ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈສ ບົດທີ 22 ໜ້າ 25
  • ມີ​ການ​ເຮັດ​ວຽກ​ຫຍັງ​ແດ່​ຢູ່​ສຳນັກງານ​ສາຂາ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມີ​ການ​ເຮັດ​ວຽກ​ຫຍັງ​ແດ່​ຢູ່​ສຳນັກງານ​ສາຂາ?
  • ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ຈສ ບົດທີ 22 ໜ້າ 25

ບົດ​ທີ 22

ມີ​ການ​ເຮັດ​ວຽກ​ຫຍັງ​ແດ່​ຢູ່​ສຳນັກງານ​ສາຂາ?

ຜູ້​ຊາຍ​ກຸ່ມ​ໜຶ່ງ​ຈັດແຈ່ງ​ວຽກ​ຂອງ​ສາຂາ​ໃນ​ໝູ່​ເກາະ​ຊາ​ໂລ​ມົງ

ໝູ່​ເກາະ​ໂຊໂລ​ມົງ

ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ເຮັດ​ວຽກ​ທີ່​ສຳນັກງານ​ສາຂາ​ໃນ​ປະເທດ​ການາດາ

ການາດາ

ລົດ​ບັນທຸກ​ກຳລັງ​ຂົນ​ສົ່ງ​ປຶ້ມ

ອາ​ຝຼິກ​ກາ​ໃຕ້

ສະມາຊິກ​ຄອບຄົວ​ເບເທນ​ເຮັດ​ວຽກ​ໃນ​ຫຼາຍ​ພະແນກ​ທີ່​ແຕກຕ່າງ​ກັນ​ເພື່ອ​ເບິ່ງ​ແຍງ​ວຽກ​ງານ​ການ​ປະກາດ​ຂອງ​ໜຶ່ງ​ຫຼື​ຫຼາຍ​ປະເທດ. ເຂົາ​ເຈົ້າ​ອາດ​ເຮັດ​ວຽກ​ຢູ່​ກຸ່ມ​ການ​ແປ ພິມ​ວາລະສານ ຫຍິບ​ປົກ​ປຶ້ມ ຢູ່​ສາງ​ເກັບ​ປຶ້ມ ເຮັດ​ການ​ບັນທຶກ​ສຽງ/ພາບ ຫຼື​ເບິ່ງ​ແຍງ​ເລື່ອງ​ອື່ນ ໆ ໃນ​ຂົງ​ເຂດ​ທີ່​ຮັບ​ຜິດ​ຊອບ.

ຄະນະ​ກຳມະການ​ສາຂາ​ເບິ່ງ​ແຍງ​ວຽກ​ງານ​ຂອງ​ສາຂາ. ຄະນະ​ກຳມະການ​ປົກຄອງ​ມອບ​ໝາຍ​ການ​ດຳເນີນ​ງານ​ຂອງ​ແຕ່​ລະ​ສຳນັກງານ​ສາຂາ​ໃຫ້​ກັບ​ຄະນະ​ກຳມະການ​ສາຂາ​ເຊິ່ງ​ປະກອບ​ດ້ວຍ​ຜູ້​ເຖົ້າ​ແກ່​ສາມ​ຄົນ​ຫຼື​ຫຼາຍ​ກວ່າ​ນັ້ນ​ທີ່​ມີ​ຄຸນສົມບັດ​ພຽງ​ພໍ. ຄະນະ​ກຳມະການ​ສາຂາ​ລາຍງານ​ໃຫ້​ຄະນະ​ກຳມະການ​ປົກຄອງ​ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ວຽກ​ງານ​ໃນ​ແຕ່​ລະ​ດິນແດນ​ເຊິ່ງ​ຢູ່​ໃນ​ຂອບ​ເຂດ​ອຳນາດ​ຂອງ​ຄະນະ​ກຳມະການ​ສາຂາ​ຫຼື​ກ່ຽວ​ກັບ​ບັນຫາ​ໃດ ໆ ກໍ​ຕາມ​ທີ່​ອາດ​ເກີດ​ຂຶ້ນ. ການ​ລາຍງານ​ເຊັ່ນ​ນັ້ນ​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ໃຫ້​ຕັດສິນ​ໃຈ​ວ່າ​ຫົວ​ເລື່ອງ​ໃດ​ທີ່​ຄວນ​ຈະ​ມີ​ການ​ພິຈາລະນາ​ໃນ​ວາລະສານ​ທີ່​ຈະ​ພິມ​ອອກ​ໃນ​ວັນ​ຂ້າງ​ໜ້າ ແລະ​ຢູ່​ການ​ປະຊຸມ​ປະຈຳ​ອາທິດ​ແລະ​ການ​ປະຊຸມ​ໃຫຍ່. ຕົວ​ແທນ​ຂອງ​ຄະນະ​ກຳມະການ​ປົກຄອງ​ຈະ​ຖືກ​ສົ່ງ​ອອກ​ໄປ​ເປັນ​ປະຈຳ​ເພື່ອ​ຢ້ຽມ​ຢາມ​ສຳນັກງານ​ສາຂາ​ຕ່າງ ໆ ແລະ​ໃຫ້​ການ​ຊີ້​ນຳ​ຕໍ່​ຄະນະ​ກຳມະການ​ສາຂາ​ໃນ​ການ​ຮັບ​ມື​ກັບ​ວຽກ​ມອບ​ໝາຍ​ຂອງ​ເຂົາ​ເຈົ້າ. (ສຸພາສິດ 11:14) ມີ​ການ​ຈັດ​ກຽມ​ລາຍການ​ພິເສດ​ເຊິ່ງ​ລວມ​ເຖິງ​ຄຳ​ບັນລະຍາຍ​ໂດຍ​ຕັວ​ແທນ​ຈາກ​ສຳນັກງານ​ໃຫຍ່​ເພື່ອ​ໜູນ​ກຳລັງ​ໃຈ​ຜູ້​ທີ່​ຢູ່​ໃນ​ເຂດ​ແດນ​ທີ່​ສາຂາ​ຮັບ​ຜິດ​ຊອບ.

ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕໍ່​ປະຊາຄົມ​ທ້ອງຖິ່ນ. ຄະນະ​ກຳມະການ​ສາຂາ​ທີ່​ຢູ່​ສຳນັກງານ​ສາຂາ​ອະນຸມັດ​ການ​ກໍ່​ຕັ້ງ​ປະຊາຄົມ​ໃໝ່. ຄະນະ​ກຳມະການ​ສາຂາ​ຍັງ​ຊີ້​ນຳ​ວຽກ​ງານ​ຂອງ​ໄພໂອເນຍ ມິ​ຊັນ​ນາ​ລີ ແລະ​ຜູ້​ດູ​ແລ​ໝວດ​ທີ່​ຮັບໃຊ້​ຢູ່​ໃນ​ດິນແດນ​ທີ່​ສາຂາ​ຮັບ​ຜິດ​ຊອບ. ຄະນະ​ກຳມະການ​ສາຂາ​ຈັດ​ຕັ້ງ​ວຽກ​ງານ​ຕ່າງ ໆ ກ່ຽວ​ກັບ​ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ ປະສານ​ງານ​ການ​ກໍ່​ສ້າງ​ຫໍ​ປະຊຸມ​ໃໝ່ ແລະ​ກວດ​ເບິ່ງ​ວ່າ​ມີ​ການ​ສົ່ງ​ປຶ້ມ​ໄປ​ໃຫ້​ປະຊາຄົມ​ຕ່າງ ໆ ເພື່ອ​ຕອບ​ສະໜອງ​ຄວາມ​ຈຳເປັນ​ຂອງ​ປະຊາຄົມ​ເຫຼົ່າ​ນັ້ນ. ວຽກ​ງານ​ທຸກ​ຢ່າງ​ທີ່​ເຮັດ​ຢູ່​ສຳນັກງານ​ສາຂາ​ປະກອບ​ສ່ວນ​ເຮັດ​ໃຫ້​ວຽກ​ງານ​ການ​ປະກາດ​ປະສົບ​ຄວາມ​ສຳເລັດ​ຢ່າງ​ເປັນ​ຂັ້ນ​ເປັນ​ຕອນ.—1 ໂກລິນໂທ 14:33, 40

  • ຄະນະ​ກຳມະການ​ສາຂາ​ຊ່ວຍ​ຄະນະ​ກຳມະການ​ປົກຄອງ​ແນວ​ໃດ?

  • ສຳນັກງານ​ສາຂາ​ເບິ່ງ​ແຍງ​ຄວາມ​ຮັບ​ຜິດ​ຊອບ​ອັນ​ໃດ​ແດ່?

ຊອກ​ຮູ້​ຕື່ມ

ຕັ້ງ​ແຕ່​ວັນ​ຈັນ​ຫາ​ວັນ​ສຸກ ພວກ​ເຮົາ​ຍິນດີ​ຕ້ອນຮັບ​ແຂກ​ທີ່​ມາ​ຢາມ​ສຳນັກງານ​ສາຂາ​ເຊິ່ງ​ຈະ​ມີ​ຜູ້​ພາ​ທ່ຽວ​ຊົມ. ພວກ​ເຮົາ​ຂໍ​ເຊີນ​ທ່ານ​ໃຫ້​ມາ​ຢ້ຽມ​ຢາມ. ເມື່ອ​ໄປ​ຢາມ​ສຳນັກງານ​ສາຂາ ຂໍ​ໃຫ້​ທ່ານ​ແຕ່ງ​ຕົວ​ສຸພາບ​ຄື​ກັບ​ໄປ​ຮ່ວມ​ການ​ປະຊຸມ. ການ​ໄດ້​ເຫັນ​ສະຖານ​ທີ່​ເຊິ່ງ​ເອີ້ນ​ວ່າ​ເບເທນ ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ທ່ານ​ໃຫ້​ເຂັ້ມແຂງ​ຂຶ້ນ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