ໃຜເປັນຜູ້ອອກແບບກ່ອນ?
ໃນຫວ່າງບໍ່ດົນມານີ້ ນັກວິທະຍາສາດ ແລະນັກວິສະວະກອນຍອມໃຫ້ພືດແລະສັດສອນເຂົາເຈົ້າ. (ໂຢບ 12:7, 8) ເຂົາເຈົ້າສຶກສາ ແລະຮຽນແບບລັກສະນະຂອງສິ່ງທີ່ມີຊີວິດຫລາຍຊະນິດ ສາຂາວິຊາໄບໂອມິເມຕິກ ເພື່ອສ້າງຜະລິດຕະພັນໃຫມ່ໆແລະປັບປຸງປະສິດທິພາບຂອງຜະລິດຕະພັນເກົ່າ. ຂະນະທີ່ທ່ານພິຈາລະນາຕົວຢ່າງຕໍ່ໄປນີ້ ລອງຖາມຕົວເອງວ່າ ‘ຜູ້ໃດສົມຄວນໄດ້ຮັບກຽດຍ້ອນການອອກແບບສິ່ງເຫລົ່ານີ້?’
ຖອດຖອນບົດຮຽນຈາກຄີປາວານ
ນັກອອກແບບຍານອາກາດຮຽນສິ່ງໃດຈາກປາວານຫລັງອານ? ເບິ່ງຄືວ່າໄດ້ບົດຮຽນຫລາຍແທ້. ປາວານຫລັງອານທີ່ໃຫຍ່ແລ້ວຈະມີນ້ຳຫນັກເຖິງ 3.000 ກິໂລກຣາມ ຫລືຫນັກເທົ່າກັບລົດບັນທຸກທີ່ບັນຈຸເຄື່ອງເຕັມຄັນລົດ ແລະໂຕປາວານນີ້ມີລຳໂຕແຂງ ມີຄີທີ່ຄ້າຍຄືປີກນົກໃຫຍ່. ສັດທີ່ມີລຳຕົວຍາວປະມານ 12 ແມັດນີ້ເຄື່ອນໄຫວໃນນ້ຳໄດ້ຄ່ອງແຄ່ວຢ່າງເປັນຕາອັດສະຈັນ.
ສິ່ງທີ່ເຮັດໃຫ້ນັກຄົ້ນຄວ້າງຶດກໍຄືວ່າ ສັດທີ່ມີລຳໂຕແຂງຈະຫັນລ້ຽວໃນວົງແຄບໄດ້ຢ່າງບໍ່ຫນ້າເຊື່ອໄດ້ແນວໃດ. ເຂົາເຈົ້າຄົ້ນພົບວ່າເຄັດລັບຢູ່ທີ່ຮູບຊົງຂອງຄີປາວານນັ້ນ. ຂອບດ້ານຫນ້າຂອງຄີບໍ່ກ້ຽງຄືປີກຍານອາກາດ ແຕ່ວ່າມີລັກສະນະຄ້າຍຄືແຂ້ວເລື່ອຍເປັນປຸ່ມນູນເປັນແຖວ.
ໃນຂະນະທີ່ປາວານເຄື່ອນໄຫວໃນນ້ຳຢ່າງຄ່ອງແຄ່ວແລະງ່າຍດາຍ ປຸ່ມເຫລົ່ານີ້ຈະເພີ່ມແຮງຍົກແລະຫລຸດແຮງຕ້ານ. ໂດຍວິທີໃດ? ວາລະສານແນເຈີຣານຫິດສະຕໍຣີ ອະທິບາຍວ່າປຸ່ມເຫລົ່ານັ້ນຊ່ວຍໃຫ້ນ້ຳໄຫລຜ່ານຄີໄວຂຶ້ນເປັນກະແສໄຫລວົນໄດ້ຢ່າງດີ ແມ່ນແຕ່ຕອນທີ່ປາວານລອຍຂຶ້ນສູ່ຫນ້ານ້ຳໃນທ່າທີ່ເປັນມຸມຊັນຫລາຍ.10
ໃຜເປັນເຈົ້າຂອງສິດຕິບັດໃນທຳມະຊາດ?
