ້ໆ.” (ສຸພາສິດ 15:23) ເຈດຊິກ້າອາຍຸ 16 ປີບອກວ່າ: “ບາງເທື່ອຂ້ອຍກໍຮູ້ສຶກຊຶມເສົ້າແລະຄິດວ່າບໍ່ມີໃຜເຂົ້າໃຈຂ້ອຍ ແຕ່ເມື່ອໄດ້ຟັງເພງຂອງວົງທີ່ມັກ ຂ້ອຍກໍຮູ້ເລີຍວ່າຍັງມີອີກຫຼາຍຄົນທີ່ຮູ້ສຶກຄືຂ້ອຍ.”
ຊອກຈຸດທີ່ເຫັນດີກັນ
ແນ່ນອນ ເຈົ້າມັກຟັງເພງໃນແບບທີ່ເຈົ້າມັກ ແຕ່ພໍ່ແມ່ອາດບໍ່ມັກຄືເຈົ້າ. ໄວລຸ້ນຊາຍຄົນໜຶ່ງບອກວ່າ: “ພໍ່ຂ້ອຍມັກບອກວ່າ ‘ມອດເພງດຽວນີ້! ລັກໄລ່ຫູ!’” ເຈົ້າບໍ່ຢາກມີບັນຫາ ແຕ່ເຈົ້າອາດຮູ້ສຶກວ່າພໍ່ແມ່ມັກເຮັດໃຫ້ເລື່ອງນ້ອຍໆກາຍເປັນເລື່ອງໃຫຍ່. ໄວລຸ້ນຍິງຄົນໜຶ່ງຈົ່ມວ່າ: “ເປັນຫຍັງເຂົາເຈົ້າບໍ່ຄິດເຫັນຕອນເຂົາເຈົ້າເປັນໄວລຸ້ນແດ່? ພໍ່ແມ່ຂອງເຂົາເຈົ້າບໍ່ຄິດແດ່ບໍວ່າເພງທີ່ເຂົາເຈົ້າຟັງມັນບໍ່ມ່ວນຈັກໜ້ອຍ?” ອິນເກຣດອາຍຸ 16 ປີຈົ່ມວ່າ: “ພວກຜູ້ໃຫຍ່ມັກຍຶດຕິດກັບອະດີດ. ຖ້າເຂົາເຈົ້າພະຍາຍາມເຂົ້າໃຈຄວາມມັກຂອງຄົນລຸ້ນໃໝ່ແດ່ກໍຄືຊິດີ.”
ສິ່ງທີ່ອິນເກຣດເວົ້າກໍໜ້າຄິດ. ຕະຫຼອດປະຫວັດສາດໃຜກໍຮູ້ດີວ່າຄົນລຸ້ນເກົ່າກັບຄົນລຸ້ນໃໝ່ມັກບໍ່ຄືກັນ. ແຕ່ຖ້າເປັນເລື່ອງດົນຕີກໍໜ້າຈະລົມກັນໄດ້. ໃຫ້ຫາຈຸດທີ່ເຈົ້າກັບພໍ່ແມ່ເຫັນດີກັນ. ຖ້າພໍ່ແມ່ຂອງເຈົ້ານັບຖືຄຳພີໄບເບິນ ເຈົ້າກໍໄດ້ປຽບ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ກໍຍ້ອນວ່າຄຳເວົ້າຂອງພະເຈົ້າສາມາດຊ່ວຍເຈົ້າກັບພໍ່ແມ່ໃຫ້ຮູ້ວ່າອັນໃດທີ່ຍອມຮັບບໍ່ໄດ້ແລະອັນໃດທີ່ເລືອກໄດ້ຕາມຄວາມມັກຂອງແຕ່ລະຄົນ. ເພື່ອຈະເຮັດແບບນັ້ນໄດ້ ໃຫ້ເຈົ້າຄິດເຖິງ 2 ຢ່າງນີ້: (1) ເນື້ອເພງ (2) ເວລາທີ່ໃຊ້ໃນການຟັງເພງ. ກ່ອນອື່ນໃຫ້ເຮົາມາເບິ່ງຄຳຖາມຕໍ່ໄປນີ້.
