ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບບ ໝວດ 3 ໜ້າ 6
  • ມະນຸດ​ລອດ​ຊີວິດ​ຈາກ​ນ້ຳ​ຖ້ວມ​ໂລກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມະນຸດ​ລອດ​ຊີວິດ​ຈາກ​ນ້ຳ​ຖ້ວມ​ໂລກ
  • ຄຳພີໄບເບິນ—ບອກເລື່ອງຫຍັງ?
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ນ້ຳ​ໄດ້​ຖ້ວມ​ໂລກ—ໃຜ​ໄດ້​ເຊື່ອ​ຟັງ? ໃຜ​ບໍ່​ໄດ້​ເຊື່ອ​ຟັງ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
  • ເຮືອ​ໂນອາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໂນເອສ້າງນາວາຫຼືຫີບມະຫຶມາ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ຄຳ​ເຕືອນ​ຈາກ​ເຫດການ​ໃນ​ອະດີດ
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ຄຳພີໄບເບິນ—ບອກເລື່ອງຫຍັງ?
ບບ ໝວດ 3 ໜ້າ 6
ເຮືອໃຫຍ່ລອຍຢູ່ເທິງໜ້ານ້ຳແລະຝົນຕົກໜັກ

ໝວດ 3

ມະນຸດ​ລອດ​ຊີວິດ​ຈາກ​ນ້ຳ​ຖ້ວມ​ໂລກ

ພະເຈົ້າ​ທຳລາຍ​ຄົນ​ຊົ່ວ ແຕ່​ຄຸ້ມຄອງ​ໂນເອ​ແລະ​ຄອບຄົວ

ຂະນະ​ທີ່​ຈຳນວນ​ມະນຸດ​ເພີ່ມ​ຂຶ້ນ ການ​ກະທຳ​ຜິດ​ແລະ​ຄວາມ​ຊົ່ວ​ກໍ​ແຜ່​ຂະຫຍາຍ​ຢ່າງ​ໄວ​ວາ​ໄປ​ທົ່ວ​ໂລກ. ເຫນົກ​ເຊິ່ງ​ເປັນ​ຜູ້​ພະຍາກອນ​ຜູ້​ດຽວ​ຕອນ​ນັ້ນ​ໄດ້​ເຕືອນ​ວ່າ​ພະເຈົ້າ​ຈະ​ທຳລາຍ​ຄົນ​ຊົ່ວ. ຄວາມ​ຊົ່ວ​ກໍ​ຍັງ​ແພ່​ທະວີ​ຂຶ້ນ​ຮ້າຍ​ກວ່າ​ເກົ່າ. ທູດ​ສະຫວັນ​ຈຳນວນ​ໜຶ່ງ​ໄດ້​ຂືນ​ອຳນາດ​ຂອງ​ພະ​ເຢໂຫວາ​ໂດຍ​ປະ​ຖິ້ມ​ໜ້າ​ທີ່​ມອບ​ໝາຍ​ໃນ​ສະຫວັນ ແລ້ວ​ແປງ​ກາຍ​ເປັນ​ມະນຸດ​ມາ​ຢູ່​ໂລກ​ແລະ​ດ້ວຍ​ຄວາມ​ໂລບ​ໄດ້​ເອົາ​ຜູ້​ຍິງ​ມາ​ເປັນ​ເມຍ. ຄວາມ​ສຳພັນ​ທີ່​ຜິດ​ທຳມະຊາດ​ນີ້​ໄດ້​ກໍ່​ໃຫ້​ເກີດ​ລູກ​ຊອດ​ມີ​ເຫື່ອ​ແຮງ​ຫຼາຍ​ຜິດ​ປົກກະຕິ ອັນທະພານ​ຍັກ​ເຫຼົ່າ​ນີ້​ຖືກ​ເອີ້ນ​ວ່າ​ເນຟິລິມ ຜູ້​ເຊິ່ງ​ໃຫ້​ໂລກ​ເຕັມ​ແຕ່​ຄວາມ​ຮຸນແຮງ​ແລະ​ການ​ຂ້າ​ຟັນ. ພະເຈົ້າ​ເຈັບ​ປວດ​ໃຈ​ຫຼາຍ​ທີ່​ເຫັນ​ສິ່ງ​ທີ່​ພະອົງ​ສ້າງ​ໄວ້​ໃນ​ແຜ່ນດິນ​ໂລກ​ເສຍຫາຍ.