ການຄົ້ນພົບນີ້ໄດ້ປະໂຫຍດຫຍັງແດ່? ປີກຍານອາກາດທີ່ອອກແບບຕາມຄີຂອງປາວານນີ້ບໍ່ຈຳເປັນຕ້ອງມີແຜ່ນເສີມແຮງຫລືກົນຈັກຢ່າງອື່ນທີ່ຊ່ວຍຄວບຄຸມກະແສລົມ. ປີກເຮືອບິນນັ້ນຈະປອດໄພ ແລະເບິ່ງແຍງຮັກສາໄດ້ງ່າຍ. ຜູ້ຊ່ຽວຊານທາງດ້ານຊີວະກົນລະສາດທ່ານ ຈອນ ລອງ ເຊື່ອວ່າ “ອີກບໍ່ດົນເຮົາຈະເຫັນປີກເຮືອບິນໂດຍສານທຸກລຳມີປຸ່ມນູນຄືກັນກັບຄີປາວານຫລັງອານ.”11
ຮຽນແບບປີກນົກນາງນວນ
ແນ່ນອນປີກຂອງຍານອາກາດໄດ້ແບບມາຈາກປີກນົກຢູ່ແລ້ວ. ຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ນັກວິສະວະກອນໄດ້ຮຽນແບບໄດ້ໃກ້ຄຽງຫລາຍຂຶ້ນ. ມີລາຍງານຈາກວາລະສານ ນິວໄຊເອນຕິກ ວ່າ “ນັກຄົ້ນຄວ້າຈາກມະຫາວິທະຍາໄລຟໍຣີດາ ໄດ້ສ້າງຍານອາກາດຕົ້ນແບບນ້ອຍໆທີ່ໃຊ້ເຄື່ອງຄວບຄຸມ ມີຄວາມສາມາດຄືກັບນົກນາງນວນທີ່ສາມາດບິນຈຶ້ງໃນອາກາດ ເຈີດລົງແລະເຫີນຂຶ້ນໄດ້ຢ່າງວ່ອງໄວ.”12
ນົກນາງນວນບິນໂລດໂຜນໄປໃນອາກາດໄດ້ໂດຍງໍປີກບ່ອນຂໍ້ສອກແລະກົກໄຫລ່ຢ່າງຫນ້າອັດສະຈັນ. ວາລະສານນີ້ກ່າວວ່າ ໂດຍຮຽນແບບປີກທີ່ງໍໄດ້ “ເຮືອບິນຕົ້ນແບບ 24 ນິ້ວ ໃຊ້ຈັກນ້ອຍໆເພື່ອຄວບຄຸມກ້ານໂລຫະຫລາຍກ້ານເຊິ່ງເຮັດໃຫ້ປີກປັບທ່າໄດ້.” ປີກທີ່ອອກແບບມາຢ່າງດີເຮັດໃຫ້ມັນບິນຈຶ້ງ ແລະບິນຊັດລົງລະຫວ່າງຕຶກສູງໆໄດ້. ເຈົ້າຫນ້າທີ່ທະຫານລາງຄົນຕັ້ງໃຈຢາກພັດທະນາເຄື່ອງບິນທີ່ມີປະສິດທິພາບສູງນີ້ເພື່ອໃຊ້ໃນການຄົ້ນຫາອາວຸດເຄມີແລະອາວຸດຊີວະພາບໃນເມືອງໃຫຍ່ໆ.
ຮຽນແບບຈາກຂາຂອງນົກນາງນວນ
ເຖິງແມ່ນວ່າຈະຢືນຢູ່ເທິງນ້ຳກ້ອນ ນົກນາງນວນບໍ່ຫນາວຕາຍ. ເປັນໄປໄດ້ແນວໃດທີ່ນົກນີ້ຍັງຮັກສາຄວາມອົບອຸ່ນໃນຮ່າງກາຍຂອງມັນໄວ້ໄດ້? ເຄັດລັບຢ່າງຫນຶ່ງແມ່ນຢູ່ທີ່ລັກສະນະການອອກແບບທີ່ເປັນຕາງຶດ ເຊິ່ງພົບໃນສັດຫລາຍຊະນິດທີ່ຢູ່ໃນເຂດຫນາວ. ການອອກແບບນີ້ເອີ້ນວ່າ ລະບົບແລກປ່ຽນຄວາມຮ້ອນແບບສວນທາງ.
