ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈສ ບົດທີ 26 ໜ້າ 29
  • ເຮົາ​ສາມາດ​ຊ່ວຍ​ແນວ​ໃດ​ໃນ​ການ​ເບິ່ງ​ແຍງ​ຫໍ​ປະຊຸມ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ສາມາດ​ຊ່ວຍ​ແນວ​ໃດ​ໃນ​ການ​ເບິ່ງ​ແຍງ​ຫໍ​ປະຊຸມ?
  • ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
  • ເລື່ອງທີ່ຄ້າຍກັນ
  • ນີ້​ແມ່ນ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ການເບິ່ງແຍງຮັກສາຫໍປະຊຸມ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ຈສ ບົດທີ 26 ໜ້າ 29

ບົດ​ທີ 26

ເຮົາ​ສາມາດ​ຊ່ວຍ​ແນວ​ໃດ​ໃນ​ການ​ເບິ່ງ​ແຍງ​ຫໍ​ປະຊຸມ?

ພະຍານ​ພະ​ເຢໂຫວາ​ເຮັດ​ຄວາມ​ສະອາດ​ຫໍ​ປະຊຸມ​ໃນ​ປະເທດ​ແອ​ດ​ສະ​ໂຕ​ນີ

ແອ​ດ​ສະ​ໂຕ​ນີ

ພະຍານ​ພະ​ເຢໂຫວາ​ເຮັດ​ຄວາມ​ສະອາດ​ຫໍ​ປະຊຸມ​ໃນ​ປະເທດ​ຊິ​ມ​ບາ​ເວ

ຊິ​ມ​ບາ​ເວ

ພະຍານ​ພະ​ເຢໂຫວາ​ກຳລັງ​ເຮັດ​ການ​ສ້ອມ​ແຊມ​ຫໍ​ປະຊຸມ​ໃນ​ມົງໂກລີ

ມົງໂກລີ

ພະຍານ​ພະ​ເຢໂຫວາ​ກຳລັງ​ທາ​ສີ​ຫໍ​ປະຊຸມ​ຈັກ​ໃນ​ປອກໂຕຣິກໂກ

ປອກໂຕຣິກໂກ

ຫໍ​ປະຊຸມ​ພະຍານ​ພະ​ເຢໂຫວາ​ທຸກ ໆ ແຫ່ງ​ເປັນ​ພະຍານ​ເຖິງ​ຊື່​ອັນ​ບໍລິສຸດ​ຂອງ​ພະເຈົ້າ ດ້ວຍ​ເຫດ​ນັ້ນ ພວກ​ເຮົາ​ສຳນຶກ​ວ່າ​ການ​ມີ​ສ່ວນ​ໃນ​ການ​ຮັກສາ​ຫໍ​ປະຊຸມ​ໃຫ້​ສະອາດ ຮຽບຮ້ອຍ ແລະ​ໃນ​ສະພາບ​ທີ່​ດີ​ຈຶ່ງ​ເປັນ​ກຽດ​ແລະ​ເປັນ​ສ່ວນ​ສຳຄັນ​ໃນ​ການ​ນະມັດສະການ​ອັນ​ສັກສິດ. ທຸກ​ຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ໄດ້.

