ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 25 ໜ້າ 64-ໜ້າ 65 ຂໍ້ 3
  • ເຕັ້ນ​ສັກສິດ​ສຳລັບ​ນະມັດສະການ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຕັ້ນ​ສັກສິດ​ສຳລັບ​ນະມັດສະການ​ພະເຈົ້າ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ຢູ່​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ກະໂຈມສຳລັບການນະມັດສະການ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ
    ຄຳພີໄບເບິນສະບັບແປໂລກໃໝ່
  • “ເງົາແຫ່ງສິ່ງຂອງດີທີ່ຈະມາພາຍໜ້າ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 25 ໜ້າ 64-ໜ້າ 65 ຂໍ້ 3
ເຕັ້ນ​ສັກສິດ​ແລະ​ເດີ່ນ​ເຕັ້ນ​ສັກສິດ

ບົດ​ທີ 25

ເຕັ້ນ​ສັກສິດ​ສຳລັບ​ນະມັດສະການ​ພະເຈົ້າ

ຕອນ​ທີ່​ໂມເຊ​ຢູ່​ເທິງ​ພູ​ຊີນາຍ ພະ​ເຢໂຫວາ​ບອກ​ລາວ​ໃຫ້​ສ້າງ​ເຕັ້ນ​ພິເສດ​ເຕັ້ນ​ໜຶ່ງ​ທີ່​ເອີ້ນ​ວ່າ ເຕັ້ນ​ສັກສິດ ເພື່ອ​ໃຫ້​ພວກ​ອິດສະຣາເອນ​ໃຊ້​ເປັນ​ບ່ອນ​ນະມັດສະການ​ເພິ່ນ. ເມື່ອ​ເຂົາເຈົ້າ​ຍ້າຍ​ຄ້າຍ​ພັກ ເຂົາເຈົ້າ​ກໍ​ຈະ​ສາມາດ​ຂົນ​ເຕັ້ນ​ສັກສິດ​ນີ້​ໄປ​ນຳ​ໄດ້.

ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: ‘ໄປ​ບອກ​ພວກ​ອິດສະຣາເອນ​ວ່າ​ຖ້າ​ໃຜ​ຢາກ​ຊ່ວຍ​ສ້າງ​ເຕັ້ນ​ສັກສິດ​ກໍ​ໃຫ້​ເອົາ​ເຄື່ອງ​ມາ​ບໍລິຈາກ​ເທົ່າ​ທີ່​ໃຫ້​ໄດ້.’ ແລ້ວ​ພວກ​ອິດສະຣາເອນ​ກໍ​ເອົາ​ຄຳ ເງິນ ທອງແດງ ເພັດນິນຈິນດາ ເຄື່ອງ​ປະດັບ ດ້າຍ​ຂົນ​ແກະ ຜ້າ​ລີນິນ ໜັງ​ສັດ ແລະ​ເຄື່ອງ​ຂອງ​ອື່ນໆ​ມາ​ບໍລິຈາກ​ຫຼາຍ​ແທ້​ຫຼາຍ​ວ່າ ຈົນ​ໂມເຊ​ບອກ​ເຂົາເຈົ້າ​ວ່າ: ‘ພວກ​ເຮົາ​ມີ​ເຄື່ອງ​ຂອງ​ຫຼາຍ​ພໍ​ແລ້ວ! ບໍ່​ຕ້ອງ​ເອົາ​ຫຍັງ​ມາ​ອີກ.’

ພວກ​ອິດສະຣາເອນ​ເອົາ​ສິ່ງ​ທີ່​ມີ​ຄ່າ​ມາ​ຊ່ວຍ​ສ້າງ​ເຕັ້ນ​ສັກສິດ

ມີ​ຊ່າງ​ທີ່​ມີ​ສີ​ມື​ຫຼາຍ​ຄົນ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ມາ​ຊ່ວຍ​ກັນ​ສ້າງ​ເຕັ້ນ​ສັກສິດ. ພະ​ເຢໂຫວາ​ໃຫ້​ເຂົາເຈົ້າ​ມີ​ສະຕິ​ປັນຍາ​ແລະ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ການ​ເຮັດ​ວຽກ. ບາງ​ຄົນ​ປັ່ນ​ດ້າຍ ບາງ​ຄົນ​ຕ່ຳ​ຜ້າ​ຫຼື​ແສ່ວ​ຜ້າ ສ່ວນ​ບາງ​ຄົນ​ກໍ​ເຮັດ​ວຽກ​ເຈຍລະໄນ​ເພັດ​ພອຍ ວຽກ​ກ່ຽວກັບ​ຄຳ ຫຼື​ແກະ​ສະຫຼັກ​ໄມ້.

