ບົດທີ 36
ເຮັດແນວໃດຂ້ອຍຈຶ່ງຈະກ້າເວົ້າເລື່ອງຄວາມເຊື່ອຂອງໂຕເອງ?
ອັນໃດເຮັດໃຫ້ເຈົ້າບໍ່ກ້າເວົ້າກັບໝູ່ໃນຫ້ອງເລື່ອງຄວາມເຊື່ອຂອງເຈົ້າ?
□ ມີຄວາມຮູ້ກ່ຽວກັບຄຳພີໄບເບິນບໍ່ຫຼາຍພໍ
□ ຢ້ານໝູ່ເຍາະເຍີ້ຍ
□ ບໍ່ຮູ້ຈະເລີ່ມແນວໃດ
ຖ້າຈະເວົ້າເລື່ອງຄວາມເຊື່ອຂອງເຈົ້າ ເຈົ້າຄິດວ່າວິທີໃດງ່າຍທີ່ສຸດ?
□ ລົມກັບໝູ່ສອງຕໍ່ສອງ
□ ລົມກັນຢູ່ໜ້າຫ້ອງຮຽນ
□ ຂຽນກ່ຽວກັບຄວາມເຊື່ອໃສ່ບົດລາຍງານ
ໃຫ້ຂຽນຊື່ໝູ່ທີ່ເຈົ້າຄິດວ່າລາວອາດຈະຟັງເຈົ້າເມື່ອເຈົ້າເວົ້າເລື່ອງໃນຄຳພີໄບເບິນ.․․․․․
ເລື່ອງພະເຈົ້າອາດບໍ່ແມ່ນເລື່ອງທີ່ໝູ່ຂອງເຈົ້າຢາກຟັງ. ຖ້າເວົ້າກ່ຽວກັບກິລາ ເຄື່ອງນຸ່ງ ຫຼືເພດກົງກັນຂ້າມກໍຄືຊິລົມກັນມ່ວນ. ແຕ່ຖ້າເວົ້າເລື່ອງພະເຈົ້າຂຶ້ນມາ ເຂົາເຈົ້າຄືຊິພາກັນງຽບໝົດ.
ນີ້ບໍ່ໄດ້ໝາຍຄວາມວ່າໝູ່ເຈົ້າບໍ່ເຊື່ອເລື່ອງພະເຈົ້າ. ອາດມີຫຼາຍຄົນທີ່ເຊື່ອ ແຕ່ບາງຄົນກໍບໍ່ຢາກເວົ້າເລື່ອງນີ້ ຍ້ອນເຂົາເຈົ້າອາດຄິດວ່າ ‘ມັນບໍ່ມ່ວນ.’
ແລ້ວເຈົ້າເດ?
ຖ້າເຈົ້າຮູ້ສຶກບໍ່ຢາກເວົ້າເລື່ອງພະເຈົ້າກັບໝູ່ ມັນກໍບໍ່ແປກ. ເພາະບໍ່ມີໃຜຢາກຖືກປະຕິເສດແລະຮ້າຍແຮງໄປກວ່ານັ້ນແມ່ນຖືກເຍາະເຍີ້ຍ. ຖ້າເຈົ້າເວົ້າເລື່ອງຄວາມເຊື່ອຂອງໂຕເອງ ເຈົ້າຈະເຈິແບບນັ້ນບໍ? ກໍເປັນໄປໄດ້. ແຕ່ເຈົ້າອາດແປກໃຈກໍໄດ້ທີ່ໝູ່ບາງຄົນອາດຢາກຮູ້ວ່າຕໍ່ໄປໂລກຂອງເຮົາຊິເປັນແນວໃດ? ຫຼືເປັນຫຍັງໂລກນີ້ຈຶ່ງມີແຕ່ບັນຫາ? ໝູ່ຂອງເຈົ້າອາດຢາກລົມເລື່ອງແບບນີ້ກັບຄົນລຸ້ນດຽວກັນຫຼາຍກວ່າຄົນທີ່ເປັນຜູ້ໃຫຍ່.
