ບົດທີ 11
ຂ້ອຍຈະໃສ່ເຄື່ອງນຸ່ງແບບໃດ?
ນາງເຮເຕີກຳລັງຍ່າງອອກປະຕູ ແລະພໍ່ແມ່ບໍ່ຢາກເຊື່ອໃນສິ່ງທີ່ພວກຕົນເຫັນ.
ຜູ້ເປັນພໍ່ເວົ້າໂປ້ງອອກມາວ່າ: “ລູກຊິໃສ່ຊຸດນັ້ນຫວະ?”
ເຮເຕີຕອບດ້ວຍຄວາມແປກໃຈວ່າ: “ເປັນຫຍັງບໍລະ? ລູກຈະໄປເລາະຮ້ານຄ້າກັບໝູ່.”
ຜູ້ເປັນແມ່ບອກວ່າ: “ຊຸດນັ້ນບໍ່ເໝາະໄດ໋!”
ເຮເຕີຈົ່ມວ່າ: “ແມ່ ເດັກນ້ອຍພາກັນໃສ່ໝົດບ້ານໝົດເມືອງ . . . ແລະອີກຢ່າງໜຶ່ງ ການນຸ່ງແນວນີ້ບອກຄວາມເປັນຕົວຕົນຂອງລູກໄດ໋.”
ພໍ່ຮ້ອງຕອບຄືນວ່າ: “ພໍ່ກັບແມ່ບໍ່ມັກໃນສິ່ງທີ່ເຄື່ອງນຸ່ງກຳລັງບົ່ງບອກ. ລູກຂຶ້ນໄປປ່ຽນເຄື່ອງນຸ່ງດຽວນີ້ ຄັນບໍ່ຊັ້ນກໍບໍ່ຕ້ອງອອກໄປໃສເລີຍ!”
ຄວາມຂັດແຍ່ງໃນເລື່ອງເຄື່ອງນຸ່ງບໍ່ແມ່ນເລື່ອງໃໝ່. ຕອນທີ່ພໍ່ແມ່ອາຍຸສ່ຳເຈົ້າພວກເພິ່ນອາດເຄີຍຂັດແຍ່ງກັບພໍ່ແມ່ຄືກັນ. ແລະໃນສະໄໝນັ້ນ ພໍ່ແມ່ອາດຮູ້ສຶກແບບດຽວກັບເຈົ້າໃນຕອນນີ້! ແຕ່ຕອນນີ້ພວກເພິ່ນປ່ຽນແລ້ວ ແລະປະເດັນເລື່ອງເຄື່ອງນຸ່ງທີ່ເຈົ້າຈະໃສ່ກໍອາດກໍ່ໃຫ້ເກີດການຂັດແຍ່ງກັນເປັນບາງຄັ້ງຄາວ.
ເຈົ້າເວົ້າວ່າ: ມັນໃສ່ສະບາຍ.
ພໍ່ແມ່ເວົ້າວ່າ: ມັນບໍ່ສຸພາບ.
ເຈົ້າເວົ້າວ່າ: ມັນເປັນຕາຮັກ!
ພໍ່ແມ່ເວົ້າວ່າ: ມັນຍົວະເຍົ້າໂພດ.
ເຈົ້າເວົ້າວ່າ: ມັນຫລຸດເຫຼືອເຄິ່ງລາຄາ.
ພໍ່ແມ່ເວົ້າວ່າ: ມັນກໍຄວນຈະເຄິ່ງລາຄາ . . . ເພາະວ່າມັນເຫຼືອແຕ່ເຄິ່ງດຽວ!