ຫຼັງ​ຈາກ​ເຫນົກ​ຕາຍ ທົ່ວ​ໂລກ​ມີ​ແຕ່​ຊາຍ​ຄົນ​ດຽວ​ທີ່​ຕ່າງ​ຈາກ​ຄົນ​ຊົ່ວ​ທັງ​ໝົດ. ລາວ​ຊື່​ໂນເອ. ໂນເອ​ແລະ​ຄອບຄົວ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ. ເມື່ອ​ພະເຈົ້າ​ຕັດສິນ​ໃຈ​ຈະ​ທຳລາຍ​ຄົນ​ຊົ່ວ​ໃນ​ໂລກ ພະອົງ​ຕ້ອງການ​ປົກ​ປ້ອງ​ໂນເອ​ແລະ​ສັດ​ຕ່າງໆໄວ້. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ສັ່ງ​ໂນເອ​ໃຫ້​ສ້າງ​ນາວາ​ທີ່​ເປັນ​ຄື​ຫີບ​ໃຫຍ່. ຢູ່​ໃນ​ນາວາ​ນັ້ນ ໂນເອ​ກັບ​ຄອບຄົວ​ພ້ອມ​ທັງ​ສັດ​ຕ່າງໆຈຶ່ງ​ໄດ້​ລອດ​ຈາກ​ນ້ຳ​ຖ້ວມ​ໂລກ. ລະຫວ່າງ​ຫຼາຍ​ສິບ​ປີ​ທີ່​ໂນເອ​ສ້າງ​ນາວາ​ຢູ່​ນັ້ນ ລາວ​ກໍ​ຍັງ​ເປັນ “ຄົນ​ປ່າວ​ປະກາດ​ຄວາມ​ຊອບທຳ” ອີກ. (2 ເປໂຕ 2: 5) ລາວ​ເຕືອນ​ປະຊາຊົນ​ເລື່ອງ​ນ້ຳ​ຈະ​ຖ້ວມ​ໂລກ ແຕ່​ເຂົາ​ເຈົ້າ​ບໍ່​ໃສ່​ໃຈ​ຕໍ່​ຄຳ​ເຕືອນ​ຂອງ​ລາວ. ເມື່ອ​ເຖິງ​ເວລາ ໂນເອ​ແລະ​ຄອບຄົວ​ພ້ອມ​ກັບ​ສັດ​ໄດ້​ເຂົ້າ​ໄປ​ໃນ​ນາວາ. ຈາກ​ນັ້ນ ພະເຈົ້າ​ຈຶ່ງ​ປິດ​ປະຕູ​ນາວາ ແລ້ວ​ຝົນ​ກໍ​ຕົກ​ລົງ​ມາ.

ຝົນ​ເທ​ລົງ​ມາ​ເປັນ​ເວລາ 40 ມື້ 40 ຄືນ​ຈົນ​ນ້ຳ​ຖ້ວມ​ແຜ່ນດິນ​ທັງ​ໝົດ. ຄົນ​ຊົ່ວ​ໄດ້​ຈົມ​ນ້ຳ​ຕາຍ​ໝົດ. ຫຼັງ​ຈາກ​ນັ້ນ​ຫຼາຍ​ເດືອນ​ນ້ຳ​ຈຶ່ງ​ເລີ່ມ​ຫລຸດ​ລົງ ນາວາ​ໄດ້​ຄ້າງ​ຢູ່​ເທິງ​ພູເຂົາ​ໜ່ວຍ​ໜຶ່ງ. ຈົນ​ຮອດ​ຕອນ​ທີ່​ຄົນ​ແລະ​ສັດ​ຈະ​ອອກ​ມາ​ຈາກ​ນາວາ​ໄດ້ ເຂົາ​ເຈົ້າ​ຢູ່​ໃນ​ເຮືອ​ນັ້ນ​ຕັ້ງ​ໜຶ່ງ​ປີ​ເຕັມ. ເພື່ອ​ສະແດງ​ຄວາມ​ຂອບໃຈ ໂນເອ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ພະເຈົ້າ​ຈຶ່ງ​ຮັບຮອງ​ກັບ​ໂນເອ​ແລະ​ຄອບຄົວ​ວ່າ ພະອົງ​ຈະ​ບໍ່​ໃຫ້​ນ້ຳ​ມາ​ທຳລາຍ​ລ້າງ​ຊີວິດ​ເທິງ​ແຜ່ນດິນ​ໂລກ​ອີກ. ພະອົງ​ໃຫ້​ສາຍ​ຮຸ້ງ​ປາກົດ​ຂຶ້ນ​ເພື່ອ​ເປັນ​ການ​ຮັບປະກັນ​ເຊິ່ງ​ເຕືອນ​ໃຈ​ໃຫ້​ນຶກ​ເຖິງ​ຄຳ​ສັນຍາ​ທີ່​ເຮັດ​ໃຫ້​ອຸ່ນ​ໃຈ.