ແຕ່ການເວົ້າເລື່ອງສາສະໜາກັບໝູ່ກໍເປັນເລື່ອງທີ່ຍາກຫຼາຍແມ່ນບໍ? ທີ່ຈິງ ເຈົ້າບໍ່ຈຳເປັນຕ້ອງເວົ້າເລື່ອງນີ້ຕະຫຼອດເວລາຄືຄົນເຄັ່ງສາສະໜາ ຫຼືບໍ່ຕ້ອງຢ້ານວ່າຈະອະທິບາຍບໍ່ຖືກຮ້ອຍເປີເຊັນ. ການເວົ້າເລື່ອງຄວາມເຊື່ອກໍເປັນຄືກັບການຫຼິ້ນດົນຕີ ທຳອິດກໍຮູ້ສຶກຍາກ ແຕ່ຖ້າຝຶກໄປເລື້ອຍໆກໍຈະຮູ້ສຶກງ່າຍຂຶ້ນ ແລະຄຸ້ມຄ່າກັບຄວາມພະຍາຍາມ. ແລ້ວເຮົາຈະເລີ່ມລົມແນວໃດດີ?
ປົກກະຕິແລ້ວ ເຈົ້າອາດຫາໂອກາດທີ່ຈະເວົ້າເລື່ອງຄວາມເຊື່ອໄດ້ ເຊັ່ນ ຕອນທີ່ໝູ່ກຳລັງລົມກັນກ່ຽວກັບເຫດການທີ່ກຳລັງເກີດຂຶ້ນ ເຈົ້າອາດຈະເວົ້າບາງຈຸດຈາກຄຳພີໄບເບິນມາເສີມໄດ້ ຫຼືເຈົ້າອາດຊວນໝູ່ຄົນໜຶ່ງລົມເລື່ອງຄຳພີໄບເບິນກໍໄດ້. ອີກວິທີໜຶ່ງທີ່ງ່າຍເຊິ່ງໄວລຸ້ນຄລິດສະຕຽນບາງຄົນໄດ້ເຮັດຄືເອົາຈຸນລະສານຂອງອົງການວາງໄວ້ເທິງໂຕະ ແລ້ວສັງເກດວ່າມີໝູ່ຄົນໃດສົນໃຈບໍ່. ສ່ວນໃຫຍ່ມັກຈະໄດ້ຜົນ ແລະກໍໄດ້ລົມກັນຕໍ່ຫຼັງຈາກນັ້ນ!
ເຈົ້າຢາກລອງເຮັດວິທີໃດ? ․․․․․
ມີວິທີອື່ນອີກບໍທີ່ຈະເຮັດໃຫ້ເຈົ້າເວົ້າເລື່ອງຄວາມເຊື່ອກັບໝູ່ຢູ່ໂຮງຮຽນໄດ້? ຖ້າມີ ມີວິທີໃດແດ່
․․․․․
ບາງເທື່ອການເຮັດບົດລາຍງານໃນຫ້ອງອາດເຮັດໃຫ້ເຈົ້າມີໂອກາດໃຫ້ຄຳພະຍານໄດ້ ເຊັ່ນ ເມື່ອຕ້ອງເຮັດບົດລາຍງານເລື່ອງວິວັດທະນາການເຈົ້າຈະເຮັດແນວໃດ? ເຈົ້າຈະເວົ້າຄວາມເຊື່ອເລື່ອງຜູ້ສ້າງແນວໃດ?
ເວົ້າເລື່ອງທີ່ພະເຈົ້າສ້າງ
ໄວລຸ້ນຄົນໜຶ່ງຊື່ໄບຣອັນບອກວ່າ: “ເມື່ອມີການເວົ້າເຖິງເລື່ອງວິວັດທະນາການໃນຫ້ອງຮຽນ ເຂົາເຈົ້າເວົ້າຄືກັບວ່າມັນເປັນຄວາມຈິງເຊິ່ງຕ່າງຈາກສິ່ງທີ່ພໍ່ແມ່ຂ້ອຍສອນ. ຂ້ອຍຈຶ່ງງຽບບໍ່ກ້າເວົ້າຫຍັງເລີຍ.” ຜູ້ຍິງທີ່ຊື່ຣາເຄວກໍເວົ້າຄ້າຍໆກັນ. ລາວບອກວ່າ: “ເມື່ອອາຈານບອກວ່າເທື່ອໜ້າຈະຮຽນເລື່ອງວິວັດທະນາການ ຂ້ອຍກໍຕົກໃຈຫຼາຍເພາະບໍ່ຢາກອະທິບາຍສິ່ງທີ່ຂ້ອຍເຊື່ອ.”