ເພງທີ່ຂ້ອຍຟັງມີເນື້ອຫາແບບໃດ?
ເພງກໍຄ້າຍຄືກັບອາຫານ. ຖ້າກິນອາຫານປະເພດທີ່ດີໃນປະລິມານທີ່ເໝາະສົມກໍຈະເປັນປະໂຫຍດ. ແຕ່ຖ້າເປັນປະເພດທີ່ບໍ່ດີຈະກິນປະລິມານສ່ຳໃດກໍມີແຕ່ຜົນເສຍ. ໜ້າເສຍດາຍ ເພງທີ່ມີເນື້ອຫາບໍ່ດີມັກຈະມີດົນຕີທີ່ມ່ວນໆ. ສະຕີບຟ໌ຈົ່ມວ່າ: “ເປັນຫຍັງເພງທີ່ມ່ວນໆຕ້ອງມີເນື້ອຫາທີ່ໜ້າລັງກຽດ?”
ຖ້າເຈົ້າມັກທຳນອງຂອງເພງນັ້ນ ແລ້ວເນື້ອຫາເດສຳຄັນບໍ? ເພື່ອຈະໄດ້ຄຳຕອບ ໃຫ້ລອງຄິດເບິ່ງວ່າ ຖ້າມີຄົນຢາກໃຫ້ເຈົ້າກິນຢາພິດ ລາວຈະຫຼອກເຈົ້າແນວໃດ? ລາວອາດຈະເອົາຢາພິດໄປເຄືອບນ້ຳຕານເພື່ອໃຫ້ມັນມີລົດຊາດດີ. ໂຢບຊາຍທີ່ສັດຊື່ຖາມວ່າ: “ຫູມີໄວ້ຟັງໃຫ້ດີໆເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ ຄືກັບລີ້ນທີ່ມີໄວ້ຊີມອາຫານ.” (ໂຢບ 12:11) ດັ່ງນັ້ນ ຢ່າຟັງເພງຍ້ອນເຈົ້າມັກທຳນອງຫຼືດົນຕີທີ່ປຽບຄືກັບນ້ຳຕານທີ່ເຄືອບຢູ່ ແຕ່ໃຫ້ເບິ່ງທີ່ຊື່ເພງແລະເນື້ອຫານຳ. ຍ້ອນຫຍັງ? ຍ້ອນເນື້ອຫາຂອງເພງມີຜົນຕໍ່ຄວາມຄິດແລະມຸມມອງຂອງເຈົ້າ.
ເສຍດາຍທີ່ເພງໃນທຸກມື້ນີ້ມັກມີເນື້ອຫາທີ່ເນັ້ນແຕ່ເລື່ອງເພດ ຄວາມຮຸນແຮງ ແລະການໃຊ້ຢາເສບຕິດ. ຖ້າເຈົ້າຄິດວ່າການຟັງເພງແບບນີ້ບໍ່ມີຜົນຕໍ່ເຈົ້າ ກໍສະແດງວ່າເຈົ້າຖືກ “ຢາພິດ” ແລ້ວ.
ຕັດສິນໃຈເອງ
ໝູ່ອາດກົດດັນເຈົ້າໃຫ້ຟັງເພງທີ່ບໍ່ເໝາະສົມແລະຍັງມີຄວາມກົດດັນຈາກວົງການເພງອີກ. ໃນວິທະຍຸ ໂທລະທັດ ແລະອິນເຕີເນັດເຮັດໃຫ້ດົນຕີກາຍເປັນທຸລະກິດຫຼາຍພັນລ້ານທີ່ມີອິດທິພົນ. ມີການຈ້າງຜູ້ຊ່ຽວຊານດ້ານການຕະຫຼາດໃຫ້ມາຈັດແລະຕັດສິນໃຈເລື່ອງຄວາມມັກທາງດົນຕີໃຫ້ເຈົ້າ.
