ໝວດ 15
ຜູ້ພະຍາກອນທີ່ເປັນຊະເລີຍເຫັນນິມິດກ່ຽວກັບອະນາຄົດ
ດານຽນພະຍາກອນເລື່ອງລາຊະອານາຈັກຂອງພະເຈົ້າແລະການປາກົດຕົວຂອງເມຊີ. ການຫຼົ້ມຈົມຂອງບາບີໂລນ
ດານຽນ ຊາຍຫນຸ່ມຜູ້ທີ່ໂດດເດັ່ນໃນຄວາມສັດຊື່ຖືກກວາດຕ້ອນໄປເປັນຊະເລີຍຢູ່ບາບີໂລນກ່ອນເມືອງເຢຣຶຊາເລມຈະຖືກທຳລາຍ. ດານຽນແລະຄົນຢິວອື່ນໆທີ່ຖືກເນລະເທດຈາກອານາຈັກຢູດາທີ່ພ່າຍແພ້ແລະຜູ້ຍຶດຄອງໃຫ້ເຂົາເຈົ້າຮັບເສລີພາບໃນລະດັບໃດໜຶ່ງ. ລະຫວ່າງການດຳລົງຊີວິດທີ່ຍາວນານຢູ່ບາບີໂລນ ດານຽນໄດ້ພະພອນຈາກພະເຈົ້າຢ່າງມາກມາຍ ລອດຕາຍຈາກຖ້ຳສິງແລະໄດ້ຮັບນິມິດໃຫ້ເຫັນອະນາຄົດທີ່ຍາວໄກ. ຄຳພະຍາກອນທີ່ສຳຄັນທີ່ສຸດຂອງດານຽນເລັງໃສ່ເມຊີແລະການປົກຄອງຂອງເມຊີ.
ດານຽນຮັບຮູ້ເວລາທີ່ເມຊີຈະປາກົດ. ມີການບອກດານຽນໃຫ້ຮູ້ເຖິງເວລາທີ່ປະຊາຊົນຂອງພະອົງສາມາດຄາດໝາຍການມາເຖິງຂອງ “ເມຊີຜູ້ເຈົ້ານາຍ” 69 ອາທິດແຫ່ງປີເຊິ່ງເລີ່ມຫຼັງຈາກມີຄຳສັ່ງໃຫ້ຟື້ນຟູແລະບູລະນະກຳແພງເມືອງເຢຣຶຊາເລມ. ຕາມປົກກະຕິອາທິດໜຶ່ງມີເຈັດມື້ ອາທິດທີ່ນັບມື້ເປັນປີກໍຕ້ອງເປັນເຈັດປີ. ພາຍຫຼັງສະໄໝຂອງດານຽນຜ່ານໄປດົນນານຈຶ່ງມີການປະກາດຄຳສັ່ງນັ້ນ ເຊິ່ງເລີ່ມຈາກປີ 455 ກ.ສ.ສ. ເຊິ່ງ 69 ອາທິດຈະກວມເວລາ 483 ປີ ສິ້ນສຸດໃນປີ 29 ສ.ສ. ໃນສ່ວນຕໍ່ໄປຂອງປຶ້ມນີ້ ເຮົາຈະເຫັນສິ່ງທີ່ໄດ້ເກີດຂຶ້ນໃນປີນັ້ນ. ດານຽນເຫັນລ່ວງໜ້າວ່າເມຊີຈະຖືກ “ຕັດ” ຫຼືຖືກປະຫານຊີວິດເພື່ອເປັນຄ່າໄຖ່ສຳລັບຄວາມຜິດບາບ.—ດານຽນ 9:24-26.