ມີວິທີຍຸດຕິຄວາມຂັດແຍ່ງນີ້ບໍ? ມີແທ້! ນາງເມແກນອາຍຸ 23 ປີໄດ້ຮຽນຮູ້ເຄັດລັບ. ລາວບອກວ່າ: “ບໍ່ຈຳເປັນຕ້ອງຖຽງກັນ. ແຕ່ລະຝ່າຍສາມາດເຫັນດີນຳກັນໄດ້.” ເຫັນດີນຳກັນບໍ? ນີ້ໝາຍຄວາມວ່າເຈົ້າຕ້ອງແຕ່ງຕົວຄືກັບຄົນອາຍຸ 40 ປີບໍ? ບໍ່ໄດ້ໝາຍຄວາມວ່າແນວນັ້ນ! ການເຫັນດີນຳກັນໝາຍເຖິງການທີ່ເຈົ້າກັບພໍ່ແມ່ປຶກສາຫາລືກັນກ່ຽວກັບເລື່ອງຄວາມເຫັນທີ່ແຕກຕ່າງ ແລະຊ່ວຍກັນຄິດຫາທາງອອກທີ່ພໍ່ແມ່ກັບ ເຈົ້າສາມາດເຫັນດີນຳກັນ. ເລື່ອງນີ້ມີຜົນດີແນວໃດ?
1. ເຈົ້າຈະເບິ່ງງາມທີ່ສຸດ ແມ່ນແຕ່ໃນສາຍຕາຂອງໝູ່ເພື່ອນ.
2. ພໍ່ແມ່ຈະຕຳໜິໜ້ອຍລົງໃນເລື່ອງເຄື່ອງນຸ່ງທີ່ເຈົ້າໃສ່.
3. ຫຼັງຈາກເຫັນວ່າເຈົ້າສະແດງຄວາມຮັບຜິດຊອບຢ່າງດີໃນເລື່ອງນີ້ ພໍ່ແມ່ອາດໃຫ້ເຈົ້າມີອິດສະຫຼະຫຼາຍຂຶ້ນ.
ດັ່ງນັ້ນ ໃຫ້ເຮົາເລີ່ມຕົ້ນເທາະ. ໃຫ້ຄິດເຖິງເຄື່ອງນຸ່ງທີ່ເຈົ້າຢາກໄດ້ແຮງເຊິ່ງເຈົ້າໄດ້ເຫັນຢູ່ຮ້ານຫຼືຢູ່ຕະຫຼາດ. ສິ່ງທຳອິດທີ່ເຈົ້າຕ້ອງເຮັດຄື . . .
ຄິດເຖິງຫຼັກການໃນຄຳພີໄບເບິນ
ເປັນຕາໜ້າແປກໃຈ ພະຄຳພີໄບເບິນເກືອບບໍ່ໄດ້ກ່າວເຖິງເລື່ອງເຄື່ອງນຸ່ງຊ້ຳ. ທີ່ຈິງ ຂໍ້ເຕືອນໃຈທຸກຂໍ້ຈາກພະຄຳພີທີ່ກ່າວເຖິງເລື່ອງນີ້ໂດຍກົງມີໜ້ອຍຈົນເຈົ້າສາມາດອ່ານອອກສຽງໄດ້ພາຍໃນບໍ່ເທົ່າໃດນາທີ! ແຕ່ໃນໄລຍະເວລາບໍ່ເທົ່າໃດນາທີນັ້ນ ເຈົ້າຈະພົບຄຳແນະນຳທີ່ມີຄ່າແລະໜັກແໜ້ນ. ຕົວຢ່າງເຊັ່ນ
• ຄຳພີໄບເບິນແນະນຳຜູ້ຍິງໃຫ້ແຕ່ງຕົວ ‘ດ້ວຍເຄື່ອງນຸ່ງທີ່ສຸພາບ . . . ແລະມີສະຕິ.’a—1 ຕີໂມເຕ 2:9, 10.