ຖ້າເຈົ້າປ່ອຍໃຫ້ໝູ່ຫຼືສື່ຕ່າງໆເລືອກດົນຕີແທນເຈົ້າ ເຈົ້າກໍຈະເປັນທາດທີ່ບໍ່ມີຄວາມຄິດແລະຍອມໃຫ້ເຂົາເຈົ້າຈູງໄປທຸກທາງ. (ໂຣມ 6:16) ຄຳພີໄບເບິນເຕືອນເຈົ້າໃຫ້ຕ້ານທານອິດທິພົນຂອງໂລກໃນເລື່ອງນີ້. (ໂຣມ 12:2) ດັ່ງນັ້ນ ເຈົ້າຄວນຝຶກໃຊ້ “ຄວາມຄິດຈົນແຍກອອກໄດ້ວ່າອັນໃດຖືກອັນໃດຜິດ.” (ເຮັບເຣີ 5:14) ເຈົ້າຈະໃຊ້ຄວາມຄິດຂອງເຈົ້າໃນການເລືອກດົນຕີແນວໃດ? ໃຫ້ມາເບິ່ງຄຳແນະນຳຕໍ່ໄປນີ້.
ເບິ່ງຮູບຢູ່ປົກໜ້າປົກຫຼັງ. ຫຼາຍເທື່ອ ພຽງແຕ່ເບິ່ງຮູບທີ່ຢູ່ປົກໜ້າປົກຫຼັງ ຫຼືຮູບທີ່ໂຄສະນາກໍໜ້າຈະຮູ້ວ່າເປັນເພງປະເພດໃດ. ຖ້າເຫັນຮູບໂປ້ ຮູບທີ່ກ່ຽວກັບຄວາມຮຸນແຮງ ຫຼືໄສຍະສາດກໍຕ້ອງລະວັງເພາະເພງກໍຄືຊິມີເນື້ອຫາແບບນັ້ນ.
ເບິ່ງເນື້ອເພງ. ເນື້ອເພງເວົ້າເຖິງຫຍັງ? ເຈົ້າຢາກຟັງຫຼືຮ້ອງຕາມເນື້ອຫາເພງນັ້ນຕະຫຼອດບໍ? ເນື້ອຫາຂັດກັບຄວາມມັກຂອງເຈົ້າຫຼືຫຼັກການໃນຄຳພີໄບເບິນບໍ?—ເອເຟໂຊ 5:3-5
ສັງເກດຜົນທີ່ເກີດຂຶ້ນກັບໂຕເອງ. ຟີລິບບອກວ່າ: “ດົນຕີແລະເນື້ອຫາໃນຫຼາຍເພງເຮັດໃຫ້ຂ້ອຍຊຶມເສົ້າ.” ແນ່ນອນວ່າດົນຕີແລະເພງມີຜົນຕໍ່ຄົນເຮົາຫຼາຍທາງ. ເພງທີ່ເຈົ້າຟັງເຮັດໃຫ້ເຈົ້າມີອາລົມແບບໃດ? ໃຫ້ລອງຖາມໂຕເອງວ່າ: ‘ຂ້ອຍມັກຈົມຢູ່ກັບຄວາມຄິດທີ່ບໍ່ດີຫຼັງຈາກຟັງເພງນັ້ນບໍ? ຂ້ອຍມັກໃຊ້ຄຳເວົ້າຕາມເພງນັ້ນບໍ?’—1 ໂກຣິນໂທ 15:33
ຄິດເຖິງຄວາມຮູ້ສຶກຂອງຄົນອື່ນ. ພໍ່ແມ່ຮູ້ສຶກແນວໃດກັບເພງທີ່ເຈົ້າຟັງ? ໃຫ້ຖາມຄວາມຄິດເຫັນເຂົາເຈົ້າແລະຄິດນຳວ່າໝູ່ທີ່ເປັນຄລິດສະຕຽນຈະຮູ້ສຶກແນວໃດຖ້າໄດ້ຍິນເຈົ້າຟັງເພງນີ້. ບາງຄົນຈະບໍ່ສະບາຍໃຈບໍ? ຖ້າເຈົ້າຍອມປັບປ່ຽນຍ້ອນຄິດເຖິງຄວາມຮູ້ສຶກຂອງຄົນອື່ນກໍສະແດງວ່າເຈົ້າເປັນຜູ້ໃຫຍ່ແລ້ວ.—ໂຣມ 15:1, 2
ການພິຈາລະນາຄຳຖາມທີ່ໄດ້ເວົ້າໄປຈະຊ່ວຍເຈົ້າໃຫ້ເລືອກເພງທີ່ໂຕເອງມັກໂດຍບໍ່ທຳລາຍສາຍສຳພັນຂອງເຈົ້າກັບພະເຢໂຫວາ. ແຕ່ຍັງມີອີກເລື່ອງໜຶ່ງທີ່ບໍ່ຄວນເບິ່ງຂ້າມ.