ການຖ່າຍແທຄວາມຮ້ອນຊ່ວຍຮັກສາຄວາມອົບອຸ່ນໄວ້ໃນຕົວນົກ
ລະບົບແລກປ່ຽນຄວາມຮ້ອນແບບສວນທາງແມ່ນຫຍັງ? ເພື່ອໃຫ້ເຂົ້າໃຈລອງນຶກເຖິງພາບວ່າ ມີທໍ່ນ້ຳສອງທໍ່ທີ່ມັດຕິດຂະຫນານກັນ ທໍ່ຫນຶ່ງເປັນທໍ່ນ້ຳຮ້ອນອີກທໍ່ຫນຶ່ງເປັນນ້ຳເຢັນ ຖ້າຫາກນ້ຳຮ້ອນແລະນ້ຳເຢັນໄຫລໄປໃນທາງດຽວກັນ ເຄິ່ງຫນຶ່ງຂອງຄວາມຮ້ອນຈາກນ້ຳຮ້ອນຈະໄຫລໄປຫານ້ຳເຢັນ. ຢ່າງໃດກໍຕາມ ຖ້ານ້ຳຮ້ອນແລະນ້ຳເຢັນໄຫລສວນທາງກັນຄວາມຮ້ອນເກືອບທັງຫມົດ ຈະຖ່າຍເທໄປໃສ່ທໍ່ນ້ຳເຢັນ.
ເມື່ອນົກນາງນວນຢືນຢູ່ເທິງນ້ຳກ້ອນລະບົບແລກປ່ຽນຄວາມຮ້ອນໃນຂາຂອງມັນຈະເຮັດໃຫ້ເລືອດທີ່ຢູ່ຂາທີ່ໄຫລຈາກຕີນນັ້ນອຸ່ນຂຶ້ນ. ລະບົບແລກປ່ຽນຄວາມຮ້ອນນີ້ຮັກສາຄວາມອົບອຸ່ນຢູ່ໃນໂຕນົກໄວ້ ແລະປ້ອງກັນບໍ່ໃຫ້ຕີນເສຍຄວາມອົບອຸ່ນ. ນັກວິສະວະກອນການບິນແລະກົນຈັກ ອາເທີ ພີ. ຟາດ ພັນລະນາເຖິງການອອກແບບນີ້ວ່າ “ເປັນລະບົບແລກປ່ຽນຄວາມຮ້ອນທີ່ມີປະສິດທິພາບທີ່ສຸດໃນໂລກແນວຫນຶ່ງ.”13 ການອອກແບບນີ້ດີເລີດຈົນນັກວິສະວະກອນພາກັນລອກແບບເອົາລະບົບນີ້.
ໃຜສົມຄວນໄດ້ຮັບກຽດ?
ລົດຕົ້ນແບບຄົນໜຶ່ງໄດ້ກ່ອນເອົາແບບຈາກປາເປົ້າສີ່ລ່ຽມທີ່ມີຄວາມຕ້ານທານຕ່ຳຢ່າງຄາດບໍ່ເຖິງແລະມີຄວາມຄົງທີ່
ໃນຂະນະດຽວກັນອົງການບໍລິຫານການບິນແລະອະວະກາດຂອງສະຫະລັດອາເມລິກາກຳລັງພັດທະນາຫຸ່ນຍົນທີ່ມີຫລາຍຂາ ຍ່າງຄືແມງເງົາ ແລະນັກວິສະວະກອນໃນປະເທດແຟນລັງໄດ້ພັດທະນາລົດໄຖທີ່ມີຫົກຂາຂຶ້ນມາເຊິ່ງສາມາດປີນຂ້າມສິ່ງກີດຂວາງຄືກັບແມງໄມ້ຍັກ. ນັກຄົ້ນຄວ້າຄົນອື່ນໄດ້ອອກແບບເນື້ອຜ້າທີ່ມີລັກສະນະເປັນກີບນ້ອຍໆຫລາຍກີບທີ່ເປີດແລະປິດໄດ້ໂດຍຮຽນແບບຫມາກແປກທີ່ອ້າແລະຫຸບກີບ. ເນື້ອຜ້າແບບນີ້ສາມາດປັບຕົວຕາມອຸນຫະພູມຂອງຮ່າງກາຍຂອງຜູ້ທີ່ສວມໃສ່. ບໍລິສັດຫນຶ່ງທີ່ຜະລິດລົດ ສ້າງລົດໂດຍຮຽນແບບຮູບຊົງຂອງປາເປົ້າສີ່ລ່ຽມທີ່ມີແຮງຕ້ານທານຕ່ຳຢ່າງຄາດບໍ່ເຖິງ ແລະນັກຄົ້ນຄວ້າຄົນອື່ນກຳລັງສຶກສາຄຸນສົມບັດໃນການກັນສະເທືອນຂອງເປືອກຫອຍອາບາລອນໂດຍຕັ້ງໃຈຈະຜະລິດເສື້ອເກາະທີ່ເບົາແລະມີປະສິດທິພາບເພື່ອກັນລູກປືນ.