ເມຊີຈະເປັນກະສັດໃນສະຫວັນ. ຈາກນິມິດພິເສດໜຶ່ງໃນສະຫວັນ ດານຽນເຫັນເມຊີທີ່ໄດ້ຮັບການກ່າວເຖິງວ່າເປັນ “ອົງໜຶ່ງຄືລູກມະນຸດ” ຫຍັບເຂົ້າໄປໃກ້ພະທີ່ນັ່ງຂອງພະເຢໂຫວາ. ພະເຢໂຫວາມອບ “ການຄຸ້ມຄອງກັບຄວາມນັບຖື” ໃຫ້ແກ່ເມຊີ. ລາຊະອານາຈັກນັ້ນຈະດຳລົງຢູ່ຕະຫຼອດໄປ. ດານຽນຮັບຮູ້ລາຍລະອຽດທີ່ໜ້າຕື່ນເຕັ້ນອີກຢ່າງໜຶ່ງກ່ຽວກັບລາຊະອານາຈັກເມຊີ—ກະສັດອົງນີ້ຈະຮ່ວມປົກຄອງກັບຄົນອື່ນ ແມ່ນຄົນກຸ່ມທີ່ກ່າວເຖິງວ່າເປັນ “ພວກບໍລິສຸດແຕ່ບ່ອນສູງສຸດ.”—ດານຽນ 7:13, 14, 27.
ລາຊະອານາຈັກນີ້ຈະທຳລາຍການປົກຄອງຂອງໂລກນີ້. ພະເຈົ້າໃຫ້ດານຽນມີຄວາມສາມາດໃນການແກ້ຄວາມຝັນທີ່ເຮັດໃຫ້ເນບຶກາດເນດຊາຣກະສັດຂອງບາບີໂລນສັບສົນ. ກະສັດເຫັນຮູບປັ້ນໃຫຍ່ ຫົວເປັນຄຳ ອົກແລະແຂນເປັນເງິນ ທ້ອງແລະກົກຂາເປັນທອງ ຂາເປັນເຫຼັກ ແລະຕີນເປັນເຫຼັກປົນດິນດາກ. ຫີນກ້ອນໜຶ່ງຖືກສະກັດອອກຈາກພູເຂົາມາກະທົບຕີນທີ່ແຕກງ່າຍແລະຮູບປັ້ນນັ້ນໄດ້ລົ້ມຟາດຈົນມຸ່ນເປັນຝຸ່ນ. ດານຽນອະທິບາຍວ່າສ່ວນຕ່າງໆຂອງຮູບປັ້ນນັ້ນເປັນພາບເລັງເຖິງການສືບຕຳແໜ່ງອັນຍາວນານຂອງມະຫາອຳນາດໂລກ ເລີ່ມຈາກບາບີໂລນທີ່ເປັນຫົວຄຳ. ດານຽນເຫັນລ່ວງໜ້າເຖິງຕອນທ້າຍຂອງອຳນາດໂລກຊົ່ວນີ້ ລາຊະອານາຈັກຂອງພະເຈົ້າຈະທຳລາຍອຳນາດການປົກຄອງທັງສິ້ນຂອງໂລກນີ້. ແລ້ວລາຊະອານາຈັກນີ້ກໍຈະປົກຄອງຕະຫຼອດໄປ.—ດານຽນບົດ 2.
ດານຽນເຖົ້າຫຼາຍແລ້ວ ລາວມີຊີວິດຢູ່ຈົນເຫັນບາບີໂລນຫຼົ້ມຈົມ. ກະສັດຊີຣຶຊໄດ້ໂຄ່ນລົ້ມເມືອງນັ້ນດັ່ງທີ່ຜູ້ພະຍາກອນໄດ້ບອກໄວ້ລ່ວງໜ້າ. ບໍ່ດົນຫຼັງຈາກນັ້ນ ພາຍຫຼັງທີ່ບ້ານເກີດຂອງເຂົາເຈົ້າຖືກປະຮ້າງເປັນເວລາ 70 ປີ ພວກຢິວຈຶ່ງຫລຸດພົ້ນຈາກການເປັນຊະເລີຍຄົບຕາມເວລາກຳນົດ. ພາຍໃຕ້ການນຳຂອງຜູ້ຄຸ້ມຄອງທີ່ສັດຊື່ ປະໂລຫິດ ແລະຜູ້ພະຍາກອນ ໃນທີ່ສຸດພວກຢິວກໍໄດ້ບູລະນະເມືອງເຢຣຶຊາເລມແລະຟື້ນຟູວິຫານຂອງພະເຢໂຫວາ. ແຕ່ຈະມີສິ່ງໃດເກີດຂຶ້ນ ເມື່ອ 483 ປີສິ້ນສຸດລົງ?
—ຂໍ້ມູນມາຈາກດານຽນ.