ຄຳວ່າ “ສຸພາບ” ອາດເຮັດໃຫ້ເຈົ້າກັງວົນ. ເຈົ້າອາດສົງໄສວ່າ: ‘ຂ້ອຍຕ້ອງແຕ່ງຕົວແບບຫຼ້າສະໄໝບໍ?’ ບໍ່ແມ່ນແນວນັ້ນ! ໃນແວດບົດນີ້ ຄວາມສຸພາບໝາຍເຖິງວ່າເຄື່ອງນຸ່ງຂອງເຈົ້າຈະສະແດງເຖິງຄວາມນັບຖືຕົວເອງແລະການຄຳນຶງເຖິງຄວາມຮູ້ສຶກຂອງຄົນອື່ນ. (2 ໂກລິນໂທ 6:3) ມີເຄື່ອງນຸ່ງຫຼາຍຮູບແບບທີ່ກົງກັບຄຸນລັກສະນະດັ່ງກ່າວ. ນາງເດນນຽວອາຍຸ 23 ປີເວົ້າວ່າ: “ມັນອາດບໍ່ງ່າຍ ແຕ່ເຈົ້າກໍສາມາດ ແຕ່ງຕົວທັນສະໄໝໄດ້ໂດຍບໍ່ຕ້ອງໃສ່ເຄື່ອງນຸ່ງຕາມຄວາມນິຍົມຫຼາຍເກີນໄປ.”
• ຄຳພີໄບເບິນກ່າວວ່າໃນເລື່ອງການແຕ່ງຕົວ ເຮົາຄວນເນັ້ນ “ຕົວຕົນທີ່ຢູ່ໃນໃຈ.”—1 ເປໂຕ 3:4, ລ.ມ.
ການແຕ່ງຕົວທີ່ບໍ່ສຸພາບອາດເຮັດໃຫ້ຄົນອື່ນຫຼຽວມາເບິ່ງບຶດໜຶ່ງ ແຕ່ໃນໄລຍະຍາວ ຄວາມງາມພາຍໃນຈະໄດ້ຮັບຄວາມນັບຖືຈາກທັງຜູ້ໃຫຍ່ແລະຄົນຮຸ່ນດຽວກັນ. ຄົນຮຸ່ນດຽວກັນບໍ? ແມ່ນແລ້ວ ແມ່ນແຕ່ເຂົາເຈົ້າ ເອງກໍອາດຈະເຫັນການແຕ່ງຕົວຕາມຄວາມນິຍົມຫຼາຍເກີນໄປເປັນເລື່ອງໂງ່ກໍໄດ້. ນາງບິທານີອາຍຸ 16 ປີເວົ້າວ່າ: “ເປັນຕາໜ່າຍແທ້ໆທີ່ເຫັນຜູ້ຍິງດຶງດູດຜູ້ຊາຍດ້ວຍເຄື່ອງນຸ່ງທີ່ເຂົາເຈົ້າໃສ່!” ນາງເຄກໍເຫັນດີນຳ. ເມື່ອພັນລະນາເຖິງໝູ່ເກົ່າຄົນໜຶ່ງລາວເວົ້າວ່າ: “ບໍ່ວ່າລາວຈະໃສ່ເຄື່ອງນຸ່ງໂຕໃດກໍຕາມ ເບິ່ງຄືວ່າມີຂໍ້ຄວາມຕິດໄວ້ທຸກບ່ອນວ່າ ‘ເບິ່ງຂ້ອຍແມ.’ ລາວຢາກໃຫ້ພວກຜູ້ບ່າວສົນໃຈ ແລະຈຶ່ງໃສ່ເຄື່ອງນຸ່ງທີ່ເດັ່ນສະດຸດຕາທີ່ສຸດເທົ່າທີ່ຈະຫາໄດ້.”
ຟັງຄວາມຄິດເຫັນຂອງພໍ່ແມ່
ການເອົາເຄື່ອງນຸ່ງທີ່ບໍ່ສຸພາບໃສ່ກະເປົ໋າແລ້ວໄປປ່ຽນຢູ່ໂຮງຮຽນບໍ່ແມ່ນ ການກະທຳທີ່ຖືກຕ້ອງ. ເຈົ້າຈະໄດ້ຮັບຄວາມໄວ້ວາງໃຈຈາກພໍ່ແມ່ຫຼາຍຂຶ້ນຖ້າເຈົ້າສັດຊື່ແລະເປີດເຜີຍກັບພວກເພິ່ນ ແມ່ນແຕ່ໃນເລື່ອງທີ່ເຈົ້າຄິດວ່າພວກເພິ່ນບໍ່ມີ ທາງທີ່ຈະຮູ້ໄດ້. ທີ່ຈິງ ເປັນເລື່ອງທີ່ດີທີ່ເຈົ້າຈະຖາມຄວາມຄິດເຫັນຂອງພໍ່ແມ່ເມື່ອເຈົ້າຄິດທີ່ຈະຊື້ເຄື່ອງນຸ່ງຈັກໂຕໜຶ່ງ. (ສຸພາສິດ 15:22) ໃຫ້ໃຊ້ “ແບບສອບຖາມຄວາມເຫັນເລື່ອງການເລືອກເຄື່ອງນຸ່ງ” ໃນໜ້າ 82 ແລະ 83.