ເຈົ້າຮູ້ສຶກແນວໃດເມື່ອມີການເວົ້າເຖິງວິວັດທະນາການໃນຫ້ອງຮຽນ? ເຈົ້າເຊື່ອວ່າພະເຈົ້າ “ສ້າງທຸກສິ່ງ.” (ພະນິມິດ 4:11) ອ້ອມໂຕເຈົ້າມີຫຼັກຖານທີ່ສະແດງໃຫ້ເຫັນວ່າຕ້ອງມີການອອກແບບທີ່ສະຫຼາດ. ແຕ່ອາຈານກັບປຶ້ມແບບຮຽນພັດບອກວ່າຊີວິດເກີດຈາກວິວັດທະນາການ. ແລ້ວເຈົ້າແມ່ນໃຜຈຶ່ງຈະໄປຖຽງກັບ “ຜູ້ຊ່ຽວຊານ” ເຫຼົ່ານັ້ນ?
ເຈົ້າໝັ້ນໃຈໄດ້ເລີຍວ່າບໍ່ແມ່ນເຈົ້າຜູ້ດຽວທີ່ບໍ່ເຊື່ອເລື່ອງວິວັດທະນາການ. ແມ່ນແຕ່ນັກວິທະຍາສາດເອງກໍມີຫຼາຍຄົນທີ່ບໍ່ເຊື່ອເລື່ອງນີ້ ແລະອາດຈະມີອາຈານແລະນັກຮຽນອີກຫຼາຍຄົນທີ່ບໍ່ເຊື່ອຄືກັນ.
ແຕ່ກ່ອນທີ່ຈະປົກປ້ອງຄວາມເຊື່ອແລະເວົ້າເລື່ອງທີ່ພະເຈົ້າສ້າງ ເຈົ້າຕ້ອງຮູ້ແທ້ໆວ່າຄຳພີໄບເບິນສອນເລື່ອງນີ້ແນວໃດ. ບໍ່ຈຳເປັນຕ້ອງຖຽງກັບຄົນອື່ນໃນເລື່ອງທີ່ຄຳພີໄບເບິນບໍ່ໄດ້ເວົ້າເຖິງ. ໃຫ້ເຮົາມາເບິ່ງບາງຕົວຢ່າງນຳກັນ.
ປຶ້ມແບບຮຽນກ່ຽວກັບວິທະຍາສາດບອກວ່າໂລກແລະລະບົບສຸລິຍະມີມາຫຼາຍພັນລ້ານປີແລ້ວ. ຄຳພີໄບເບິນບອກວ່າໂລກແລະເອກະພົບມີຢູ່ກ່ອນມື້ທີໜຶ່ງຂອງການສ້າງ. ດັ່ງນັ້ນ ໂລກແລະລະບົບສຸລິຍະອາດມີຢູ່ຫຼາຍພັນລ້ານປີແລ້ວ.—ປະຖົມມະການ 1:1
ອາຈານບອກວ່າເປັນໄປບໍ່ໄດ້ທີ່ໂລກຈະຖືກສ້າງຂຶ້ນພາຍໃນຫົກມື້. ຄຳພີໄບເບິນບໍ່ໄດ້ບອກວ່າຫົກມື້ໃນການສ້າງຈະມີແຕ່ 24 ຊົ່ວໂມງຂອງແຕ່ລະມື້.
ໃນຫ້ອງຮຽນມັກຈະເວົ້າເຖິງມະນຸດແລະສັດຫຼາຍຊະນິດທີ່ປ່ຽນໄປຕາມການເວລາ. ຄຳພີໄບເບິນບອກວ່າພະເຈົ້າສ້າງສິ່ງທີ່ມີຊີວິດ “ຕາມຊະນິດຂອງມັນ.” (ປະຖົມມະການ 1:20, 21) ແນວຄິດທີ່ວ່າຊີວິດເກີດຈາກສິ່ງທີ່ບໍ່ມີຊີວິດ ຫຼືພະເຈົ້າສ້າງຈຸລັງດຽວແລ້ວປ່ອຍໃຫ້ມັນວິວັດທະນາການຈຶ່ງບໍ່ກົງກັບສິ່ງທີ່ຄຳພີໄບເບິນບອກ. ແຕ່ສິ່ງທີ່ມີຊີວິດໃນແຕ່ລະ “ຊະນິດ” ກໍສາມາດແຍກອອກເປັນຫຼາຍສາຍພັນໄດ້. ດັ່ງນັ້ນ ຄຳພີໄບເບິນຈຶ່ງສະແດງໃຫ້ເຫັນວ່າເປັນໄປໄດ້ທີ່ຈະມີການປ່ຽນແປງພາຍໃນຂອບເຂດຂອງແຕ່ລະ “ຊະນິດ.”