ສ່ຳໃດຈຶ່ງບໍ່ຫຼາຍເກີນໄປ?
ເພງທີ່ດີເປັນຄືກັບອາຫານທີ່ມີປະໂຫຍດ. ແຕ່ສຸພາສິດເຕືອນວ່າ: “ຖ້າເຈົ້າເຈິນ້ຳເຜິ້ງກໍໃຫ້ກິນແບບພໍດີພໍງາມ ເພາະຖ້າເຈົ້າກິນຫຼາຍໂພດ ເຈົ້າອາດຈະຮາກອອກມາ.” (ສຸພາສິດ 25:16) ໃຜກໍຮູ້ວ່ານ້ຳເຜິ້ງມີປະໂຫຍດ ແຕ່ຖ້າກິນຫຼາຍໂພດກໍມີໂທດເຖິງວ່າຈະເປັນສິ່ງທີ່ດີກໍຕາມ. ບົດຮຽນກໍຄື ສິ່ງທີ່ດີກໍຄວນໃຊ້ຢ່າງພໍເໝາະພໍດີ.
ໜຸ່ມສາວບາງຄົນຍອມໃຫ້ດົນຕີຄອບງຳຊີວິດລາວ. ເຈດຊິກ້າທີ່ເວົ້າເຖິງຕອນຕົ້ນຍອມຮັບວ່າ: “ຂ້ອຍຟັງເພງຕະຫຼອດເວລາແມ່ນແຕ່ຕອນທີ່ອ່ານແລະສຶກສາຄຳພີໄບເບິນ. ຂ້ອຍບອກພໍ່ແມ່ວ່າມັນຊ່ວຍໃຫ້ມີສະມາທິ ແຕ່ເຂົາເຈົ້າບໍ່ເຊື່ອ.” ເຈົ້າຮູ້ສຶກຄືກັບເຈດຊິກ້າບໍ?
ເຈົ້າຈະຮູ້ໄດ້ແນວໃດວ່າຟັງສ່ຳໃດຈຶ່ງຫຼາຍເກີນໄປ. ໃຫ້ລອງພິຈາລະນາຄຳຖາມຕໍ່ໄປນີ້:
ຂ້ອຍຟັງເພງມື້ລະຈັກຊົ່ວໂມງ? ․․․․․
ຂ້ອຍເສຍເງິນໄປກັບເລື່ອງດົນຕີເດືອນລະເທົ່າໃດ? ․․․․․
ດົນຕີເຮັດໃຫ້ຂ້ອຍຫ່າງຈາກຄອບຄົວບໍ? ຖ້າແມ່ນ ຂ້ອຍຈະປັບປຸງໂຕເອງແນວໃດ? ․․․․․
ປັບປຸງນິດໄສການຟັງເພງ
ຖ້າເຈົ້າໃຊ້ເວລາຫຼາຍເກີນໄປກັບການຟັງເພງ ເຈົ້າຄວນຈຳກັດເວລາແລະປັບປຸງນິດໄສນີ້. ເຊັ່ນ ເຈົ້າອາດຕ້ອງປ່ຽນນິດໄສທີ່ມັກໃສ່ຫູຟັງຢູ່ຕະຫຼອດເວລາ ຫຼືນິດໄສທີ່ຕ້ອງເປີດເພງທັນທີເມື່ອຮອດເຮືອນ.