ແຕ່ເປັນຫຍັງຈຶ່ງຢາກຖາມຄວາມຄິດເຫັນຂອງພໍ່ແມ່? ເປັນໜ້າທີ່ຂອງພໍ່ແມ່ບໍ່ແມ່ນບໍທີ່ຈະຫ້າມ ເຈົ້າໃສ່ເຄື່ອງນຸ່ງຕາມຄວາມນິຍົມ? ບໍ່ແມ່ນ. ແມ່ນຢູ່ ທັດສະນະຂອງພໍ່ແມ່ອາດແຕກຕ່າງຈາກທັດສະນະຂອງເຈົ້າ ແຕ່ບາງຄັ້ງນັ້ນກໍເປັນປະໂຫຍດຕໍ່ເຈົ້າ. ນາງນາຕາລີນອາຍຸ 17 ປີເວົ້າວ່າ: “ຂ້ອຍຮູ້ຄ່າທີ່ພໍ່ແມ່ໃຫ້ຄຳແນະນຳ ເພາະຂ້ອຍບໍ່ຕ້ອງການຍ່າງອອກຈາກເຮືອນໃນເຄື່ອງນຸ່ງທີ່ເຮັດໃຫ້ເປັນຕາອາຍຫຼືຖືກຄົນອື່ນເວົ້າໃນທາງທີ່ບໍ່ດີເນື່ອງຈາກເຄື່ອງນຸ່ງແລະການແຕ່ງຕົວ.”
ນອກຈາກນັ້ນ ຈົ່ງຍອມຮັບຄວາມຈິງທີ່ວ່າຕາບໃດທີ່ເຈົ້າຍັງຕ້ອງອາໄສພໍ່ແມ່ ເຈົ້າກໍຢູ່ໃຕ້ສິດອຳນາດຂອງພວກເພິ່ນ. (ໂກໂລດ 3:20) ເຖິງຢ່າງນັ້ນ ເມື່ອເຈົ້າເຂົ້າໃຈທັດສະນະຂອງພໍ່ແມ່ ແລະພວກເພິ່ນເຂົ້າໃຈທັດສະນະຂອງເຈົ້າ ເຈົ້າກໍອາດປະຫຼາດໃຈທີ່ເຈົ້າສາມາດເຫັນດີນຳກັນໄດ້ຫຼາຍເທື່ອ. ຜົນກໍຄື ຄວາມຂັດແຍ່ງໃນເລື່ອງເຄື່ອງນຸ່ງກໍອາດຍຸດຕິລົງ!
ຂໍ້ແນະນຳເລື່ອງການແຕ່ງຕົວ ເມື່ອລອງເຄື່ອງນຸ່ງ ຢ່າເບິ່ງພຽງແຕ່ສິ່ງທີ່ເຫັນໃນກະຈົກເທົ່ານັ້ນ. ເຄື່ອງນຸ່ງທີ່ເບິ່ງຄືວ່າສຸພາບອາດເບິ່ງບໍ່ສຸພາບເມື່ອເຈົ້ານັ່ງຫຼືກົ້ມລົງເພື່ອຈັບເອົາບາງສິ່ງບາງຢ່າງ. ຖ້າເປັນໄປໄດ້ ໃຫ້ຂໍຄວາມຄິດເຫັນຈາກພໍ່ແມ່ຫຼືໝູ່ທີ່ອາວຸໂສ.
