ບົດທີ 38
ຂ້ອຍຈະເຮັດແນວໃດກັບຊີວິດ?
“ຕອນທຳອິດ ຂ້ອຍບໍ່ໄດ້ກັງວົນເລື່ອງອະນາຄົດເລີຍ. ແຕ່ເມື່ອໃກ້ຈະຮຽນຈົບມັດທະຍົມຕອນປາຍ ຂ້ອຍກໍເລີ່ມຮູ້ໂຕວ່າຂ້ອຍຕ້ອງປະເຊີນກັບໂລກໃນຄວາມເປັນຈິງ ຕ້ອງເຮັດວຽກ ແລະເບິ່ງແຍງໂຕເອງ.”—ອາເລັກ
ສົມມຸດວ່າເຈົ້າວາງແຜນໄປທ່ຽວບ່ອນໄກໆ ເຈົ້າຄືຊິເອົາແຜນທີ່ຂຶ້ນມາເບິ່ງກ່ອນວ່າໄປເສັ້ນທາງໃດດີທີ່ສຸດ. ການວາງແຜນອະນາຄົດຂອງເຈົ້າກໍຄ້າຍຄືກັນ. ໄວລຸ້ນຄົນໜຶ່ງທີ່ຮັບໃຊ້ຢູ່ສຳນັກງານສາຂາຂອງພະຍານພະເຢໂຫວາຊື່ ໄມເຄິ້ນບອກວ່າ: “ເຈົ້າມີທາງເລືອກຫຼາຍທາງ.” ແຕ່ຈະເລືອກທາງໃດ? ໄມເຄິ້ນບອກວ່າ: “ມັນຂຶ້ນຢູ່ກັບເປົ້າໝາຍຂອງເຈົ້າ.”
ເປົ້າໝາຍແມ່ນຈຸດໝາຍປາຍທາງທີ່ເຈົ້າຕ້ອງໄປໃຫ້ຮອດ. ແຕ່ເຈົ້າຄືຊິໄປບໍ່ຮອດຖ້າມົວແຕ່ຍ່າງຫຼິ້ນໂດຍບໍ່ມີເປົ້າໝາຍ. ມັນໜ້າຈະດີກວ່າຖ້າເຈົ້າເອົາແຜນທີ່ຂຶ້ນມາແລ້ວວາງແຜນການເດີນທາງ. ຖ້າເຮັດແບບນັ້ນ ເຈົ້າກໍກຳລັງເຮັດຕາມສຸພາສິດ 4:26 ທີ່ບອກວ່າ: “ໃຫ້ເອົາສິ່ງທີ່ຂວາງທາງອອກຈາກທາງຂອງລູກ.” ໃນສະບັບຄອນເທມໂພຣາຣີອິງລິດຊ໌ແປຂໍ້ຄວາມນີ້ວ່າ: “ຕ້ອງຮູ້ຈຸດໝາຍປາຍທາງທີ່ເຈົ້າຈະໄປ.”
ອີກບໍ່ດົນ ເຈົ້າຈະຕ້ອງໄດ້ຕັດສິນໃຈເລື່ອງທີ່ສຳຄັນໆຫຼາຍເລື່ອງກ່ຽວກັບການນະມັດສະການ ການເຮັດວຽກ ການແຕ່ງດອງ ຄອບຄົວແລະອື່ນໆ. ຖ້າເຈົ້າຮູ້ຈຸດໝາຍປາຍທາງທີ່ຈະໄປ ເຈົ້າຈະຕັດສິນໃຈໄດ້ງ່າຍຂຶ້ນ ແລະເມື່ອວາງແຜນຊີວິດ ກໍມີສິ່ງສຳຄັນຢ່າງໜຶ່ງທີ່ເຈົ້າບໍ່ຄວນເບິ່ງຂ້າມ. ນັ້ນແມ່ນ . . .