ອາສາ​ສະໝັກ​ເຮັດ​ອະນາໄມ​ພາຍ​ຫຼັງ​ການ​ປະຊຸມ. ພາຍ​ຫຼັງ​ການ​ປະຊຸມ​ແຕ່​ລະ​ຄັ້ງ ພີ່​ນ້ອງ​ຊາຍ​ຍິງ​ຍິນດີ​ເຮັດ​ການ​ອະນາໄມ​ທີ່​ຈຳເປັນ​ແລະ​ຈັດ​ຫໍ​ປະຊຸມ​ໃຫ້​ຢູ່​ໃນ​ສະພາບ​ເປັນ​ລະບຽບ ມີ​ການ​ເຮັດ​ອະນາໄມ​ທີ່​ລະອຽດ​ກວ່າ​ເປັນ​ປະຈຳ. ຜູ້​ເຖົ້າ​ແກ່​ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້​ເປັນ​ຜູ້​ປະສານ​ວຽກ ຕາມ​ປົກກະຕິ​ແລ້ວ​ແມ່ນ​ເຮັດ​ຕາມ​ໜ້າ​ວຽກ​ທີ່​ຕ້ອງ​ເຮັດ. ແລ້ວ​ແຕ່​ຄວາມ​ຈຳເປັນ ບາງ​ຄົນ​ອາສາ​ສະໝັກ​ກວາດ​ພື້ນ ຖູ​ພື້ນ ຫຼື​ດູດ​ຝຸ່ນ​ພື້ນ ເຊັດ​ຂີ້ຝຸ່ນ ຈັດ​ຕັ່ງ​ໃຫ້​ເປັນ​ລະບຽບ ອະນາໄມ​ແລະ​ຂ້າ​ເຊື້ອ​ພະຍາດ​ໃນ​ຫ້ອງ​ນ້ຳ ລ້າງ​ປ່ອງ​ຢ້ຽມ​ແລະ​ກະຈົກ ເອົາ​ຂີ້ເຫຍື້ອ​ໄປ​ຖິ້ມ ຫຼື​ທຳ​ຄວາມ​ສະອາດ​ບໍລິເວນ​ທາງ​ນອກ​ແລະ​ເບິ່ງ​ແຍງ​ສວນ​ດອກ​ໄມ້. ຢ່າງ​ໜ້ອຍ​ປີ​ລະ​ຄັ້ງ ມີ​ການ​ຈັດ​ມື້​ໜຶ່ງ​ໄວ້​ເພື່ອ​ເຮັດ​ອະນາໄມ​ໃຫຍ່. ໂດຍ​ໃຫ້​ລູກ​ຮ່ວມ​ເຮັດ​ໃນ​ບາງ​ໜ້າ​ວຽກ ເຮົາ​ສອນ​ລູກ​ໃຫ້​ສະແດງ​ຄວາມ​ນັບຖື​ຕໍ່​ສະຖານ​ທີ່​ນະມັດສະການ.—ຜູ້​ເທສະໜາ​ປ່າວ​ປະກາດ 5:1

ອາສາ​ສະໝັກ​ຊ່ວຍ​ໃນ​ການ​ສ້ອມ​ແປງ​ທີ່​ຈຳເປັນ. ໃນ​ແຕ່​ລະ​ປີ​ມີ​ການ​ກວດ​ກາ​ຫໍ​ປະຊຸມ​ຢ່າງ​ລະອຽດ​ທັງ​ທາງ​ໃນ​ແລະ​ທາງ​ນອກ. ໂດຍ​ອາໄສ​ການ​ກວດ​ກາ​ນີ້ ມີ​ການ​ເຮັດ​ການ​ບຳລຸງ​ຮັກສາ​ເປັນ​ປະຈຳ​ເພື່ອ​ໃຫ້​ຫໍ​ປະຊຸມ​ຢູ່​ໃນ​ສະພາບ​ທີ່​ດີ ເຊິ່ງ​ຊ່ວຍ​ຫຼີກ​ລ່ຽງ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳເປັນ. (2 ຂ່າວຄາວ 24:13; 34:10) ຫໍ​ປະຊຸມ​ທີ່​ສະອາດ​ແລະ​ມີ​ການ​ບຳລຸງ​ຮັກສາ​ທີ່​ດີ​ເປັນ​ສະຖານ​ທີ່​ທີ່​ມີ​ຄ່າ​ຫຼາຍ​ເພື່ອ​ນະມັດສະການ​ພະເຈົ້າ​ຂອງ​ເຮົາ. ໂດຍ​ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້ ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຮູ້​ຄຸນຄ່າ​ສະຖານ​ທີ່​ນະມັດສະການ. (ຄຳເພງ 122:1) ເລື່ອງ​ນີ້​ຍັງ​ສ້າງ​ຄວາມ​ປະທັບ​ໃຈ​ທີ່​ດີ​ໃນ​ຊຸມຊົນ.—2 ໂກລິນໂທ 6:3

  • ເປັນ​ຫຍັງ​ພວກ​ເຮົາ​ບໍ່​ຄວນ​ປະ​ລະ​ສະຖານ​ທີ່​ນະມັດສະການ?

  • ມີ​ການ​ຈັດ​ກຽມ​ອັນ​ໃດ​ແດ່​ເພື່ອ​ຮັກສາ​ຫໍ​ປະຊຸມ​ໃຫ້​ສະອາດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