ເຈົ້າໜ້າຈະລອງຝຶກຢູ່ແບບງຽບໆແດ່. ນີ້ອາດຊ່ວຍເຈົ້າໃຫ້ສຶກສາຄົ້ນຄວ້າໄດ້ດີຂຶ້ນ. ສະຕີບຟ໌ທີ່ເວົ້າເຖິງກ່ອນໜ້ານີ້ບອກວ່າ: “ຖ້າປິດເພງ ເຈົ້າຈະອ່ານຮູ້ເລື່ອງຫຼາຍຂຶ້ນ.” ລອງອ່ານໜັງສືໂດຍບໍ່ມີສຽງດົນຕີ ແລ້ວເບິ່ງວ່າເຈົ້າຈະມີສະມາທິຫຼາຍຂຶ້ນບໍ?
ເຈົ້າຕ້ອງຈັດເວລາອ່ານຄຳພີໄບເບິນແລະໜັງສືຕ່າງໆຂອງອົງການ. ບາງເທື່ອ ພະເຢຊູກໍຊອກບ່ອນງຽບໆເພື່ອຈະອະທິດຖານແລະຄິດຕຶກຕອງ. (ມາຣະໂກ 1:35) ແລ້ວເຈົ້າເດຈະຫາບ່ອນງຽບໆເພື່ອສຶກສາບໍ? ຖ້າບໍ່ ນັ້ນຈະມີຜົນຕໍ່ຄວາມກ້າວໜ້າຂອງເຈົ້າ.
ເລືອກໃຫ້ຖືກ
ດົນຕີເປັນຂອງຂວັນທີ່ດີຈາກພະເຈົ້າ ແຕ່ເຈົ້າກໍຕ້ອງລະວັງ ຢ່າໃຊ້ແບບຜິດໆ. ຢ່າເປັນຄືກັບມາຣີນທີ່ຍອມຮັບວ່າ: “ມີບາງເພງທີ່ຂ້ອຍຄວນຈະຖິ້ມ ແຕ່ພັດຍັງເກັບມັນໄວ້ຍ້ອນມັກ.” ລອງຄິດເບິ່ງວ່າການຟັງເພງທີ່ບໍ່ດີຈະມີຜົນຕໍ່ຄວາມຄິດຈິດໃຈຂອງລາວຫຼາຍສ່ຳໃດ. ເຈົ້າຕ້ອງລະວັງຢ່າເປັນແບບນັ້ນ. ຢ່າປ່ອຍໃຫ້ດົນຕີມີອິດທິພົນເໜືອຄວາມຄິດແລະທຳລາຍຊີວິດເຈົ້າ. ເມື່ອເຈົ້າເລືອກເພງທີ່ຈະຟັງ ໃຫ້ເລືອກຕາມມາດຕະຖານຂອງຄລິດສະຕຽນ. ຄົບຫາກັບໝູ່ທີ່ມີມາດຕະຖານແບບຄລິດສະຕຽນຄືກັນ. ອະທິດຖານຂໍຄວາມຊ່ວຍເຫຼືອແລະຂໍການຊີ້ນຳຈາກພະເຈົ້າ.
ດົນຕີແລະເພງຊ່ວຍເຈົ້າໃຫ້ຜ່ອນຄາຍແລະແກ້ເຫງົາໄດ້ຕອນທີ່ຢູ່ຄົນດຽວ. ແຕ່ເມື່ອເພງຢຸດ ເຈົ້າກໍກັບມາເຫງົາຄືເກົ່າ. ເພງຈຶ່ງເຮັດໜ້າທີ່ແທນໝູ່ບໍ່ໄດ້. ດັ່ງນັ້ນ ຢ່າປ່ອຍໃຫ້ເພງຄອບງຳຊີວິດເຈົ້າ. ເຈົ້າຟັງໄດ້ ແຕ່ຢ່າຟັງຫຼາຍເກີນໄປ.