‘ໃຫ້ຄິດເຖິງຜູ້ສ້າງ’
ເພື່ອຈະມີຄວາມສຸກແທ້ ເຮົາຕ້ອງຈື່ຄຳເວົ້າທີ່ສະຫຼາດຂອງກະສັດໂຊໂລໂມນທີ່ວ່າ: “ໃຫ້ເຈົ້າຄິດເຖິງຜູ້ສ້າງທີ່ຍິ່ງໃຫຍ່ຂອງເຈົ້າໃນຕອນທີ່ເຈົ້າຍັງໜຸ່ມຢູ່.” (ປັນຍາຈານ 12:1) ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະຕັດສິນໃຈເລື່ອງໃດ ເຈົ້າຄວນຄິດເຖິງພະເຈົ້າສະເໝີ.
ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ? ຄຳພີໄບເບິນບອກໃນພະນິມິດ 4:11 ວ່າ: “ພະເຢໂຫວາພະເຈົ້າຂອງພວກເຮົາ ພະອົງສົມຄວນໄດ້ຮັບການຍ້ອງຍໍສັນລະເສີນ ຄວາມນັບຖື ແລະອຳນາດຍ້ອນພະອົງໄດ້ສ້າງທຸກສິ່ງ. ທຸກສິ່ງມີຢູ່ແລະຖືກສ້າງຕາມຄວາມຕ້ອງການຂອງພະອົງ.” ສິ່ງຕ່າງໆທັງໃນສະຫວັນແລະໂລກເປັນໜີ້ບຸນຄຸນພະເຈົ້າທີ່ເປັນຜູ້ສ້າງ. ເຈົ້າຮູ້ສຶກຂອບໃຈພະເຈົ້າທີ່ໃຫ້ “ຊີວິດ ລົມຫາຍໃຈ ແລະທຸກສິ່ງທຸກຢ່າງ” ກັບເຈົ້າບໍ? (ກິດຈະການ 17:25) ເຈົ້າຮູ້ສຶກວ່າຕ້ອງໄດ້ເຮັດຫຍັງບາງຢ່າງໃຫ້ພະເຢໂຫວາເພື່ອສະແດງວ່າເຈົ້າເຫັນຄ່າທຸກສິ່ງທີ່ເພິ່ນໃຫ້ເຈົ້າບໍ?
ໄວລຸ້ນຫຼາຍຄົນທີ່ເປັນພະຍານພະເຢໂຫວາຮັບໃຊ້ເຕັມເວລາຍ້ອນເຂົາເຈົ້າຄິດເຖິງຜູ້ສ້າງສະເໝີ. ມີວຽກຮັບໃຊ້ຫຼາຍຢ່າງທີ່ໜ້າຕື່ນເຕັ້ນເຊິ່ງເຈົ້າເລືອກໄດ້ເຊັ່ນ:
ການເປັນໄພໂອເນຍ. ໄພໂອເນຍປະຈຳໃຊ້ເວລາໃນການຮັບໃຊ້ຫຼາຍຂຶ້ນ. ປະສົບການແລະການຝຶກອົບຮົມທີ່ໄດ້ຮັບເຮັດໃຫ້ເຂົາເຈົ້າເປັນຄູສອນຄຳພີໄບເບິນທີ່ຊຳນານ.
ການຮັບໃຊ້ໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ. ບາງຄົນຍ້າຍໄປຮັບໃຊ້ໃນເຂດທີ່ມີຜູ້ປະກາດໜ້ອຍ. ສ່ວນບາງຄົນກໍຮຽນພາສາໃໝ່ແລະຍ້າຍໄປຮັບໃຊ້ໃນປະຊາຄົມທີ່ໃຊ້ພາສານັ້ນ ຫຼືຍ້າຍໄປຕ່າງປະເທດ.a
ຮັບໃຊ້ເປັນມິດຊັນນາຣີ. ໄພໂອເນຍທີ່ມີສຸຂະພາບແຂງແຮງແລະມີຄຸນສົມບັດຕາມຂໍ້ຮຽກຮ້ອງຈະໄດ້ຮັບການຝຶກອົບຮົມເພື່ອຮັບໃຊ້ຢູ່ຕ່າງປະເທດ. ມິດຊັນນາຣີມີຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກ.
