ບຸກຄົນທີ່ຄວນຮຽນແບບ—ລີເດຍ
ເຖິງວ່າລີເດຍຫາກໍເຂົ້າມາເປັນລູກສິດຂອງພະເຢຊູໄດ້ບໍ່ດົນ ແຕ່ລາວກໍສະແດງນ້ຳໃຈໂດຍເປັນຝ່າຍຊວນໂປໂລກັບໝູ່ໃຫ້ມາພັກຢູ່ເຮືອນ. (ກິດຈະການ 16:14, 15) ຍ້ອນແນວນີ້ ລາວຈຶ່ງມີໂອກາດໄດ້ສະໜິດກັບຄລິດສະຕຽນໃນສະຕະວັດທຳອິດ. ຫຼັງຈາກທີ່ໂປໂລກັບຊີລາອອກຈາກຄຸກແລ້ວ ເຂົາເຈົ້າໄປໃສ? ເຂົາເຈົ້າໄປເຮືອນຂອງລີເດຍທັນທີ!—ກິດຈະການ 16:40
ເຈົ້າຈະເຮັດຄືກັບລີເດຍໂດຍເປັນຝ່າຍໄປທັກທາຍຄົນອື່ນກ່ອນບໍ? ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ໃຫ້ເຮັດໄປເທື່ອລະຂັ້ນ. ພະຍາຍາມລົມເທື່ອລະຄົນ. ເຈົ້າອາດຕັ້ງເປົ້າໝາຍວ່າທຸກເທື່ອທີ່ໄປປະຊຸມ ເຈົ້າຈະຕ້ອງເລີ່ມລົມກັບຄົນໜຶ່ງ. ໃຫ້ພະຍາຍາມຍິ້ມ. ຖ້າເຈົ້າບໍ່ຮູ້ວ່າຈະເວົ້າຫຍັງ ກໍໃຫ້ຖາມຫຍັງຈັກຢ່າງຫຼືບອກຄົນອື່ນກ່ຽວກັບໂຕເຈົ້າ ແລະເປັນຜູ້ຟັງທີ່ດີ. ອີກບໍ່ດົນ ເຈົ້າກໍຈະຮູ້ວິທີລົມກັບຄົນອື່ນ. ຄົນເຮົາມັກຟັງຄົນທີ່ເວົ້າເລື່ອງດີໆ ເວົ້າດ້ວຍຄວາມຈິງໃຈແລະມ່ວນຫູ. (ສຸພາສິດ 16:24) ລີເດຍມີໝູ່ທີ່ດີຍ້ອນລາວເປັນຄົນມີນ້ຳໃຈແລະມັກຕ້ອນຮັບແຂກ. ຖ້າເຈົ້າຮຽນແບບຕົວຢ່າງຂອງລາວ ເຈົ້າກໍຈະມີໝູ່ທີ່ດີຄືກັນ!