ໝວດ 4
ພະເຈົ້າເຮັດສັນຍາໄມຕີກັບທ່ານອັບລາຫາມ
ຄວາມເຊື່ອຕໍ່ພະເຈົ້າເຮັດໃຫ້ອັບລາຫາມປະຕິບັດຕາມ ແລ້ວພະເຢໂຫວາຈຶ່ງສັນຍາວ່າຈະອວຍພອນແລະໃຫ້ລູກຫຼານຂອງລາວເພີ່ມທະວີຂຶ້ນ
ປະມານ 350 ປີຜ່ານໄປຕັ້ງແຕ່ນ້ຳຖ້ວມສະໄໝໂນອາ. ອັບລາຫາມບັນພະບຸລຸດຕົ້ນຕະກູນ ອາໄສຢູ່ໃນເມືອງອູຣທີ່ຈະເລີນຮຸ່ງເຮືອງເຊິ່ງທຸກມື້ນີ້ເອີ້ນວ່າອີລັກ. ອັບລາຫາມເປັນບຸກຄົນພົ້ນເດັ່ນໃນຄວາມເຊື່ອ. ແຕ່ຕອນນີ້ຄວາມເຊື່ອຂອງລາວຖືກທົດລອງ.
ພະເຢໂຫວາບອກອັບລາຫາມໃຫ້ອອກຈາກບ້ານເກີດແລະຍ້າຍໄປຢູ່ຕ່າງແດນເຊິ່ງແມ່ນເມືອງການາອານ. ອັບລາຫາມທຳຕາມໂດຍບໍ່ມີຄວາມລັງເລ. ລາວເອົາຄອບຄົວໄປນຳ ມີຊາລາເມຍຂອງລາວແລະໂລດຫຼານຊາຍລວມທັງຂ້າໃຊ້ຊາຍຍິງຫຼາຍຄົນ. ຫຼັງຈາກການເດີນທາງໄກ ລາວໄດ້ມາອາໄສຢູ່ໃນກະໂຈມທີ່ເມືອງການາອານ. ໃນຄຳສັນຍາໄມຕີທີ່ພະເຢໂຫວາເຮັດກັບອັບລາຫາມ ພະອົງສັນຍາວ່າຈະໃຫ້ລາວກາຍເປັນຊາດໃຫຍ່ ເຊິ່ງທຸກຄອບຄົວເທິງແຜ່ນດິນໂລກຈະໄດ້ພອນໂດຍທາງອັບລາຫາມ ແລະລູກຫຼານຂອງລາວຈະໄດ້ຄອບຄອງແຜ່ນດິນການາອານ.
ອັບລາຫາມແລະໂລດຈະເລີນຮຸ່ງເຮືອງຂຶ້ນ ຈຳນວນແກະແລະງົວຄວາຍເພີ່ມພູນເປັນຝູງໃຫຍ່. ອັບລາຫາມໃຫ້ໂລດເລືອກບ່ອນຢູ່ຕາມຄວາມຕ້ອງການຢ່າງບໍ່ເຫັນແກ່ຕົວ. ໂລດຈຶ່ງເລືອກເອົາເຂດອຸດົມສົມບູນທີ່ແມ່ນ້ຳຢູລະເດນໄຫຼຜ່ານເຊິ່ງຢູ່ໃກ້ເມືອງຊໍດົມ. ແຕ່ຄົນໃນເມືອງຊໍດົມມີສິນທຳທີ່ຕ່ຳຊາມ ເຮັດບາບຮ້າຍແຮງຕໍ່ໜ້າພະເຢໂຫວາ.
ພະເຢໂຫວາຮັບຮອງກັບອັບລາຫາມວ່າລູກຫຼານຂອງລາວຈະຫຼາຍທໍ່ກັບດວງດາວໃນທ້ອງຟ້າ. ອັບລາຫາມເຊື່ອຄຳຮັບຮອງນັ້ນ. ແຕ່ຊາລາເມຍຮັກຂອງອັບລາຫາມຍັງບໍ່ມີລູກເລີຍ. ເມື່ອອັບລາຫາມອາຍຸໄດ້ 99 ປີ ຊາລາໃກ້ຈະຮອດ 90 ປີ ພະເຈົ້າບອກອັບລາຫາມວ່າລາວແລະຊາລາຈະໄດ້ລູກຊາຍ. ເປັນຈິງຕາມທີ່ພະເຈົ້າໄດ້ກ່າວ ຊາລາໄດ້ເກີດອີຊາກ. ອັບລາຫາມກໍມີລູກຄົນອື່ນອີກ ແຕ່ວ່າຜູ້ຊ່ວຍໃຫ້ລອດຕາມຄຳສັນຍາໃນສວນເອເດນຈະຕ້ອງມາທາງອີຊາກ.
ໃນລະຫວ່າງນັ້ນ ໂລດແລະຄອບຄົວຂອງລາວຢູ່ໃກ້ເມືອງຊໍດົມ ແຕ່ໂລດເປັນຄົນຊອບທຳບໍ່ໄດ້ກາຍເປັນຄົນຊົ່ວຄືຄົນໃນເມືອງນັ້ນ. ເມື່ອພະເຢໂຫວາຕັດສິນໃຈຈະລົງໂທດເມືອງຊໍດົມ ພະອົງສົ່ງທູດສະຫວັນມາເຕືອນໂລດເຖິງການທຳລາຍທີ່ກຳລັງຈະເກີດຂຶ້ນ. ທູດສະຫວັນນັ້ນເລັ່ງທ່ານໂລດແລະຄອບຄົວຂອງລາວໃຫ້ຟ້າວໜີອອກຈາກເມືອງຊໍດົມແລະບໍ່ໃຫ້ຫຼຽວຫຼັງ. ພະເຈົ້າໃຫ້ໄຟແລະມາດຕົກໃສ່ເມືອງຊໍດົມແລະເມືອງໂຄໂມລາທີ່ຊົ່ວຮ້າຍເຊິ່ງຢູ່ໃກ້ໆຫັ້ນ ທຳລາຍທຸກຄົນທີ່ຢູ່ໃນສອງເມືອງນັ້ນ. ໂລດແລະລູກສາວສອງຄົນລອດພົ້ນ. ແຕ່ເມຍຂອງໂລດຫຼຽວຫຼັງ ອາດຈະເສຍດາຍສິ່ງທີ່ລາວປະໄວ້. ລາວເສຍຊີວິດຂອງຕົນຍ້ອນການບໍ່ເຊື່ອຟັງ.
—ຂໍ້ມູນມາຈາກຕົ້ນເດີມ 11:10–19:38.