ຮັບໃຊ້ຢູ່ເບເທນ. ສະມາຊິກຄອບຄົວເບເທນຮັບໃຊ້ຢູ່ສຳນັກງານສາຂາຂອງພະຍານພະເຢໂຫວາ. ບາງປະເທດມີການຜະລິດແລະຈັດສົ່ງປຶ້ມຕ່າງໆທີ່ອະທິບາຍຄວາມຮູ້ໃນຄຳພີໄບເບິນ.
ວຽກຮັບໃຊ້ນານາຊາດ. ຜູ້ຮັບໃຊ້ນານາຊາດຈະເດີນທາງໄປປະເທດອື່ນເພື່ອຊ່ວຍສ້າງຫໍປະຊຸມປະຊາຄົມ ຫໍປະຊຸມໃຫຍ່ ແລະສຳນັກງານສາຂາ.
ໂຮງຮຽນຜູ້ປະກາດການປົກຄອງຂອງພະເຈົ້າ. ໄພໂອເນຍທີ່ມີຄຸນສົມບັດຈະໄດ້ຮັບການຝຶກອົບຮົມເພື່ອຂະຫຍາຍວຽກຮັບໃຊ້ແລະເປັນຜູ້ປະກາດທີ່ມີປະສິດທິພາບຫຼາຍຂຶ້ນ. ບາງຄົນທີ່ຈົບຈາກໂຮງຮຽນນີ້ຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ຕ່າງປະເທດ.
ວາງແຜນຊີວິດຂອງເຈົ້າ
ການຮັບໃຊ້ເຕັມເວລາເປັນເປົ້າໝາຍທີ່ດີຫຼາຍແລະຈະເຮັດໃຫ້ເຈົ້າໄດ້ຮັບພອນຫຼາຍຢ່າງ. ແຕ່ເຈົ້າຕ້ອງຄິດແລະວາງແຜນລ່ວງໜ້າເຊັ່ນ ໃຫ້ຄິດວ່າ: ‘ຂ້ອຍມີຄວາມສາມາດດ້ານໃດແດ່ທີ່ຈະຫາລ້ຽງໂຕເອງໄດ້?’
ແຄລີ້ຕັ້ງເປົ້າໝາຍວ່າຈະເປັນໄພໂອເນຍ ຈາກນັ້ນລາວຈຶ່ງວາງແຜນເລື່ອງວຽກອາຊີບ. ລາວບອກວ່າ: “ຂ້ອຍເລືອກວຽກທີ່ຈະຫາລ້ຽງໂຕເອງໄດ້ເມື່ອເປັນໄພໂອເນຍ.”
ແຄລີ້ໄດ້ເລືອກຮຽນສາຍວິຊາຊີບເພື່ອຈະເຮັດຕາມເປົ້າໝາຍຂອງລາວໄດ້. ລາວບອກວ່າ: “ຂ້ອຍຢາກຮັບໃຊ້ເຕັມເວລາຫຼາຍ ເລື່ອງອື່ນຈຶ່ງບໍ່ຄ່ອຍສຳຄັນ.” ແຄລີ້ມີຄວາມສຸກທີ່ເລືອກແບບນັ້ນ. ລາວບອກວ່າ: “ນີ້ເປັນການຕັດສິນໃຈທີ່ດີທີ່ສຸດເລີຍ.”
ຂໍຄຳແນະນຳ
ຖ້າເຈົ້າເດີນທາງໄປບ່ອນໃໝ່ທີ່ບໍ່ຄຸ້ນເຄີຍ ບາງເທື່ອເຈົ້າຕ້ອງໄດ້ຖາມທາງກັບຄົນອື່ນ. ເມື່ອວາງແຜນອະນາຄົດ ເຈົ້າກໍຕ້ອງເຮັດແບບນັ້ນຄືກັນໂດຍຂໍຄຳແນະນຳຈາກຄົນອື່ນ. ສຸພາສິດ 20:18 ບອກວ່າ: “ຖ້າມີການປຶກສາກັນ ແຜນການກໍຈະສຳເລັດ.”
