ບົດຮຽນ 14
ເປັນຫຍັງພະເຢໂຫວາຈຶ່ງມີອົງການ?
1. ເປັນຫຍັງພະເຈົ້າຈັດສັນອິດສະລາແອນບູຮານໃຫ້ເປັນລະບົບ?
ພະເຈົ້າຈັດສັນລູກຫຼານຂອງອັບລາຫາມບຸລຸດຕົ້ນຕະກູນໃຫ້ເປັນຊາດໜຶ່ງແລະປະທານກົດໝາຍແກ່ເຂົາເຈົ້າ. ພະອົງເອີ້ນຊາດນີ້ວ່າ “ອິດສະລາແອນ” ແລ້ວມອບໝາຍໃຫ້ເຂົາເຈົ້າຮັບຜິດຊອບຕໍ່ພະຄຳຂອງພະອົງແລະການນະມັດສະການທີ່ຖືກຕ້ອງ. (ຄຳເພງ 147:19, 20) ດັ່ງນັ້ນ ຄົນຈາກທຸກຊາດຈຶ່ງໄດ້ຮັບປະໂຫຍດຈາກຊາດອິດສະລາແອນ.—ອ່ານຕົ້ນເດີມ 22:18
ພະເຈົ້າໄດ້ເລືອກພວກອິດສະລາແອນໃຫ້ເປັນພະຍານຂອງພະອົງ. ປະຫວັດສາດສະໄໝບູຮານຂອງຊາດນີ້ສະແດງໃຫ້ເຫັນເຖິງວິທີທີ່ຜູ້ຄົນໄດ້ຮັບປະໂຫຍດຈາກການເຊື່ອຟັງກົດໝາຍຂອງພະເຈົ້າ. (ພະບັນຍັດ 4:6) ສະນັ້ນ ໂດຍທາງຊາດອິດສະລາແອນ ຄົນອື່ນໆຈຶ່ງສາມາດຮູ້ຈັກພະເຈົ້າອົງທ່ຽງແທ້.—ອ່ານເອຊາອີ 43:10, 12
2. ເປັນຫຍັງຈຶ່ງຈັດລະບຽບຄລິດສະຕຽນແທ້?
ໃນທີ່ສຸດຊາດອິດສະລາແອນກໍສູນເສຍຄວາມໂປດປານຈາກພະເຈົ້າ ແລະພະເຢໂຫວາຈຶ່ງໄດ້ເອົາປະຊາຄົມຄລິດສະຕຽນເຂົ້າມາແທນທີ່ຊາດນັ້ນ. (ມັດທາຍ 21:43; 23:37, 38) ຕອນນີ້ ຄລິດສະຕຽນແທ້ຈຶ່ງຮັບໃຊ້ຖານະເປັນພະຍານພະເຢໂຫວາແທນຊາດອິດສະລາແອນ.—ອ່ານກິດຈະການ 15:14, 17
ພະເຍຊູຈັດໃຫ້ສາວົກຂອງພະອົງໄປປະກາດ ແລະເຮັດໃຫ້ຄົນຈາກທຸກຊາດເຂົ້າມາເປັນສາວົກ. (ມັດທາຍ 10:7, 11; 24:14; 28:19, 20) ໃນຕອນນີ້ເຊິ່ງເປັນສະໄໝສຸດທ້າຍຂອງລະບົບປັດຈຸບັນ ວຽກງານນັ້ນກຳລັງຂຸ້ນຂ້ຽວທີ່ສຸດ. ເປັນຄັ້ງທຳອິດໃນປະຫວັດສາດທີ່ພະເຢໂຫວາທ້ອນໂຮມເອົາຫຼາຍລ້ານຄົນຈາກທຸກຊາດເຂົ້າມາສູ່ການນະມັດສະການທີ່ຖືກຕ້ອງ. (ຄຳປາກົດ 7:9, 10) ຄລິດສະຕຽນແທ້ຖືກຈັດຕັ້ງເປັນກຸ່ມຊົນເພື່ອໜູນກຳລັງໃຈແລະຊ່ວຍເຫຼືອເຊິ່ງກັນແລະກັນ. ຢູ່ທີ່ຫໍປະຊຸມ ເຂົາເຈົ້າໄດ້ຮຽນຫຼັກຄຳສອນຈາກຄຳພີໄບເບິນຕາມລາຍການດຽວກັນຕະຫຼອດທົ່ວໂລກ.—ອ່ານເຫບເລີ 10:24, 25
3. ສາສະໜາພະຍານພະເຢໂຫວາສະໄໝປັດຈຸບັນເລີ່ມຕົ້ນແນວໃດ?