ເຂົາເຈົ້າ​ສ້າງ​ເຕັ້ນ​ສັກສິດ​ຕາມ​ແບບ​ທີ່​ພະ​ເຢໂຫວາ​ບອກ. ເຂົາເຈົ້າ​ເຮັດ​ຜ້າກັ້ງ​ທີ່​ງາມໆ​ຜືນ​ໜຶ່ງ​ເພື່ອ​ແບ່ງ​ເຕັ້ນ​ສັກສິດ​ອອກ​ເປັນ 2 ຫ້ອງ​ຄື: ຫ້ອງ​ບໍລິສຸດ​ແລະ​ຫ້ອງ​ບໍລິສຸດ​ທີ່​ສຸດ. ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ມີ​ຫີບ​ສັນຍາ​ທີ່​ເຮັດ​ຈາກ​ໄມ້​ອະຄາເຊຍ​ແລະ​ຄຳ. ສ່ວນ​ໃນ​ຫ້ອງ​ບໍລິສຸດ​ມີ​ຂາ​ຕະກຽງ​ຄຳ ໂຕະ 1 ໜ່ວຍ ແລະ​ແທ່ນ​ເຜົາ​ເຄື່ອງຫອມ. ຢູ່​ເດີ່ນ​ເຕັ້ນ​ສັກສິດ​ມີ​ອ່າງ​ທອງແດງ​ແລະ​ແທ່ນ​ບູຊາ​ໃຫຍ່. ຫີບ​ສັນຍາ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ຈະ​ເຕືອນ​ໃຈ​ພວກ​ອິດສະຣາເອນ​ວ່າ​ເຂົາເຈົ້າ​ໄດ້​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ​ຈະ​ເຊື່ອຟັງ​ເພິ່ນ.

ພະ​ເຢໂຫວາ​ເລືອກ​ອາໂຣນ​ແລະ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ປະໂລຫິດ​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. ເຂົາເຈົ້າ​ຕ້ອງ​ເບິ່ງແຍງ​ເຕັ້ນ​ສັກສິດ​ແລະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ມີ​ແຕ່​ອາໂຣນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສາມາດ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໄດ້​ຍ້ອນ​ລາວ​ເປັນ​ປະໂລຫິດ​ໃຫຍ່. ລາວ​ຈະ​ເຂົ້າ​ໄປ​ມອບ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ປີ​ລະ​ເທື່ອ ເພື່ອ​ໄຖ່​ບາບ​ຂອງ​ໂຕເອງ ຂອງ​ຄອບຄົວ ແລະ​ຂອງ​ຄົນ​ອິດສະຣາເອນ​ທັງໝົດ.

ພວກ​ອິດສະຣາເອນ​ສ້າງ​ເຕັ້ນ​ສັກສິດ​ແລ້ວ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ອອກ​ມາ​ຈາກ​ເອຢິບ​ໄດ້ 1 ປີ. ຕອນນີ້ ເຂົາເຈົ້າ​ມີ​ບ່ອນ​ນະມັດສະການ​ພະ​ເຢໂຫວາ​ແລ້ວ.

ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ​ແຜ່​ກະຈາຍ​ຢູ່​ທົ່ວ​ເຕັ້ນ​ສັກສິດ​ແລະ​ມີ​ຂີ້ເຝື້ອ​ລອຍ​ຢູ່​ເທິງ​ເຕັ້ນ. ຖ້າ​ຂີ້ເຝື້ອ​ຍັງ​ລອຍ​ຢູ່​ເທິງ​ເຕັ້ນ​ສັກສິດ ພວກ​ອິດສະຣາເອນ​ກໍ​ຈະ​ບໍ່​ຍ້າຍ​ຄ້າຍ​ພັກ​ໄປ​ໃສ. ແຕ່​ຖ້າ​ຂີ້ເຝື້ອ​ລອຍ​ຂຶ້ນ​ໄປ​ຈາກ​ເຕັ້ນ​ສັກສິດ ເຂົາເຈົ້າ​ກໍ​ຈະ​ຮູ້​ວ່າ​ຮອດ​ເວລາ​ອອກ​ເດີນທາງ​ແລ້ວ. ເຂົາເຈົ້າ​ຈະ​ກູ້​ເຕັ້ນ​ສັກສິດ​ແລະ​ນຳ​ຂີ້ເຝື້ອ​ນັ້ນ​ໄປ.

“ແລ້ວ​ຂ້ອຍ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ນັ້ນ​ວ່າ: ‘ເບິ່ງ​ແມ້! ເຕັ້ນ​ຂອງ​ພະເຈົ້າ​ຢູ່​ກັບ​ມະນຸດ​ແລ້ວ. ເພິ່ນ​ຈະ​ຢູ່​ກັບ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເພິ່ນ. ພະເຈົ້າ​ຈະ​ຢູ່​ກັບ​ເຂົາເຈົ້າ.’”—ພະ​ນິມິດ 21:3

ຄຳ​ຖາມ: ພະ​ເຢໂຫວາ​ບອກ​ໂມເຊ​ໃຫ້​ສ້າງ​ຫຍັງ? ພະ​ເຢໂຫວາ​ໃຫ້​ອາໂຣນ​ແລະ​ລູກ​ຊາຍ​ຂອງ​ລາວ​ເຮັດ​ໜ້າທີ່​ຫຍັງ?

ອົບພະຍົບ 25:1-9; 31:1-11; 40:33-38; ເຮັບເຣີ 9:1-7

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