ເຈົ້າເອງເປັນສັດຕູຕົວຊົ່ວຮ້າຍທີ່ສຸດຂອງຕົນເອງບໍ? ເຈົ້າຈະເຮັດຫຍັງໄດ້ແດ່ຖ້າບໍ່ມັກຕົວເອງ?
[ຂໍ້ຄວາມໄຂເງື່ອນ]
a ໃນນັ້ນຄຳພີໄບເບິນແນະນຳຜູ້ຍິງໂດຍກົງ ແຕ່ຫຼັກການນີ້ໃຊ້ໄດ້ກັບທັງຜູ້ຊາຍແລະຜູ້ຍິງ.
ຂໍ້ພະຄຳພີຫຼັກ
“ຢ່າໃຫ້ການປະດັບຕົວຂອງທ່ານທັງຫຼາຍເປັນການປະດັບພາຍນອກ . . . ແຕ່ໃຫ້ປະດັບດ້ວຍຕົວຕົນທີ່ຢູ່ໃນໃຈ.”—1 ເປໂຕ 3:3, 4, ລ.ມ.
ຄຳແນະນຳ
ຢ່າໃສ່ເຄື່ອງນຸ່ງທີ່ປຸກເຮົ້າຄວາມຮູ້ສຶກທາງເພດ. ເຄື່ອງນຸ່ງແບບນັ້ນເຮັດໃຫ້ເຈົ້າເບິ່ງຄືເປັນຄົນທີ່ໝົດຫວັງແລະຄິດເຖິງແຕ່ຕົວເອງ.
ເຈົ້າຮູ້ບໍ . . .?
ຄວາມປະທັບໃຈທຳອິດທີ່ຄົນອື່ນມີຕໍ່ເຈົ້າຫຼາຍຄັ້ງຂຶ້ນກັບສິ່ງທີ່ເຈົ້າກຳລັງນຸ່ງ.
ແຜນພາກປະຕິບັດ!
ສະມາຊິກຄອບຄົວຫຼືໝູ່ທີ່ອາວຸໂສເຊິ່ງຂ້ອຍສາມາດປຶກສານຳໄດ້ກ່ຽວກັບເຄື່ອງນຸ່ງທີ່ຂ້ອຍຢາກຊື້ແມ່ນ ․․․․․
ເມື່ອຊື້ເຄື່ອງນຸ່ງເທື່ອໜ້າ ຂ້ອຍຈະພິຈາລະນາປັດໄຈຕ່າງໆຕໍ່ໄປນີ້ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງພໍ່ແມ່ແລະລູກທີ່ເປັນໄວຮຸ່ນຈຶ່ງມັກຂັດແຍ່ງກັນໃນເລື່ອງເຄື່ອງນຸ່ງ?
• ເຈົ້າຈະໄດ້ທັກສະອັນໃດໃນການເວົ້າລົມກັບພໍ່ແມ່ໃນເລື່ອງເຄື່ອງນຸ່ງ?
[ຈຸດເດັ່ນໜ້າ 81]
“ເມື່ອຂ້ອຍເຫັນພວກຍິງສາວພາກັນໃສ່ເຄື່ອງນຸ່ງທີ່ຍົວະເຍົ້າ ຂ້ອຍເສຍຄວາມນັບຖືຕໍ່ເຂົາເຈົ້າ. ໃນອີກດ້ານໜຶ່ງ ເມື່ອຂ້ອຍເຫັນຄົນໃສ່ເຄື່ອງນຸ່ງທີ່ງາມແຕ່ຮຽບຮ້ອຍ ຂ້ອຍຄິດໃນໃຈວ່າ ‘ຂ້ອຍຢາກໃຫ້ຄົນອື່ນເບິ່ງຂ້ອຍແບບນີ້ແຫຼະ.”’—ນາງ ນາຕາລີນ
[ກອບ/ຮູບພາບໜ້າ 82, 83]
ແບບສອບຖາມ
ແບບສອບຖາມຄວາມເຫັນເລື່ອງການເລືອກເຄື່ອງນຸ່ງ
ຄຳແນະນຳ ໃຫ້ອັດສຳເນົາໜ້ານີ້. ຂໍໃຫ້ພໍ່ແມ່ຂຽນຕື່ມໃສ່ແບບສອບຖາມຄວາມເຫັນໃນປ່ອງເບື້ອງຂວາ ສ່ວນເຈົ້າໃຫ້ຂຽນຕື່ມໃສ່ແບບສອບຖາມໃນປ່ອງເບື້ອງຊ້າຍ. ຈາກນັ້ນ ແລກປ່ຽນເຈ້ຍກັບພໍ່ແມ່ ແລະໃຫ້ເວົ້າລົມກັນກ່ຽວກັບຄຳຕອບຂອງເຈົ້າ. ມີສິ່ງໃດທີ່ຄາດບໍ່ເຖິງບໍ? ແຕ່ລະຝ່າຍຮຽນຮູ້ຫຍັງກ່ຽວກັບທັດສະນະຂອງອີກຝ່າຍໜຶ່ງທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ?