ເມື່ອພິຈາລະນະສິ່ງທີ່ໄດ້ເວົ້າມາໃນບົດນີ້ ເຈົ້າຈະຕອບແນວໃດຖ້າອາຈານຫຼືໝູ່ບອກວ່າ:
“ນັກວິທະຍາສາດພິສູດແລ້ວວ່າມະນຸດເຮົາເກີດມາຈາກວິວັດທະນາການ.” ․․․․․
“ຂ້ອຍບໍ່ເຊື່ອວ່າມີພະເຈົ້າເພາະຂ້ອຍບໍ່ເຄີຍເຫັນພະເຈົ້າ.” ․․․․․
ໝັ້ນໃຈໃນສິ່ງທີ່ເຈົ້າເຊື່ອ!
ຖ້າພໍ່ແມ່ເຈົ້າເປັນພະຍານພະເຢໂຫວາ ເຈົ້າຄືຊິເຊື່ອເລື່ອງທີ່ພະເຈົ້າສ້າງຍ້ອນຖືກສອນມາແນວນັ້ນ. ແຕ່ຕອນນີ້ເຈົ້າໃຫຍ່ແລ້ວ ເຈົ້າຄືຊິຢາກຫາເຫດຜົນເອງເພື່ອຈະມີພື້ນຖານທີ່ໜັກແໜ້ນໃນການເຊື່ອແລະນະມັດສະການພະເຈົ້າ. (ໂຣມ 12:1) ຍ້ອນແນວນັ້ນ ເຈົ້າອາດຖາມໂຕເອງວ່າ ‘ສິ່ງໃດເຮັດໃຫ້ຂ້ອຍເຊື່ອວ່າມີພະເຈົ້າທີ່ເປັນຜູ້ສ້າງ?’ ແຊມອາຍຸ 14 ປີໄດ້ສຶກສາຄົ້ນຄວ້າກ່ຽວກັບຮ່າງກາຍຂອງມະນຸດບອກວ່າ: “ຮ່າງກາຍຂອງຄົນເຮົາມີລາຍລະອຽດທີ່ຊັບຊ້ອນຫຼາຍ. ທຸກສ່ວນໃນຮ່າງກາຍເຮັດວຽກປະສານກັນຢ່າງດີ ເປັນໄປບໍ່ໄດ້ທີ່ຈະເກີດຈາກວິວັດທະນາການ.” ຮໍລີ້ອາຍຸ 16 ປີມີຄວາມຄິດເຫັນຄ້າຍໆກັນ. ລາວບອກວ່າ: “ເມື່ອໝໍບອກວ່າຂ້ອຍເປັນເບົາຫວານ ຂ້ອຍເລີຍຊອກຫາຂໍ້ມູນວ່າຮ່າງກາຍເຮັດວຽກແນວໃດ. ມັນເປັນຕາງຶດແທ້ໆທີ່ຮູ້ເລື່ອງນີ້ເຊັ່ນ ຕັບອ່ອນເຖິງຈະເປັນອະໄວຍະວະທີ່ນ້ອຍໆທີ່ເຊື່ອງຢູ່ຫຼັງກະເພາະ ແຕ່ພັດເຮັດໜ້າທີ່ທີ່ສຳຄັນຄືເຮັດໃຫ້ເລືອດແລະອະໄວຍະວະຕ່າງໆເຮັດວຽກໄດ້ດີ.”
ໃຫ້ຂຽນເຫດຜົນ 3 ຂໍ້ທີ່ເຮັດໃຫ້ເຈົ້າເຊື່ອວ່າມີພະເຈົ້າທີ່ເປັນຜູ້ສ້າງ.
1. ․․․․․
2. ․․․․․
3. ․․․․․
ເຈົ້າບໍ່ຕ້ອງອາຍທີ່ເຊື່ອເລື່ອງພະເຈົ້າແລະການສ້າງ. ຫຼັກຖານຕ່າງໆສະແດງໃຫ້ເຫັນວ່າມີເຫດຜົນທີ່ຈະເຊື່ອວ່າຄົນເຮົາບໍ່ໄດ້ເກີດມາເອງ ແຕ່ຖືກອອກແບບມາຢ່າງສະຫຼາດ.
ສະຫຼຸບແລ້ວ ການເຊື່ອເລື່ອງວິວັດທະນາການຫັ້ນແຫຼະທີ່ຕ້ອງໃຊ້ຄວາມເຊື່ອຢ່າງມະຫາສານຄືກັບເຊື່ອວ່າມີສິ່ງທີ່ອັດສະຈັນເກີດຂຶ້ນແບບທີ່ບໍ່ມີໃຜເຮັດໄດ້. ເມື່ອເຈົ້າຄິດທົບທວນເລື່ອງນີ້ດີໆ ເຈົ້າຈະກ້າເວົ້າເຖິງຄວາມເຊື່ອເລື່ອງພະເຈົ້າຫຼາຍຂຶ້ນ.