ພໍ່ແມ່ໜ້າຈະແນະນຳເຈົ້າໄດ້ດີທີ່ສຸດ. ແຕ່ເຈົ້າອາດຂໍຄຳແນະນຳຈາກພີ່ນ້ອງໃນປະຊາຄົມທີ່ມີປະສົບການໄດ້. ໂຣເບີໂຕ້ອາຍຸ 20 ປາຍປີເຊິ່ງເປັນສະມາຊິກຄອບຄົວເບເທນແນະນຳວ່າ: “ໃຫ້ລົມກັບພີ່ນ້ອງທີ່ເປັນຕົວຢ່າງທີ່ດີ.”
ຢ່າລືມວ່າ ພະເຢໂຫວາພະເຈົ້າຢາກຊ່ວຍເຈົ້າໃຫ້ເລືອກແນວທາງຊີວິດທີ່ມີຄວາມສຸກທີ່ສຸດ. ດັ່ງນັ້ນ ໃຫ້ອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ຮູ້ວ່າຊີວິດຄວນມຸ່ງໄປທາງໃດ. (ເອເຟໂຊ 5:17) ບໍ່ວ່າເຈົ້າຈະເຮັດຫຍັງໃນຊີວິດ ກໍຂໍໃຫ້ເຮັດຕາມຄຳແນະນຳໃນສຸພາສິດ 3:5, 6 ທີ່ວ່າ: “ໃຫ້ໄວ້ວາງໃຈພະເຢໂຫວາສຸດຫົວໃຈຂອງລູກ ແລະຢ່າເພິ່ງຄວາມເຂົ້າໃຈຂອງໂຕເອງ. ບໍ່ວ່າລູກຈະເຮັດຫຍັງກໍໃຫ້ຄິດເຖິງເພິ່ນສະເໝີ ແລ້ວເພິ່ນຈະບອກທາງທີ່ຖືກຕ້ອງໃຫ້ລູກ.”
ສຳລັບຂໍ້ມູນເພີ່ມເຕີມ ໃຫ້ເບິ່ງວີດີໂອ “ໜຸ່ມສາວຖາມວ່າ—ຂ້ອຍຈະເຮັດແນວໃດກັບຊີວິດ?” ວີດີໂອນີ້ມີຫຼາຍກວ່າ 30 ພາສາ
[ຂໍ້ຄວາມໄຂເງື່ອນ]
a ເບິ່ງຂອບໜ້າ 164
ຂໍ້ຄຳພີຫຼັກ
“‘ໃຫ້ພວກເຈົ້າລອງ ແລ້ວພວກເຈົ້າຈະເຫັນວ່າ ເຮົາຈະເປີດປະຕູນ້ຳທີ່ຢູ່ເທິງຟ້າແລະເທພອນມາໃສ່ພວກເຈົ້າຈົນເຫຼືອເຟືອ.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.”—ມາລາກີ 3:10
ຄຳແນະນຳ
ໃຫ້ລົມກັບຄົນທີ່ຮັບໃຊ້ເຕັມເວລາມາດົນ ແລະຖາມລາວວ່າເປັນຫຍັງລາວຈຶ່ງເລືອກເຮັດວຽກນີ້ແລະລາວໄດ້ຮັບພອນຫຍັງແດ່.
ເຈົ້າຮູ້ບໍ . . . ?
ກະແສໄຟຟ້າເຮັດໃຫ້ເຄື່ອງໃຊ້ໄຟຟ້າສາມາດເຮັດວຽກໄດ້. ຄ້າຍກັນພະລັງບໍລິສຸດຂອງພະເຈົ້າກໍຊ່ວຍເຈົ້າໃຫ້ປະສົບຄວາມສຳເລັດໃນວຽກຮັບໃຊ້ໄດ້.—ກິດຈະການ 1:8
ແຜນພາກປະຕິບັດ!