ສ່ວນຂອງເຈົ້າ ໃຫ້ຄິດເຖິງເຄື່ອງນຸ່ງຊຸດໜຶ່ງທີ່ເຈົ້າຕ້ອງການຈະໃສ່ຫຼືຊື້.
ເປັນຫຍັງເຈົ້າຈຶ່ງມັກຊຸດນີ້? ໃສ່ຕົວເລກຕາມລຳດັບທີ່ເຈົ້າຄິດວ່າສຳຄັນ.
․․․․․ ມີຍີ່ຫໍ້
․․․․․ ດຶງດູດໃຈເພດກົງກັນຂ້າມ
․․․․․ ໝູ່ເພື່ອນຍອມຮັບ
․․․․․ ໃສ່ສະບາຍ
․․․․․ ລາຄາ
․․․․․ ອື່ນໆ ․․․․․
ເມື່ອເຫັນຊຸດນີ້ ພໍ່ແມ່ຄົງຈະຮູ້ສຶກ
◻ “ຢ່າຊື້ເດັດຂາດ!”
◻ “ອາດຊື້ຫຼືໃສ່ໄດ້.”
◻ “ບໍ່ມີບັນຫາ.”
ຖ້າພໍ່ແມ່ບໍ່ມັກ ສິ່ງໃດອາດເປັນສາເຫດ
◻ “ມັນຍົວະເຍົ້າຫຼາຍໂພດ.”
◻ “ມັນຫຼົມຕ່າມຍ່າມໂພດ.”
◻ “ມັນທັນສະໄໝໂພດ.”
◻ “ມັນເຮັດໃຫ້ເຮົາທີ່ເປັນພໍ່ແມ່ຂາຍໜ້າ.”
◻ “ມັນແພງໂພດ.”
◻ ອື່ນໆ ․․․․․
ເຮົາສາມາດປຶກສາຫາລືກັນ ໃນເລື່ອງນີ້ໄດ້ບໍ?
ຂ້ອຍຄິດວ່າທັດສະນະຂອງພໍ່ແມ່ຈະເປັນປະໂຫຍດແນວໃດ?
․․․․․
ມີຫຍັງທີ່ເຮັດໄດ້ເພື່ອດັດແປງເຄື່ອງນຸ່ງຊຸດນີ້ໃຫ້ເປັນທີ່ຍອມຮັບໄດ້?
․․․․․
ສ່ວນຂອງພໍ່ແມ່ ຄິດເຖິງເຄື່ອງນຸ່ງຊຸດໜຶ່ງທີ່ລູກໄວຮຸ່ນຂອງເຈົ້າຕ້ອງການຈະໃສ່ຫຼືຊື້.
ເຈົ້າຄິດວ່າ ເປັນຫຍັງລູກຂອງເຈົ້າມັກຊຸດນີ້? ໃສ່ຕົວເລກຕາມລຳດັບທີ່ເຈົ້າຄິດວ່າເປັນປັດໄຈສຳຄັນທີ່ເຮັດໃຫ້ລູກເລືອກຊື້ເຄື່ອງນຸ່ງນີ້.