ລະບົບໄດ້ທິດທາງດ້ວຍຄື້ນສຽງຂອງປາຂ່າເໜືອກວ່າການກ່າຍແບບຂອງມະນຸດ
ມີຄວາມຄິດດີໆຫລາຍອີ່ຫລີທີ່ໄດ້ມາຈາກທຳມະຊາດ ຈົນວ່ານັກຄົ້ນຄວ້າໄດ້ເຮັດຖານຂໍ້ມູນຂຶ້ນທີ່ລວບລວມເອົາຫລາຍພັນລະບົບທາງຊີວະວິທະຍານີ້ໄວ້ໃຫ້ເປັນສະຫມຸດລາຍການ. ວາລະສານເຕີອີໂກໂນມິກ ບອກວ່າ ນັກວິທະຍາສາດສາມາດຄົ້ນຖານຂໍ້ມູນນີ້ເພື່ອພົບ “ສິ່ງໃນທຳມະຊາດທີ່ສາມາດແກ້ໄຂຂອດໃນການອອກແບບ.” ລະບົບຕ່າງໆໃນທຳມະຊາດທີ່ເກັບໄວ້ໃນຖານຂໍ້ມູນດັ່ງກ່າວຈຶ່ງເອີ້ນກັນວ່າ ສິດທິບັດດ້ານຊີວະສາດ. ໂດຍປົກກະຕິແລ້ວ ຈະເປັນບຸກຄົນຫລືບໍລິສັດທີ່ຈົດທະບຽນແນວຄິດໃຫມ່ຫລືເຄື່ອງຈັກໃຫມ່ຢ່າງຖືກຕ້ອງຕາມກົດຫມາຍ. ເມື່ອເວົ້າເຖິງຖານຂໍ້ມູນສິດທິບັດດ້ານຊີວະສາດນີ້ ວາລະສານເຕີອີໂກໂນມິກ ບອກວ່າ “ໂດຍເອີ້ນການອອກແບບຫລືແນວຄິດໃຫມ່ທີ່ນັກປະດິດດ້ານສາຂາວິຊາໄບໂອມິເມຕິກນັ້ນວ່າເປັນ ‘ສິດທິບັດດ້ານຊີວະສາດ’ ພວກນັກຄົ້ນຄວ້າກຳລັງເນັ້ນວ່າທຳມະຊາດເປັນເຈົ້າຂອງສິດທິບັດເຫລົ່ານັ້ນ.”14
ນັກວິທະຍາສດກຳລັງຄົ້ນຄວ້າຄຸນສົມບັດໃນການກັນສະເທືອນຂອງເປືອກຫອຍອາບາລອນ
ທຳມະຊາດໄດ້ຄວາມຄິດທີ່ສະຫລາດເຫລົ່ານີ້ມາໄດ້ແນວໃດ? ນັກຄົ້ນຄວ້າຫລາຍຄົນມັກຈະບອກວ່າການອອກແບບທີ່ລ້ຳເລີດປານນີ້ທີ່ເຫັນໃນທຳມະຊາດເປັນຜົນຈາກວິວັດທະນາການທີ່ໄດ້ລອງຜິດລອງຖືກມາເປັນເວລາຫລາຍລ້ານປີ. ແຕ່ນັກຄົ້ນຄວ້າອີກກຸ່ມຫນຶ່ງໃຫ້ຂໍ້ສະຫລຸບທີ່ຕ່າງກັນ ນັກຈຸນລະວິທະຍາຊື່ ໄມເກີນ ເຈ. ບີຮີ ໄດ້ຂຽນລົງໃນເດີນິວຢອກທາມ ວັນທີ 7 ເດືອນກຸມພາ ປີ 2005 ວ່າ “ການອອກແບບທີ່ປາກົດຊັດເຈນ [ໃນທຳມະຊາດ] ໃຫ້ເຫດຜົນທີ່ເຮົາປະຕິເສດຍາກ ຖ້າສິ່ງນັ້ນເບິ່ງຄືເປັດ ຍ່າງຄືເປັດ ແລະຮ້ອງຄືເປັດ ແລະຍັງບໍ່ມີຫລັກຖານທີ່ເຊື່ອໄດ້ວ່າເປັນແນວອື່ນ ເຮົາກໍມີເຫດຜົນທີ່ຈະລົງຄວາມເຫັນວ່າມັນແມ່ນໂຕເປັດ.” ລາວໃຫ້ຄວາມຄິດເຫັນແນວໃດ? “ຢ່າປະຕິເສດວ່າບໍ່ມີການອອກແບບພຽງເພາະເຫັນຈົນລຶ້ງຕາແລ້ວ.”15