ເຈົ້າຕ້ອງຜ່ອນຄາຍແດ່. ຄຳພີໄບເບິນມີຫຼັກການຫຍັງທີ່ຈະຊ່ວຍເຈົ້າໃຫ້ສັງສັນຢ່າງເໝາະສົມ?
ຂໍ້ຄຳພີຫຼັກ
“ຫູມີໄວ້ຟັງໃຫ້ດີໆເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ ຄືກັບລີ້ນທີ່ມີໄວ້ຊີມອາຫານ.”—ໂຢບ 12:11
ຄຳແນະນຳ
ຖ້າເຈົ້າຢາກໃຫ້ພໍ່ແມ່ເຂົ້າໃຈວ່າເປັນຫຍັງເຈົ້າຈຶ່ງມັກເພງນັ້ນຫຼືວົງນັ້ນ ໃຫ້ພະຍາຍາມສົນໃຈເພງທີ່ພໍ່ແມ່ມັກ ແລ້ວເຂົາເຈົ້າອາດຈະສົນໃຈເພງທີ່ເຈົ້າມັກນຳ.
ເຈົ້າຮູ້ບໍ . . . ?
ຖ້າເຈົ້າບໍ່ຢາກໃຫ້ພໍ່ແມ່ໄດ້ຍິນເພງທີ່ເຈົ້າມັກກໍສະແດງວ່າເຈົ້າກຳລັງມີບັນຫາໃນການເລືອກເພງ.
ແຜນພາກປະຕິບັດ!
ຂ້ອຍຈະຄວບຄຸມການຟັງເພງໄດ້ ຖ້າຂ້ອຍ ․․․․․
ຖ້າໝູ່ພະຍາຍາມກົດດັນຂ້ອຍໃຫ້ຟັງເພງທີ່ບໍ່ດີ ຂ້ອຍຈະບອກວ່າ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງການເລືອກເພງຈຶ່ງສຳຄັນ?
● ເຮົາຈະຮູ້ໄດ້ແນວໃດວ່າເພງໃດຄວນຟັງຫຼືບໍ່ຄວນຟັງ?
● ເຈົ້າຈະເຮັດແນວໃດເພື່ອຈະມັກເພງຫຼາກຫຼາຍແບບ?
[ຖ້ອຍຄຳທີ່ຍົກມາໜ້າ 259]
“ບາງເທື່ອຖ້າຂ້ອຍຮູ້ວ່າເພງທີ່ຂ້ອຍຟັງເປັນເພງທີ່ບໍ່ດີ ຂ້ອຍກໍຈະປິດທັນທີ. ເພາະຖ້າຍັງບໍ່ປິດ ຂ້ອຍຈະເລີ່ມຫາຂໍ້ແກ້ໂຕເພື່ອຈະຟັງຕໍ່ໄປ.”—ຄາເມຣອນ
[ຂອບ/ຮູບພາບໜ້າ 258]
ຮຽນຮູ້ທີ່ຈະມັກດົນຕີທີ່ຫຼາກຫຼາຍ
ຕອນນີ້ເຈົ້າມັກອາຫານຫຼາຍຢ່າງຫຼາຍກວ່າຕອນທີ່ເຈົ້າອາຍຸ 5 ປີບໍ? ຖ້າແມ່ນກໍຍ້ອນເຈົ້າໄດ້ຊີມອາຫານລົດຊາດໃໝ່ໆ. ຄ້າຍກັບການຟັງເພງ ຢ່າມັກຟັງແຕ່ແບບດຽວ ໃຫ້ລອງຟັງຫຼາຍໆແບບ.