ເຈົ້າເຫັນຄົນອື່ນທີ່ອາຍຸສ່ຳກັບເຈົ້າຮັບບັບເຕມາ. ແລ້ວເຈົ້າເດພ້ອມບໍ?
ຂໍ້ຄຳພີຫຼັກ
“ຂ້ອຍບໍ່ອາຍທີ່ຈະປະກາດຂ່າວດີ. ທີ່ຈິງ ຂ່າວດີນີ້ເປັນວິທີທີ່ພະເຈົ້າສະແດງລິດເດດເພື່ອຊ່ວຍທຸກຄົນທີ່ເຊື່ອໃຫ້ລອດ.”—ໂຣມ 1:16
ຄຳແນະນຳ
ເມື່ອເວົ້າເຖິງສິ່ງທີ່ເຈົ້າເຊື່ອ ທ່າທາງແລະນ້ຳສຽງຂອງເຈົ້າເປັນສິ່ງທີ່ສຳຄັນ. ຖ້າເຈົ້າສະແດງທ່າທາງວ່າສິ່ງທີ່ເຈົ້າເວົ້າເປັນເລື່ອງໜ້າອາຍ ໝູ່ກໍຈະເຍາະເຍີ້ຍເຈົ້າ. ແຕ່ຖ້າເຈົ້າເວົ້າດ້ວຍຄວາມໝັ້ນໃຈຄືກັບທີ່ໝູ່ເວົ້າເຖິງຄວາມຄິດເຫັນຂອງເຂົາເຈົ້າ ໝູ່ກໍອາດຈະຍອມຟັງເຈົ້າ.
ເຈົ້າຮູ້ບໍ . . . ?
ບາງເທື່ອເມື່ອຂໍໃຫ້ອາຈານພິສູດເລື່ອງວິວັດທະນາການ ເຂົາເຈົ້າກໍພິສູດບໍ່ໄດ້ແລະຍອມຮັບວ່າເຂົາເຈົ້າເຊື່ອເລື່ອງນີ້ກໍຍ້ອນຮຽນມາແບບນັ້ນ.
ແຜນພາກປະຕິບັດ!
ຂ້ອຍຈະຊອກຫາໂອກາດລົມເລື່ອງຄຳພີໄບເບິນກັບໝູ່ໂດຍ ․․․․․
ຖ້າມີຄົນຖາມວ່າເປັນຫຍັງຈຶ່ງເຊື່ອວ່າມີພະເຈົ້າທີ່ເປັນຜູ້ສ້າງ ຂ້ອຍຈະບອກວ່າ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເປັນຫຍັງຈຶ່ງສຳຄັນທີ່ຈະບອກຄົນອື່ນໃຫ້ຮູ້ສິ່ງທີ່ເຈົ້າເຊື່ອ?
● ຕອນຢູ່ໂຮງຮຽນ ມີວິທີໃດແດ່ທີ່ເຈົ້າຈະເວົ້າເຖິງຄວາມເຊື່ອເລື່ອງພະເຈົ້າທີ່ເປັນຜູ້ສ້າງ?
● ເຈົ້າຈະສະແດງໃຫ້ເຫັນແນວໃດວ່າເຈົ້າຮູ້ສຶກຂອບໃຈພະເຈົ້າທີ່ເປັນຜູ້ສ້າງ?—ກິດຈະການ 17:26, 27
[ຖ້ອຍຄຳທີ່ຍົກມາໜ້າ 299]
“ໂຮງຮຽນເປັນເຂດປະກາດທີ່ມີແຕ່ພວກເຮົາເທົ່ານັ້ນທີ່ເຂົ້າເຖິງໄດ້.”—ອິໄຣດ້າ
[ຮູບພາບໜ້າ 298]
ການເວົ້າເລື່ອງຄວາມເຊື່ອກໍຄືກັບການຫຼິ້ນດົນຕີ ຕ້ອງເຮັດເລື້ອຍໆແລ້ວເຈົ້າຈະຊຳນານ
[ຮູບພາບໜ້າ 300, 301]
ເຈົ້າສາມາດເອົາຊະນະຄວາມຢ້ານແລະກ້າເວົ້າສິ່ງທີ່ເຈົ້າເຊື່ອໄດ້