ຫຼັງ​ຈາກ​ນ້ຳ​ຖ້ວມ​ໂລກ ພະເຈົ້າ​ໃຫ້​ຄຳ​ສັ່ງ​ໃໝ່​ແກ່​ມະນຸດ​ອີກ. ພະອົງ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ກິນ​ຊີ້ນ​ສັດ. ແຕ່​ຫ້າມ​ບໍ່​ໃຫ້​ກິນ​ເລືອດ. ແລ້ວ​ພະອົງ​ຍັງ​ສັ່ງ​ລູກ​ຫຼານ​ຂອງ​ໂນເອ​ໃຫ້​ແຍກ​ຢາຍ​ກັນ​ຢູ່​ທົ່ວ​ແຜ່ນດິນ​ໂລກ. ແຕ່​ວ່າ​ລູກ​ຫຼານ​ສ່ວນ​ໜຶ່ງ​ບໍ່​ຍອມ​ເຊື່ອ​ຟັງ. ຄົນ​ເຫຼົ່າ​ນັ້ນ​ໄດ້​ໂຮມ​ກັນ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຜູ້​ໜຶ່ງ​ຊື່​ວ່າ​ເນມໂຣດ​ແລະ​ເລີ່ມ​ສ້າງ​ຫໍ​ໃຫຍ່​ໃນ​ເມືອງ​ບາເບນ ຕໍ່​ມາ​ເອີ້ນ​ວ່າ​ບາບີໂລນ. ເຂົາ​ເຈົ້າ​ຕັ້ງ​ໃຈ​ບໍ່​ເຊື່ອ​ຟັງ​ຄຳ​ທີ່​ພະເຈົ້າ​ບອກ​ໃຫ້​ມະນຸດ​ແຜ່​ກະຈາຍ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ. ແຕ່​ພະເຈົ້າ​ຂັດ​ຂວາງ​ການ​ກະບົດ​ນັ້ນ​ໂດຍ​ປ່ຽນ​ພາສາ​ດຽວ​ຂອງ​ເຂົາ​ເຈົ້າ​ແຕກ​ອອກ​ເປັນ​ຫຼາຍ​ພາສາ. ຍ້ອນ​ຕ່າງ​ຄົນ​ຕ່າງ​ເວົ້າ​ບໍ່​ເຂົ້າ​ໃຈ​ກັນ ເຂົາ​ເຈົ້າ​ຈຶ່ງ​ປະ​ໂຄງການ​ກໍ່​ສ້າງ​ຫໍ​ບາເບນ​ແລ້ວ​ກະຈັດກະຈາຍ​ກັນ​ໄປ.

—ຂໍ້​ມູນ​ມາ​ຈາກ​ຕົ້ນເດີມ​ບົດ 6 ເຖິງ​ບົດ 11; ຢູເດ 14, 15.

  • ຄວາມ​ຊົ່ວ​ແພ່​ລາມ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ​ຢ່າງ​ໃດ?

  • ໂນເອ​ພິສູດ​ຕົວ​ເປັນ​ຄົນ​ສັດ​ຊື່​ຢ່າງ​ໃດ?

  • ພາຍ​ຫຼັງ​ນ້ຳ​ຖ້ວມ​ໂລກ ພະເຈົ້າ​ຫ້າມ​ບໍ່​ໃຫ້​ມະນຸດ​ກິນ​ຫຍັງ?

ດຳເນີນ​ໄປ​ກັບ​ພະເຈົ້າ

ລູກ​ຫຼານ​ຂອງ​ອາດາມ​ແລະ​ເອວາ​ສ່ວນ​ຫຼາຍ​ປະຕິເສດ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ. ແນວ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ຄົນ​ຈຳນວນ​ໜຶ່ງ​ທີ່​ຍິນ​ຍອມ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພະອົງ ເລີ່ມ​ດ້ວຍ​ອາເບນ​ລູກ​ຜູ້​ສັດ​ຊື່​ຂອງ​ເຂົາ​ເຈົ້າ. ຕໍ່​ຈາກ​ນັ້ນ​ເຫນົກ​ແລະ​ໂນເອ​ທັງ​ສອງ​ກໍ​ເປັນ​ຜູ້​ດຳເນີນ​ໄປ​ກັບ​ພະເຈົ້າ ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ດຳເນີນ​ຢູ່​ໃນ​ແນວ​ທາງ​ທີ່​ພະ​ເຢໂຫວາ​ພໍ​ໃຈ. (ຕົ້ນເດີມ 5:22; 6:9) ບັນທຶກ​ໃນ​ຄຳພີ​ໄບເບິນ​ຫຼາຍ​ສ່ວນ​ເນັ້ນ​ເລື່ອງ​ຊາຍ​ຍິງ​ຜູ້​ທີ່​ເລືອກ​ເອົາ​ການ​ປົກຄອງ​ຂອງ​ພະເຈົ້າ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