ກັບແກ້ສາມາດເກາະພື້ນຜິວທີ່ກ້ຽງທີ່ສຸດໄດ້ໂດຍໃຊ້ແຮງດຶງດູດຂອງໂມເລກຸນ
ແນ່ນອນວິສະວະກອນທີ່ອອກແບບປີກຍານອາກາດທີ່ປອດໄພກວ່າແລະມີປະສິດທິພາບກວ່າສົມຄວນຈະໄດ້ຮັບກຽດຍ້ອນສິ່ງທີ່ລາວອອກແບບ. ເຊັ່ນດຽວກັນ ນັກປະດິດຄິດຄົ້ນເສື້ອຜ້າທີ່ສວມໃສ່ສະບາຍ ຫລືຜູ້ອອກແບບຍານຍົນທີ່ມີປະສິດທິພາບຫລາຍຂຶ້ນກໍຄວນຈະໄດ້ຮັບກຽດ. ທີ່ຈິງ ຜູ້ທີ່ກ່າຍເອົາແບບສິ່ງປະດິດຂອງຄົນອື່ນແລະບໍ່ຍອມຮັບແລະບໍ່ໃຫ້ກຽດຜູ້ອອກແບບນັ້ນ ອາດຈະຖືວ່າຜູ້ນັ້ນເປັນອາຊະຍາກອນ.
ລອງມາພິຈາລະນາຂໍ້ມູນຄວາມຈິງເຫລົ່ານີ້ເບິ່ງ ພວກນັກຄົ້ນຄວ້າທີ່ໄດ້ຮັບການຝຶກຢ່າງດີພຽງແຕ່ຮຽນແບບລະບົບໃນທຳມະຊາດຢ່າງແປະໆບາງໆເພື່ອແກ້ໄຂບັນຫາຫຍຸ້ງຍາກທາງວິສະວະກຳສາດ. ແຕ່ບາງຄົນຈະຖືວ່າສະຕິປັນຍາໃນການອອກແບບຫົວຄິດຕົ້ນສະບັບນັ້ນແມ່ນມາຈາກວິວັດທະນາການທີ່ບໍ່ມີປັນຍາ. ທ່ານຄິດວ່ານັ້ນສົມເຫດສົມຜົນບໍ? ຖ້າການກ່າຍແບບມາຍັງຕ້ອງມີຜູ້ອອກແບບທີ່ມີສະຕິປັນຍາ ແລ້ວຈະວ່າແນວໃດກ່ຽວກັບຕົ້ນສະບັບຂອງມັນ? ແທ້ຈິງແລ້ວ ໃຜສົມຄວນຈະໄດ້ຮັບກຽດຫລາຍກວ່າກັນລະຫວ່າງນັກວິສະວະກອນຫລືຜູ້ຝຶກງານທີ່ກ່າຍແບບຜົນງານຂອງນັກວິສະວະກອນ?
ຂໍ້ສະຫລຸບທີ່ສົມເຫດສົມຜົນ
ຫລັງຈາກທົບທວນຫລັກຖານການອອກແບບໃນທຳມະຊາດ ຫລາຍຄົນເຫັນພ້ອມກັນກັບຄວາມຄິດຂອງທ່ານໂປໂລ ຜູ້ຫນຶ່ງທີ່ຂຽນຄຳພີໄບເບິນກ່າວວ່າ: “ອາການຂອງພະເຈົ້າທີ່ຕາເຫັນບໍ່ໄດ້ນັ້ນກໍປາກົດໃຫ້ເຂົ້າໃຈໃນສັບພະທຸກສິ່ງທີ່ພະອົງໄດ້ສ້າງຕັ້ງແຕ່ແຮກສ້າງໂລກ ຄືວ່າລິດເດດອັນຕະຫລອດເປັນນິດແລະຄວາມພະຂອງພະອົງ ເພື່ອເຂົາຈະບໍ່ມີຄວາມແກ້ຕົວໄດ້.”—ໂລມ 1:19, 20.