․․․․․ ມີຍີ່ຫໍ້
․․․․․ ດຶງດູດໃຈເພດກົງກັນຂ້າມ
․․․․․ ໝູ່ເພື່ອນຍອມຮັບ
․․․․․ ໃສ່ສະບາຍ
․․․․․ ລາຄາ
․․․․․ ອື່ນໆ ․․․․․
ເມື່ອເຫັນເຄື່ອງນຸ່ງຊຸດນີ້ປະຕິກິລິຍາຂອງຂ້ອຍແມ່ນ
◻ “ຢ່າຊື້ເດັດຂາດ!”
◻ “ອາດຊື້ຫຼືໃສ່ໄດ້.”
◻ “ບໍ່ມີບັນຫາ.”
ເຫດຜົນທີ່ຂ້ອຍອາດບໍ່ມັກແມ່ນຍ້ອນ
◻ “ມັນຍົວະເຍົ້າຫຼາຍໂພດ.”
◻ “ມັນຫຼົມຕ່າມຍ່າມໂພດ.”
◻ “ມັນທັນສະໄໝໂພດ.”
◻ “ມັນເຮັດໃຫ້ເຮົາທີ່ເປັນພໍ່ແມ່ຂາຍໜ້າ.”
◻ “ມັນແພງໂພດ.”
◻ ອື່ນໆ ․․․․․
ເຮົາສາມາດປຶກສາຫາລືກັນ ໃນເລື່ອງນີ້ໄດ້ບໍ?
ການທີ່ເຮົາບໍ່ຍອມໃຫ້ລູກໃສ່ຊຸດນີ້ເປັນຍ້ອນລົດນິຍົມສ່ວນຕົວຂອງເຮົາບໍ?
◻ ແມ່ນ ◻ ອາດຈະແມ່ນ ◻ ບໍ່ແມ່ນ
ມີຫຍັງທີ່ເຮັດໄດ້ເພື່ອດັດແປງເຄື່ອງນຸ່ງຊຸດນີ້ໃຫ້ເປັນທີ່ຍອມຮັບໄດ້?
․․․․․
ການຕັດສິນໃຈ ․․․․․
[ກອບໜ້າ 84]
ສິ່ງທີ່ຊາຍໜຸ່ມຄວນພິຈາລະນາເມື່ອເລືອກເຄື່ອງນຸ່ງ?
ຫຼັກການຂອງຄຳພີໄບເບິນທີ່ໄດ້ເວົ້າໃນບົດນີ້ໃຊ້ໄດ້ກັບຊາຍໜຸ່ມຄືກັນ. ຈົ່ງແຕ່ງຕົວຢ່າງສຸພາບ. ແລະໃຫ້ຕົວຕົນທີ່ຢູ່ໃນໃຈປາກົດອອກມາ. ເມື່ອຈະຊື້ເຄື່ອງນຸ່ງ ຂໍໃຫ້ຖາມຕົວເອງວ່າ: ‘ເຄື່ອງນຸ່ງນີ້ຈະບອກຫຍັງກ່ຽວກັບຕົວຂ້ອຍ? ນັ້ນເປັນຕົວຕົນຂອງຂ້ອຍແທ້ໆບໍ?’ ຂໍໃຫ້ຈື່ໄວ້ວ່າ ເຄື່ອງນຸ່ງເປັນການສະແດງອອກຮູບແບບໜຶ່ງ. ຈົ່ງເຮັດໃຫ້ແນ່ໃຈວ່າເຄື່ອງນຸ່ງຂອງເຈົ້າສະທ້ອນເຖິງຄວາມເຊື່ອຂອງເຈົ້າ!
[ຮູບພາບໜ້າ 80]
ເຄື່ອງນຸ່ງເປັນຄືກັບປ້າຍທີ່ບອກຜູ້ຄົນກ່ຽວກັບຕົວເຈົ້າທັງໝົດ. “ປ້າຍ” ຂອງເຈົ້າບອກຫຍັງກ່ຽວກັບຕົວເຈົ້າ?