ເພື່ອຂ້ອຍຈະມີຄວາມສຸກກັບວຽກຮັບໃຊ້ຫຼາຍຂຶ້ນ ຂ້ອຍຈະລົມກັບ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດແນວໃດ?
● ເຈົ້າມີຄວາມສາມາດດ້ານໃດແດ່?
● ເຈົ້າຈະໃຊ້ຄວາມສາມາດນັ້ນເພື່ອສັນລະເສີນພະເຢໂຫວາແນວໃດ?
● ເຈົ້າມັກວຽກຮັບໃຊ້ເຕັມເວລາຮູບແບບໃດ?
[ຖ້ອຍຄຳທີ່ຍົກມາໜ້າ 313]
“ຂ້ອຍຮູ້ສຶກນັບຖືແລະຢາກຊົມເຊີຍພໍ່ແມ່ຂອງຂ້ອຍຫຼາຍແທ້ໆ. ເຖິງຈະເຈິບັນຫາເສດຖະກິດ ແຕ່ເຂົາເຈົ້າກໍຍັງຮັບໃຊ້ຢ່າງກະຕືລືລົ້ນແລະສະໜັບສະໜູນຂ້ອຍໃຫ້ຮັບໃຊ້ເຕັມເວລານຳ.”—ຈາຣ໋ອດ
[ຂອບໜ້າ 314]
ສາລະບານແບບສອບຖາມ
ເປົ້າໝາຍຂອງຂ້ອຍ
ໃຫ້ໝາຍເອົາເປົ້າໝາຍທີ່ເຈົ້າຢາກເຮັດແລະຂຽນວ່າເຈົ້າຈະເຮັດໄດ້ສ່ຳໃດຫຼືຂຽນເປົ້າໝາຍອື່ນໆ.
ເປົ້າໝາຍໃນວຽກຮັບໃຊ້
□ ເຮັດວຽກຮັບໃຊ້ເດືອນລະ ․․․․․ ຊົ່ວໂມງ
□ ສະເໜີປຶ້ມເດືອນລະ ․․․․․ ຫົວ
□ ໃຊ້ຄຳພີໄບເບິນເມື່ອລົມເລື່ອງພະເຈົ້າ
□ ກັບໄປຢາມເດືອນລະ ․․․․․ ລາຍ
□ ເລີ່ມນຳການສຶກສາຄຳພີໄບເບິນ
ເປົ້າໝາຍອື່ນໆ ․․․․․
ເປົ້າໝາຍໃນການສຶກສາຄົ້ນຄວ້າ
□ ອ່ານຄຳພີໄບເບິນມື້ລະ ․․․․․ ໜ້າ
□ ກຽມສຳລັບປະຊຸມ
□ ສຶກສາຄົ້ນຄວ້າຄຳພີໄບເບິນໃນເລື່ອງຕໍ່ໄປນີ້: ․․․․․
ເປົ້າໝາຍກ່ຽວກັບປະຊາຄົມ
□ ອອກຄວາມຄິດເຫັນຢູ່ການປະຊຸມຢ່າງໜ້ອຍໜຶ່ງເທື່ອ
□ ເຂົ້າໄປທັກທາຍພີ່ນ້ອງທີ່ອາຍຸຫຼາຍກວ່າ
□ ໄປຢາມພີ່ນ້ອງສູງອາຍຸຫຼືເຈັບປ່ວຍ ․․․․․
ເປົ້າໝາຍອື່ນ ․․․․․
ມື້ນີ້ວັນທີ ․․․․․
ອີກຫົກເດືອນໃຫ້ກວດເບິ່ງວ່າເຈົ້າເຮັດຕາມເປົ້າໝາຍໄດ້ສ່ຳໃດ ແລ້ວປັບປ່ຽນຕາມຄວາມຈຳເປັນ.
[ຮູບພາບໜ້າ 312]
ການມີເປົ້າໝາຍຈະຊ່ວຍໃຫ້ເຈົ້າບໍ່ເສຍເວລາແລະກຳລັງໄປລ້າໆ