ບຸກຄົນທີ່ຄວນຮຽນແບບ—ສາວເມືອງຊູເລມ
ສາວເມືອງຊູເລມຮູ້ວ່າ ລາວຕ້ອງລະວັງທີ່ຈະບໍ່ປ່ອຍໃຫ້ອາລົມຄວາມຮູ້ສຶກຄອບງຳຄວາມຄິດຂອງລາວໃນເລື່ອງຄວາມຮັກ. ລາວບອກໝູ່ຂອງລາວວ່າ: “ຂ້ອຍຂໍໃຫ້ພວກເຈົ້າສາບານວ່າ ພວກເຈົ້າຈະບໍ່ຍົວະຂ້ອຍໃຫ້ຮັກຜູ້ໃດຜູ້ໜຶ່ງ ແຕ່ປ່ອຍໃຫ້ຄວາມຮັກເກີດຂຶ້ນເອງ.” ສາວເມືອງຊູເລມຮູ້ວ່າ ອາລົມຄວາມຮູ້ສຶກຈະຢູ່ເໜືອເຫດຜົນໄດ້ງ່າຍຖ້າບໍ່ລະວັງ. ລາວຮູ້ດີວ່າຄົນອື່ນອາດກົດດັນລາວໃຫ້ຍອມຮັບຄົນທີ່ບໍ່ເໝາະກັບລາວ. ຫຼືແມ່ນແຕ່ອາລົມຄວາມຮູ້ສຶກຂອງລາວເອງກໍອາດເຮັດໃຫ້ລາວຕັດສິນໃຈຜິດໄດ້. ຍ້ອນແນວນີ້ ສາວເມືອງຊູເລມຈຶ່ງຕ້ອງໝັ້ນຄົງຄືກັບ “ກຳແພງ.”—ເພງຂອງໂຊໂລໂມນ 8:4, 10
ສາວເມືອງຊູເລມບໍ່ໄດ້ຫຼັບຫູຫຼັບຕາຮັກຄືກັບເດັກນ້ອຍ. ແລ້ວເຈົ້າເດ? ເຈົ້າໃຊ້ຄວາມຄິດຫຼາຍກວ່າອາລົມຄວາມຮູ້ສຶກໄດ້ບໍ? (ສຸພາສິດ 2:10, 11) ບາງເທື່ອຄົນອື່ນອາດພະຍາຍາມກົດດັນເຈົ້າໃຫ້ມີແຟນທັງໆທີ່ເຈົ້າຍັງບໍ່ພ້ອມ ຫຼືເຈົ້າອາດກົດດັນໂຕເອງ ເຊັ່ນ ເມື່ອເຈົ້າເຫັນຜູ້ຊາຍແລະຜູ້ຍິງຍ່າງຈັບມືກັນ ເຈົ້າຮູ້ສຶກຢາກເຮັດແບບເຂົາເຈົ້າຈົນທົນບໍ່ໄຫວ ແລ້ວຍອມເປັນແຟນກັບໃຜກໍໄດ້ເຖິງຄົນນັ້ນຈະບໍ່ເຊື່ອໃນພະເຈົ້າບໍ? ສາວເມືອງຊູເລມມີຄວາມເປັນຜູ້ໃຫຍ່ໃນເລື່ອງຄວາມຮັກ. ເຈົ້າກໍເປັນແບບນັ້ນໄດ້ຄືກັນ!