ບຸກຄົນທີ່ຄວນຮຽນແບບ—ໂປໂລ
ອັກຄະສາວົກໂປໂລຮູ້ຈັກໂຕເອງດີ. ລາວຍອມຮັບຢ່າງຈິງໃຈວ່າ: “ເມື່ອຂ້ອຍຢາກເຮັດແນວທີ່ຖືກຕ້ອງ ຂ້ອຍພັດຢາກເຮັດແນວທີ່ຊົ່ວນຳ.” ໂປໂລຢາກເຮັດສິ່ງທີ່ດີ. ລາວຂຽນວ່າ: “ທີ່ຈິງແລ້ວ ໃຈຂ້ອຍມັກກົດໝາຍຂອງພະເຈົ້າຫຼາຍແທ້ໆ.” ແລ້ວບັນຫາຂອງໂປໂລແມ່ນຫຍັງ? ໂປໂລບອກວ່າ: “ຂ້ອຍເຫັນກົດອີກຢ່າງໜຶ່ງໃນຮ່າງກາຍທີ່ຕໍ່ສູ້ກັບກົດໃນໃຈຂ້ອຍ ແລະເຮັດໃຫ້ຂ້ອຍຕົກຢູ່ໃຕ້ກົດຂອງບາບທີ່ຢູ່ໃນຮ່າງກາຍຂ້ອຍ.” ຄວາມຜິດພາດເຮັດໃຫ້ໂປໂລທຸກໃຈບໍ? ລາວອຸທານອອກມາວ່າ: “ຈັ່ງແມ່ນຂ້ອຍສົມເພດໂຕເອງເດ້.”—ໂຣມ 7:21-24
ຄວາມຜິດພາດເຮັດໃຫ້ເຈົ້າທຸກໃຈບໍ? ຖ້າເປັນແນວນັ້ນ ຂໍຈື່ໄວ້ວ່າແມ່ນແຕ່ໂປໂລກໍຮູ້ສຶກທຸກໃຈຄືກັນ. ແຕ່ໂປໂລຮູ້ວ່າພະຄລິດໄດ້ຕາຍເພື່ອຄົນແບບລາວ ນີ້ເຮັດໃຫ້ລາວເວົ້າໄດ້ວ່າ: “ຂ້ອຍຂອບໃຈພະເຈົ້າໂດຍທາງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.” (ໂຣມ 7:25) ໂປໂລຖືວ່າຄ່າໄຖ່ເປັນຂອງຂວັນທີ່ພະເຈົ້າມອບໃຫ້. ລາວຂຽນວ່າ: “ລູກຂອງພະເຈົ້າ . . . ຮັກຂ້ອຍແລະສະລະຊີວິດເພື່ອຂ້ອຍ.” (ຄາລາເຕຍ 2:20) ເມື່ອເຈົ້າເຮັດຜິດພາດແລະຮູ້ສຶກທຸກໃຈ ໃຫ້ຄິດເຖິງຄ່າໄຖ່. ຢ່າລືມວ່າພະຄລິດຍອມຕາຍເພື່ອຄົນບາບບໍ່ແມ່ນເພື່ອຄົນທີ່ສົມບູນແບບ.