ສາສະໜາພະຍານພະເຢໂຫວາສະໄໝປັດຈຸບັນເລີ່ມຕົ້ນເປັນອົງການໃນຊຸມປີ 1870. ຕອນນັ້ນນັກສຶກສາຄຳພີໄບເບິນກຸ່ມນ້ອຍໆເລີ່ມຄົ້ນພົບຄວາມຈິງໃນຄຳພີໄບເບິນທີ່ສູນຫາຍໄປດົນແລ້ວຄືນມາໃໝ່. ເຂົາເຈົ້າຮູ້ວ່າພະເຍຊູຈັດໃຫ້ປະຊາຄົມຄລິດສະຕຽນເປັນລະບົບເພື່ອດຳເນີນງານປະກາດ. ດັ່ງນັ້ນຈຶ່ງເລີ່ມດຳເນີນວຽກງານນັ້ນຢູ່ທົ່ວໂລກ. ມາເຖິງປີ 1931 ເຂົາເຈົ້າໄດ້ຮັບຮອງເອົາຊື່ທີ່ເອີ້ນຕົນເອງວ່າ ພະຍານພະເຢໂຫວາ.—ອ່ານກິດຈະການ 1:8; 2:1, 4; 5:42
4. ພະຍານພະເຢໂຫວາຖືກຈັດໃຫ້ເປັນລະບົບແນວໃດ?
ໃນສະຕະວັດທຳອິດ ປະຊາຄົມຄລິດສະຕຽນໃນຫຼາຍດິນແດນໄດ້ຮັບປະໂຫຍດຈາກຄະນະກຳມະການປົກຄອງທີ່ຍອມຮັບພະເຍຊູເປັນປະມຸກຂອງປະຊາຄົມ. (ກິດຈະການ 16:4, 5) ໃນທຳນອງດຽວກັນ ປັດຈຸບັນ ພະຍານພະເຢໂຫວາທົ່ວໂລກໄດ້ຮັບປະໂຫຍດຈາກຄະນະກຳມະການປົກຄອງທີ່ປະກອບດ້ວຍຜູ້ເຖົ້າແກ່ທີ່ມີປະສົບການ. ຄະນະກຳມະການປົກຄອງນັ້ນດູແລບັນດາສຳນັກງານສາຂາຂອງພະຍານພະເຢໂຫວາທີ່ເຮັດໜ້າທີ່ແປ ຈັດພິມ ແລະຈຳໜ່າຍສິ່ງຕ່າງໆເພື່ອສອນຄຳພີໄບເບິນໃນຫຼາຍກວ່າ 600 ພາສາ. ດັ່ງນັ້ນ ຄະນະກຳມະການປົກຄອງຈຶ່ງສາມາດໃຫ້ການໜູນກຳລັງໃຈແລະການຊີ້ນຳຈາກຄຳພີໄບເບິນແກ່ 100.000 ກວ່າປະຊາຄົມຕະຫຼອດທົ່ວໂລກ. ໃນແຕ່ລະປະຊາຄົມມີຜູ້ຊາຍທີ່ມີຄຸນວຸທິເພື່ອເປັນຜູ້ເຖົ້າແກ່ ແລະເປັນຜູ້ດູແລ. ຄົນເຫຼົ່ານີ້ຮັກແລະຫ່ວງໃຍຝູງແກະຂອງພະເຈົ້າ.—ອ່ານ 1 ເປໂຕ 5:2, 3
ພະຍານພະເຢໂຫວາຖືກຈັດຕັ້ງຂຶ້ນເພື່ອຈຸດປະສົງໃຫ້ປະກາດຂ່າວດີແລະເຮັດໃຫ້ຄົນເປັນລູກສິດ. ເຊັ່ນດຽວກັບອັກຄະສາວົກ ເຂົາເຈົ້າປະກາດຕາມບ້ານເຮືອນ. (ກິດຈະການ 20:20) ເຂົາເຈົ້າຍັງສະເໜີການສອນຄຳພີໄບເບິນໃຫ້ກັບສຸຈະລິດຊົນທີ່ມັກຄວາມຈິງ. ພະຍານພະເຢໂຫວາບໍ່ໄດ້ເປັນການຈັດຕັ້ງໜຶ່ງເທົ່ານັ້ນ ແຕ່ວ່າເປັນຄອບຄົວເຊິ່ງມີພໍ່ທີ່ຮັກແພງພວກລູກ. ເຂົາເຈົ້າເປັນອ້າຍເອື້ອຍນ້ອງທີ່ຫ່ວງໃຍເຊິ່ງກັນແລະກັນ. (2 ເທຊະໂລນີກ 1:3) ເນື່ອງຈາກວ່າຄົນຂອງພະເຢໂຫວາຖືກຈັດໃຫ້ເປັນອົງການທີ່ເຮັດໃຫ້ພະອົງພໍໃຈ ແລະໃຫ້ຊ່ວຍຄົນອື່ນ ເຂົາເຈົ້າຈຶ່ງເປັນຄອບຄົວທີ່ມີຄວາມສຸກທີ່ສຸດໃນໂລກ.—ອ່ານຄຳເພງ 33:12; ກິດຈະການ 20:35