ວິທີໜຶ່ງທີ່ຊ່ວຍໄດ້ແມ່ນການຮຽນຫຼິ້ນດົນຕີ. ເຖິງມັນຈະເປັນເລື່ອງທີ່ທ້າທາຍ ແຕ່ມັນກໍເຮັດໃຫ້ເຈົ້າມີຄວາມສຸກແລະມີໂອກາດໄດ້ຮູ້ຈັກເພງແບບອື່ນໆນຳບໍ່ແມ່ນແຕ່ເພງທີ່ນິຍົມກັນ. ແລ້ວເຈົ້າຈະເອົາເວລາໃດມາຮຽນຫຼິ້ນດົນຕີ? ກໍເວລາທີ່ເຈົ້າໃຊ້ໄປກັບການເບິ່ງໜັງຫຼືຫຼິ້ນເກມຫັ້ນເດ້. ລອງມາຟັງຄວາມຄິດເຫັນຂອງໄວລຸ້ນກຸ່ມໜຶ່ງ.
“ການຫຼິ້ນດົນຕີມ່ວນຫຼາຍ. ຕອນທີ່ເຈົ້າຫຼິ້ນ ເຈົ້າສາມາດໃສ່ອາລົມໄປນຳໄດ້. ການຮຽນຫຼິ້ນເພງໃໝ່ໆຊ່ວຍຂ້ອຍໃຫ້ມັກດົນຕີຫຼາກຫຼາຍແບບ.—ໄບຣອັນ ອາຍຸ 18 ປີຫຼິ້ນກິຕ້າ ກອງ ແລະເປຍໂນ
“ຖ້າເຈົ້າຢາກຫຼິ້ນໄດ້ດີ ເຈົ້າຕ້ອງຝຶກຊ້ອມເລື້ອຍໆ. ຕອນຊ້ອມອາດຈະບໍ່ມ່ວນປານໃດ ແຕ່ເມື່ອຫຼິ້ນເປັນ ເຈົ້າຈະຮູ້ສຶກດີຍ້ອນເຈົ້າເຮັດໄດ້ສຳເລັດ.”—ເຈດອາຍຸ 13 ປີ ຫຼິ້ນໄວໂອລາ
“ຕອນທີ່ຂ້ອຍເມື່ອຍແລະອາລົມບໍ່ດີ ຂ້ອຍຈະຫຼິ້ນກິຕ້າເພາະມັນຊ່ວຍຂ້ອຍໃຫ້ຮູ້ສຶກຜ່ອນຄາຍ. ການຫຼິ້ນດົນຕີດີແທ້ໆ ມັນເຮັດໃຫ້ຂ້ອຍສົດຊື່ນແລະສະບາຍໃຈ.”—ເວເນັດຊ້າ ອາຍຸ 20 ປີຫຼິ້ນກິຕ້າແລະຄລາຣີເນັດ
“ຂ້ອຍຄິດວ່າໂຕເອງຄືຊິບໍ່ມີທາງຫຼິ້ນດົນຕີເກັ່ງຄືຜູ້ນັ້ນຜູ້ນີ້. ແຕ່ເມື່ອພະຍາຍາມຝຶກຫຼາຍໆ ຕອນນີ້ຂ້ອຍກໍຫຼິ້ນເກັ່ງແລ້ວແລະຂ້ອຍດີໃຈຫຼາຍແທ້ໆ. ແລະເມື່ອຂ້ອຍເຫັນນັກດົນຕີທີ່ຫຼິ້ນເກັ່ງໆ ຂ້ອຍກໍຮູ້ສຶກນັບຖືເຂົາເຈົ້າຫຼາຍກວ່າແຕ່ກ່ອນ.”—ເຈຄ໋ອບ ອາຍຸ 20 ປີຫຼິ້ນກິຕ້າ
[ຮູບພາບໜ້າ 255]
ເພງເປັນຄືກັບອາຫານ ຖ້າກິນອາຫານປະເພດທີ່ດີໃນປະລິມານທີ່ເໝາະສົມກໍຈະເປັນປະໂຫຍດ. ແຕ່ຖ້າເປັນປະເພດທີ່ບໍ່ດີຈະກິນປະລິມານສ່ຳໃດກໍມີແຕ່ຜົນເສຍ.