ບຸກຄົນທີ່ຄວນຮຽນແບບ—ເຮເຊກີຢາ
ຊີວິດຂອງເຮເຊກີຢາກຳລັງຢູ່ໃນຊ່ວງຫົວລ້ຽວຫົວຕໍ່. ລາວໄດ້ເປັນກະສັດຢູດາຕອນອາຍຸພຽງແຕ່ 25 ປີ. ລາວຈະເປັນກະສັດແບບໃດ? ລາວຈະຍອມໃຫ້ຕົວຢ່າງທີ່ບໍ່ດີຂອງກະສັດອາຮາດພໍ່ຂອງລາວມາຄອບງຳລາວບໍ? ອາຮາດເປັນຜູ້ປະຖິ້ມຄວາມເຊື່ອທີ່ບໍ່ກັບໃຈຈົນຮອດມື້ຕາຍ. ລາວສົ່ງເສີມການນະມັດສະການປອມແລະເຖິງຂັ້ນເຜົາລູກຊາຍຂອງໂຕເອງເຊິ່ງເປັນອ້າຍນ້ອງຂອງເຮເຊກີຢາຢ່າງໜ້ອຍໜຶ່ງຄົນເທິງແທ່ນບູຊາຂອງພະປອມ. (2 ຂ່າວຄາວ 28:1-4) ແຕ່ການປະພຶດທີ່ຊົ່ວໆຂອງພໍ່ບໍ່ໄດ້ເຮັດໃຫ້ເຮເຊກີຢາປະຕິເສດການນະມັດສະການພະເຢໂຫວາຫຼືເຮັດຜິດຄືກັບພໍ່. ແທນທີ່ຈະເປັນແນວນັ້ນ ເຮເຊກີຢາພະຍາຍາມ “ພັກດີຕໍ່ພະເຢໂຫວາ” ສະເໝີ.—2 ກະສັດ 18:6
ພໍ່ຫຼືແມ່ຂອງເຈົ້າຕໍ່ຕ້ານການນະມັດສະການພະເຢໂຫວາບໍ? ລາວຕິດເຫຼົ້າຕິດຢາຫຼືທຳຮ້າຍເຈົ້າບໍ? ຖ້າເປັນແນວນັ້ນ ເຈົ້າກໍບໍ່ຈຳເປັນຕ້ອງເຮັດຜິດຄືພໍ່ແມ່! ເຮເຊກີຢາບໍ່ຍອມໃຫ້ບັນຫາຄອບຄົວມາທຳລາຍຊີວິດຂອງລາວ. ທີ່ຈິງ ລາວເປັນກະສັດທີ່ດີຫຼາຍຈົນຂະໜາດທີ່ວ່າ “ຫຼັງຈາກລາວບໍ່ມີກະສັດຢູດາຄົນໃດທີ່ເປັນຄືກັບລາວ.” (2 ກະສັດ 18:5) ຄືກັບເຮເຊກີຢາ ເຈົ້າສາມາດປະສົບຄວາມສຳເລັດໃນຊີວິດໄດ້ເຖິງວ່າຄອບຄົວຈະມີບັນຫາກໍຕາມ. ເຈົ້າຈະເຮັດແນວໃດ? ໂດຍພະຍາຍາມ “ພັກດີຕໍ່ພະເຢໂຫວາ” ສະເໝີ.